ພຣະຄາຖາຍອດພຣະກັນໄຕຣປິດົກ
1. ອິຕິປິ ໂສ ພະຄະວາ ອະຣະຫັງ ວັຈຈະໂສ ພະຄະວາ
ອິຕິປິ ໂສ ພະຄະວາ ສັມມາສັມພຸທໂທ ວັຈຈະໂສ ພະຄະວາ
ອິຕິປິ ໂສ ພະຄະວາ ວິຊຊາຈະຣະນະ ສັມປັນໂນ ວັຈຈະໂສ ພະຄະວາ
ອິຕິປິ ໂສ ພະຄະວາ ສຸຄະໂຕ ວັຈຈະໂສ ພະຄະວາ
ອິຕິປິ ໂສ ພະຄະວາ ໂລກະວິທູ ວັຈຈະໂສ ພະຄະວາ,
ພຣະຜູ້ມີພຣະພາຄເຈົ້ານັ້ນເປັນຜູ້ໄກ ຈາກກິເລສ; ພຣະຜູ້ມີພຣະພາຄເຈົ້ານັ້ນຜູ້ຊົງຕັສຮູ້ເອງໂດຍຊອບ; ພຣະຜູ້ມີພຣະພາຄເຈົ້ານັ້ນ ຊົງເຖິງພ້ອມດ້ວຍຄວາມຮູ້ແລະຄວາມປະພຶດ; ພຣະຜູ້ມີພຣະພາຄເຈົ້ານັ້ນຜູ້ ສະເດັດໄປດີແລ້ວ; ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນຜູ້ຮູ້ແຈ້ງໂລກ;
2. ອະຣະຫັນຕັງ ສະຣະນັງ ຄັຈສາມິ ອະຣະຫັນຕັງ ສິຣະສາ ນະມາມິ
ສັມມາສັມພຸທທັງ ສະຣະນັງ ຄັຈສາມິ ສັມມາສັມພຸທທັງ ສິຣະສາ ນະມາມິ
ວິຊຊາຈະຣະນະ ສັມປັນນັງ ສະຣະນັງ ຄັຈສາມິ ວິຊຊາຈະຣະນະ ສັມປັນນັງ ສິຣະສາ ນະມາມິ
ສຸຄະຕັງ ສະຣະນັງ ຄັຈສາມິ ສຸຄະຕັງ ສິຣະສາ ນະມາມິ
ໂລກະວິທັງ ສະຣະນັງ ຄັຈສາມິ ໂລກະວິທັງ ສິຣະສາ ນະມາມິ,
ຂ້າພະເຈົ້າຂໍເຖິງພຣະອົງຄ໌ ຜູ້ເປັນພຣະອໍຣະຫັນຕ໌ ວ່າເປັນທີ່ເພິ່ງກຳຈັດພັຍໄດ້ຈິງ ຂ້າພະເຈົ້າຂໍນອບນ້ອມພຣະອົງຄ໌ ຜູ້ເປັນພຣະອໍຣະຫັນຕ໌ດ້ວຍສຽນເກົ້າ;
ຂ້າພະເຈົ້າຂໍເຖິງພຣະອົງຄ໌ ຜູ້ຊົງຕັສຮູ້ເອງໂດຍຊອບ ວ່າເປັນທີ່ເພິ່ງກຳຈັດພັຍໄດ້ຈິງ ຂ້າພະເຈົ້າຂໍນອບນ້ອມພຣະອົງຄ໌ ຜູ້ຕັສຮູ້ເອງໂດຍຊອບດ້ວຍສຽນເກົ້າ;
ຂ້າພະເຈົ້າຂໍເຖິງພຣະອົງຄ໌ ຜູ້ເຖິງພ້ອມດ້ວຍຄວາມຮູ້ແລະຄວາມປະພຶດ ວ່າເປັນທີ່ເພິ່ງກຳຈັດພັຍໄດ້ຈິງ ຂ້າພະເຈົ້າຂໍນອບນ້ອມພຣະອົງຄ໌ ຜູ້ເຖິງພ້ອມດ້ວຍຄວາມຮູ້ແລະຄວາມປະພຶດດ້ວຍສຽນເກົ້າ; ຂ້າພະເຈົ້າຂໍເຖິງພຣະອົງຄ໌ ຜູ້ສະເດັດໄປດີແລ້ວ ວ່າເປັນທີ່ເພິ່ງກຳຈັດພັຍໄດ້ຈິງ ຂ້າພະເຈົ້າຂໍນອບນ້ອມພຣະອົງຄ໌ ຜູ້ສະເດັດໄປດີແລ້ວ ດ້ວຍສຽນເກົ້າ;
ຂ້າພະເຈົ້າຂໍເຖິງພຣະອົງຄ໌ ຜູ້ຮູ້ແຈ້ງໂລກ ວ່າເປັນທີ່ເພິ່ງກຳຈັດພັຍໄດ້ຈິງ ຂ້າພະເຈົ້າຂໍນອບນ້ອມ ພຣະອົງຄ໌ ຜູ້ຮູ້ແຈ້ງໂລກ ດ້ວຍສຽນເກົ້າ;
3. ອິຕິປິ ໂສ ພະຄະວາ ອະນຸຕຕະໂຣ ວັຈຈະໂສ ພະຄະວາ
ອິຕິປິ ໂສ ພະຄະວາ ປຸຣິສະທັມມະ ສາຣະຖີ ວັຈຈະໂສ ພະຄະວາ
ອິຕິປິ ໂສ ພະຄະວາ ສັຕຖາ ເທວະ ມະນຸສສານັງ ວັຈຈະໂສ ພະຄະວາ
ອິຕິປິ ໂສ ພະຄະວາ ພຸທໂທ ວັຈຈະໂສ ພະຄະວາດ,
ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນອະນຸຕຕະໂຣ ຄືຍອດຢ້ຽມ ເປັນຜູ້ສາມາດຝຶກບຸຣຸສ ພຣະຜູ້ມີ ພຣະພາຄເຈົ້ານັ້ນ ເປັນນາຍສາຣະຖີຜູ້ຝຶກບຸຣຸສ
ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນສາສດາຂອງເທວະດາ ແລະ ມະນຸສທັງຫລາຍ ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນຜູ້ຕື່ນຈາກກິເລສ
4. ອະນຸຕຕະຣັງ ສະຣະນັງ ຄັຈສາມິ ອະນຸຕຕະຣັງ ສິຣະສານະມາມິ
ປຸຣິສະທັມມະສາຣະຖີ ສະຣະນັງ ຄັຈສາມິ ປຸຣິສະທັມມະສາຣະຖີ ສິຣະສາ ນະມາມິ
ສັຕຖາເທວະມະນຸສສານັງ ສະຣະນັງ ຄັຈສາມິ ສັຕຖາເທວະມະນຸສສານັງ ສິຣະສາ ນະມາມິ
ພຸທທັງ ສະຣະນັງ ຄັຈສາມິ ພຸທທັງ ສິຣະສາ ນະມາມິ,
ຂ້າພະເຈົ້າຂໍຖືພຣະອົງຄ໌ ຜູ້ຍອດຢ້ຽມ ວ່າເປັນທີ່ເພິ່ງກຳຈັດພັຍໄດ້ຈິງ
ຂ້າພະເຈົ້າຂໍນອບນ້ອມພຣະອົງຄ໌ ຜູ້ຍອດຢ້ຽມ ດ້ວຍສຽນເກົ້າ;
ຂ້າພະເຈົ້າຖືພຣະອົງຄ໌ ຜູ້ເປັນນາຍສາຣະຖີຜູ້ຝຶກບຸຣຸສວ່າເປັນທີ່ເພິ່ງກຳຈັດພັຍໄດ້ຈິງ
ຂ້າພະເຈົ້າຂໍນອບນ້ອມພຣະອົງຄ໌ ຜູ້ເປັນນາຍສາຣະຖີຜູ້ຝຶກບຸຣຸສວ່າ ດ້ວຍສຽນເກົ້າ;
ຂ້າພະເຈົ້າຖືພຣະອົງຄ໌ ຜູ້ເປັນສາສດາຂອງເທວະດາແລະມະນຸສວ່າເປັນທີ່ເພິ່ງກຳຈັດພັຍໄດ້ຈິງ;
ຂ້າພະເຈົ້າຂໍນອບນ້ອມພຣະອົງຄ໌ ຜູ້ເປັນສາສດາຂອງເທວະດາແລະມະນຸສດ້ວຍສຽນເກົ້າ;
ຂ້າພະເຈົ້າຖືພຣະອົງຄ໌ ຜູ້ຕື່ນຈາກກິເລສ ວ່າເປັນທີ່ເພິ່ງກຳຈັດພັຍໄດ້ຈິງ;
ຂ້າພະເຈົ້າຂໍນອບນ້ອມພຣະອົງຄ໌ ຜູ້ຕື່ນຈາກກິເລສ ດ້ວຍສຽນເກົ້າ;
5. ອິຕິປິ ໂສ ພະຄະວາ ອິຕິປິ ໂສ ພະຄະວາ ຣູປະຂັນໂທ ອະນິຈຈະລັກຂະນະ ປາຣະມີ ຈະ ສັມປັນໂນ
ອິຕິປິ ໂສ ພະຄະວາ ອິຕິປິ ໂສ ພະຄະວາ ເວທະນາຂັນໂທ ອະນິຈຈະລັກຂະນະ ປາຣະມີ ຈະ ສັມປັນໂນ
ອິຕິປິ ໂສ ພະຄະວາ ອິຕິປິ ໂສ ພະຄະວາ ສັນຍາຂັນໂທ ອະນິຈຈະລັກຂະນະ ປາຣະມີ ຈະ ສັມປັນໂນ
ອິຕິປິ ໂສ ພະຄະວາ ອິຕິປິ ໂສ ພະຄະວາ ສັງຂາຣະຂັນໂທ ອະນິຈຈະລັກຂະນະ ປາຣະມີ ຈະ ສັມປັນໂນ
ອິຕິປິ ໂສ ພະຄະວາ ອິຕິປິ ໂສ ພະຄະວາ ວິນຍານະຂັນໂທ ອະນິຈຈະລັກຂະນະ ປາຣະມີ ຈະ ສັມປັນໂນ
ອິຕິປິ ໂສ ພະຄະວາ,
ພຣະຜູ້ມີພຣະພາຄເຈົ້ານັ້ນ ຣູປຂັນທ໌ ເປັນອະນິຈຈະລັກສນະ ແຕ່ ພຣະບາຣະມີເຖິງພ້ອມແລ້ວ
ພຣະຜູ້ມີພຣະພາຄເຈົ້ານັ້ນ ເວທະນາຂັນທ໌ ເປັນອະນິຈຈະລັກສນະ ແຕ່ ພຣະບາຣະມີເຖິງພ້ອມແລ້ວ; ພຣະຜູ້ມີພຣະພາຄເຈົ້ານັ້ນ ສັນຍາຂັນທ໌ ເປັນອະນິຈຈະລັກສນະ ແຕ່ ພຣະບາຣະມີເຖິງພ້ອມແລ້ວ; ພຣະຜູ້ມີພຣະພາຄເຈົ້ານັ້ນ ສັງຂາຣຂັນທ໌ ເປັນອະນິຈຈະລັກສນະ ແຕ່ ພຣະບາຣະມີເຖິງພ້ອມແລ້ວ; ພຣະຜູ້ມີພຣະພາຄເຈົ້ານັ້ນ ວິນຍານຂັນທ໌ ເປັນອະນິຈຈະລັກສນະ ແຕ່ ພຣະບາຣະມີເຖິງພ້ອມແລ້ວ;
