ທັມມະລາວ
  • ທັມມະ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  • ທັມມະ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  ທັມມະລາວ

ຕັງຂະນິກະປັຈຈະເວກຂະນະປາຖະ

(​​​ ຫັນທະມະຍັງ ຕັງຂະນິກະປັຈຈະເວກຂະນະປາຖັງ ພານາມະ ເສ )
ເຊີນເຖີດ ເຮົາທັງຫລາຍ ຈົ່ງພິຈາຣະນາປັດຈັຍ ໔ ທີ່ກຳລັງໃຊ້ໃນວັນນີ້

ຂໍ້ວ່າດ້ວຍຈີວອນ

ປະຕິສັງຂາໂຍ ນິໂສ ຈີວະຣັງ ປະຕິເສວາມິ,     ເຮົາຍ່ອມພິຈາຣະນາ ໂດຍແຍບຄາຍແລ້ວ ຈຶ່ງນຸ່ງຫົ່ມຈີວອນ(ເຄື່ອງນຸ່ງຫົ່ມ);
ຍາວະເທວະ ສີສັຕຕະ ປະຕິຄາຕາຍະ,     ພຽງເພື່ອບຳບັດ ຄວາມໜາວ
ອຸນຫັສສະ ປະຕິຄາຕາຍະ,                    ເພື່ອບຳບັດ ຄວາມຮ້ອນ
ທັງສະມະກະສະວາຕາຕະປະສິຣິງສະປະສັມຜັສສານັງ ປະຕິຄາຕາຍະ,     ເພື່ອບຳບັດ ສຳຜັດ ອັນເກີດຈາກໂຕເຫລືອບ ຍຸງ ລົມ ແດດ ແລະສັດເລືອຄານທັງຫລາຍ
ຍາວະ ເທວະ ຫິຣິໂກ ປິນະ ປະຕິສສາທະນັຕຖັງ,     ແລະພຽງເພື່ອປົກປິດ ອະວັຍວະ ອັນມິໃຫ້ເກີດຄວາມລະອາຍ;


ຂໍ້ວ່າດ້ວຍບິນຕະບາດ
ປະຕິສັງຂາ ໂຍນິໂສ ປິນທະປາຕັງ ປະຕິເສວາມິ,     ເຮົາຍ່ອມພິຈາຣະນາ ໂດຍແຍບຄາຍແລ້ວ ສັນບິນທະບາດ(ອາຫານ);
ເນວະ ທະວາຍະ,               ບໍ່ໃຫ້ ເປັນໄປເພື່ອຄວາມເພີດເພີນ ສນຸກ ສນານ
ນະ ມະທາຍະ,                   ບໍ່ໃຫ້ ເປັນໄປເພື່ອຄວາມເມົາມັນ ເກີດກຳລັງພະລັງທາງກາຍ;
ນະ ມັນທະນາຍະ,              ບໍ່ໃຫ້ ເປັນໄປເພື່ອປະດັບ
ນະ ວິພູສະນາຍະ,              ບໍ່ໃຫ້ ເປັນໄປເພື່ອຕົກແຕ່ງ;
ຍາວະ ເທວະ ອິມັສສະ ກາຍັສສະ ຖິຕິຍາ,     ແຕ່ໃຫ້ເປັນໄປ ເພື່ອຄວາມຕັ້ງຢູ່ໄດ້ ແຫ່ງກາຍນີ້;
ຍາປະນາຍະ,                     ເພື່ອຄວາມເປັນໄປໄດ້ ຂອງ ອັດຕະພາບ;
ວິຫິງ ສຸປະຣະຕິຍາ,           ເພື່ອຄວາມສິ້ນໄປ ແຫ່ງຄວາມລຳບາກທາງກາຍ
ພຣັມມະຈະຣິຍານຸຄະຫາຍະ,    ເພື່ອອະນຸເຄາະ ແກ່ການປະພຶດ ພຣົມມະຈັນ
ອິຕິ ປຸຣານັນຈະ ເວທະນັງ ນະ ອຸປາເທສາມິ,     ແລະ ບໍ່ທຳທຸກຂະເວທະນາໃໝ່ ໃຫ້ເກີດຂຶ້ນ
ຍາຕຣາຈະ ເມ ພະວິສສະຕິ ອະນະວັຊຊະຕາ ຈະ ຜາສຸວິຫາໂຣຈາຕິ,     ອັນນຶ່ງ ເພື່ອຄວາມເປັນໄປໂດຍສະດວກແຫ່ງອັດຕະພາບ ນີ້ດ້ວຍ, ຄວາມເປັນຜູ້ຫາໂທດມິໄດ້ດ້ວຍ , ແລະຄວາມເປັນຢູ່ໂດຍຜາສຸກດ້ວຍ, ຈັກມີແກ່ເຮົາ ດັງນີ້


