ປະຖົມສົມໂພດ
ແປ ກວດກາ ລຽບລຽງ ແລະ ຈັດພິມ ໂດຍ ມູນທະຣາ ສຸທັມມະວົງ
ຜູກທີ່ 1
ບັ້ນປະຖົມໂພທິການ ປຸຣິມະການ ກ່າວເຖິງນະຄອນກະບິນ ຟັງຍິນ ຄື່ນຄື່ນຟ້າ ຮ້ອງເງົ່າລະງົມຝົນ ພູ້ນເຍີ ວາໂຍຜະລຽງ ຫລັ່ງລົງຄຸງດ້າວ ປະທະພີພື້ນ ລະອອງໜາໜາວນ່ວງ ເມກຄະລີຫລັ່ງຍ້ອຍ ພວງພ້າວເພັ່ນລະອອງ ເຈົ້າເຮີຍ ຝູງເຂົ້າກ້າ ໃນໄຮ່ນາສວນ ໃບບາງຂຽວ ອ່ອນງາມລຳດົ້ວ ມີໝູ່ ມາລາສ້ຽວ ແສນກໍກາງກີບ ຫອມຮ່ວງເຮົ້າ ປະທຸມມາດຈັງກອນ ຜະກາເກສອນ ເປັ່ງລະອາບານແຍ້ມ ມະໂນໃນນ້ອມ ຄະນິງທັມດວງຍອດ ຂໍໃຫ້ ຍານສ່ອງແຈ້ງ ຢ່າມີເອົ້າອັ່ງທວງ ແດ່ທ້ອນ ຍັງມີ ນັກຄະເຣດລ້ຳ ຊັ້ນຊື່ກະບິນ ນິຄົມຄົນ ຄັ່ງລະງົມພໍຕື້ ຍໍພຣະກຽນນ້ອມ ທະລັງຕີນພື້ນແຜ່ນ ເຊັງຊ່າເທົ້າ ນະຄອນກວ້າງທົ່ວແດນ ທຸກຍ່ານຟ້າ ຂົງເຂດລືແດນ ນິກອນພົນ ທ່ອງທຽວທວນຄ້າ ພາລາກວ້າງ ລຸງລັງລ້ານຍ່ານ ນ້ຳແຜ່ລ້ອມ ລະວັງຕ້າຍຊົ່ວໄກ ຮຸ່ງຄ່ຳເຊົ້າ ເຮືອງເຮື່ອໂຄມພະກາຍ ພໍແຍງແສງ ເປັ່ງພະລັງລົງພື້ນ ອັນວ່າ ມູນທຽນທ້າວ ປະກາຍທອງແກ້ວກູ່ ສູງພຸ່ງພົ້ນ ພະໂຍມຟ້າເປັ່ງສີ ຫລັງໃຫຍ່ກວ້າງ ຄຳຟອກເພັງສີ ພະພາຍພານພັດ ດາດເງົາວັນຕ້ອງ ແສງໃສເຫລື້ອມ ມະນີເງົາວັນແລ່ນ ມາບມາບແກ້ວ ມະນີເຂັ້ມຄ້າຍກະດິງ ຍາມເມື່ອ ລົມລ່ວງຕ້ອງ ດັງວີ່ວອນສຽງ ຄືດັ່ງ ດົນຕຣີທິບ ກ່ອມພຣະອິນພາຍຟ້າ ພູເບດ ສ້າງທ່ອນທ້າວ ສີຫານຸຣາຊພະຍາເມືອງ ພຣະກຽນກົງຍົດ ທົ່ວແດນດັງສະທ້ານ ຜາກົດເຄົ້າ ທໍລະນີໄຫວຫວັ່ນ ສີ່ທະວີບນ້ອມ ປະນົມນິ້ວສ່ວຍສິນ ເຈົ້າເຮີຍ ຮຸ່ງຄ່ຳເຊົ້າ ອາມາດຊຸມສະນາມ ໂດຍເດິມກະບິນ ຊົ່ວລາງລືໄວ້ ມີທັງ ຂຸນສານຊ້າງ ພັງພລາຍຕັ້ງຫມື່ນ ມ້າມາກລົ້ນ ຫລາຍຮ້ອຍຢູ່ໂຮງ ກ່າວເຖິງພຣະເຈົ້າ ສຸດໂທທະນະ ຟັງຍິນ ວ່ອນວ່ອນກ້ອງ ຮ້ອງຮ່ຳນາງກະສິງ ພູ້ນເຍີ ຍໍຍັງແຂນ ແກວ່ງແຟນເຟືອນຟ້ອນ ອັນວ່າ ເທວີເຈົ້າ ກັນລະຍານາງນາດ ສຣີຍິ່ງຍ້ອຍ ພຣົມເລັ້ມຄ່ຽມຄົມ ຍົດຍິ່ງປ້ອງ ປຸນດັ່ງນາງສວັນ ລືຊາໃນນະຄອນຄົນ ໄປ່ປຸນປານໄດ້ ບໍຣິວານເຫງົ້າ ໃນປາງນັບຫມື່ນ ປະດັບເຄື່ອງແກ້ວ ສັງວານສ້ອຍກ່ອມຜິວ ທຽມທ່ອນທ້າວ ທົດສະຣາຊທົງທັມ ກອຍໃຈ ພຽນບາຣະມີ ມຸງເມິນໃຈແຈ້ງ ຍູ້ສະນຸກສ້າງ ນະຄອນຫລວງຕູ້ມໄພ່ ຍົດໃຫຍ່ກວ້າງ ສັດຕູຢ້ານຢ່ອນຂາມ ແທ້ແລ້ວ ນັບແຕ່ ພຣະຜ່ານຟ້າ ຮຽງຮ່ວມມະເຫສີ ຫລາຍ ຣະດູປີເດືອນ ຖ່າຍມາເຕິມຕັ້ງ ເຫິງນານລ້ຳ ພຣະນາງທົງຄັນລູກ ທົດສະມາດໄດ້ ຣະດູຖ້ວນຖ່າຍເຖິງ ເລິຍປະສູດອ່ອນນ້ອຍ ບຸຕະຣາຊຊາຍເຊັງ ໂສມງາມເໝືອນ ດັ່ງພຣົມພຽນແຕ້ມ ມະຫາຣາຊເຈົ້າ ເພິ່ງແພງພຽງພະເນດ ຄືດັ່ງ ບຸນແບ່ງຊັ້ນ ເຊັງທ້າວທົ່ວນະຄອນ ອັນວ່າ ລູກທ່ານທ້າວ ທິຣາຊມີເຈັດ ສິຣິສຸດໂທເປັນ ພຣະເສດຖາອົງອ້າຍ ກະນິດຖານ້ອງ ສຸກໂກທະນະຣາຊ ໂສມຍິ່ງຍ້ອຍ ງາມເກື້ອເກິ່ງກັນ ແຕ່ວ່າ ພຣະພີ່ເຈົ້າ ອົງຊື່ສຣີສຸດໂທ ສຣີສະງ່ຽມງາມ ດັ່ງແມນເມືອງຟ້າ ພະກາຍໂຍພ້ຽງ ອິນທຣາເທວະຣາຊ ວັນນະ ສີມາດແມ້ງ ບົວແກ້ວສ່ອງໃສ ພຣະໜໍ່ໄທ້ ອົງປະກອບຄຸນຄາມ ຫລາຍປະການກຽດ ເລິດຄົນຄວນໄດ້ ລັກຂະນາລ້ວນ ບະບວນຖ້ວນຖີ່ ຫົກສິບສີ່ໄດ້ ປະມານຖ້ວນທ່ຽງຈິງ ເຈົ້າເຮີຍ ແມ່ນຈັກ ຄະນາເບື້ອງ ຄຸນຄາມບຸດຕະຣາຊ ບໍ່ອາດ ນັບຖີ່ຖ້ວນ ເຫລືອລົ້ນລື່ນປະມານ ເຈົ້າເຮີຍ ອັນນີ້ ພໍແຕ່ ຊີ້ປ່ອງໃຫ້ ເຫັນຮ່ອມພໍປະມານ ພຣະຄຸນຄາມຫລາຍ ບໍ່ອາດຄະນະນາໄດ້ ບຸນສູງສ້າງ ເພັງໂສມສອນໃຫຍ່ ສິບຫົກ ຂວບເຂົ້າ ປີໄດ້ຖ່າຍມາ ຕັ້ງຫາກງາມຍິ່ງຍ້ອຍ ໂສມສະອາດນົງພຣາວ ສາວສະງວນເຫັນ ເມື່ອຍມະໂນຄາຄ້າງ ນັບແຕ່ ທາງບົນເບື້ອງ ເມືອງແມນເທວະໂລກ ບຸນກໍ່ເກິດ ເຊັງທ້າວທົ່ວນະຄອນ ແທ້ແລ້ວ ເມື່ອນັ້ນ ພູເບດທ້າວ ຕົນພໍ່ພະຍາຫລວງ ພຣະໄທທວງຄຶດ ບໍ່ລືມຍາມນ້ອຍ ຄວນກູ ປຸນແປງແກ້ວ ກຸມມານບຸດຕະຣາຊ ອະພິເສກໃຫ້ ກຸມມານນ້ອຍນັ່ງເມືອງ ແທ້ແລ້ວ ເມື່ອນັ້ນ ພຣະກ່າວຊີ້ ປຸນດັ່ງຄຳຖະແລງ ພຣາມມະນາເຖິງ ຂາບກອນຍໍນິ້ວ ຝູງທ່ານ ເຄີຍຮຽນຮູ້ ໂຫຣານະຣະເພດ ລັກຂະນະຖີ່ຖ້ວນ ມະໂນແມ້ແມ່ນຄອງ ທ່ານເຮີຍ ເຮົາກໍຄຶດໃຄ່ຕັ້ງ ອະພິເສກກຸມມານ ປຣະທານ ນະຄອນຫລວງ ສືບທົງແທນສ້າງ ໃຫ້ທ່ານໄປ ສະແວງຫາແກ້ວ ກຸມມາຣີເມືອງອື່ນ ລັກຂະນະຖືກຕ້ອງ ເລິງລ້ວນຈິ່ງເອົາ ບໍ່ໃຫ້ ຫຍຸດຢ່ອນໄດ້ 16 ຂວບເກນວັດສາ ຈັກເອົາ ເປັນເທວີ ມິ່ງສະມອນທຽມທ້າວ ຍິງໃດ ງາມສະເມີຜ້ຽງ ນາງແມນເທວະໂລກ ລັກຂະນະ ບໍ່ຖືກຕ້ອງ ງາມແທ້ກໍຢ່າເອົາ ທ່ານເຮີຍ ຄ້ອມວ່າ ພຣະກ່າວແລ້ວ ທານທອດລາງວັນ ສັງວານຄຳ ຄ່າເມືອງຍໍໃຫ້ ຄັນວ່າ ໄປເຫັນແລ້ວ ກຸມມາຣີນ້ອຍອ່ອນ ວອນກ່າວຕ້ານ ຂໍໝັ້ນຂອດມະໂນ ກ່ອນເນີ ແລ້ວຈິ່ງ ວາງເຄື່ອງແກ້ວ ສັງວານທອດທູນຖວາຍ ແລ້ວຈິ່ງ ພາກັນກັບ ຢ່ານານທະລອນເຍີ້ນ ເມື່ອນັ້ນ ອົງກະສັດໃທ້ ລາງວັນປຸນແຈກ ປຣະທານຈ່າຍລ້ຽງ ສະບຽງເຂົ້າເຄື່ອງທາງ ນົບເນັ່ງນີ້ວ ທັງ 8 ພຣາມມະນາ ລາພູທອນ ດ່ວນລົງບໍ່ມີຊ້າ ມາເຖິງຫ້ອງ ພັນລະຍາເອິ້ນສັ່ງ ປະດັບແຕ່ງເນື້ອ ດີແລ້ວເລົ່າໄປ ພຣາມກໍ ຂວ້າມດ່ານດ້າວ ຫລາຍຍ່ານນະຄອນຫລວງ ກໍບໍ່ ເຫັນນາງງາມ ທີ່ໃດພໍຮູ້ ຍຸດຕິກາບັ້ນ ພຣາມມະນາເດິນເທດ ຕັ້ງແຕ່ນີ້ ໄປໜ້າສິກ່າວນາງ ກ່ອນແລ້ວ ກ່າວເຖິງ ພຣະນາງສິຣິມະຫາມາຍາ ຟັງຍິນ ຮ່ວນຮ່ວນຟ້າ ຮ້ອງຮ່ຳຝົນຮວາຍ ພຸ້ນເຍີ ຍາມນັ້ນວາໂຍພັດ ເມກພະໂຍມຍວງເຍົ້າ ເທໂວເອົ້າ ຣະງົມຜົນໄຫລລັ່ງ ຝູງຫມູ່ດວງດອກໄມ້ ບານຊ້ອນຮື່ນຫອມ ເຈົ້າເຮີຍ ທີ່ນັ້ນຍັງມີ ນັກຄະເຣດລ້ຳ ຊັ້ນຊື່ເທວະທະຫະ ໃນນະຄອນຫລວງ ດັ່ງດາວະດຶງຟ້າ ພາຣາກວ້າງ ນະຄອນຄົນເຄົ້າຄື່ນ ທຸກປະເທດດ້າວ ນຳນ້ອມສ່ວຍສິນ ພູເບດ ສ້າງທ່ອນທ້າວ ເປັນອາດມະຫາວົງ ໂຍທານັບ ອະເນກນອງເຫລືອລົ້ນ ນາມມະກອນເຈົ້າ ຣາຊາທິປະຣາຊ ຍົດຍິ່ງເທົ້າ ແດນຫໍ້ຂ່າວຂາມ ພຣະມິ່ງເຫງົ້າ ອົງຣາຊະເທວີ ຊື່ວ່າ ສຸນັນທານາງ ເຜົ່າຜິວສເມີແຕ້ມ ສີສັນເຫລື້ອມ ທຽມນາງເທວະຣາຊ ພຣະຖັນຕູມຕັ້ງ ປະທຸມແກ້ວເປັ່ງໄຂ ອັນວ່າ ມາຍາແກ້ວ ມານດາພຸດທະບາດ ບາຣະມີກໍ່ກູ້ມ ກວມພື້ນແຜ່ນໄຕຣ ນາງກໍສ້າງ ບຸນຫລາຍຄະນະນາ ທ່ຽວສົງສານ ນັບປະມານບໍ່ມີໄດ້ ນາງໄດ້ ຍໍຖວາຍນ້ອມ ຈວງຈັນຫອມຮື່ນ ແກ່ວິປັດສີ ພຣະບາດເຈົ້າ ອົງລ້ຳໜໍ່ພຸດໂທ ນາງນຶກນ້ອມ ໃນແຫ່ງມະໂນ ປາຖນາ ເປັນມານດາ ແມ່ພຸດໂທພາຍໜ້າ ຍາມເມື່ອ ດັບຂັນມ້ວຍ ເມືອເທິງເທວະໂລກ ກັບຕ່າວຕັ້ງ ສວັນຟ້າທ່ອງທຽວ ນັບແຕ່ນາງກໍ່ສ້າງ ເພັງພ່ຳພຽນສິນ ບໍ່ອາດສັງຂະຍານັບ ລື່ນຕາຕອງໄດ້ ພໍເມື່ອ ພຸດທະກັບກ້າວ ມາເຖິງແຄມໃຫມ່ ນາງກໍ ລົງສູ່ພື້ນ ນະຄອນໃຕ້ມະນຸດຄົນ ເອົາປະຕິສົນທິເຂົ້າ ອຸທອນທ້ອງແມ່ ສຸນັນທານາດນ້ອຍ ນາງເຫງົ້າແມ່ເມືອງ ເມື່ອນັ້ນ ພຣະບາດເຈົ້າ ທົງແທ່ນນະຄອນຫລວງ ປຸນແມນສາວ ຢູ່ບົວຣະບັດໃຊ້ ເຫິງນານໄດ້ ແຕ່ນາງທົງຄັນລູກ ທົດສະມາດເຂົ້າ ເດືອນລ້ຳລ່ວງເຖິງ ນັກຂັດຕຣັກໄດ້ ຍາມປອດມະຫາໄຊ ເຕໂຊແຂງ ຂົ່ມມານທັງຄ້າຍ ກັນລະຍານ້ອຍ ສຸນັນທານາງນາດ ປະສູດລູກນ້ອຍ ເປັນແກ້ວຍອດຍິງ ສົມເຜົ່າຜ້ຽງ ສະເມີພາກອິນຂຽນ ພຣະກາຍເພັງຜິວ ເຮື່ອເຮືອງປານແກ້ວ ຄືດັ່ງ ສາຍຄຳຍ້ອຍ ໄຫລລົງລົ້ນລັ່ງ ບາງພ່ອງ ຂາວແລະສິ້ວ ປະສົມເກື້ອກ່ອມກັນ ລັກຂະນະໄດ້ 64 ພຽງສົມ ມີສີໃສ ດັ່ງມະນີວັນຍ້ອຍ ການຣະດູໄດ້ ປີເດືອນແຖມຖ່າຍ 16 ຂວບເຂົ້າ ພະກາຍກ້ຽງກ່ອມຜິວ ຍົດຍິ່ງພ້ອມ ເໝືອນດັ່ງນາງແມນ ມີສີສັນ ດັ່ງສາວສວັນຟ້າ ຄໍກົມບ້ອງ ຣັງສີຍ້ອຍຍັ່ງ ເທວະດາຢູ່ຟ້າ ຍໍຍ້ອງທົ່ວແດນ ເນື້ອອ່ອນຜ້ຽງ ປະທຸມມາດບົວບານ ຣັດສະມີໃສ ດັ່ງຄຳໃນເບົ້າ ສົມສະເລົາໜ້າ ຄືອິນປັ້ນແຕ່ງ ເຖິງຍາມແລງມີຫມູ່ ຊາຍດັ່ນດິ້ນ ປີນເຂົ້າລ່ຳມອງ ທຸກທົ່ວດ້າວ ປະກຽດເດດລືຊາ ສິຣິມະຫາ ມາຍາເປັນ ຊື່ແນວນາມເຄົ້າ ປຸຣິໂສເຊື້ອ ຊາຍເຊັງຫລິງລ່ຳ ລືມຍ່າງຍ້າຍ ຕາກະດ້າງປ່ວງວິນ ບຸນນາດນ້ອຍ ກ້ຳເກິ່ງທໍຣະນີ ອັດສະຈັນບຸນນາງ ມາກເຫລືອຫລາຍລົ້ນ ຝູງໝູ ຄົນເຈັບໄຂ້ ໂຣຄາປາງປ່ວຍ ເມື່ອນາງ ຄຳລູບເນື້ອ ເຈັບໄຂ້ກໍເລົ່າຫາຍ ໃນເມື່ອ ນາງຍື່ນນິ້ວ ທານທອດໂພຊະນັງ ສະລະພິຕະກັງ ສົ່ງຄົນທັງຄ້າຍ ໂພຊະນັງໃນຫມໍ້ ຍັງດີຄືເກົ່າ ບໍ່ໄດ້ ຕົກຂາດຂ້ອນ ເຕັມລ້ວນຢູ່ເລິງ ແທ້ແລ້ວ ແມ່ນວ່ານາງຄຶດ ຢາກໄດ້ນ້ຳ ກໍບັງເກິດມີມາ ອຸດທະກັງໄຫລ ທົ່ວດິນເຕັມພື້ນ ອັດສະຈັນນາງນ້ອຍ ມີບຸນເຫລືອຫລາຍມາກ ອັນນີ້ ພໍແຕ່ນິເທດໄວ້ ເປັນບັ້ນບ່ອນຮ່ອມ ເຈົ້າເຮີຍ ເມື່ອນັ້ນ ນາງນາດນ້ອຍ ປະນົມຂາບອັນຊະລີ ທູນທັນຍຳ ພໍ່ພຣະຍາເຍືອງຖ້ອຍ ຄຶດຢາກ ໄປຊົມຫລິ້ນ ອຸທິຍານສວນດອກ ພຣະພໍ່ຕ້ານ ປະທານໃຫ້ສົ່ງພອນ ນາງນາດນ້ອຍ ສະເດັດສູ່ຍານຄຳ ປະທວນພົນສະເດັດ ສົ່ງເຖິງສວນກວ້າງ ຝູງຫມູ່ ໂຍທາຫລິ້ນ ສນາມພຽງຊ້ອຍຊື່ນ ຄືດັ່ງ ຟ້າກະເດື່ອງດ້າວ ເທວາທ້າວຜໍ່ຄອຍ ເມື່ອນັ້ນ ຝູງສ່ຳເຊື້ອ ນ້ອຍອອ່ນກຸມມາຣີ ສະແວງມາລາ ຂາບກອນຖວາຍໄຫວ້ ລາງສາວໄດ້ ບຸສະບາກ້ານເກດ ຂິກສະເດື່ອຫ້ອຍ ປະນົມນິ້ວຍື່ນຖວາຍ ຟັງຍິນສຽງປີ່ກ້ອງ ຣະງົມກ່ອມດົນຕຣີ ມີທັງແກວົງຂັບ ສົ່ງສຽງສຸດດ້າວ ຍຸດຕິກາບັ້ນ ນາງງາມໄວ້ກ່ອນ ຕັ້ງແຕ່ນີ້ ໄປໜ້າສິກ່າວພຣາມ ກ່ອນແລ້ວ ວິວາຫະມົງຄົນ ບັດນີ້ ຈັກກ່າວເຖິງ ພຣາມະນາດຸ່ງດັ້ນ ມັດຄຸເທດທາງຈອນ ກ່ອນແລ້ວ ຫລາຍນະຄອນຫລວງ ທ່ຽວຫານາງແກ້ວ ກໍບໍ່ ມີພານພໍ້ ກຸມມາຣີນ້ອຍອ່ອນ ໄດ້ຍິນ ສຽງຄື່ນເຄົ້າ ດັງສະທ້ານຫວັ່ນໄຫວ ພຣາມກໍ ຄຶດໄຄ່ໄດ້ ປະສົງລ່ຳແຍງດູ ກໍຈິ່ງ ນຳທາງທຽວ ລ່ວງເຖິງສວນກວ້າງ ທັດສະນາຢ້ຽມ ນາງງາມເພັງຮູບ ມະໂນ ໃນເມື່ອຕັ້ງ ພໍລົ້ມຫລຸດໃຈ ເມື່ອນັ້ນ ສົມກິ່ງແກ້ວ ນາງນາດມາຍາ ພຣາມະນາຈານ ໄຕ່ຖາມຖແລງຖ້ອຍ ພຣາມກໍ ຍໍມືນ້ອມ ປະນົມກອນກອຍກ່າວ ແຫນຫ່າງຊີ້ ຖແລງຕ້ານແມ່ນຄອງ ແລ້ວຍື່ນນິ້ວ ທູນທອດສັງວານ ຖວາຍແພງສີ ກ່າວກອນກອຍນ້ອມ ອັນນີ້ ເປັນຂອງຕ້ອນ ບາບຸນບຸດຕະຣາຊ ຖວາຍກິ່ງແກ້ວ ພຣະໄທເອື້ອອ່າວເຖິງ ແທ້ແລ້ວ ເມື່ອນັ້ນ ນາງຍື່ນນິ້ວ ຮັບຣາຊບັນນາການ ພຣະໄທທວງຄຶດ ໄຄ່ຄວນຄະນິງທ້າວ ນາງກໍ ທົງຕຣັດຊີ້ ສາວະນີເນື່ອງກ່າວ ສຸດແຕ່ ພຣະພໍ່ເຈົ້າ ຄະນິງແກ້ວສ່ອງຍານ ທ່ານເຮີຍ ເມື່ອນັ້ນ ພຣາມລ່ວງເຂົ້າ ຫໍຣາຊະມຸນທຽນ ທູນທັນຍຳ ນັ່ງປະນົມຍໍນິ້ວ ເຍືອງແຍງຊີ້ ຄຳໄຂຖແລງວາດ ຂໍແກ່ ພຣະຍ່ຳເກົ້າ ພະໄທກວ້າງມຸ່ງເມິນ ແດ່ທ້ອນ ຂໍໃຫ້ ຍືຢ່ອງຢ້ຽມ ກະໄດກ່າຍທຽວເຖິງ ສອງນະຄອນເປັນ ແຜ່ນເງິນລຽງໄວ້ ຂໍພຣະ ແປງຂົວຂວ້າມ ສະພານທອງທຽວໄຕ່ ສອງ ນະຄອນຝ່າຍກ້ຳ ໃຫ້ເປັນແປ້ນແຜ່ນດຽວ ທ່ານເອີຍ ເມື່ອນັ້ນ ພູບານເຈົ້າ ພະຍາຫລວງຟັງພາກ ໄຂຂ່າວຂໍ້ ຖະແລງຕ້ານຕໍ່ພຣາມ ອັນວ່າ ບຸຕະຣາຊເຈົ້າ ຊັ້ນຊື່ນາມໃດ ພຣະໄທທົງສີນ ດັ່ງໄດບໍ່ມີຮູ້ ທ້າວນັ້ນ ກິນທານແທ້ ທຳບຸນເກື້ອກໍ່ ພຽນພ່ຳສ້າງ ພຣະໄທເອື້ອອ່າວເຖິງ ບໍ່ເດ ນາມກອນທ້າວ ນາມໜໍ່ບາບຸນ ສົມສະງ່ຽມຄື ດັ່ງໃດເດເຈົ້າ ເມື່ອນັ້ນ ພຣາມຍໍນິ້ວ ຊູລີກອນຖວາຍບາດ ສິຣິສຸດໂທໜໍ່ທ້າວ ເປັນຊັ້ນຊື່ນາມ ໂສມເຜົ່າຜ້ຽງ ສະເມີວາດອິນຂຽນ ຄືດັ່ງ ກຸມມາຣີນາງ ລູກພຣະອົງພາຍພີ້ ບາຣະມີສ້າງ ສີນທັມພຽນພ່ຳ ພຣະໄທໜ່ວງນ້າວ ໃຈກວ້າງແຜ່ເຜີຍ ເຈົ້າເຮີຍ ເຈົ້າບໍ່ ລະວາງເວັ້ນ ທົດສະຣາຊຄອງທັມ ສີນທັມປະດັບ ຄາດຄອງຄຽນເນື້ອ ຂັນຕິຕັ້ງ ມະໂນໃນຊ້ອຍຊື່ນ ວິຫິງສາຖ່ອຍຮ້າຍ ບາທ້າວບໍ່ມີ ແທ້ແລ້ວ ເມື່ອນັ້ນ ຣາຊາໄດ້ ຍິນຄຳຊ້ອຍຊື່ນ ຄືດັ່ງ ບຸນແປງເບື້ອງ ສອງນ້ອຍຮ່ວມກັນ ແທ້ແລ້ວ ອັນວ່າ ພຣະມິ່ງຕົ້ນ ມາຕຸຣາຊເທວີ ທັງມວນຂຸນ ຊູ່ຄົນພຽງພ້ອມ ເມື່ອນັ້ນ ພູບານເຈົ້າ ມະໂນໃນຊ້ອນຊື່ນ ຖືຮ່າງຂໍ້ ຖະແລງຕ້ານຕໍ່ພຣາມ ເຮົາບໍ່ ຂັດຮີດເຄົ້າ ບູລານແພ່ງພິມເມືອງ ຊາດທີ່ ໂລກີກາມ ບໍ່ລະຄອງຄວນເວັ້ນ ພຣະອົງ ກະການໃຫ້ ວັນຄືນຊີ້ຂາດ ວິວາຫະຣຶກລ້ຳ ເດືອນເຂົ້າເລັ່ງເຣວ ເມື່ອນັ້ນ ພຣາມນົບນິ້ວ ທູນທອດຊູລີກອນ ນິວັດເຕວາກັບ ຕ່າວຄືນຫາຫ້ອງ ມັນຄາເຄົ້າ ພະນົມໄພເງື້ອມແງ່ ມີຫມູ່ ຄັນທະຊາດໄມ້ ບານບ້າງແບ່ງສີ ເຈົ້າເຮີຍ ບັດນີ້ ຈັກກ່າວເຖິງ ຜູ້ຜ່ານພື້ນ ສີຫານຸຣາຊພະຍາຫລວງ ກ່ອນແລ້ວ ພຣະໄທທວງຄຶດ ຕໍ່ພຮາມມິເວັ້ນ ຕັ້ງຫາກ ເຫິງນານໄດ້ ຣະດູເດືອນແຖມຖ່າຍ ຫລືວ່າ ຫລົງດ່ານດ້າວ ໄປທີ່ທາງໃດ ນີ້ເດ ຫລືບໍ່ ພົບສ່ຳເຊື້ອ ນ້ອຍນາດກູມມາຣີ ກັນລະຍານີ ໜໍ່ແມນນາງແກ້ວ ຄ້ອມວ່າ ພຣະຮ່ຳແລ້ວ ສະເດັດສູ່ບັນທົມ ຝູງຫມູ່ ນາງໃນປາງ ກ່ອມລະງົມງັນເຈົ້າ ແສງໃສແຈ້ງ ໂຄມພະກາຍເຮືອງເຮື່ອ ຟັງຍິນ ຕຸຣິຍາດຍ້າຍ ຍວງຄ້ອງເສບງັນ ພູ້ນເຍີ ພໍເຫັນ ດາວດາດຂ້ອນ ແສງບ່າຍບັງເຂົາ ແລເຍີ ພຣະກໍ ທົງນິມິດ ເມື່ອນອນຄະນິງໄດ້ ຝັນເຫັນ ມຸນທຽນແກ້ວ ວິໄຊຍົນຜາສາດ ສູງເປັ່ງຂຶ້ນ ເມືອຟ້າຮອດພຣົມ ໃຫຍ່ແລະກວ້າງ ຫລາຍໂຍດສັງຂະຍາ ມຸງມະນີໂຊດ ເປັ່ງສີໃສຍ້ອຍ ອັນວ່າ ຈາຕຸມຊັ້ນ ປະມານປຸນຖ້ານຕ່ຳ ສັງຂະຍາແຕ່ພື້ນ ສອງຮ້ອຍເສດປາຍ ແສງສະວ່າງແຈ້ງ ເທົ້າທົ່ວຈັກກະວານ ມີທັງ ບັນລັງຄຳ ແທ່ນມະນີໂຊດແກ້ວ ດູປະມານລ້ຳ ສູງຫລາຍເຫລືອມາກ ນັບອ່ານໄດ້ ສາມລ້ານສີ່ແສນ ແທ້ແລ້ວ ອັນວ່າ ສຸບິນເຈົ້າ ພຣະອົງການຝັນຫລາກ ຝັນວ່າ ມີຊາຍເຊັງ ນັ່ງບັນລັງແກ້ວ ຝັນວ່າ ເທໂວເອົ້າ ຣະງົມຝົນເຄົ້າຄື່ນ ໄຫລຍາດຍ້ອຍ ຮຳພື້ນແຜ່ນດິນ ຝັນວ່າ ນ້ຳແຜ່ກວ້າງ ຫລາຍຍ່ານສັງຂະຍາ ສະມຸດຕີຟອງ ເປ່ງແປວກະແສຟົ້ງ ຝູງຫມູ່ ນິກອນເຊື້ອ ປະຊາຊົນລອຍລ່ອງ ລົງສູ່ນ້ຳ ຣະງົມໄຫ້ຮ່ວນເຮ ຝັນວ່າ ນາມນໍ່ເນື້ອ ບຸຣຸສະຣາຊທົງໂສມ ແປງສະເພົາຄຳ ໃສ່ຄົນເອົາຂວ້າມ ຝູງສັດເຂົ້າ ສະເພົາຄຳຄັບຄັ່ງ ຍົມມະນາແມ່ນ້ຳ ສະມຸດກວ້າງສູ່ນະຄອນ ເມືອງໃຫຍ່ກວ້າງ ສນຸກຄ່ຳວັນຄືນ ຄວາມຕາຍເຈັບ ແມ່ນບໍ່ມີມາຕ້ອງ ບະບວນແລ້ວ ເລີຍກະຊັງສະດຸ້ງຕື່ນ ພຣະບໍ່ຊ້າ ຫາເຖົ້າທ່ານໂຫນ ເຕີນປ່າວພ້ອມ ນາງນາດເທວີ ພຣາມມະນາເຖິງ ນັ່ງປະນອມຍໍນິ້ວ ເກນກົງຕັ້ງ ຊາຕາພູວະນາດ ຄຳຝັນພຣະບາດເຈົ້າ ດີລ້ຳເລີດຄຸນ ພຣະເຮີຍ ພຸດຢູ່ຍ້ອງ ເທິງແທ່ນອັງຄານ ພຣະຫັດເປັນເກນ ເສດເສົາສູນຖ້ານ ປຸດສະລ້ຳ ມາດເກນກົງຣືກ ຖືກໜ່ວຍ ອຸດຕະມະໂຊກແທ້ ສົມດ້າມດັ່ງປະສົງ ຈະສົມ ມະໂນດ້ວຍ ພຣະໄທປອງທຸກເຍື່ອງ ທັງຈະ ລຸລາບໄດ້ ມະໂນດ້າມດັ່ງຫມາຍ ນັ້ນແລ້ວ ປານນີ້ພຣາມນັ້ນ ກັບຕ່າວບ້ານ ບໍ່ນານແທ້ສິດ່ວນເຖິງ ພຣະເຮີຍ ບັດນີ້ ຈັກກ່າວກ້ຳ ທັງ 8 ພຣາມມະນາ ກ່ອນແລ້ວ ມັນຄາທຽວ ເລັ່ງເຣວການຟ້າວ ເມື່ອນັ້ນ ພຣະຍ່ຳເກົ້າ ພຣະໄທຊ້ອຍຊື່ນບານ ມີອາດຕ້ານ ຖະແລງກ່າວກອນປະສົງ ພຣາມກໍ ທູນເຣງໂຍ ກ່າວກອນຖະວິນໄຫວ້ ຍັງເລົ່າ ມີສາວເຊື້ອ ກຸມມາຣີແມນມິ່ງ ລັກຂະນະຖີ່ຖ້ວນ ບາທ້າວເກິ່ງກັນ ພຣະເຮີຍ ເປັນໜໍ່ແກ້ວ ທີຕຸຣາຊໃນເມືອງ ເທວະທະຫະ ນະຄອນຫລວງ ຈິ່ມກະແສແສນທ້າງ ອຸດົມດ້ວຍ ໂຍທາຂ້າມະຫາດ ບໍ່ອາດ ນັບອ່ານໄດ້ ແສນຕື້ຕິ່ວອັກໂຂ ພຣະເຮີຍ ປິຕຸເຣດເຈົ້າ ນາມໜໍ່ໃຈເມືອງ ທົງນະຄອນຫລວງ ນັ່ງປອງເປັນເຈົ້າ ນາມກອນທ້າວ ອັນຊະນາທິພຣະຣາຊ ພຣະກໍ ວາງນາດນ້ອຍ ປຸນຕັ້ງແຕ່ງມາ ພຣະເຮີຍ ເມື່ອນັ້ນ ຜູ້ຜ່ານພື້ນ ທົງແທ່ນນະຄອນຫລວງ ໂມທະນາດອມ ຊື່ນພຣະໄທທວງແມ້ງ ລາງວັນໃຫ້ ພຣາມມະນາເດິນເທດ ແລ້ວຈິ່ງ ຕົກແຕ່ງໃຊ້ ຂຸນຂ້າດຸ່ງໄປ ຖືເຄື່ອງຕ້ອນ ຂອງຝາກບັນນາການ ມີທັງ ສັງວານຄຳ ເຄື່ອງເງິນແກມແກ້ວ ເມືອຖວາຍນ້ອມ ພຣະພູບານຈອມປະເທດ ນັບ 8 ມື້ ຣະດູຖ້ວນຖ່າຍຍາມ ແທ້ແລ້ວ ພໍເຫັນ ແສງຂາວແຈ້ງ ພະຈັນໂທພົ້ນພຸ່ງ ພູ້ນເຍີ ດາວດາດຂ້ອນ ແຝງເບື້ອງຜ່າຍປັດສິມ ແລເຫັນ ມາລາພົ້ວ ບານຊ້ອນແຊມງ່າ ຍາມເມື່ອ ລົມລ່ວງຕ້ອງ ລະອອງເອົ້າກິ່ນຫອມ ເຈົ້າເຮີຍ ບັດນີ້ ຈັກກ່າວເຖິງ ພູທອນທ້າວ ພຣະຍາຫລວງຕົນອາດ ກ່ອນແລ້ວ ສີຫານຸຣາຊເຈົ້າ ເຕີນໃຊ້ແຕ່ງໄປ ພຣະກໍ ມີອາດໃຊ້ ຕາດຸ່ງປະທວນເຖິງ ເສນາເຕີນ ປ່າວຄົນທັງຄ້າຍ ເຮົາຈັກ ນຳທາງເທົ້າ ກຸມມາຣີນ້ອຍອ່ອນ ພື້ນຮາບກ້ຽງ ກອງໜ້າພ່ຳສເມີ ນັ້ນເນີ ທີ່ໃດ ມີລຳໄມ້ ໜາມກະທິງຮຽວໄຜ່ ໃຫ້ເອົາ ໄຟໃສ່ໄວ້ ເຜົາສ້ຽງຈຸດສຸມ ທີ່ໃດ ທາງຄົດລ້ຽວ ວາງແມ່ເປັນກະແສ ກະປຸນ ເປັນບັນທັດ ແທກສາຍວາງເສັ້ນ ນັບແຕ່ ທາງຫລວງກວ້າງ ຄົນເດິນພໍສະດວກ ບໍ່ໃຫ້ ຄົນອັ່ງເອົ້າ ສະບາຍບ້າງທ່ອງທຽວ ນັ້ນເນີ ເມື່ອນັ້ນ ພຣະກ່າວແລ້ວ ຂຸນຂາບຊູລີກອນ ປະທວນຕີຕຣາ ປ່າວຄົນທັງຄ້າຍ ຝູງໝູ່ ຍິງຊາຍພ້ອມ ຍິນດີຊົມຊື່ນ ບັດນີ້ເຮົາຈັກ ເຫັນອ່ອນນ້ອຍ ນາງແກ້ວຕ່າງເມືອງ ແທ້ແລ້ວ ພໍເມື່ອ ບຸນແກ່ນແກ້ວ ພົງເຜົ່າອົງກະສັດ ບາຣະມີມຸງ ແຜ່ນໄຕຣກວມກຸ້ມ ເຂົາກໍ ພາກັນສ້າງ ຖະນົນທາງຂຸດກົ່ນ ເດືອນໜຶ່ງແລ້ວ ໂດຍໄດ້ດັ່ງຄະນິງ ເຮືອງຮຸ່ງດ້ວຍ ເດັຽຣະດາດເພດານ ມຸງກັນເກາະ ກ່າຍກັນປະສົມແສ້ວ ມີຫມູ່ ມາລາພົ້ວ ປະດັບດວງເດັຽລະດາດ ກາດດອກໄມ້ ບັງເບື້ອງປ່ອງລົມ ຝູງຫມູ່ ກຸດທະລີກ້ວຍ ຢາຍຢັງເຮືອງເຮື່ອ ສະລັບກ່າຍຕົ້ນ ສອງຂ້າງແຄ່ທາງ ຫອມຮ່ວງເຮົ້າ ຄັນທະຊາດມາລາ ບຸບຜາໂຮຍ ຫວ່ານລະອອງລົງພື້ນ ອຸທະກັງນ້ຳ ຢາຍຢັງຕັ້ງແອ່ງ ເຮືອງຮຸ່ງແຈ້ງ ໂຄມໄຕ້ສ່ອງແສງ ເຈົ້າເຮີຍ ເມື່ອນັ້ນ ຂຸນນົບນ້ອມ ຖວາຍເຫດທາງທຽວ ພູມີພຣະ ຍິນຄຳເຍືອງຖ້ອຍ ພຣະກໍ ເຕີນຂຸນຂ້າ ໂຍທາສະຫະຊາດ ປະດັບແຕ່ງຕັ້ງ ກະບວນຊ້າງໄສເຂັນ ເຈົ້າເຮີຍ ມຸງມາດແກ້ວ ເຮືອງເຮື່ອດາວຄຳ ກຸຍຊະໂລພາຍ ເຜືອກຂາວສານຍ້ອຍ ຄະນະນາໄດ້ ຫລາຍແສນອະນັນເນກ ອັດສະດອນມິ່ງມ້າ ຫລາຍລ້ານວ່ອງໄວ ມີທັງ ນາຍຂີ່ພ້ອມ ກ້າວກົ່ງທະນູສອນ ສະເວດສັດຈຳມອນ ຣະດາດສູງແສງເຫລື້ອມ ອັນວ່າ ສິຣິສຸດໂທທ້າວ ທົງສານຂາວເຜືອກ ສະເວດສັດຮົ່ມກັ້ງ ປະມານໄດ້ຫມື່ນປາຍ ອັນວ່າ ສຸກໂກທ້າວ ອະມິໂຕນ້ອງພີ່ ສະເດັດສູ່ຊ້າງ ຕາມອ້າຍຝ່າຍຂວາ ອັນວ່າ ພຣະແກ່ນຕົ້ນ ສີຫານຸຣາຊພະຍາເມືອງ ທັງເທວີແມ່ ພຣະອົງທຽມທ້າວ ເລີຍສະເດັດຂຶ້ນ ພັງພາຍຊ້າງເຄື່ອງ ຍົວລະຍາດຍ້າຍ ຕາມທ້າວຝ່າຍຫລັງ ຣັດສະມີເຮື່ອແຈ້ງ ຄືດັ່ງດາວພະກາຍ ທວນພົນສະເດັດ ຄັ່ງທາງພໍສະທ້ານ ແສນພະຍາລ້ອມ ຕາມພຣະອົງແຫນແຫ່ ຟັງຍິນ ສຽງປີ່ຕ້ອງ ແຄນຂຸ່ຍກ່ອມຊໍ ກອງຕະໂພນຕ້ອງ ລະງົມສຽງເຄົ້າຄື່ນ ຮື່ນ ໆ ກ້ອງ ໄປຫນ້າຄ່ຽນຄາວ ສຽງມ່ວນແມ້ງ ທິພະອາດຕຸຣິຍາ ພູ້ນເຍີ ມີທັງ ແກວົງຂັບ ສົ່ງສຽງສຸດດ້າວ ຟັງຍິນ ແຖຖະວິນກ້ອງ ກອງຍວງຍົງໄພ່ ມັນຄາໃຫຍ່ກວ້າງ ຖະນົນກ້ຽງລ່ວງເລີຍ ພູ້ນເຍີ ພໍເຫັນ ຊະພຸ່ມດ້າວ ຄັນທະຊາດຈຽງລົມ ອັນວ່າ ຜະກາເກສອນ ເປັ່ງລະອອງໄຂອ້າ ຝູງຫມູ່ ມາລາດົ້ວ ດວງຫອມກ້ານກ່ອງ ເດັຍລະດາດດອກແຍ້ມ ບານບ້າງແບ່ງສີ ພູ້ນເຍີ ອັນວ່າ ບຸນແຈ່ມເຈົ້າ ກ່ຳເກິ່ງທໍຣະນີ ອະສົງໄຂນັບ ໝື່ນວັດສາແສນສ້າງ ມັນຄາເທົ້າ ປະທວນທາງທຽວທ່ອງ ດອກ ມົນທາຢູ່ຟ້າ ສວັນພູ້ນລ່ວງລົງ ຫອມທົ່ວເຄົ້າ ພື້ນແຜ່ນທໍຣະນີ ຝູງຫມູ່ ໂຍທາຊົມ ຊື່ນພຣະໄທທວງແມ້ງ ອັນວ່າ ສຸກໂກທ້າວ ອວນຕົນຍວງໄພ່ ພໍເມື່ອ ຫລາຍພ່ຳມື້ ຈວນໃກ້ຈິ່ມນະຄອນ ແທ້ແລ້ວ ພຣະກ່າວຕ້ານ ເຕືອນປ່າວໂຍທາ ຄວນທີ່ ເຮົາເຊົາພັກ ຈິ່ມນະທີກະແສນ້ຳ ມີທັງ ອຸທິຍານກວ້າງ ສະຖານພຽງພື້ນແຜ່ນ ຝູງຫມູ່ ອາມາດສ້າງ ທຽມຕັ້ງແຕ່ງຜາມ ເຮືອງຮຸ່ງດ້ວຍ ດາວດາດໂຄມພະກາຍ ບໍ່ອາດ ສັງຂະຍານັບ ຊົ່ວປະມານທາງກ້ວາງ ບະບວນແລ້ວ ທູນທັນເທວະຣາຊ ສະຫະຊາດເຄື່ອນຍ້າຍ ໄປໜ້າຄ່ຽນຄາວ ແລ້ວຈິ່ງ ພັກຈອດຍັ້ງ ຜາມໃຫຍ່ຫລັງພຽງ ສິຣິສຸດໂທທົງ ແທ່ນຄຳເມັງແກ້ວ ຣາຊາເຈົ້າ ທັງສອງຕົນພໍ່ ປະນົມກອນເນັ່ງນິ້ວ ຖະແລງຕ້ານຕໍ່ກັນ ຫາຣຶກໄດ້ ມາຄະມາດກາງເດືອນ ວັນມະຫາໄຊ ເປັ່ງແສງໃສກ້າ ຝູງຫມູ່ ໂຍທາທ້າວ ສອງນະຄອນຊົມຊື່ນ ນັກຂັດຕຣັກຖ້ວນ ວັນໄດ້ຖືກຍາມ ແທ້ແລ້ວ ເມື່ອນັ້ນ ພຣະພໍ່ເຈົ້າ ເຕີນຣາຊກຸມມານ ສິຣິສຸດໂທທົງ ໜໍ່ນາມແນວທ້າວ ທົງທະລັງຍ້ອງ ເພັງສີສັນຮູບ ເມື່ອນັ້ນ ທ້າວຖ່າຍຜ້າ ຜືນກ້ຽງແຕ່ງຕົວ ນິ້ວແລບເລັ້ມ ປະຫຽນແທບທຽນຄຳ ສັງວານປະດັບ ດັ່ງດາວເຫລືອງເຫລື້ອມ ຄີງຄວນເອ້ ອິນພຣົມພຽງຮູບ ຣັດສະມີເຮື່ອແຈ້ງ ສະເມີດ້າມດັ່ງພຣະຈັນ ອັນວ່າ ນາມຊາດເຊື້ອ ນ້ອງພີ່ທັງຫລາຍ ພາກັນປະດັບ ເຄື່ອງຄຳຄຽນເນື້ອ ດູສະງຽມໜ້າ ປຸນປານເທວະຣາຊ ສະເມີເຜົ່າຜ້ຽງ ອົງອ້າຍພີ່ຕົນ ແທ້ແລ້ວ ອັນວ່າ ພຣະພໍ່ເຈົ້າ ແກ້ວແກ່ນກຸມມາຣີ ເຕີນແສນສາວ ແຕ່ງປຸນປະດາຕັ້ງ ອັນວ່າ ມາຍາແກ້ວ ກຸມມາຣີນ້ອຍອ່ອນ ນິ້ວອ່ອນກ້ຽງ ຄຸລີສ້ວຍສອດແຫວນ ຍົດຍິ່ງປ້ອງ ປຸນດັ່ງນາງແມນ ສັງວານຄຳ ຄ່າເມືອງທົງຍ້ອງ ຣັດສະມີເຫລື້ອມ ເພັງພະກາຍໃສສ່ອງ ຄືດັ່ງ ສຸຣິເຍດຍ້າຍ ຍາມເຊົ້າເປັ່ງສີ ແທ້ແລ້ວ ເມື່ອນັ້ນ ທຸກທີ່ພ້ອມ ປຸນແຕ່ງສະນາມໄຊ ເງິນຄຳກອງ ມິ່ງມະນີທັງແກ້ວ ພາຍບົນກັ້ງ ເພດານມຸງມາດ ສະເວດສັດກົ່ງກັ້ງ ຫລາຍຖ້ານໝື່ນຖັ່ນ ຫລາຍສ່ຳເຊື້ອ ຊາວແມ່ມະເຫສີ ພາຂວັນຕົກ ແຕ່ງປຸນແປງໄວ້ ກໍເພື່ອ ບາຣະມີເຈົ້າ ທັງສອງກ້າແກ່ ຈັກກະວານອ່ອນນ້ອມ ສິເນດຄານໂຄ່ນຄອນ ເລີຍເລົ່າ ຮ້ອນຮອດໄທ້ ເທວະຣາຊອິນທຣາ ພຣະກໍ ສໍຣະຍານແຍງ ສ່ອງແລລົງພື້ນ ອິນທຣາໄດ້ ຄະນິງຫວນເຫັນເຫດ ວິວາຫະອ່ອນນ້ອຍ ສອງເຈົ້າຄູ່ກັນ ແທ້ແລ້ວ ເມື່ອນັ້ນ ອິນປ່າວຮ້ອງ ຝູງຫມູ່ເທວະດາ ທັງປວງ ສວງສະວັນ ລ່ວງລົງບໍ່ມີຊ້າ ກັບທັງ ໂສລະສະຊັ້ນ ມະຫາພຣົມພ້ອມພ່ຳ ສະເວດສັດກົ່ງກັ້ງ ພະລັນໄດ້ລ່ວງລົງ ທຸກທີ່ຖ້ວນ ຂົງຂອບຈັກກະວານ ເທວາ ທັງອິນພຣົມ ລ່ວງເຖິງສະນາມກວ້າງ ອັນວ່າ ອິນທຣາເຈົ້າ ຈູງບາບຸຕະຣາຊ ສຸຊາດາແຈ່ມເຈົ້າ ຈູງນ້ອຍໜໍ່ແມນ ສອງສະເດັດຂຶ້ນ ກອງມະນີຣັດຕະນາດ ຜິວຜ່ອງກ້ຽງ ສອງເຈົ້າເກິ່ງກັນ ແທ້ແລ້ວ ເມື່ອນັ້ນ ອິນທຣາເຈົ້າ ສຸຊາດານາງນາດ ນ້ຳທິບໄດ້ ສົງເຈົ້າໜໍ່ແມນ ເໜືອແທ່ນແກ້ວ ຣັດຕະນາດກອງຄຳ ອຸທະກັງສົມ ແກ່ນຈັນເຈືອຄູ້ ອັນວ່າ ມານດາແກ້ວ ທັງສອງປິຕຸເຣດ ອະພິເສກອ່ອນນ້ອຍ ເປັນເຈົ້ານັ່ງປອງ ນ້ຳຢາດຍ້ອຍ ຫອມກິ່ນສຸຄັນທາ ເກສະນາຫອມ ຊື່ນພຣະໄທທວງສະອື້ນ ມີທັງ ວາຣີໄຫລ ຫລັ່ງລົງລິນຍ້ອຍ ມຸນຕີນ້ອຍ ສອງພະຍານັກຄະເຣດ ປຸໂຣຫິດຫລັ່ງນ້ຳ ສົງນ້ອຍໜໍ່ເມືອງ ທຸກດ່ານດ້າວ ປະນົມຍື່ນຍໍຄຸນ ຕຸຣິຍາຍວງ ສົ່ງສຽງດັງກ້ອງ ມະໂຫຣີພ້ອມ ແກວົງແຄນຂຸ່ຍ ອິນທິຣາຊເຈົ້າ ຍໍນິ້ວເປົ່າສັງ ສຽງສົ່ງເຄົ້າ ທິພະໂສດນວນຫູ ອິນທຣາທານ ເສບຣະງົມງັນເຈົ້າ ສອງສະເດັດເຂົ້າ ພາຂວັນທຽມພ່າງ ພຣາມຍື່ນນິ້ວ ພອນແກ້ວກ່າວຖວາຍ ຂໍໃຫ້ ສອງມິ່ງແກ້ວ ບຸນເກິ່ງທໍຣະນີ ທຽນຄາຄົງ ຫມື່ນວັດສາແສນສ້າງ ສັດຕຣູນ້ອມ ລືໄກກຽດເດດ ໂພຍພະຍາດຮ້າຍ ຢ່າມາໃກ້ບຽດບຽນ ຂໍໃຫ້ ສອງພຣະອົງສ້າງ ນະຄອນຫລວງຕູ້ມໄພ່ ສຸກຢູ່ດ້ວຍ ສອງເຈົ້າເຫລື້ອມງຳ ໃຫ້ໄດ້ ສ້າງຍ່ານຟ້າ ລືໂລກມະຫາຈັກ ສົມພານເພັງ ທົ່ວແດນດັງສະທ້ານ ອັນແຕ່ ຈັກກະວານລ້ຳ ລືຊ່າເຊັງເດດ ທຸກປະເທດດ້າວ ແດນຫໍ້ສ່ວຍສິນ ຂໍໃຫ້ ສອງແກ່ນແກ້ວ ຣິດທີເກິ່ງອິນຕາ ເຕໂຊແຂງ ຂົ່ມມານທັງຄ້າຍ ຊຸມພູພື້ນ ທໍຣະນີນຳຊ່ວຍ ຍູທ່າງ ເຈົ້າກໍສ້າງ ສິນຊ້ອຍຊອບຄອງ ຂໍໃຫ້ ພຣະບາດເຈົ້າ ສອງອ່ອນທຽນຄາ ຕາມກະບິນເມືອງ ເຜົ່າພົງພັນເຊື້ອ ອັນແຕ່ ກົງທະລັງພື້ນ ກະບິນທຸກປະເທດ ຢ່າໃຫ້ ມີເຫດຮ້າຍ ສະບາຍເນື້ອຢູ່ເຢັນ ແດ່ທ້ອນ ຂໍໃຫ້ ບຸນແຜ່ກວ້າງ ຣິດທີເດດລືຊາ ນາໂຖເຖິງ ຍອດຍານດວງລ້ຳ ສະວັດດີສ້າງ ນະຄອນຫລວງຕູ້ມໄພ່ ມະນຸດ ໃຕ້ລຸ່ມຟ້າ ລືເທົ້າທົ່ວແດນ ຂໍໃຫ້ ພວກໄພ່ນ້ອຍ ພ້ອມເພິ່ງບາຣະມີ ຍິງຊາຍ ໃນຊຸມພູ ຂ່າວຂາມເຖິງເຈົ້າ ຂໍໃຫ້ ເງິນຄຳແກ້ວ ມະນີກອງມ້າວມິ່ງ ຂໍຈົ່ງ ໄຫລຫລັ່ງລົ້ນ ຄືດ້າມດັ່ງຝົນ ຂໍໃຫ້ ສົມປໂຍດດ້ວຍ ໂດຍດັ່ງຄະນິງຫລາຍ ໃຫ້ໄດ້ ເປັນມານດາ ແມ່ພຸດໂທອົງລ້ຳ ພໍເມື່ອ ການເສັດສ້ຽງ ພາຂວັນລາເລິກ ພຣາມເນັ່ງນິ້ວ ຍໍຝ້າຍຍື່ນຖວາຍ ເຈົ້າເຮີຍ ທຸກດ່ານດ້າວ ເທວະຣາຊອິນທຣາ ຖວາຍພອນທິບ ສັ່ງລາເມືອຟ້າ ເມື່ອນັ້ນ ທັງປວງພ້ອມ ອິນພົມເທວະຣາຊ ແຍງສູ່ຟ້າ ສວັນລ້ຳລ່ວງເມືອ ທົງແທ່ນແກ້ວ ວິມານອາດເມືອງແມນ ຍູທ່າງ ເຊີຍຊົມສຸກ ຢູ່ສະວັນສົມສ້າງ ອັນວ່າ ປະຖະພີພື້ນ ທໍຣະນີເຄົ້າຄື່ນ ມະໂຫຣະທຶກຕັ້ງ ຣະງົມຫລິ້ນກ່ອມຣະບຳ ພູ້ນເຍີ ພໍເມື່ອ ວັນຄ່ຳຄ້ອຍ ສຸຣິເຍດມົວແສງ ສຣີສຸດໂທທຽມ ມິ່ງສມອນນາງແກ້ວ ມຸນທຽນຕັ້ງ ສະນາມໄຊເຮືອງເຮື່ອ ຝູງໝູ່ ສາວບ່າວຫລິ້ນ ສອງກ້ຳຝ່າຍນະຄອນ ບາງພ່ອງ ເກາະກ່ຽວນິ້ວ ຊ້ອນຟຸ່ມຊຸມສະເນ່ ແນ່ແລ້ວ ບໍ່ຄະນິງພາຍຫລັງ ສິຕ່າວຄືນເມືອງບ້ານ ພໍເມື່ອ ສຸຣິໂຍຄ້ອຍ ສູນແສງມົວມືດ ປັດສິມທິດກ້ຳ ບັງເບື້ອງຫລ່ຽມສິເມນ ແລເຫັນ ແສງສ່ອງດ້າວ ເຮືອງເຮື່ອໂຄມພະກາຍ ພູ້ນເຍີ ພໍເຫັນ ຮ່ວນ ໆ ຈັນ ຮຸ່ງແສງໃສຟ້າ ດາຣາພ້ອມ ພະກາຍຍວງເຍືອງໂລກ ເຫມືອຍຢາດຍ້ອຍ ຮ່ຳເຮື້ອຫນ່ວງຫນາວ ເມື່ອນັ້ນ ສອງກ່ອມກິ້ງ ຣັດຕະນາດຮຽງຮົມ ສະເນ່ຫາຮັກ ຕື່ນມາຈວນແຈ້ງ ແສງສູງພົ້ນ ປັບພະໂຕເຮືອງໂລກ ພູ້ນເຍີ ມະໂຫຣີກ່ອມກິ້ງ ຕີສ້ອຍເສບພຣະອົງ ພົງກະສັດເຊື້ອ ທັງສອງຊ້ອຍຊື່ນ ສະເດັດສູ່ຫ້ອງ ສົງນ້ຳສ່ວຍສິນ ຫອມຮ່ວງເຮົ້າ ອົບກິ່ນເກສະນາ ພໍຄາວສະເດັດ ຜາງງາຍພຽງພ້ອມ ນັບແຕ່ ເອົາກັນຫລິ້ນ ວິວາຫະສົມໂພດ ຫລາຍທິວາລ່ວງລ້ຳ ຣາຕີພົ້ນຜ່ານໄປ ແທ້ແລ້ວ ເມື່ອນັ້ນ ສີຫານຸຣາຊເຈົ້າ ປິຕຸຣາຊພະຍາຫລວງ ຄະນິງຫວນຄຶດ ຝ່າຍຫລັງທາງບ້ານ ພຣະຈິ່ງ ບັນຊາໃຫ້ ທູຕາໂດຍດ່ວນ ເປສະກະສົ່ງໃຫ້ ສານໃຊ້ສົ່ງເຖິງ ເມື່ອນັ້ນ ຂຸນເລັ່ງມ້າ ມະນີກາບຜັນຜະຍອງ ຄືນຄຸງນະຄອນ ກະບິນພັດພູມພາຍພື້ນ ຂຶ້ນຂາບເຈົ້າ ມະຫາເອກເສນາ ທູນທັນຍຳ ພຣະຍອດເມືອງປູນໄອ ໃຫ້ແຕ່ງຕັ້ງ ຫໍຣາຊມຸນທຽນ ສາມຫລັງງາມ ດັ່ງວິມານເມືອງຟ້າ ຄ້ອມວ່າ ການສະເດັດເຣຶ້ອງ ຂຸນຂຽນຄືນຄອບ ເມື່ອນັ້ນ ພູວະນາດເຈົ້າ ເຕີນຕັ້ງແຕ່ງພົນ ມີຫມູ່ ຊ້າງເຄື່ອງເຄົ້າ ງາເຮື່ອໂດຍດຽວ ອັດສະດອນແຊມ ຫິ່ງລະງົມງັນກ້ອງ ມຸນທຽນຕັ້ງ ກົງທອງຣົດຖະຣາຊ ສອງສະງ່ຽມເຈົ້າ ນາງທ້າວນັ່ງທົງ ສະເວດສັດກົ່ງກັ້ງ ເດັຽຣະດາດຂາວຂຽວ ພົນກືຍົກ ດັ່ງດິນດາສະທ້ານ ທັງປວງພ້ອມ ສວັນພຣົມເທວະໂລກ ຕາງສົ່ງທ້າວ ທະລັງພື້ນຫວັ່ນໄຫວ ອັນວ່າ ພຣະພໍ່ເຈົ້າ ປິຕຸເຣດທັງສອງ ພາພົນສະເດັດ ລ່ວງຕາມບາທ້າວ ອໍລະຫົນເສົ້າ ປະຖະພີມົວມືດ ລະອອງໄຫງ່ກຸ້ມ ລະງົມດ້າວທົ່ວແດນ ຟັງສຽງ ຮ່ວນ ໆ ກ້ອງ ຣະບຳປີ່ແຖມແຖ ພູ້ນເຍີ ມີທັງ ແກວົງສັບ ຂຸ່ຍຊໍຊຸງໄຄ້ ຝູງຫມູ່ ຄົນຫລາຍລົ້ນ ອໍລະຫົນເຄົ້າຄື່ນ ບາງພ່ອງ ສາວບ່າວກ້ຽວ ຈູງກ້ຽຈ້ອງກັນ ຍົກຍື່ນນິ້ວ ທູນທອດມາລາ ຕາແລຫລຽວ ເຫລືອດຊອນຫາຊູ້ ໃຫ້ພີ່ ຂໍດວງໄມ້ ສາຍຄໍສິໄດ້ບໍ່ ແພງເຮີຍ ພໍໄດ້ ດົມຍ່າງຍ້າຍ ໃຫ້ຫາຍລ້າເມື່ອຍທາງ ນ້ອງເຮີຍ ເມື່ອນັ້ນ ສາວຍື່ນຖ້ອຍ ແກ້ເງື່ອນຄຳສະເນ່ ມາລາຮຽມ ຢ້ານບໍ່ສົມພະອວນອ້າຍ ອັນວ່າ ມາລານ້ອງ ດວງຫອມເໝັນສາບ ບໍ່ຄື ທິພະຍອດແກ້ວ ຂອງອ້າຍຝ່າຍຫລັງ ພີ່ແລ້ວ ແມ່ນວ່າ ພຣະໝ່ອມອ້າຍ ປະສົງຫໍ່ຍິນດີ ນ້ອງສິ ຍໍມາລາ ມອບກາຍຖວາຍພ້ອມ ພີ່ຫາກ ແປງລົມລິ້ນ ຫວານປາຍກ້ຽງອ່ອນ ທໍ່ນັ້ນ ຢ້ານແຕ່ ເມັຽຢູ່ບ້ານ ສິຄອຍຕ້ອນຜໍ່ທາງ ບໍ່ຮູ້ ເມື່ອນັ້ນ ຊາຍກ່າວຖ້ອຍ ແກ້ເງື່ອນຄຳສາວ ຂໍໃຫ້ ແພງຄໍຮຽມ ຢ່າຄະນິງຄຳນັ້ນ ຊາຍບໍ່ ເປັນຄົນຮ້າຍ ຕົວະພາງເວົ້າລ່າຍ ໃຈພີ່ຊາຍມັນຫາກ ໜາກໜ່ວງແໜ້ນ ສເມີດ້າມດັ່ງຫິນ ນ້ອງເຮີຍ ຊາດທີ່ ແນນນຳກ້ຽວ ສິວາງດາຍໄວ້ເປົ່າ ເປັນບໍ ອ້ອຍຫາກ ຕົກປາກຊ້າງ ແສນສິໃຫ້ກໍບໍ່ຄາຍ ພີ່ແລ້ວ ແຕ່ວ່າ ທິບພະຍອດແກ້ວ ໂສມສະອາດອິນຂຽນ ແພງຄໍຮຽມ ໃຫ້ລັ່ນຄຳພໍແຈ້ງ ຍາມເມື່ອ ໄປເຖິງຫ້ອງ ເມືອງທອງນັກຄະເຣດ ພີ່ບໍ່ ໄດ້ຢູ່ຊ້າ ສິຫາເຖົ້າທ່ານຂໍ ແທ້ແລ້ວ ແມ່ນບໍ່ ໄດ້ນາດນ້ອງ ທຽມພ່າງຊົມສິເນ ພີ່ບໍ່ ມີໃຈຮັກ ຫໍ່ຍິງທັງຄ້າຍ ຄ້ອມວ່າ ຊາຍຈາແລ້ວ ສາວຫົວອ້ອຍອິ່ນ ຍິນສະນຸກມ່ວນແມ້ງ ຖແລງບັ້ນຕໍ່ໄປ ສເວີຍຣາຊ ຟັງຍິນ ສຽງຄື່ນເຄົ້າ ທາງກວ້າງຄັ່ງຄົນ ພູ້ນເຍີ ຂຸນກະແສຫມູ່ມ້າ ເດິນດຸ່ງດາຣະວັງ ຍວງພົນແພນ ລ່ວງເຖິງນະຄອນກວ້າງ ຣາຊະທານີຫ້ອງ ສວັນແມນສະເມີພາກ ກະບິນພັດໃຫຍ່ກວ້າງ ທະລັງພື້ນຄັ່ງຄົນ ເມື່ອນັ້ນ ຣົດເລັ່ງລ້ຳ ເກີຍຣາຊະມຸນທຽນ ສຣີສຸດໂທທົງ ໜໍ່ແມນນາງແກ້ວ ເລີຍສະເດັດຂຶ້ນ ປາງຄຳເນົານັ່ງ ສາວ ສະນົມໜຸ່ມນ້ອຍ ຫລາຍລ້ານແກວ່ງວີ ເຈົ້າເຮີຍ ອັນວ່າ ປິຕຸເຣດໄທ້ ຕົນພໍ່ພະຍາຫລວງ ເວນນະຄອນຄຳ ມອບມວນວາງໃຫ້ ແສນເມືອງພ້ອມ ເສນາຂ້າມະຫາດ ຖວາຍແຈ່ມເຈົ້າ ສອງໃຊ້ຊ່ວງຕີນ ອັນວ່າ ພູເບດເຈົ້າ ພະຍາໃຫຍ່ສຣີສຸດໂທ ສິຣິມະຫາ ມາຍາເປັນ ແມ່ເມືອງທຽມທ້າວ ຍໍປະກຽນນ້ອມ ທະລັງກົງພື້ນແຜ່ນ 4 ທະວີບນ້ອມ ຄຳເຂັ້ມຂາບຖວາຍ ແທ້ແລ້ວ ຝູງໄພ່ຟ້າ ສນຸກພ່ຳເພັງບຸນ ທັງນາສວນ ບໍ່ຫ່ອນມີຍາມແລ້ງ ອັນວ່າ ຄາເມບ້ານ ເຈືອຈານຂົງຂອບ ປະມານ ໄກ່ແມ່ກ້າ ບິນດັ້ນດຸ່ງເຖິງ ອັນວ່າ ນ້ຳບົວທ້າງ ບໍ່ຫ່ອນຂາດເຂິນບົກ ຍູທ່າງ ປູປາຫົງ ຫ່ານລົງລອຍຫລິ້ນ ກໍເພື່ອ ບາຣະມີເຈົ້າ ທັງສອງມຸງເຫລື້ອມ ອະສົງໄຂຕິ່ວຕື້ ພຣະອົງສ້າງຕໍ່ມາ ແທ້ແລ້ວ ຍຸດຕິກາບັ້ນ ສອງພຣະອົງສະເວີຍຣາຊ ກ່ອນແລ້ວ ຖວາຍແກ່ ນັກປຣາດເຈົ້າ ພໍຮູ້ຮ່າງຄະດີ ເຈົ້າເຮີຍ. |
ຜູກທີ່ 2
2.1 ບັ້ນພຣະໂພທິສັດສະເດັດລົງສູ່ພຣະຄັນ
ບັດນີ້ ຈັກກ່າວເຖິງ
ອົງພຸດໂທເຈົ້າ ສະເດັດລົງມາເກິດ
ນຳສິຣິມະຫາ ມາຍາແກ່ນແກ້ວ ນາງເຫງົ້າແມ່ເມືອງ ກ່ອນແລ້ວ
ພໍເມື່ອ ເດືອນຫົກຂຶ້ນ ພຣະຈັນເພັງຜາຍຜ່ອງ
ພຶກສາ ຊາດໝູ່ໄມ້ ລົມເປື້ອງເປົ່າລະອອງ ພູ້ນເຍີ
ແລເຫັນ ເມກເຍືອກຍ້າຍ ມົວມືດບັງບົດ
ເທໂວຝົນ ລ່ວງລະງົມລົງພື້ນ
ບຸບຜາພົ້ວ ບົວຄຳໄຂກາບ
ສັບພະດວງດອກໄມ້ ບານເຮື່ອຮຸ່ງໄພ ເຈົ້າເຮີຍ
ບັດນີ້ ຈັກກ່າວກ້ຳ ຕົນປະເສີດໂພທິສັດ ກ່ອນແລ້ວ
ພຣະກໍ ເນົາວິມານຄຳ ໝື່ນເສົາພັນຫ້ອງ
ສາວສະວັນຟ້າ ກຸມມາຣີແສນໂກດ
ຣະບຳກ່ອມກ້ຽວ ຣະງົມໃຊ້ເສບພຣະອົງ
ໃນສະວັນຊັ້ນ ຕຸສິຕາທີ 4
ພຣະບໍ່ ມີພຣະໄທທຸກ ທໍ່ໃຍຍອງນ້ອຍ
ນັບແຕ່ ອົງພຸດໂທສ້າງ ບາຣະມີເກິດກໍ່
ປຣາຖະນາ ເປັນພຣະພຸດທະເຈົ້າ ອົງລ້ຳໂລກລື
4 ອະສົງໄຂສ້າງ ແສນປາຍປຸນເສດ
ນັບແຕ່ ກັບຖ່າຍຕັ້ງ ສະວັນຟ້າທ່ອງທຽວ
ລາງເທຶ່ອນັ້ນ ກັບເກິດເປັນມະນຸດ
ສີນຫົວຕັດ ທອດທານທັງເນື້ອ
ມັງສັງຊິ້ນ ໄນຕາດວງພຣະເນດ
ພຣະບໍ່ ມີອ່າວເອື້ອ ທານໄດ້ຊູ່ແນວ ແທ້ແລ້ວ
ລາງເທື່ອນັ້ນ ບໍຣິຈາກປຸດຕາ
ພຣິຍາເມັຍຂວັນ ທອດທານບໍ່ມີໄວ້
ຍາມເມື່ອ ລົງໄປໃຊ້ ກັມເວນເປັນພຣະເຫວດ
ພຣະກໍ ທານລູກແກ້ວ ທັງຊ້ຳມິ່ງສົມ ແທ້ແລ້ວ
ດັບຊາດມ້ຽນ ເມືອສູ່ເມືອງສະວັນ
ຍູທ່າງ ເຊີຍຊົມສຸກ ສຳລານດີບໍ່ມີຮ້ອນ
ຈວນຈຳໃກ້ ຄາວພຣະອົງສິຕັດເກດ
ລົງສູ່ພື້ນ ເປັນແກ້ວແກ່ນພຸດໂທ ເຈົ້າເຮີຍ
ເມື່ອນັ້ນ ພຣົມພ່ຳພ້ອມ ເທວະຣາຊອິນທຣາ
ເທວາ ໃນສະວັນ ຊູ່ອົງບໍ່ມີເວັ້ນ
ກັບທັງ ໂລກະບານທ້າວ ຈັດຕຸໂຣທັງ 4
ໄປພ່ຳພ້ອມ ນິມົນເຈົ້າໜໍ່ພຸດໂທ ເຈົ້າເຮີຍ
ເມື່ອນັ້ນ ພຣົມເນັ່ງນ້ອມ ຊູລີເກດທູນຖວາຍ
ຂໍນິມົນ ພຣະອົງລົງໄປ ຕຣັດເປັນສັບພັນຍູເຈົ້າ
ເທສະນາໄຂແຈ້ງ ເອົາສັດເຂົ້າ ນີຣະພານພົ້ນໂລກ
ລອຍຂວ້າມ ໂອຄະກວ້າງ ທະເລນ້ຳແມ່ຫລວງ
ຝູງສັດ ເມົາປ່ວງບ້າ ມົວມືດຕັນຫາ
ອະວິດຊາ ເປັນທຸລີ ບໍ່ສ່ອງຫວນເຫັນແຈ້ງ
ຫາກບໍ່ ກູນາເຍື້ອນ ຄະນິງຕາຕອງໂລກ
ຝູງສັດເຫັນສິ ມົວມືດໃບ້ ບໍ່ເຫັນຮູ້ຮ່ອມທັມ ເຈົ້າເຮີຍ
ເມື່ອນັ້ນ ເທວະຣາຊເຈົ້າ ຕົນປະເສິດຕຸສິຕາ
ວາຈາໄຂ ຂ່າວພຣົມຄຳແຈ້ງ
ອັນວ່າ ໂລກີພື້ນ ປະຖະພີພາຍລຸ່ມ
ກໍສິພໍ ຮູ້ເງື່ອນຂໍ້ ກະບວນເບື້ອງແຫ່ງທັມ ແທ້ແລ້ວ
ນັກຄະເຣດກວ້າງ ຫົນແຫ່ງກະບິນ
ເປັນນະຄອນຫລວງ ແຫ່ງໂພທິຍານເຈົ້າ
ສິຣິສຸດໂທທ້າວ ເປັນອົງປິຕຸເຣດ
ສີມະຫາ ມະຍາມິ່ງເຫງົ້າ ເປັນແກ້ວແມ່ພຣະອົງ ແທ້ແລ້ວ
ອັນວ່າ ຝູງສ່ຳເຊື້ອ ມະນຸດຊາດຊາວຄົນ
ຍາມນັ້ນອາຍຸ ໄຂເປັນເກນ ຮ້ອຍຊາວເຖິງຖ້ວນ
ພຣະກໍ ສໍຣະຍານຮູ້ ກະບວນທາງເຍືອງສ່ອງ
ເຫັນ ວິໂລກະນາດກວ້າງ ຜາຍຜ້ຽນຮ່ຳຄະນິງ ແທ້ແລ້ວ
ພຣະບາດເຈົ້າ ຮັບຣາຊນິມົນ
ເທວະດາ ທັງອິນພົມ ຍື່ນປະນົມຍໍນິ້ວ
ອັນວ່າ ໂພທິສັດເຈົ້າ ສິໄລລາເທວະໂລກ
ພຣະສິ ຜາຍແຜ່ກວ້າງ ພຣະທັມເຈົ້າເປັ່ງໄຂ ແທ້ແລ້ວ
ສິໄດ້ ຕັດສ່ອງແຈ້ງ ເປັນເອກອົງພຸດໂທ
ປຣະທານຄຳສອນ ແກ່ຄົນທັງຄ້າຍ
ອັນວ່າ ໂພທິສັດເຈົ້າ ທົງທັມຄະນິງຮ່ຳ
ບຸບພະນິມິດ ບັງເກີດຂຶ້ນ ພຣະອົງເຈົ້າເລົ່າເຫັນ
ອັນວ່າ ຜ້າກ້ຽງທິບ ຜືນອ່ອນສຸຂຸມານ
ເລີຍເລົ່າ ມີອາການ ກິ່ນເໝັນຜາງຮ້າຍ
ພຣະ ຄະນິງເຫັນແຈ້ງ ສິລາລົງໂລກລຸ່ມ
ອາຍຸ ໄຂແຈ່ມເຈົ້າ ສະວັນຟ້າບໍ່ຢູ່ນານ ແທ້ແລ້ວ
ເມື່ອນັ້ນ ສັກໂກໄທ້ ອິນທຣາເທວະຣາຊ
ເຊິນເອົາ ໂພທິຣາຊເຈົ້າ ໄປຫລິ້ນທ່ຽວສວນ
ທັງເລົ່າ ໄປອາບນ້ຳ ອະໂນດາດສະສີ
ເທວາ ທັງອິນພຣົມ ແຫ່ພຣະອົງລະວັງລ້ອມ
ແລ້ວເລົ່າ ເລີຍສະເດັດເຂົ້າ ອຸທິຍານສວນໃຫຍ່
ລົງສູ່ ສະບໍ່ແກ້ວ ສະບາຍເນື້ອໂສດສົງ
ມີພ່ຳພ້ອມ ປະທຸມມາດຈັງກອນ
ບາງດອກ ບານຈູມຈີ ຕູບແຂໄຂອ້າ
ມີທັງ ຈຳປາສ້ອຍ ກະດັງງາຫອມອ່ອນ
ຂິກສະເດື່ອພ້ອມ ບານບ້າງແບ່ງສີ
ດູປະຫລາດແທ້ ແຍ້ມຍິ່ງແຂໄຂ
ຄືດັ່ງ ມີມະໂນໃຈ ຮັກຫໍ່ອົງພຸດໂທເຈົ້າ
ມີທັງ ປັກສາເຊື້ອ ກະທາເຂົາເປົ້າປ່າ
ກໍຣະວີກຮ່ຳຮ້ອງ ເຢັນສະບັ້ນສົ່ງສຽງ
ອັນວ່າ ອະໂນດາດກວ້າງ ສະໃຫຍ່ຕີຟອງ
ຄືສິ ເຜີຍວາຈາ ຕໍ່ອົງພຸດໂທເຈົ້າ
ເຊິນພຣະ ອົງລົງຫລິ້ນ ທະເລຫລວງເມື່ອລຸ່ມ ພາຍພູ້ນ
ສົງສານ ເລິກແລະກວ້າງ ສະບາຍເນື້ອລ່ອງລອຍ ພຣະເຮີຍ
ເມື່ອນັ້ນ ໂພທິຣາຊເຈົ້າ ຫລິງໂລກໂລກາ
ຄວນທີ່ ກູລົງໄປ ສູ່ສະຖານພາຍໃຕ້
ອັນວ່າ ນິກອນເບື້ອງ ຊາວຊົນມະນຸດໂລກ
ພະຍາ ພຣົມປ່າວຮ້ອງ ຖະແລງແຈ້ງຂ່າວສານ
ບອກວ່າ ໂພທິຣາຊເຈົ້າ ຕົນປະເສິດໂຄດົມ
ລົງມາ ຕຣັດສັບພັນຍູ ໂຜດສັດທັງຄ້າຍ
ຍັງບໍ່ ເຫິງນານໄດ້ 12 ປີທັດທ່ຽງ
ສູທ່ານ ຕົກແຕ່ງຕັ້ງ ທານສ້າງຢ່າຖອຍ ນັ້ນເທີ້ນ
ນັບແຕ່ ກັບຖ່າຍຕັ້ງ ຣະດູປ່ຽນວັນຄືນ
ພໍຍາມດີ ໜໍ່ພຸດໂທສິລາຫ້ອງ
ສວງສວັນຟ້າ ເທວະດາເອິ້ນສັ່ງ
ຈັກກະວານສະນັ່ນນ້າວ ດັງສະທ້ານຫວັ່ນໄຫວ
ເມື່ອນັ້ນ ໂພທິຣາຊເຈົ້າ ລາຈາກເມືອງແມນ
ແຍງນະຄອນກະບິນ ຈິ່ມກະແສແສນທ້າງ
ອັດສະຈັນເຄົ້າ ທໍຣະນີພື້ນແຜ່ນ
ຟ້າແຜດຮ້ອງ ຄະນອງບ້າເປັ່ງສຽງ
ທໍຣະນີຮ້ອງ ອໍຣະຫົນກຳປະນາດ
ສຽງກຶກກ້ອງ ສະເທືອນເຄົ້າທົ່ວແດນ
ມະຫາ ສະມຸດໃຫຍ່ກວ້າງ ບັງເກິດຕີຟອງ
ມັງກອນ ທັງປູປາ ໝູ່ຄະນາແນວນ້ຳ
ເຂົາກໍ ໂຄສະກະຮ້ອງ ລະງົມສຽງສານແຜດ
ຝູງໝູ່ ແຮດແລະຊ້າງ ຄະນາເນື້ອປ່າໄພ
ທຸກແງ່ເງື້ອມ ເຂົາໃຫຍ່ຫິມະພານ
ກັບທັງ ເຂົາສິເມນ ອ່ອນປາຍໄກວ່ຄ້ອມ
ໂລກັນພື້ນ ອະເວຈີໝໍ້ໃຫຍ່
ແສງສະວ່າງແຈ້ງ ບໍ່ຮົນຮ້ອນຊົ່ວຄາວ ເຈົ້າເຮີຍ
ອັນວ່າ ນະຮົກກວ້າງ ໄຟມອດສູນແສງ
ຄົນຫູໜາກ ທັງຕາມົວ ເລົ່າຫວນເຫັນແຈ້ງ
ຄົນທີ່ ເປັນຫິດເຮື້ອນ ຄະຍືໄອເປັ້ຍຄ່ອມ
ເລີຍເລົ່າ ລຸກແລ່ນໄດ້ ຄີງກ້ຽງດັ່ງເຫລົາ ເຈົ້າເຮີຍ
ອັນວ່າ ຝົນຫ່າແກ້ວ ກໍຮຳຢາດທໍຣະນີ
ເປັນແສງສາຍ ຫລັ່ງລິນລົງເລື້ອຍ
ອັນວ່າ ເສືອເຫັນເນື້ອ ກໍມີໃຈຮັກຫໍ່ ກັນແລ້ວ
ກາດຳ ກັບນົກເຄົ້າ ເປັນແກ້ວສ່ຽວສະຫາຍ ແທ້ແລ້ວ
ອັນວ່າ ສັດຈ່ອງໄວ້ ອາຄາດກັມເວນ
ເລີຍເລົ່າ ມີໃຈຮັກ ຕໍ່ກັນທັງດ້າວ
ອັດສະຈັນໃຈແທ້ ທັງຫລາຍດູປະຫລາດ
ບາຣະມີກ່ອມກູ້ມ ຍານເຈົ້າແຜ່ທັມ ແທ້ແລ້ວ
2.2 ນາງສຸບິນເຫັນຊ້າງເຜືອກ
ບັດນີ້ ຈັກກ່າວເຖິງ
ຜູ່ຜ່ານພື້ນ ນະຄອນໃຫຍ່ເມືອງຫລວງ
ສິຣິສຸດໂທທົງ ນັ່ງປອງເປັນເຈົ້າ
ອັນວ່າ ມາຍາແກ້ວ ເທວີນາງເອກ
ໃຈຊື່ນຊ້ອຍ ພຣະໄທຕັ້ງຕໍ່ທານ ແທ້ແລ້ວ
ເມື່ອນັ້ນ ພຣະບາດເຈົ້າ ເຕີນຣາຊະມຸນຕີ
ໃຫ້ທ່ານ ພາກັນຕົກ ແຕ່ງນະຄອນທັງຄ້າຍ
ແລ້ວເລົ່າ ພາກັນຫລິ້ນ ມະຫະກັມສົມໂພດ
ເຈັດພ່ຳມື້ ວັນແລ້ວຈິ່ງເລິກລາ
ອັນວ່າ ພຣະມິ່ງຕົ້ນ ນາງນາດເທວີ
ພຣະໄທທວງຮັກ ຕໍ່ທານບໍ່ມີເວັ້ນ
ນາງປະດັບເນື້ອ ສັງວານຄຽນຄາດ
ນ້ຳທິບໄດ້ ນາງນ້ອຍສ່ວຍສົງ
ແລ້ວຍື່ນນິ້ວ ເທທອດທານຂອງ
ຍາຈົກ ທັງຄົນຂໍ ຄັ່ງພະລານພໍລ້ານ
ອຸກຂະລຸກເອົ້າ ຊວນກັນຊິງຍາດ
ບາງພ່ອງ ປະໄປ່ກົ້ນ ແປນເນື້ອເພື່ອນເຫັນ
ທຸກທີ່ນ້ອມ ຊົມຊື່ນໂມທະນາ
ກັນລະຍານາງ ທອດທານເທໃຫ້
ຖະນິມພອນແກ້ວ ກອງມະນີມ້າວມິ່ງ
ສັງຂະຍາອ່ານໄດ້ ປະມານຖ້ວນ 4 ແສນ
ແລ້ວເລິກມ້ຽນ ເມືອສູ່ມຸນທຽນ
ອຸໂບສົດສີນ ພ່ຳເພັງພຣະໄທຕັ້ງ
ກັນລະຍານ້ອຍ ຄະນິງໃຈຈົງມາກ
ສັງຂານທັມ ບໍ່ທ່ຽງໝັ້ນ ວັນມື້ສ່ອງບໍ່ເຫັນ ແທ້ແລ້ວ
ນາງຮ່ຳແລ້ວ ສະເດັດສູ່ບັນທົມ
ກັມມັດຖານ ນາງບໍ່ໄລວາງເວັ້ນ
ປັນນະຣະສີຖ້ວນ ອາສາລະຫະປຸນນະມີມາດ
ໂພທິສັດ ເຂົ້າສູ່ຫ້ອງ ນາງນ້ອຍແມ່ນຍາມ ແທ້ແລ້ວ
ຟັງຍິນ ລົມສວາດໄມ້ ຜະລຽງໂລກທະລັງສີ ພຸ້ນເຍີ
ສຸຣິໂຍລັບ ຫລ່ຽມເຂົາສິເມນເບື້ອງ
ຈັນທາຈອນມົ້ມ ແສງສູນພົ້ນພ່າຍ
ນາງກໍ ຫລັບຍິບຍັ້ງ ຍາມນ້ອຍຫນຶ່ງຝັນ
ຝັນວ່າ ຈະຕຸໂລກທ້າວ ທັງ 4 ອົງກະສັດ
ເອົາຕຽງຄຳ ພ່ຳມວນຕຽງແກ້ວ
ແລ້ວເລົ່າ ເຊິນນາງນ້ອຍ ສະຖິດນອນເທິງແທ່ນ
