ບຸນເຂົ້າພັນສາ
ວັນເຂົ້າພັນສາເປັນວັນສຳຄັນໃນທາງພຣະພຸທທະສາສນາວັນນຶ່ງ ທີ່ປີນຶ່ງມີເທື່ອນຶ່ງ ແລະ ມີກຳນົດສາມເດືອນ ຫລື ນຶ່ງໄຕຣມາດ ເພື່ອໃຫ້ບັນພະຊິດແລະຄະຣຶຫັດອຸປາສົກ,ອຸປາສິກາ,ເຍົາວະຊົນ ຜູ້ມີຈິດສັທທາໄດ້ພໍ່າເພັງສີລທານ,ພາວະນາແລະຖວາຍທານ ໃຫ້ບໍລິສຸດເຕັມໄຕຣມາດສາມເດືອນ ເພື່ອປໂຍດຕົນ, ປໂຍດຜູ້ອື່ນ ແລະເພື່ອເພິ່ມພູນບຸນກຸສົນ ຈະຣິຍະສັມມາປະຕິບັດໃຫ້ ເຕັມປ່ຽມ ມີການຖວາຍຜ້ານໍ້າຝົນແລະຜ້າໄຕຣຈີວອນເປັນຕົ້ນ.
ໃນຣະຍະຍາມເຂົ້າພັນສານີ້ພຣະສົງຄ໌ຈະອະທິຖານວ່າຈະປະຈຳຢູ່ທີ່ໃດທີ່ນຶ່ງຕລອດຣະດູຝົນທີ່ມີກຳນົດຣະຍະເວລາ ສາມເດືອນ ຕາມທີ່ພຣະທັມວິນັຍ ບັນຍັດໄວ້ ໂດຍບໍ່ໄປຄ້າງແຮມທີ່ອື່ນ ໂດຍນັບຕັ້ງແຕ່ ວັນແຮມ 1 ຄໍ່າ ເດືອນແປດຂອງທຸກປີເຖິງວັນຂຶ້ນ 15 ຄໍ່າເດືອນ11(ຖ້າປີນັ້ນມີເດືອນແປດສອງຫົນ ກໍຈະນັບເດືອນແປດຫລັງໄປ)
ໃນສມັຍຕົ້ນພຸທທະກາລ ພຣະພຸທທະເຈົ້າບໍ່ໄດ້ວາງລະບຽບ ເຣື່ອງການເຂົ້າພັນສາໄວ້ ແຕ່ການເຂົ້າພັນສານັ້ນເປັນສິ່ງທີ່ ພຣະພຸທອົງຄ໌ ແລະພຣະສົງຄ໌ສາວົກໄດ້ປະຕິບັດກັນມາໂດຍຕລອດ ໂດຍຈະພັກການຈາຣິກ ບໍ່ໄດ້ອອກໄປຂ້າງນອກ ເພາະຢູ່ໃນ ຊ່ວງຣະດູຝົນນັ້ນ ການສັນຈອນໄປມາກໍຫຍຸ້ງຍາກແລະລຳບາກ. ໃນຕົ້ນພຸທທະກາລນັ້ນ ມີພຣະສົງຈຳນວນນ້ອຍ ແລະສ່ວນ ໃຫຍ່ ຈະເປັນພຣະອະຣິຍະບຸກຄົນ ຈຶ່ງຮູ້ດີວ່າສິ່ງໃດຄວນຫລືບໍ່ຄວນທຳ.
ຕໍ່ມາມີພຣະສົງຫລາຍຂຶ້ນຈຶ່ງມີກຸ່ມພຣະສົງພາກັນອອກເດີນທາງເຜີຍແຜ່ພຣະພຸທທະສາສນາໃນທີ່ຕ່າງໆ ຫລື ໄປສແວງບຸນ ຕາມເຂດຊົນນະບົດທົ່ວໄປ ໂດຍສະເພາະຍາມຝົນນັ້ນ ຕ່າງກໍຈະຢຽບຫຍ້າ,ຕົ້ນກ້າ ຂອງປະຊາຊົນເສັຽຫາຍ ຫລື ແມ້ນແຕ່ ສັຕນ້ອຍ ສັຕໃຫຍ່ອາດຈະຖືກຢຽບຕາຍໄປ ຊຶ່ງເປັນເຫດໃຫ້ຊາວບ້ານເດືອດຮ້ອນແລະ ພາກັນໄປຟ້ອງພຣະພຸທທະເຈົ້າ. ເມື່ອພຣະພຸທທະອົງຊາບດັ່ງນັ້ນ ຈຶ່ງໄດ້ວາງລະບຽບໃຫ້ພິກຂຸ ຕ້ອງປະຈຳຢູ່ທີ່ໃດທີ່ນຶ່ງເປັນເວລາສາມເດືອນໂດຍ ຈະບໍ່ໄປຄ້າງແຮມ ທີ່ອື່ນ ເວັ້ນແຕ່ຈະຖືສັຕຕາຫະ ຕາມພຸທທະບັນຍັດ.
