ຮຽບຮຽງໂດຍ ພຍາ ອຸທັຍທະວີ ອຸ່ນຄຳ
ນະໂມນະມາ ວັນທາຊຸລິດ
ກາບຕິດກາບຕໍ່ ກາບກໍ່ເປັນສານ
ເປັນຕຳນານ ກາບຫລານສອນປູ່
ຫລານຫາກຮູ້ ເຫຕປູ່ສັ່ງສອນ
ຫລານສະອອນ ຈື່ຈຳເອົາໄວ້
ຈຳໄດ້ແລ້ວ ຫລານນ້ອຍຊື່ນຊົມ
ໂມທະນາ ປູ່ສອນໃຫ້ຮູ້
ຫລານບໍ່ລູ່ ຄຸນເຈົ້າປູ່ສອນ
ຍັງອາວອນ ຄຳສອນຈີໃຈ້
ຄິດຢາກໄດ້ ຂອງຕອບແທນຄຸນ
ເກີດພາຍລຸນ ຫາສັງບໍ່ໄດ້
ຫລານແກ່ນໄທ້ ກໍກ່າວຕຳນານ
ເປັນຕຳນານ ຕອບຄຸນເຈົ້າປູ່
ຫລານຫາກຮູ້ ໃນສູຕໃນທັມ
ເປັນຄຳສອນ ດວງງາມດີເລີດ
ຜູ້ປະເສີດ ແມ່ນໂພທິສັຕ
ໄດ້ເລັ່ງລັດ ຕັດໂພທິຍານ
ເຂົ້ານິພພານ ສົງສາຣລະໄວ້
ເພິ່ນສອນໃຫ້ ຫລານນ້ອຍຈື່ເອົາ
ເປັນສຳເນົາ ຫລານຈຳຈື່ໄວ້
ຫລານຈື່ໄດ້ ສອນປູ່ພາຍຫລັງ
ເຫຕອິສັງ ຫລານຈຶ່ງສອນປູ່
ປູ່ຫາກຮູ້ ຕັ້ງແຕ່ສອນຫລານ
ອັນສີລທານ ເລິ່ມແຕ່ສີລຫ້າ
ທຳປານາ ຂ້າສັຕລ້ຽງຄາບ
ເປັນບາບຮ້າຍ ຝູງນີ້ບໍ່ຄວນ
ອະທິນນາ ລັກເອົາຂອງທ່ານ
ໃຫ້ປູ່ຢ້ານ ພາຍໜ້າສ້ວຍແຫລມ
ກາເມແຖມ ເມັຽເຂົາໃຫ້ເວັ້ນ
ໃຜຊອບເຫລັ້ນ ລົງສູ່ອະບາຍ
ໂທສມຸສາ ຕົວະພາງຍຸເຍົ້າ
ໃຜຫາກເວົ້າ ເປັນບາບເປັນກັມ
ໃຜຫາກທຳ ປາກເໝັນປາກກືກ
ປາກບໍ່ຖືກ ອັກຂະຣະປະໂຍກ
ໂທສສຸຣາ ມົວເມົາຄອບເຫລົ້າ
ເປັນຜູ້ເຖົ້າ ຄວນເວັ້ນສູ່ຄົນ
ຈັກໃຫ້ຜົລ ເກີດໄປພາຍໜ້າ
ເປັນຜີບ້າ ໃຈຕື້ນໂງ່ເຂົາ
ເປັນສຳເນົາ ໃນທັມພຣະເຈົ້າ
ກ່າວເປັນເຄົ້າ ສີລຫ້າແມ່ນຄອງ
ຫລານຈັກປອງ ກ່າວໄປພາຍໜ້າ
ບໍ່ໃຫ້ຊ້າ ຕິດຕໍ່ກັນໄປ
ໄອຍະໂກ ຟັງເອົາຈື່ໄວ້
ຈຳໄດ້ແລ້ວ ພາຍໜ້າຮື່ນຕອງ
ເປັນຄອງຈຶ່ງເວົ້າ ໃຜເປັນເຖົ້າຢ່າເຂົ້າອານາ
ສຸຣາເມົາ ຢູ່ເຮັດຄູ່ຊາຍຮາມ
ເຂົ້າຜາມຈັບຈອບ ເອີ້ນຢອກສາວຮາມ
ໃນຜາມເຄົ້າເມົ້າ ເຖົ້ານັ້ນບໍ່ດີ ເຮົາຫລານບໍ່ຢ້ານ
ເຖົ້າຄ້ານຄອງບຸນ ບໍ່ປຸນໃຈສ້າງ
ຂີ້ຄ້ານຄອງວັຕ ບໍ່ຄັດຄອງທັມ
ບໍ່ຈຳສີລເກົ້າ ຈາຂ້າຝູງສັຕ
ຄອງວັດບໍ່ຫາ ຄໍ່າມາເວົ້າຫໍ່
ຕ້ານຕໍ່ພາຣິຍາ ໃນຫ້ອງເຄຫັງ
ເຖົ້ານັ້ນຢ້ານສັງ ເຖົ້ານັ້ນຢ້ານແມວ
ປະເປີງໄວ້ເປົ່າ ບໍ່ເລົ່າພາວະນາ
ສອນລູກສອນຫລານ ຕົວຜົມຂາວຫງອກ
ເປັນເຖົ້ານອກຮົ້ວ ລີ້ຢູ່ນາສວນ ເຖົ້ານັ້ນບໍ່ດີ
ຟັງເສີຍດາຍດອກ ເຖົ້ານັ້ນບໍ່ຊອບຮູ້ແຕ່ໂລກາ
ອຳເອົາຂອງເພິ່ນ ຍາດໄຮ່ຊີງນາ
ຍາດຮົ້ວຊິງສວນ ເຖົ້ານັ້ນບໍ່ດີ
ຮູ້ແຕ່ມັກໄດ້ ຂີ້ໄຮ້ຜຍາ
ບໍ່ກູນາ ຝູງຄົນຂມອດ
ເຖົ້ານັ້ນບໍ່ຊອບ ຄອງວັຕສິບປະກາຣ
ເຮົາຫລານບໍ່ຢ້ານ ເຖົ້ານັ້ນຂີ້ຄ້ານ
ຄອງພຣະກະສັຕ ບໍ່ບົວລະບັດ
ຮີດບ້ານຄອງເມືອງ ເຮົາຫລານແຄ້ນເຄືອງ
ເອົາຄວາມໄປເວົ້າ ເວົ້າຕໍ່ຄວາມໃດ
ບໍ່ປາກບໍ່ຈາ ບໍ່ເວົ້າບໍ່ວ່າ
ມີຄວາມໂກທກ້າ ອ້າງແຕ່ໂທສາ
ອ້າງແຕ່ສຸຣາ ມາກິນກັບເຂົ້າ
ຄວາມເວົ້າບໍ່ມີ ຜິປອງເປັນບາບ
ໃຈບໍ່ສຸພາບ ເຫັນແຕ່ເງິນຄຳ
ບໍ່ຈຳນັກປຣາຊ ເຖົ້າບໍ່ສລາດ
ຮູ້ຮີດຄອງຊຸມ ປຸນຫາແຕ່ໄດ້
ຄອງຖ້າວ່າຄວາມ ເຖົ້ານັ້ນບໍ່ດີ
ຕົກອະເວຈີ ກອງໄຟໝໍ້ໃຫຍ່
ລົງໄປໝົກໄໝ້ ຢູ່ນັ້ນແສນກັບ
ດູຮ້າຍອີຫລີ ເຖົ້າມີສົມບັຕ
ແພງໄວ້ໃນຖົງ ບໍ່ຈົງໃຈສ້າງ
ອ້າງແຕ່ວ່າມີ ບໍ່ທອດທານໄປ
ເປັນຕາຍແຕ່ເວົ້າ ໃຈເຖົ້າບໍ່ນຳ
ຈຳແຕ່ລູກຫລານ ຂົນຂວາຍມາໃຫ້
ຄັນໄດ້ແລ້ວ ຕາເຖົ້າວ່າດີ
ມີໃຈຮັກໃຄ່ ຫາໄວ້ໃຫ້ເມັຽ
ເນັຽໆນໍ່າໆ ຄືນຄໍ່າຣາຕຣີ
ອິຕຖິສັງໂຍກ ອາໂພກກາມະຄຸນ
ບໍ່ປຸນຄອງວັດ ບໍ່ບົວຣະບັດ
ພຣະສົງບິນທະບາຕ ເຫັນແລ້ວບໍ່ປະກາດ
ລີ້ຢູ່ໃນເຮືອນ ບໍ່ເຕືອນເຮືອນອື່ນ
ໃຫ້ເພິ່ນໂມທະນາ ສັທທາບໍ່ກວ້າງ
ບໍ່ສ້າງຄອງບຸນ ແມ່ນເປັນຂຸນ
ບໍ່ຢຳຮີຕບ້ານ ເຖົ້ານັ້ນບໍ່ດີ
ຕົກອະເວຈີ ພັນປີບໍ່ມົ້ວ
ເປັນບາບຮ້າຍກວ່າ ຝູງໝູ່ປາປັງ
ທຸກຂັງບໍ່ຂາດ ພຣະບາທເໜືອຫົວ
ພຸທໂທຈອມແກ້ວ ພຣະສັ່ງແລ້ວໃຫ້ຈື່ຈຳເອົາ
ເນີເຈົ້າປູ່ເອີຍ ອັນຮີຕຄອງເປັນຂອງຜູ້ເຖົົ້າ
ຫລານຈະເວົ້າ ເມືອໜ້າຕໍ່ໄປ
ຫລານຈັງໄຮ ແຕ່ງກາບສອນປູ່
ຟັງທີ່ແທ້ ຄືແມ່ນຄວາມຫລານ
ປູ່ໃຈບານ ຊື່ນຊົມຄີຄ້ອຍ
ເຈົ້າຫລານນ້ອຍ ຢ່າຊ້າວ່າໄປ
ປູ່ເຕັມໃຈຢາກຟັງສູ່ມື້ ປູ່ບໍ່ດື້ຫລານນ້ອຍຈົ່ງສອນ
ຫລອນອອນຊອນ ປູ່ວອນຈີໃຈ້
ຫລານຄຶດໄດ້ ຕິດຕໍ່ເປັນກອນ
ເປັນຄຳສອນ ສືບໄປພາຍໜ້າ
ມີດນ້ອຍໆ ຟັນເຂົ້າ ກໍບໍ່ນັບ
ຜູ້ເຖົ້າກ່າວ ຄຳຫານ ກໍບໍ່ນັບ
ປູມຫລວງບອກ ທ້ອງປ້າງ ກໍບໍ່ນັບ
ແມ່ຮ້າງບອກ ສເນ ກໍບໍ່ນັບ
ຄົນໂລເລບອກສອນ ຄວາມຮູ້ ກໍບໍ່ນັບ
ຄົນລົບລູ່ຊີ້ບອກ ທາງບຸນ ກໍບໍ່ນັບ
ຄົນເປັນຊຸມຊີ້ບອກ ທາງຄ້າ ກໍບໍ່ນັບ
ຄົນຮັ່ງມີກິນທານ ບໍ່ໄດ້ ກໍບໍ່ນັບ
ຄົນຂີ້ໄຮ້ອວດອ້າງ ຮັ່ງມີ ກໍບໍ່ນັບ
ຄົນມັກອ້າງຍ້ອງ ແຕ່ຕົວດີ ກໍບໍ່ນັບ
ເປັນອາຈາຣຫາກິນ ແຕ່ເຫລົ້າ ກໍບໍ່ນັບ
ເປັນຜູ້ເຖົ້າຄວາມຮູ້ ບໍ່ຖາມ ກໍບໍ່ນັບ
ເປັນສຳພານລູກວັດ ບໍ່ຢ້ານ ກໍບໍ່ນັບ
ເປັນພໍ່ບ້ານປາກ ບໍ່ເປັນທັມ ກໍບໍ່ນັບ
ເປັນໝໍລຳຫາ ຄົນຟັງບໍ່ໄດ້ ກໍບໍ່ນັບ
ຄວາມຮູ້ມາກກາຣບາບ ບໍ່ຢຳ ກໍບໍ່ນັບ
ຄົນຮຽນທັມອວດ ແຕ່ຄຳເວົ້າ ກໍບໍ່ນັບ
ຄົນເປັນມິຕ ຕໍ່ໜ້າວ່າດີ ກໍບໍ່ນັບ
ລົງເຮືອນໜີ ນິນທາສົ່ງໃຫ້ ກໍບໍ່ນັບ
ຄົນຢູ່ໃກ້ສໍ່ສຽດ ຊັງກັນ ກໍບໍ່ນັບ
ຄົນນິນທາຕຽນຂວັນ ຊາວບ້ານ ກໍບໍ່ນັບ
ຄົນຂີ້ຢ້ານພາໝູ່ ຕົກໃຈ ກໍບໍ່ນັບ
ຄົນຈັງໄຮພໍ່ແມ່ ບໍ່ລ້ຽງ ກໍບໍ່ນັບ