6. ອິຕິປິ ໂສ ພະຄະວາ ປະຖະວີ ຈັກກະວາລະ ຈາຕຸມະຫາຣາຊິກາ ຕາວະຕິງສາ ທາຕຸ ສັມມາທິຍານະ ສັມປັນໂນ
ອິຕິປິ ໂສ ພະຄະວາ ເຕໂຊຈັກກະວາລະ ຈາຕຸມະຫາຣາຊິກາ ຕາວະຕິງສາ
ອິຕິປິ ໂສ ພະຄະວາ ວາໂຍຈັກກະວາລະ ຈາຕຸມະຫາຣາຊິກາ ຕາວະຕິງສາ ທາຕຸ ສັມມາທິຍານະ ສັມປັນໂນ
ອິຕິປິ ໂສ ພະຄະວາ ອາໂປຈັກກະວາລະ ຈາຕຸມະຫາຣາຊິກາ ຕາວະຕິງສາ ທາຕຸ ສັມມາທິຍານະ ສັມປັນໂນ
ອິຕິປິ ໂສ ພະຄະວາ ອາກາສະຈັກກະວາລະ ຈາຕຸມະຫາຣາຊິກາ ຕາວະຕິງສາ ທາຕຸ ສັມມາທິຍານະ ສັມປັນໂນ,
ພຣະຜູ້ມີພຣະພາຄເຈົ້ານັ້ນ ຊົງເຖິງພ້ອມດ້ວຍທັມທີ່ເປັນທາຕ ຄື ດິນ ຈັກກະວາລ ເທວະໂລກຊັ້ນຈາຕຸມ ມະຫາຣາຊິກາ ແລະ ຊັ້ນດາວະດືງສ໌;
ພຣະຜູ້ມີພຣະພາຄເຈົ້ານັ້ນ ຊົງເຖິງພ້ອມດ້ວຍທັມທີ່ເປັນທາຕ ຄື ໄຟ ຈັກກະວາລ ເທວະໂລກຊັ້ນຈາຕຸມ ມະຫາຣາຊິກາ ແລະ ຊັ້ນດາວະດືງສ໌;
ພຣະຜູ້ມີພຣະພາຄເຈົ້ານັ້ນ ຊົງເຖິງພ້ອມດ້ວຍທັມທີ່ເປັນທາຕ ຄື ລົມ ຈັກກະວາລ ເທວະໂລກຊັ້ນຈາຕຸມ ມະຫາຣາຊິກາ ແລະ ຊັ້ນດາວະດືງສ໌;
ພຣະຜູ້ມີພຣະພາຄເຈົ້ານັ້ນ ຊົງເຖິງພ້ອມດ້ວຍທັມທີ່ເປັນທາຕ ຄື ນໍ້າ ຈັກກະວາລ ເທວະໂລກຊັ້ນຈາຕຸມ ມະຫາຣາຊິກາ ແລະ ຊັ້ນດາວະດືງສ໌;
ພຣະຜູ້ມີພຣະພາຄເຈົ້ານັ້ນ ຊົງເຖິງພ້ອມດ້ວຍທັມທີ່ເປັນທາຕ ຄື ອາກາສ ຈັກກະວາລ ເທວະໂລກຊັ້ນຈາຕຸມ ມະຫາຣາຊິກາ ແລະ ຊັ້ນດາວະດືງສ໌;
7. ຕິປິ ໂສ ພະຄະວາ ຍາມາທາຕຸ ສັມມາທິຍານະ ສັມປັນໂນ
ອິຕິປິ ໂສ ພະຄະວາ ຕຸສິຕາທາຕຸ ສັມມາທິຍານະ ສັມປັນໂນ
ອິຕິປິ ໂສ ພະຄະວາ ນິມມານະຣະຕິທາຕຸ ສັມມາທິຍານະ ສັມປັນໂນ
ອິຕິປິ ໂສ ພະຄະວາ ກາມາວະຈະຣະທາຕຸ ສັມມາທິຍານະ ສັມປັນໂນ,
ພຣະຜູ້ມີພຣະພາຄເຈົ້ານັ້ນ ຊົງເຖິງພ້ອມດ້ວຍທັມທີ່ເປັນທາຕ ຄື ສວັນຊັ້ນ ຍາມາ;
ພຣະຜູ້ມີພຣະພາຄເຈົ້ານັ້ນ ຊົງເຖິງພ້ອມດ້ວຍທັມທີ່ເປັນທາຕ ຄື ສວັນຊັ້ນ ດຸຸສິດ;
ພຣະຜູ້ມີພຣະພາຄເຈົ້ານັ້ນ ຊົງເຖິງພ້ອມດ້ວຍທັມທີ່ເປັນທາຕ ຄື ສວັນຊັ້ນ ນິມມານະຣະດີ;
ພຣະຜູ້ມີພຣະພາຄເຈົ້ານັ້ນ ຊົງເຖິງພ້ອມດ້ວຍທັມທີ່ເປັນທາຕ ຄື ສວັນຊັ້ນ ກາມາວະຈະຣະພູມ;
8. ອິຕິປິ ໂສ ພະຄະວາ ຣູປາວະຈະຣະທາຕຸ ສັມມາທິຍານະ ສັມປັນໂນ
ອິຕິປິ ໂສ ພະຄະວາ ປະຖະມະຍານະທາຕຸ ສັມມາທິຍານະ ສັມປັນໂນ
ອິຕິປິ ໂສ ພະຄະວາ ທຸຕິຍະຍານະທາຕຸ ສັມມາທິຍານະ ສັມປັນໂນ
ອິຕິປິ ໂສ ພະຄະວາ ຕະຕິຍະຍານະທາຕຸ ສັມມາທິຍານະ ສັມປັນໂນ
ອິຕິປິ ໂສ ພະຄະວາ ຈະຕຸຕຖະຍານະທາຕຸ ສັມມາທິຍານະ ສັມປັນໂນ