ການເຂົ້າພັນສາຂອງພຣະສົງຄ໌ຕາມພຣະວິນັຍປິດົກ
ຕາມພຣະວິນັຍ ພຣະສົງຄ໌ຮູປໃດບໍ່ເຂົ້າຈຳພັນສາຢູ່ແຫ່ງໃດແຫ່ງນຶ່ງນັ້ນ ຖືວ່າຕ້ອງອາບັດທຸກກົດ ແລະ ພຣະສົງຄ໌ ທີ່ອະທິຖານ ຮັບຄຳເຂົ້າພັນສາແລ້ວ ຈະໄປຄ້າງແຮມບ່ອນອື່ນບໍ່ໄດ້ ແຕ່ຖ້າຫາກເດີນທາງອອກໄປແລ້ວແລະບໍ່ສາມາດກັບມາໃນເວລາທີ່ກຳນົດ ຄື ກ່ອນຮຸ່ງສວ່າງ ກໍຈະຖືວ່າພຣະພິກຂຸຮູປນັ້ນ ''ຂາດພັນສາ'' ແລະຕ້ອງອາບັດທຸກກົດເພາະຮັບຄຳນັ້ນ ຮວມທັ້ງພຣະສົງຄ໌ຮູປນັ້ນ ຈະບໍ່ໄດ້ຮັບອານິສົງພັນສາ, ບໍ່ໄດ້ອານິສົງກະຖິນຕາມພຣະວິນັຍ ແລະ ຍັງຫ້າມບໍ່ໃຫ້ນັບພັນສາທີ່ຂາດນັ້ນອີກດ້ວຍ. ແຕ່ກໍມີຂໍ້ຍົກເວັ້ນໄວ້ເຊັ່ນກັນ ເຊັ່ນ ໃນກໍຣະນີ
1. ພຣະອຸປັດຊາຈານ ແລະ ບິດາມານດາເຈັບໄຂ້ໄດ້ປ່ວຍ ຈຳຕ້ອງໄປດູແລຮັກສາ,
2.ພຣະພິກຂຸຢາກຈະສິກ ໄປເພື່ອຣະງັບ,
3. ມີກິຈສົງຄ໌ເກີດຂຶ້ນເຊັ່ນ ສິມເປ່ເພ ໄປເພື່ອປະຕິສັງຂອນ,
4. ທາຍົກບຳເພັນກຸສົນ ນິິມົນໄປເພື່ອບຳຣຸງສັທທາ ແຕ່ຕ້ອງກັບມາພາຍໃນ 7 ວັນ ພັນສາຈຶ່ງຈະບໍ່ຂາດ ຫາກເກີນ 7 ວັນໄປ ກໍເປັນອັນວ່າພັນສາຂາດ (ຮັບຄຳອະທິຖານເຂົ້າພັນສາແຕ່ເຮັດບໍ່ໄດ້).
ໃນການອະທິຖານເຂົ້າພັນສາຢູ່ວັດໃດວັດນຶ່ງກໍດີ ຫາກມີເຫດຈຳເປັນ 5 ປະການດັ່ງຕໍ່ໄປນີ້ ພິກຂຸບໍ່ຕ້ອງອາບັດ ເຖິງແມ່ນວ່າ ຈະໄປຢູ່ທີ່ອື່ນກໍດີ ໄດ້ແກ່ :
1. ຖືກສັຕຮ້າຍລົບກວນ, ຖືກໂຈນປົ້ນ, ໄຟໄໝ້ວັດ ຫລື ນໍ້າຖ້ວມວັດ.
