ບຸນກິຣິຍາວັດຖຸ 3
( Bass of meritorious action; grounds for accomplishing merit)

ສິງປະທຸມ ພິກຂຸ
ມີຄົນເປັນຈໍານວນບໍ່ໜ້ອຍມັກເຮັດບຸນ ຊອກສະແຫວງຫາບຸນກັນຫລາຍວິທີການ ແຕ່ບໍ່ຄ່ອຍຈະຮູ້ຈັກບຸນໄດ້ຢ່າງເລິກເຊິ່ງ ແລະບໍ່ຄ່ອຍມັກເຮັດກຸສົລນໍາອີກ ກໍ່ໃຫ້ເກີດເຮັດບຸນແບບຜິດໆ ຜົລບຸນທີ່ໄດ້ຮັບຈິ່ງບໍ່ຫລາຍເທົ່າທີ່ຄວນ ເຖິງວ່າຈະລົງທຶນ ທັງແຮງກາຍເງິນຕາ ແລະວັດຖຸເປັນຈໍານວນຫລາຍ ແຕ່ປະສິດທິພາບບຸນກໍ່ຍັງຕໍ່າ ບາງເທື່ອການເຮັດບຸນກໍ່ມີການແຖມບາບ ມານໍາອີກ ດັ່ງນັ້ນເຮົາຈິ່ງສົມຄວນມາບໍຣິຫານບຸນກັນ ເພື່ອກໍ່ໃຫ້ເກີດປໂຍດຕໍ່ຕົນເອງແລະສັງຄົມຢ່າງສູງສຸດ
ກ່ອນທີ່ຈະເຂົ້າສູ່ເນື້ອຫາສາຣະ “ບຸນກິຣິຍາວັດຖຸ” ນັ້ນ ໃນເບື້ອງຕົ້ນຂໍກ່າວເຖິງຄວາມໝາຍຂອງ “ບຸນ” ເຊິ່ງທ່ານຜູ້ຮູ້ໃນ ທາງພຣະພຸທສາສນາໄດ້ໃຫ້ຄວາມໝາຍໂດຍຫຍໍ້ໄວ້ 3 ປະການ ໄດ້ແກ່ (1) ບຸນຄື ຄວາມສະອາດ ຄວາມບໍຣິສຸດແລະຄວາມດີ (2) ບຸນຄື ການກະທໍາຄວາມດີຕ່າງໆມີສະພາບທີ່ເປັນເຫດແລ້ວສົ່ງຜົລເປັນຄວາມສຸຂ (3) ບຸນຄື ຄວາມສຸຂ ມີສະພາບທີ່ເປັນຜົລ ເພາະຄວາມສຸຂເປັນຜົລຂອງການທໍາຄວາມດີ
ສິ່ງໃດກໍ່ຕາມທີ່ເຮັດໄປແລ້ວຕົນເອງແລະຜູ້ອື່ນບໍ່ເດືອດຮ້ອນ ສິ່ງນັ້ນຈັດເປັນບຸນ ຄວາມດີທີ່ເຮັດໄປແລ້ວກໍ່ໃຫ້ເກີດບຸນ ເອີ້ນວ່າ ບຸນກິຣິຍາວັດຖຸມີຢູ່ 3 ປະການໂດຍຫຍໍ້ ດັ່ງນີ້
1.ບໍຣິຈາກທານ (ທານະໄມ) - meritorious action consisting in giving or generosity ໝາຍເຖິງ ການແບ່ງປັນໃຫ້ ຜູ້ອື່ນດ້ວຍສິ່ງຂອງຂອງຕົນດ້ວຍຄວາມເຕັມໃຈ ເພື່ອກໍາຈັດຂັດເກົາຄວາມເຫັນແກ່ຕົວ (ທິດຖິ) ຄວາມຄັບແຄບ ຄວາມຕະໜີ່ ໜຽວແໜ້ນແລະຄວາມຍຶດຕິດໃນວັດຖຸ ເພື່ອໃຫ້ເປັນປະໂຫຍດຕໍ່ບຸກຄົນ ຊຸມຊົນ ສັງຄົມໂດຍສ່ວນຣວມ ໂດຍແບ່ງທານະໄມເປັນ 3 ປະເພດຄື (1) ການໃຫ້ວັດຖຸສິ່ງຂອງເປັນທານ (ອາມິດສະທານ) ເຊັ່ນໃຫ້ປັດໃຈສີ່ ເປັນຕົ້ນ (2) ການໃຫ້ຄວາມຮູ້ເປັນທານ (ທັມມະທານ) ຖ້າເປັນຄວາມຮູ້ທາງໂລກເຊັ່ນ ໃຫ້ສິລປະວິທຍາການຕ່າງໆ ເອີ້ນວ່າ ວິທຍາທານ ຫາກເປັນຄວາມຮູ້ທາງທັມເຊັ່ນ ສອນໃຫ້ລະຊົ່ວ ປະພຶດດີ ທໍາໃຈໃຫ້ຜ່ອງໃສ ເອີ້ນວ່າ ທັມມະທານ (3) ການສລະອາຣົມຮ້າຍເປັນທານ (ອະໄພທານ) ໃຫ້ອະໄພ ບໍ່ຈ່ອງເວຣ ສລະອາຣົມຮ້າຍພະຍາບາດໃຫ້ຂາດອອກຈາກໃຈ
2.ຮັກສາສີລ (ສີລະໄມ) - meritorious action consisting in observing the precepts or moral behaviour ໝາຍເຖິງ ອາການປົກກະຕິທາງກາຍແລະວາຈາ ໂດຍມີເຈຕະນາທີ່ຈະເວັ້ນຈາກຄວາມຊົ່ວຕ່າງໆ ມີຄວາມສໍາຣວມ ຣະວັງຄວບຄຸມ ບັງຄັບກິຣິຍາອາການທາງກາຍແລະວາຈາໃຫ້ປົກກະຕິທໍາມະດາ ບໍ່ລ່ວງລະເມີດຣະບຽບກົດເກນຫລືວິນັຍທີ່ໄດ້ກໍາໜົດໄວ້ ທາງແຫ່ງຄວາມເສື່ອມເສັຽຂອງບຸກຄົນທີ່ເຮັດໃຫ້ສັງຄົມບໍ່ເປັນປົກກະຕິມີ 5 ທາງຄື (1) ຄວາມໂຫດຮ້າຍໃນສັນດານ ປະທຸດສະ ຮ້າຍຕໍ່ຊີວິດແລະຮ່າງກາຍຂອງຜູ້ອື່ນ ຂົ່ມເຫັງຜູ້ອື່ນໃຫ້ເດືອດຮ້ອນ (2) ຄວາມຢາກໄດ້ຊັບສິນຂອງຜູ້ອື່ນ ການຖືເອົາສິ່ງຂອງ ທີ່ເຈົ້າຂອງເຂົາບໍ່ໃຫ້ມາເປັນຂອງຕົນ (3) ການປະພຶດຜິດທາງເພດຕໍ່ຄູ່ຄອງຫລືບຸກຄົນໃນຄອບຄົວຂອງຜູ້ອື່ນ (4) ຄວາມບໍ່ມີ ຄວາມຈິງປະຈໍາໃຈ ການເວົ້າຫລອກລວງຜູ້ອື່ນ (5) ຄວາມປະໝາດຂາດສະຕິສັມປະຊັນຍະ ມີການເສບສຸຣາແລະສິ່ງ ເສບຕິດ ທັງຫລາຍ
ທາງແກ້ໄຂປ້ອງກັນໂດຍການຮັກສາສີລຫ້າ ຈະເປັນການເຝິກຝົນຕົນທີ່ຈະລົດລະເລີກຄວາມຊົ່ວ ບໍ່ໄປບຽດບຽນຜູ້ໃດ ຕ້ອງການເຮັດຄວາມດີເອື້ອເຟື້ອເພື່ອແຜ່ແກ່ຜູ້ອື່ນ ເປັນການຮັກສາຄວາມດີງາມໄວ້ ບໍ່ໃຫ້ຄຸນນະພາບຊີວິດຕົກຕໍ່າ
3.ຈະເຣິນພາວະນາ (ພາວະນາໄມ) - meritorious action consisting in mental development ຄື ການອົບຣົມຈິດໃຈ ໃຫ້ມີຄວາມສະຫງົບ ສະອາດ ສະຫວ່າງດ້ວຍການປະຕິບັດທັມເຊັ່ນ ປະຕິບັດກັມມະຖານ (ການເຝິກອົບຣົມຈິດ) ເພື່ອພັດທະນາຈິດໃຈໃຫ້ສງົບ ເກີດປັນຍາ ເຮັດໃຫ້ກິເລສອັນເປັນຮາກເຫງົ້າຂອງຄວາມຊົ່ວທາງກາຍແລະວາຈາລົດລົງແລະ ສາມາດກໍາຈັດໃຫ້ໝົດໄປໃນທີ່ສຸດ