ອິຕິປິ ໂສ ພະຄະວາ ປັນຈະມະຍານະທາຕຸ ສັມມາທິຍານະ ສັມປັນໂນ,
ພຣະຜູ້ມີພຣະພາຄເຈົ້ານັ້ນຊົງພ້ອມດ້ວຍທັມທີ່ເປັນທາຕ ອັນເປັນໄປໃນອະຣູປາວະຈະຣະພູມ;
ພຣະຜູ້ມີພຣະພາຄເຈົ້ານັ້ນຊົງພ້ອມດ້ວຍທັມທີ່ເປັນທາຕ ຄື ປະຖົມມະຍານ;
ພຣະຜູ້ມີພຣະພາຄເຈົ້ານັ້ນຊົງພ້ອມດ້ວຍທັມທີ່ເປັນທາຕ ຄື ທຸຕິຍະຍານ;
ພຣະຜູ້ມີພຣະພາຄເຈົ້ານັ້ນຊົງພ້ອມດ້ວຍທັມທີ່ເປັນທາຕ ຄື ຕະຕິຍະຍານ;
ພຣະຜູ້ມີພຣະພາຄເຈົ້ານັ້ນຊົງພ້ອມດ້ວຍທັມທີ່ເປັນທາຕ ຄື ຈະຕຸຕຖະຍານ;
ພຣະຜູ້ມີພຣະພາຄເຈົ້ານັ້ນຊົງພ້ອມດ້ວຍທັມທີ່ເປັນທາຕ ຄື ປັນຈະມະຍານ;
9. ອິຕິປິ ໂສ ພະຄະວາ ອາກາສານັນຈາຍະຕະນະເນວະສັນຍານາ ສັນຍາຍະຕະນະອະຣູປາວະຈະຣະທາຕຸ ສັມມາທິຍານະ ສັມປັນໂນ
ອິຕິປິ ໂສ ພະຄະວາ ອິຕິປິ ໂສ ພະຄະວາ ວິນຍານັນຈາຍະຕະນະເນວະສັນຍານາ ສັນຍາຍະຕະນະອະຣູປາວະຈະຣະທາຕຸ ສັມມາທິຍານະ ສັມປັນໂນ
ອິຕິປິ ໂສ ພະຄະວາ ອາກິນຈັນຍານັນຈາຍະຕະນະເນວະສັນຍານາ ສັນຍາຍະຕະນະອະຣູປາວະຈະຣະທາຕຸ ສັມມາທິຍານະ ສັມປັນໂນ,
ພຣະຜູ້ມີພຣະພາຄເຈົ້ານັ້ນຊົງພ້ອມດ້ວຍທັມທີ່ເປັນທາຕ ອັນເປັນໄປໃນອະຣູປາວະຈະຣະພູມ ຄື ອາກາສານັນ ຈາຍະຕະນະ ແລະ ເນວະສັນຍາຍະຕະນະ;
ພຣະຜູ້ມີພຣະພາຄເຈົ້ານັ້ນຊົງພ້ອມດ້ວຍທັມທີ່ເປັນທາຕ ອັນເປັນໄປໃນອະຣູປາວະຈະຣະພູມ ຄື ວິນຍານັນ ຈາຍະຕະນະ ແລະ ເນວະສັນຍາຍະຕະນະ;
ພຣະຜູ້ມີພຣະພາຄເຈົ້ານັ້ນຊົງພ້ອມດ້ວຍທັມທີ່ເປັນທາຕ ອັນເປັນໄປໃນອະຣູປາວະຈະຣະພູມ ຄື ອາກິນຈັນຍາຍະຕະນະ ແລະ ເນວະສັນຍາຍະຕະນະ;
10. ອິຕິປິ ໂສ ພະຄະວາ ໂສຕາປະຕິມັຄຄະທາຕຸ ສັມມາທິຍານະ ສັມປັນໂນ
ອິຕິປິ ໂສ ພະຄະວາ ສະກິທາຄາປະຕິມັຄຄະທາຕຸ ສັມມາທິຍານະ ສັມປັນໂນ
ອິຕິປິ ໂສ ພະຄະວາ ອະນາຄາປະຕິມັຄຄະທາຕຸ ສັມມາທິຍານະ ສັມປັນໂນ
ອິຕິປິ ໂສ ພະຄະວາ ອະຣະຫັຕຕະ ປະຕິມັຄຄະທາຕຸ ສັມມາທິຍານະ ສັມປັນໂນ,
ພຣະຜູ້ມີພຣະພາຄເຈົ້ານັ້ນຊົງພ້ອມດ້ວຍທັມທີ່ເປັນທາຕ ຄື ພຣະໂສດາປັຕຕິມັຄ;
ພຣະຜູ້ມີພຣະພາຄເຈົ້ານັ້ນຊົງພ້ອມດ້ວຍທັມທີ່ເປັນທາຕ ຄື ພຣະສະກິທາຄາມິມັຄ;
ພຣະຜູ້ມີພຣະພາຄເຈົ້ານັ້ນຊົງພ້ອມດ້ວຍທັມທີ່ເປັນທາຕ ຄື ພຣະອະນາຄາມິມັຄ;
ພຣະຜູ້ມີພຣະພາຄເຈົ້ານັ້ນຊົງພ້ອມດ້ວຍທັມທີ່ເປັນທາຕ ຄື ພຣະອໍຣະຫັຕຕະມັຄ;
11. ອິຕິປິ ໂສ ພະຄະວາ ໂສຕາອະຣະຫັຕຕະ ປະຕິຜະລະທາຕຸ ສັມມາທິຍານະ ສັມປັນໂນ
ອິຕິປິ ໂສ ພະຄະວາ ສະກິທາຄາອະຣະຫັຕຕະ ປະຕິຜະລະທາຕຸ ສັມມາທິຍານະ ສັມປັນໂນ