2. ຊາວບ້ານຖືກໂຈນປົ້ນ ອົພຍົບໄປບ່ອນອື່ນ ອະນຸຍາດໃຫ້ໄປກັບຊາວບ້ານ, ຫລືຊາວບ້ານແຕກເປັນສອງຝ່າຍ ໃຫ້ໄປກັບຝ່າຍ ທີ່ມີສັທທາ
ເຫລື້ອມໃສ.
3. ຂາດແຄນອາຫານ ແລະ ຢາຮັກສາໂຣຄ
4. ມີຄົນເອົາເງິນມາລໍ້ ພຣະພຸທທະອົງຊົງອະນຸຍາດໃຫ້ໜີໄປໃຫ້ພົ້ນເສັຽ
5. ພິກຂຸສົງຄ໌ແຕກກັນຫລືມີຜູ້ພຍາຍາມເຮັດໃຫ້ພຣະພິກຂຸສົງຄ໌ໃນວັດແຕກກັນ ໃຫ້ໄປເພື່ອຫາທາງລະງັບເຫດນັ້ນໄດ້.
ວັນເຂົ້າພັນສາກຳໜົດເປັນ 2 ຣະຍະ ຄື ປຸຣິມພັນສາແລະປັຈສິມພັນສາ
1. ປຸຣິມພັນສາ ຄື ມື້ເຂົ້າພັນສາຕົ້ນ ກົງກັບວັນແຮມ 1 ຄໍ່າເດືອນ 8 ຂອງທຸກປີ ປະມານເດືອນກໍຣະກະດາ ແລະ ອອກພັນສາ ໃນວັນຂຶ້ນ 15 ຄໍ່າເດືອນ 11 ປະມານເດືອນຕຸລາ.
2. ປັຈສິມພັນສາ ຄື ມື້ເຂົ້າພັນສາຫລັງ ສຳລັບປີອະທິກະມາສ ຄື ມີເດືອນແປດສອງຫົນ ກົງກັບວັນແຮມ 1 ຄໍ່າເດືອນ 8 ຫລັງ ປະມານເດືອນກໍຣະກະດາ ແລະ ອອກພັນສາໃນວັນຂຶ້ນ 15 ຄໍ່າເດືອນ 11 ປະມານເດືອນຕຸລາ.

ວັນອາສາລະຫະບູຊາ
ວັນອາສາລະຫະບູຊາແລະອີກວັນນຶ່ງທີສຳຄັນກ່ອນວັນເຂົ້າພັນສານັ້ນແມ່ນວັນອາສາລະຫະບູຊາ. ຄຳວ່າ ອາສາລະຫະບູຊາ( Asalha Puja) ຫຍໍ່ມາຈາກ ອາສາລະຫະ ປູຣະນະມີບູຊາ ໝາຍເຖິງ ການບູຊາໃນມື້ເພັງເດືອນອາສາລະຫະ ອັນເປັນເດືອນທີ່ສີ່ຕາມ ປະຕິທິນຂອງປະເທດ ອິນເດັຽ ຊຶ່ງຕົງ ກັບມື້ ຂຶ້ນ 15 ຄໍ່າ ເດືອນແປດ ຕາມປະຕິທິນຈັນທະຣະຄະຕິ ຊຶ່ງຈະຕົກຢູ່ໃນເດືອນມິຖຸນາ ຫລື ເດືອນກໍຣະກະດາ ແຕ່ຖ້າປີໃດ ມີເດືອນແປດສອງຫົນ ກໍໃຫ້ເລື່ອນໄປເປັນວັນເພັງເດືອນ 8 ຫລັງແທນ.
