ຄວາມເປັນມາຂອງບຸນກະຖິນ... ກອງບຸນທີ່ເຮັດໄດ້ງ່າຍໆ
ພຣະອາຈາຣຍ໌ ພຸດທິໄຊ ພຸດທິບັນດິດ
ເດີມທີຄວາມເປັນມາຂອງງານກະຖິນມີເຣື່ອງເລົ່າວ່າ ໃນຄັ້ງພຸທກາລມີພິກຂຸຊາວເມືອງປາຖາ 30ອົງຄ໌ ຊຶ່ງເປັນຜູ້ຖື ການຢູ່ປ່າ ການທ່ຽວບິນທະບາດ ນົ່ງຫົ່ມຜ້າບັງສະກຸນ(ຜ້າເກັບຕົກຈາກ ທີ່ຕ່າງໆ ມາປະຕິດປະຕໍ່ເຮັດເປັນຈີວອນ) ຫລືໃຊ້ ຜ້າ 3ຜືນ (ຜ້າຈີວອນ ສັງຄາຕິ ແລະຜ້າສະບົງ ບໍ່ເກີນກວ່ານັ້ນ) ເດີນທາງ ໄປເຂົ້າເຝົ້າພຣະພຸດທະເຈົ້າ ແຕ່ເນື່ອງດ້ວຍຫົນທາງໄກ ໄປບໍ່ທັນ ວັນເຂົ້າພັນສາມາເຖິງກ່ອນ ໂດຍເຫລືອລະຍະທາງອີກ 6 ໂຍດ (ປະມານ 96km) ຈິ່ງເຖິງພຣະນະຄອນສາວັດຖີ ຈຶ່ງຈຳໃຈ ຈຳພັນສາ ທີ່ເມືອງສາເກດ ຕລອດລະຍະ 3 ເດືອນ ມີຄວາມລະນຶກ ເຖິງສົມເດັດພຣະບໍຣົມມະສາສດາຢູ່ ສເມີ.
ເມື່ອອອກພັນສາແລ້ວ ຈິ່ງພາກັນເດີນທາງມາເຝົ້າ ພຣະພຸທທະເຈົ້າທີ່ ວັດເຊຕະວັນມະຫາວິຫາຣ ພຣະນະຄອນສາວັດຖີ ໃນຂະນະທີ່ຜ້າຈີວອນຍັງປຽກ ຊູ່ມດ້ວຍນ້ຳຝົນຢູ່ ຄືຕ້ອງເດີນທາງລຸຍນ້ຳ ລຸຍຕົມ ເພາະລະຍະທາງທີ່ເດີນທາງ ໄປນັ້ນ ຝົນຍັງຕົກຫນັກຢູ່ ພິກຂຸເຫລົ່ານັ້ນໄດ້ຮັບ ຄວາມລຳບາກ ເນື່ອງດ້ວຍຜ້າ ຈີວອນທີ່ເປື້ອນຕົມ ແລະປຽກຊຸ່ມດ້ວຍນ້ຳຝົນ ພຣະພຸທທະເຈົ້າຈິ່ງຊົງຖືເປັນມູລ ເຫດຊົງມີ ພຸດທານຸຍາດໃຫ້ພິກຂຸທີ່ຈຳພັນສາຄົບ 3 ເດືອນກຣານກະຖິນໄດ້ [1] ຄຳວ່າ ກຣານ ເປັນພາສາຂະເມນ ແປວ່າ ຂຶງ ຄື: ເຮັດໃຫ້ຕຶງ ກໍ່ຄືເອົາ ຜ້າທີ່ຈະຫຍິບເປັນຈີວອນ ເຂົ້າໄປຂຶງທີ່ໄມ້ສະດຶງນັ້ນ [2] ຄຳວ່າ ກະຖິນ ເປັນພາສາ ບາລີ ໃນຫນັງສືສາສນະ ພິທີສະບັບກົມການສາສນາໃຫ້ຄວາມຫມາຍວ່າ ກະຖິນ ແປວ່າ ຂອບໄມ້ ຫລືໄມ້ ແບບສຳຫລັບຂຶງເພື່ອຕັດຫຍິບ ຜ້າຈີວອນ ຂອງພຣະພິກ ຂຸ. ການທອດກະຖິນ ຫລືການຖວາຍຜ້າກະຖິນ ຄືການທີ່ຄະລືຫັດ ຜູ້ມີສັດທາ ຫລືແມ້ແຕ່ພິກຂຸສາມະເນນກໍ່ດີ ນຳຜ້າໄປຖວາຍແກ່ສົງຄ໌ຜູ້ຈຳພັນສາແລ້ວ ໃນວັດໃດວັດຫນຶ່ງ ເພື່ອທຳເປັນຜ້າ ກະຖິນຮຽກຄຳທັມມະດາວ່າ 'ທອດກະຖິນ' ນອກຈາກຜ້າກະຖິນແລ້ວປັດຈຸບັນຍັງນິຍົມມີເຄື່ອງອື່ນໆ ຖວາຍເພິ່ມເຂົ້າໄປອີກ ດ້ວຍເປັນຈຳນວນມາກຮຽກວ່າ ບໍຣິວາຣກະຖິນ ແລ້ວນຳໄປວາງໄວ້ຕໍ່ຫນ້າພຣະ ສົງຄ໌ 5 ອົງຄ໌ (ເພາະຈະຕ້ອງຈັດເປັນອົງຄ໌ຮັບ ຜ້າກະຖິນອົງຄ໌ນຶ່ງ ແລະຕ້ອງ ມີພິກຂຸອີກ 4 ອົງຄ໌ຂຶ້ນໄປຈິ່ງສາມາດ ປະກອບສັງຄະກັມ ກ່ຽວກັບພິທີກັມນີ້ ຕາມກຳຫນົດທາງ ພຣະວິນັຍໄດ້) ເພາະສັງຄະກັມບາງຢ່າງ ຈຳຕ້ອງມີຂໍ້ກຳຫນົດຈຳນວນພຣະສົງຄ໌ ຄືບາງພິທີກັມຕ້ອງໃຫ້ມີພິກຂຸ 4 ອົງຄ໌ ຂຶ້ນໄປຫລື...5-10ແລະ 20 ອົງຄ໌ຂຶ້ນໄປພິທີກັມນັ້ນ ຈຶ່ງຖືກຕ້ອງ [3] ເຊັ່ນໃນເຂດ ທຸຣະກັນດານຫາພຣະຍາກ ກໍບັນຍັດ ວ່າພິກຂຸ 4 ອົງຄ໌ ສາມາດລົງອຸບໂປສັງຄະກັມໄດ້ ພິກຂຸ 5 ອົງຄ໌ສາມາດຮັບກະຖິນໄດ້ ບວດນາກໄດ້ ແລະພິກຂຸ 20 ອົງຄ໌ສາມາດ ສູດອັບພານງານເຂົ້າປະຣິວາດສະກັມໄດ້ ເປັນຕົ້ນ) ແລ້ວໃຫ້ ພຣະສົງຄ໌ ອົງຄ໌ໃດອົງຄ໌ຫນຶ່ງ ທີ່ໄດ້ຮັບມອບຫມາຍ ຈາກຄະນະ ສົງຄ໌ຢ່າງ ເປັນເອກະສັນ ໃຫ້ເປັນຜູ້ຮັບຜ້າກະຖິນນັ້ນ ພິກຂຸ ອົງຄ໌ນັ້ນ ປະຕິບັດຫນ້າທີ່ ຕັ້ງແຕ່ ຊັກ ແທກ ຕັດ ຫຍິບ ແລະຍ້ອມ ໃຫ້ສຳເລັດໃນວັນນັ້ນ ທຳພິນທຸ (ຫມາຍຊື່ຕົນໄວ້ກັນຫລົງ ກັບຜ້າ ຂອງອົງຄ໌ອື່ນ) ອະທິຖານຜ້ານັ້ນຜືນໃດ ຜືນນຶ່ງ ໃນໄຕຣຈີວອນ ນັ້ນ ແລ້ວບອກແກ່ພິກຂຸສົງຄ໌ທີ່ພ້ອມກັນຍົກຜ້າໃຫ້ ເພື່ອອະນຸໂມທະນາ (ສະແດງຄວາມຍີນດີດ້ວຍ) ພິກຂຸຜູ້ຮັບ ແລະຫຍິບ ຈີວອນນັ້ນຮຽກວ່າ ຜູ້ກຣານກະຖິນ (ຖ້າຜ້າກະຖິນເປັນຈີວອນສຳເຣັດຮູບແລ້ວ ກິດ ຫລືວຽກທີ່ຈະຕ້ອງຊັກ ວັດແທກ ຕັດ ຫຍິບ ແລະຍ້ອມກໍ່ບໍ່ຕ້ອງມີ). ການທອດກະຖິນ ນິຍົມປະຕິບັດກັນ ຕັ້ງແຕ່ວັນແຮມ 1 ຄ່ຳ ເດືອນ 11ໄປ ຈົນເຖິງເດືອນ 12 ເພັງ (ເພາະເປັນລະຍະເວລາ ທີ່ພຣະພຸດທະເຈົ້າຊົງ ອະນຸຍາດໃຫ້ປະກອບກະຖິນໄດ້ພຽງ 1 ເດືອນຕໍ່ຈາກວັນສິ້ນສຸດ ການຈຳພັນສາ ຮຽກ ວ່າກະຖິນຈອນ ຫລືກະຖິນແລ່ນເພາະໃສ່ຊື່ຕາມຄວາມຮີບດ່ວນ ເພາະເປັນກະຖິນທີ່ຕ້ອງຊ່ວຍກັນເຮັດໃຫ້ແລ້ວ ພາຍໃນ ກຳຫນົດມື້ນຶ່ງເກັບຝ້າຍ "ຫລືສ້ອມຝ້າຍ" ປັ່ນ ມ້ວນ ຕໍ່າ ຕັດ ຫຍິບ ແລະຍ້ອມ ເຮັດໃຫ້ເປັນຂັນ ໄດ້ ຂະນາດຕາມ ພຣະວິໄນ ບັນຍັດ ແລ້ວທອດຖວາຍໃຫ້ສຳເລັດໃນວັນນັ້ນ ສ່ວນ ມະຫາກະຖິນ (ກະຖິນໃຫຽ່)ຫລືທີ່ຮຽກກັນວ່າກະຖິນ ສາມັກຄີ [4] ນັ້ນກະກຽມກັນ ຫລາຍວັນພ້ອມພຽງຈິ່ງຖວາຍ; ເພື່ອກ່າວໃຫ້ເຂົ້າໃຈງ່າຍຂຶ້ນ ອົງປະກອບ ໃນງານກະຖິນມີ 6 ຢ່າງ ຄື:
1. ພຣະສົງຄ໌: ວັດທີ່ຈະຮັບກະຖິນຕ້ອງມີພຣະສົງຄ໌ 5 ອົງຄ໌ຂຶ້ນໄປ (ທີ່ຕ້ອງມີ 5 ອົງຄ໌ ເພາະອົງຄ໌ 1 ຕ້ອງເປັນອົງຄ໌ຮັບເພື່ອ 4 ອົງຄ໌ທີ່ເຫລືອ ຈິ່ງປະກອບສັງຄະກັມໄດ້ ຖ້າເຫລືອ 3 ອົງຄ໌ຈະບໍ່ຮຽກວ່າສັງຄະກັມ ແຕ່ນ່າ ຈະຮຽກວ່າຄະນະກັມຫລາຍກວ່າ (ເບິ່ງຄຳອະທິບາຍຂ້າງລູ່ມຕື່ມ) ອັນ 5 ອົງຄ໌ໃນທີ່ນີ້ຕ້ອງຈຳພັນສາຄົບໄຕຣມາດ (ສາມເດືອນ) ໃນອາວາດດຽວກັນ ທຸກອົງຄ໌ ຮຽກວ່າຄະນະປູຣະນະ ຄື: ຄະນະເດີມ; ພຣະທີ່ນິມົນມາຈາກວັດອື່ນຈັດເປັນອົງຮ່ວມອະນຸໂມທະນາ ຈະນິມົນມາຮ່ວມກໍ່ໄດ້ ບໍ່ນິມົນມາຮ່ວມກໍ່ໄດ້ແລ້ວແຕ່ ສັດທາຂອງເຈົ້າພາບຜູ້ຈັດງານ ແລະອົງຄ໌ທີ່ໄດ້ຮັບ ຕ້ອງເປັນຜູ້ມີຄຸນສົມບັດສົມຄວນ ຄື: ເປັນຜູ້ມີສະຕິປັນຍາ ຮູ້ອານິສົງ 5, ມາຕິກາ 8, ປຣິໂພດ 2 ຄອງອັນທີ່ຈະປະຕິບັດໃນເລື່ອງກະຖິນນັ້ນໄດ້ ຄື: ຕ້ອງເປັນຜູ້ທີ່ມີຄຸນຄວາມດີ ເປັນທີ່ຍອມຮັບຂອງພຣະ 4 ອົງຄ໌ ທີ່ເຫລືອນັ້ນໄດ້ ຫລືບໍ່ຖືກເຈາະຈົງມາຈາກພໍ່ອອກ ແມ່ອອກ ວ່າຈະຕ້ອງເປັນພຣະອົງຄ໌ນັ້ນອົງຄ໌ນີ້ ຮັບ ຈິ່ງຈະມາຖວາຍ ຖ້າບໍ່ສະນັ້ນຈະບໍ່ມາຖວາຍ (ກໍ່ເຄີຍມີ).
2. ຄາຣາວາດຜູ້ຖວາຍ: ການຈອງກະຖິນໂດຍທົ່ວໄປ ນິຍົມຂຽນເປັນ ຫນັງສືຈອງກະຖິນໄປຕິດຍັງວັດທີ່ຈະທອດຖວາຍ ເປັນການນິມົນພຣະສົງຄ໌ໃຫ້ຮັບຊາບວັນເວລາທີ່ຈະໄປທອດ ຫລືຈະໄປນະມັດສະການເຈົ້າອະທິການວັດໃຫ້ຮັບ ຊາບໄວ້ກໍ່ໄດ້ ແລະຕ້ອງຖວາຍດ້ວຍຄວາມເລື່ອມໃສ ຄືມີຄວາມເອື້ອເຟື້ອຕັ້ງ ຄວາມຫວັງວ່າ ໃຫ້ພຣະເຈົ້າພຣະສົງຄ໌ ໄດ້ໃຊ້ຜ້າຂອງຕົນ ຈະໄດ້ສະດວກແກ່ການ ປະຕິບັດທັມ ແລະສຶກສາພຣະທັມວິໄນ ແລະຢູ່ສືບອາຍຸພຣະພຸດທະສາສນາຕໍ່ ໄປ.
3. ຜ້າທີ່ຈະຖວາຍ: ຈະເປັນຜ້າເກົ່າ ຫຼືເປັນຜ້າໃຫມ່ກໍ່ໄດ້ ແຕ່ຕ້ອງເປັນຜ້າ ທີ່ບໍ່ຕ້ອງອະທິກອນມາກ່ອນ (ຄືບໍ່ມີມົນທີນທາງ ພຣະວິໄນ ແລະຄະດີຄວາມທາງ ບ້ານເມືອງ) ຈະເອົາຜ້າຜືນໃດຜືນນຶ່ງໃນໄຕຣນັ້ນ ຈະເປັນຜ້າສະບົງ ສັງຄາຕິ ຫລືຈີວອນກໍ່ໄດ້ ບໍ່ໄດ້ຫມາຍເອົາທັງຫມົດ ແລ້ວແຕ່ພິກຂຸອົງຄ໌ນັ້ນຈະແຈ້ງໃຫ້ທີ່ ປະຊຸມສົງຄ໌ ຊາບເພື່ອອະນຸໂມທະນາ.
4. ເວລາທີ່ຖວາຍ: ຕ້ອງຢູ່ໃນເຂຕກະຖິນ ຄື: ຕັ້ງແຕ່ແຮມ 1 ຄ່ຳ ເດືອນ 11 ເຖິງຂຶ້ນ 15 ຄໍ່າເດືອນ 12.