ນາງກໍ ຍົວຣະຍາດຂຶ້ນ ຕຽງແກ້ວນັ່ງເນົາ
ຈະຕຸໂລກທ້າວ ທະຍານວິ່ງເວຫາ
ພານາງລ່ວງ ພະໂຍມຍັງຟ້າ
ແຍງຫົນຫ້ອງ ຫິມະພານໄພຍະມາດ
ແລ້ວເລົ່າ ວາງອ່ອນນ້ອຍ ລົງພື້ນແຜ່ນດິນ
ໃນຊ່ອງຊັ້ນ ຫິມະວາດເຂົາຫລວງ
ເປັນສະຖານຜ້ຽງ ດັ່ງກະດານປູແປ້ນ
ສັງຂະຍາໄດ້ ທາງໄກ 60 ໂຍດ
ທີ່ນັ້ນ ຮັງດອກດົ້ວ ໃບກ້ານກ່ອງງາມ
ປົກແຜ່ເຄົ້າ ບັງດູດແສງສູນ
ພະພາຍພານພັດ ຮົ່ມເຢັນສະບາຍເນື້ອ
ຝັນວ່າ ຣາຊາທ້າວ ໂລກະບານທັງ 4
ເຊິນອ່ອນນ້ອຍ ລົງນ້ຳທ່າພຽງ
ສົງສ່ວຍລ້າງ ອະໂນດາດສະສີ
ເທວີນາງ ກໍເລົ່າລົງສະນາມກວ້າງ
ປະຖະພີກ້ຽງ ກະໄດເງິນແກ້ວກໍ່
ເປັນທ່າເຈົ້າ ພຸດໂທຕັ້ງແຕ່ເດີມ ແທ້ແລ້ວ
ນາງລ່ອງນ້ຳ ສົງໂສດອຸທະກັງ
ເທວາ ເອົາພູສາ ຍື່ນມາຖວາຍນ້ອມ
ຝັນວ່າ ປັບພະໂຕຕັ້ງ ເຂົາຫລວງເຮືອງເຮື່ອ
ບັງເກິດ ເປັນໜ່ວຍແກ້ວ ເງິນເຫລື້ອມເປັ່ງແສງ
ຝັນວ່າ ໂພທິຣາຊເຈົ້າ ຕົນປະເສິດບາບຸນ
ແຜງຕົນ ເປັນກຸນຊອນ ເຜືອກຂາວສານນ້ອຍ
ບົດຈອນເຕັ້ນ ເທິງຫລັງຍ້າຍຍ່າງ
ແລ້ວເລົ່າ ກັບຕ່າວຕັ້ງ ລົງຫລິ້ນໃຕ້ດິນ
ມືຖືແກ້ວ ປະທຸມມາບານແບ່ງ
ເຜີຍກີບອ້າ ລະອອງຟົ້ງກິ່ນຫອມ
ເລາະລຽບຕ້າຍ ເຂົາມາດເງິນຍວງ
ປະທັກຂິນາວຽນວົນ ແວດລະວັງເດິນຫລິ້ນ
ຊ້າງກໍ ເອົາບົວແກ້ວ ປະທຸມມາຍໍຍື່ນ
ນາງກໍທອດ ພະເນດຢ້ຽມ ຕາສິ້ງລ່ຳແຍງ
ແລ້ວຍື່ນນິ້ວ ເຣວຮັບບົວຫລວງ
ພໍຄາວເລີຍ ຕື່ນຕົກໃຈສະດຸ້ງ
ເທວີແກ້ວ ຄະນິງຕົນຄຶດຮ່ຳ
ພໍເຫັນ ແສງສ່ອງພົ້ນ ເຂົາລ້ານພຸ່ງມາ ພຸ້ນເຍີ
ນາງກໍ ດາແຕ່ງເນື້ອ ລົງສູ່ມຸນທຽນ
ທູນເທໂວ ເຜົ່າຜົວປະນົມນິ້ວ
ຍໍປະກຽນນ້ອມ ຄຳຝັນຖະແລງເຫດ
ຂໍໃຫ້ ພຣະມິ່ງແກ້ວ ປັນຍາສິ້ງສ່ອງຍານ ແດ່ທ້ອນ
ເມື່ອນັ້ນ ພຣະກໍ ທັນມາພ້ອມ ໝໍໂຫນໂຫຣາສາດເພດ
ຫົກສິບສີ່ແທ້ ທວາຍຄິ້ວແມນຢຳ
ເມື່ອນັ້ນ ພຣາມນອບນິ້ວ ປະນົມທອດທູນຖວາຍ
ຂໍແຕ່ ເທໂວພຣະ ຢ່າຄະນິງຄຳຮ້ອນ
ອັນວ່າ ສຸບິນເບຶ້ອງ ດີແວນເຮືອງປະເສິດ ຈິງແລ້ວ
ອາທິດ ເນົາຢູ່ຍ້ອງ ກົງແກ້ວເສດສູນ
ພຸດເຄື່ອນຍ້າຍ ເຈັຍຣະຈາກໄກກັນ
ພະຫັດ ທຽມສຸກເສົາ ຮ່ວມໃນກົງແກ້ວ
ພໍດີໄດ້ ກົງກັນດວງຣືກ
ໃຜຫາກ ຖືກໜ່ວຍນີ້ ຣິດທີກ້າເກິ່ງພຣົມ
ນາງສິ ໄດ້ໜໍ່ເນື້ອ ບຸຕະຣາຊຊາຍເຊັງ
ບາຣະມີມຸງ ແຜ່ນດິນກວມກຸ້ມ
ເປັນອົງແກ້ວ ສັບພັນຍູດວງຍອດ
ພຣະຢ່າ ໄດ້ອ່າວເອື້ອ ຄຳຮ້ອນບໍ່ມີ ແທ້ແລ້ວ
ເມື່ອນັ້ນ ພຣະບາດໄທ້ ຊົມຊື່ນຍຸ້ມຫົວ
ປຣະທານລາງວັນ ແກ່ພຣາມພໍລ້ານ
ບະບວນແລ້ວ ສຸບິນນາງນາດ
ຖວາຍແກ່ ນັກປຣາດເຈົ້າ ຄວນຮູ້ຮ່ຳຄະນິງ ແດ່ທ້ອນ
2.3 ປຣະສູດ
ບັດນີ້ ຈັກກ່າວເຖິງ
ໂພທິຣາຊເຈົ້າ ຕົນປະເສິດບາບຸນ ກ່ອນແລ້ວ
ພຣະກໍ ລາສວງສະວັນ ສູ່ນະຄອນພາຍໃຕ້
ແລ້ວເລົ່າ ເຂົ້າສູ່ຫ້ອງ ຄັນພະວີກນາງເມືອງ
ອັດສະຈັນມີ ທົ່ວນະຄອນທັງຄ້າຍ
ອັນວ່າ ເມືອງຫລວງກວ້າງ ເປັນແສງໃສອາດ
ຣັດສະມີເຮື່ອແຈ້ງ ປະກາຍແກ້ວເຮື່ອເຮືອງ ແທ້ແລ້ວ
ອັນວ່າ ຈັກກະວານເຫລື້ອມ ທະລັງສີເຮືອງໂລກ
ດອກ ມົນທາຢູ່ຟ້າ ສະວັນພູ້ນຫວ່ານລົງ
ອັນວ່າ ອາກາດກວ້າງ ປະກາຍເຮື່ອເຮືອງແສງ
ຝູງໝູ່ ມາລາທິບ ລ່ວງລອຍເຫິນຟ້າ
ອັນວ່າ ນິກອນເຊື້ອ ປະຊາບານຊົມຊື່ນ
ຄືດັ່ງ ປາຂາດຂ້ອນ ເຫັນນ້ຳແມ່ນະທີ ນີ້ແລ້ວ
ຝູງໝູ່ ສັດສ່ຳເຊື້ອ ມະຫິງຊາດງົວຄວາຍ ກໍດີ
ເຂົາກໍ ເອົາກັນແຫະ ແຫນສະເທືອນລະງົມພື້ນ
ເພາະເພຶ່ອ ຍິນດີດ້ວຍ ມະໂນໃນຊ້ອຍຊື່ນ
ທາງເທື່ອ ໂສມະນັດນ້ອມ ນ້ຳຕາຍ້ອຍຍ່າວໄຫລ
ກໍເພາະ ຄຶດອ່າວເອື້ອ ຄະນິງຊາດພາຍຫລັງ
ເຫັນຕົນ ຍັງເປັນສັດ ຕ່ຳແນວນາມຊ້າ
ບໍ່ໄດ້ ທັນເຫັນເຈົ້າ ອົງພຸດໂທລົງເກິດ
ກໍຈິ່ງ ແຄ້ນຄັ່ງເອົ້າ ໝອງເສົ້າເມື່ອຍມະໂນ ແທ້ແລ້ວ
ເມື່ອນັ້ນ ພູໄຊທ້າວ ພະຍາໃຫຍ່ສີສຸດໂທ
ພຣະກໍ ປຸນແສນສາວ ແວດລະວັງນາງແກ້ວ
ນັກສະນົມເຝົ້າ ປັນຍາມຜັດປ່ຽນ
ບົວລະບັດແຈ່ມເຈົ້າ ນາງແກ້ວແມ່ເມືອງ
ບໍ່ໃຫ້ ເຄືອງຄຳຮ້ອນ ອະນາທອນທຸກທະເວດ
ເທວະດາຢູ່ຟ້າ ມາເຝົ້າແຫ່ແຫນ
ອັນວ່າ ຈະຕຸໂລກທ້າວ ທັງ 4 ອົງກະສັດ
ຖື ພຣະແສງຂັນ ຢູ່ລະວັງນາງແກ້ວ
ກົວມີ ມານທຳຮ້າຍ ອຸທອນຄັນພະວີກ
ນາງນາດນ້ອຍ ເຫັນແລ້ວຊື່ນພຣະໄທ
ນາງບໍ່ ຄຶດໄຄ່ຢ້ານ ທັງ 4 ອົງກະສັດ
ທຳກະບວນເໝືອນ ດັ່ງທາສາໃຊ້
ກໍເພື່ອ ບາຣະມີເຈົ້າ ໂພທິຍານກຸ້ມເຫລື້ອມ
ສີສະວາດແກ້ວ ນາງນ້ອຍບໍ່ໄຄ່ກົວ ແທ້ແລ້ວ
ນາງລະນຶກນ້ອມ ພຽນພ່ຳທົງສີນ
ບໍ່ໄດ້ ມີມະໂນຫວນ ກ່ຽວກາມຄຸນໄດ້
ອັນວ່າ ສິຣິສຸດໂທທ້າວ ສາມິໂກຜົວມິ່ງ
ກໍບໍ່ ໄດ້ກ່ຽວແກ້ວ ຊົມຊ້ອນດັ່ງຫລັງ ແທ້ແລ້ວ
ກໍເພື່ອ ອຳນາດເຈົ້າ ໂພທິຣາຊໃນຄັນ
ນາງເລົ່າ ມີສີໃສ ດັ່ງມະນີໂຊດແກ້ວ
ບໍ່ໄດ້ ເໝັນກາຍຮ້າຍ ສະເມີຄົນຊັ້ນຕ່ຳ
ຍາມເມື່ອ ທົງຄັນນັ້ນ ສີເສົ້າຫລ່າໝອງ
ທັງເລົ່າ ໜາກໜ່ວງທ້ອງ ບັງເກິດອໍລະຫົນ
ທົນທະລອນທຸກ ນັ່ງເດິນກໍດູຮ້າຍ
ອັນວ່າ ສົມສະງ່ຽມເຈົ້າ ລີລາກໍຄົມຄ່ຽມ
ຍົວຣະຍາດຍ້າຍ ເໝືອນໄທ້ເທບແມນ
ຫອມກິ່ນເນື້ອ ກ້ານເກດຈັງກອນ
ເໝືອນດັ່ງ ບຸສະບາບານ ເຮື່ອເຮືອງໃນຕົ້ນ
ສ່ວນວ່າ ໂພທິສັດເຈົ້າ ເນົານັ່ງພາວະນາ
ໃນ ອຸທອນມານດາ ແມ່ຕົນສະບາຍເນື້ອ
ຣັດສະມີໃສເຫລື້ອມ ທຽມມະນີແກ້ວສ່ອງ
ໃນ ມະໂນຊື່ນຊ້ອຍ ໃຈເຈົ້າຢູ່ສະບາຍ
ພຣະບໍ່ ມີແປດເປື້ອນ ປຸບໂພເລືອດໂລຫິດ
ຄືດັ່ງ ຄຳມະນີຄະ ເປັ່ງແສງໃນເບົ້າ
ອັນວ່າ ມາຍາເຈົ້າ ເພັງໂສມໃສຮູບ
ພຣະຖັນບໍ່ເສົ້າ ທັງທ້ອງກໍບໍ່ຕູນ ເຈົ້າເຮີຍ
ຜິວເຜົ່າເນື້ອ ງາມກ່ວາຄາວຫລັງ
ອຸໂບສົດສິນ ບໍ່ລະໄລວາງເວັ້ນ
ອາຈິນແທ້ ມານດາໂພທິຣາຊ
ສີນຄາດເນື້ອ ຄຽນໝັ້ນບໍ່ໄລ ແທ້ແລ້ວ
ກໍເພື່ອ ອຳນາດເຈົ້າ ໂພທິຣາຊບາບຸນ
ນາງເຄີຍ ເປັນມານດາ ແມ່ພຣະອົງເລິງເລື້ອຍ
ການລະດູໄດ້ ວັນຄືນແຖມຖ່າຍ
ທົດສະມາດເຂົ້າ ເດືອນລ້ຳລ່ວງເຖິງ ແທ້ແລ້ວ
ນາງຮ່ຳຮູ້ ຄະນິງທີ່ຫວນເຫັນ
ອັນວ່າ ສັງຂານກູ ບໍ່ຍືນຍາວໄດ້
ອັນວ່າ ໂພທິສັດເຈົ້າ ບາບຸນບຸຕະຣາຊ
ປຣະສູດຈາກທ້ອງ ອຸທອນແກ້ວແມ່ມາ
7 ພ່ຳມື້ ວັນຖ່າຍແຖມເຖິງ
ກູຈັກ ມໍຣະນາລົດ ລ່ວງເມືອເມືອງຟ້າ
ຄວນກູ ຄືນເມືອຫ້ອງ ພາຣາເມືອງພໍ່ ພາຍພູ້ນ
ໃຫ້ແມ່ ເຫັນໜ້າແກ້ວ ກຸມມານນ້ອຍຊື່ນພຣະໄທ
ນາງຮ່ຳແລ້ວ ສະເດັດສູ່ມຸນທຽນ
ທູນເທໂວ ມິ່ງສະມອນຜົວແກ້ວ
ຍໍປະຫຽນນິ້ວ ປະນົມກອນກອຍກ່າວ
ຂໍໃຫ້ ພຣະມິ່ງເຫງົ້າ ກູນາແກ້ໂຜດຜາຍ ແດ່ທ້ອນ
ອັນວ່າ ໂພທິຣາຊເຈົ້າ ແນວໜໍ່ນາມກະສັດ
ພຣະຢູ່ ໃນອູທອນ ພ່ຳພຣະນາງນານແລ້ວ
ບະບວນຖ້ວນ 10 ເດືອນເລີຍລ່ວງ ມານີ້
ນ້ອງໄຄ່ ກັບຕ່າວຕັ້ງ ນະຄອນກວ້າງແຫ່ງຕົນ
ເພື່ອ ປະສູດລູກແກ້ວ ດອມຍາດວົງສາ
ພໍໃຫ້ ມານດາຊົມ ຊື່ນພຣະໄທດອມນ້ອຍ
ແລ້ວຈິ່ງ ກັບຫົນຫ້ອງ ນະຄອນຄຳເມືອງເອກ
ນ້ອງບໍ່ ໄປຢູ່ຊ້າ ການແລ້ວສິຕ່າວຄືນ ດອກນາ
ອັນໜຶ່ງນັ້ນ ບໍ່ມີທ່ຽງຄຳຕາຍ
ລາງເທື່ອ ກຳຈອນເຖິງ ໄຕ່ຕາມຕົນນ້ອງ
ຍາມເມື່ອ ກຸມມານນ້ອຍ ໂພທິຍານສະເດັດອອກ ມານັ້ນ
ນ້ອງສິ ລົດຊົ່ວມ້ຽນ ເມືອຟ້າກ່ອນພຣະອົງ ບໍ່ຮູ້
ນ້ອງຈິ່ງ ນົບເນັ່ງນິ້ວ ຕ້ານສັ່ງຄຳສອງ
ຖ້າບໍ່ ມໍຣະນາຕາຍ ສິຕ່າວມາທຽມທ້າວ
ຖ້າວ່າ ບຸນໝົດສ້ຽງ ເມືອສະວັນເທວະໂລກ
ນ້ອງບໍ່ ໄລແຈ່ມເຈົ້າ ສິທຽມທ້າວເມື່ອລຸນ ພູ້ນແລ້ວ
ເມື່ອນັ້ນ ພຣະບາດເຈົ້າ ທົງແທ່ນນະຄອນຫລວງ
ພໍພຣະໄທທວງຄຶດ ຮ່ຳຄະນິງນາງຕ້ານ
ເມື່ອຈັກ ຂັດຂວາງຫ້າມ ພຣະໄທນາງຈິ່ງໝອງໝົ່ນ
ຄວນ ກູນາອອ່ນນ້ອຍ ໄປຢ້ຽມເຜົ່າພົງ ຊອບແລ້ວ
ພຣະຮ່ຳແລ້ວ ມີຣາຊບັນຊາ
ປຣະທວນຕີຕຣາ ປ່າວຂຸນແສນທ້າວ
ໃຫ້ທ່ານ ເອົາກັນສ້າງ ຖະນົນທາງກວ້າງໃຫຍ່
ມັນຄາ ໄຕ່ເຕົ້າເທວະທະຫະ ນະຄອນພູ້ນບ່ອນປະສົງ ນັ້ນເນີ
ພື້ນຮາບກ້ຽງ ບຸບຜາຊາດໂຮຍຮວາຍ
ຜາຍມາລາ ປູກປຸນເປັນຊະລ້າຍ
ຢາຍສອງຂ້າງ ມັນຄາທາງທ່ຽວໄຕ່
ກ້ວຍແລະອ້ອຍ ທຸງແສ້ວສອດສີ
ທາງເທິງພ້ອມ ເພດານມຸງມາດ
ຂ່າຍດອກໄມ້ ມຸງກັ້ງກໍ່ກວມ
ສັບພະສັນພ້ອມ ໂພສະນັງທຸກເຍື່ອງ
ຢ່າໄດ້ຊ້າ ຈວນມື້ເລັ່ງວັນ ທ່ານເຮີຍ
ເມື່ອນັ້ນ ຂຸນເນັ່ງນ້ອມ ຊູລີເກດລາລົງ
ເຖິງສະນາມໄຊ ປ່າວສຽງຫານຫ້າວ
ທັງແສນທ້າວ ຊາວນະຄອນໄຫລຫລັ່ງ
ເຂົາກໍ ຊົມຊື່ນດ້ວຍ ຢາກເຫັນນ້ອຍໜໍ່ພຸດໂທ
ຂຸນຟັ່ງຟ້າວ ຮີບເຮັ່ງເລວພະລັນ
ຕໍໂພນຂຸດ ພົງຖາງຟັນມ້າງ
ຂຸມເຫວຫ້ວຍ ລຳທານບຶງບໍ່
ທັງແມ່ນ້ຳ ຖົມດ້ວຍແຮ່ຊາຍ
ຝູງໝູ່ ຄົນຫລາຍລົ້ນ ຊິງກັນບານປົວ
ຄືນບໍ່ເວັ້ນ ເວັນພ້ອມພ່ຳກະທຳ
ເຮືອງເຮື່ອແຈ້ງ ຄືດັ່ງດາວພະກາຍ
ຫລາຍວັນຄືນ ພ່ຳນານເລີຍແລ້ວ
ກໍ່ເພື່ອ ບາຣະມີເຈົ້າ ໂພທິຍານມຸງເຫລື່ອມ
ຄົນບໍ່ ອິດເມື່ອຍລ້າ ກຳລັງກ້າວກວ່າຫລັງ
ພື້ນຮາບກ້ຽງ ສະເມີໜ້າກອງໄຊ
ຍາມເມື່ອ ລົມພານພັດ ຝຸ່ນລະອອງບໍ່ປິວຟົ້ງ
ກົງສະເມີຜ້ຽງ ປຸນປານເຊືອກໄຕ່
ມັນຄາໃຫຍ່ກວ້າງ ຄົນດັ້ນດຸ່ງສະບາຍ
ເຮືອງເຮື່ອດ້າວ ເດັຍຣະດາດເພດານ
ດາວຄຳປະດັບ ຂ່າຍກະດິງແກມແກ້ວ
ສະເວດສັດເຫລື້ອມ ທຸງປິວສະບັດແກວ່ງ
ອຸແອ່ງຕັ້ງ ຂັງນ້ຳຢູ່ເຕັມ
ຄັນທະຊາດແກ້ວ ປະທຸມມາດຈັງກອນ
ຕາມຮິມທາງ ຫວ່າງແຈເຂົາຕັ້ງ
ມີທັງ ໂພສະນັງເຂົ້າ ປູປາປິ້ງຈີ່
ໝົກມອກອົ້ວ ຊິ້ນຫຍໍ້ຍຳຜັກ
ທັງຄາວຫວານ ຄູ່ອັນພຽງພ້ອມ
ເດັຍຣະດາດລົ້ນ ສອງຂ້າງທາງຖະນົນ
ໄວ້ເພື່ອ ຄົນທ່ຽວທາງ ຢູ່ກິນບໍ່ເຄືອງແຄ້ນ
ໃຜ ປະສົງໃດໄດ້ ຕາມໃຈທຸກຢ່າງ