ອິຕິປິ ໂສ ພະຄະວາ ອະນາຄາມິອະຣະຫັຕຕະ ປະຕິຜະລະທາຕຸ ສັມມາທິຍານະ ສັມປັນໂນ,
ພຣະຜູ້ມີພຣະພາຄເຈົ້ານັ້ນຊົງພ້ອມດ້ວຍທັມທີ່ເປັນທາຕ ຄື ພຣະໂສດາປັຕຕິຜົລແລະພຣະອໍຣະຫັຕຕະຜົລ; ພຣະຜູ້ມີພຣະພາຄເຈົ້ານັ້ນຊົງພ້ອມດ້ວຍທັມທີ່ເປັນທາຕ ຄື ພຣະສະກິທາຄາມິຜົລແລະພຣະອໍຣະຫັຕຕະຜົລ;
ພຣະຜູ້ມີພຣະພາຄເຈົ້ານັ້ນຊົງພ້ອມດ້ວຍທັມທີ່ເປັນທາຕ ຄື ພຣະອະນາຄາມິຜົລແລະພຣະອໍຣະຫັຕຕະຜົລ;
12. ກຸສະລາ ທັມມາ ອິຕິປິ ໂສ ພະຄະວາ
ອະ ອາ ຍາວະຊີວັງ ພຸທທັງ ສະຣະນັງ ຄັຈສາມິ
ຊັມພູທີປັນຈະ ອິສສະໂຣ
ກຸສະລາ ທັມມາ
ນະໂມພຸທທາຍະ ນະໂມທັມມາຍະ ນະໂມສັງຄາຍະ
ປັນຈະ ພຸທທາ ນະມາມິຫັງ
ອາ ປາ ມະ ຈຸ ປະ ທີ ມະ ສັງ ອັງ ຂຸ ສັງ ວິ ທາ ປຸ ກະ ຍະ ປະ
ອຸ ປະ ສະ ຊະ ສຸ ເຫ ປາ ສາ ຍະ
ໂສ ໂສ ສະ ສະ ອະ ອະ ອະ ອະ ອະ ນິ
ເຕ ຊະ ສຸ ເນ ມະ ພູ ຈະ ນາ ວິ ເວ
ອະ ສັງ ວິ ສຸ ໂລ ປຸ ສະ ພຸ ພະ
ອິສະວາສຸ ສຸສະວາອິ ກຸສະລາ ທັມມາ ຈິຕຕິ ວິ ອັຕຖິ,
ທັມມະຝ່າຍກຸສົນ ພຣະຜູ້ມີພຣະພາຄເຈົ້ານັ້ນ ຂ້າພະເຈົ້າຂໍເຖິງ ພຣະພຸທເຈົ້າ ວ່າເປັນທີ່ເພິ່ງ ຕລອດຊີວິດ ພຣະຜູ້ມີພຣະພາຄເຈົ້າ ຜູ້ເປັນອິສຣະ ແຫ່ງຊົມພູທະວີປ;
ທັມມະຝ່າຍກຸສົນ ຂໍນອບນ້ອມແດ່ພຣະພຸທເຈົ້າ ຂໍນອບນ້ອມແດ່ພຣະທັມມະເຈົ້າ ຂໍນອບນ້ອມ ແດ່ພຣະສັງຄະເຈົ້າ ຂ້າພະເຈົ້າຂໍນອບນ້ອມພຣະພຸທເຈົ້າຫ້າພຣະອົງຄ໌ ດ້ວຍຫົວໃຈພຣະວິນັຍປິດົກ ດ້ວຍຫົວໃຈພຣະສຸຕຕັນຕະປິດົກ ດ້ວຍຫົວໃຈພຣະອະພິທັມປິດົກ ດ້ວຍມົນຕ໌ ຄາຖາ ດ້ວຍຫົວໃຈມັຄສີ່ ຜົນສີ່ ນິພພານນຶ່ງ ດ້ວຍຫົວໃຈ ພຣະເຈົ້າສິບຊາຕ ຊົງສະແດງກາຣບຳເພັລບາຣະມີສິບ ດ້ວຍຫົວໃຈພຣະພຸທຄຸນເກົ້າ ດ້ວຍຫົວໃຈພຣະໄຕຣ ຣັຕນະຄຸນ ທັມມະຝ່າຍກຸສົນ ມີນັຍອັນວິຈິຕພິສດານ;
13. ອິຕິປິ ໂສ ພະຄະວາ ອະຣະຫັງ
ອະ ອາ ຍາວະຊີວັງ ພຸທທັງ ສະຣະນັງ ຄັຈສາມິ
ສາ ໂພທິ ປັນຈະ ອິສສະໂຣ ທັມມາ,
ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນຜູ້ໄກຈາກກິເລສ ຂ້າພະເຈົ້າຂໍເຖິງ ພຣະພຸທເຈົ້າ ວ່າເປັນທີ່ເພິ່ງ ຕລອດຊີວິດ;
14. ກຸສະລາ ທັມມາ ນັນທະວິວັງໂກ ອິຕິສັມມາສັມພຸທໂທ ສຸຄະລາໂນ ຍາວະຊີວັງ ພຸທທັງ ສະຣະນັງ ຄັຈສາມິ
ຈາຕຸມະຫາຣາຊິກາ ອິສສະໂຣ ກຸສະລາ ທັມມາ
ອິຕິ ວິຊຊາຈະຣະນະສັມປັນໂນ
ອຸອຸຍາວະ ຕາວະຕິງສາ ອິສສະໂຣ
ກຸສະລາ ທັມມາ ນັນທະປັນຈະ ສຸຄະໂຕ ໂລກະວິທູ
ມະຫາເອໂອ ຍາວະຊີວັງ ພຸທທັງ ສະຣະນັງ ຄັຈສາມິ
ຍາມາ ອິສສະໂຣ ກຸສະລາ ທັມມາ