ຫລັກການເຮັດບຸນ 3 ປະການດັ່ງກ່າວ ມີຄວາມໝາຍແລະຂອບເຂດທີ່ກວ້າງຂວາງ ເກີນຄວາມໝາຍຂອງຄໍາວ່າ “ຈະຣິຍະທັມ” ຢ່າງທີ່ເຂົ້າໃຈກັນໃນປະຈຸບັນ ເຊິ່ງຄວບຄຸມເຖິງກະບວນການພັດທະນາມະນຸດທັງໝົດ ດັ່ງພຸທພົດຄາຖາກ່າວ ເຖິງຫລັກການເຮັດບຸນໄວ້ວ່າ
“ປຸນຍະເມວະ ໂສ ສັກໄຂຍຍະ ອາຍະຕັຄຄັງ ສຸຂຸທຣະຍັງ
ທານັນຈະ ສະມະຈະຣິຍັນຈະ ເມຕຕະຈິຕຕັນຈະ ພາວະເຍ
ເອເຕ ທັມເມ ພາວະຍິຕວາ ຕະໂຍ ສຸຂະສະມຸທທະເຍ
ອັພພະຍາປັຊຊັງ ສຸຂັງ ໂລກັງ ປັນດິໂຕ ອຸປປັຊຊະຕິ”
ແປວ່າ “ຄົນຜູ້ໄຝ່ປໂຍດ ຄວນສຶກສາບຸນນີ້ແຫລະ ເຊິ່ງມີຜົລກວ້າງຂວາງຍິ່ງໃຫຍ່ ອໍານວຍສຸຂໃຫ້ຄື ຄວນຈະໃຫ້ທານ ຄວນພັດທະນາຄວາມປະພຶດທີ່ຊອບທັມແລະຄວນຈະເຣີນເມດຕາຈິດ ເມື່ອຈະເຣີນທັມ 3 ປະການນີ້ອັນເປັນແຫລ່ງກໍ່ເກີດ ຄວາມສຸຂແລ້ວ ບັນດິດຍ່ອມເຂົ້າເຖິງໂລກທີ່ເປັນສຸຂ ບໍ່ບຽດບຽນກັນ”
ທ່ານພຸດທະສາສນິຊົນເມື່ອຮູ້ຫລັກການເຮັດຄວາມດີຫລືທີ່ຕັ້ງແຫ່ງການເຮັດບຸນດັ່ງກ່າວແລ້ວ ຄວນເຮັດບຸນໃຫ້ຄົບທັງ ສາມປະການ ເພາະຈະເຮັດໃຫ້ເຮົາຢູ່ຮ່ວມກັນຢ່າງມີຄວາມສຸຂດ້ວຍການຊ່ອຍເຫລືອເກື້ອກູນກັນໃນສັງຄົມ ເອື້ອເຟື້ອເຜືອແຜ່ ແບ່ງປັນກັນ (ທານ) ບໍ່ຍາດແຍ່ງບຽດບຽນກັນ (ສີລ) ແລະມີຄວາມຮັກຄວາມຫວັງດີ ຢາກໃຫ້ຄົນອື່ນເປັນສຸຂ ໂດຍສ້າງປໂຍດ ແກ່ກັນ ແລະກັນ (ເມດຕາ) ຫາກທຸກຄົນມີບຸນກິຣິຍາວັດຖຸແລ້ວຕົນເອງກໍມີຄວາມສຸຂ ຄົນອື່ນມີຄວາມສຸຂ ແລະ ເຮັດໃຫ້ ສັງຄົມຢູ່ເຢັນເປັນສຸຂນໍາອີກ ດັ່ງບົດປະພັນກ່າວໄວ້ວ່າ
“ ສິ່ງອັນເປັນທີ່ຕັ້ງ ຕົກແຕ່ງບຸນສົມພານ
ທ່ານວ່າມີສາມປະການ ໜຶ່ງນັ້ນ “ທານະໄມ” ມ້ວນ
ສ່ວນຊິທານຫຍັງນັ້ນ ຖືເປັນບຸນອັນດີເດັ່ນ
“ສີລະໄມ” ບອກເນັ້ນ ນັ້ນເປັນຂໍ້ທີສອງ
ຮັກສາສີລຖືກຕ້ອງ ຜລາຕອບສົມໝາຍ
ສາມຄື “ພາວະນາໄມ” ໃຫ້ໝັ່ນພາວະນາຕັ້ງ
ຕອນຊີບຍັງກໍສຸຂປ້ອງ ເມື່ອຕາຍໄປກໍສຸຂປ່ຽມ
ບຸນນໍາສຸຂຍອດຢ້ຽມ ຍາມສິ້ນຊີບຊີວາ ແທ້ແລ້ວ ”