ຄົນປາກກ້ຽງ ຍ້ອງແຕ່ໂຕເອງ ກໍບໍ່ນັບ
ຄົບນັກເລງ ພາເມັຽທຸກໄຮ້ ກໍບໍ່ນັບ
ຄົນມັກໄດ້ ຂີ້ຄ້ານທຳງານ ກໍບໍ່ນັບ
ຄົນບໍ່ຢຳ ພຣະສັງຄະເຈົ້າ ກໍບໍ່ນັບ
ຄົນມັກເວົ້າ ຂົ່ມເພິ່ນຍໍໂຕ ກໍບໍ່ນັບ
ຄົນໂທໂສ ອວດຕົນເກັ່ງກ້າ ກໍບໍ່ນັບ
ຄົນເປັນບ້າ ຂົນບາບໃສ່ຫົວ ກໍບໍ່ນັບ
ຄົນຂີ້ຕົວະ ຫາສີລບໍ່ໄດ້ ກໍບໍ່ນັບ
ເຖົ້າແກ່ແລ້ວ ຫລົງໂລບເມັຽສາວ ກໍບໍ່ນັບ
ເຖົ້າຫົວຂາວ ມັກເຝືອນຫາຊູ້ ກໍບໍ່ນັບ
ເຖົ້າສູ້ລູ້ ນອນສ້ວມນຳເມັຽ ກໍບໍ່ນັບ
ເຖົ້າຫົວເສັຽ ສີລທານບໍ່ສ້າງ ກໍບໍ່ນັບ
ເຖົ້າຮ້າງບ້ານ ຫາຮັ່ງຫາມີ ກໍບໍ່ນັບ
ເຖົ້າອັບປີ ຂ້າສັຕກິນເຫລົ້າ ກໍບໍ່ນັບ
ເຖົ້າຄາງວໍ້າ ຕຶກຊ້ອນຕຶກແຫ ກໍບໍ່ນັບ
ເຖົ້າແຕແຊ ວາງຫລານບໍ່ໄດ້ ກໍບໍ່ນັບ
ເຖົ້າຄົນໃບ້ ຮັກເພິ່ນຊັງໂຕ ກໍບໍ່ນັບ
ເຖົ້າໂມໂຫ ຄວາມຕາຍບໍ່ຢ້ານ ກໍບໍ່ນັບ
ເຖົ້າອູດອູ້ ຫາສ້າງແຕ່ເວຣ ກໍບໍ່ນັບ
ເຖົ້າທຳເຂັນ ສອນແຕ່ຜູ້ອື່ນ ກໍບໍ່ນັບ
ເຖົ້າຢ້ານລື່ນ ການໄຮ່ການສວນ ກໍບໍ່ນັບ
ເຖົ້າຊັກຊວນ ລູກຫລານໄປຄ້າ ກໍບໍ່ນັບ
ເຖົ້າເກັ່ງ ສີລຫ້າບໍ່ມີ ກໍບໍ່ນັບ
ເຖົ້າໃຈມາຣ ບຸນໂຕບໍ່ເວົ້າ ກໍບໍ່ນັບ
ເຖົ້າເຄົ້າເມົ້າ ນັ່ງເຝົ້າແຕ່ເຮືອນ ກໍບໍ່ນັບ
ເຖົ້າບິດເບືອນ ຟັງທັມບໍ່ໄດ້ ກໍບໍ່ນັບ
ເຖົ້າເຫັນໃກ້ ພາຍໜ້າບໍ່ຫລຽວ ກໍບໍ່ນັບ
ເຖົ້າຄັນຄຽວ ສາມຊາວວ່າໜຸ່ມ ກໍບໍ່ນັບ
ຂອງໝູ່ນີ້ ຄົນເຖົ້າຢ່າທຳ
ຫລານບໍ່ຢ່າເຫຕເຖົ້າຜິດຮີຕ
ຮີດຜູ້ເຖົ້າ ມີແທ້ບໍ່ຫລາຍ
ອະທິບາຍ ຫລານຈຳຈື່ໄດ້
ໃຫ້ຜູ້ເຖົ້າ ອວນລູກອວນຫລານ
ອວນກິນທານ ທຳບຸນຢ່າຄ້ານ
ຊວນລູກບ້ານ ໃສ່ບາຕທຸກວັນ
ຊວນລູກຫລານ ຟັງທັມຢ່າຂາດ
ໃຫ້ສລາດ ຫົນແຫ່ງທາງຂຸນ
