ທັມມະລາວ
  • ໜ້າຫລັກ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  • ໜ້າຫລັກ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  ທັມມະລາວ

ງາມຍ້ອນມີທັມມະ    ທັມອັນທໍາໃຫ້ງາມ (gracing virtues)
                                                                                                                                                             ໂດຍ:..ສິງປະທຸມ ພິກຂຸ

ໃນການເກິດມາເປັນມະນຸດນັ້ນ ທຸກຄົນປາຖນາທີ່ຈະເປັນຄົນດີ ເປັນຄົນທີ່ສົມບູນທຸກຢ່າງ ຄົງຈະບໍ່ມີຜູ້ໃດເລີຍທີ່ຕ້ອງການ ເປັນຄົນຊົ່ວຮ້າຍ ເປັນຄົນທີ່ບໍ່ສົມບູນດ້ວຍປະການທັງປວງ ແຕ່ວ່າຄົນເຮົາຈະເປັນຜູ້ປະເສີດໄດ້ນັ້ນ ນອກຈາກມີຄວາມສວຍສົດ ງົດງາມທາງສະຣີຣະຮ່າງກາຍແລະເຄື່ອງປະດັບຕ່າງໆແລ້ວ ຍັງບໍ່ພຽງພໍຈຳເປັນຈະຕ້ອງມີຄວາມງົດງາມທາງຈິດໃຈນໍາອີກ ນັ້ນໝາຍຄວາມວ່າຕ້ອງມີການສຶກສາ ຮຽນຮູ້ ເຝິກຫັດ ປະຕິບັດຕາມຄໍາສອນຂອງພຣະພຸທອົງຄ໌ອີກດ້ວຍ
      ຄໍາສຸພາສິດທີ່ວ່າ“ ໄກ່ງາມຍ້ອນຂົນ ຄົນງາມຍ້ອນແຕ່ງ” ເປັນຄໍາກ່າວທີ່ຖືກຕ້ອງໂດຍບໍ່ມີຂໍ້ສົງສັຍ ຖ້າບໍ່ເຊື່ອລອງຫລັບຕາ ນຶກເຖິງພາບ ຂອງໄກ່ທີ່ຖືກຫລົກຂົນ ນອກຈາກຈະເບິ່ງບໍ່ງາມແລ້ວຍັງເບິ່ງເປັນຕາໜ້າສົງສານຫລືໜ້າຫົວຂວັນ ກໍຍ້ອນວ່າ ໄກ່ນັ້ນ ມີຂົນເປັນອາພອນປົກປິດຮ່າງກາຍແລະປ້ອງກັນອາກາດຮ້ອນແລະໜາວ.      
     ມະນຸດເຮົາກໍເໝືອນໄກ່ຄື ຕ້ອງມີເສື້ອຜ້າອາພອນປະດັບກາຍເພື່ອຄວາມງົດງາມແລະປົກປິດອະວັຍວະທີ່ບໍ່ຄວນເປິດເຜີຍ ອັນເປັນທີ່ຕັ້ງແຫ່ງຄວາມອາຍແລະເສື້ອຜ້າອາພອນທີ່ນໍາມາຕົກແຕ່ງຮ່າງກາຍນັ້ນ ຍັງເປັນເຄື່ອງປ້ອງກັນຄວາມຮ້ອນ ແລະ ໜາວໄດ້ຢ່າງດີ ເຮັດໃຫ້ຄົນເຮົາປະກອບກິດຕ່າງໆສໍາເລັດໄປໄດ້ ໂດຍບໍ່ຕ້ອງກັງວົນກັບອາກາດຮ້ອນ ໜາວແລະການສັມຜັດ ຍຸງ ມົດ ແມງໄມ້ທັງຫລາຍທີ່ຈະມາຮົບກວນ
      ດັ່ງນັ້ນ ມະນຸດເຮົາຈິ່ງຊອກສແວງຫາເຄື່ອງປະດັບຕົກແຕ່ງກັນຢ່າງສຸດຄວາມສາມາດ ມີເສື້ອຜ້າແລ້ວຍັງບໍ່ພໍ ຕ້ອງມີເຄື່ອງ ປະດັບຢ່າງອື່ນເຂົ້າມາຕື່ມອີກເຊັ່ນ ສ້ອຍຄໍ ຕ້າງຫູ ແຫວນມື ເປັນຕົ້ນ       ນອກຈາກນັ້ນຍັງມີເຄື່ອງບໍາຣຸງຜິວໃຫ້ເບິ່ງງົດງາມຕາມຍຸກຕາມສມັຍ ແຕ່ງແຕ້ມສີສັນກັນຈົນກາຍເປັນແຟຊັ່ນຍອດນິຍົມ
      ເມື່ອເວົ້າເຖິງເລື່ອງສວຍໆງາມໆແລ້ວ ສ່ວນຫລາຍຈະເປັນເລື່ອງຂອງຜູ້ຍິງ ເພາະຜູ້ຍິງຈະເປັນຫ່ວງເລື່ອງຄວາມສວຍ ຄວາມງາມກວ່າຜູ້ຊາຍ ບໍ່ວ່າຈະເປັນເລື່ອງການເບິ່ງແຍງຜິວພັນທັງຜິວໜ້າແລະຜິວກາຍໃຫ້ເບິ່ງສົດໃສອ່ອນກວ່າວັຍ ໃຫ້ນຸ້ມນວນຢູ່ສເມີ ບໍ່ໃຫ້ມີຮອຍຫ່ຽວແຫ້ງ ຕລອດຈົນເຄື່ອງປະດັບຕົກແຕ່ງຮ່າງກາຍ ເສື້ອຜ້າອາພອນ ເກີບ ກະເປົ໋າ ຊົງຜົມ ເຄື່ອງສໍາອາງຂາຍດິບຂາຍດີ ເພາະຜູ້ຍິງຈະຊື້ມາໃຊ້ເພື່ອຢຸດຢັ້ງຄວາມແກ່ ເພື່ອຮັກສາຄວາມງາມເອົາໄວ້ໃຫ້ນານທີ່ສຸດ ເທົ່າທີ່ຈະເຮັດໄດ້ ຈົນເຖິງຍອມເຈັບຕົວເພື່ອທໍາສັລຍະກັມເສີມແຕ່ງຄວາມງາມໃຫ້ຕົວເອງ
      ທີ່ກ່າວມານີ້ເປັນການຕົກແຕ່ງໃນທາງຮ່າງກາຍເທົ່ານັ້ນ ແຕ່ຍັງບໍ່ທັນໄດ້ຕົກແຕ່ງທາງຈິດໃຈແລະເຄື່ອງປະດັບຕົກແຕ່ງທາງຈິດໃຈນັ້ນກໍ່ບໍ່ມີບໍຣິສັດຫ້າງຮ້ານໃດຜລິດອອກມາຂາຍ ເພາະສະນັ້ນກໍຢາກຈະບອກວ່າ ຄົນເຮົາຈະສວຍສົດງົດງາມແຕ່ພຽງຮ່າງກາຍ ເຄື່ອງປະດັບນັ້ນຍັງບໍ່ພຽງພໍຈະຕ້ອງມີຄວາມງາມທາງດ້ານຈິດໃຈອີກດ້ວຍ ການທີ່ຈິດໃຈຈະງົດງາມນັ້ນ ຄວນມີທັມມະ 2 ປະການ ທີ່ຈະເຮັດໃຫ້ຄົນເຮົາງາມຢ່າງສົມບູນແບບໄດ້ ນັ້ນຄື:

