ປະຫວັດຂອງພຣະອາຈາຣຍ໌ປານ ອານັນໂທ
ອະດິດເຈົ້າສຳນັກວັດມະຫາພຸທທະວົງສາປ່າຫລວງ (ວັດໂສກປ່າຫລວງ) ນະຄອນຫລວງວຽງຈັນ ທີ່ມາ: Art and Culture of Laos October 27 , 2015 1. ຊີວິດໄວເດັກ : ທ້າວນ້ອຍໃຈບຸນ.
ພຣະອາຈາຣຍ໌ ປານ ອານັນໂທ ມີຊື່ເດີມວ່າ ປານ ແກ້ວຊົມພູ ເກີດເມື່ອວັນທີ່ 25 ຕຸລາ 1911 ກົງກັບວັນພຸດ ມື້ຂຶ້ນ 4 ຄ່ຳ ເດືອນ 12 ປີ ກຸນ ພສ 2454 ເວລາ 7 ໂມງເຊົ້າ ທີ່ບ້ານອະຫໍໂຄກ ເມືອງສອງຄອນ(ລະຫານ້ຳ) ແຂວງສະຫວັນນະເຂດ ມີອ້າຍນ້ອງນຳກັນ 4 ຄົນ ເປັນລູກຊາຍຫລ້າຂອງຄອບຄົວຊາວນາ ບິດາຊື່ ທິດແສນ ແລະມານດາ ຊື່ນາງແຕ້ມ ແກ້ວຊົມພູ ຕໍ່ມາ ບິດາໄດ້ຮັບນາມມະຍົດເປັນເພຽເມືອງແສນ. ໃນໄວເດັກ ທ້າວນ້ອຍປານ ບໍ່ໄດ້ຮຽນຫນັງສື ດ້ວຍວ່າໃນສະໄຫມນັ້ນຍັງບໍ່ມີໂຮງຮຽນລັດ ໄປທົ່ວເຖິງບ້ານໃນເຂດຊົນະບົດ ທ້າວປານຈຶ່ງເຕີບໃຫຍ່ຢູ່ກາງທົ່ງນາ ຂີ່ຫລັງຄວາຍໄປລ້ຽງຕາມທົ່ງນາ ໃນແຕ່ລະມື້ ແມ່ນຊ່ອຍວຽກພໍ່ແມ່ເຮັດວຽກໄຮ່ກາງນາຢ່າງດຸໝັ່ນ ຮັບຫນ້າທີດູແລສັດລ້ຽງ ເປັນຕົ້ນຕໍ ຍ້ອນຈັ່ງຊັ້ນທ້າວປານ ຈຶ່ງເຕີບໃຫຍ່ຈາກການຫລໍ່ລ້ຽງດ້ວຍຄວາມຮັກແພງ ແລະຜູກພັນກັບສັດລ້ຽງຂອງຕົນ ປານວ່າພວກມັນເປັນຫມູ່ເພື່ອນສະຫນິດສະຫນົມຂອງທ້າວປານເລີຍ ເນື່ອງດ້ວຍບ້ານອະຫໍໂຄກເປັນບ້ານນ້ອຍໆຕັ້ງໃຫມ່ (ເຊິ່ງແຍກອອກຈາກບ້ານເມືອງພ້ອງໄປເປັນບ້ານອະຫໍໂຄກ) ຢູ່ໃກ້ປ່າຮົກດົງເສື້ອໃນແຕ່ລະປີ ຈຶ່ງມີງົວຄວາຍຂອງຊາວບ້ານ ຈຳນວນບໍ່ນ້ອຍຖືກເສືອມາລ່າໄປເປັນອາຫານ ທ້າວນ້ອຍປານ ເຕີບໃຫຍ່ມາໃນບັນຍາກາດແບບນີ້ |