5. ສະຖານທີ່ຖວາຍ: ຕ້ອງເປັນເຂຕວັດທີ່ມີພຣະສົງຄ໌ຈໍາພັນສາຕົ້ນ (ພັນສາຕົ້ນຄືແຕ່ເດືອນ 8 ເພັງໄປ; ຖ້າພັນສາປາຍ ຫມາຍເຖິງແຕ່ເດືອນ 9 ເພັງໄປ) ທັງໝົດ 5 ອົງຄ໌ເປັນຢ່າງຕໍ່າ ແລະກາງພັນສານັ້ນບໍ່ມີພຣະອົງຄ໌ໃດ ຂາດພັນສາ ຄື: ໄປຄ້າງຄືນເປັນຕົ້ນ ແລະຈະຖວາຍໃນອາຣາມຫລືໃນສາລາກໍ່ ໄດ້ ແຕ່ເວລາສູດຕ້ອງສູດໃນສີມາ (ເພາະວິສູງຄາມະສີມາ ຖືເປັນເຂດທໍຣະນີ ສົງຄ໌) ທາງການປົກຄອງບ້ານເມືອງ ຍົກຂາດໃຫ້ເປັນສົມບັດນິຕິບຸກຄົນແລ້ວ ແລະໃນກໍລະນີວັດທີ່ບໍ່ມີສີມາ ກໍ່ສາມາດຈັດຮັບກະຖິນໄດ້ ພາຍຫລັງຖວາຍ ກະຖິນແລ້ວກໍ່ເອົາໄປສູດ(ກຣານ)ຢູ່ທີ່ສີມາວັດອື່ນແລ້ວ ຈິ່ງເອົາກັບມາວັດ ຂອງຕົນ ກໍ່ເຄີຍເຫັນກະທຳກັນເລື້ອຍໆຢູ່ ຫລືບໍ່ເຊັ່ນນັ້ນ ກໍ່ໃຊ້ເຊືອກກັ້ນ ລ້ອມຮອບເຂຕ ວັດທີ່ໃດທີ່ຫນຶ່ງໃຫ້ໄດ້ພື້ນທີ່ ຂະນາດເທົ່າສີມາຕົວຈິງ ຄືມີພື້ນທີີ່ສາມາດບັນຈຸໄດ້ 21ທີ່ນັ່ງ ເປັນຢ່າງນ້ອຍ ແລ້ວສູດສົມມຸດເຂຕສີມາຊົ່ວຄາວ ເມື່ອສູດສຳເລັດ ແລ້ວ ກໍ່ສູດປະກາດຖອນໃຫ້ເປັນພື້ນທີ່ວັດເຊັ່ນເຄີຍ.
6. ອານິສົງສ໌ຫຼືປໂຍດ : ປໂຍດທາງສົງຄ໌:
ເພື່ອສະແດງອອກຂອງ ພິກຂຸທີ່ໄດ້ ຈຳພັນສາຢູ່ຮ່ວມກັນ ແລະໄດ້ຮັບ ອານິສົງຄ໌(ມີສິດທິ) 5 ປະການຄື:
(1) ໄປໃສບໍ່ຕ້ອງບອກລາພິກຂຸອື່ນ (ຖ້າບໍ່ໄດ້ອາສິສົງຄ໌ກະຖິນແລ້ວ ໄປໃສບໍ່ ບອກລາຕ້ອງ ອາບັດປາຈິດຕີຕາມວິໄນບັນຍັດ ແຕ່ທີ່ວ່າໄປໃສບໍ່ຕ້ອງບອກລາກໍ່ໄດ້) ສະເພາະເຂດອານິສົງສ໌ກະຖິນຕັ້ງແຕ່ ເດືອນ 12 ເພັງໄປເຖິງເດືອນ 4 ເພັງ ເທົ່ານັ້ນເມື່ອ ໂປງກະຖິນ(ຫມົດເວລາກະຖິນ) ອານິສົງສ໌ນັ້ນກໍ່ຫມົດສິດ ແຕ່ໂດຍ ມາລະຍາດ ກໍ່ຄວນບອກລາ ແລະອາດເປັນເພາະໝັ້ນໃຈ ໃນຄຸນນະສົມບັດແລະ ຄຸນຄວາມດີຂອງທ່ານເອງຈິ່ງບໍ່ບອກລາກໍ່ໄດ້;
(2) ໄປທາງໃດບໍ່ຕ້ອງນໍາເອົາຜ້າ ໄຕຣ ຈີວອນໄປທັ້ງໄຕຣ;
(3) ສັນອາຫານຮ່ວມກຸ່ມກັນໄດ້;
(4) ເກັບຜ້າໄວ້ໄດ້ ຫລາຍຜືນຕາມ ຄວາມຕ້ອງການ (ໂດຍບໍ່ເຮັດ ເປັນສອງເຈົ້າຂອງ);
(5) ຜ້າທີ່ເກີດຂຶ້ນໃນວັດພິກຂຸອົງທີ່ຮັບກະຖິນນັ້ນ ຍັງມີສິດໄດ້ຮັບສ່ວນ ແບ່ງນັ້ນດ້ວຍ.
ສ່ວນອານິສົງສ໌ຫຼືປໂຍດທາງຄາຣະວາດ:
(1) ຈະເປັນຜູ້ມີຊື່ສຽງດັງໄປ ທົ່ວທຸກທິດ
(2) ເປັນຜູ້ສືບອາຍຸພຣະພຸດທະສາສນາ ເພາະເປັນຜູ້ໃຫ້ກໍາລັງ ສະນັບສະໜຸນແກ່ພຣະສົງສ໌
(3) ເປັນການຮັກສາປະເພນີທີ່ດີງາມໄວ້ ບໍ່ໃຫ້ ເສື່ອມສູນໄປ
(4) ເປັນການປະຕິບັດຕາມພຸດໂທວາດຂອງພຣະບໍຣົມມະສາສດາ
(5) ເປັນການກະທຳຊັບແລະຊີວິດໃຫ້ມີສາຣະແກ່ນສາຣ
(6) ເປັນການສ້າງ ຄວາມສາມັກຄີໃນລະຫວ່າງພຸດທະບໍຣິສັດ
(7) ເປັນການສະສົມທືນຄືສ້າງບຸນ ກຸສົນໄວ້ໃນພາຍພາກຫນ້າ ແລະ
(8) ເປັນການສ້າງທາງໄປສວັນແລະນິບພານ ໃຫ້ ແກ່ຕົນເອງ.
ເຫດທີ່ວ່າບຸນກະຖິນເຮັດໄດ້ງ່າຍໆ ກໍເພາະວ່າຖ້າເບິ່ງໃນບາງແງ່ມຸມແລ້ວ ຈະເຫັນວ່າງ່າຍກວ່າກອງຜ້າປ່າ ແລະງ່າຍກວ່າ ກອງອັຕຖະ ເພາະກອງເຫລົ່ານີ້ ຍັງຕ້ອງໃຊ້ເຄື່ອງບໍຣິຂານແປດດ້ວຍ ຄື: ມີຄຳວ່າຝ້າຍ 4, ເຫລັກ 3, ແລະນໍ້າ 1 ຊຶ່ງຂາດບໍ່ໄດ້ (ຝ້າຍ 4 ໄດ້ແກ່ຜ້າໄຕຣຈີວອນແລະສາຍແອວ “ສາຍປະຄົດ” ເຫລັກ 3 ໄດ້ແກ່ບາດ ມີດແຖ ແລະເຂັມຫຍິບຜ້າ ແລະນໍ້າ 1 ໄດ້ແກ່ທຳມະກົກ ຫຼືອັນກອງນໍ້າ) ເນື້ອຫາສາຣະຫລັກໆ ກໍ່ມີເທົ່ານີ້ເອງແຕ່ສ່ວນ ຫລາຍເມື່ອເຮົາ ທ່ານທັງຫລາຍໄປງານຜ້າປ່າ ຫຼືບຸນເຮືອນ ເຮົາຈະເຫັນກອງ ອັຕຖະ ຫຼືງານກະຖິນກໍ່ຕາມເຮົາຈະເຫັນມີທຸງຊາດ ທຸງສາສນາ ຈີເຂັບ ແມງງອດ ຮູບເຕົ່າ ຮູບແຂ້ ຕົ້ນກ້ວຍ ຕົ້ນອ້ອຍ... ມືດຄື້ມເຕັມໄປຫມົດ ສະເຫມືອນ ຫນຶ່ງຮ້ານຄ້ານັ້ນ ທີ່ຈິງແລ້ວ ທາງພຣະທັມວິໄນແລ້ວ ກໍ່ໄດ້ຊື່ວ່າເປັນ ພຽງບໍຣິວານຂອງກອງກະຖິນເທົ່ານັ້ນເອງ ຈະມີກໍ່ໄດ້ບໍ່ມີກໍໄດ້.
[1] ວິໄນປິດົກມະຫາວິພັງ (ພາສາໄທຍ) ເລ່ມທີ່ 5 ຂໍ້ທີ່ 306 ຫນ້າທີ່ 145 ຫລືພຣະໄຕຣປິດົກພາສາໄທຍ, ສະບັບມະຫາຈຸລາລົງກອນຣາດຊະວິທະຍາໄລ.
[2] ພຣະພຣົມຄຸນາພອນ(ປ.ອ.ປະຍຸຕໂຕ), ພົຈນານຸກຣົມສະບັບປະມວລສັບ, ມະຫາຈຸລາລົງກອນ ຣາດຊະວິທະຍາໄລ ພ.ສ.2536, ຫນ້າ 6-7.
