ທັມມະລາວ
  • ໜ້າຫລັກ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  • ໜ້າຫລັກ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  ທັມມະລາວ

ທະວັຕຕິງສາກາລະປາຖະ  ພິຈາຣະນາອາການ 32 

( ຫັນທະມະຍັງ ທ໌ວັຕຕິງສາກາລະປາຖັງ ພະນາມະ ເສ )

ອະຍັງ ໂຂ ເມ ກາໂຍ                                ອັນວ່າກາຍຂອງເຮົານີ້ແລ, 
ອຸທທັງ ປາທະຕະລາ                               ເບື້ອງບົນແຕ່ພື້ນເທົ້າຂຶ້ນມາ
ອະໂທ ເກສາ ມັຕຖະກາ                           ເບື້ອງຕໍ່າແຕ່ປາຍຜົມລົງໄປ
ຕາຈະ ປະຣິຍັນໂຕ                                  ມີໜັງຫຸ້ມຢູ່ເປັນທີ່ສຸດຮອບ
ປຸໂຣນານັປປະກາຣັສສະ                           ເຕັມໄປດ້ວຍຂອງບໍ່ສະອາດ
ອະສຸຈິນໂນ                                              ມີປະການຕ່າງໆ, 
ອັຕຖິ ອິມັສສມິງ ກາເຍ                           ມີຢູ່ໃນກາຍນີ້
- ເກສາ    ຜົມທັງຫລາຍ,                - ໂລມາ     ຂົນທັງຫລາຍ,                - ນະຂາ     ເລັບທັງຫລາຍ, 
- ທັນຕາ    ແຂ້ວທັງຫລາຍ,            - ຕະໂຈ     ໜັງ,                            - ມັງສັງ       ຊີ້ນ,  
- ນະຫະຣູ    ເອັນທັງຫລາຍ,            - ອັຕຖິ   ກະດູກທັງຫລາຍ,             - ອັຕຖິມິນຊັງ    ເຫຍື່ອໃນກະດູກ,  
- ວັກກັງ    ມ້າມ,                            - ຫະທະຍັງ   ໝາກຫົວໃຈ,             - ຍະກະນັງ   ຕັບ,
- ກິໂລມະກັງ     ພັງພືດ,                  - ປິຫະກັງ    ໝາກໄຂ່ຫລັງ,            - ປັຜຜາສັງ    ປອດ,    
- ອັນຕັງ     ໄສ້ໃຫຍ່,                       - ອັນຕະຄຸນັງ     ໄສ້ນ້ອຍ,               - ອຸທະຣິຍັງ    ອາຫານໃໝ່,    
- ກະຣິສັງ     ອາຫານເກົ່າ,                - ປິຕຕັງ     ນໍ້າບີ,                          - ເສມຫັງ    ນໍ້າສະເລດ,    
- ປຸພໂພ    ນໍ້າໜອງ,                       
- ໂລຫິຕັງ    ນໍ້າເລືອດ,                  - ເສໂທ   ນໍ້າເຫື່ອ,   
- ເມໂທ  ນໍ້າມັນຂຸ້ນ,                          - ອັສສຸ    ນໍ້າຕາ,                           - ວະສາ    ນໍ້າມັນແຫລວ,   
- ເຂໂລ    ນໍ້າລາຍ,                            - ສິງຄານິກາ    ນໍ້າມູກ ,                - ລະສິກາ    ໄຂຂໍ້,
- ມຸຕຕັງ    ນໍ້າມຸດ,                          - ມຸຕຖະລຸງຄັງ     ມັນສມອງ
ອະຍັງ ໂຂ ເມ ກາໂຍ                      ອັນວ່າກາຍຂອງເຮົານີ້ແລ
ອຸທທັງ ປາທະຕະລາ                      ເບື້ອງບົນແຕ່ພື້ນເທົ້າຂຶ້ນມາ
ອະໂທ ເກສາ ມັຕຖະກາ                 ເບື້ອງຕໍ່າແຕ່ປາຍຜົມລົງໄປ
ຕາຈະ ປະຣິຍັນໂຕ                        ມີໜັງຫຸ້ມຢູ່ເປັນທີ່ສຸດຮອບ
ປຸໂຣນານັປປະກາຣັສສະ                ເຕັມໄປດ້ວຍຂອງບໍ່ສະອາດ
ອະສຸຈິນໂນ                                   ມີປະການຕ່າງໆ 32 ຢ່າງນີ້ແລ


Picture



-<
ກັບຄືນໜ້າບົດສູດມົນ