ທັມມະລາວ
  • ໜ້າຫລັກ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  • ໜ້າຫລັກ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  ທັມມະລາວ
ຊຸມນຸມເທວະດາ ( ສັກເຄ )

ສັຄເຄ ກາເມ ຈະ ຣູເປ ຄິຣິສີຂະຣະຕະເຕ ຈັນຕະລິກເຂ ວິມາເນ   ທີເປ ຣັຕເຖ ຈະ ຄາເມ ຕະຣຸວະນະຄະຫະເນ ເຄຫະ ວັຕຖຸມຫິ ເຂຕເຕ   ພຸມມາ ຈາຍັນຕຸ ເທວາ ຊະລະຖະລະວິສະເມ ຍັກຂະຄັນທັພພະນາຄາ   ຕິຕຖັນຕາ ສັນຕິເກ ຍັງ ມຸນິວະຣະວະຈະນັງ ສາທະ ໂວ ເມ ສຸນັນຕຸ   ທັມມັສສະວະນະກາໂລ ອະຍັມພະທັນຕາ   ທັມມັສສະວະນະກາໂລ ອະຍັມພະທັນຕາ
ທັມມັສສະວະນະກາໂລ ອະຍັມພະທັນຕາ


ຄຳແປ ແບບ 1.
ເທວາ ອັນວ່າເທພຍຸດາເຈົ້າທັ້ງຫລາຍ ຝູງທີ່ຢັງຢາຍຢູ່ ທຸກໝູ່ພ້ອມພາຍສວັນ ອັນເປັນຊັ້ນກາມາແລະຮູປພົມ ກັບທັ້ງເທພະເຈົ້າ ເຫລົ່າພູມມາເຊິ່ງສະຖິດຢູ່ໃນທິພພາ ພິມານມາດ ອັນຕັ້ງຢູ່ຕາມອາກາດຈອມດອຍ ພູຜາຍອຍສູງຕໍ່າ ແລະ ອັນເລື່ອນລອຍ ຢູ່ຖໍ້າ ເວຫາ ກັບທັ້ງເນື້ອທີ່ປ່າ ເກາະດອນດ່ານດ້າວ ປະເທດທ້າວແດນເມືອງ
ຢາຍນອງເນືອງແຄ່ບ້ານ ກັບທັ້ງຢາຍຢູ່ຖ້ານພຶກສາ ແດນດົງໜາປ່າເຫລົ່າເຮື້ອ ເຄຫະເນື້ອໄຮ່ນາສວນ ທັງໝູ່ມວນອາຮັກ ອັນເປັນເຊື້ອຍັກຄັນທັພພະນາຄາ ຕິດຖັນຕາ ອັນສະຖິດ ຢູ່ໃນເຖືອນຖໍ້າ ທາງນໍ້າແລະທາງບົກ ທີ່ຕີນຕົກສູງຕໍ່າ ອັນບໍ່ພໍ່າສເມີກັນ ສັນຕິເກ ອັນມີຢູ່ໃນທີ່ໃກ້ແລະທີ່ໄກ ອະຍັນເຕ ຂໍຈົ່ງໃຫ້ຍາຕຣາ ເຊີນເຂົ້າມາ ນະສະຖານທີ່ນີ້ ອັນວ່າຄຳໃດຊີ້ຊ່ອງ ຄຳສອນແຫ່ງພຣະຊິນນະວອນມຸນິນາດ ດູຣາທ່ານເຊື້ອຊາດ ສັບປຸຣິສາ ສຸນັນຕຸ ຂໍຈົ່ງໄດ້ໂສຕາ ປົງເຈຕະນາລົງໃນ ຕັງຂະນິກະສະມາທິ ຕັ້ງສະຕິປະຄອງ ເຊິ່ງມະນະສີການຟັງອຸທານ ຄຳຝູງຂ້າຈັກກ່າວໃນບັດນີ້ເທີ້ນ: 
ທັມມັສສະວະນະກາໂລ ອະຍັມພະທັນຕາ    ຂນະນີ້ເປັນຍາມດີ ຄວນແກ່ການຟັງທັມ ແຫ່ງພຣະມຸນີໂດຍເຄົາຣົບກໍຂ້າເທີ້ນ..

ຄຳແປ ແບບ 2.
ສາທຸ ສາທຸ ຝູງຂ້າຂໍອັນເຊີນ ເທພະບຸຕ ເທພະຍຸດາເຈົ້າທັງຫລາຍ ທີ່ສະຖິຕຢູ່ ບົນສວັນຊັ້ນຟ້າ ກັບທັງພຣົມມະ ເທວະດາ ອາກາສະ ເທວະດາ ມະເຫສັກຂາ ເທວະດາ ແລະ ອາກາຂາ ເທວະດາເຈົ້າທັງຫລາຍ ທີ່ຢັ່ງຢາຍກັນຢູ່ໂດຍຮອບໃນຂອບເຂຕອະນັນຕະ ຈັກະວານ ແລະສະຖິຕຢູ່ໃນວິມານເທິງພູຜາປ່າໄມ້ ໃນອາກາສ ແລະ ດົງດອນ ໃນເຄຫາສະຖານບ້ານຊ່ອງ (ວັດວາອາຣາມ) ທີ່ນີ້ກໍດີ ແລະ ຂໍອັນເຊີນຍັກຂະ ຄັນທັບ ພຣະນາຄາເຈົ້າທັງຫລາຍ ທີ່ສະຖິຕຢູ່ໃນນ້ຳ ແລະບົນບົກ ທີ່ຮົກບໍ່ຮາບພຽງ ອ້ອມແອ້ມບໍຣິເວຣນີ້ ກໍດີ ຂໍຈົ່ງພ້ອມພຽງກັນມາປັຕະອະນຸໂມທະນາ ຣັກສາສິລ ກິນທານ ແລະຟັງຣົສະພຣະທັມມະເທສະນາດອມຝູງຂ້າທັງຫລາຍ ໃນກາລະບັຕນີ້ທຸກຕົນທຸກອົງແດ່ກໍຂ້າເຖີ້ນ.