ທັມມະຈັກກັປປະວັຕຕະນະສຸຕຕະປາຖະ
( ພຣະສູດທີ່ພຣະພຸທເຈົ້າຊົງເຣິ່ມວາງຫລັກທັມ ກ່ອນເຣື່ອງອື່ນ )
( ຫັນທະມະຍັງ ທັມມະຈັກກັປປະວັຕຕະນະສຸຕຕະປາຖັງ ພານາມະ ເສ )
ທະເວເມ ພິກຂະເວ ອັນຕາ, ດູກ່ອນພິກຂຸທັງຫລາຍ ທີ່ສຸດແຫ່ງການກະທຳ 2 ຢ່າງເຫລົ່ານີ້ ມິຢູ່,
ປັພພະຊິເຕນະ ນະ ເສວິຕັພພາ, ເປັນສິ່ງທີ່ ບັນພະຊິດບໍ່ຄວນຂ້ອງແວະເລີຍ,
ໂຍ ຈາຢັງ ກາເມສຸ ກາເມສຸຂັລລິການຸໂຍໂຄ, ນີ້ຄືການປະກອບຕົນພົວພັນຢູ່ດ້ວຍຄວາມໄຄ່ໃນກາມທັ້ງຫລາຍ,
ຫີໂນ, ເປັນຂອງ ຕໍ່າຊາມ
ຄັມໂມ, ເປັນຂອງຊາວບ້ານ,
ໂປຖຸຊຊະນິໂກ, ເປັນຂອງ ຊົນຊັ້ນປຸຖຸຊົນ,
ອະນະຣິໂຍ, ບໍ່ແມ່ນຂໍ້ປະຕິບັດຂອງພຣະອະຣິຍະເຈົ້າ,
ອະນັຕຖະສັນຫິໂຕ, ບໍ່ປະກອບດ້ວຍປໂຍດເລີຍ ນີ້ຢ່າງນຶ່ງ,
ໂຍ ຈາຍັງ ອັຕຕະກິລະທະຖານຸໂຍໂຄ, ອີກຢ່າງນຶ່ງ ຄືການປະກອບການທໍຣະມານຕົນໃຫ້ລຳບາກ,
ທຸກໂຂ, ເປັນສິ່ງນຳມາຊຶ່ງທຸກ

ອະນັຕຖະສັນຫິໂຕ ບໍ່ປະກອບດ້ວຍປໂຍດເລີຍ,
ເອເຕ ເຕ ພິກຂະເວ ອຸໂພ ອັນເຕ ອະນຸປະຄັມມະ ມັຊຊິມາ ປະຕິປະທາ, ດູກ່ອນພິກຂຸທັງຫລາຍ ຂໍ້ປະຕິບັດເປັນທາງສາຍກາງ ບໍ່ເຂົ້າໄປຫາ ທີ່ສຸດແຫ່ງການກະທຳ 2 ຢ່າງນັ້ນ ມິຢູ່,
ຕະຖາຄະເຕນະ ອະພິສັມພຸທທາ, ເປັນຂໍ້ປະຕິບັດທີ່ຕະຖາຄົຕຕັສຮູ້ ພ້ອມສະເພາະແລ້ວ,
ຈັກຂຸກະຣະນີ, ເປັນເຄື່ອງກະທຳໃຫ້ເກີດຈັກຂຸ,
ຍານະກະຣະນີ, ເປັນເຄື່ອງກະທຳໃຫ້ເກີດຍານ,
ອຸປະສະມາຍະ, ເພື່ອຄວາມສງົບ
ອະພິນຍາຍະ, ເພື່ອຄວາມຮູ້ຍິ່ງ
ສັມໂພທາຍະ, ເພື່ອຄວາມຮູ້ພ້ອມ,
ນິພພານາຍະ ສັງວັຕຕະຕິ, ເປັນໄປພ້ອມເພື່ອນິພພານ ,