ຂໍ້ວ່າດ້ວຍເສນາສະນະ

ປະຕິສັງຂາ ໂຍນິໂສ ເສນາສະນັງ ປະຕິເສວາມິ,     ເຮົາຍ່ອມພິຈາຣະນາ ໂດຍແຍບຄາຍແລ້ວ ໃຊ້ສອຍເສນາສະນະ(ທີ່ຢູ່ອາສັຍ);
ຍາວະ ເທວະ ສີຕັສສະ ປະຕິຄາຕາຍະ,   ພຽງເພື່ອບຳບັດ ຄວາມໜາວ;
ອຸນຫັສສະ ປະຕິຄາຕາຍະ,                  ເພື່ອບຳບັດ ຄວາມຮ້ອນ;
ດັງສະມະກະສະວາຕາ ຕະປະສິຣິງ ສະປະສັມຜັສສານັງ ປະຕິຄາຕາຍະ     ເພື່ອບຳບັດ ສຳຜັດ ອັນເກີດຈາກໂຕເຫລືອບ ຍຸງ ລົມ ແດດ ແລະ ສັດເລືອຄານ ທັງຫລາຍ;
ຍາວະເທວະ ອຸຕຸປະຣິສະຍະວິໂນທະນັງ ປະຕິສັລລານາຣາມັຕຖັງ,     ພຽງເພື່ອບັນເທົາອັນຕະລາຍ ອັນຈະພຶງມີຈາກດິນຟ້າ ອາກາດ, ແລະ ເພື່ອຄວາມເປັນຜູ້ຍິນດີຢູ່ໄດ້ ໃນທີ່ຫລີກປ່ຽວສຳລັບ ພາວະນາ;


ຂໍ້ວ່າດ້ວຍ ຄີລະນະເພສັຊ
ປະຕິສັງຂາ ໂຍນິໂສ ຄີລະນະປັຈຈະຍະເພສັຊຊະ ປະຣິກຂາຣັງ ປະຕິເສວາມິ,
ເຮົາຍ່ອມພິຈາຣະນາ ໂດຍແຍບຄາຍແລ້ວ, ບໍຣິໂພກເພສັຊບໍຣິຂານ(ຢາ) ອັນເກື້ອກູນແກ່ຄົນໄຂ້;

ຍາວະ ເທວະ ອຸປປັນນານັງ ເວຍຍາພາທິການັງ ເວທະນານັງ ປະຕິຄາຕາຍະ
ພຽງເພື່ອບຳບັດທຸກຂະເວທະນາ ອັນບັງເກີດຂຶ້ນແລ້ວ ມີອາພາດຕ່າງໆເປັນມູນ
ອັພພະຍາປັຊຊະ ປະຣະມະຕາຍາຕິ,
ເພື່ອຄວາມເປັນຜູ້ບໍ່ມີໂຣຄບຽດບຽນ ເປັນຢ່າງຍິ່ງ ດັ່ງນີ້ ...




Picture



-< ກັບຄືນໜ້າບົດສູດມົນ