[3] ຖ້າພຣະ 1 ອົງຄ໌ຮຽກວ່າ ພິກຂຸ; ພຣະ 2-3 ອົງຄ໌ຮຽກວ່າຄະນະ ຖ້າພຣະ 4 ອົງຄ໌ຂຶ້ນໄປຮຽກວ່າສົງຄ໌;
[4] ກົມການສາສນາກະຊວງສຶກສາທິການ, ສາສນະພິທີກະບັບກົມການສາສນາ,(ໂຮງພິມກົມການສາສນາ,2523), ຫນ້າ 177-190.

ບຸນກະຖິນ
ຮິບຮວມໂດຍ: ອ.ມະນີວົງ (ຂໍ້ມູນຈາກໜັງສືພີມວຽງຈັນໃໝ່) ; ນຳມາຈາກເວຟ ສະມາຄົມວັດທະນະທຳລາວດອກຈຳປາ
ບຸນປະເພນີຕ່າງໆໃນສິບສອງເດືອນຂອງລາວເຮົາ ໄດ້ບັນຈຸເອົາບຸນກະຖິນເຂົ້ານຳ ວ່າເປັນບຸນປະເພນີຂອງຊາດລາວ ລັກສະນະຂອງກະຖິນມີສອງຢ່າງຄື:
ຈຸນລະກະຖິນ ແລະ ມະຫາກະຖິນ
ຈຸນລະກະຖິນເປັນກະຖິນນ້ອຍ ມີໄລຍະກະກຽມສັ້ນ ເປັນກະຖິນດ່ວນເຮັດໃຫ້ແລ້ວມື້ດຽວ ຫຼື ເພິ່ນມັກຮ້ອງວ່າ ກະຖິນແລ່ນ ເລີ່ມຕົ້ນແຕ່ເຂັນຝ້າຍ ຕ່ຳ ຍ້ອມສີ ຕັດຫຍິບເປັນຜືນ ໃຫ້ສຳເລັດໃນມື້ນັ້ນ ການເຮັດກະຖິນປະເພດນີ້ ຕ້ອງມີຄວາມສາມັກຄີ ມີຄວາມຊຳນິຊຳນານເປັນພິເສດ ຈຶ່ງສາມາດເຮັດໄດ້ໃນມື້ດຽວ ປັດຈຸບັນບໍ່ເປັນທີ່ນິຍົມເຮັດແລ້ວ ເນື່ອງຈາກມີສິນຄ້າ ໃຊ້ໃນ ການເຮັດບຸນປະເພດຕ່າງໆເຕັມຕະຫຼາດ ບໍ່ວ່າຈະເຮັດຫຍັງກໍຈັດໃຫ້ແລ້ວບໍ່ເຖິງ 20 ນາທີຊ້ຳ
ມະຫາກະຖິນ ເປັນກະຖິນໃຫຍ່ ຄືຜູ້ເຮັດມີເວລາກະກຽມດົນ ມີບໍລິຂານ ບໍລິວານຫຼາຍຄືນິຍົມກັນເຮັດຄືສູ່ມືນີ້ ຜ້າທີ່ຈະ ຖວາຍເປັນ ຜ້າກະຖິນນັ້ນ ຕ້ອງເປັນຜ້າທີ່ໄດ້ຂະໜາດທັງສ່ວນກ້ວາງ ແລະ ສ່ວນຍາວ ຖ້າບໍ່ໄດ້ຂະໜາດໃຊ້ບໍ່ໄດ້ ຫຼັກການ ກຳນົດວ່າ: ຜ້າສັງຄາ ແລະ ຈີວອນໃຫ້ກ້ວາງ 4 ສອກ ຍາວ 6 ສອກ ຜ້າສະບົງກ້ວາງ 2 ສອກ ຍາວ 6 ສອກ ກະຖິນຕ້ອງມີເຄື່ອງບໍລິຂານທີ່ຄົບຖ້ວນ 8 ຢ່າງເຊັ່ນ: ບາດ ສັງຄາ ຈີວອນ ສະບົງ ມີດແຖ ຫຼື ມີດຕັດ ປະຄົດແອວ ກະບອກຕອງນ້ຳ ເຂັມ ຢ່າງລະໜຶ່ງອັນ.
ທີ່ມາຂອງການທອດກະຖິນ ມີເລື່ອງເລົ່າວ່າຄັ້ງໜຶ່ງນານມາແລ້ວ ມີພະສົງຊາວເມືອງປາຖາ ຈຳນວນ 30 ອົງ ມີຈຸດປະສົງຈະ ເດີນທາງໄປເຂົ້າເຝົ້າພະພຸດທະເຈົ້າ ທີ່ພຣະເຊຕະວັນມະຫາວິຫານ ແຕ່ການເດີນທາງນັ້ນໄປບໍ່ທັນເຖິງ ພໍດີຖືກມື້ເຂົ້າພັນສາກ່ອນ ຈຶ່ງພາກັນຈຳພັນສາຢູ່ທີ່ເມືອງສາເກດ ເມື່ອອອກພັນສາແລ້ວ ຈຶ່ງພາກັນເດີນທາງຕໍ່ຈົນເຖິງພຣະເຊຕະວັນມະຫາວິຫານ ພະສົງ ເຫຼົ່ານັ້ນມີຈີວອນເປື້ອນຊຸ່ມໄປດ້ວຍນ້ຳ ພະພຸດທະເຈົ້າຈຶ່ງເຫັນຄວາມລຳບາກຂາດເຂີນຂອງພະສົງເຫຼົ່ານັ້ນ ຈຶ່ງອະນຸຍາດ ໃຫ້ຮັບຜ້າ ກະຖິນ ດັ່ງນັ້ນ ຕອນທ້າຍລະດູຝົນໜຶ່ງເດືອນ 5 ມື້ແຕ່ແຮມໜຶ່ງຄ່ຳ ເດືອນສິບເອັດ ເຖິງສິບຫ້າຄ່ຳ ເດືອນສິບສອງ ເປັນໄລຍະ ທອດຜ້າກະຖິນ.
ການຈອງກະຖິນ ການປັກກະຖິນ ແມ່ນການໝາຍກຳນົດການໄວ້ຄື ເຮັດໃຫ້ຕົນເອງຮູ້ວ່າມີຄວາມມຸ່ງໝາຍຕັ້ງໃຈຈະມາ ທອດກະຖິນທີ່ວັດນີ້ ໂດຍຂຽນໃສ່ເຈັ້ຍໄປຕິດໄວ້ທີ່ສາລາໂຮງທຳ ອາຮາມ ສິມບ່ອນເປີດເຜີຍ ວ່າຈະເອົາກະຖິນມາທອດຢູ່ວັດນີ້ ໃນວັນນັ້ນວັນນີ້ ຊຶ່ງວັດທີ່ກ່ຽວຂ້ອງພະສົງ ອອກຕົນຍາດໂຍມ ຕ້ອງມີສະຕິກຽມພ້ອມຮັບກະຖິນ ທັງນີ້ເພື່ອເປັນຫຼັກຖານ ບໍ່ໃຫ້ມີການຈອງຊ້ຳກັນ ຖ້າມາທອດຮອດສອງກອງໃນວັດດຽວ ກໍຕ້ອງໂຮມເປັນກອງດຽວ ຫຼື ຜູ້ມາລຸນກໍໃຫ້ກາຍເປັນຜ້າປ່າ.
ພະສົງທີ່ຈະຮັບຜ້າກະຖິນໄດ້ນັ້ນ ຕ້ອງແມ່ນຜູ້ຈຳພັນສາຢູ່ໃນວັດນັ້ນຄົບ 3 ເດືອນ ມີຈຳນວນພະສົງຈຳວັດນຳ 5 ອົງຂຶ້ນໄປ ແລະ ເປັນຜູ້ມີຈີວອນເກົ່າ ຜູ້ສະຫຼາດຫຼັກແຫຼມໃນພຣະທຳວິໄນເປັນຢ່າງດີ ທັງສາມາດທຳກິດຈະກຳກ່ຽວກັບຜ້າກະຖິນໄດ້ ໂດຍຖືກຕ້ອງກັບພຸດທະບັນຍັດ ພິທີການທາງກະຖິນນັ້ນ ດຳເນີນຕາມຂັ້ນຕອນຕ່າງຫາກ ຊຶ່ງພະສົງໃນວັດຈະນຳພາເຮັດ ສ່ວນອະນິສົງທາງກະຖິນ ພະສົງຜູ້ໄດ້ຮັບຈະໄດ້ຮັບອະນິສົງ 5 ປະການ ສ່ວນອອກຕົນຍາດໂຍມທີ່ເປັນຜູ້ຖວາຍກະຖິນ ກໍຈະໄດ້ຮັບ 5 ປະການແຕກຕ່າງກັນ.
ຄວາມເປັນມາຂອງບຸນທອດຜ້າກະຖິນ
ການທອດກະຖິນທອດໄດ້ພຽງແຕ່ປີລະນຶ່ງ ຄັ້ງເທົ່ານັ້ນ ທ່ານຈຶ່ງຈັດໃຫ້ເປັນການລະທານ ໝາຍຄວາມວ່າ “ການຖວາຍທານ ຕາມກາລະສະໄໝ” ຄຳວ່າພິທີການທອດກະຖິນໝາຍຄວາມວ່າ “ທຳພິທີເອົາຜູ້ທີ່ຕ້ອງການ ເຮັດເປັນກຜ້າກະຖິນນັ້ນນຳ ໄປທອດໄວ້ ວາງໄວ້ຖ່າມກາງສົງ” ເຈົ້າພາບບໍ່ໄດ້ຍົກຜ້າກະຖິນນັ້ນປະເຄນໃຫ້ ພຣະພິກຂຸ.
ຄຳວ່າ “ກະຖິນ” ເປັນຊື່ຂອງຂອບໄມ້ທີ່ຈະເອົາມາຂຶງເພື່ອເຮັດຈີວອນໃຫ້ໄດ້ຂະໜາດ ຮຽກຕາມຄວາມ ເດີມວ່າ “ໄມ້ສະດຶງ” ເນື່ອງຈາກການເຮັດຜ້າຈີວອນໃນສະໄໝພຸດທະການພຣະສົງໄດ້ເຮັດກັນເອງ ເພື່ອໃຫ້ ງ່າຍຕໍ່ສະພາບຄວາມເປັນ ຢູ່ຂອງ ພຣະສົງ ທີ່ຢູ່ໂດຍປາສະຈາກພັນທະນາການຢູ່ແລ້ວ ແຕ່ຕ້ອງຖືກຕ້ອງຕາມ ພຣະວິໄນດ້ວຍ ພຣະສົງກໍຕ້ອງກະຂະໜາດ ຂອງຜ້າຈີວອນທີ່ ຕ້ອງການກ່ອນດ້ວຍການເອົາໄມ້ “ກະຖິນ” ເຊິ່ງ ເປັນໄມ້ທີ່ບໍ່ຕ້ອງຫ້າມມາຕັດກະໄວ້ດີແລ້ວ ຈຶ່ງເອົາຜ້າທີ່ຫາມາໄດ້ຈາກທີ່ຕ່າງໆ ມາແປະແລະຫຍິບຕໍ່ກັນໄປຈົນ ໄດ້ຕາມຖະໜາດນັ້ນ ວິທີຕັດກະແລະຫຍິບທັງໝົດ ທ່ານຮຽກວ່າ “ການທຳຜ້າກະຖິນ” ການທຳຜ້າກະຖິນນັ້ນ ຈຶ່ງຕ້ອງການພຣະສົງຕັ້ງແຕ່ ໕ ອົງຂຶ້ນໄປຕຳກວ່ານັ້ນບໍ່ໄດ້, ດ້ວຍເຫດວ່າມີພິທີການເຮັດຜ້າກະຖິນນັ້ນ ເປັນດັ່ງ ນີ້ ຄືວ່າ “ພຣະພິກຂຸ 4 ອົງ ທຳໜ້າທີ່ຂຶງຜ້າຢູ່ 4 ແຈຂອງໄມ້ສະດຶງອົງລະແຈ ອີກອົງໜຶ່ງທີໜ້າທີ່ຫຍິບຜ້າ.
ຄຳວ່າ ການເຮັດຜ້າກະຖິນ ກໍຄືກຳນົດເອົາຜ້າຈີວອນຜືນໃດຝືນໜຶ່ງ “ຜ້າຈີວອນແມ່ນຫຍັງ?” ຜ້າຈີ ວອນນັ້ນເຮົາຮຽກເອົາຜ້າ “ທັງໝົດທີ່ເປັນປັດໄຈສຳຄັນຂອງພຣະພິກຂຸ” ຈີວອນໃນຄວາມໝາຍຂອງຜ້າ ກໍຄືໃນ ຮຽກຜ້ານຸ່ງຫົ່ມຂອງພຣະພິກຂຸທັງໝົດ ເຊິ່ງຮຽກຕາມພາສາປາລີວ່າ “ຜ້າໄຕຣ” ຫາກຮຽກຕາມຜາສາລາວວ່າ “ຜາໄກຼ” ຄຳວ່າ “ຜ້າໄກຼ ຫຼືຜ້າໄຕຣ” ກໍຕາມລ້ວນແຕ່ ແປວ່າ “ຜ້າ 3 ຜືນ” ໃນຜ້າສາມຜືນນັ້ນມີຄື “ສັງຄາຕິ, ອຸຕຕະຣະສັງຄັງ, ອັນຕະຣະວະສັງສະກັງ” ເມື່ອຮຽກຕາມພາສາລາວ ຮຽກວ່າ “ຜ້າສັງຄາ, ຜ້າຄຸມ ແລະຜ້າສະບົງ” ການເຮັດກະຖິນນັ້ນທ່ານໃຫ້ເຮັດຜືນໃດຜືນໜຶ່ງໃນ 3 ຜືນກໍໄດ້ ຫຼືເຮັດທັງສາມ ຜືນກໍໄດ້ ທັງນີ້ແມ່ນອີງອາໄສ ເວລາ ແລະວັດຖຸພໍ, ແຕ່ເວລາອະທິຖານ ການ ແລະຄອງກະຖິນນັ້ນ ໃຫ້ກຳນົດເອົາສະເພາະ ຜ້າຜືນໃດ ຜືນໜຶ່ງໃນ 3 ຜືນ ທັງນີ້ແມ່ນເພື່ອປະໂຫຍດໃນການຖືຄອງກະຖິນ ແລະນອກຈາກນັ້ນ ເປັນພຽງແຕ່ຜ້າປະກອບ ຮຽກວ່າ “ປະຣິຂະຣະໂຈຣັນຈະ” ຄືຜ້າບໍຣິຂານ ທີ່ໃຊ້ປະກອບໃນຜ້າໄກຼ, ຫາກມີຜ້ານອກຈາກໄກຼທີ່ເປັນອົງກະ ຖິນແລ້ວ ໃຫ້ຮຽກວ່າ “ຜ້າບໍຣິວານກະຖິນ” ວັດຖຸເຄື່ອງທານໃນກອງກະ ຖິນ ຈະເປັນຫຍັງກໍຕາມນັບແຕ່ຕຽງ ເສື່ອ ສາດ ໝອນ ມຸ່ງໃຫ້ຮຽກວ່າ ບໍຣິວານກະຖິນ ຫຼືເຄື່ອງກອງກະຖິນ, ຄວາມສຳຄັນກໍເດັ່ນໄປໃນການໃຊ້ສອຍ ຕາມໜ້າທີ່ຂອງສິ່ງຂອງນັ້ນໆໄປ, ຄຳວ່າ “ຜ້າຈີວອນ” ໃນຄວາມໝາຍຂອງພິທີກັມນັ້ນຄື ຊື່ຂອງພິທີເຮັດບຸນປະ ເພດໜຶ່ງ ເຊິ່ງມີພຣະບໍຣົມມະພຸດທານຸຍາດ ໃຫ້ທາຍົກ ທາຍິກາຜູ້ປັກກະຖິນໄວ້ແລ້ວ ຫຼືຜູ້ມີສັດທາຈະຖອດຜ້າ ກະຖິນ ແຕ່ມີຄວາມຈຳເປັນຢ້ານຢູ່ບໍ່ທັນຈົນຮອດການກະຖິນໄດ້ທອດ ຖວາຍກ່ອນອອກພັນສາ 7 ວັນ, ນັບແຕ່ ອອກໃໝ່ 8 ຄ່ຳ, ຈົນຮອດເພັງ 15 ຄ່ຳ ແຕ່ໃຫ້ຮຽກວ່າ “ທອດຖວາຍຜ້າຈີວອນ” ວິທີທຳກໍຕ້ອງທຳແບບກະຖິນ ຄືມີການອຸປະໂຫລກຜ້ານັ້ນ ການອະນຸຍາດນັ້ນຊົງອະນຸຍາດໃຫ້ບຸກຄົນເຫຼົ່ານີ້ຄື:
1. ຄົນປ່ວຍໄຂ້ ຄົນຊະຣາການ ມີຄວາມວິຕົກກັງວົນຕົນວ່າ ຈະຢູ່ບໍ່ຮອດວັນທອດກະຖິນຈຶ່ງຂໍທອດ ກ່ອນກໍຊົງອະນຸຍາດ.