ວັນອາສາລະຫະບູຊາ ເປັນວັນທີ່ສຳຄັນມື້ນຶ່ງໃນພຣະພຸທທະສາສນາ ທີ່ເກີດຂຶ້ນຫລັງຈາກທີ່ພຣະສັມມາສັມພຸທທະເຈົ້າຕຣັສຮູ້ ໃນມື້ເພັງ 15 ຄໍ່າເດືອນຫົກ ແລ້ວ ສອງເດືອນ ເພາະມີເຫດການສຳຄັນເກີດຂຶ້ນສາມປະການດັ່ງນີ້ ຄື:
1. ເປັນວັນທີ່ພຣະພຸທທະເຈົ້າປະກາດພຣະພຸທທະສາສນາເປັນຄັ້ງທຳອິດ ໂດຍການສະແດງປະຖົມມະເທສນາ ຄືສະແດງທັມ ເປັນຄັ້ງແຣກ ມີຊື່ວ່າ ທັມມະຈັກກັປປະວັຕຕະນະສູຕ ອັນເປັນອົງທັມແຫ່ງພຣະສັມມາສັມໂພທິຍານ ໂຜດປັນຈະວັກຄີທັ້ງຫ້າ ທີ່ປ່າ ອິສິປະຕະນະມັຄທາຍະວັນ ເມືອງພາຣານະສີ ແຄວ້ນມະຄົດ ຊື່ງມີໃຈຄວາມສຳຄັນ ກ່າວເຖິງອະຣິຍະສັຈສີ່ປະການ ໄດ້ແກ່ :
1. ທຸຂ ຄື ຄວາມລຳບາກ ຄວາມບໍ່ສະບາຍກາຍ ບໍ່ສະບາຍໃຈ,
2. ສະມຸທັຍ ຄື ເຫດທຳໃຫ້ເກີດທຸຂ,
3. ນິໂຣທ ຄື ຄວາມດັບທຸຂ, ແລະ
4. ມັຄ ຄື ຂໍ້ປະຕິບັດໃຫ້ເຖິງຄວາມດັບ ແຫ່ງທຸຂ .
2. ເປັນວັນທີ່ເກີດ ສັງຄະຣັຕນະ ຫລືເປັນວັນທີ່ເກີດ ພຣະອະຣິຍະສົງຄ໌ ສາວົກໃນພຣະພຸທທະສາສນາຂຶ້ນຄັ້ງແຣກໃນໂລກ ຄື ພຣະອັນຍາໂກນທັນຍະຊຶ່ງເມື່ອໄດ້ຮັບຟັງພຣະທັມມະເທສນາ ທັມມະຈັກກັປປະວັຕຕະນະສູຕແລ້ວ ໄດ້ບັນລຸທັມ ແລະໄດ້ຂໍບວດເປັນພິກຂຸ ຮູປທຳອິດ ໃນພຣະພຸທສາສນາ ຊຶ່ງພຣະພຸທທະອົງກໍ ຊົງອະນຸຍາດດ້ວຍວິທີ ເອຫິພິກຂຸສັມປະທາ.
3. ຈຶ່ງຖືວ່າວັນນີ້ເປັນວັນທຳອິດທີ່ບັງເກີດເປັນພຣະຣັຕນະໄຕຣທີ່ສົມບຸນ ຄື ພຣະພຸທຣັຕນະ ພຣະທັມຣັຕນະ ພຣະສົງຄ໌ຣັຕນະ. ດ້ວຍເຫດນີ້ຈຶ່ງທຳໃຫ້ວັນນີ້ຮຽກວ່າ '' ວັນພຣະທັມ'' ຫລື ວັນພຣະທັມມະຈັກ ອັນໄດ້ແກ່ວັນທີ່ລໍ້ແຫ່ງພຣະທັມຂອງ ພຣະພຸທ ທະເຈົ້າ ໄດ້ໝູນໄປເປັນຄັ້ງແຣກ ແລະ '' ວັນພຣະສົງຄ໌'' ຄືວັນທີ່ມີພຣະສົງຄ໌ເກີດຂຶ້ນເປັນຄັ້ງແຣກອີກດ້ວຍ.
