ທັມມະລາວ
  • ໜ້າຫລັກ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  • ໜ້າຫລັກ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  ທັມມະລາວ

ບົທແຜ່ເມຕຕາ

ຄຳແຜ່ເມຕຕາແກ່ສັພພະສັຕ

ສັພເພ ສັຕຕາ ສັດທັງຫລາຍທັງປວງທີ່ເປັນເພື່ອນທຸກ ເກີດແກ່ເຈັບຕາຍ ດ້ວຍກັນທັງໝົດທັງສິ້ນ
ອະເວຣາ ໂຫນຕຸ   ຈົ່ງເປັນສຸກເປັນສຸກເຖີດ ຢ່າໄດ້ມີເວຣແກ່ກັນແລະກັນເລີຍ

ສັພເພ ສັຕຕາ ສັດທັງຫລາຍທັງປວງທີ່ເປັນເພື່ອນທຸກ ເກີດແກ່ເຈັບຕາຍ ດ້ວຍກັນທັງໝົດທັງສິ້ນ
ອັພພະຍາປັຊຊາ ໂຫນຕຸ   ຈົ່ງເປັນສຸກເປັນສຸກເຖີດ ຢ່າໄດ້ພຍາບາທບຽດບຽນຊຶ່ງກັນແລະກັນເລີຍ

ສັພເພ ສັຕຕາ ສັດທັງຫລາຍທັງປວງທີ່ເປັນເພື່ອນທຸກ ເກີດແກ່ເຈັບຕາຍ ດ້ວຍກັນທັງໝົດທັງສິ້ນ
ອະນິຄາ ໂຫນຕຸ    ຈົ່ງເປັນສຸກເປັນສຸກເຖີດ ຢ່າໄດ້ຄວາມທຸກກາຍ ທຸກໃຈເລີຍ

 ສັພເພ ສັຕຕາ ສັດທັງຫລາຍທັງປວງທີ່ເປັນເພື່ອນທຸກ ເກີດແກ່ເຈັບຕາຍ ດ້ວຍກັນທັງໝົດທັງສິ້ນ
ສຸຂີ ອັຕຕານັງ ປະຣິຫະຣັນຕຸ  ຈົ່ງມີຄວາມສຸກກາຍ ສຸກໃຈ ຮັກສາຕົນ ໃຫ້ພົ້ນຈາກທຸກພັຍ ທັງສິ້ນດ້ວຍເທີ້ນ


ຄຳແຜ່ເມຕຕາໃຫ້ຕົນເອງ 

ອະຫັງ ສຸຂິໂຕ ໂຫມິ,          ຂໍໃຫ້ຂ້າພະເຈົ້າຈົ່ງເປັນຜູ້ມີຄວາມສຸກເຖີດ,
ອະຫັງ ນິທທຸກໂຂ ໂຫມິ,      ຂໍໃຫ້ຂ້າພະເຈົ້າຈົ່ງເປັນຜູ້ບໍ່ມີຄວາມທຸກຂ໌,
ອະຫັງ ອະເວໂຣ ໂຫມິ,         ຂໍໃຫ້ຂ້າພະເຈົ້າຈົ່ງເປັນຜູ້ບໍ່ມີເວນ,
ອະຫັງ ອັພຍາປັຊໂຊ ໂຫມິ,    ຂໍໃຫ້ຂ້າພະເຈົ້າຈົ່ງເປັນຜູ້ບໍ່ມີຄວາມພຍາບາດບຽດບຽນ
ອະຫັງ ອະນິໂຄ ໂຫມິ ,          ຂໍໃຫ້ຂ້າພະເຈົ້າຈົ່ງເປັນຜູ້ບໍ່ມີທຸກຂ໌ກາຍທຸກຂ໌ໃຈ,
ອະຫັງ ສຸຂີ ອັຕຕານັງ ປະຣິຫາຣາມິ  ຂໍໃຫ້ຂ້າພະເຈົ້າຈົ່ງມີຄວາມສຸກກາຍສຸກໃຈ ຮັກສາຕົນໃຫ້ພົ້ນຈາກທຸກຂ໌ພັຍທັ້ງສິ້ນເທີ້ນ
.

