ຊີວິດລິຂິດເອງໄດ້ດັ່ງປາຖນາ
ໂດຍ: ພຣະ ສິງຫາ ພຸດທິຣາຊ
ມີຫລາຍຄົນມັກເກີດຄວາມສົງສັຍສເມີວ່າ ຄົນເຮົາເກີດມາເພື່ອຫຍັງ? ແລະ ມີຊີວິດຢູ່ເພື່ອຫຍັງ? ໃນມຸມມອງທາງດ້ານພຸທສາສນາກໍຕ້ອງຕອບວ່າ ການທີ່ເຮົາເກີດມານັ້ນກໍເພາະເຮົາບໍ່ຮູ້ຄວາມຈິງ(ອະວິຊາ) ຫມາຍເຖິງການບໍ່ຮູ້ໃນຫລັກທັມແຫ່ງອະຣິຍະສັດຈະ4 ວ່າ ຊີວິດຕັ້ງຢູ່ບົນພື້ນຖານຂອງຄວາມທຸກ ເຫດແຫ່ງທຸກຄືຄວາມຢາກ 3 (ຕັນຫາ)ໄດ້ແກ່ ຄວາມຢາກ, ຄວາມຍິນດີພໍໃຈ (ກາມະຕັນຫາ,ພາວະຕັນຫາ) ແລະຄວາມບໍ່ຢາກເປັນຫລືບໍ່ຍິນດີ. 3 ຢ່າງນີ້ ເປັນເຫດໃຫ້ມະນຸດເກິດຄວາມຍຶດຕິດ (ອຸປະທານ) ຍາກທີ່ຈະປ່ອຍວາງໄດ້ ແລະສ່ວນທີ່ວ່າ ມີຊີວິດຢູ່ເພື່ອຫຍັງກໍຕ້ອງຕອບວ່າ ມີຊີວິດຢູ່ເພື່ອສ້າງຄວາມດີ ເພື່ອພັດທະນາຕົນ-ສັງຄົມ ຫລື ເພື່ອປໂຍດຕົນແລະຜູ້ອື່ນທັ້ງສອງປະການນີ້ຍ່ອມນຳໄປ ສູ່ປໂຍດ ສູງສຸດນັ້ນເອງ.
ຄຳວ່າ “ປໂຍດ” ຄື ຜົນທີ່ໄດ້ດັ່ງຄວາມປາຖນາ ຫລື ຜົນສຳເຣັດຕາມທີ່ຕ້ອງການ,ປໂຍດນັ້ນມີ 3 ປະການເຊັ່ນ:
1.ທິດຖະທັມມິກັດທະປໂຍດ ຄື ປໂຍດໃນປັດຈຸບັນ
2.ສັມປະຣາຍິກັດຖະປໂຍດ ຄື ປໂຍດໃນພາຍຫນ້າ
3.ປະຣະມັດຖະປໂຍດ ຄື ປໂຍດສູງສຸດ
1. ທິດຖະທັມມິກັດທະປໂຍດ
ຫມາຍເຖິງ ປໂຍດໃນຊາດນີ້ ບຸກຄົນຜູ້ປາຖນາຈະສຳເຣັດປໂຍດໃນຊາດນີ້ ຄວນຈະ ປະຕິບັດຕາມຫລັກທັມມີຊື່ວ່າ “ທິດຖະທັມມິກັດຖະສັງວັດຕະນິກະທັມ 4 ປະການ”( Virtues conducive to benefits in the present) ເປັນຫລັກທັມສຳຫລັບຄາຣະວາດຜູ້ຄອງເຮືອນ(ມີຄອບຄົວ)ທຳມາຫາກິນລ້ຽງຊີບໃນແຕ່ລະມື້ ປະຕິບັດຕາມຫລັກ 4 ປະການນີ້ແລ້ວຈະໄດ້ຕາມປາຖນາໃນຊາດນີ້ແນ່ນອນ ພຣະພຸທອົງກ່າວໄວ້ແນວນັ້ນ.