ຄຳຖວາຍດອກໄມ້ທູບທຽນໃນບຸນອາສາລະຫະບູຊາ
ກ່າວ ນະໂມສາມຈົບ
ຍະມັມຫະ ໂຂ ມະຍັງ ພະຄະວັນຕັງ ສະຣະນັງ ຄະຕາ ໂຍ ໂນ ພະຄະວາ ສັດຖາ ຍັສສະ ຈະ ມະຍັງ ພະຄະວະໂຕ ທັມມັງ ໂຣເຈມະ
ອະໂຫສິ ໂຂ ໂສ ພະຄະວາ ອະຣະຫັງ ສັມມາສັມພຸທໂທ ສັຕເຕສຸ ກາຣຸນຍັງ ປະຕິດຈະ ກະຣຸນາຍະໂກ ຫິເຕສີ
ອະນຸກັມປັງ ອຸປາທາຍະ ອາສາລະຫະປຸນນະມິຍັງ ພາຣານະສີຍັງ ອິສິປະຕະເນ ມິຄະທາເຍ ປັນຈະວັກຄີຍານັງ
ພິກຂູນັງ ອະນຸຕຕະຣັງ ທັມມະຈັກກັງ ປະຖະມັງ ປະວັຕເຕ ຕະວາ ຈັດຕາຣິ ອະຣິຍະສັຈຈານິ ປະກາເສສິ ຯ
ຕັສສະມິນຈະ ໂຂ ສະມະເຍ ປັນຈະວັຄຄີຍານັງ ພິກຂູນັງ ປະມຸໂຂ ອາຍັສສະມາ ອັນຍາໂກນທັນໂຍ ພະຄະວະໂຕ ທັມມັງ ສຸຕຕະວາ
ວິຣະຊັງ ວີຕະມະລັງ ທັມມະຈັກຂຸງ ປະຕິລະພິຕຕະວາ ຍັງກິນຈິ ສະມຸທະຍະທັມມັງ ສັພພັນຕັງ ນິໂຣທະທັມມັນຕິ ພະຄະວັນຕັງ
ອຸປະສັມປະທັງ ຍາຈິຕຕະວາ ພະຄະວະໂຕ ເຍວະ ສັນຕິກາ ເອຫິພິກຂຸ ອຸປະສັມປະທັງ
ປະຕິລະພິຕຕະວາ ພະຄະວະໂຕ ທັມມະວິນະເຍ ອະຣິຍະສາວະກະສັງໂຄ ໂລເກ ອຸປປັນໂນ ອະໂຫສິ ຯ
ຕັສສະມິນຈະ ໂຂ ສະມະເຍ ສັງຄະຣັຕຕະນັງ ໂລເກ ປະຖະມັງ ອຸປປັນໂນ ອະໂຫສິ
ພຸທທະຣັຕຕະນັງ ທັມມະຣັຕຕະນັງ ສັງຄະຣັຕຕະນັນຕິ ຕິຣະຕະນັງ ສັມປຸນນັງ ອະໂຫສິ ຯ
ມະຍັງໂຂ ເອຕະຣະຫິ ອິມັງ ອາສາລະຫະປຸນນະມີ ກາລັງ ຕັສສະ ພະຄະວະໂຕ ທັມມະກັປປະວັຕຕະນະກາລະສັມມະຕັງ
ອະຣິຍະສາວະກະສັງຄະ ອຸປປັຕຕິກາລະ ສັມມະຕັນຈະ ຣະຕະນັຕຕະຍະ ສັມປຸນນະກາລະສັມມະຕັນຈະ ປັຕວາ ອິມັງ ຖານັງ ສັມປັຕຕາ
ອິເມ ສັກກາເຣ ຄະເຫຕວາ ອັຕຕະໂນ ກາຍັງ ສັກກາຣຸປະທານັງ ກະຣິຕວາ ຕັສສະ ພະຄະວະໂຕ ຍະຖາພຸຈເຈ ຄຸເນ ອະນຸສສະຣັນຕາ
ອິມັງ ຖູປັງ (ອິມັງ ພຸທທະປະຕິມັງ) ຕິກຂັຕຕຸງ ປະທັກຂິນັງ ກະຣິສສາມະ ຍະຖາຄະຫິເຕຫິ ສັກກາເຣຫິ ປູຊັງ ກຸຣຸມານາ ຯ
