ທັມມະລາວ
  • ທັມມະ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  • ທັມມະ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  ທັມມະລາວ
ທັມມະປະຫັງສະນະປາຖະ   
(​​​ ຫັນທະມະຍັງ ທັມມະປະຫັງສະນະ ສະມາທະປະນາທິວະຈະນະ ປາຖັງ ພະນາມະ ເສ )


ອະຖາປະຣັງ ໂພນໂຕ ທັມມະປະຫັງສະນະສະມາທະປະນາທິວະຈະນະສັງວັນນະນາ ອັມເຫຫິ ສັຊຊາຍິຕັພພາ,
ດູກ່ອນທ່ານຜູ້ຈະເຣີນທັ້ງຫລາຍ, ລໍາດັບນີ້ເຣື່ອງອັນກ່ຽວກັບທັມມະປະຫັງສະນາ, ອັນ ພຣະຜູ້ມີພຣະພາຄເຈົ້າໄດ້ຕຣັສໄວ້ດີແລ້ວ, ເປັນເຣື່ອງທີ່ຂ້າພະເຈົ້າທັງຫລາຍ ຈັກນຳມາສາທະຍາຍ,

ຕັງ ສັພເພວະ ສັນຕາ ສາທຸກັງ ສຸໂນມະ ມະນະສິກະໂຣມະ, 
ຂໍພວກເຮົາທັ້ງຫລາຍ, ຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີເພື່ອສຳເລັດປໂຍດສືບຕໍ່ໄປ,

ເອວັງ ສະວາກຂາໂຕ ພິກຂະເວ ມະຍາ ທັມໂມ,
ດູກ່ອນພິກຂຸທັງຫລາຍ, ພຣະທັມເປັນທັມອັນເຮົາກ່າວໄວ້ດີແລ້ວຢ່າງນີ້,

ອຸຕຕາໂນ,   ເປັນທັມອັນທຳໃຫ້ເປັນດຸຈຂອງຂ້ອມທີ່ຫງາຍແລ້ວ,

ວິວະໂຕ,    ເປັນທັມອັນທຳໃຫ້ເປັນດຸຈຂອງປິດທີ່ເປີດແລ້ວ,

ປະກາສິໂຕ,   ເປັນທັມອັນເຮົາ ຕະຖາຄົຕ ປະກາດກ້ອງແລ້ວ,

ຊິນນະປິໂລຕິໂກ, ເປັນທັມມີສ່ວນເປື້ອນ ອັນເຮົາ ຕະຖາຄົຕຖາກອອກໝົດສິ້ນແລ້ວ,   


ເອວັງ ສະວາກຂາໂຕ ພິກຂະເວ ມະຍາ ທັມໂມ,   ດູກ່ອນພິກຂຸທັງຫລາຍ ເມື່ອທັມນີ້ເປັນທັມອັນເຮົາກ່າວໄວ້ດີແລ້ວ ຢ່າງນີ້,  

ອະລັງ ເອວະ,   ຍ່ອມເປັນການສົມຄວນແລ້ວນັ້ນແທ້,

ສັທທາປັພພະຊິເຕນະ ກຸລະປຸຕເຕນະ ວິຣິຍັງ ອາຣະພິຕຸງ,     ທີ່ກຸລບຸຕຜູ້ບວດແລ້ວດ້ວຍສັທທາ ຈັກພຶງກ່າວເຖິງການກະທຳ ຄວາມພຽນ,

ກາມັງ ຕະໂຈ ຈະ ນະຫາຣູ ຈະ ອັຕຖິ ຈະ ອະວະສິສສະຕຸ,      ດ້ວຍການອະທິຖານຈິດວ່າແມ້ໜັງເອັນກະດູກເທົ່ານັ້ນ ຈັກເຫລືອຢູ່,

ສະຣີຣະ ອຸປະສຸສສະຕຸ ມັງສະໂລຫິຕັງ,      ຊີ້ນແລະເລືອດໃນກາຍນີ້ ຈັກເຫືອດແຫ້ງໄປກໍຕາມທີ,

ຍັນຕັງ ປຸຣິສະຖາເມນະ ປຸຣິສະວິຣິເຍນະ ປຸຣິສະປະຣັກກະເມນະ ປັຕຕັພພັງ,
ປໂຍດອັນໃດ ອັນບຸກຄົນຈະພຶງລຸເຖິງໄດ້ດ້ວຍກຳລັງ ດ້ວຍຄວາມພຽນ ຄວາມບາກບັ່ນຂອງບຸຣຸສ,