ຍູທ່າງ ຝູງໄພ່ຟ້າ ປະຊາຊ້ອຍຊື່ນຊົມ ເຈົ້າເຮີຍ
ມັນຄາໃຫຍ່ກວ້າງ ປູຜ້າພົມຂາວ
ແຕ່ນະຄອນກະບິນ ສູ່ເທວະທະຫະພູ້ນ
ບະບວນແລ້ວ ຂຸນຫລວງຖວາຍບາດ
ເອັງຊູລີເນັ່ງນ້ອມ ທູນເຈົ້າໜໍ່ເມືອງ
ເມື່ອນັ້ນ ພຣະບໍ່ຊ້າ ເຕີນແຕ່ງດາຣະວັງ
ແສນພະຍາທົງ ຂີ່ພາຍສາຍຊ້າງ
ອັດສະດອນມ້າ ອານຄຳຄາດເຄື່ອງ
ຂຸນຂີ່ຍ້ອງ ກຳລັງກ້າວກົ່ງທະນູ
ຄົນຄັ່ງເຄົ້າ ພື້ນແຜ່ນປະຖະພີ
ອັກໂຂເພນີນັບ ໃຄ່ປະມານດູໄດ້
ໃຜກໍ ຍິນດີດ້ວຍ ຢາກໄປດູນ້ອຍອ່ອນ
ເມື່ອ ປະສູດມົ້ມທ້ອງ ສິເປັນດ້າມດັ່ງໃດ ນີ້ເດ
ອັນວ່າ ພຣະບາດເຈົ້າ ພະຍາໃຫຍ່ສຣີສຸດໂທ
ທົງພາຍສານ ເຜືອກຂາວຂົນແກ້ວ
ນາງງາມຂຶ້ນ ສີວິກາກົງແທ່ນ
ແກ້ວກໍ່ລ້ອມ ມະນີເຂັ້ມເປັ່ງແສງ ພູ້ນເຍີ
ພຣະບາດເຈົ້າ ສະເດັດຂີ່ພາຍສານ
ພໍເຫັນ ຮວນ ໆ ແສງ ດ່ວນພົນຍວງຍ້າຍ
ຟັງຍິນ ແຖຖະວິນກ້ອງ ກອງຍວງເຄົ້າຄື່ນ ພູ້ນເຍີ
ແຫນແຫ່ເຈົ້າ ຈອມໄທ້ພຣະຍອດເມືອງ
ຣະບຳກ່ອມກິ້ງ ເພັງສ້ອຍເສບພຣະອົງ
ນາງກະສັດເຊື້ອ ມາຍາຊ້ອຍຊື່ນ
ຟັງຍິນ ຕຸຣິຍາດຍ້າຍ ດັງເຄົ້າຄັ່ງບົນ ພູ້ນເຍີ
ຝູງໝູ່ ສາວບ່າວພ້ອມ ທ່ຽວທ່ອງທາງຖະນົນ
ມືເລົ່າ ຊ່ວງຊິງຈັບ ກ່ຽວສາວຈູງກ້ອຍ
ໃຈສະງວນຊູ້ ຊູມາລາຍໍຍື່ນ
ໃຫ້ພີ່ ຂໍຝາກນ້ອງ ເປັນແກ້ວມິ່ງຂວັນ ແດ່ທ້ອນ
ເມື່ອນັ້ນ ສາວຍິນຖ້ອຍ ແກ້ເງື່ອນຄຳຖະແລງ
ຢ້ານບໍ່ ສົມພຣະໄທທວງ ແຫ່ງອົງອວນອ້າຍ
ຖ້າພີ່ ກູນາເຍື້ອນ ມະໂນໃນຮັກຫໍ່
ຍາມເມື່ອ ກັບຕ່າວບ້ານ ສິເມືອຊ້ອນຮ່ວມສະເນ ພີ່ແລ້ວ
ເມື່ອນັ້ນ ບ່າວຍິນຖ້ອຍ ແກ້ເງື່ອນຄຳສະມອນ
ຂໍໃຫ້ ສາວຄໍຮຽມ ຢ່າມີໃຈລ້ຽວ
ເພາະເພື່ອ ກຸສົນອ້າຍ ບາຣະມີຍູ້ສົ່ງ
ຈິ່ງໄດ້ ເຫັນໝ່ອມນ້ອງ ເວລາຍ້າຍຍ່າງທາງ ພີ່ແລ້ວ
ຂໍໃຫ້ ທິພະກິ່ນແກ້ວ ເຍື້ອນໂຜດກູນາ ຮຽມທ້ອນ
ນ້ອງຢ່າ ໄລລາປະ ສິຫ່າງເຊີຍຊົມຊ້ອນ
ນຶກວ່າ ແນນນຳກ້ຽວ ກັນລົງນ້າວຈ່ອງ
ບໍ່ໄດ້ ເຫັນໝ່ອມນ້ອງ ພຣະໄທເອົ້າອັ່ງທວງ ແທ້ແລ້ວ
ເມື່ອນັ້ນ ສາວກ່າວຖ້ອຍ ແກ້ເງື່ອນພຣະໄມມິດ
ນ້ອງບໍ່ ຂີນພຣະໄທອວນ ສິລ່ອງເຮືອນຳນ້ຳ
ຢ້ານແຕ່ ທາງພຣະອວນອ້າຍ ແປງລົມລິ້ນອ່ອນ ບໍ່ເດ
ຊາດທີ່ປູມັນຫາກ ບຸບຸ່ນທ້າງ ປາສິຫ້າງລ່ອງຕາມ ພີ່ເນີ
ຄ້ອມວ່າ ສາວກ່າວແລ້ວ ຍ້າຍຍ່າງມັນຄາ
ຕາຊອນແລ ສອດສາວສະງວນຊູ້
ອັນວ່າ ພູບານເຈົ້າ ເດິນທາງຍວງໄພ່
ໄປສັ່ງນ້ອງ ຈອມໄທ້ພຣະຍອດນາງ
ແລ້ວຕ່າວຕັ້ງ ຄືນຫ້ອງແຫ່ງເດິມ ແທ້ແລ້ວ
ພຣະຈິ່ງ ຕ້ານສັ່ງນ້ອງ ນາງນາດສາວສະມອນ
ພີ່ສິ ຄືນນະຄອນຫລວງ ນັ່ງທົງຄອຍຖ້າ
ອັນວ່າ ໂຣຄາໄຂ້ ຈັງໄຮໂພຍພະຍາດ ກໍດີທ້ອນ
ຂໍໃຫ້ ປຣາສະຈາກເວັ້ນ ເຢັນເນື້ອສວ່າງສະບາຍ ພີ່ເນີ
ເມື່ອນັ້ນ ສຣີສະອາດແກ້ວ ນາງຣາຊເທວີ
ເອັງຊູລີນົບ ນັ່ງປຣະນົມຍໍນິ້ວ
ຂໍໃຫ້ ອົງກະສັດໄທ້ ຄືນນະຄອນຕູ້ມໄພ່
ນ້ອງບໍ່ ໄປຢູ່ເນິ່ນ ນານລ້ຳເຄິກຄາວ ພີ່ເຮີຍ
ເມື່ອນັ້ນ ພູເບດທ້າວ ກັບຕ່າວນະຄອນຫລວງ
ຝູງໝູ່ ໂຍທາຄັບ ຄັ່ງທາງກັບບ້ານ
ສ່ວນວ່າ ກັນລະຍານ້ອຍ ອວນພົນຍວງໄພ່
ບໍ່ອາດ ນັບອ່ານໄດ້ ຫລາຍລ້ານກ່ວາປະມານ ເຈົ້າເຮີຍ
ຟັງຍິນ ສຽງຄື່ນເຄົ້າ ຄັບແຜ່ນປະຖະພີ
ມີທັງ ດົນຕຣີທິບ ກ່ອມຣະງົມເທິງຟ້າ
ມັນຄາກວ້າງ ພົນຫລວງຍ້າຍຍ່າງ
ຟັງສຽງ ຊ້າງແລມ້າ ລະງົມຮ້ອງເປັ່ງສຽງ
ຝຸງສ່ຳເຊື້ອ ປັກສີຊາດຄະນານົກ
ເຂົາກໍ ຊໍແຊ່ຕາມ ເປັ່ງສຽງສຸດດ້າວ
ຟັງຍິນ ຄຸ່ມ ໆ ກ້ອງ ກອງຍວງຍົງໄພ່ ພຸ້ນເຍີ
ຂວ້າມດ່ານໄມ້ ໄພກວ້າງຍ່ານຄາວ
ມີໝູ່ ເມກກ່າຍກ້ອນ ຊ້ອນຊໍ່ຊອນສະລັບ
ບັງເກິດ ເປັນຝອຍຝົນ ພົ່ນລະອອງດວງໄມ້
ໄຫລລົງພື້ນ ທໍຣະນີຫອມຮື່ນ
ຮົດຮ່ວງເຮົ້າ ຖະນົນກວ້າງເຮື່ອເຮືອງ ແທ້ແລ້ວ
ທີ່ນັ້ນ ເປັນຍ່ານກວ້າງ ກາງເທິງມັນຄາ
ສອງນະຄອນພາຣາ ເກິ່ງກັນດອນກວ້າງ
ທີ່ນັ້ນ ສິລາກ້ຽງ ສະຖານພຽງພູມຮາບ
ຣັດສະມີເຮື່ອແຈ້ງ ແສງເຫລື້ອມສ່ອງເງົາ
ດາດາດພື້ນ ປະມານຊົ່ວແສງຕາ
ມີທັງ ສະພັງໃສ ສ່ອງງາມເງົາແກ້ວ
ມີທັງ ຈັງກອນພ້ອມ ນິລຸບົນບານແບ່ງ
ໃນບໍ່ແກ້ວ ສະກວ້າງແຄ່ສະພັງ
ທີ່ນັ້ນ ເດັຍຣະດາດໄມ້ ສາຂາຊາດຮັງງາມ
ສາຂາຂວິ້ນ ຮົ່ມເງົາງາມກວ້າງ
ຜະກາດວງໄມ້ ເກສອນຄັນທະຊາດ
ຍາມນັ້ນ ນາງນາດນ້ອຍ ພະເນຜ້າຍລ່ວງເຖິງ
ພັກຈອດຍັ້ງ ເຊົາຮົ່ມຮຽງສະຖານ
ກັນລະຍານາງ ຊື່ນພຣະໄທຊົມໄມ້
ໃນສະຖານກວ້າງ ພູມພຽງພື້ນຮາບ
ນາງກໍ ຄຶດໄຄ່ໄດ້ ດວງແກ້ວກິ່ນຫອມ
ເມື່ອນັ້ນ ຮັງຄູ່ຕົ້ນ ກ້ານກ່ອງລົງດິນ
ຖວາຍແພງສຣີ ເປັ່ງລະອອງບານແຍ້ມ
ດັ່ງມີ ວິນຍານຕັ້ງ ປະສົງຍວງຍານຫໍ່
ຝູງຮຸກຂະຊາດໄມ້ ໄຂອ້າກິ່ນລະອອງ
ທຸກດ່ານດ້າວ ເງື້ອມແງ່ໄພພະນອມ
ກໍຫາກ ໂມທະນາດອມ ເປັ່ງລະອອງຖວາຍນ້ອມ
ທັງ ກະດັງງາສ້ອຍ ຂະຍອມຍອຍງອຍປ່າ
ບາງພ່ອງ ໃບກີບອ້າ ລະອອງຟົ້ງກິ່ນຫອມ
ທັງຊາດເຊື້ອ ປະທຸມມາດບົວຫລວງ
ໃນສະພັງພຽງ ແຄ່ນະທີວັງກວ້າງ
ກັບທັງ ຈັງກອນສ້ອຍ ບຸສະບາເບີຍກິ່ນ
ຍາມເມື່ອ ລົມລ່ວງຕ້ອງ ຫອມກຸ້ມກ່ອມໄພ
ຝູງສ່ຳເຊື້ອ ປັກສາຊາດໄພພະນອມ
ກາເຫວົ່າວອນ ສົ່ງສຽງຊົມຊ້ອງ
ເຂົາທອງຮ້ອງ ໂມທະນາຊົມຊື່ນ
ກໍຣະວີກຮ້ອງ ງັນເຈົ້າເສບຣະງົມ
ທຸກສ່ຳເຊື້ອ ກະທາຂາບເຂົາຂຽວ
ພູມລະວາ ແກມກົກແກງ ຂາບຕົວຕຸ່ມນ້ຳ
ເຂົາກໍ ເອົາກັນຮ້ອງ ສຽງລະງົມກ້ອງເຖື່ອນ
ມີທັງ ແຊວກ່າງກີ້ ຍູງຫ່ານເຫບຫົງ
ເຂົາກໍ ຊົມຊື່ນດ້ວຍ ດອມນາດນາງເມືອງ
ກັບທັງ ໂພທິສັດທົງ ຢູ່ເນົາໃນທ້ອງ
ຍູງທອງຮ້ອງ ຍໍຫາງເຫິນແອ່ນ
ຂັບປີກເປື້ອງ ເພັງສ້ອຍສົ່ງສຽງ
ເມື່ອນັ້ນ ສຣີສະອາດເຈົ້າ ນ້ອຍນາດນາງເມືອງ
ຊົມດົງຮັງ ຄ່ວງພະລານພຽງລ້ານ
ເຖິງເມື່ອ ຍາມດີແລ້ວ ໂພທິຍານທົງປຣະສູດ
ນາງຢາກ ຈັບງ່າໄມ້ ຮັງດົ້ວງ່າງາມ
ເມື່ອນັ້ນ ຮັງດຸ່ມດົ້ວ ກ້ານກ່ອງປາຍຖວາຍ
ນາງທົງຈັບ ງ່າຮັງຍືນຢ້ຽມ
ນັກສະນົມຟ້າວ ປະດາປຸນແປງຮີບ
ປູລວາດພື້ນ ພົມກ້ຽງອ່ອນງາມ
ແລ້ວຈຶ່ງ ຜູກມ່ານກັ້ງ ດາດາດເພດານ
ອິນພຣົມ ທັງເທວາ ມືດລະງົມເທິງຟ້າ
ພຣົມກໍ ເອົາຍັງຊິ່ນ ໂກສີໃສສະອາດ
ປະດັບຖ່າຍໃຫ້ ນາງນ້ອຍນຸ່ງທົງ
ອິນທິຣາຊທ້າວ ພະລັງເປັ່ງແປວເຮືອງ
ອຸທຸມພອນພຽງ ມູ່ຍສີແສງຟ້າ
ມາກາງກັ້ງ ນາງງາມຫຸ້ມຫໍ່
ບໍ່ໃຫ້ ໃຜລ່ຳຢ້ຽມ ເຫັນແກ້ວໜໍ່ພຣະນາງ
ອັນວ່າ ເຈົ້າໜໍ່ຟ້າ ໂພທິຣາຊກຸມມານ
ບາທະຈອນເດິນ ອອກມາບໍ່ມີຊ້າ
ບາທາພື້ນ ທັງສອງຢືນຫຍຽບ
ເໝືອນດັ່ງລົງຈາກ ຜາສາດແກ້ວ ພຣະໄທເຈົ້າຊື່ນບານ
ຣັດສະມີເຮື່ອແຈ້ງ ທົງເປັ່ງເປັນແສງ
ຄືດັ່ງ ສຸຣິໂຍຍວງ ຍອດເຂົາຍາມເຊົ້າ
ເຈົ້າກໍ ບາທະຈອນກ້າວ ເຈັດທີຍ້າຍຍ່າງ
ໂລກະທາດໃຫຍ່ກວ້າງ ສະເທືອນພື້ນຫວັ່ນໄຫວ
ພຣົມກໍ ໂຈມແຈ່ມເຈົ້າ ອົງໜໍ່ໂພທິຍານ
ເອົາຜືນແພງ ຫໍ່ພັນພຽນຕູ້ມ
ຍໍຖວາຍນ້ອມ ມານດາທອດພຣະເນດ
ນາງກໍ ແລລ່ຳສິ້ງ ຫລິງແລ້ວຊື່ນພຣະໄທ
ເລິຍເລົ່າ ບັງເກິດເອົ້າ ເຄົ້າທົ່ວເວຫາ
ອຸທະກັງໄຫລ ເປັ່ງລົງເລິງເລື້ອຍ
ມາສົງເຈົ້າ ກຸມມານໂພທິຣາຊ
ກັບທັງ ພຣະແກ່ນເຫງົ້າ ມານດາເຈົ້າໜໍ່ພຸດໂທ ແທ້ແລ້ວ
ມີທັງ ທາດນ້ຳຮ້ອນ ອົບອຸ່ນເຢັນສະບາຍ
ທັງຫລາຍມວນ ເກິດມາມີໄດ້
ເພາະເພື່ອ ບາຣະມີເຈົ້າ ກຸມມາໂຣໂພທິຣາຊ
ອິນຈິ່ງ ປຣະສາດໃຫ້ ສົມແມ້ງແມ່ນມະໂນ ແທ້ແລ້ວ
ເມື່ອນັ້ນ ອິນທ່ອນທ້າວ ຮີບເຮັ່ງເຣວພະລັນ
ເອົາຜືນແພງ ຫໍ່ພັນຈອມເຈົ້າ
ມາວາງໄວ້ ກອງມະນີເທິງແທ່ນ
ສະເວດສັດກົ່ງກັ້ງ ເຫລືອງເຫລຶ້ອມເຮື່ອເຮືອງ
ທຸກທົ່ວດ້າວ ຂົງຂອບປະຖະພີ
ຟັງຍິນ ດົນຕຣີທິບ ກ່ອມລະງົມງັນກ້ອງ
ອັດສະຈັນແທ້ ມີຫລາຍເຫລືອຍິ່ງ ຈິງແລ້ວ
ຍິນສະນຸກທົ່ວດ້າວ ສະວັນນັ້ນດັ່ງດຽວ ເຈົ້າເຮີຍ
ແສງສ່ອງແຈ້ງ ເຮືອງເຮື່ອປະຖະພີ
ດອກມົນທາເທິງສະວັນ ຫວ່ານລົງພົມພື້ນ
ອັນວ່າ ສິຣິສຸດໂທທ້າວ ທົງນະຄອນຮູ້ເຫດ
ພຣະກໍ ຍວງໄພ່ນ້ອຍ ຂຽວດັ້ນດຸ່ງເຖິງ
ອັນວ່າ ກ້ຳຝ່າຍເບື້ອງ ປິຕຸເຣດນາງງາມ
ກໍເລົ່າ ທວນພົນສະເດັດ ລ່ວງເຖິງດົງກວ້າງ
ທັງປວງພ້ອມ ສອງນະຄອນເຄົ້າຄື່ນ
ພາກັນ ສົມໂພດເຈົ້າ ອົງເຫງົ້າໜໍ່ພຸດໂທ
ທຸກແຫລ່ງຫລ້າ ຝູງໝູ່ເທວະດາ
ກັບທັງ ສອງນະຄອນຄັບ ຄັ່ງຣະງົມສະເທືອນຟ້າ
ອັນວ່າ ມານດາແກ້ວ ບາບຸນໂພທິຣາຊ
ພໍເມື່ອ ເຈັດພ່ຳມື້ ກໍເມືອຟ້າສູ່ສະວັນ
ລົດຊົ່ວມ້ຽນ ຈຽນຈາກເມືອງຄົນ
ເມືອເມືອງແມນ ຢູ່ກະເສິມແສນຊັ້ນ
ອັນວ່າ ສຸນັນທານ້ອຍ ໃຈເມືອງພຣະແມ່ ນາງນັ້ນ
ໃຈສະວາດກັ້ນ ນຳເຈົ້າທ່າວທວງ
ກັບທັງ ພຣະມິ່ງຕົ້ນ ພະຍາໃຫຍ່ສຣີສຸດໂທ
ຕີທວງທົບ ທ່າວແດດອມເຈົ້າ
ທົງພຣະໄທກັ້ນ ທວງກະສັນແສນໂສກ
ຄືດັ່ງ ຄວັດພຣະເນດເນື້ອ ສອງເບື້ອງແບ່ງໜີ ນັ້ນແລ້ວ
ພຣະຈິ່ງ ຕົກແຕ່ງຕັ້ງ ສົບຄາບນາງເມືອງ
ແປງພຣະເມມຫລວງ ຈຸດເຜົາເສັດສ້ຽງ
ສຸນັນທາແກ້ວ ຄະນິງປອງຄຶດຮ່ຳ
ໃຜສິລ້ຽງອ່ອນນ້ອຍ ຫລານແກ້ວແຫ່ງກູ ນີ້ເດ
ນາງກໍ ມອບແກ່ນແກ້ວ ໂສມສະອາດບຸດຕຣີ
ຊື່ວ່າ ໂຄຕະມີນາງ ຮູບໂສມສະເມີແຕ້ມ
ໄປເປັນແກ້ວ ເທວີແທນທີ່
ໃຫ້ຮັກສາອ່ອນນ້ອຍ ຫລານຫລ້າຕໍ່ໄປ ແທ້ແລ້ວ
ເມື່ອນັ້ນ ພຣະບາດເຈົ້າ ພະຍາໃຫຍ່ສຣີສຸດໂທ
ພາເອົາ ໂຄຕະມີນາງ ຕ່າວຄືນນະຄອນບ້ານ
ກັບທັງ ໂພທິຍານເຈົ້າ ບາບຸນບຸດຕະຣາຊ
ຝູງໝູ່ ອິນພ່ຳພ້ອມ ກໍເມືອຟ້າສູ່ສະວັນ
ສຸນັນທາເຈົ້າ ມານດານາງນາດ
ກັບຕ່າວຫ້ອງ ນະຄອນກວ້າງແຫ່ງພຣະອົງ ແທ້ແລ້ວ
ຍຸດຕິກາບົດບັ້ນ ມາຍາມໍຣະນາດ
ຍົກແຍງຖ້ວນ ຖວາຍໄວ້ທີ່ຄວນ ກ່ອນແລ້ວ.