ສາທຸ ໂນ ພັນເຕ ພະຄະວາ ສຸຈິຣະປະຣິນິພພູໂຕປິ ຍາຕັພເພຫິ ຄຸເນຫິ ອະຕີຕາຣັມມະນະຕາຍະ
ປັນຍາຍະມາໂນ ອິເມ ອັມເຫຫິ ຄະຫິເຕ ສັກກາເຣ ປະຕິກຄັນຫາຕຸ ອັມຫາກັງ ທີຄະຣະຕັງ ຫິຕາຍະ ສຸຂາຍະ ຯ
ຄຳແປ:
ເຮົາທັງຫລາຍ ເປັນຜູ້ເຖິງແລ້ວ ເຊິ່ງພຣະຜູ້ມີພຣະພາກເຈົ້າ ພຣະອົງໃດ ວ່າເປັນທີ່ເພິ່ງພຣະຜູ້ມີພຣະພາກເຈົ້າ ພຣະອົງໃດເປັນສາສດາຂອງເຮົາທັງຫລາຍ
ອັນນຶ່ງ ເຮົາທັງຫລາຍມັກໃນທັມຂອງພຣະຜູ້ມີພຣະພາກເຈົ້າພຣະອົງໃດ,ພຣະຜູ້ມີພຣະພາກເຈົ້າພຣະອົງນັ້ນ ເປັນພຣະອໍຣະຫັນ ຕັສຮູ້ຊອບເອງ ຊົງອາສັຍຄວາມກາຣຸນໃນສັດທັ້ງຫລາຍ ຊົງພຣະກະຣຸນາສແວງຫາປໂຍດເກື້ອກູນ ຊົງອາສັຍຄວາມເອັນດູ ໄດ້ຍັງພຣະທັມມະຈັກອັນຍອດຍ້ຽມໃຫ້ເປັນໄປ ຊົງປະກາດອະຣິຍະສັດສີ່ ເປັນເທື່ອທຳອິດ ແກ່ພຣະພິກຂຸ ປັນຈະວັຄຄີ ທີ່ປ່າ ອິສິປະຕະນະມະຣຶຄະທາຍະວັນ ໃກ້ເມືອງພາຣານະສີ ໃນວັນອາສາລະຫະປຸນນະມີ.
ໃນຕອນນັ້ນ ທ່ານອັນຍາໂກນທັນຍະ ຜູ້ເປັນຫົວໜ້າຂອງປັນຈະວັຄຄີທັງຫ້າ ໄດ້ຟັງທັມຂອງ ພຣະຜູ້ມີພຣະພາກເຈົ້າແລ້ວ ໄດ້ທັມມະຈັກຂຸອັນບໍຣິສຸດ ປາສຈາກມົນທິນວ່າ '' ສິ່ງໃດສິ່ງນຶ່ງ ມີຄວາມເກີດຂຶ້ນເປັນທັມມະດາ ສິ່ງທັ້ງປວງນີ້ ມີຄວາມດັບເປັນທັມມະດາ'' ຈຶ່ງຂໍອຸປະສົມບົົດກັບພຣະຜູ້ມີພຣະພາກເຈົ້າ ໄດ້ຮັບອຸປສົມບົດດ້ວຍເອຫິພິກຂຸແລ້ວ ຈາກສຳນັກຂອງພຣະຜູ້ມີພຣະພາກເຈົ້ານັ້ນແລ, ໄດ້ເປັນພຣະອະຣິຍະສົງສາວົກແລ້ວ ໃນທັມວິນັຍຂອງ ພຣະຜູ້ມີພຣະພາກເຈົ້າ ເກີດຂຶ້ນເປັນອົງທຳອິດໃນໂລກ.
ນອກນັ້ນ ໃນສມັຍນັ້ນ ພຣະສັງຄະຣັຕນະໄດ້ບັງເກີດຂຶ້ນເປັນຄັ້ງທຳອິດ ພຣະຣັຕນະໄຕຣ ຄື ພຣະພຸທຣັຕນະ ພຣະທັມມະຣັຕນະ ພຣະສັງຄະຣັຕນະ ໄດ້ສົມບູູນແລ້ວໃນໂລກ.