ກະຕະມາ ຈະ ສາ ພິກຂະເວ ມັຊຊິມາ ປະຕິປະທາ, ດູກ່ອນພິກຂຸທັງຫລາຍ ຄືຂໍ້ປະຕິບັດເປັນທາງສາຍກາງນັ້ນ ເປັນໄປຢ່າງໃດ ?,
ອະຍະເມວະ ອະຣິໂຍ ອັຕຖັງຄິໂກ ມັຄໂຄ, ຂໍ້ປະຕິບັດເປັນທາງສາຍກາງນັ້ນ ຄືຂໍ້ປະຕິບັດເປັນຫົນທາງອັນປະເສີດ ປະກອບດ້ວຍອົງຄ໌ 8 ປະການ ນີ້ເອງ,
ເສຍຍະຖິທັງ, ໄດ້ແກ່ສິ່ງເຫລົ່ານີ້ ຄື,
ສັມມາທິຕຖິ, ຄວາມເຫັນຊອບ,
ສັມມາສັງກັປໂປ, ຄວາມດຳຣິຊອບ,
ສັມມາວາຈາ, ການເວົ້າຊອບ,
ສັມມາກັມມັນໂຕ, ການເຮັດວຽກຊອບ,
ສັມມາອາຊີໂວ, ການລ້ຽງຊີບຊອບ,
ສັມມາວາຍາໂມ, ຄວາມພາກພຽນຊອບ,
ສັມມາສະຕິ, ຄວາມຣະລຶກຊອບ,
ສັມມາສະມາທິ ຄວາມຕັ້ງໃຈໝັ້ນຊອບ,
ອະຍັງ ໂຂ ສາ ພິກຂະເວ ມັຊຊິມາ ປະຕິປະທາ, ດູກ່ອນພິກຂຸທັງຫລາຍ ນີ້ແລຄືຂໍ້ປະຕິບັດເປັນທາງສາຍກາງ,
ຕະຖາຄະເຕນະ ອະພິສັມພຸທທາ, ເປັນຂໍ້ປະຕິບັດທີ່ຕະຖາຄົຕໄດ້ຕັສຮູ້ ພ້ອມສະເພາະແລ້ວ,

ນິພພານາຍະ ສັງວັຕຕະຕິ ເປັນໄປພ້ອມເພື່ອນິພພານ ,
ອິທັງ ໂຂ ປະນະ ພິກຂະເວ ທຸກຂັງ ອະຣິຍະສັຈຈັງ, ດູກ່ອນພິກຂຸທັງຫລາຍ ກໍອະຣິຍະສັຈ ຄືທຸກນີ້ ມິຢູ່,
ຊາຕິປິ ທຸກຂາ, ຄືືຄວາມເກີດເປັນທຸກ,
ຊະຣາປິ ທຸກຂາ, ຄວາມແກ່ກໍເປັນທຸກ,
ຍາທິປິ ທຸກຂາ, ຄວາມເຈັບກໍເປັນທຸກ,
ມະຣະນັມປິ ທຸກຂັງ, ຄວາມຕາຍກໍເປັນທຸກ,
ໂສກະປະຣິເທວະທຸກຂະໂທມະນັສສຸປາຍາສາປິ ທຸກຂາ, ຄວາມໂສກ ຄວາມຮໍ່າໄຮລຳພັນ ຄວາມບໍ່ສະບາຍກາຍ ຄວາມບໍ່ສະບາຍໃຈ ຄວາມຄັບແຄ້ນໃຈ ກໍເປັນທຸກ,
ອັປປິເຍຫິ ສັມປະໂຍໂຄ ທຸກໂຂ, ຄວາມປະສົບກັບສິ່ງບໍ່ເປັນທີ່ຮັກທີ່ພໍໃຈ ກໍເປັນທຸກ,