(1). ອຸດຖານະສັມປະທາ (Achievement of diligence) ຄືຄວາມຂຍັນຫມັ່ນພຽນຢ່າງຕໍ່ເນື່ອງ ຮູ້ຈັກປະກອບອາຊີບການງານເພື່ອການລ້ຽງຊີບຕົນແລະຄອບຄົວຢ່າງຊື່ສັດສຸຈຣິດມີຄວາມຊຳນານ ຮອບຄອບ ຮູ້ຈັກໃຊ້ປັນຍາຕາມສະຖານະການແລະຫາອຸບາຍທີ່ສາມາດດຳເນິນການໃຫ້ໄດ້ຜົນດີ ຢ່າງມີປະສິດທິພາບ.
(2). ອາຣັກຂະສັມປະທາ (Achievement of protection) ຄືການຮັກສາໂພຄະຊັບສົມບັດ ທີ່ຫາມາໄດ້ແລ້ວເກັບຮັກສາແລະປະຫຍັດ ຕາມວິທີຂອງພຣະພຸທເຈົ້າກ່າວໄວ້ມີ 4ຢ່າງ :
1.ໃຊ້ຫນີ້ເກົ່າ ຫມາຍເຖິງລ້ຽງບິດາ ມານດາ
2.ໃຊ້ຫນີ້ໃຫມ່ຫມາຍເຖິງເກັບໄວ້ລ້ຽງລູກ ເປັນຄ່າໃຊ້ຈ່າຍໃຫ້ລູກ
3.ຝັງໄວ້ ຫມາຍເຖິງເກັບໄວ້ເປັນກອງທຶນ,ເອົາໄປລົງທຶນ ຫລືເອົາໄປທຳບຸນ
4.ເອົາຖິ້ມລົງເຫວ ຫມາຍເຖິງໃຊ້ຈ່າຍປະຈຳວັນເຊັ່ນ ສຳລັບທີ່ຢູ່ອາສັຍ,ອາຫານການກິນ,ເຄື່ອງນຸ່ງຫົ່ມ,ຢາຮັກສາໂຣຄ ໃນແຕ່ລະມື້.
(3). ກັນລະຍາມິດຕະຕາສັມປະທາ (Association with good people) ຄືການມີຄົນດີເປັນມິດ ຫລື ຄົບຄົນດີເປັນເພື່ອນ,ການມີເພື່ອນເປັນຄົນດີນັ້ນເທົ່າກັບປະສົບຜົນສຳເຣັດໄປແລ້ວເຄິ່ງນຶ່ງເພາະວ່າເພື່ອນຈະເປັນຕົວຢ່າງທີ່ດີ
ແລະຄອຍຊີ້ແນະທາງທີ່ດີແລະຊີ້ທາງທີ່ບໍ່ດີບໍ່ຄວນທຳໃຫ້ສເມີຈຶ່ງເຮັດໃຫ້ມີສະຕິ ບໍ່ຜິດພາດໃນການດຳເນີນຊີວິດ.
(4). ສະມະຊີວິຕາສັມປະທາ (Living economically) ຄືການລ້ຽງຊີວິດ ຄອບຄົວຢ່າງພໍພຽງ ເຫມາະສົມ ໂດຍສະເພາະການໃຊ້ຈ່າຍ ຕ້ອງຮອບຄອບ ຢ່າໃຫ້ລາຍຈ່າຍເຫນືອກວ່າລາຍໄດ້ ລາຍໄດ້ຕ້ອງເຫນືອກວ່າລາຍຈ່າຍສເມີ ຈຶ່ງຈະມີຕົ້ນທຶນສຳຮອງໄວ້ ແຕ່ບໍ່ໄດ້ຫມາຍຄວາມວ່າຈະປະຫຍັດຈົນຝືດເຄືອງ ຫລືຟຸມເຟືອຍຈົນມີປັນຫາຕໍ່ການພັດທະນາຊີວິດ ຕລອດເຖີງການເປັນຫນີ້ຈະທຳໃຫ້ມີຄວາມທຸກ ທາງສາຍກາງນັ້ນແຫລະດີ ເຫມາະສົມທີ່ສຸດ.ແນວໃດກໍຕາມພຣະພຸທອົງກ່າວວ່າ ເຖິງແມ່ນວ່າບຸກຄົນຈະມີຊັບສົມບັດ(ເງິນຄຳ)ທີ່ຫາມາໄດ້ດ້ວຍຄວາມຊື່ສັດສຸຈຣິດກໍຕາມ ແຕ່ຍັງມີທາງເສື່ອມໄດ້ດ້ວຍເຫດສີ່ປະການເຊັ່ນ:
1. ເປັນນັກເລງຜູ້ຍິງ
2. ເປັນນັກເລງສຸຣາ
3. ເປັນນັກເລງການພະນັນ
4. ມີມິດຊົ່ວ, ສຫາຍຊົ່ວ, ເພື່ອນຊົ່ວ.