ເຫັນສັດລ້ຽງທີ່ຕົນຮັກແລະເລິ້ງເຄີຍຄ່ອຍໆຕາຍຈາກໄປຢ່າງທຸກທໍຣະມານ ເຊິ່ງມີຄວາມເອັນດູສົງສານງົວຄວາຍຂອງຕົນ
ເປັນຢ່າງຍິ່ງ ພໍເຕີບໃຫຍ່ເປັນບ່າວແວງ ດ້ວຍຄວາມທີ່ຢາກປົກປ້ອງຄຸ້ມຄອງສັດລ້ຽງຂອງຕົນ ໃຫ້ພົ້ນຈາກການຮາວີຂອງເສືອຮ້າຍ ບ່າວນ້ອຍຈຶ່ງສະຫລະຄວາມມ່ວນຊື່ນໃນ
ໄວຫນຸ່ມ ຂໍພໍ່ໄປຮຽນມົນປາບເສືອ ຈາກອາຈາຣຍ໌ທີ່ເປັນຊາວກຸລາ(ພະມ້າ?) ໂດຍຜູ້ເປັນພໍ່ຕ້ອງເສຍຄ່າຄາຍໃຫ້ເປັນຄວາຍຕູ້ຕັ້ງວ່າໂຕຫນຶ່ງ , ຈາກນັ້ນບ່າວນ້ອຍປານ ກໍ່ເຮັດ
ຫນ້າທີ່ດູແລສັດລ້ຽງແລະຊ່ອຍຄອບຄົວມາຢ່າງຕະຫລອດປອດໄພ.
2. ໂຊກຊາຕາກັບຜ້າເຫລືອງ :
ເມື່ອທ້າວປານ ໃຫຍ່ເຕັມບ່າວ ອາຍຸໄດ້ 17 ປີ (ພສ 2471) ທິດເສນຫລືເພຽເມືອງແສນ ຜູ້ເປັນບິດາ ກໍ່ເຈັບປ່ວຍ ແລະເສຍຊີວິດຢ່າງກະທັນຫັນ ທ້າວປານ ຈຶ່ງບວດເປັນເນນ
ຈູງສົບພໍ່ໃນພິທີສົ່ງສະການ ທຳອິດກໍ່ວ່າບວດຈູງແລະກະວ່າຈະຊິກໂລດ ແຕ່ທາງຍາດຕິພີ່ນ້ອງ ແມ່ແລະເອື້ອຍຂໍໃຫ້ຢູ່ຕໍ່ ຮອດມື້ແຈກເຂົ້າເລີກມຸງຄຸນ ສາມະເນນປານ ກໍ່ຢູ່ໃນ
ຜ້າເຫລືອງຕໍ່ຕາມໃຈປາດຖະຫນາແລະຄວາມຮ້ອງຂໍຂອງຄອບຄົວ ແຕ່ມື້ແຈກເຂົ້າຜ່ານໄປແລ້ວ ຈິດໃຈຂອງສາມະເນນກໍ່ປ່ຽນໄປດ້ວຍຮູ້ວ່າການເຂົ້າມາບວດແມ່ນ
ກະລະໂອກາດວິເສດ ທີ່ຈະໄດ້ຮຽນຫນັງສື ທ່ານຈຶ່ງຂໍຢູ່ຕໍ່ຄຶດວ່າ ພໍອ່ານອອກຂຽນໄດ້ແລ້ວຈຶ່ງຈະສິກແລະອັນນີ້ກໍ່ສອດຄ່ອງກັບຄວາມມຸ້ງຫວັງຂອງຍາດພີ່ນ້ອງທີ່ຢາກ
ໃຫ້ມີສະມາຊິກໃນຄອບຄົວບວດຮຽນ , ສາມະເນນປານເລິ່ມມີຄວາມຄຶດຢາກຈະຮຽນຫນັງສືໃຫ້ຮູ້ເທດ ຮູ້ສູດ ຮູ້ທັມມະຫລາຍຂຶ້ນແລ້ວ ດັ່ງນັ້ນ,ຈຶ່ງຢູ່ຕໍ່ມາຈົນອາຍຸຈົນ