ປິເຍຫິ ວິປປະໂຍໂຄ ທຸກໂຂ, ຄວາມພັດພາກຈາກສິ່ງທີ່ເປັນທີ່ຮັກທີ່ພໍໃຈ ກໍເປັນທຸກ,
ສັງຂິຕເຕນະ ປັນຈຸປາທານັກຂັນທາ ທຸກຂາ ວ່າໂດຍຫຍໍ້ ອຸປາທານຂັນທັ້ງຫ້າ ເປັນຕົວທຸກ,
ອິທັງ ໂຂ ປະນະ ພິກຂະເວ ທຸກຂະສະມຸທະໂຍ ອະຣິຍະສັຈຈັງ, ດູກ່ອນພິກຂຸທັງຫລາຍ, ກໍອະຣິຍະສັຈ ຄືເຫດໃຫ້ເກີດທຸກນີ້ ມິຢູ່,
ຍາຍັງ ຕັນຫາ, ນີ້ຄືຕັນຫາ ,
ໂປໂນພະຖະວິກາ, ອັນເປັນເຄື່ອງທຳໃຫ້ມີການເກີດອີກ,
ນັນທິຣາຄະສະຫະຄະຕາ, ອັນປະກອບຢູ່ດ້ວຍຄວາມກຳໜັດດ້ວຍອຳນາດຄວາມເພີນ
ຕັຕຕະຣະ ຕັຕຕະຣາພິນັນທິນີ, ອັນເປັນເຄື່ອງທຳໃຫ້ເພີນຢ່າງຍິ່ງໃນອາຣົມນັ້ນໆ
ເສຍຍະຖິທັງ, ໄດ້ແກ່ ຕັນຫາເຫລົ່ານີ້ຄື,
ກາມະຕັນຫາ, ຕັນຫາໃນກາມ,
ພະວະຕັນຫາ, ຕັນຫາໃນຄວາມມີ ຄວາມເປັນ,
ວິພະວະຕັນຫາ ຕັນຫາໃນຄວາມບໍ່ມີ ຄວາມບໍ່ເປັນ,
ອິທັງ ໂຂ ປະນະ ພິກຂະເວ ທຸກຂະນິໂຣໂທ ອະຣິຍະສັຈຈັງ, ດູກ່ອນພິກຂຸທັງຫລາຍ, ກໍອະຣິຍະສັຈ ຄືຄວາມດັບບໍ່ເຫລືອແຫ່ງທຸກນີ້ ມິຢູ່,
ໂຍ ຕັສສາເຍວະ ຕັນຫາຍະ ອະເສສະວິຣາຄະນິໂຣໂທ, ນີ້ຄືການດັບສນິດເພາະຈາງໄປໂດຍບໍ່ມີເຫລືອຂອງຕັນຫານັ້ນ ນັ່ນເອງ,
ຈາໂຄ, ເປັນຄວາມປັດຖິ້ມ
ປະຕິນິສສັຄໂຄ, ເປັນຄວາມດຶງຄືນ
ມຸຕຕິ, ເປັນຄວາມປ່ອຍ,
ອະນາລະໂຍ ເປັນຄວາມບໍ່ໃຫ້ມີທີ່ອາສັຍ ຊຶ່ງຕັນຫານັ້ນ,
ທັງ ໂຂ ປະນະ ພິກຂະເວ ທຸກຂະນິໂຣທະຄາມິນີ ປະຕິປະທາ ອະຣິຍະສັຈຈັງ, ດູກ່ອນພິກຂຸທັງຫລາຍ, ກໍອະຣິຍະສັຈຄືຂໍ້ປະຕິບັດທີ່ເຮັດໃຫ້ສັຕໃຫ້ລຸເຖິງ ຄວາມດັບບໍ່ເຫລືອແຫ່ງທຸກນີ້ ມິຢູ່,
ອະຍະເມວະ ອະຣິໂຍ ອັຕຖັງຄິໂກ ມັຄໂຄ, ນີ້ຄືຂໍ້ປະຕິບັດເປັນຫົນທາງອັນປະເສີດ ປະກອບດ້ວຍອົງຄ໌ 8 ປະການ,