ໃຈເປັນບຸນ ເມຕຕາແຜ່ກວ້າງ
ຢ່າອ້າງຍ້ອງວ່າໂຕດີ
ຜູ້ກະດັດຍັງມີບໍ່ຮູ້
ຜູ້ກະດໍ້ມີມາກເຫລືອຫລາຍ
ຄົນໃນເມືອງ ເຫລືອຫລາຍພາຍມາກ
ຄວາມຮູ້ນີ້ ບໍ່ສຸດກັບໃຜ
ຫລານ ຊີ້ໄຂເປັນທັມບໍ່ບ່ຽງ
ຍັງທ່ຽງແທ້ຕັ້ງແຕ່ນິພພານ
ຂອງກິນທານ ຫາມາຢ່າຂາດ
ຢ່າປະມາທໃນແກ້ວທັງສາມ
ໝັ່ນໄຕ່ຖາມກາຣບຸນບໍ່ຄ້ານ
ເຖົ້າຮາກບ້ານສີລຫ້າບໍ່ໄລ
ເຖົ້າໃຈໃສສັຕເປັນບໍ່ຂ້າ
ເຖົ້າບໍ່ບ້າລັກສິ່ງຂອງໃຜ
ຕາມວິສັຍເມັຽເພິ່ນເຖົ້າເວັ້ນ
ບໍ່ກ່າວເຫລັ້ນຄຳລ່າຍຄຳພາງ
ເຖົ້າຮູ້ທາງສຸຣາບໍ່ເສພ
ເຖົ້າຮູ້ຮີຕບໍ່ຈ່າຍເງີນແດງ
ເຖົ້າຮູ້ຄອງບໍ່ແປງເງິນດ້ວງ
ເຖົ້າໃຈກວ້າງ ບໍ່ເຫັນແກ່ມີ
ເຖົ້າໃຈດີ ຢຳຄຳປາກເວົ້າ
ເຖົ້າສຸພາບເຕືອນລູກເຕືອນຫລານ ໃຫ້ກິນທານ ຖືສີລຕັກບາຕ
ເຖົ້າສລາດເຂົ້າວັດຟັງທັມ ເຫັນພຣະສົງຍໍມືນົບໄຫວ້
ເຖົ້າຮູ້ຮີດບໍ່ໃຫ້ຮີດໝອງ ເຖົ້າຮູ້ຄອງ ບໍ່ໃຫ້ຄອງເສົ້າ
ຕາມຫລານເວົ້າມາແລ້ວແມ່ນຄອງ
ຫລານ ຜິປອງນົບຢຳປານແກ້ວ
ຫລານຮູ້ແລ້ວນົບຂາບບູຊາ ຂໍສົມມາວ່າຕາວ່າປູ່
ບໍ່ລົບລູ່ ຍົກໄວ້ເທິງຫົວ ຫລານບໍ່ຕົວະນົບຫາສູ່ມື້
ຫລານບໍ່ດື້ ນົບໃຫ້ເປັນຄຣູ
ຫລານອີດູຕົນ ແຕ່ທາງໜ້າ ໃຈຫຍາບຊ້າຈົນເຖົ້າຈົນຕາຍ
ບາດລາວຕາຍຄົນດຽວເຄົ້າເມົ້າ ຫາຜູ້ເວົ້ານຳກົ້ນບໍ່ມີ
ອະເວຈີເປັນເຮືອນບໍ່ພົ້ນ ເຫຕໂລພລົ້ນໃຈບາບສາມານ
ເຮົາລູກຫລານເກີດມາພາຍຊ້ອຍ ຍັງໜຸ່ມນ້ອຍ ຄວາມຮູ້ບໍ່ຫລາຍ
ເຫັນມີມາໃນຄຳຂອງພຣະເຈົ້າ ເຖົ້າເກົ່າເວົ້າ ປາງນັ້ນສືບມາ
ສາສນາລ່ວງໄປພາຍໜ້າ ມາຮອດເທົ້າສັກຣາຊສອງພັນ
ຄອງພຣະສົງຍັງມີທັດທ່ຽງ ບໍ່ບ່ຽງຖ້ອຍຕັ້ງຕໍ່ນິພພານ
ຝູງຄົນມາຣເກີດມາຜ່າທ່ອງ ທ່ອງນຶ່ງນັ້ນມີແຕ່ຄົນບຸນ