ຄົບ 20 ປີ ກໍ່ໄດ້ອຸປະສົມບົດເປັນພຣະພິກຂຸ ໃນປີ ພສ 2474 (ຄສ 1931) ນັ້ນເອງ ໂດຍໄດ້ຮັບສາຍາວ່າ ຄູບາປານ ອານັນໂທ ໂດຍແມ່ນຍາທ່ານເກດ ເປັນເຈົ້າມູນລະສັດທາ
ສ້າງກອງບວດຖວາຍ ແລະຍາທ່ານ ຈັນທາ ເປັນອົງອຸປະຊາ ຍາທ່ານຈູມ ເປັນກຳມະວາຈາກ້ຳຂວາ ແລະຍາທ່ານສິ້ວ ເປັນກຳມະວາຈາກ້ຳຊ້າຍ ໃນການຕັດສິນໃຈບວດຮຽນນີ້
ຄູບາປານ ໄດ້ຕັ້ງປະນິທານໝັ້ນແກ່ນວ່າ ຈະຕ້ອງສຶກສາຮ່ຳຮຽນໃຫ້ສຳເລັດສາມຢ່າງນນີ້ເປັນຕົ້ນຕໍຄື :
1 . ເປັນນັກເທດສຽງດີ ເພື່ອເຜີຍແຜ່ທັມມະ.
2. ຮຽນມູນລະກະຈາຍະນະ (ມູນເດີມ)ໃຫ້ໄດ້.
3. ຢູ່ໃຫ້ຄົບ 4 ປີ ເພື່ອວ່າ ຖ້າສິກອອກມາ ກໍ່ຈະສາມາດເປັນໝໍລຳ ລຳແກ້ໂຈດໄດ້.
ດັ່ງນັ້ນ, ເມື່ອໄດ້ເປັນພິກຂຸ ມີພັນສາແລ້ວກໍ່ອອກສະແຫວງຫາຊອກຮູ້ສຳນັກບ່ອນມີຄູບາ ອາຈາຣຍ໌ຊ່າລືໃນເຂດພາກໃຕ້ ຢູ່ຫລາຍບ່ອນຫລາຍສຳນັກ ເຊັ່ນ : ສຳນັກວັດບໍ່ຫີນ,
ວັດເສົາລີກ , ວັດຫົວດົງ ໃນເຂດເມືອງອຸບົນ(ປະເທດໄທ) ວັດສີທວນ ຈົນຮຽນສຳເລັດ ຄຳພີທັງ 5 ຕາມຫລັກສູດມູນເດີມແລ້ວກັບມາຕັ້ງໂຮງຮຽນປັບປຸງການສອນມູນລະກະຈາຍ
ຢູ່ບ້ານເມືອງພ້ອງ ຈາກນັ້ນກໍ່ຂຶ້ນມາວຽງຈັນໃນ ພສ 2480 ( ຄສ 1935) ເພາະໄດ້ຮູ້ຂ່າວມາວ່າຢູ່ວຽງຈັນກໍ່ມີໂຮງຮຽນປະຣິຍັດຕິທັມ ຂອງພຸທທະບັນດິດສະພາຈັນທະບູລີ ທີ່ວັດຈັນ
ໂດຍມີສົມເດັຈເຈົ້າມະຫາອຸປະຣາຊເພັດຊະຣາຊ ເປັນນາຍຍົກສະພາ ແລະມີຄູບາອາຈາຣຍ໌ ຫລາຍໆທ່ານ ຂຶ້ນສິດສອນ ເຊັ່ນ : ທ່ານມະຫາແກ້ວ ຣາຊະວົງ ບ້າງມື້ກໍ່ແມ່ນ
ທ່ານມະຫາສີລາ ວີຣະວົງສ໌ ເປັນຜູ້ສິດສອນ ຈົນຮອດປີ ພສ 2484 ( ຄສ 1941) ທ່ານຈຶ່ງໄດ້ສອບເສັງໄດ້ໃບປະກາສະນິຍະບັດ ປະຖົມປະຣິນຍາເອກ ມະຫາປະຣຽນ 3 ປະໂຫຍກ