ເສຍຍະຖິທັງ, ໄດ້ແກ່ສິ່ງເຫລົ່ານີ້ ຄື,
ສັມມາທິຕຖິ, ຄວາມເຫັນຊອບ,
ສັມມາສັງກັປໂປ, ຄວາມດຳຣິຊອບ,
ສັມມາວາຈາ, ການເວົ້າຊອບ,
ສັມມາກັມມັນໂຕ, ການເຮັດວຽກຊອບ,
ສັມມາອາຊີໂວ, ການລ້ຽງຊີບຊອບ,
ສັມມາວາຍາໂມ, ຄວາມພາກພຽນຊອບ,
ສັມມາສະຕິ, ຄວາມຣະລຶກຊອບ,
ສັມມາສະມາທິ ຄວາມຕັ້ງໃຈໝັ້ນຊອບ,
ສັມມາສະຕິ, ຄວາມຣະລຶກຊອບ,
ສັມມາສະມາທິ ຄວາມຕັ້ງໃຈໝັ້ນຊອບ,
ອິທັງ ທຸກຂັງ ອະຣິຍະສັຈຈັນຕິ ເມ ພິກຂະເວ, ປຸພເພ ອະນະນຸສສຸເຕສຸ ທັມເມສຸ, ຈັກຂຸງ ອຸທະປາທິ, ຍານັງ ອຸທະປາທິ, ປັນຍາ ອຸທະປາທິ, ວິຊຊາ ອຸທະປາທິ, ອາໂລໂກ ອຸທະປາທິ
ດູກ່ອນພິກຂຸທັງຫລາຍ, ຈັກຂຸເກີດຂຶ້ນແລ້ວແກ່ເຮົາ, ຍານເກີດຂຶ້ນແລ້ວແກ່ເຮົາ, ປັນຍາເກີດຂຶ້ນແລ້ວແກ່ເຮົາ, ວິຊຊາເກີດຂຶ້ນແລ້ວແກ່ເຮົາ, ແສງສວ່າງເກີດຂຶ້ນແລ້ວແກ່ເຮົາ, ໃນທັມທີ່ເຮົາບໍ່ເຄີຍຟັງມາກ່ອນ,ວ່າອະຣິຍະສັຈ ຄືທຸກເປັນຢ່າງນີ້ ຢ່າງນີ້ ດັ່ງນີ້,
ຕັງ ໂຂ ປະນິທັງ ທຸກຂັງ ອະຣິຍະສັຈຈັງ ປະຣິນເຍຍຍັນຕິ ວ່າ ກໍອະຣິຍະສັຈ ຄືທຸກນັ້ນແລ ເປັນສິ່ງທີ່ຄວນກຳໜົດຮູ້ ດັ່ງນີ້,
ຕັງ ໂຂ ປະນິທັງ ທຸກຂັງ ອະຣິຍະສັຈຈັງ ປະຣິນຍາຕັນຕິ ວ່າ ກໍອະຣິຍະສັຈ ຄືທຸກນັ້ນແລ ເຮົາກຳໜົດຮູ້ໄດ້ແລ້ວ ດັ່ງນີ້,
ອິທັງ ທຸກຂະສະມຸທະໂຍ ອະຣິຍະສັຈຈັນຕິ ເມ ພິກຂະເວ, ປຸພເພ ອະນະນຸສສຸເຕສຸ ທັມເມສຸ, ຈັກຂຸງ ອຸທະປາທິ, ຍານັງ ອຸທະປາທິ, ປັນຍາ ອຸທະປາທິ, ວິຊຊາ ອຸທະປາທິ, ອາໂລໂກ ອຸທະປາທິ