ໃຜເປັນຂຸນບໍ່ໃຈສລາດ ພຣະບາທເຈົ້າອົງຢູ່ສເວີຍເມືອງ
ຄຳແຄ້ນເຄືອງມີໃຈຮັກໄພ່ ຄົນພວກນັ້ນຍັງມາກໜັກໜາ
ໃນໂລກາເງິນຄຳບໍ່ໄຮ້ ໃຕ້ລຸ່ມຟ້າສຸກລ້ວນສູ່ເມືອງ
ຄຳແຄ້ນເຄືອງ ບໍ່ມີສັກຢາດ ພຣະບາທໄທ້ໄວ້ເທສນາ
ສາສນາລ່ວງກາຍໄປໜ້າ ນ້ອຍບໍ່ຊ້າໄປຮອດສາມພັນ
ພວກຄົນບຸນເກີດມາມີນ້ອຍ ຄົນບາບນັ້ນມີມາກເຫລືອຫລາຍ
ທັງຍິງຊາຍດັ່ງດຽວກັນນັ້ນ ໃຈເຂົາສັ້ນກີ້ວໂກທໂກທາ
ເທວະດາລົງມາຈາກຟ້າ ນັບອ່ານໄດ້ສູນແປດໝື່ນປາຍ
ລົງມາຢາຍຄວາມຮັກຢ້ຽມຍໍ່ ມາສັບສໍ່ແຈ້ງເຍື່ອງຝູງຄົນ
ມາບັນດົນຝູງຄົນໃນໂລກ ໃຫ້ໂລບລ້ຽວປີ້ນແປ້ໄປມາ
ທັງເສນາຂຸນກວານນ້ອຍໃຫຍ່ ທັງຂ້າໄພ່ຝູງໝູ່ຊາວເມືອງ
ທັງຜ້າເຫລືອງດາບົສນັກບວຊ ໃຈຊວດພົ້ນລະຮີຕລະຄອງ
ເທວີຮອງກະສັດເຈົ້າຟ້າ ໃຈເກັ່ງກ້າທຳບາບທຸກຄົນ
ໃຜໃຈບຸນບັງເກີດທຸກໄຮ້ ໃຜທຳບາບບັງເກີດເປັນດີ
ເປັນເສຕຖີເງິນຄຳບໍ່ໄຮ້ ໄດ້ຂ້ອຍຂ້າຊ້າງມ້າມາກຫລາຍ
ທັງຍິງຊາຍດັ່ງດຽວກັນນັ້ນ ໃຜເປັນຂຸນໃຈບຸນນັກປຣາຊ
ໃຈສລາດຕັ້ງແຕ່ເວລາ ເທວະດາຝູງມາມີນ້ອຍ
ຕາຍຈາກຊາຕຂຶ້ນສູ່ສວັນ ທັງອິນທາໂມທະນາພໍ່າພ້ອມ
ມານັ່ງລ້ອມນາງຟ້າໝື່ນຄົນ
ອຸປະຊົນທຸກຄົນທຳບາບ ຕາຍຈາກຊາຕລົງສູ່ອະເວຈີ
ໃນແສນປີທຸກຢູ່ບໍ່ແລ້ວ ພຣະແກ່ນແກ້ວຕົນຊື່ເມຕໄຕຣ
ລົງມາຕັດໂຜດຄົນທັງໂລກ ພຣະບໍ່ໂຜດເຂົາໄດ້ດີຫລີ
ຫລານບໍ່ມີມົວເມົາທຳບາບ ເກີດຊາດນີ້ເວັ້ນຫາກຈຳເປັນ
ເວຣແຕ່ຫລັງມາທັນຊາຕນີ້ ອົດຢູ່ນີ້ນຳໝູ່ຄົນມາຣ
ໃຈເຮົາຫລານຍັງຄົງທັດທ່ຽງ ໃຈທ່ຽງແທ້ຕັ້ງຕໍ່ນິພພານ
ຫລານເປັນຂຸນທຳໃຈແຜ່ກວ້າງ ບໍ່ອວດອ້າງເວົ້າວ່າໃຜດີ
ໃນຂັນຕິຫລານພຽນເອົາໄດ້ ຄຶດຊອກໃຊ້ສີລຫ້າບໍ່ໄລ
ໃນສະຖານິຈສາຈາຣບາບ ຫລານຜາບແພ້ຝູງໝູ່ຕັນຫາ