2.1 ບັ້ນພຣະໂພທິສັດສະເດັດລົງສູ່ພຣະຄັນ
ບັດນີ້ ຈັກກ່າວເຖິງ
ອົງພຸດໂທເຈົ້າ ສະເດັດລົງມາເກິດ
ນຳສິຣິມະຫາ ມາຍາແກ່ນແກ້ວ ນາງເຫງົ້າແມ່ເມືອງ ກ່ອນແລ້ວ
ພໍເມື່ອ ເດືອນຫົກຂຶ້ນ ພຣະຈັນເພັງຜາຍຜ່ອງ
ພຶກສາ ຊາດໝູ່ໄມ້ ລົມເປື້ອງເປົ່າລະອອງ ພູ້ນເຍີ
ແລເຫັນ ເມກເຍືອກຍ້າຍ ມົວມືດບັງບົດ
ເທໂວຝົນ ລ່ວງລະງົມລົງພື້ນ
ບຸບຜາພົ້ວ ບົວຄຳໄຂກາບ
ສັບພະດວງດອກໄມ້ ບານເຮື່ອຮຸ່ງໄພ ເຈົ້າເຮີຍ
ບັດນີ້ ຈັກກ່າວກ້ຳ ຕົນປະເສີດໂພທິສັດ ກ່ອນແລ້ວ
ພຣະກໍ ເນົາວິມານຄຳ ໝື່ນເສົາພັນຫ້ອງ
ສາວສະວັນຟ້າ ກຸມມາຣີແສນໂກດ
ຣະບຳກ່ອມກ້ຽວ ຣະງົມໃຊ້ເສບພຣະອົງ
ໃນສະວັນຊັ້ນ ຕຸສິຕາທີ 4
ພຣະບໍ່ ມີພຣະໄທທຸກ ທໍ່ໃຍຍອງນ້ອຍ
ນັບແຕ່ ອົງພຸດໂທສ້າງ ບາຣະມີເກິດກໍ່
ປຣາຖະນາ ເປັນພຣະພຸດທະເຈົ້າ ອົງລ້ຳໂລກລື
4 ອະສົງໄຂສ້າງ ແສນປາຍປຸນເສດ
ນັບແຕ່ ກັບຖ່າຍຕັ້ງ ສະວັນຟ້າທ່ອງທຽວ
ລາງເທຶ່ອນັ້ນ ກັບເກິດເປັນມະນຸດ
ສີນຫົວຕັດ ທອດທານທັງເນື້ອ
ມັງສັງຊິ້ນ ໄນຕາດວງພຣະເນດ
ພຣະບໍ່ ມີອ່າວເອື້ອ ທານໄດ້ຊູ່ແນວ ແທ້ແລ້ວ
ລາງເທື່ອນັ້ນ ບໍຣິຈາກປຸດຕາ
ພຣິຍາເມັຍຂວັນ ທອດທານບໍ່ມີໄວ້
ຍາມເມື່ອ ລົງໄປໃຊ້ ກັມເວນເປັນພຣະເຫວດ
ພຣະກໍ ທານລູກແກ້ວ ທັງຊ້ຳມິ່ງສົມ ແທ້ແລ້ວ
ດັບຊາດມ້ຽນ ເມືອສູ່ເມືອງສະວັນ
ຍູທ່າງ ເຊີຍຊົມສຸກ ສຳລານດີບໍ່ມີຮ້ອນ
ຈວນຈຳໃກ້ ຄາວພຣະອົງສິຕັດເກດ
ລົງສູ່ພື້ນ ເປັນແກ້ວແກ່ນພຸດໂທ ເຈົ້າເຮີຍ
ເມື່ອນັ້ນ ພຣົມພ່ຳພ້ອມ ເທວະຣາຊອິນທຣາ
ເທວາ ໃນສະວັນ ຊູ່ອົງບໍ່ມີເວັ້ນ
ກັບທັງ ໂລກະບານທ້າວ ຈັດຕຸໂຣທັງ 4
ໄປພ່ຳພ້ອມ ນິມົນເຈົ້າໜໍ່ພຸດໂທ ເຈົ້າເຮີຍ
ເມື່ອນັ້ນ ພຣົມເນັ່ງນ້ອມ ຊູລີເກດທູນຖວາຍ
ຂໍນິມົນ ພຣະອົງລົງໄປ ຕຣັດເປັນສັບພັນຍູເຈົ້າ
ເທສະນາໄຂແຈ້ງ ເອົາສັດເຂົ້າ ນີຣະພານພົ້ນໂລກ
ລອຍຂວ້າມ ໂອຄະກວ້າງ ທະເລນ້ຳແມ່ຫລວງ
ຝູງສັດ ເມົາປ່ວງບ້າ ມົວມືດຕັນຫາ
ອະວິດຊາ ເປັນທຸລີ ບໍ່ສ່ອງຫວນເຫັນແຈ້ງ
ຫາກບໍ່ ກູນາເຍື້ອນ ຄະນິງຕາຕອງໂລກ
ຝູງສັດເຫັນສິ ມົວມືດໃບ້ ບໍ່ເຫັນຮູ້ຮ່ອມທັມ ເຈົ້າເຮີຍ
ເມື່ອນັ້ນ ເທວະຣາຊເຈົ້າ ຕົນປະເສິດຕຸສິຕາ
ວາຈາໄຂ ຂ່າວພຣົມຄຳແຈ້ງ
ອັນວ່າ ໂລກີພື້ນ ປະຖະພີພາຍລຸ່ມ
ກໍສິພໍ ຮູ້ເງື່ອນຂໍ້ ກະບວນເບື້ອງແຫ່ງທັມ ແທ້ແລ້ວ
ນັກຄະເຣດກວ້າງ ຫົນແຫ່ງກະບິນ
ເປັນນະຄອນຫລວງ ແຫ່ງໂພທິຍານເຈົ້າ
ສິຣິສຸດໂທທ້າວ ເປັນອົງປິຕຸເຣດ
ສີມະຫາ ມະຍາມິ່ງເຫງົ້າ ເປັນແກ້ວແມ່ພຣະອົງ ແທ້ແລ້ວ
ອັນວ່າ ຝູງສ່ຳເຊື້ອ ມະນຸດຊາດຊາວຄົນ
ຍາມນັ້ນອາຍຸ ໄຂເປັນເກນ ຮ້ອຍຊາວເຖິງຖ້ວນ
ພຣະກໍ ສໍຣະຍານຮູ້ ກະບວນທາງເຍືອງສ່ອງ
ເຫັນ ວິໂລກະນາດກວ້າງ ຜາຍຜ້ຽນຮ່ຳຄະນິງ ແທ້ແລ້ວ
ພຣະບາດເຈົ້າ ຮັບຣາຊນິມົນ
ເທວະດາ ທັງອິນພົມ ຍື່ນປະນົມຍໍນິ້ວ
ອັນວ່າ ໂພທິສັດເຈົ້າ ສິໄລລາເທວະໂລກ
ພຣະສິ ຜາຍແຜ່ກວ້າງ ພຣະທັມເຈົ້າເປັ່ງໄຂ ແທ້ແລ້ວ
ສິໄດ້ ຕັດສ່ອງແຈ້ງ ເປັນເອກອົງພຸດໂທ
ປຣະທານຄຳສອນ ແກ່ຄົນທັງຄ້າຍ
ອັນວ່າ ໂພທິສັດເຈົ້າ ທົງທັມຄະນິງຮ່ຳ
ບຸບພະນິມິດ ບັງເກີດຂຶ້ນ ພຣະອົງເຈົ້າເລົ່າເຫັນ
ອັນວ່າ ຜ້າກ້ຽງທິບ ຜືນອ່ອນສຸຂຸມານ
ເລີຍເລົ່າ ມີອາການ ກິ່ນເໝັນຜາງຮ້າຍ
ພຣະ ຄະນິງເຫັນແຈ້ງ ສິລາລົງໂລກລຸ່ມ
ອາຍຸ ໄຂແຈ່ມເຈົ້າ ສະວັນຟ້າບໍ່ຢູ່ນານ ແທ້ແລ້ວ
ເມື່ອນັ້ນ ສັກໂກໄທ້ ອິນທຣາເທວະຣາຊ
ເຊິນເອົາ ໂພທິຣາຊເຈົ້າ ໄປຫລິ້ນທ່ຽວສວນ
ທັງເລົ່າ ໄປອາບນ້ຳ ອະໂນດາດສະສີ
ເທວາ ທັງອິນພຣົມ ແຫ່ພຣະອົງລະວັງລ້ອມ
ແລ້ວເລົ່າ ເລີຍສະເດັດເຂົ້າ ອຸທິຍານສວນໃຫຍ່
ລົງສູ່ ສະບໍ່ແກ້ວ ສະບາຍເນື້ອໂສດສົງ
ມີພ່ຳພ້ອມ ປະທຸມມາດຈັງກອນ
ບາງດອກ ບານຈູມຈີ ຕູບແຂໄຂອ້າ
ມີທັງ ຈຳປາສ້ອຍ ກະດັງງາຫອມອ່ອນ
ຂິກສະເດື່ອພ້ອມ ບານບ້າງແບ່ງສີ
ດູປະຫລາດແທ້ ແຍ້ມຍິ່ງແຂໄຂ
ຄືດັ່ງ ມີມະໂນໃຈ ຮັກຫໍ່ອົງພຸດໂທເຈົ້າ
ມີທັງ ປັກສາເຊື້ອ ກະທາເຂົາເປົ້າປ່າ
ກໍຣະວີກຮ່ຳຮ້ອງ ເຢັນສະບັ້ນສົ່ງສຽງ
ອັນວ່າ ອະໂນດາດກວ້າງ ສະໃຫຍ່ຕີຟອງ
ຄືສິ ເຜີຍວາຈາ ຕໍ່ອົງພຸດໂທເຈົ້າ
ເຊິນພຣະ ອົງລົງຫລິ້ນ ທະເລຫລວງເມື່ອລຸ່ມ ພາຍພູ້ນ
ສົງສານ ເລິກແລະກວ້າງ ສະບາຍເນື້ອລ່ອງລອຍ ພຣະເຮີຍ
ເມື່ອນັ້ນ ໂພທິຣາຊເຈົ້າ ຫລິງໂລກໂລກາ
ຄວນທີ່ ກູລົງໄປ ສູ່ສະຖານພາຍໃຕ້
ອັນວ່າ ນິກອນເບື້ອງ ຊາວຊົນມະນຸດໂລກ
ພະຍາ ພຣົມປ່າວຮ້ອງ ຖະແລງແຈ້ງຂ່າວສານ
ບອກວ່າ ໂພທິຣາຊເຈົ້າ ຕົນປະເສິດໂຄດົມ
ລົງມາ ຕຣັດສັບພັນຍູ ໂຜດສັດທັງຄ້າຍ
ຍັງບໍ່ ເຫິງນານໄດ້ 12 ປີທັດທ່ຽງ
ສູທ່ານ ຕົກແຕ່ງຕັ້ງ ທານສ້າງຢ່າຖອຍ ນັ້ນເທີ້ນ
ນັບແຕ່ ກັບຖ່າຍຕັ້ງ ຣະດູປ່ຽນວັນຄືນ
ພໍຍາມດີ ໜໍ່ພຸດໂທສິລາຫ້ອງ
ສວງສວັນຟ້າ ເທວະດາເອິ້ນສັ່ງ
ຈັກກະວານສະນັ່ນນ້າວ ດັງສະທ້ານຫວັ່ນໄຫວ
ເມື່ອນັ້ນ ໂພທິຣາຊເຈົ້າ ລາຈາກເມືອງແມນ
ແຍງນະຄອນກະບິນ ຈິ່ມກະແສແສນທ້າງ
ອັດສະຈັນເຄົ້າ ທໍຣະນີພື້ນແຜ່ນ
ຟ້າແຜດຮ້ອງ ຄະນອງບ້າເປັ່ງສຽງ
ທໍຣະນີຮ້ອງ ອໍຣະຫົນກຳປະນາດ
ສຽງກຶກກ້ອງ ສະເທືອນເຄົ້າທົ່ວແດນ
ມະຫາ ສະມຸດໃຫຍ່ກວ້າງ ບັງເກິດຕີຟອງ
ມັງກອນ ທັງປູປາ ໝູ່ຄະນາແນວນ້ຳ
ເຂົາກໍ ໂຄສະກະຮ້ອງ ລະງົມສຽງສານແຜດ
ຝູງໝູ່ ແຮດແລະຊ້າງ ຄະນາເນື້ອປ່າໄພ
ທຸກແງ່ເງື້ອມ ເຂົາໃຫຍ່ຫິມະພານ
ກັບທັງ ເຂົາສິເມນ ອ່ອນປາຍໄກວ່ຄ້ອມ
ໂລກັນພື້ນ ອະເວຈີໝໍ້ໃຫຍ່
ແສງສະວ່າງແຈ້ງ ບໍ່ຮົນຮ້ອນຊົ່ວຄາວ ເຈົ້າເຮີຍ
ອັນວ່າ ນະຮົກກວ້າງ ໄຟມອດສູນແສງ
ຄົນຫູໜາກ ທັງຕາມົວ ເລົ່າຫວນເຫັນແຈ້ງ
ຄົນທີ່ ເປັນຫິດເຮື້ອນ ຄະຍືໄອເປັ້ຍຄ່ອມ
ເລີຍເລົ່າ ລຸກແລ່ນໄດ້ ຄີງກ້ຽງດັ່ງເຫລົາ ເຈົ້າເຮີຍ
ອັນວ່າ ຝົນຫ່າແກ້ວ ກໍຮຳຢາດທໍຣະນີ
ເປັນແສງສາຍ ຫລັ່ງລິນລົງເລື້ອຍ
ອັນວ່າ ເສືອເຫັນເນື້ອ ກໍມີໃຈຮັກຫໍ່ ກັນແລ້ວ
ກາດຳ ກັບນົກເຄົ້າ ເປັນແກ້ວສ່ຽວສະຫາຍ ແທ້ແລ້ວ
ອັນວ່າ ສັດຈ່ອງໄວ້ ອາຄາດກັມເວນ
ເລີຍເລົ່າ ມີໃຈຮັກ ຕໍ່ກັນທັງດ້າວ
ອັດສະຈັນໃຈແທ້ ທັງຫລາຍດູປະຫລາດ
ບາຣະມີກ່ອມກູ້ມ ຍານເຈົ້າແຜ່ທັມ ແທ້ແລ້ວ
2.2 ນາງສຸບິນເຫັນຊ້າງເຜືອກ
ບັດນີ້ ຈັກກ່າວເຖິງ
ຜູ່ຜ່ານພື້ນ ນະຄອນໃຫຍ່ເມືອງຫລວງ
ສິຣິສຸດໂທທົງ ນັ່ງປອງເປັນເຈົ້າ
ອັນວ່າ ມາຍາແກ້ວ ເທວີນາງເອກ
ໃຈຊື່ນຊ້ອຍ ພຣະໄທຕັ້ງຕໍ່ທານ ແທ້ແລ້ວ
ເມື່ອນັ້ນ ພຣະບາດເຈົ້າ ເຕີນຣາຊະມຸນຕີ
ໃຫ້ທ່ານ ພາກັນຕົກ ແຕ່ງນະຄອນທັງຄ້າຍ
ແລ້ວເລົ່າ ພາກັນຫລິ້ນ ມະຫະກັມສົມໂພດ
ເຈັດພ່ຳມື້ ວັນແລ້ວຈິ່ງເລິກລາ
ອັນວ່າ ພຣະມິ່ງຕົ້ນ ນາງນາດເທວີ
ພຣະໄທທວງຮັກ ຕໍ່ທານບໍ່ມີເວັ້ນ
ນາງປະດັບເນື້ອ ສັງວານຄຽນຄາດ
ນ້ຳທິບໄດ້ ນາງນ້ອຍສ່ວຍສົງ
ແລ້ວຍື່ນນິ້ວ ເທທອດທານຂອງ
ຍາຈົກ ທັງຄົນຂໍ ຄັ່ງພະລານພໍລ້ານ
ອຸກຂະລຸກເອົ້າ ຊວນກັນຊິງຍາດ
ບາງພ່ອງ ປະໄປ່ກົ້ນ ແປນເນື້ອເພື່ອນເຫັນ
ທຸກທີ່ນ້ອມ ຊົມຊື່ນໂມທະນາ
ກັນລະຍານາງ ທອດທານເທໃຫ້
ຖະນິມພອນແກ້ວ ກອງມະນີມ້າວມິ່ງ
ສັງຂະຍາອ່ານໄດ້ ປະມານຖ້ວນ 4 ແສນ
ແລ້ວເລິກມ້ຽນ ເມືອສູ່ມຸນທຽນ
ອຸໂບສົດສີນ ພ່ຳເພັງພຣະໄທຕັ້ງ
ກັນລະຍານ້ອຍ ຄະນິງໃຈຈົງມາກ
ສັງຂານທັມ ບໍ່ທ່ຽງໝັ້ນ ວັນມື້ສ່ອງບໍ່ເຫັນ ແທ້ແລ້ວ
ນາງຮ່ຳແລ້ວ ສະເດັດສູ່ບັນທົມ
ກັມມັດຖານ ນາງບໍ່ໄລວາງເວັ້ນ
ປັນນະຣະສີຖ້ວນ ອາສາລະຫະປຸນນະມີມາດ
ໂພທິສັດ ເຂົ້າສູ່ຫ້ອງ ນາງນ້ອຍແມ່ນຍາມ ແທ້ແລ້ວ
ຟັງຍິນ ລົມສວາດໄມ້ ຜະລຽງໂລກທະລັງສີ ພຸ້ນເຍີ
ສຸຣິໂຍລັບ ຫລ່ຽມເຂົາສິເມນເບື້ອງ
ຈັນທາຈອນມົ້ມ ແສງສູນພົ້ນພ່າຍ
ນາງກໍ ຫລັບຍິບຍັ້ງ ຍາມນ້ອຍຫນຶ່ງຝັນ
ຝັນວ່າ ຈະຕຸໂລກທ້າວ ທັງ 4 ອົງກະສັດ
ເອົາຕຽງຄຳ ພ່ຳມວນຕຽງແກ້ວ
ແລ້ວເລົ່າ ເຊິນນາງນ້ອຍ ສະຖິດນອນເທິງແທ່ນ
ນາງກໍ ຍົວຣະຍາດຂຶ້ນ ຕຽງແກ້ວນັ່ງເນົາ
ຈະຕຸໂລກທ້າວ ທະຍານວິ່ງເວຫາ
ພານາງລ່ວງ ພະໂຍມຍັງຟ້າ
ແຍງຫົນຫ້ອງ ຫິມະພານໄພຍະມາດ
ແລ້ວເລົ່າ ວາງອ່ອນນ້ອຍ ລົງພື້ນແຜ່ນດິນ
ໃນຊ່ອງຊັ້ນ ຫິມະວາດເຂົາຫລວງ
ເປັນສະຖານຜ້ຽງ ດັ່ງກະດານປູແປ້ນ
ສັງຂະຍາໄດ້ ທາງໄກ 60 ໂຍດ
ທີ່ນັ້ນ ຮັງດອກດົ້ວ ໃບກ້ານກ່ອງງາມ
ປົກແຜ່ເຄົ້າ ບັງດູດແສງສູນ
ພະພາຍພານພັດ ຮົ່ມເຢັນສະບາຍເນື້ອ
ຝັນວ່າ ຣາຊາທ້າວ ໂລກະບານທັງ 4
ເຊິນອ່ອນນ້ອຍ ລົງນ້ຳທ່າພຽງ
ສົງສ່ວຍລ້າງ ອະໂນດາດສະສີ
ເທວີນາງ ກໍເລົ່າລົງສະນາມກວ້າງ
ປະຖະພີກ້ຽງ ກະໄດເງິນແກ້ວກໍ່
ເປັນທ່າເຈົ້າ ພຸດໂທຕັ້ງແຕ່ເດີມ ແທ້ແລ້ວ
ນາງລ່ອງນ້ຳ ສົງໂສດອຸທະກັງ
ເທວາ ເອົາພູສາ ຍື່ນມາຖວາຍນ້ອມ
ຝັນວ່າ ປັບພະໂຕຕັ້ງ ເຂົາຫລວງເຮືອງເຮື່ອ
ບັງເກິດ ເປັນໜ່ວຍແກ້ວ ເງິນເຫລື້ອມເປັ່ງແສງ
ຝັນວ່າ ໂພທິຣາຊເຈົ້າ ຕົນປະເສິດບາບຸນ
ແຜງຕົນ ເປັນກຸນຊອນ ເຜືອກຂາວສານນ້ອຍ
ບົດຈອນເຕັ້ນ ເທິງຫລັງຍ້າຍຍ່າງ