ດູກ່ອນພິກຂຸທັງຫລາຍ, ຈັກຂຸເກີດຂຶ້ນແລ້ວແກ່ເຮົາ, ຍານເກີດຂຶ້ນແລ້ວແກ່ເຮົາ, ປັນຍາເກີດຂຶ້ນແລ້ວແກ່ເຮົາ, ວິຊຊາເກີດຂຶ້ນແລ້ວແກ່ເຮົາ, ແສງສວ່າງເກີດຂຶ້ນແລ້ວແກ່ເຮົາ, ໃນທັມທີ່ເຮົາບໍ່ເຄີຍຟັງມາກ່ອນ,ວ່າອະຣິຍະສັຈ ຄືເຫດໃຫ້ເກີດທຸກເປັນຢ່າງນີ້ ຢ່າງນີ້ ດັ່ງນີ້,
ຕັງ ໂຂ ປະນິທັງ ທຸກຂະສະມຸທະໂຍ ອະຣິຍະສັຈຈັງ ປະຫາຕັພພັນຕິ, ວ່າ ກໍອະຣິຍະສັຈ ຄືເຫດໃຫ້ເກີດທຸກນັ້ນແລ ເປັນສິ່ງທີ່ຄວນລະເສັຽ ດັ່ງນີ້,
ຕັງ ໂຂ ປະນິທັງ ທຸກຂະສະມຸທະໂຍ ອະຣິຍະສັຈຈັງ ປະຫີນັນຕິ, ວ່າ ກໍອະຣິຍະສັຈ ຄືເຫດໃຫ້ເກີດທຸກນັ້ນແລ ເຮົາລະໄດ້ແລ້ວ ດັ່ງນີ້,
ອິທັງ ທຸກຂະນິໂຣໂທ ອະຣິຍະສັຈຈັນຕິ ເມ ພິກຂະເວ, ປຸພເພ ອະນະນຸສສຸ ເຕສຸ ທັມເມສຸ, ຈັກຂຸງ ອຸທະປາທິ, ຍານັງ ອຸທະປາທິ, ປັນຍາ ອຸທະປາທິ, ວິຊຊາ ອຸທະປາທິ, ອາໂລໂກ ອຸທະປາທິ
ດູກ່ອນພິກຂຸທັງຫລາຍ, ຈັກຂຸເກີດຂຶ້ນແລ້ວແກ່ເຮົາ, ຍານເກີດຂຶ້ນແລ້ວແກ່ເຮົາ, ປັນຍາເກີດຂຶ້ນແລ້ວແກ່ເຮົາ, ວິຊຊາເກີດຂຶ້ນແລ້ວແກ່ເຮົາ, ແສງສວ່າງເກີດຂຶ້ນແລ້ວແກ່ເຮົາ, ໃນທັມທີ່ເຮົາ ບໍ່ເຄີຍຟັງມາກ່ອນ,ວ່າອະຣິຍະສັຈ ຄືຄວາມດັບບໍ່ເຫລືອແຫ່ງທຸກ ເປັນຢ່າງນີ້ ຢ່າງນີ້ ດັ່ງນີ້,
ຕັງ ໂຂ ປະນິທັງ ທຸກຂະນິໂຣທັງ ອະຣິຍະສັຈຈັງ ສັຈສິກາຕັພພັນຕິ, ວ່າ ກໍອະຣິຍະສັຈ ຄືຄວາມດັບບໍ່ເຫລືອແຫ່ງທຸກນັ້ນແລ ເປັນສິ່ງທີ່ຄວນທຳໃຫ້ແຈ້ງ ດັ່ງນີ້,
ຕັງ ໂຂ ປະນິທັງ ທຸກຂະນິໂຣໂທ ອະຣິຍະສັຈຈັງ ສັຈສະກະຕັນຕິ ວ່າ ກໍອະຣິຍະສັຈ ຄືຄວາມດັບບໍ່ເຫລືອແຫ່ງທຸກນັ້ນແລ ເຮົາທຳໃຫ້ແຈ້ງໄດ້ແລ້ວ ດັ່ງນີ້,