ແຜ່ເມຕຕາໃຫ້ຕົວເອງແລະສັຕທັງຫລາຍ
 

ອະ​ຫັງ  ສຸ​ຂິ​ໂຕ  ໂຫມິ                               ຂໍ​ໃຫ້​ຂ້າ​ພະ​ເຈົ້າ  ​​ເປັນຜູ້ມີ​ຄວາມ​ສຸກ
ອະ​ຫັງ  ນິ​ທທຸກ​ໂຂ  ໂຫມິ                        ຂໍ​ໃຫ້​ຂ້າ​ພະ​ເຈົ້າ  ປາ​ສຈາກ​ຄວາມ​ທຸກ
ອະ​ຫັງ  ອະ​ເວ​ໂຣ  ໂຫມິ                            ຂໍ​ໃຫ້​ຂ້າ​ພະ​ເຈົ້າ  ປາ​ສ​ຈາກ​ເວຣ
ອະ​ຫັງ  ອັ​ພ​ພະ​ຍາ​ປັ​ຊ​ໂຊ  ໂຫມິ              ຂໍ​ໃຫ້​ຂ້າ​ພະ​ເຈົ້າ  ​ປາ​ສຈາກ​ຄວາມ​ພ​ຍາ​ບາ​ຕ​ບຽດ​ບຽນ
ອະ​ຫັງ  ອະ​ນີ​ໂຄ  ໂຫມິ                              ຂໍ​ໃຫ້​ຂ້າ​ພະ​ເຈົ້າ  ປາ​ສ​ຈ​າກ​ຄວາມ​ທຸກ​ກາຍ​ທຸກ​ໃຈ
ອະ​ຫັງ  ສຸ​ຂີ  ອ​ັ​ຕ​ຕາ​ນັງ  ປະ​ຣິ​ຫະ​ຣາ​ມິ    ຂໍ​ໃຫ້​ຂ້າ​ພະ​ເຈົ້າ  ມີ​ຄວາມ​ສຸກຮັກ​ສາ​ຕົນ​ໃຫ້​ພົົ້ນ​ຈາກ​ທຸກ​ພັຍ​ອັນ​ຕະ​ຣາຍ​ທັງ​ສິ້ນ​ເທີ້ນ.
ສັບ​ເພ  ສັ​ຕ​ຕາ           ສັ​ຕ​ທັງ​ຫລາຍ​ທັງ​ປວງ ​ທີ່​ເປັນ​ເພື່ອນ​ທຸກ ເກີດ ​ແກ່ ​ເຈັບ ຕາຍ ​ດ້ວຍ​ກັນ​ທັງ​ໝົດ​ທັງ​ສິ້ນ 
ອະ​ເວ​ຣາ                    ຈົ່ງ​ເປັນ​ສຸກ ເປັນສຸກ ເຖີດ  ຢ່າ​ໄດ້​ມີ​ເວຣ​ແກ່​ກັນ​  ແລະ​ກັນ​ເລີຍ
ອັ​ພ​ພະ​ຍາ​ປັ​ຊ​ຊາ        ຈົ່ງ​ເປັນ​ສຸກ ເປັນສຸກ ເຖີດ  ຢ່າ​ໄດ້​ພ​ຍາ​ບາ​ຕ​ບຽດ​ບຽນ​ເຊິ່ງ​ກັນ  ​ແລະ​ກັນ​ເລີຍ
ອະ​ນີ​ຄາ                       ຈົ່ງ​ເປັນ​ສຸກ ເປັນສຸກ ເຖີດ  ຢ່າ​ໄດ້ມີ​ຄວາມ​ທຸກ​ກາຍ​ທຸກ​ໃຈ​ເລີຍ
ສຸ​ຂີ  ອັ​ຕ​ຕາ​ນັງ ປະ​ຣິ​ຫາ​ຣັນ​ຕຸ          ຈົ່ງ​ມີ​ຄວາມ​ສຸກ​ກາຍ​ສຸກ​ໃຈ  ຮັກ​ສາ​ຕົນ​ໃຫ້​ພົ້ນ​ຈາກ​ທຸກ​ພັຍ​ອັນ​ຕະ​ຣາຍ​ທັງ​ສິ້ນ​ ດ້ວຍ​​ເ​ທີ້ນ.
ບົດແຜ່ສ່ວນກຸສົລ ເຈັດປະການ
 