ບັດນີ້ ເຮົາທັງຫລາຍ ມາຮອດວັນອັນເປັນມຸງຄຸນພໍດີ ອາສາລະຫະປຸນນະມີ ວັນເພັງອາສາລະຫະມາດທີ່ຮູ້ພ້ອມກັນວ່າ ເປັນວັນທີ່ ພຣະຜູ້ມີພຣະພາກເຈົ້ານັ້ນ ຊົງປະກາດພຣະທັມມະຈັກ ເປັນວັນທີ່ເກີດຂຶ້ນແຫ່ງ ພຣະອະຣິຍະສົງສາວົກ ແລະເປັນທີ່ພຣະຣັຕນະໄຕຣສົມບູນ ຄື ຄົບສາມຣັຕນະ ຈຶ່ງມາປະຊຸມພ້ອມກັນແລ້ວ ນະທີ່ນີ້ ຖືສັກກາຣະເຫລົ່ານີ້ ທຳກາຍຂອງຕົນໃຫ້ເປັນດັ່ງພາຊະນະ ຮັບເຄື່ອງສັກກາຣະ ລະລຶກເຖິງພຣະຄຸນຕາມເປັນຈິງທັ້ງຫລາຍຂອງພຣະຜູ້ມີພຣະພາກເຈົ້ານັ້ນ ຈັກທຳປະທັກສິນສິ້ນວາຣະສາມຮອບ ຊຶ່ງພຣະສຖູບນີ້ ບູຊາຢູ່ດ້ວຍສັກກາຣະ ອັນຖືໄວ້ແລ້ວຢ່າງນີ້.
ຂ້າແດ່ພຣະສົງຜູ້ຈະເຣີນ ຂໍພຣະຜູ້ມີພຣະພາກເຈົ້າ ແມ່ນວ່າສະເດັດປະຣິນິພພານມານານແລ້ວ ຍັງປາກົດຢູ່ດ້ວຍພຣະຄຸນສົມບັດ ອັນພວກຂ້ານ້ອຍທັ້ງຫລາຍ ຈະພຶງຮູ້ດ້ວຍຄວາມພິຈາຣະນາ ຈົ່ງຊົງຮັບເຄື່ອງສັກກາຣະ ອັນພວກຂ້ານ້ອຍທັ້ງຫລາຍຖືໄວ້ແລ້ວນີ້ເຫລົ່ານີ້ ເພື່ອປໂຍດ ເພື່ອຄວາມສຸກ ແກ່ພວກຂ້ານ້ອຍທັ້ງຫລາຍ ສິ້ນກາລະນານເທີ້ນ.
ການປະຕິບັດໃນບຸນເຂົ້າພັນສາ
ໃກ້ຈະຮອດມື້ເຂົ້າພັນສາ (ອອກມາຈາກພາສາບາລີວ່າວັສສາ) ພຣະພິກຂຸສົງຄ໌ສາມະເນນ,ຊາວບ້ານກໍຈະພາກັນຈັດເຮັດ ຄວາມສະອາດພາຍໃນ ບໍຣິເວນວັດ ແລະ ສ້ອມແປງສະຖານທີ່ ບ່ອນທີ່ເປ່ເພ ມີສິມເປັນຕົ້ນ ແລະ ຈັດຫ້າງຫາເຄື່ອງປູ ມີສາດ ອາສນະໄວ້ພ້ອມ.
ເຖິງແມ່ນວ່າການເຂົ້າພັນສາຈະເປັນເຣື່ອງຂອງພິກຂຸ ແຕ່ພຸທສາສນິກະຊົນກໍຖືເປັນໂອກາດດີທີ່ຈະໄດ້ ເຮັດບຸນ ຮັກສາສີລ ແລະ ຊຳຮະຈິດໃຈໃຫ້ຜ່ອງໃສ ບາງຄົນກໍຕັ້ງໃຈງົດເວັ້ນເຫລົ້າ ຫລື ອະບາຍຍະມຸກທັ້ງປວງ ເປັນຕົ້ນ .
ໃນມື້ເພັງເດືອນແປດທຸກປີ ຄື 15 ຄໍ່າ ເດືອນແປດ ຕອນເຊົ້າຊາວພຸທຈະນຳດອກໄມ້ທູປທຽນ ເຂົ້າປາອາຫານມາຕັກບາຕ ຖວາຍເພລທີ່ວັດ ມາໄຫວ້ພຣະ ສະມາທານສີລຫ້າ,ສີລແປດ ຫລື ສີລອຸໂບສົດ.ຫລັງຈາກນັ້ນ ຈະນຳສະບົງ ຜ້າຈີວອນ ຜ້າອາບ ນໍ້າຝົນ ທຽນພັນສາແລະດອກໄມ້ທູປທຽນມາຖວາຍພຣະທີ່ວັດ ແລ້ວ ຮັບຟັງພຣະທັມມະເທສນາ.