ສະນັ້ນບຸກຄົນຜູ້ປາຖນາຄວາມຈະເຣີນຮັ່ງມີ ເປັນເສດຖີຢ່າງຫມັ້ນຄົງ ຕ້ອງງົດເວັ້ນທາງແຫ່ງຄວາມເສື່ອມ 4 ປະການນີ້ ແລະປະຕິບັດຕາມທາງແຫ່ງຄວາມຈະເຣີນ 4 ປະການເຊັ່ນ:
1. ບໍ່ເປັນນັກເລງຜູ້ຍິງ
2. ບໍ່ເປັນນັກເລງສຸຣາ
3. ບໍ່ເປັນນັກເລງການພະນັນ
4. ມີມິດດີ, ສະຫາຍດີ, ເພື່ອນດີເປັນຕົ້ນ.ພຣະພຸທອົງຍັງປຽບທຽບຕໍ່ໄປອີກວ່າ ການງົດເວັ້ນທາງແຫ່ງຄວາມເສື່ອມທັ້ງ4ປະການ ທີ່ໄດ້ກ່າວມານັ້ນ ເປັນການປິດທາງແຫ່ງຄວາມເສື່ອມ ແຕ່ເປີດທາງແຫ່ງຄວາມຈະເຣີນເຫມືອນກັບຫນອງນ້ຳໃຫຍ່(ບືງໃຫຍ່) ມີທາງນ້ຳໄຫລເຂົ້າ 4ທາງ ແລະທາງນ້ຳໄຫລອອກ 4ທາງ ມີບຸກຄົນໄປປິດຕັນ 4ເສັ້ນທາງນ້ຳໄຫລອອກ ແລະເປີດ 4 ເສັ້ນທາງ ນ້ຳໄຫລເຂົ້າ ພ້ອມທັ້ງຝົນຟ້າກໍຕົກຕາມລະດູການຈຶ່ງເຮັດໃຫ້ບຶງນ້ຳໃຫຍ່ນັ້ນ ມີນ້ຳເຕັມ ຕລອດປີຢ່າງບໍ່ເຫືອດແຫ້ງ. ໃນທາງໂພຄະຊັບກໍຄືກັນ ເມື່ອບຸກຄົນເດີນຕາມທາງທີ່ຈະເຣີນ4ຂໍ້ນັ້ນແລ້ວ ຍອມຈະເຣີນຢ່າງດຽວ ບໍ່ມີເສື່ອມເຊັ່ນກັນກັບບືງນ້ຳ ໃຫຍ່ນັ້ນແລ.ທີ່ອະທິບາຍມານີ້ເປັນຫົນທາງແຫ່ງຄວາມຈະເຣີນຫລືຜົນສຳເລັດທີ່ໄດ້ດັງປາຖນາໃນຊາດນີ້.