      1. ຂັນຕິ (patience: forbearance; tolerance) ຄື ຄວາມອົດທົນ ຄວາມອົດກັ້ນ ຄວາມມີໃຈກວ້າງ ໜັກແໜ້ນ ໝັ້ນຄົງ ບໍ່ຫວັ່ນໄຫວ ເພື່ອໃຫ້ບັນລຸຈຸດໝາຍທີ່ດີງາມ ໄດ້ແກ່
      - ມີຄວາມອົດທົນໃນໜ້າທີ່ການງານ ຕັ້ງໜ້າຕັ້ງຕາເຮັດວຽກດ້ວຍຄວາມຂຍັນໝັ່ນພຽນ ເຂັ້ມແຂງ ທົນທານ ບໍ່ຫວັ່ນໄຫວ ບໍ່ທໍ້ຖອຍ ບໍ່ຍອມແພ້ກັບບັນຫາແລະອຸປະສັກຕ່າງໆ
      -ມີຄວາມອົດທົນຕໍ່ສະພາບດິນຟ້າອາກາດ ຄວາມໜາວ ຄວາມຮ້ອນ ໂດຍບໍ່ສະແດງອາການຫງຸດຫງິດຫລືຈົ່ມພຶມພຳ
      - ມີຄວາມອົດທົນຕໍ່ຄວາມຫິວ ຄວາມບໍ່ສະບາຍກາຍຕ່າງໆ ບໍ່ສະແດງອາການຮ້ອນຮົນ ແຕ່ບໍ່ໄດ້ໝາຍຄວາມວ່າ ຕ້ອງທົນຫິວຢູ່ຢ່າງນັ້ນໂດຍບໍ່ກິນຫຍັງເລີຍຫລືຕ້ອງທົນເຈັບຢູ່ຢ່າງນັ້ນໂດຍບໍ່ຄິດປິ່ນປົວໃຫ້ຫາຍຈາກອາການເຈັບປ່ວຍ ແຕ່ໝາຍຄວາມວ່າ ເມື່ອເກິດຄວາມຮູ້ສຶກຫິວ ບໍ່ຄວນຮ້ອນຮົນ ຢາກຮ້າຍຫິວຈົນຕາລາຍຫລືເມື່ອເກິດອາການເຈັບປ່ວຍຂຶ້ນກໍ່ບໍ່ຈົ່ມພຶມພຳເປັນທຸກຂະເວທນາແຕ່ຄວນຫາທາງປິ່ນປົວເບິ່ງແຍງ
ໃຫ້ຖືກວິທີ ເປັນຕົ້ນ
      - ມີຄວາມອົດກັ້ນຕໍ່ອໍານາດກິເລດ ຕໍ່ສິ່ງຍຸແຍ່ຕ່າງໆ ເຊັ່ນ ຄໍາເວົ້າຮຸນແຮງ ເຍາະເຍີ້ຍ ສຽດສີ ກໍຕ້ອງມີຄວາມອົດກັ້ນ ບໍ່ໝົດກໍາລັງໃຈ ບໍ່ທໍ້ຖອຍ ບໍ່ສະແດງກິຣິຍາອາການທີ່ບໍ່ດີງາມ ມີຄວາມອົດທົນທາງຈິດໃຈ ສາມາດໃຊ້ສະຕິປັນຍາຄວບຄຸມຕົນເອງໃຫ້ມີເຫດຜົນສເມີແລະປະພຶດຕົນຢູ່ໃນສີລທັມອັນດີ