ຕອນແລງມາຊາວພຸທກໍຈະນຳດອກໄມ້ທູປທຽນ ມາຮວມກັນທີ່ສາລາໂຮງທັມ ຮັບສີລແລ້ວວຽນທຽນຮອບພຣະອຸໂບສົດ ສາມຮອບ. ຫລັງຈາກວຽນທຽນແລ້ວ ພວກຜູ້ເຖົ້າຜູ້ແກ່ກໍເຂົ້າໄປໂຮງທັມເພື່ອຮັບຟັງພຣະທັມມະເທສນາ.
ທາງຝ່າຍສົງກໍຈະມີການຈັດຫາເຄື່ອງສັກກາຣະບູຊາ ມີດອກໄມ້ ທູປທຽນໃສ່ຂັນໄປສົມມາຄາຣະວະພຣະພຸທຮູບ ນຳເຄື່ອງ ສັກກາຣະບູຊາຕັ້ງໄວ້ຂ້າງໜ້າພຣະພິກຂຸສາມະເນນ ພ້ອມກັນນັ່ງຄູ້ເຂົ່າ ປະນົມມືນົບ ວ່າຄຳສົມມາຄາຣະວະພຣະພຸທຮູບຕໍ່ໄປ.
ໃນມື້ແຮມ 1 ຄໍ່າເດືອນແປດ, ຫລັງຈາກໄຫວ້ພຣະສູຕມົນແລ້ວ ພຣະພິກຂຸສົງຄ໌ສາມະເນນກໍສົມມາຄາຣະວະພຣະເຖຣານຸເຖຣະ ຕາມລຳດັບພັນສາ ພຣະສົງຄ໌ອົງຈະຢູ່ຈຳພັນສາໃນອາວາດນັ້ນໆກໍພາກັນວ່າຄຳເຂົ້າພັນສາຕາມລຳດັບພັນສາໄປເທື່ອລະອົງ ອົງລະສາມເທື່ອ ຈົນຄົບໝົດທຸກອົງ.

ຮີດນຶ່ງນັ້ນ
ພໍເຖິງເດືອນແປດໄດ້ ລ້ຳລ່ວງມາເຖິງ
ຝູງໝູ່ສັງໂຄຄຸນ ເຂົ້າວັດສາຈຳຈ້ອຍ
ເຮັດຕາມຮອຍຂອງເຈົ້າ ພຣະໂຄດົມທຳກ່ອນ
ບໍ່ທະລອນເລີກມ້າງ ທຳແທ້ສູ່ພາຍ
ແລ້ວຈົ່ງພາກັນຜ້າຍ ຫາຂອງໄປເທທອດ
ທຳທານໄປຢ່າໄດ້ຄ້ານ ເອົາໄວ້ໝູ່ບຸນ
ຊິເປັນຂອງໝູນເຈົ້າ ໄປເທິງອາກາດ
ສູ່ສວັນບໍ່ຮ້ອນ ດ້ວຍບຸນນີ້ສົ່ງໄປ
ເພິ່ນຈຶ່ງຕຣັສບອກໄວ້ ຮີດເກົ່າຄອງຫລັງ
ຟັງໃຫ້ດີມັນຄັກ ຢ່າໄລເດີເຈົ້າ
ຈົ່ງໃຫ້ພາກັນເຂົ້າ ທຳບຸນຕັກບາຕ
ຢ່າຂາດໄດ້ ໄປແທ້ຊູ່ຄົນ
ໂອກາດນີ້ ເພິ່ນໃຫ້ທ່ຽວຊອກຄົ້ນ
ຂຸດກົ່ນຂຸມບຸນ ເອົາທຸນໄປພາຍໜ້າເມື່ອຕາຍໄປແລ້ວ
ເປັນແນວນຳເຮົາຂຶ້ນ ບັນໄດທອງທຽວທ່ອງ
ຂຶ້ນສູ່ຫ້ອງ ຊັ້ນຟ້າສວັນພຸ້ນຢູ່ເຢັນ
ຝູງໝູ່ວິບາກເວັ້ນ ບໍ່ມີວ່າຊິມາພານ
ເນົາວິມານແສນສຸກ ທຸກຫາຍບໍ່ມາໃກ້.