ອິທັງ ທຸກຂະນິໂຣທະຄາມິນີປະຕິປະທາ ອະຣິຍະສັຈຈັນຕິ ເມ ພິກຂະເວ, ປຸພເພ ອະນະນຸສສຸເຕສຸ ທັມເມສຸ, ຈັກຂຸງ ອຸທະປາທິ, ຍານັງ ອຸທະປາທິ, ປັນຍາ ອຸທະປາທິ, ວິຊຊາ ອຸທະປາທິ, ອາໂລໂກ ອຸທະປາທິ
ດູກ່ອນພິກຂຸທັງຫລາຍ, ຈັກຂຸເກີດຂຶ້ນແລ້ວແກ່ເຮົາ, ຍານເກີດຂຶ້ນແລ້ວແກ່ເຮົາ, ປັນຍາເກີດຂຶ້ນແລ້ວແກ່ເຮົາ, ວິຊຊາເກີດຂຶ້ນແລ້ວແກ່ເຮົາ, ແສງສວ່າງເກີດຂຶ້ນແລ້ວແກ່ເຮົາ, ໃນທັມທີ່ເຮົາ ບໍ່ເຄີຍຟັງມາກ່ອນ,ວ່າອະຣິຍະສັຈ ຄືຂໍ້ປະຕິບັດທີ່ເຮັດໃຫ້ສັຕໃຫ້ລຸເຖິງ ຄວາມດັບບໍ່ເຫລືອແຫ່ງທຸກ ເປັນຢ່າງນີ້ ຢ່າງນີ້ ດັ່ງນີ້,
ຕັງ ໂຂ ປະນິທັງ ທຸກຂະນິໂຣທະຄາມິນີປະຕິປະທາ ອະຣິຍະສັຈຈັງ ພາເວຕັພພັນຕິ,
ວ່າ ກໍອະຣິຍະສັຈ ຄືຂໍ້ປະຕິບັດທີ່ເຮັດໃຫ້ສັຕໃຫ້ລຸເຖິງ ຄວາມດັບບໍ່ເຫລືອແຫ່ງທຸກນັ້ນແລ ເຮົາທຳໃຫ້ເກີດມິ ດັ່ງນີ້,
ຕັງ ໂຂ ປະນິທັງ ທຸກຂະນິໂຣທະຄາມິນີປະຕິປະທາ ອະຣິຍະສັຈຈັງ ພາວິຕັນຕິ,
ວ່າ ກໍອະຣິຍະສັຈ ຄືຂໍ້ປະຕິບັດທີ່ເຮັດໃຫ້ສັຕໃຫ້ລຸເຖິງ ຄວາມດັບບໍ່ເຫລືອແຫ່ງທຸກນັ້ນແລ ເຮົາທຳໃຫ້ເກີດມິໄດ້ແລ້ວ ດັ່ງນີ້,
ຍາວະກີວັນຈະ ເມ ພິກຂະເວ, ອິເມສຸ ຈະຕູສຸ ອະຣິຍະສັຈເຈສຸ, ເອວັນຕິປິຣິວັຕຕັງ ທະວາທະສາກາຣັງ, ຍະຖາພູຕັງ ຍານະທັສສະນັງ ນະ ສຸວິສຸທທັງ ອະໂຫສິ
ດູກ່ອນພິກຂຸທັງຫລາຍ, ປັນຍາເປັນເຄື່ອງຮູ້ເຫັນຕາມຄວາມເປັນຈິງ, ມີປະຣິວັຕ 3 ມີອາການ 12 ເຊັ່ນນັ້ນ, ໃນອະຣິຍະສັຈທັ້ງ 4 ເຫລົ່ານີ້ ຍັງບໍ່ເປັນຂອງບໍຣິສຸດໝົດຈົດດ້ວຍດີແກ່ເຮົາ, ຢູ່ພຽງໃດ,
ເນວະ ຕາວາຫັງ ພິກຂະເວ ສະເທວະເກ ໂລເກ ສະມາຣະເກ ສະພຣັຫມະເກ,