ທີ່ສຳນັກວັດຈັນ ນະຄອນຫລວງວຽງຈັນ ແລະໄດ້ຮັບການແຕ່ງຕັ້ງເປັນຄູສອນບາລີ ຢູ່ວັດອູບມຸງ ເພາະຂະນະນັ້ນ ແມ່ນໄລຍະທີ່ທາງພຸທທະບັນດິດສະພາຈັນທະບູຣີ ກຳລັງຂະຫຍາຍ
ໂຮງຮຽນປະຣິຍັດຕິທັມ ອອກທົ່ວປະເທດ ໃນຂະນະທີ່ສອນຢູ່ນີ້ ພຣະອາຈາຣຍ໌ ປານ ກໍ່ສຶບຕໍ່ສຶກສາພຣະທັມມະວິໄນທີ່ວັດຈັນແລະໄປສອບເສັງທຸກໆປີ ຮອດ ພສ 2487 (ຄສ 1943)
ທ່ານກໍ່ສອບເສັງໄດ້ ມະຫາປະຣຽນ 6 ປະໂຫຍກ ເວລານັ້ນຢູ່ສຳນັກວັດຈັນ ຍັງບໍ່ມີຊັ້ນຮຽນ ສູງກວ່ານີ້ ຈຶ່ງຍຸຕິການຮຽນແລ້ວອອກເທດສະໜາ ສັ່ງສອນອອກຕົນຍາດໂຍມ
ໃນບ້ານຕ່າງໆ ໂດຍຈຳພັນສາຢູ່ວັດຊຽງແວ່ ບ້ານສີຖານເຫນືອ ເມືອງສີໂຄດຕະບອງ ລວມເປັນເວລາ 3 ປີ ນັບລວມກັບເວລາສຶກສາຮຳຮຽນ ແລະ ເທດສະໜາສັ່ງສອນ
ເຜີຍແຜ່ພຣະທັມຄຳສອນ ທີ່ວຽງຈັນເປັນເວລາ 9 ປີ.
3. ພັດພາກເພື່ອສຶກສາ.
ໃນປີ ພສ. 2489 (ຄສ 1946) ເກີດກໍລະນີພິພາດ ລະຫວ່າງຝຣັ່ງກັບສະຫຍາມ ມີສົງຄາມກາງເມືອງ ຍ່ອຍໆ
( ເອີ້ນກັນວ່າເສີກໄທ) ມີລະເບີດແຕກຢູ່ກາງເມືອງວຽງຈັນ ແລະມາຕົກໃສ່ທີ່ວັດເລື່ອຍໆ ພຣະອາຈານປານເຫັນວ່າບໍ່ປອດໄພ ຈຶ່ງຕັດສິນໃຈ ໜີເສີກຂ້າມໄປທີ່ອຳເພີສີຊຽງໃຫມ່
(ຟາກນ້ຳຂອງເບື້ອງກົງກັນຂ້າມ) ພ້ອມດ້ວຍພຣະອາຈາຣຍ໌ສີທົນ ພຣະອາຈາຣຍ໌ມະຫາສົມບູນ ແລະພັກເຊົາຢູ່ເມືອງສີຊຽງໃຫມ່ ຄືນຫນຶ່ງ ກໍ່ລ່ອງເຮືອອີກ 2 ຄືນ ຈຶ່ງຮອດເມືອງ
ຫນອງຄາຍ ໄດ້ເຂົ້າພັກເຊົາຢູ່ທີ່ວັດໂພໄຊ ແລະຈຳພັນສາຢູ່ທີ່ນັ້ນຈົນຮອດປີ ຄສ 1951 ໃນໄລຍະນີ້ໄດ້ຍ້າຍໄປຈຳພັນສາທີ່ວັດມິຄະທາຍະວັນ ບ້ານນ້ຳສວຍດົງແຂມ.