ນະ ຕັງ ອະປາປຸນິຕຕະວາ ປຸຣິສິສສະ ວິຣິຍັສສະ ສັນຖານັງ ພະວິສສະຕີ ຕິ,
ຖ້າຍັງບໍ່ບັນລຸປໂຍດນັ້ນແລ້ວ ຈັກຢຸດຄວາມພຽນຂອງບຸຣຸສເສັຽເປັນບໍ່ມີ ດັ່ງນີ້,

ທຸກຂັງ ພິກຂະເວ ກຸສີໂຕ ວິຫະຣະຕິ,      ດູກ່ອນພິກຂຸທັງຫລາຍ  ຄົນກຽດຄ້ານຍ່ອມຢູເປັນທຸກ,

ໂວກິນໂນ ປາປະເກຫິ ອະກຸສະເລຫິ ທັມເມຫິ,      ປະປົນຢູ່ດ້ວຍອະກຸສົລທັມອັນລາມົກທັ້ງຫລາຍດ້ວຍ,

ມະຫັນຕັນຈະ ສະທັຕຖັງ ປະຣິຫາເປຕິ,     ຍ່ອມທໍາປໂຍດອັນໃຫຍ່ຫລວງຂອງຕົນໃຫ້ເສື່ອມດ້ວຍ,

ອາຣັທທະວິຣະໂຍ ຈະ ໂຂ   ພິກຂະເວ ສຸຂັງ ວິຫະຣະຕິ,      ດູກ່ອນພິກຂຸທັງຫລາຍ ບຸກຄົນຜູ້ມີຄວາມພຽນອັນກ່າວເຖິງແລ້ວ ຍ່ອມຢູ່ເປັນສຸກ,

ປະວິວິຕໂຕ ປາປະເກຫິ ອະກຸສະເລຫິ ທັມເມຫິ,      ສງັດແລ້ວຈາກອະກຸສົລທັມອັນລາມົກທັ້ງຫລາຍດ້ວຍ

ມະຫັນຕັນຈະ ສະທັຕຖັງ ປະຣິປູເຣນຕິ,       ຍ່ອມທໍາປໂຍດອັນໃຫຍ່ຫລວງຂອງຕົນໃຫ້ບໍຣິບູນດ້ວຍ,

ນະ   ພິກຂະເວ ຫີເນນະ ອັຄຄັສສະ ປັຕຕິ ໂຫຕິ,
ດູກ່ອນພິກຂຸທັງຫລາຍ ການບັນລຸທັມອັນເລີດດ້ວຍການກະທຳອັນຊົ່ວ ຍ່ອມມີບໍ່ໄດ້ເລີຍ,

ອັຄເຄນະ ຈະ ໂຂ ອັຄຄັສສະ ປັຕຕິ ໂຫຕິ,      ແຕ່ການບັນລຸທັມອັນເລີດ ດ້ວຍການກະທຳອັນເລີດ ຍ່ອມມີໄດ້ແລ,

ມັນທະເປຍຍະມິທັງ  ພິກຂະເວ ພຣັມມະຈະຣິຍັງ,
ດູກ່ອນພິກຂຸທັງຫລາຍ ພົມມະຈັນນີ້ໜ້າດື່ມ ເໝືອນມັນທະ ຍອດໂອຊະແຫ່ງໂຄຣົສ,
 
ສັຕຖາ ສັມມຸຂີພູໂຕ,     ທັ້ງພຣະສາສດາ ກໍຢູ່ ນະ ທີ່ສະເພາະໜ້ານີ້ແລ້ວ,

ຕັສສະມາຕິຫະ ພິກຂະເວ ວິຣິຍັງ ອາຣະພະຖະ,
ດູກ່ອນພິກຂຸທັງຫລາຍ ເພາະເຫດນັ້ນແລ ທ່ານທັ້ງຫລາຍຈົ່ງກ່າວເຖິງຄວາມພຽນເຖີດ,     