ພຣັມມາສັທທະ ປັນຈະ ສັຕຕະ ສັຕຕາປາຣະມີ ອະນຸຕຕະໂຣ
ຍະມະກະຂະ ຍາວະຊີວັງ ພຸທທັງ ສະຣະນັງ ຄັຈສາມິ,
ທັມມະຝ່າຍກຸສົນຂອງ ພຣະຜູ້ມີພຣະພາຄເຈົ້າເປັນຜູ້ຕັສຮູ້ເອງໂດຍຊອບ ຂ້າພະເຈົ້າຂໍເຖິງ ພຣະພຸທເຈົ້າ ວ່າເປັນທີ່ເພິ່ງຕລອດຊີວິດ ເປັນອິສຣະເຖິງ ເທວະໂລກ ຊັ້ນຈາຕຸມະຫາຣາຊິກາ;
ທັມມະຝ່າຍກຸສົນຂອງ ພຣະຜູ້ມີພຣະພາຄເຈົ້າເປັນຜູ້ເຖິງພ້ອມດ້ວຍຄວາມຮູ້ ແລະ ຄວາມປະພຶດ ຂ້າພະເຈົ້າຂໍເຖິງ ພຣະພຸທເຈົ້າ ວ່າເປັນທີ່ເພິ່ງຕລອດຊີວິດ ເປັນອິສຣະ ເຖິງສວັນຊັ້ນດາວະດຶງສ໌;
ທັມມະຝ່າຍກຸສົນພຣະພຸທເຈົ້າ ຜູ້ສະເດັດໄປດີແລ້ວ ເປັນຜູ້ຮູ້ແຈ້ງໂລກ ຂ້າພະເຈົ້າຂໍເຖິງ ພຣະພຸທເຈົ້າ ວ່າເປັນທີ່ເພິ່ງຕລອດຊີວິດ ເປັນອິສຣະເຖິງ ເທວະໂລກ ຊັ້ນຍາມາ;
ທັມມະຝ່າຍກຸສົນ ດ້ວຍສັທທາຕໍ່ພຣະພຣົມ ດ້ວຍບາຣະມີອັນຍອດຍ້ຽມຂອງ ພຣະໂພທິສັຕວ໌ ທັງຫ້າ ຂ້າພະເຈົ້າຂໍເຖິງ ພຣະພຸທເຈົ້າ ວ່າເປັນທີ່ເພິ່ງຕລອດຊີວິດ;
15. ຕຸສິຕາ ອິສສະໂຣ ກຸສະລາ ທັມມາ ປຸ ຍະ ປະ ກະ ປຸຣິສະທັມມະ ສາຣະຖີ
ຍາວະຊີວັງ ພຸທທັງ ສະຣະນັງ ຄັຈສາມິ,
ທັມມະຝ່າຍກຸສົນ ພຣະຜູ້ມີພຣະພາຄເຈົ້າ ຜູ້ເປັນນາຍສາຣະຖີຜູ້ຝຶກບຸຣຸສ ຂ້າພະເຈົ້າຂໍເຖິງ ພຣະພຸທເຈົ້າ ວ່າເປັນທີ່ເພິ່ງຕລອດຊີວິດ ເປັນອິສຣະ ເຖິງສວັນຊັ້ນດຸສິດ;
16. ນິມມານະຣະຕິ ອິສສະໂຣ ກຸສະລາ ທັມມາເຫຕຸໂປວະ
ສັຕຖາ ເທວະ ມະນຸສສານັງ ຕະຖາ
ຍາວະຊີວັງ ພຸທທັງ ສະຣະນັງ ຄັຈສາມິ,
ທັມມະຝ່າຍກຸສົນ ພຣະຜູ້ມີພຣະພາຄເຈົ້າ ພຣະອົງຄ໌ ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ ;
ຂ້າພະເຈົ້າຂໍເຖິງ ພຣະພຸທເຈົ້າ ວ່າເປັນທີ່ເພິ່ງຕລອດຊີວິດ ເປັນອິສຣະ ເຖິງສວັນຊັ້ນນິມມານະຣະດີ;
17. ປາຣະນິມມິຕຕະອິສສະໂຣ ກຸສະລາ ທັມມາ ສັງຂາຣະຂັນໂທ
ທຸກຂັງ ອະນິຈຈັງ ອະນັຕຕາ ຣູປະຂັນໂທ ພຸທທະປະຜະ
ຍາວະຊີວັງ ພຸທທັງ ສະຣະນັງ ຄັຈສາມິ,
ທັມມະຝ່າຍກຸສົນ ພຣະຜູ້ມີພຣະພາຄເຈົ້າເປັນຜູ້ຮູ້ແຈ້ງສັງຂາຣຂັນທ໌ ຣູປຂັນທ໌ ເປັນຂອງບໍ່ທ່ຽງ ເປັນຄວາມທຸກຂ໌ ບໍ່ແມ່ນຕົນຂອງເຮົາຈິງ ຂ້າພະເຈົ້າຂໍເຖິງ ພຣະພຸທເຈົ້າ ວ່າເປັນທີ່ເພິ່ງຕລອດຊີວິດ ເປັນອິສຣະ ເຖິງສວັນຊັ້ນປະຣະນິມມິຕຕະສວັສດີ;
18. ພຣັມມາ ອິສສະໂຣ ກຸສະລາ ທັມມາ
ນັຈຈິປັຈຈະຍາ ວິນະປັນຈະ ພະຄະວະຕາ ຍາວະນິພພານັງ
ສະຣະນັງ ຄັຈສາມິ
ນະໂມພຸທທັສສະ ນະໂມທັມມັສສະ ນະໂມສັງຄັສສະ
ພຸທທິລາໂລກະລາ ກະຣະກະນາ
ເອເຕນະ ສັຈເຈນະ ສຸວັຕຖິ ໂຫນຕຸ
ຫຸລູ ຫຸລູ ຫຸລູ ສະວາຫາຍະ,