ພຣະອາຈາຣຍ໌ປານໄດ້ທົດລອງປະຕິບັດດວິປັດສະນາທຸລະ ໂດຍອົດເຂົ້າຮອດ 15 ມື້ ແຕ່ບໍ່ບັນລຸຜົນເມື່ອຍອ່ອນ ທໍລະມານຮ່າງກາຍເກີນໄປ ຈຶ່ງປ່ຽນວິທີການຮັກສາຮ່າງກາຍ
ແລ້ວຕັດສິນໃຈເດີນໄປບາງກອກ ຕິດຕໍ່ຫາວັດບ່ອນທີ່ຈະໄດ້ສຶກສາທາງວິປັດສະນາກັມມະຖານອັນເລີກເຊິ່ງ ໃນທີ່ສຸດກໍ່ໄດ້ໄປຢູ່ວັດມະຫາທາຕຸທີ່ບາງກອກ ປະເທດໄທຍ໌ ສຳນັກຂອງ
ພຣະອາຈາຣຍ໌ ທ່ານເຈົ້າຄຸນ ພຣະພິມົນທັມ ແລະມີພຣະອາຈາຣຍ໌ ພາວະນາພິລາມະເຖຣະ ເປັນອາຈາຣຍ໌ ໃນທີ່ນີ້ເອງ ທີ່ພຣະອາຈາຣຍ໌ປານ ໄດ້ສຶກສາຮ່ຳຮຽນພຣະອະພິທັມ
ນຳຄູບາ ພຣະພະມ້າດ້ວຍ.
ໃນເວລາພຽງ 7 ເດືອນ ພຣະອາຈາຣຍ໌ປານ ສຳເລັດການສຶກສາແລະປະຕິບັດທັມ ຢ່າງມີຜົນດີ ແລ້ວກໍ່ໄດ້ຮັບນິມົນຂຶ້ນທັມມາສເທສສະນາທົດລອງ ຄວາມປີຊາສາມາດ ຢູ່ທີ່ວັດ
ມະຫາທາຕຸໄລຍະຫນຶ່ງ ມາຮອດປີ ພສ 2496 ( ຄສ 1954) ອອກຕົນຍາດໂຍມເມືອງຫນອງຄາຍ ບ້ານດົງແຂມ ກໍ່ໄປນິມົນຂໍເອົາພຣະອາຈາຣຍ໌ຄືນມາຢູ່ຫນອງຄາຍອີກ
ເມື່ອມາຢູ່ວັດບ້ານດົງແຂມແລ້ວ ພຣະອາຈາຣຍ໌ ກໍ່ັຈັດການເຜີຍແຜ່ວິປັດສະນາກັມມະຖານອອກຢ່າງກວ້າງຂວາງ ເຮັດໃຫ້ເກີດມີສັດທາ ແລະຊື່ສຽງໂດ່ງດັງ ໃນຖານະ
ພຣະນັກປະຕິບັດທັມກັມມະຖານ ມີສັດທາອອກຕົນຍາດໂຍມ ຖວາຍທານສ້າງສາກຸຕິ ຢູ່ວັດເນີນພຣະເນົາ ໃນເມືອງຫນອງຄາຍ ຂຶ້ນຮອດ 25 ຫລັງ.
ດ້ວຍຄວາມຄຶດຫວ່ງຫາບ້ານເກົ່າເມືອງເກີດຢູ່ບໍ່ແລ້ວ ພຣະອາຈາຣຍ໌ປານ ຈຶ່ງທຽວຂ້າມຝັ່ງມາວຽງຈັນ ທັງຢ້ຽມຢາມແລະເທດສະນາສັ່ງສອນໂຜດອອກຕົນຍາດໂຍມຢູ່ວັດ
ທີ່ເຄີຍຢູ່ຈຳພັນສາ ແຕ່ກ່ອນ ເຊັ່ນວັດອູບມຸງ ວັດສີຖານ ວັດຊຽງແວ່ ຈົນເປັນທີ່ຊ່າລືກັນທົ່ວເມືອງວຽງຈັນ.