      2. ໂສຣັດຈະ (modesty; meekness) ຄື ຄວາມສງົບສງ່ຽມ ຄວາມມີນິສັຍດີງາມ ຮັກຄວາມສະອາດ   ສງົບ ຮຽບຮ້ອຍດີງາມ ໄດ້ແກ່ ການປະພຶດອ່ອນນ້ອມຖ່ອມຕົນ ບໍ່ອວດອົ່ງທະນົງຕົວ ມີແຕ່ຄວາມສຸພາບອ່ອນໂຍນ ມີກິຣິຍາມາຣະຍາດງາມ ຮູ້ຈັກສົນທະນາປາໃສ ເບິ່ງໂລກໃນແງ່ດີຢູ່ສະເໝີ
      ບຸກຄົນທີ່ມີໂສຣັດຈະນັ້ນ ຈະມີໃບໜ້າຜ່ອງໃສ ໜ້າຕາຍິ້ມແຍ້ມແຈ່ມໃສ ເພາະມີຈິດໃຈດີງາມ ເບິ່ງຜູ້ອື່ນໃນແງ່ດີຢູ່ສເມີ ໂດຍມີຄວາມຮູ້ສຶກທີ່ຍ້ອງຍໍໃຫ້ກຽດຜູ້ອື່ນດ້ວຍການປະພຶດອ່ອນນ້ອມຖ່ອມຕົນແລະສຸພາບອ່ອນໂຍນ ກິຣິຍາອາການງົດງາມ ເປັນທີ່ໜ້າຍິນດີແລະພູມໃຈຂອງຜູ້ຢູ່ໃກ້ແລະຜູ້ພົບເຫັນຢ່າງແນ່ນອນ
      ຜູ້ຍິງບາງຄົນ ເຖິງໜ້າຕາຈະບໍ່ສວຍງາມ ແຕ່ເມື່ອຜູ້ຊາຍເຫັນແລ້ວຈະຮູ້ສຶກວ່າຍິ່ງເບິ່ງຍິ່ງງາມ ເພາະນາງງາມມາຈາກຈິດໃຈຂອງນາງ ຍິ່ງເບິງຍິ່ງສະບາຍໃຈ ເຢັນໃຈ ຍາມຢູ່ໃກ້ກໍມີຄວາມສຸກເພາະນາງມີຂັນຕິ ໂສຣັດຈະ ບໍ່ຈູ້ຈີ້ຂີ້ຈົ່ມ ບໍ່ເອົາແຕ່ໃຈຕົນເອງ ບໍ່ວຸ້ນວາຍໃຫ້ເກິດຄວາມອຶດອັດລຳຄານ
      ຢ່າງໃດກໍຕາມ ຄວາມງາມພາຍນອກເປັນຄວາມງາມທີ່ບໍ່ຄົງທີ່ຈີຣັງກາລ ເພາະວ່າຄົນເຮົາທຸກຄົນນັ້ນ ບໍ່ລ່ວງພົ້ນຄວາມແກ່ໄປໄດ້ ຄວາມງາມພາຍນອກຍ່ອມມີວັນລົດນ້ອຍຖອຍລົງໄປຕາມວັນເວລາແລະອາຍຸທີ່ຫລາຍຂື້ນແຕ່ຍັງມີຄວາມງາມທີ່ສໍາຄັນຍິ່ງກວ່າ ຜູ້ໃດມີໄວ້ປະຈໍາຕົວແລ້ວຈະມີຄວາມງາມຕລອດໄປ ເຊິ່ງເປັນຄວາມງາມທີ່ອະມະຕະບໍ່ມີວັນຫ່ຽວແຫ້ງ ນັ້ນເປັນຄວາມງາມເກີດຈາກຈິດໃຈ ເຊິ່ງຈະເປີດອອກມາທາງກິຣິຍາທີ່ປະນີດ ວາຈາທີ່ອ່ອນຊ້ອຍນຸ້ມນວນ ຄວນຄ່າແກ່ການຮັກສາ ມີສເນ່ເປັນຄົນງາມໂດຍທໍາມະຊາດຈິງໆ ງາມຢ່າງປະຢັດ ແລະຢ່າງມີຄຸນຄ່າໃນຕົວເອງ ສໍາຫລັບທຸກຄົນທີ່ໄດ້ມີໂອກາດຢູ່ໃກ້ກັບບຸກຄົນທີ່ງາມມາຈາກຈິດໃຈດ້ວຍທັມອັນທໍາໃຫ້ງາມຄື ຂັນຕິ ຄວາມອົດທົນ ໂສຣັດຈະ ຄວາມສງົບສງ່ຽມ ຈະໄດ້ຮັບຜົນຄື ຄວາມສຸກ ອົບອຸ່ນໃຈທັງວັນນີ້ແລະວັນໜ້າ
     