ທັມມະຝ່າຍກຸສົນ ຂ້າພະເຈົ້າຂໍເຖິງ ພຣະຜູ້ມີພຣະພາຄເຈົ້າ ວ່າເປັນທີ່ເພິ່ງຕລອດຊີວິດ ເປັນອິສຣະ ເຖິງສວັນຊັ້ນ ພຣົມມະໂລກ; ຂ້າພະເຈົ້າຂໍນອບນ້ອມແດ່ພຣະພຸທເຈົ້າ ຂໍນອບນ້ອມແດ່ພຣະທັມມະເຈົ້າ ຂໍນອບນ້ອມແດ່ພຣະສັງຄະເຈົ້າ ດ້ວຍຄຳສັຕຍ໌ປະຕິຍານນີ້ ຂໍຄວາມສຸກສວັດດີ ຈົ່ງມີແກ່ຂ້າພະເຈົ້າ ດ້ວຍເຖີດ; ຂ້າພະເຈົ້າຂໍເຖິງ ພຣະຜູ້ມີພຣະພາຄເຈົ້າ ວ່າເປັນທີ່ເພິ່ງ ຕຣາບເຂົ້າສູ່ພຣະນິພພານ;
19. ນະໂມພຸທທັສສະ ນະໂມທັມມັສສະ ນະໂມສັງຄັສສະ
ວິຕຕິ ວິຕຕິ ວິຕຕິ ມິຕຕິ ມິຕຕິ ຈິຕຕິ ຈິຕຕິ ຈິຕຕິ ວັຕຕິ ວັຕຕິ
ຍະມະສຸ ສຸວັຕຖິ ໂຫນຕຸ ຫຸລູ ຫຸລູ ຫຸລູ ສະວາຫາຍະ,
ຂ້າພະເຈົ້າຂໍນອບນ້ອມແດ່ພຣະພຸທເຈົ້າ ຂໍນອບນ້ອມແດ່ພຣະທັມມະເຈົ້າ ຂໍນອບນ້ອມແດ່ພຣະສັງຄະເຈົ້າ ດ້ວຍການສູດມົນພຣະຄາຖານີ້ ຂໍຄວາມສຸກສວັດດີ ຈົ່ງມີແກ່ຂ້າພະເຈົ້າ ດ້ວຍເຖີດ;
20. ອິນທະສາວັງ ມະຫາອິນທະະສາວັງ ພຣັມມະສາວັງ ມະຫາພຣັມມະສາວັງ
ຈັກກະວັຕຕິສາວັງ ມະຫາຈັກກະວັຕຕິສາວັງ ເທວາສາວັງ ມະຫາເທວາສາວັງ
ອິສິສາວັງ ມະຫາອິສິສາວັງ ມຸນີສາວັງ ມະຫາມຸນີສາວັງ
ສັປປຸຣິສາວັງ ມະຫາສັປປຸຣິສາວັງ ພຸທທະສາວັງ ປັຈເຈກະພຸທທະສາວັງ
ອະຣະຫັຕຕະສາວັງ ສັພພະສິທທິວິຊຊາທະຣານັງ ສາວັງ ສັພພະໂລກາ
ອິຣິຍານັງສາວັງ ເອເຕນະ ສັຈເຈນະ ສຸວັຕຖິ ໂຫນຕຸ,
ດ້ວຍການສູດພຣະຄາຖາທິພມົນນີ້ ແລະ ດ້ວຍການກ່າວຄຳສັຕຍ໌ປະຕິຍານນີ້ ຂໍຄວາມສຸກສວັດດີ ຈົ່ງມີແກ່ຂ້າພະເຈົ້າ ດ້ວຍເຖີດ;
21. ສາວັງ ຄຸນັງ ວະຊະພະລັງ ເຕຊັງ ວິຣິຍັງ ສິທທິກັມມັງ ນິພພານັງ ໂມກຂັງ ຄຸຍຫະກັງ ຖານັງ ສີລັງ ປັນຍານິກຂັງ ປຸນຍັງ ພະຄະຍັງ ຕັປປັງ ສຸຂັງ ສິຣິຣູປັງ ຈະຕຸວີສະຕິເສນັງ ເອເຕນະ ສັຈເຈນະ ສຸວັຕຖິ ໂຫນຕຸ ຫຸລູ ຫຸລູ ຫຸລູ ສະວາຫາຍະ,
ດ້ວຍການສູດພຣະຄາຖາມະຫາທິພມົນນີ້ ແລະດ້ວຍການກ່າວຄຳສັຕຍ໌ປະຕິຍານນີ້ ຂໍຄວາມສຸກ ສວັດດີຈົ່ງມີແກ່ຂ້າພະເຈົ້າດ້ວຍເຖີດ;
22. ນະໂມ ພຸທທັສສະ ທຸກຂັງ ອະນິຈຈັງ ອະນັຕຕາ ຣູປະຂັນໂທ ເວທະນາຂັນໂທ ສັນຍາຂັນໂທ ສັງຂາຣະຂັນໂທ ວິນຍານະຂັນໂທ ນະໂມ ອິຕິປິ ໂສ ພະຄະວາ,
ຂ້າພະເຈົ້າຂໍນອບນ້ອມແດ່ພຣະພຸທເຈົ້າ ຜູ້ເຂົ້າເຖິງຣູປຂັນທ໌ ເວທະນາຂັນທ໌ ສັນຍາຂັນທ໌ ສັງຂາຣຂັນທ໌ ວິນຍານຂັນທ໌ ເປັນທຸກຂ໌ ບໍ່ທ່ຽງ ບໍ່ແມ່ນຕົວຕົນຂອງເຮົາຈິງ ຂ້າພະເຈົ້າຂໍນອບນ້ອມ ພຣະຜູ້ມີພຣະພາຄເຈົ້ານັ້ນ;