4. ຄືນສູ່ປິຕຸພູມ ຟື່ນຟູວັດມະຫາພຸທທະວົງສາປ່າຫລວງແຫ່ງວຽງຈັນ.
ໃນປີ ພສ 2498 ( ຄສ 1955 ) ອອກຕົນຍາດໂຍມເຖົ້າແກ່ອາວຸໂສໃນເມືອງວຽງຈັນ ເຊັ່ນ : ຍາພໍ່ພິມໂພພິລາພັນເດຊ ເປັນເຄົ້້າໄດ້ພ້ອມກັນມານິມົນພຣະອາຈາຣຍ໌ຄືນມາຢູ່
ປະເທດຊາດບ້ານເກີດ ເພື່ອເຜີຍແຜ່ພຣະທັມ ຄຳສອນສຶບຕໍ່ໄປ ເຊິ່ງພຣະອາຈາຣຍ໌ ບໍ່ຂີນສັດທາ ຫລັງຈາກຄືນມາແລ້ວ ທຳອິດພຣະອາຈາຣຍ໌ໄດ້ໄປຈຳພັນສາຢູ່ວັດສະຫວ່າງ
ຕໍ່ມາໄດ້ຄົ້ນຫາສະຖານທີ່ບ່ອນເຫມາະສົມເພື່ອຕັ້ງສຳນັກ ວິປັດສະນາກັມມະຖານ ໃຫ້ເປັນສູນກາງແຫ່ງການເຜີຍແຜ່ພຣະພຸທທະສາສະໜາຢູ່ປະເທດລາວ ພໍດີມາພໍ້ວັດເກົ່າ
ແຫ່ງຫນຶ່ງເຊິ່ງເກືອບຮ້າງໄປແລ້ວ ແຕ່ເປັນວັດທີີມີມາແຕ່ບູຮານນະການ ຈຶ່ງຕົກລົງຕັດສິນໃຈບູລະນະປະຕິສັງຂອນວັດແຫ່ງນີ້ຄືນ ນັ້ນກໍ່ຄື ວັດປ່າມະຫາພຸທທະວົງສາປ່າຫລວງ
ຫລືວ່າວັດໂສກປ່າຫລວງ ໃນປະຈຸບັນນີ້.
ຈຶ່ງອາດເວົ້າໄດ້ວ່ານັບແຕ່ປີ ພສ 2500 ( ຄສ 1957) ເປັນຕົ້ນມາ ພຣະພຸທທະສາສະໜາໃນປະເທດລາວ ໄດ້ຟື້ນຟູຊູຊີບຄືນມາອີກ ຫລັງຈາກຍຸກພຸທທະບັນສະພາຈັນທະບູຣີ
ແລະໂຮງຮຽນປະຣິຍັດຕິທັມຕ່າງໆທີ່ກໍ່ຕັ້ງມາສະໄຫມນັ້ນເສື່ອມຖອຍລົງ ຍ້ອນພາວະສົງຄາມແລະເຫດການຄວາມບໍ່ສະຫງົບພາຍໃນ ແລະໃນຄັ້ງນີ້ ແມ່ນມີສຳນັກ
ວັດມະຫາພຸທທະວົງສາປ່າຫລວງເປັນສູນກາງ ແລະມີພຣະອາຈາຣຍ໌ປານ ອານັນໂທ ເປັນເຈົ້າສຳນັກ ມາຮອດປີ ພສ 2500 ສຳນັກວິດປັດສະນາກັມມະຖານກໍ່ແຜ່ຂະຫຍາຍອອກ
ໄປໃນແຂວງຕ່າງໆ ກໍ່ຄື : ຫລວງພຣະບາງ ວຽງຈັນ ຄຳມ່ວນ ສະຫວັນນະເຂດ ແລະອັດຕະປື ທັງຫມົດມີເຖິງ 19 ແຫ່ງ ( ບໍ່ຮວມສຳນັກໃນຈັງຫວັດຫນອງຄາຍອີກ 11 ແຫ່ງ)
ໃນການດຳເນີນພາລະກິດອັນສຳຄັນແຫ່ງການເຜີຍແຜ່ພຸທທະທັມຄຳສອນນີ້ ພຣະອາຈາຣຍ໌ໄດ້ນຳພາບັນດາສິດສານຸສິດ ແລະອອກຕົນຍາດໂຍມຈັດພິມຫນັງສື ຊື່ວ່າ
ພຸທທະວົງ ອອກເຜີຍແຜ່ ຢູ່ເປັນເວລາ 9 ປີ.