2. ຂ້າຣັດຖະການ ທະຫານ ຕຳຫຼວດ ຊຶ່ງມີໜ້າທີ່ປົກປ້ອງປະເທດຊາດບ້ານເມືອງ ຫາກຖືກໃຫ້ຍ້າຍ ໄປຈຳການ ຫຼືໄປສູ້ຮົບຈັບເສີກ ຢ້ານວ່າກັບມາບໍ່ທັນວັນທອດກະຖິນ ກໍຊົງອະນຸຍາດໃຫ້ຖວາຍກ່ອນ.
ການຖວາຍຜ້າຈີວອນ ທ່ານຮຽກວ່າຜ້າກ່ອນກະຖິນ ປັດຈຸບັນຍັງມີການເຮັດຢູ່ເຂດສີພັນດອນ.
(ແກ້ຂໍ້ສົງໄສ ວິນິດໄສຕາມຂໍ້ຊົງອະນຸຍາດທັງສອງປະການຂ້າງຕົ້ນນີ້ບໍ່ຮູ້ ຈຶ່ງມີຄວາມເຊື່ອຈົນເຂົ້າກະ ດູກດຳຂອງຄົນບາງກຸ່ມວ່າ “ຍັງບໍ່ທັນເຖົ້າຫ້າມເຮັດກະຖິນ” ຖາມເຂົາວ່າ ເປັນຫຍັງຈຶ່ງບໍ່ໃຫ້ເຮັດ “ກໍໄດ້ຄຳ ຕອບແບບໜ້າສົງສານວ່າ “ຢ້ານຕາຍໄປ ຮັບກອງບຸນ” ການເຊື່ອແບບນີ້ ຖືວ່າເປັນການຕັດຮອນກຳລັງສັດທາ ໃນຜູ້ມີສັດທາ, ການຕັດກຳລັງທາງສາສະໜາ, ເປັນການປະໝາດໃນຊີວິດ ແລະເປັນການຊີ້ທາງບາບ ຜູ້ແນະ ນຳ ແລະຜູ້ເຊື່ອຕາມຍ່ອມໄດ້ອະທິກັມທັງນັ້ນ).
ການເຮັດຜ້າກະຖິນ ໃນລັກສະນະນະເຊັ່ນນີ້ ຄືນັບແຕ່ຕັດ, ຫຍິບ, ຍ້ອມ ໃຫ້ສຳເຣັດລົງໃນວັນດຽວນັ້ນ ແມ່ນມີເປົ້າໝາຍ ໃຫ້ສົງພ້ອມພຽງກັນດ້ວຍຄວາມສາມັກຄີ ຮ່ວມໃຈກັນໃຫ້ເກີດຂຶ້ນແລ້ວໃນວັນນັ້ນ ແລະໃຫ້ສຳ ເລັດລົງໃນວັນນັ້ນ ຜ້າກະຖິນທ່ານຈຶ່ງຈັດເປັນ “ມະຫາສາມັກຄີອີກທາງໜຶ່ງ” ຮຽກວ່າ “ສັງຄະສາມັກຄີ” ການ ທອດຖວາຍຜ້າກະຖິນຈຶ່ງຈັດເຂົ້າໃນ ປະເພດ “ສັງຄະທານ”, ສຳລັບໄມ້ສະດຶງ ທີ່ເປັນແມ່ແບບຂອງການຕັດຜ້າ ຈີວອນນັ້ນ ໃຫ້ເກັບມ້ຽນໄວ້ໃຊ້ໃນປີຕໍ່ໄປ ແຕ່ການເກັບ ຮັກສາຈົນໃຫ້ເປັນຮູບຮ່າງໄວ້ນັ້ນແມ່ນໃຫ້ເກັບໄວ້ຈົນຮອດ ເດືອນ 4 ເພັງແລ້ວຈຶ່ງທຳການຮື້ຖອນ ວິທີນີ້ຈຶ່ງຮຽກວ່າ “ເດາະ” ສະນັ້ນຄຳວ່າ “ກະຖິນເດາະ ຫຼືເດາະກະຖິນ” ໝາຍເຖິງການຮື້ໄມ້ແບບ ເພື່ອເກັບໄວ້ໃຊ້ໃນໂອກາດໜ້າ.
ກະຖິນນັ້ນເປັນຊື່ຂອງຜ້າແລະຕ້ອງເຮັດໃນເຂດທີ່ຊົງກຳນົດເວລາເຮັດກ່ອນຫຼືຫຼັງເຂດກຳນົດ ບໍ່ຖືວ່າ“ຜ້າກະຖິນ” ການທອດ ຖວາຍຜ້າກະຖິນກຳນົດໃຫ້ເຮັດພຽງ 1 ເດືອນເທົ່ານັ້ນ ຄື ແຮມ 1 ຄ່ຳເດືອນ 11 ຈົນຮອດຂຶ້ນ 12 ຄ່ຳ ເດືອນ 12 ທີ່ເມືອງລາວໃນຈຳກັນງ່າຍໆ ຄື ນັບແຕ່ມືຊ່ວງເຮືອປາກເຊ ຫຼືຊ່ວງເຮືອວຽງຈັນ ໄປຈົນຮອດວັນບຸນທາດຫຼວງວັນສຸດທ້າຍ ນອກນັ້ນເລີຍເຂດກະຖິນ, ຜ້າທີ່ນຳເອົາເຮັດຜ້າກະຖິນໄດ້ຊົງມີອະນຸຍາດດັ່ງນີ້:
1. ຜ້າໃໝ່ (ຄືຜ້າໃໝ່ໆຍັງບໍ່ທັນໄດ້ຕັດ, ຍ້ອມ ແລະຫາມາໃໝ່ໆ).
2. ຜ້າທຽມໃໝ່ (ຄືຜ້າທີ່ທີ່ຮັກສາໄວ້ນານແລ້ວທີ່ຍັງບໍ່ທັນໃຊ້, ຜ້າໃຊ້ແລ້ວທັງເກົ່າດ້ວຍ ແຕ່ນຳມາຊັກ ຟອກຍ້ອມໃໝ່)
3. ຜ້າບັງສະກຸນ (ຄືຜ້າທີ່ເຂົາຖິ້ມແລ້ວ, ຜ້າເປື້ອນດ້ວຍຝຸ່ນ, ຜ້າຫໍ່ສົບ ໄດ້ມາແລ້ວເອົາມາຊັກຟອກ ແລະ ຍ້ອມ).
4. ຜ້າຕົກຕາມຮ້ານ (ໝາຍເອົາຜ້າທີ່ເຂົາຂາຍໃນຕລາດ ມີລັກສະນະ 2 ແບບ ຄື ຜ້າທີ່ຕັດຫຍິບສຳເຣັດ ຮູບແລ້ວ, ແລະຜ້າທີ່ ຍັງບໍ່ທັນຕັດສຳເຣັດຮູບ).
ຜູ້ທີ່ຈະຖວາຍຜ້າກະຖິນ ຫຼືຜູ້ທີ່ເຮົາຮຽກວ່າ “ເຈົ້າພາບກະຖິນນັ້ນ” ບໍ່ມີກຳນົດວ່າເປັນໃຜ ? ບໍ່ກຳນົດອາຍຸ ໄດ້ແກ່ ນັບຕັ້ງແຕ່ ຜູ້ໃຫຍ່ຮອດເດັກນ້ອຍທີ່ຮູ້ຄວາມແລ້ວ, ບໍ່ກຳນົດຖານະທາງຊົນຊັ້ນ ນັບຕັ້ງແຕ່ຄົນທຸກ, ເສັຍອົງຄະສາງ ຄົນຮັ່ງມີສີສຸກ ເສດຖີມີ ຮັ່ງ ຈົນຮອດຜູ້ນຳຂັ້ນສູງ ສະໄໝບູຮານຄືຮອດພະຍາຣາຊາ ແລະພຣະພິຂຸສົງ ແລະສາມະເນນເອງ ກໍເປັນເຈົ້າສັດທາ ຖວາຍໄດ້.