ອັປປັຕຕັສສະ ປັຕຕິຍາ,        ເພື່ອການບັນລຸຊຶ່ງທັມອັນຍັງບໍ່ບັນລຸ,

ອະນະທິຄະຕັສສະ ອະທິຄະມາຍະ, ເພື່ອໃຫ້ເຂົ້າເຖິງຊຶ່ງທັມ  ອັນຍັງບໍ່ເຖິງ,   

ອະສັຈຊິກະຕັສສະ ສັຈຊິກິຣິຍາຍະ,   ເພື່ອທຳໃຫ້ແຈ້ງຊຶ່ງທັມ ອັນຍັງບໍ່ທຳໃຫ້ແຈ້ງ, 

ເອວັງ ໂນ ອະຍັງ ອັມຫາກັງ ປັພພັຊຊາ,  ເມື່ອເປັນຢ່າງນີ້ ການບວດຂອງເຮົາທັ້ງຫລາຍນີ້,

ອະວັງກະຕາ ອະວັນຊາ ພະວິສສະຕິ, ຈັກເປັນການບວດທີ່ບໍ່ຕໍ່າຊາມ ຈັກບໍ່ເປັນໝັນຊື່ໆ,

ສະຜະລາ ສະອຸທະຣະຍາ, ແຕ່ຈັກເປັນການບວດທີ່ມີຜົນ ເປັນການບວດທີ່ມີກຳໄລ,

ເຍສັງ ມະຍັງ ປະຣິພຸນຊາມະ, ຈີວະຣະປິນທະປາຕະ ເສນາສະນະຄິລານະປັຈຈະຍະ ເພສັຊຊະປະຣິກຂາຣັງ,
ພວກເຮົາທັ້ງຫລາຍບໍຣິໂພກ ຈີວອນ ບິນທະບາດ ເສນາສະນະ ແລະ ເພສັຊ ຂອງຊົນທັ້ງຫລາຍ ເຫລົ່າໃດ,

ເຕສັງ ເຕ ກາຣາ ອັມເຫສຸ,      ການກະທຳນັ້ນໆ ຂອງຊົນທັ້ງຫລາຍເຫລົ່ານັ້ນ ໃນເຮົາທັ້ງຫລາຍ,

ມະຫັປຜະລາ ພະວິສສັນຕິ ມະຫານິສັງສາ ຕິ,      ຈັກເປັນການທຳທີ່ມີຜົນໃຫຍ່ ມີອານິສົງໃຫຍ່ ດັ່ງນີ້,

ເອວັງ ຫິ ໂນ ພິກຂະເວ ສິກຂິຕັພພັງ,       ດູກ່ອນພິກຂຸທັງຫລາຍ ທ່ານທັ້ງຫລາຍພຶງທຳຄວາມກຳໜົດຈົດຈຳຢ່າງນີ້ແລ,

ອັຕຕັຕຖັງ ວາ ຫິ ພິກຂະເວ ສັມປັສສະມາເນນະ,      ດູກ່ອນພິກຂຸທັງຫລາຍ ເມື່ອບຸກຄົນມອງເຫັນຢູ່ຊຶ່ງປໂຍດຕົນກໍຕາມ,

ອະລະເມວະ ອັປປະມາເທນະ ສັມປາເທຕຸງ,     ກໍຄວນແລ້ວນັ້ນແຫລະ  ເພື່ອຍັງປໂຍດຕົນໃຫ້ເຖິງພ້ອມ ດ້ວຍຄວາມບໍ່ປະໝາດ,

ປະຣັຕຖັງ ວາ ຫິ ພິກຂະເວ ສັມປັສສະມາເນນະ,    ດູກ່ອນພິກຂຸທັງຫລາຍ ເມື່ອບຸກຄົນມອງເຫັນຢູ່ຊຶ່ງປໂຍດແຫ່ງຊົນເຫລົ່າ ອື່ນກໍຕາມ,

ອະລະເມວະ ອັປປະມາເທນະ ສັມປາເທຕຸງ,      ກໍຄວນແລ້ວນັ້ນແຫລະ  ເພື່ອຍັງປໂຍດແຫ່ງຊົນເຫລົ່າອື່ນໃຫ້ເຖິງພ້ອມ ດ້ວຍຄວາມບໍ່ປະໝາດ,

ອຸພະຍັຕຖັງ ວາ ຫິ ພິກຂະເວ ສັມປັສສະມາເນນະ,      ດູກ່ອນພິກຂຸທັງຫລາຍ ເມື່ອບຸກຄົນມອງເຫັນຢູ່ຊຶ່ງປໂຍດທັ້ງ 2 ຝ່າຍກໍຕາມ,

ອະລະເມວະ ອັປປະມາເທນະ ສັມປາເທຕຸງ,      ກໍຄວນແລ້ວນັ້ນແຫລະ  ເພື່ອຍັງປໂຍດທັ້ງ 2 ຝ່າຍໃຫ້ເຖິງພ້ອມດ້ວຍຄວາມ ບໍ່ປະໝາດ,

ອິຕິ​​ ... ດ້ວຍປະການ ສະນີ້ແລ 


Picture



-<
ກັບຄືນໜ້າສູດມົນ