ທັງສຸຣາມຸສາຕົວະລ່າຍ ອະທິນນາ ຝູງໃດເປັນບາບ
ຫລານຫລີກໄດ້ຝູງນັ້ນທຸກອັນ ອັສຈັນແຕ່ກາຣເຈົ້າຟ້າ
ນ້ອຍບໍ່ຊ້າຈັກຂ້າຈັກຕີ ຝູງນາຍເຂົາປາກດີບໍ່ໄດ້
ຄິດຖີ່ແທ້ຝູງນັ້ນທຳກາຣ
ນ້ອຍບໍ່ນານຈັກມາເຊົາຍັ້ງ ກັ້ງບໍ່ໄດ້ຈັກໝູ່ຈັກຄົນ
ຝູງຄົນມີທາສີສິນໄຖ່ ຍັງໃຄ່ໄດ້ເອົາວຽກກາຣຕົນ
ອຸປະຊົນເຂົາໄດ້ເປັນໃຫຍ່ ຝູງໝູ່ໄພ່ເຂົາໄດ້ເປັນກວານ
ງົວຄວາຍແພງກວ່າຊ້າງກວ່າມ້າ ຂ້າແພງຄ່າກວ່າບົວກວ່ານາງ
ຄົນສາມານມັກຮູ້ປາກກ້ຽງ ພຣະບາທລ້ຽງເຂົາໄວ້ວ່າດີ
ຝູງຄົນດີເປັນໃຈນັກປຣາຊ ໃຈສລາດຮູ້ຮີຕຄອງເມືອງ
ພຣະບຸນເຮືອງບໍ່ມີປາກເວົ້າ ຝູງຜູ້ເຖົ້າທ່ານບໍ່ກູນາ
ຝູງໂກທາເປັນຄົນສາໂຫດ ພຣະໂຜດລ້ຽງເຂົານັ້ນສູ່ຄົນ
ອຸປະຊົນຝູງມາຣຂົ່ມໄດ້ ພຣະແກ່ນໄທ້ຍັງວ່າເຂົາດີ
ຊີຫລວງຕາໄດ້ເປັນເຈົ້າວັດ ຄອງບໍ່ຄັດມ້າງຮີຕຄອງທັມ
ຄົນພາລາທຳກັມໃນເຂຕ ພຣະເທສໄວ້ພາຍຊ້ອຍສາສນາ
ຫລານຈຶ່ງຫາຈື່ຈຳເອົາໄວ້ ສອນແກ່ນໄທ້ເຈົ້າປູ່ພາຍລຸນ
ໃຜເປັນຂຸນຮໍ່າເພິງໃຫ້ຮອດ ໃຜຄິດຊອດແມ່ນຍອດຄອງທັມ
ໃຫ້ຈື່ຈຳຄຳຫລານສອນບອກ ສາສນາລ່ວງກາຍໄປໜ້າ
ນ້ອຍບໍ່ຊ້າຮອດສີ່ພັນປາຍ ຝູງພຣະສົງຄົນດີມີນ້ອຍ
ຄົນຖ່ອຍນັ້ນມີແທ້ມາກຫລາຍ ຝູງຍິງຊາຍເກີດມາປາງນັ້ນ
ອາຍຸສັ້ນຈິງແທ້ອີຫລີ
ຍິງສິບປີເອົາຊາຍນອນຊ້ອນ ເປັນເຫຕຮ້ອນມາຣຫາກບັນດົນ
ຝູງຄົນຊາຍເກີດມາເກັ່ງກ້າ ທ້າແຕ່ຂ້າທ້າແຕ່ຟັນກັນ
ຝູງພຣະສົງອົງເປັນນັກບວຊ ໃຈສວດພົ້ນປີ້ນແປ້ໄປມາ
ທັງເສນາວ່າເປັນນັກປຣາຊ ຄິດສລາດມ້າງຮີຕຄອງເມືອງ
ພຣະບຸນເຮືອງອົງເປັນເຈົ້າຟ້າ ໃຈໂກທກ້າຕັ້ງແຕ່ເລວກັນ
ເວຣນຳທັນຕັນຫາແກ່ກ້າ ຫລານກັບນ້າປາງນັ້ນບໍ່ອາຍ