ກະຖິນເປັນບຸນກິຣິຍາວັດຖຸ ໝາຍຄວາມວ່າການຖວາຍຜ້າກະຖິນະທານ ແກ່ພຣະພິກຂຸຜູ້ຈຳພັນສາ ການຖ້ວນໄຕຣມາດຄົບ 3 ເດືອນ ເພື່ອສົງເຄາະ, ອະນຸເຄາະ ຜູ້ປະພຶດດີ ປະຕິບັດຊອບໃຫ້ມີຜ້ານຸ່ງຫົ່ມໃໝ່ ຈະໄດ້ຜັດປ່ຽນຂອງເກົ່າທີ່ຂາດເສັຍ, ການທຳບຸນ ດ້ວຍຜ້າກະຖິນ ຫຼືຮຽກວ່າ “ທອດກະຖິນ” ຄື ເຈົ້າພາບຖືຜ້າໄວ້ກ່າວຄຳຖວາຍຜ້າໃຫ້ເປັນຜ້າກະຖິນ ແລ້ວນຳເອົາຜ້າໄປວາງລົງ ທ່າມກາງພິກຂຸສົງ ພຣະພິກຂຸທີ່ລົງມະຕິກັນເອງຕາມພຣະວິໄນແລ້ວ ກ່າວຄຳອຸປະໂລກະນະກັມ(ອຸປະໂລກຜ້າກະຖິນ) ໝາຍ ຄວາມວ່າທຳໃຫ້ ຜ້ານັ້ນ ເປັນຜ້າກະຖິນຕາມພຣະທັມມະວິໄນ ເຊິ່ງເປັນໜ້າທີ່ຂອງພຣະພິກຂຸໂດຍສ່ວນດຽວ ຕໍ່ແຕ່ນີ້ໄປ ຍາດ ໂຍມ ບໍ່ໄດ້ມີສ່ວນກ່ຽວຂອງແລ້ວ ຖືເປັນວຽກຂອງສົງ, ລັກສະນະເຊັ່ນນີ້ ຮຽກວ່າສັງຄະກັມ, ເປັນອັນວ່າແລ້ວວຽກການທອດກະ ຖິນສຳລັບສຳລັບຍາດໂຍມແລ້ວ.
ສຳລັບຍາດໂຍມ ນຶກວ່າການເຮັດຜ້າກະຖິນເປັນເລື່ອງຍາກ ກໍບໍ່ຍາກປານໃດສຳລັບປັດຈຸບັນ ເພາະມີ ສັງຄາມະຕິ ແລະ ຊົງ ອະນຸຍາດໃຫ້ເຮັດໄດ້ຫຼາຍວີທິເຊັ່ນ ການເລືອກຜ້າ, ການຫາຜ້າ, ກຳນົດອາຍຸ ແລະຊົນຊັ້ນ ຕະຫຼອດວິທິເຮັດນັ້ນກໍມີດັ່ງນີ້:
1. ເຮັດເປັນຜ້າມະຫາກະຖິນ(ຕັ້ງກອງມະຫາທານອັນໃຫຍ່ມີບໍຣິຂານ ແລະບໍຣິວານອັນຫຼາຍ ແລະຊັກ ຊວນອວນຮຽກພີ່ນ້ອງ ລູກຫຼານທັງຢູ່ໃກ້ຢູ່ໃກມາຮ່ວມເປັນເຈົ້າພາບ ຮ່ວມອະນຸໂມທະນາ ຫ້າງຫາກະກຽມຫຼາຍວັນ)
2. ຈຸລະກະຖິນ ຫຼືກະຖິນ (ຄືກະຖິນທີ່ບໍ່ໄດ້ກະກຽມຟ້າວເຮັດຟ້າວທຳໃຫ້ແລ້ວໃນມື້ໜຶ່ງວັນດຽວ ຈະມີບໍລິວານຫຼືບໍລິຂານ ຫຼາຍນ້ອຍ ພຽງໃດກໍໄດ້ ຂໍພຽງແຕ່ໃຫ້ມີຜ້າຈີວອນ ໑ ຜືນຂຶ້ນໄປເປັນອັນໃຊ້ໄດ້ ພ້ອມທັງບໍລິວານ ທີ່ຫາໄດ້).
3. ກະຖິນສາມັກຄື (ຄືກັບຜ້າມະຫາກະຖິນທຸກຢ່າງຕ່າງແຕ່່ວ່າມີເຈົ້າພາບຫຼາຍຄົນ ຈະເປັນບຸກຄົນ ຫຼືອົງກອນຍ່ອມໄດ້ທັງນັ້ນ)
4. ກະຖິນຕົກຄ້າງ (ຈະເຮັດແບບໃດກໍໄດ້ໃນ ໓ ແບບທີ່ວ່າມາ ພຽງແຕ່ວ່າວັດທີ່ໄປທອດນັ້ນບໍ່ມີໃຜປັກກະຖິນໄວ້ກ່ອນ ຫຼືວ່າປີນີ້ ບໍ່ມີເຈົ້າພາບໃດມາທອດແນ່ນອນ ກໍໄປທອດຖວາຍວັດນັ້ນ ແມ່ນວິທີການແກ້ໄຂກະຖິນ ຕົກຄ້າງ).
ກະຖິນເປັນຊື່ຂອງສັງຄະກັມ ຄືກິດຈະກັມຂອງສົງ(ສົງໝາຍເຖິງໝູ່ ເຖິງຄະນະ) ຕ້ອງມີການສູດ ການ ປະກາດ ຄວາມເຫັນຊອບ ຈາກທີ່ປະຊຸມສົງ ໃນການທີ່ຈະມອບຜ້າກະຖິນໃຫ້ແກ່ພຣະພິກຂຸອົງໃດອົງໜຶ່ງ ເມື່ອ ທຳຈີວອນສຳເຣັດແລ້ວດ້ວຍ ຄວາມຮ່ວມມື ຂອງ ພິກຂຸສົງທັງຫຼາຍ (ດຽວນີ້ພຣະສົງບໍ່ໄດ້ຕັດຜ້າຈີວອນເອງ) ເພື່ອ ຈະໄດ້ເປີດໂອກາດຂະຫຍາຍເວລາໃຫ້ພຣະພິກຂຸອົງອື່ນເຮັດ ຫຼືຮັບຈີວອນໄດ້ອີກ ຈຶ່ງມີພຸດທານຸຍາດໃຫ້ຂະ ຫຍາຍເວລາໄປຮອດເດືອນ 4 ເພັງ, ທັງນີ້ກໍເພາະສະໄໝພຸດທະການນັ້ນການຫາຜ້າ ມາເຮັດຈີວອນ ແມ່ນຫາ ກັນໄດ້ໂດຍຍາກ ແລະກໍບໍ່ຊົງອະນຸຍາດໃຫ້ພິກຂຸສະສົມຜ້າໄວ້ເກີນ 10 ວັນ ແຕ່ເມື່ອພຣະພິກຂຸອົງໃດ ໄດ້ຊ່ວຍ ກັນທຳຈີວອນ ຄືຮ່ວມສັງຄະກັມ ຫຼືຮ່ວມອະນຸໂມທະນາກະຖິນ ຊົງອະນຸຍາດໃຫ້ສະແຫວງຫາຜ້າ ແລະເກັບ ສະສົມຈີວອນ ໄດ້ຕົຈົນຕະຫຼອດລະດຸໜາວ ຈົນເຖິງ 15 ຄ່ຳ ເດືອນ 4 ວິທີເກັບຜ້ານີ້ຊົງຮຽກວ່າ “ວິກັບ” ເລີຍ ຈາກເດືອນ 4 ເພັງໄປໃຫ້ສະຫຼະຜ້າ ດ້ວຍການຖອນຜ້າ, ຈາກຄວາມໝາຍຂ້າງເທິງນີ້ ມີຄວາມກ່ຽວຂ້ອງກັນ ຄື ເມື່ອສົງທຳສັງຄະກັມເຣື່ອງຜ້າກະຖິນແລ້ວ ສົງທຳ ການອະນຸໂມທະນາ ຄືສະແດງຄວາມຍິນດີ ວ່າໄດ້ການກະ ຖິນແລ້ວ, ຄຳວ່າການກະຖິນນັ້ນ ຄືການຄາດຜ້າ ກະຜ້າ ແລະທາບຜ້າ ລົງກັບໄມ້ ເພື່ອຕັດຫຍິບ ຍ້ອມເຮັດເປັນ ຜືນ ແລ້ວກຳນົດເອົາຜືນໃດຜືນໜຶ່ງໃນ 3 ຜືນນັ້ນເຮັດເປັນກະຖິນ.