23. ນະໂມ ພຸທທັສສະ ທຸກຂັງ ອະນິຈຈັງ ອະນັຕຕາ ຣູປະຂັນໂທ ເວທະນາຂັນໂທ ສັນຍາຂັນໂທ ສັງຂາຣະຂັນໂທ ວິນຍານະຂັນໂທ ນະໂມ ສວາກຂາໂຕ ພະຄະວະຕາ ທັມໂມ,
ຂ້າພະເຈົ້າຂໍນອບນ້ອມແດ່ພຣະທັມມະເຈົ້າ ຜູ້ເຂົ້າເຖິງຣູປຂັນທ໌ ເວທະນາຂັນທ໌ ສັນຍາຂັນທ໌ ສັງຂາຣຂັນທ໌ ວິນຍານຂັນທ໌ ເປັນທຸກຂ໌ ບໍ່ທ່ຽງ ບໍ່ແມ່ນຕົວຕົນຂອງເຮົາຈິງ ຂ້າພະເຈົ້າຂໍນອບນ້ອມ ພຣະທັມທີ່ພຣະພຸທເຈົ້າຕຣັສໄວ້ດີແລ້ວ;
24. ນະໂມ ທັມມັສສະ ທຸກຂັງ ອະນິຈຈັງ ອະນັຕຕາ ຣູປະຂັນໂທ ເວທະນາຂັນໂທ ສັນຍາຂັນໂທ ສັງຂາຣະຂັນໂທ ວິນຍານະຂັນໂທ ນະໂມ ສວາກຂາໂຕ ພະຄະວະຕາ ທັມໂມ,
ຂ້າພະເຈົ້າຂໍນອບນ້ອມແດ່ພຣະທັມມະເຈົ້າ ຣູປຂັນທ໌ ເວທະນາຂັນທ໌ ສັນຍາຂັນທ໌ ສັງຂາຣຂັນທ໌ ວິນຍານຂັນທ໌ ເປັນທຸກຂ໌ ບໍ່ທ່ຽງ ບໍ່ແມ່ນຕົວຕົນຂອງເຮົາຈິງ ຂ້າພະເຈົ້າຂໍນອບນ້ອມພຣະທັມທີ່ ພຣະພຸທເຈົ້າຕຣັສໄວ້ດີແລ້ວ;
25. ນະໂມ ທັມມັສສະ ທຸກຂັງ ອະນິຈຈັງ ອະນັຕຕາ ຣູປະຂັນໂທ ເວທະນາຂັນໂທ ສັນຍາຂັນໂທ ສັງຂາຣະຂັນໂທ ວິນຍານະຂັນໂທ ນະໂມ ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ,
ຂ້າພະເຈົ້າຂໍນອບນ້ອມແດ່ພຣະທັມມະເຈົ້າ ຣູປຂັນທ໌ ເວທະນາຂັນທ໌ ສັນຍາຂັນທ໌ ສັງຂາຣຂັນທ໌ ວິນຍານຂັນທ໌ ເປັນທຸກຂ໌ ບໍ່ທ່ຽງ ບໍ່ແມ່ນຕົວຕົນຂອງເຮົາຈິງ ຂ້າພະເຈົ້າຂໍນອບນ້ອມພຣະສົງຄ໌ຄ໌ສາວົກຂອງພຣະພຸທເຈົ້າຜູ້ປະຕິບັດດີແລ້ວ;
26. ນະໂມ ສັງຄັສສະ ທຸກຂັງ ອະນິຈຈັງ ອະນັຕຕາ ຣູປະຂັນໂທ ເວທະນາຂັນໂທ ສັນຍາຂັນໂທ ສັງຂາຣະຂັນໂທ ວິນຍານະຂັນໂທ ນະໂມສຸປະຕິປັນໂນ ພະຄະວະໂຕ ສາວະກະ ສັງໂຄ ວາຫະປະຣິຕຕັງ,
ຂ້າພະເຈົ້າຂໍນອບນ້ອມແດ່ພຣະສັງຄະເຈົ້າ ຣູປຂັນທ໌ ເວທະນາຂັນທ໌ ສັນຍາຂັນທ໌ ສັງຂາຣຂັນທ໌ ວິນຍານຂັນທ໌ ເປັນທຸກຂ໌ ບໍ່ທ່ຽງ ບໍ່ແມ່ນຕົວຕົນຂອງເຮົາຈິງ ຂ້າພະເຈົ້າຂໍນອບນ້ອມພຣະສົງຄ໌ຄ໌ສາວົກຂອງພຣະພຸທເຈົ້າຜູ້ປະຕິບັດດີແລ້ວ;
27. ນະໂມ ພຸທທາຍະ ມະອະອຸ ທຸກຂັງ ອະນິຈຈັງ ອະນັຕຕາ ຍາວະ ຕັສສະ ຫາໂຍ ໂມນະ ອຸອະມະ ທຸກຂັງອະນິຈຈັງອະນັຕຕາ ອຸອະມະ ອາວັນທາ ນະໂມ ພຸທທາຍະ ນະ ອະ ກະ ຕິ ນິ ສະ ຣະ ນະ ອາ ຣະ ປະ ຂຸ ທັງ ມະ ອະ ອຸ ທຸກຂັງ ອະນິຈຈັງ ອະນັຕຕາ,
ຂ້າພະເຈົ້າຂໍນອບນ້ອມແດ່ພຣະພຸທເຈົ້າ ດ້ວຍຄຳສອນຂອງພຣະພຸທ ພຣະທັມ ພຣະສົງຄ໌ຄ໌ ຄວາມບໍ່ທ່ຽງ ເປັນທຸກຂ໌ ບໍ່ແມ່ນຕົວຕົນຂອງເຮົາຈິງ
ຂ້າພະເຈົ້າຂໍຂາບໄຫວ້ ພຣະພຸທ ພຣະທັມ ພຣະສົງຄ໌ຄ໌ ຂ້າພະເຈົ້າຂໍນອບນ້ອມແດ່ພຣະພຸທເຈົ້າດ້ວຍພຣະທັມ ຄຳສັ່ງສອນ ຄວາມບໍ່ທ່ຽງ ເປັນທຸກຂ໌ ບໍ່ແມ່ນຕົວຕົນຂອງເຮົາຈິງ.