ອິ​ທັງ  ເມ  ມາ​ຕາ​ປິ​ຕຸ​ນັງ  ໂຫ​ຕຸ  ສຸ​ຂ​ິ​ຕາ  ໂຫນ​ຕຸ  ມາ​ຕາ​ປິ​ຕະ​ໂຣ
     ຂໍ​ສ່ວນ​ບຸນນີ້​ຈົ່ງ​ສຳ​ເຣັດ​ແກ່​ມາ​ຣ​ດາ  ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ  ຂໍ​ໃຫ້​ມາ​ຣ​ດາ​  ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ຈົ່ງ​ມີ​ຄວາມ​ສຸກ
ອິ​ທັງ  ເມ  ຍາ​ຕິ​ນັງ  ໂຫ​ຕຸ  ສຸ​ຂິ​ຕາ  ໂຫນ​ຕຸ ຍາ​ຕະ​ໂຍ
     ຂໍ​ສ່ວນ​ບຸນນີ້​ຈົ່ງ​ສຳ​ເຣັດ​ແກ່​ຍາຕ​ທັ​ງ​ຫລາຍ​ຂອງ​ຂ້າ​ພະ​ເຈົ້າ  ຂໍ​ໃຫ້​ຍາຕ​ທັງ​ຫລາຍ​ຂອງ​ຂ້າ​ພະ​ເຈົ້າ​ຈົ່ງ​ມີ​ຄວາມ​ສຸກ
ອິ​ທັງ  ເມ  ຄຸ​ຣຸ​ປັ​ຊ​ຊາ​ຈະ​ຣິ​ຍາ​ນັງ  ໂຫ​ຕຸ  ສຸ​ຂິ​ຕາ  ໂຫນ​ຕຸ  ຄຸ​ຣຸ​ປັ​ຊ​ຊາ​ຍາ​ຈະ​ຣິ​ຍາ
     ຂໍ​ສ່ວນ​ບຸນນີ້​ຈົ່ງ​ສຳ​ເຣັດ​ແກ່​​ຄຣູອຸ​ປັ​ຊ​ຊາ​ອາ​ຈາ​ຣ​ຍ໌​ຂອງ​ຂ້າ​ພ​ະ​ເຈົ້າ  ຂໍ​ໃຫ້​ຄ​ຣູ​ອຸ​ປັ​ຊ​ຊາ​ອາ​ຈາ​ຣ​ຍ໌​ຂອງ​ຂ້າ​ພະ​ເຈົ້າ​ຈົ່ງ​ມີ​ຄວາມ​ສຸກ
ອິ​ທັງ​  ສັ​ພ​ພະ  ເທວະ​ຕາ​ນັງ  ໂຫ​ຕຸ  ສຸ​ຂິ​ຕາ  ໂຫນ​ຕຸ  ສັ​ພ​ເພ  ເທວາ
     ຂໍ​ສ່ວນ​ບຸນ​ນີ້​ຈົ່ງ​ສຳ​ເຣັດ​ແກ່​ເທວະ​ດາ​ທັງ​ຫລາຍ​ທັງ​ປວງ  ຂໍ​ໃຫ້​ເທວະ​ດາ​ທັງ​ຫລາຍ​ທັງ​ປວງ​ຈົ່ງ​ມີ​ຄວາມ​ສຸກ
ອິ​ທັງ  ສັ​ພ​ພະ  ເປ​ຕ​າ​ນັງ  ໂຫ​ຕຸ  ສຸ​ຂິ​ຕາ  ໂຫນ​ຕຸ ສັ​ພ​ເພ  ເປ​ຕາ
     ຂໍ​ສ່ວນ​ບຸນ​ນີ​້​ຈົ່ງ​ສຳ​ເຣັດ​ແກ່​ເຜດ​ທັງ​ຫລາຍ​ທັງ​ປວງ  ຂໍ​ໃຫ້​ເຜດ​ທັງ​ຫລາຍ​ທັງ​ປວງ​ຈົ່ງ​ມີ​ຄວາມ​ສຸກ
ອິ​ທັງ  ສ​ັ​ພ​ພະ  ເວ​ຣີ​ນັງ  ໂຫ​ຕຸ  ສຸ​ຂິ​ຕາ  ໂຫນ​ຕຸ  ສັ​ພ​ເພ​ເວ​ຣີ
     ຂໍ​ສ່ວນ​ບຸນ​ນີ້​ຈົ່ງ​ສຳ​ເຣັດ​ແກ່​ເຈົ້າ​ກັມ​ນາຍ​ເວຣ​ທັງ​ຫລາຍ​ທັງ​ປວງ ຂໍ​ໃຫ້​ເຈົ້າ​ກັມນາຍ​ເວຣ​ທັງ​ຫລາຍ​ທັງ​ປວງ​ຈົ່ງ​ມີ​ຄວາມ​ສຸກ
ອິ​ທັງ  ສ​ັ​ພ​ພະ  ສັ​ຕ​ຕາ​ນັງ  ໂຫ​ຕຸ  ສຸ​ຂິ​ຕາ  ໂຫນ​ຕຸ  ສັ​ພ​ເພ  ສັ​ຕ​ຕາ
     ຂໍ​ສ່ວນ​ບຸນນີ້​ຈົ່ງ​ສຳ​ເຣັດ​ແກ່​ສັ​ຕ​ທັງ​ຫລາຍ​ທັງ​ປວງ  ຂໍ​ໃຫ້​ສັ​ຕ​ທັງ​ຫລາຍ​ທັງ​ປວງ​ຈົ່ງ​ມີ​ຄວາມ​ສຸກ​ທົ່ວ​ໜ້າ​ກັນ​ເຖີດ ຯ

Picture


-< ກັບຄືນໜ້າບົດສູດມົນ