5. ຜົນບຸນແຫ່ງການພຳເພັງປາຣະມີ.
ພຣະອາຈາຣຍ໌ປານ ອານັນໂທ ບໍ່ພຽງແຕ່ເປັນເຈົ້າສຳນັກວັດມະຫາພຸທທະວົງສາປ່າຫລວງ ເທົ່ານັ້ນ ແຕ່ທ່ານຍັງໄດ້ຂະຫຍາຍກິດຈະການເຜີຍແຜ່ພຣະທັມ ຄຳສອນ
ພຸທທະສາສະໜາ ໃຫ້ກວ້າງຂວາງອອກ ຕາມທີ່ທ່ານໄດ້ປະນິທານໄວ້ຢ່າງມີຜົນສຳເລັດເປັນສ່ວນໃຫຍ່ ດັ່ງນີ້ :
1. ຂະຫຍາຍສຳນັກວິປັດສະນາກັມມະຖານອອກໄປໃນ 4 ແຂວງ.
2. ຈັດຕັ້ງໂຮງຮຽນພຣະອະພິທັມ.
3. ຈັດຕັ້ງໂຮງຮຽນລ້ຽງເດັກອະນາຖາ (ກ່ຳພ້າ).
4. ຈັດຕັ້ງໂຮງຮຽນອົບຮົມສິລະທັມເຍົາວະຊົນ ວັນອາທິດ.
5. ຈັດຕັ້ງກະບອກສຽງເຜີຍແຜ່ທັມມະທາງຫນັງສືພິມຄືວາລະສານພຸທທະວົງ.
6. ຈັດຕັ້ງພຣະພຸທທະຮູບໃຫຍ່ໃຫ້ເປັນຫໍສະໝຸດ.
ນອກຈາກນີ້ຍັງມີສິ່ງກໍ່ສ້າງເປັນອາຄານວັດຖູ ເພື່ອສາສະນະກິດອີກຫລວງຫລາຍເປັນຕົ້ນ ກຸຕິສຳລັບ
ນັກວິປັດສະນາ ພັດທະສີມາ ຫໍໄຫວ້ ສາລາໂຮງທັມ ສຳນັກພຸທທະວົງ ຫໍສະຫມຸດຊົ່ວຄາວ ໂຮງຮຽນປະຣິຍັດຕິທັມ ເຮືອນເຍົາວະຊົນ ເຮື່ອນພັກນັກປະຕິບັດທັມ.