     ດັ່ງນັ້ນ ທັມມະອັນທໍາໃຫ້ງາມນີ້ ມີປໂຍດຫລາຍ ຖ້າຜູ້ໃດມີຄຸນນະທັມ 2 ປະການຄື ມີຄວາມອົດທົນແລະມີຄວາມສງົບສງ່ຽມ ຈົ່ງຮັກສາ ສ້າງຕື່ມໃຫ້ມີຫລາຍຍິ່ງໆ ຂື້ນໄປ ທ່ານຈະໄດ້ຊື່ວ່າ ເປັນຜູ້ທີ່ງາມທາງກາຍ ວາຈາ ໃຈ ແຕ່ຖ້າຜູ້ໃດຍັງບໍ່ທັນມີກໍຄວນຈະສ້າງຄຸນນະທັມທັງ 2 ປະການດັ່ງກ່າວໃຫ້ເກີດກັບຕົນເອງ ເມື່ອທ່ານມີຄວາມອົດທົນແລະມີຄວາມສງົບສງ່ຽມແລ້ວ ທ່ານເອງຈະເປັນຜູ້ຮູ້ ເຂົ້າໃຈຕົນເອງກ່ອນຜູ້ອື່ນວ່າ ທ່ານເປັນຜູ້ທີ່ມີຄວາມງາມທາງກາຍ ວາຈາ (ສີລ) ງາມທາງໃຈ (ສະມາທິ) ແລະງາມທັງທາງກາຍ ວາຈາ ໃຈ (ປັນຍາ) ດັ່ງຄໍາກ່າວໄວ້ວ່າ
            “ຄົນຈະງາມໆນ້ໍາໃຈ         ບໍ່ແມ່ນງາມໃບໜ້າ
            ຄົນຈະສວຍໆຈັນຍາ         ບໍ່ແມ່ນສວຍຕາຫວານ
            ຄົນຈະແກ່ໆຄວາມຮູ້         ບໍ່ແມ່ນແກ່ຢູ່ນານ
            ຄົນຈະລວຍໆສີລທານ        ບໍ່ແມ່ນລວຍບ້ານຫລັງໃຫຍ່ສູງ”

      ມາງາມດ້ວຍທັມມະກັນເຖິດ ເປັນຄວາມງາມທີ່ບໍ່ຕ້ອງໄປທໍາສັລຍະກັມໃຫ້ເຈັບຕົວອີກດ້ວຍ ງາມໄດ້ໂດຍບໍ່ຕ້ອງຊື້ເຄື່ອງສໍາອາງຣາຄາແພງໆມາໃຊ້ ງາມໄດ້ໂດຍບໍ່ຕ້ອງໃຊ້ເຄື່ອງປະດັບອັນຍະມະນີໃດໆ ກໍທໍາໃຫ້ງາມໄດ້ຕລອດກາລ ເປັນຄວາມງາມທີ່ເປັ່ງຣັສມີອອກມາຈາກພາຍໃນ ໃບໜ້າກໍຈະສວຍງາມຜ່ອງໃສ ຊວນໃຫ້ເບິ່ງ ເພາະເບິ່ງແລ້ວສະບາຍໃຈ ເບິ່ງແລ້ວກໍເຢັນໃຈໄດ້ຢ່າງແນ່ນອນ.

-< ກັບຄືນ