ຍັງມີຄຳອີກຄຳໜຶ່ງ ທີ່ເຮົາໄດ້ຍິນສະເໝີສຳລັບຜູ້ທີ່ຈະທອດກະຖິນ ຄື ການປັກກະຖິນ ຄືການ ຈ່ອງກະ ຖິນ ໝາຍເຖິງການ ສະແດງ ເຈດຈຳນົງວ່າຈະທອດກະຖິນໃນວັດນີ້ ຈະເປັນດ້ວຍວາຈາ ຫຼືດ້ວຍລາຍລັກອັກສອນ ແຕ່ເທົ່າທີ່ນິຍົມກັນນັ້ນ ແມ່ນດ້ວຍ ລາຍລັກ ອັກສອນ ຄືຂຽນເຈດຈຳນົງລົງໄປ ແລ້ວເອົາໄປຜິດປະກາດໄວ້ ໃນວັດບ່ອນທີ່ຄົນເຫັນງ່າຍ ຈະເປັນສາລາໂຮງທັມ, ສິມ ກຸຕິ ເຈົ້າອາວາດ ເມື່ອຈ່ອງແລ້ວກໍຕ້ອງນຳຜ້າກະຖິນ ໄປທອດຖວາຍພາຍໃນກຳນົດເວລາ 1 ເດືອນ ຕາມກຳນົດທາງທັມວິໄນດັ່ງ ທີ່ກ່າວແລ້ວ.
ອີກຄຳໜຶ່ງ ທີ່ມັກໄດ້ຍິນໃນຂະນະທີ່ທອດກະຖິນນັ້ນ ຄືຄຳວ່າ “ອະປະໂລກກະຖິນ” ໝາຍເຖິງພຣະພິກ ຂຸອົງໃດອົງໜຶ່ງກ່າວຂຶ້ນ ໃນທີ່ປະຊຸມ ຖາມຄວາມເຫັນຊອບວ່າຄວນມີການການກະຖິນບໍຫຼືບໍ່? ເມື່ອເຫັນຊອບ ຮ່ວມກັນແລ້ວ ຄວນຖວາຍແກ່ ພຣະພິກຂຸ ອົງໃດ ? ການປຶກສາຫາລືການຖາມຄວາມເຫັນເຊັ່ນນີ້ຮຽກວ່າອະປະ ໂລກ(ອ່ານວ່າ ອະ-ປະ-ໂຫຼກ) ເມື່ອອະປະໂລກແລ້ວ ກໍຕ້ອງ ສູດປະກາດເປັນການສົງ ຈຶ່ງຖືວ່າເປັນສັງຄະກັມ ຫຼືກະຖີນັຕຖາກິດ ດັ່ງທີ່ກ່າວໄວ້ແລ້ວ.
ມີຂໍສົງໄສອີກຢ່າງໜຶ່ງວ່າ ວັດທີ່ບໍ່ມີສິມທອດຖວາຍຜ້າກະຖິນໄດ້ບໍ ? ຄວາມຈິງແລ້ວການທອດກະຖິນ ນັ້ນຈະທອດທີ່ໃດກໍໄດ້ ທອດທີ່ວັດບ້ານ, ວັດປ່າ, ສຳນັກສົງທີ່ບໍ່ແມ່ນວັດ ແຕ່ພຣະສົງໄປຈຳພັນສາຢູ່ ກໍຍ່ອມໄດ້ ທັ້ງ ແຕ່ເວລາທຳສັງຄະກັມນັ້ນ ພຣະສົງກໍຕ້ອງໄປທຳກັນຢູ່ສິມ ຫຼືເຂດທີ່ສົງກຳນົດແລ້ວ, ເຊັ່ນໄປສູດຢູ່ສິມໃນວັດ ທີ່ມີສິມ ຫຼືກຳນົດສະຖານທີ່ຕ່າງໆຕາມ ພຣະວິໄນ ກຳນົດ (ໃຫ້ເບິ່ງໃນພຣະວິໄນວ່າດ້ວຍສິມ), ທັງນີ້ກໍມີຄຳ ຖາມທີ່ວ່າ “ວັດວັດບໍ່ມີພຣະມີແຕ່ສາມະເນນເດ ຖອດກະຖິນໄດ້ບໍ ?” ຕ້ອງຕອບວ່າ “ບໍ່ໄດ້” ເພາະວ່າ “ຄຳວ່າ ພິກຂຸສົງ” ຈຶ່ງໝາຍເຖິງພຣະພິກຂຸແຕ່ 4 ອົງຂຶ້ນໄປ, ແລ້ວວັດມີພຣະແຕ່ 3 ອົງເດຖອດກະຖິນໄດ້ບໍ ? ກໍຕອບ ໃນທຳນອງດຽວກັນວ່າ “ເພາະກະຖິນເປັນສັງຄະກັມ ຕ້ອງມີພຣະພິກຂຸສົງແຕ່ 4 ອົງຂຶ້ນໄປ ແມ່ນແຕ່ມີພຣະ ເກີນ 5 ອົງ ແຕ່ວ່າພຣະສົງທີ່ອະທິຖານເຂົ້າພັນສາພຽງແຕ່ 3 ອົງ ຫຼືພຣະສົງບາງອົງ ຂາດ ພັນສາກໍຖວາຍຜ້າ ກະຖິນບໍ່ໄດ້ ແຕ່ກໍມີການອະນຸໂລມເຮັດກັນມາ ເນື່ອງຈາກວ່າວັດບາງວັດດຽວນີ້ ຫາພຣະເກີນຫ້າອົງຈຳພັນສາ ຍາກແລ້ວ.
ໃນປັດຈຸບັນນີ້ ມີຜູ້ຖວາຍຜ້າກະຖິນກັນຢ່າງແຜ່ຫຼາຍ ດ້ວຍປັດໄຈຫຼາຍປະການ ເຊັ່ນ ຄົນຮັ່ງມີຫຼາຍຂຶ້ນ, ການຫາຜ້າໄດ້ງ່າຍຂຶ້ນ, ດັ່ງທີ່ກ່າວໄວ້ແລ້ວໃນຕອນຕົ້ນວ່າການຫານຜ້າມາເຮັດກະຖິນນັ້ນມີລັກສະນະເຊັ່ນ ໃດ, ໂດຍສະເພາະແລ້ວແມ່ນການທີ່ຫາຜ້າ ມາເຮັດກະຖິນນັ້ນ ແມ່ນວ່າຫາຊື້ເອົາຕາມຮ້ານແມ່ນມີຫຼາຍ ການ ເຮັດຜ້າກະຖິນໃນເມື່ອກ່ອນຕ້ອງໄມ້ສະດຶງ ຈຶ່ງເລີກໃຊ້ກັນໄປ ໂດຍປະຣິຍາຍ ແລະອີກຢ່າງໜຶ່ງການນິຍົມກັນ ເຮັດບຸນກະຖິນຢ່າງແຜ່ຫຼາຍໃນທົ່ວປະເທດນັ້ນ ຖືເປັນປະເພນີນິຍົມທີ່ກໍ່ໃຫ້ເກີດ ມະຫາກຸສົນຫຼາຍຢ່າງ ໂດຍສະ ເພາະແລ້ວຖືເປັນການປົກປັກຮັກສາ ແລະສືບທອດພຣະພຸດທະສາສນາໃຫ້ຍືນຍົງ ສະຖາພອນ ໄປທົ່ວກາລະ ອາວະສານ ແລະການທອດກະຖິນຍັງເປັນການສ້າງສາທາລະນະປະໂຫຍດໃຫ້ແກ່ສາສນາ ກໍຄືຊາດ ໂດຍທີ່ ປັດໃຈ ເງິນຄຳທີ່ໄດ້ຈາກການອະນຸໂມທະນາບຸນຂອງຍາດພີ່ນ້ອງນັ້ນ ຍັງໄດ້ເອົາໄປປະຕິສັງສອນວັດ, ໂຮງຮຽນ ຂອງວັດ ຫຼືຂອງ ບ້ານໄດ້ ນັບວ່າພັດທະນາຊາດສາສນາໄປພ້ອມໆກັນ.
ສະນັ້ນ, ຍາດໂຍມຜູ້ຫວັງຄວາມສຸກຄວາມຈະເລີນໃນໂລກນີ້ ຈົ່ງຂ້ຽວເຮັດຂ້ຽວທຳ ຄັນເຮົາໄປລໍເວລາ ກໍກາຍເປັນການປະໝາດ ໃນຊີວິດ ແລະຊັບສິນ ເພາະທຸກຢ່າງບໍ່ແນ່ນອນນັ້ນເອງ.
(ຈົບບໍຣິບູນ)