ສັສສະມະນະພຣາຫມະນິຍາ ປະຊາຍະ, ສະເທວະມະນຸສສາຍະ ອະນຸຕຕຣັງ ສັມມາສັມໂພທິງ ອະພິສັມພຸທໂທ ປັຈຈັນຍາສິງ,
ດູກ່ອນພິກຂຸທັງຫລາຍ, ຕລອດກາລພຽງນັ້ນ, ເຮົາຍັງບໍ່ຍືນຢັນວ່າ ໄດ້ຕັສຮູ້ພ້ອມສະເພາະແລ້ວ, ຊຶ່ງອະນຸຕຕະຣະສັມມາສັມໂພທິຍານ, ໃນໂລກພ້ອມທັ້ງເທວະໂລກ ມາຣໂລກ ພຣົມມະໂລກ, ໃນໝູ່ສັຕ ພ້ອມທັ້ງສະມະນະພຣາມ ພ້ອມທັ້ງເທວະດາ ແລະ ມະນຸສ,
ຍະໂຕ ຈະ ໂຂ ເມ ພິກຂະເວ, ອິເມສຸ ອະຣິຍະສັຈເຈສຸ, ເອວັນຕິປິຣິວັຕຕັງ ທະວາທະສາກາຣັງ, ຍະຖາພູຕັງ ຍານະທັສສະນັງ ສຸວີສຸທທັງ ອະໂຫສິ
ດູກ່ອນພິກຂຸທັງຫລາຍ, ເມື່ອໃດປັນຍາເຄື່ອງຮູ້ເຫັນຕາມຄວາມເປັນຈິງ, ມີປະຣິວັຕ 3 ມີອາການ 12 ເຊັ່ນນັ້ນ, ໃນອະຣິຍະສັຈທັ້ງ 4 ເຫລົ່ານີ້ ເປັນຂອງບໍຣິສຸດໝົດຈົດດ້ວຍດີແກ່ເຮົາ,
ອະຖາຫັງ ພິກຂະເວ ສະເທວະເກ ໂລເກ ສະມາຣະເກ ສະພຣັຫມະເກ, ສັສສະມະນະພຣາຫມະນິຍາ ປະຊາຍະ, ສະເທວະມະນຸສສາຍະ, ອະນຸຕຕະຣັງ ສັມມາສັມໂພທິງ ອະພິສັມພຸທໂທ ປັຈຈັນຍາສິງ,
ເມື່ອນັ້ນ, ເຮົາຍືນຢັນວ່າ ໄດ້ຕັສຮູ້ພ້ອມສະເພາະແລ້ວ, ຊຶ່ງອະນຸຕຕະຣະສັມມາສັມໂພທິຍານ, ໃນໂລກພ້ອມທັ້ງເທວະໂລກ ມາຣໂລກ ພຣົມມະໂລກ, ໃນໝູ່ສັຕ ພ້ອມທັ້ງສະມະນະພຣາມ ພ້ອມທັ້ງເທວະດາ ແລະ ມະນຸສ,
ຍານັນຈະ ປະນະ ເມ ທັສສະນັງ ອຸທະປາທິ, ດູກ່ອນພິກຂຸທັງຫລາຍ, ກໍຍານແລະທັສນະໄດ້ເກີດຂຶ້ນແລ້ວແກ່ເຮົາ,
ອະກຸປປາ ຈະ ເມ ວິມຸຕຕິ, ວ່າຄວາມຫລຸດພົ້ນຂອງເຮົາບໍ່ກັບມາເກີດອີກ,
ອະຍະມັນຕິມາ ຊາຕິ, ຄວາມເກີດນີ້ເປັນຄວາມເກີດຄັ້ງສຸດທ້າຍ,
ນັຕຖິທານິ ປູນັພພະໂວ ຕິ, ບັດນີ້ ຄວາມເກີດອີກຍ່ອມບໍ່ມີ ດັ່ງນີ້