2.ສັມປະຣາຍິກັດຖະປໂຍດ
ຫມາຍເຖິງປໂຍດຫລືຜົນສຳເລັດທີ່ຄວນໄດ້ຮັບດັງປາຖນາໃນພາຍຫນ້າ ຫລືຊາດຕໍ່ໄປ ມີ 4 ຢ່າງເຊັ່ນ:
(1).ສັດທາສັມປະທາ (Accomplishment of Confidence)
ຫມາຍເຖິງຄວາມເຊື່ອໃນປັນຍາຍານຕັສຮູ້ຂອງພຣະພຸທເຈົ້າວ່າ ເພິ່ນດັບທຸກໄດ້ແລ້ວ ຫ່າງໄກຈາກກິເລສເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບິກບານ ເປັນຄຣູສອນຂອງເທວະດາແລະມະນຸດທັ້ງຫລາຍເຮົາຜູ້ປະຕິບັດຕາມຕ້ອງໄດ້ຫມາກຜົນ ຕລອດເຖິງພົ້ນຈາກ ຄວາມທຸກແນ່ນອນ.ເຊື່ອໃນຄຳສອນຂອງເພິ່ນວ່າທຳດີໄດ້ດີ ທຳຊົ່ວໄດ້ຊົ່ວແລະເຮົາຈະຕ້ອງໄດ້ຮັບຜົນແຫ່ງກັມນັ້ນໆເປັນທຳມະດາ ຕາມເຫດແລະຜົນ ທີ່ໄດ້ທຳໄວ້.
(2).ສີລະສັມປະທາ (To be endowed with Morality)
ສີລ ແປວ່າປົກກະຕິຫມາຍເຖິງການຮັກສາກາຍວາຈາໃຫ້ຮຽບຮ້ອຍຢ່າງເປັນປົກກະຕິເຊັ່ນ:ຮູ້ຈັກບັງຄັບຄວບຄຸມຕົນເອງ ໃຫ້ສງົບສງ່ຽມເປັນລະບຽບຮຽບຮ້ອຍແລະບໍ່ຂ້າສັດ ບໍ່ລັກຊັບ ບໍ່ປະພຶດຜິດໃນກາມ ບໍ່ຂີ້ຕົວະຫລອກຫລວງແລະບໍ່ດື່ມນ້ຳເມົາເປັນຕົ້ນ, ຜູ້ຮັກສາສີລຍອມໄດ້ຮັບອານິສົງ3ປະການເຊັ່ນ :
1). ສິເລນະສຸຄະຕິງຍັນຕິ ຜູ້ມີສີລຍ່ອມໄປສຸຄະຕິໂລກສວັນ ຫລື ກັບມາ ເກິດເປັນມະນຸດ
2). ສິເລນະໂພຄະສັມປະທາ ຜູ້ມີສີລຍ່ອມມີໂພຄະຊັບສົມບັດແລະຮັກສາຊັບໄດ້
3). ສິເລນະນິບພູຕິງຍັນຕິ ຜູ້ມີສີລຍ່ອມເຂົ້າເຖິງຄວາມຢູ່ເຢັນເປັນສຸກຄືພຣະນິບພານໄດ້
(3).ຈາຄະສັມປະທາ (Accomplishment of Charity)
ຫມາຍເຖິງການເສັຽສລະຊັບສິນອັນເປັນຂອງຕົນແກ່ຜູ້ອື່ນຫລືແກ່ສາທາຣະນະປໂຍດເປັນການລົດລະຄວາມຂີ້ຖີ່ຫນຽວ ແໜ້ນທີ່ເປັນມົນທິນ,ຢູ່ຄອງເຮືອນ ແຕ່ມີການໃຫ້ເປັນປະຈຳ, ມີຝາມືທີ່ປຽກຊຸ່ມເປັນປົກກະຕິ, ຍິນດີໃນການ ສລະ, ສົມຄວນແກ່ການຂໍ ແລະຍິນດີຢ່າງຍິ່ງໃນການຈຳແນກແຈກທານ.