ໃນຂະນະດຳຣົງຕຳແຫນ່ງໃນຄະນະບໍລິຫານເຜີຍແຜ່ພຣະພຸທທະສາສະໜານີ້ ພຣະອາຈາຣຍ໌ໄດ້ເດີນທາງໄປຮ່ວມກອງປະຊຸມກ່ຽວກັບພຣະພຸທທະສາສະໜາ ລະດັບນາໆຊາດ
ຫລາຍໆຄັ້ງ ເຊັ່ນໄປປະເທດອິນເດຍ ກຳປູເຈຍ ສີລັງກາ ແລະປະເທດໄທ ແຕ່ແລ້ວໃນວັນທີ່ 13 ພຶດສະພາ ພສ 2511(ຄສ 1968) ພຣະອາຈາຣຍ໌ໄດ້ເກີດມີອາການອາພາດເຈັບທ້ອງ
ແລະຖືກນຳສົ່ງເຂົ້າປິ່ນປົວ ທີ່ໂຮງຫມໍເຊດຖາທິຣາຊ(ໂອບີ ຫລັງເກົ່າ ໃກ້ກັບບໍລິເວນເດີ່ນທາດຫລວງ) ໃນທັງທີ ທ່ານຫມໍບົ່ງມະຕິພະຍາດວ່າ ເປັນພະຍາດກ່ຽວກັບຕັບ
ພຣະອາຈາຣຍ໌ໄດ້ຖືກປິ່ນປົວ ຮອດຕອນເຊົ້າວັນທີ່ 18 ພຶດສະພາ ພສ 2511 ຄວາມເຈັບປ່ວຍກໍ່ບໍ່ທຸເລົາເບົາບາງລົງ ແລ້ວພຣະອາຈາຣຍ໌ ອານັນໂທ ຜູ້ມີຊີວິດຮຸ່ງເຮືອງ
ໃນພຣົມມະຈັນ ທີ່ມີອຸປະກາຣະຄຸນອັນຍິ່ງໃຫຍ່ຕໍ່ຊາວພຸທລາວເຮົາ ກໍ່ໄດ້ອຳລາຈາກໂລກນີ້ໄປຢ່າງສະຫງົບ ໃນບັນຍາກາດຄວາມເສົ້າໂສກອາໄລ ຂອງບັນດາສານຸສິດ
ພໍ່ແມ່ນພີ່ນ້ອງຊາວພຸທທະບໍລິສັດ ທີ່ຈະຈາຣຶກຈົດຈຳຄຸນງາມຄວາມດີ ອັນໃຫຍ່ຫລວງຂອງພຣະອາຈາຣຍ໌ໄວ້ຢ່າງບໍ່ມີມື້ຈຶດຈາງ.
6. ສະຫລຸບ.
ຕະຫລອດເວລາ 11 ປີ ແຫ່ງການເປັນເຈົ້ານັກວັດມະຫາພຸທທະວົງສາປ່າຫລວງ ແລະເປັນຄະນະກຳມະການເຜີຍແຜ່ນີ້ ພຣະອາຈາຣຍ໌ ພຣະອາຈາຣຍ໌ປານ ອານັນໂທ ໄດ້ສຳເຣັດ
ພາລະກິດອັນສູງສົ່ງ ຂອງທ່ານດ້ວຍການບຳເພັງບຣາມີແກ່ກ້າ ມີລູກສິດແລະສັດທາຢູ່ທົ່ວປະເທດ ມີຜົນງານທີ່ເປັນບົດເທສໜາ ໂອວາດຄຳສອນທີ່ເປັນຫົວໃຈຂອງຫລັກການ
ປະພຶດປະຕິບັດວິປັດສະນາກັມມະຖານ ( ທາງຫ້າສາຍ) ກໍ່ເປັນຜົນງານຫນຶ່ງຂອງພຣະອາຈາຣຍ໌ ທີ່ໄດ້ຈັດພິມຄືນຫລາຍເທື່ອຕາມສັດທາ ແລະອື່ນໆອີກຫລາຍຢ່າງທີ່ເພິ່ນໄດ້
ອຸທິດເຫື່ອແຮງແລະສະຕິປັນຍາ ໃນການເຜີຍແຜ່ຄຳສອນຂອງພຣະພຸທທະສາສະໜາໃຫ້ຮຸ່ງເຮືອງໃນແຜ່ນດີນແຫ່ງນີ້
ທີ່ມາແລະອ່ານຂໍ້ມູນເພິ່ມຕື່ມອີກໄດ້ທີ່ :
http://www.scribd.com/.../%E0%BA%AD%E0%BA%B2%E0%BA%88%E0...