ຝູງແມ່ນາຍເອົາຫລານນອນຊ້ອນ ເປັນເຫຕຮ້ອນປາງນັ້ນບໍ່ງາມ
ຝູງຊາຍນາມໃຈຊູເອື້ອຍອ້າຍ ກັບນ້ອງນ້ອຍນອນສ້ວມຮ່ວມກັນ
ສາສນາລ່ວງກາຍໄປໜ້າ ຕາບຕໍ່ເທົ້າເຂົ້າເຂຕຫ້າພັນ
ພຣະເມຕໄຕຣລົງມາຜາຍໂຜດ ຄົນປາງນັ້ນຄັ້ງຢູ່ໃນທັມ
ກະສັຕຕາບໍ່ທຳໃຈບາບ ພຣະຜາບແພ້ມາຣຮ້າຍອ່ອນໂຍນ
ໂສມະນາ ບໍ່ດີມີນ້ອຍ ຄົນຖ່ອຍນັ້ນຍັກຂ້າກິນເສັຽ
ໃຜເປັນເພັຽເກີດມາຮ່ວມເຈົ້າ ບຸນແຕ່ເຄົ້າປາງກ່ອນນຳມາ
ໃນໂລກາຄົນເຮົາບໍ່ຮ້າຍ
ກາບອັນນີ້ ແມ່ນນັກປຣາຊຫາ ແກ້ວດວງຕາ ຢູ່ເມືອງລ້ານຊ້າງ
ເປັນກາບອ້າງສອນປູ່ສອນຫລານ
ເອີ້ນຄຳຂານວ່າຫລານສອນປູ່ ເປັນຮ່ອມຮູ້ ຄົນຢູ່ພາຍລຸນ
ເປັນຂຸນກວານສືບເມືອພາຍໜ້າ ບໍ່ຮູ້ຫລ້າໃຜເກີດພາຍຫລັງ
ບຸນໃຜຍັງຫາກໄດ້ເປັນໃຫຍ່ ໃຫ້ຮັກໄພ່ຝູງໝູ່ວົງສາ
ຮັກລຸງຕາອາອາວພີ່ນ້ອງ ໃຫ້ຄ່ອຍນ້ອມຫາເຈົ້າບັນດິຕ
ຢ່າໃຫ້ຜິດຝູງຄົນນັກປຣາຊ ຢ່າປາກກ້າຂົ່ມເພິ່ນຍໍໂຕ
ລູກຫລານກູບຸນໃຜແກ່ກ້າ ເມືອພາຍໜ້າໃຫ້ຈື່ຈຳເອົາ
ຍາກປາງນີ້ຢ່າວ່າຍາກຫລາຍ ອະທິບາຍສີລທັມເມືອໜ້າ
ຍາກຖ້ວນໜ້າບໍ່ທໍ່ໃນຄອງ ໃຜຊ່າງປອງໃຈພຽນຈຶ່ງໄດ້
ໃຜຂີ້ຄ້ານບຸນເຈົ້າເສື່ອມລົງ ເຮົາປະສົງສອນຄົນພາຍຊ້ອຍ
ຄວາມຮູ້ນ້ອຍແກ້ກາບຄວາມຫາ ແກ້ວດວງຕາ ເພ່ິນເປັນຄຣູເຄົ້າ
ເຮົາຈຶ່ງເວົ້າຫາຕື່ມຫາແຖມ ຫາສ້ອມແຊມຄວາມຜິດຄວາມຖືກ
ຄຳລຶກລົ້ນເຮົາເວັ້ນບໍ່ຂຽນ ເຮົາຈັກພຽນລົງພິມໄວ້ອ່ານ
ເຮົາເປັນທ່ານເມືອງນອກເມືອງໃນ ມີໃຈໃສສັດທາແຜ່ກວ້າງ
ຄຶດຮອດເຈົ້າຄົນຕົ້ນແຕ່ງກອນ
ເປັນຄຳສອນຖືກຄອງເຮົາຮູ້ ເຮົາຈຶ່ງສູ້ອົດຫລັບອົດນອນ
ກ່າຍກາບກອນລົງພິມເປັນແບບ ໃຜພົບພໍ້ບຸນສ້າງກ່ອນມາ
ໂຍຕິກາບັ້ນ ຄຳຫລານສອນປູ່ ແລ້ວທໍ່ນີ້
ຖວາຍໄວ້ທີ່ຄວນ ກ່ອນແລ..ຯ