(4).ປັນຍາສັມປະທາ (Accomplishment of Wisdom)
ຫມາຍເຖິງຄວາມຮູ້ ຄວາມເຂົ້າໃຈໃນຫລັກອະຣິຍະສັດຈະ4 (Four Noble Truths)ເຊັ່ນ: ຮູ້ທຸກ(Suffering) ເຫດໃຫ້ເກີດທຸກ (The Cause of Suffering) ຄວາມດັບບໍ່ເຫລືອແຫ່ງທຸກ(The Cessation of Suffering)ແລະທາງມັຄມີອົງແປດ(Noble Eightfold Path; The Path Leading to the Cessation of Suffering) .ເປັນປັນຍາທີ່ເຂົ້າເຖິງຫລັກແຫ່ງເຫດຜົນຄວາມຈິງ ຕາມທັມມະຊາດຂອງສິ່ງທັ້ງຫລາຍທີ່ມີຄວາມເກີດຂຶ້ນ ຕັ້ງຢູ່ ແລະຄວາມເສື່ອມໄປດ້ວຍເຫດປັດຈັຍ ເກື້ອຫນູນ ເກາະກຸ່ມແລະແຕກສລາຍ ຕາມເຫດແລະຜົນຂອງຄວາມຈິງທີ່ມີໃນຕົວມັນເອງ.
ປັນຍາມີ3ຢ່າງໄດ້ແກ່
1). ສຸຕະມະຍະປັນຍາໄດ້ແກ່ປັນຍາທີ່ເກິດຈາກການຟັງການສຶກສາຮ່ຳຮຽນ
2). ຈິນຕະມະຍະປັນຍາໄດ້ແກ່ປັນຍາທີ່ເກີດຈາກການຄິດເຊັ່ນເມື່ອໄດ້ຮັບຟັງເລື່ອງຕ່າງໆແລ້ວນຳມາວິເຄາະວິຈານດ້ວຍ ເຫດຜົນເຖິງຄວາມຖືກ-ຜິດເຮັດໃຫ້ເກີດຄວາມຮູ້ຫລາຍຂຶ້ນ.
3). ພາວະນາມະຍະປັນຍາໄດ້ແກ່ປັນຍາທີ່ເກີດຈາກການພັດທະນາຈິດຄືການຝຶກຈິດດ້ວຍສະມະຖະແລະປະຕິບັດວິປັດສະນາ ເພື່ອໃຫ້ຈິດສງົບແລະເກີດປັນຍາເຊິ່ງຖືວ່າເປັນຄວາມຮູ້ອັນສູງສຸດຄືສາມາດຫລຸດພົ້ນໄດ້.
3. ປະຣະມັດຖະປໂຍດ
ຫມາຍເຖິງປໂຍດຢ່າງຍິ່ງຫລືປໂຍດສູງສຸດທີ່ມະນຸດຄວນມີຄວນໄດ້ (ປະຣະມະ ຢ່າງຍິ່ງຫລືສູງສຸດ ອັດຖະປໂຍດ) ໄດ້ແກ່ ພຣະນິພພານ ຄືພາວະທີ່ຈິດສະອາດ (ບໍ່ແປດເປື້ອນຈາກກິເລດ), ສວ່າງ(ຈິດບໍ່ມືດດ້ວຍອະວິຊາ), ສງົບ (ບໍ່ມີການປຸງແຕ່ງ ອີກຕໍ່ໄປ), ຜູ້ທີ່ບັນລຸປໂຍດອັນສູງສຸດນີ້ເອີ້ນວ່າ”ອະຣະຫັນ” ຄືຜູ້ເຖິງຝັ່ງແລ້ວ, ພົ້ນຈາກທຸກທັ້ງສິ້ນ, ບໍ່ຈົມໃນກອງທຸກອີກຕໍ່ໄປ, ຫມົດກິດໃນວັດຕະສົງສານແລ້ວ ແລະ ບໍ່ວຽນວາຍຕາຍເກີດອີກ ເປັນອະຣິຍະບຸກຄົນຂັ້ນສູງສຸດໃນພຣະພຸທສາສນາ.
ຂໍ ຄວາມສຸກ ຄວາມຈະເຣີນຈົ່ງເກີດແກ່ທ່ານຜູ້ອ່ານ.