ແລ້ວເລົ່າ ກັບຕ່າວຕັ້ງ ລົງຫລິ້ນໃຕ້ດິນ
ມືຖືແກ້ວ ປະທຸມມາບານແບ່ງ
ເຜີຍກີບອ້າ ລະອອງຟົ້ງກິ່ນຫອມ
ເລາະລຽບຕ້າຍ ເຂົາມາດເງິນຍວງ
ປະທັກຂິນາວຽນວົນ ແວດລະວັງເດິນຫລິ້ນ
ຊ້າງກໍ ເອົາບົວແກ້ວ ປະທຸມມາຍໍຍື່ນ
ນາງກໍທອດ ພະເນດຢ້ຽມ ຕາສິ້ງລ່ຳແຍງ
ແລ້ວຍື່ນນິ້ວ ເຣວຮັບບົວຫລວງ
ພໍຄາວເລີຍ ຕື່ນຕົກໃຈສະດຸ້ງ
ເທວີແກ້ວ ຄະນິງຕົນຄຶດຮ່ຳ
ພໍເຫັນ ແສງສ່ອງພົ້ນ ເຂົາລ້ານພຸ່ງມາ ພຸ້ນເຍີ
ນາງກໍ ດາແຕ່ງເນື້ອ ລົງສູ່ມຸນທຽນ
ທູນເທໂວ ເຜົ່າຜົວປະນົມນິ້ວ
ຍໍປະກຽນນ້ອມ ຄຳຝັນຖະແລງເຫດ
ຂໍໃຫ້ ພຣະມິ່ງແກ້ວ ປັນຍາສິ້ງສ່ອງຍານ ແດ່ທ້ອນ
ເມື່ອນັ້ນ ພຣະກໍ ທັນມາພ້ອມ ໝໍໂຫນໂຫຣາສາດເພດ
ຫົກສິບສີ່ແທ້ ທວາຍຄິ້ວແມນຢຳ
ເມື່ອນັ້ນ ພຣາມນອບນິ້ວ ປະນົມທອດທູນຖວາຍ
ຂໍແຕ່ ເທໂວພຣະ ຢ່າຄະນິງຄຳຮ້ອນ
ອັນວ່າ ສຸບິນເບຶ້ອງ ດີແວນເຮືອງປະເສິດ ຈິງແລ້ວ
ອາທິດ ເນົາຢູ່ຍ້ອງ ກົງແກ້ວເສດສູນ
ພຸດເຄື່ອນຍ້າຍ ເຈັຍຣະຈາກໄກກັນ
ພະຫັດ ທຽມສຸກເສົາ ຮ່ວມໃນກົງແກ້ວ
ພໍດີໄດ້ ກົງກັນດວງຣືກ
ໃຜຫາກ ຖືກໜ່ວຍນີ້ ຣິດທີກ້າເກິ່ງພຣົມ
ນາງສິ ໄດ້ໜໍ່ເນື້ອ ບຸຕະຣາຊຊາຍເຊັງ
ບາຣະມີມຸງ ແຜ່ນດິນກວມກຸ້ມ
ເປັນອົງແກ້ວ ສັບພັນຍູດວງຍອດ
ພຣະຢ່າ ໄດ້ອ່າວເອື້ອ ຄຳຮ້ອນບໍ່ມີ ແທ້ແລ້ວ
ເມື່ອນັ້ນ ພຣະບາດໄທ້ ຊົມຊື່ນຍຸ້ມຫົວ
ປຣະທານລາງວັນ ແກ່ພຣາມພໍລ້ານ
ບະບວນແລ້ວ ສຸບິນນາງນາດ
ຖວາຍແກ່ ນັກປຣາດເຈົ້າ ຄວນຮູ້ຮ່ຳຄະນິງ ແດ່ທ້ອນ
2.3 ປຣະສູດ
ບັດນີ້ ຈັກກ່າວເຖິງ
ໂພທິຣາຊເຈົ້າ ຕົນປະເສິດບາບຸນ ກ່ອນແລ້ວ
ພຣະກໍ ລາສວງສະວັນ ສູ່ນະຄອນພາຍໃຕ້
ແລ້ວເລົ່າ ເຂົ້າສູ່ຫ້ອງ ຄັນພະວີກນາງເມືອງ
ອັດສະຈັນມີ ທົ່ວນະຄອນທັງຄ້າຍ
ອັນວ່າ ເມືອງຫລວງກວ້າງ ເປັນແສງໃສອາດ
ຣັດສະມີເຮື່ອແຈ້ງ ປະກາຍແກ້ວເຮື່ອເຮືອງ ແທ້ແລ້ວ
ອັນວ່າ ຈັກກະວານເຫລື້ອມ ທະລັງສີເຮືອງໂລກ
ດອກ ມົນທາຢູ່ຟ້າ ສະວັນພູ້ນຫວ່ານລົງ
ອັນວ່າ ອາກາດກວ້າງ ປະກາຍເຮື່ອເຮືອງແສງ
ຝູງໝູ່ ມາລາທິບ ລ່ວງລອຍເຫິນຟ້າ
ອັນວ່າ ນິກອນເຊື້ອ ປະຊາບານຊົມຊື່ນ
ຄືດັ່ງ ປາຂາດຂ້ອນ ເຫັນນ້ຳແມ່ນະທີ ນີ້ແລ້ວ
ຝູງໝູ່ ສັດສ່ຳເຊື້ອ ມະຫິງຊາດງົວຄວາຍ ກໍດີ
ເຂົາກໍ ເອົາກັນແຫະ ແຫນສະເທືອນລະງົມພື້ນ
ເພາະເພຶ່ອ ຍິນດີດ້ວຍ ມະໂນໃນຊ້ອຍຊື່ນ
ທາງເທື່ອ ໂສມະນັດນ້ອມ ນ້ຳຕາຍ້ອຍຍ່າວໄຫລ
ກໍເພາະ ຄຶດອ່າວເອື້ອ ຄະນິງຊາດພາຍຫລັງ
ເຫັນຕົນ ຍັງເປັນສັດ ຕ່ຳແນວນາມຊ້າ
ບໍ່ໄດ້ ທັນເຫັນເຈົ້າ ອົງພຸດໂທລົງເກິດ
ກໍຈິ່ງ ແຄ້ນຄັ່ງເອົ້າ ໝອງເສົ້າເມື່ອຍມະໂນ ແທ້ແລ້ວ
ເມື່ອນັ້ນ ພູໄຊທ້າວ ພະຍາໃຫຍ່ສີສຸດໂທ
ພຣະກໍ ປຸນແສນສາວ ແວດລະວັງນາງແກ້ວ
ນັກສະນົມເຝົ້າ ປັນຍາມຜັດປ່ຽນ
ບົວລະບັດແຈ່ມເຈົ້າ ນາງແກ້ວແມ່ເມືອງ
ບໍ່ໃຫ້ ເຄືອງຄຳຮ້ອນ ອະນາທອນທຸກທະເວດ
ເທວະດາຢູ່ຟ້າ ມາເຝົ້າແຫ່ແຫນ
ອັນວ່າ ຈະຕຸໂລກທ້າວ ທັງ 4 ອົງກະສັດ
ຖື ພຣະແສງຂັນ ຢູ່ລະວັງນາງແກ້ວ
ກົວມີ ມານທຳຮ້າຍ ອຸທອນຄັນພະວີກ
ນາງນາດນ້ອຍ ເຫັນແລ້ວຊື່ນພຣະໄທ
ນາງບໍ່ ຄຶດໄຄ່ຢ້ານ ທັງ 4 ອົງກະສັດ
ທຳກະບວນເໝືອນ ດັ່ງທາສາໃຊ້
ກໍເພື່ອ ບາຣະມີເຈົ້າ ໂພທິຍານກຸ້ມເຫລື້ອມ
ສີສະວາດແກ້ວ ນາງນ້ອຍບໍ່ໄຄ່ກົວ ແທ້ແລ້ວ
ນາງລະນຶກນ້ອມ ພຽນພ່ຳທົງສີນ
ບໍ່ໄດ້ ມີມະໂນຫວນ ກ່ຽວກາມຄຸນໄດ້
ອັນວ່າ ສິຣິສຸດໂທທ້າວ ສາມິໂກຜົວມິ່ງ
ກໍບໍ່ ໄດ້ກ່ຽວແກ້ວ ຊົມຊ້ອນດັ່ງຫລັງ ແທ້ແລ້ວ
ກໍເພື່ອ ອຳນາດເຈົ້າ ໂພທິຣາຊໃນຄັນ
ນາງເລົ່າ ມີສີໃສ ດັ່ງມະນີໂຊດແກ້ວ
ບໍ່ໄດ້ ເໝັນກາຍຮ້າຍ ສະເມີຄົນຊັ້ນຕ່ຳ
ຍາມເມື່ອ ທົງຄັນນັ້ນ ສີເສົ້າຫລ່າໝອງ
ທັງເລົ່າ ໜາກໜ່ວງທ້ອງ ບັງເກິດອໍລະຫົນ
ທົນທະລອນທຸກ ນັ່ງເດິນກໍດູຮ້າຍ
ອັນວ່າ ສົມສະງ່ຽມເຈົ້າ ລີລາກໍຄົມຄ່ຽມ
ຍົວຣະຍາດຍ້າຍ ເໝືອນໄທ້ເທບແມນ
ຫອມກິ່ນເນື້ອ ກ້ານເກດຈັງກອນ
ເໝືອນດັ່ງ ບຸສະບາບານ ເຮື່ອເຮືອງໃນຕົ້ນ
ສ່ວນວ່າ ໂພທິສັດເຈົ້າ ເນົານັ່ງພາວະນາ
ໃນ ອຸທອນມານດາ ແມ່ຕົນສະບາຍເນື້ອ
ຣັດສະມີໃສເຫລື້ອມ ທຽມມະນີແກ້ວສ່ອງ
ໃນ ມະໂນຊື່ນຊ້ອຍ ໃຈເຈົ້າຢູ່ສະບາຍ
ພຣະບໍ່ ມີແປດເປື້ອນ ປຸບໂພເລືອດໂລຫິດ
ຄືດັ່ງ ຄຳມະນີຄະ ເປັ່ງແສງໃນເບົ້າ
ອັນວ່າ ມາຍາເຈົ້າ ເພັງໂສມໃສຮູບ
ພຣະຖັນບໍ່ເສົ້າ ທັງທ້ອງກໍບໍ່ຕູນ ເຈົ້າເຮີຍ
ຜິວເຜົ່າເນື້ອ ງາມກ່ວາຄາວຫລັງ
ອຸໂບສົດສິນ ບໍ່ລະໄລວາງເວັ້ນ
ອາຈິນແທ້ ມານດາໂພທິຣາຊ
ສີນຄາດເນື້ອ ຄຽນໝັ້ນບໍ່ໄລ ແທ້ແລ້ວ
ກໍເພື່ອ ອຳນາດເຈົ້າ ໂພທິຣາຊບາບຸນ
ນາງເຄີຍ ເປັນມານດາ ແມ່ພຣະອົງເລິງເລື້ອຍ
ການລະດູໄດ້ ວັນຄືນແຖມຖ່າຍ
ທົດສະມາດເຂົ້າ ເດືອນລ້ຳລ່ວງເຖິງ ແທ້ແລ້ວ
ນາງຮ່ຳຮູ້ ຄະນິງທີ່ຫວນເຫັນ
ອັນວ່າ ສັງຂານກູ ບໍ່ຍືນຍາວໄດ້
ອັນວ່າ ໂພທິສັດເຈົ້າ ບາບຸນບຸຕະຣາຊ
ປຣະສູດຈາກທ້ອງ ອຸທອນແກ້ວແມ່ມາ
7 ພ່ຳມື້ ວັນຖ່າຍແຖມເຖິງ
ກູຈັກ ມໍຣະນາລົດ ລ່ວງເມືອເມືອງຟ້າ
ຄວນກູ ຄືນເມືອຫ້ອງ ພາຣາເມືອງພໍ່ ພາຍພູ້ນ
ໃຫ້ແມ່ ເຫັນໜ້າແກ້ວ ກຸມມານນ້ອຍຊື່ນພຣະໄທ
ນາງຮ່ຳແລ້ວ ສະເດັດສູ່ມຸນທຽນ
ທູນເທໂວ ມິ່ງສະມອນຜົວແກ້ວ
ຍໍປະຫຽນນິ້ວ ປະນົມກອນກອຍກ່າວ
ຂໍໃຫ້ ພຣະມິ່ງເຫງົ້າ ກູນາແກ້ໂຜດຜາຍ ແດ່ທ້ອນ
ອັນວ່າ ໂພທິຣາຊເຈົ້າ ແນວໜໍ່ນາມກະສັດ
ພຣະຢູ່ ໃນອູທອນ ພ່ຳພຣະນາງນານແລ້ວ
ບະບວນຖ້ວນ 10 ເດືອນເລີຍລ່ວງ ມານີ້
ນ້ອງໄຄ່ ກັບຕ່າວຕັ້ງ ນະຄອນກວ້າງແຫ່ງຕົນ
ເພື່ອ ປະສູດລູກແກ້ວ ດອມຍາດວົງສາ
ພໍໃຫ້ ມານດາຊົມ ຊື່ນພຣະໄທດອມນ້ອຍ
ແລ້ວຈິ່ງ ກັບຫົນຫ້ອງ ນະຄອນຄຳເມືອງເອກ
ນ້ອງບໍ່ ໄປຢູ່ຊ້າ ການແລ້ວສິຕ່າວຄືນ ດອກນາ
ອັນໜຶ່ງນັ້ນ ບໍ່ມີທ່ຽງຄຳຕາຍ
ລາງເທື່ອ ກຳຈອນເຖິງ ໄຕ່ຕາມຕົນນ້ອງ
ຍາມເມື່ອ ກຸມມານນ້ອຍ ໂພທິຍານສະເດັດອອກ ມານັ້ນ
ນ້ອງສິ ລົດຊົ່ວມ້ຽນ ເມືອຟ້າກ່ອນພຣະອົງ ບໍ່ຮູ້
ນ້ອງຈິ່ງ ນົບເນັ່ງນິ້ວ ຕ້ານສັ່ງຄຳສອງ
ຖ້າບໍ່ ມໍຣະນາຕາຍ ສິຕ່າວມາທຽມທ້າວ
ຖ້າວ່າ ບຸນໝົດສ້ຽງ ເມືອສະວັນເທວະໂລກ
ນ້ອງບໍ່ ໄລແຈ່ມເຈົ້າ ສິທຽມທ້າວເມື່ອລຸນ ພູ້ນແລ້ວ
ເມື່ອນັ້ນ ພຣະບາດເຈົ້າ ທົງແທ່ນນະຄອນຫລວງ
ພໍພຣະໄທທວງຄຶດ ຮ່ຳຄະນິງນາງຕ້ານ
ເມື່ອຈັກ ຂັດຂວາງຫ້າມ ພຣະໄທນາງຈິ່ງໝອງໝົ່ນ
ຄວນ ກູນາອອ່ນນ້ອຍ ໄປຢ້ຽມເຜົ່າພົງ ຊອບແລ້ວ
ພຣະຮ່ຳແລ້ວ ມີຣາຊບັນຊາ
ປຣະທວນຕີຕຣາ ປ່າວຂຸນແສນທ້າວ
ໃຫ້ທ່ານ ເອົາກັນສ້າງ ຖະນົນທາງກວ້າງໃຫຍ່
ມັນຄາ ໄຕ່ເຕົ້າເທວະທະຫະ ນະຄອນພູ້ນບ່ອນປະສົງ ນັ້ນເນີ
ພື້ນຮາບກ້ຽງ ບຸບຜາຊາດໂຮຍຮວາຍ
ຜາຍມາລາ ປູກປຸນເປັນຊະລ້າຍ
ຢາຍສອງຂ້າງ ມັນຄາທາງທ່ຽວໄຕ່
ກ້ວຍແລະອ້ອຍ ທຸງແສ້ວສອດສີ
ທາງເທິງພ້ອມ ເພດານມຸງມາດ
ຂ່າຍດອກໄມ້ ມຸງກັ້ງກໍ່ກວມ
ສັບພະສັນພ້ອມ ໂພສະນັງທຸກເຍື່ອງ
ຢ່າໄດ້ຊ້າ ຈວນມື້ເລັ່ງວັນ ທ່ານເຮີຍ
ເມື່ອນັ້ນ ຂຸນເນັ່ງນ້ອມ ຊູລີເກດລາລົງ
ເຖິງສະນາມໄຊ ປ່າວສຽງຫານຫ້າວ
ທັງແສນທ້າວ ຊາວນະຄອນໄຫລຫລັ່ງ
ເຂົາກໍ ຊົມຊື່ນດ້ວຍ ຢາກເຫັນນ້ອຍໜໍ່ພຸດໂທ
ຂຸນຟັ່ງຟ້າວ ຮີບເຮັ່ງເລວພະລັນ
ຕໍໂພນຂຸດ ພົງຖາງຟັນມ້າງ
ຂຸມເຫວຫ້ວຍ ລຳທານບຶງບໍ່
ທັງແມ່ນ້ຳ ຖົມດ້ວຍແຮ່ຊາຍ
ຝູງໝູ່ ຄົນຫລາຍລົ້ນ ຊິງກັນບານປົວ
ຄືນບໍ່ເວັ້ນ ເວັນພ້ອມພ່ຳກະທຳ
ເຮືອງເຮື່ອແຈ້ງ ຄືດັ່ງດາວພະກາຍ
ຫລາຍວັນຄືນ ພ່ຳນານເລີຍແລ້ວ
ກໍ່ເພື່ອ ບາຣະມີເຈົ້າ ໂພທິຍານມຸງເຫລື່ອມ
ຄົນບໍ່ ອິດເມື່ອຍລ້າ ກຳລັງກ້າວກວ່າຫລັງ
ພື້ນຮາບກ້ຽງ ສະເມີໜ້າກອງໄຊ
ຍາມເມື່ອ ລົມພານພັດ ຝຸ່ນລະອອງບໍ່ປິວຟົ້ງ
ກົງສະເມີຜ້ຽງ ປຸນປານເຊືອກໄຕ່
ມັນຄາໃຫຍ່ກວ້າງ ຄົນດັ້ນດຸ່ງສະບາຍ
ເຮືອງເຮື່ອດ້າວ ເດັຍຣະດາດເພດານ
ດາວຄຳປະດັບ ຂ່າຍກະດິງແກມແກ້ວ
ສະເວດສັດເຫລື້ອມ ທຸງປິວສະບັດແກວ່ງ
ອຸແອ່ງຕັ້ງ ຂັງນ້ຳຢູ່ເຕັມ
ຄັນທະຊາດແກ້ວ ປະທຸມມາດຈັງກອນ
ຕາມຮິມທາງ ຫວ່າງແຈເຂົາຕັ້ງ
ມີທັງ ໂພສະນັງເຂົ້າ ປູປາປິ້ງຈີ່
ໝົກມອກອົ້ວ ຊິ້ນຫຍໍ້ຍຳຜັກ
ທັງຄາວຫວານ ຄູ່ອັນພຽງພ້ອມ
ເດັຍຣະດາດລົ້ນ ສອງຂ້າງທາງຖະນົນ
ໄວ້ເພື່ອ ຄົນທ່ຽວທາງ ຢູ່ກິນບໍ່ເຄືອງແຄ້ນ
ໃຜ ປະສົງໃດໄດ້ ຕາມໃຈທຸກຢ່າງ
ຍູທ່າງ ຝູງໄພ່ຟ້າ ປະຊາຊ້ອຍຊື່ນຊົມ ເຈົ້າເຮີຍ
ມັນຄາໃຫຍ່ກວ້າງ ປູຜ້າພົມຂາວ
ແຕ່ນະຄອນກະບິນ ສູ່ເທວະທະຫະພູ້ນ
ບະບວນແລ້ວ ຂຸນຫລວງຖວາຍບາດ
ເອັງຊູລີເນັ່ງນ້ອມ ທູນເຈົ້າໜໍ່ເມືອງ
ເມື່ອນັ້ນ ພຣະບໍ່ຊ້າ ເຕີນແຕ່ງດາຣະວັງ
ແສນພະຍາທົງ ຂີ່ພາຍສາຍຊ້າງ
ອັດສະດອນມ້າ ອານຄຳຄາດເຄື່ອງ
ຂຸນຂີ່ຍ້ອງ ກຳລັງກ້າວກົ່ງທະນູ
ຄົນຄັ່ງເຄົ້າ ພື້ນແຜ່ນປະຖະພີ
ອັກໂຂເພນີນັບ ໃຄ່ປະມານດູໄດ້
ໃຜກໍ ຍິນດີດ້ວຍ ຢາກໄປດູນ້ອຍອ່ອນ
ເມື່ອ ປະສູດມົ້ມທ້ອງ ສິເປັນດ້າມດັ່ງໃດ ນີ້ເດ
ອັນວ່າ ພຣະບາດເຈົ້າ ພະຍາໃຫຍ່ສຣີສຸດໂທ
ທົງພາຍສານ ເຜືອກຂາວຂົນແກ້ວ
ນາງງາມຂຶ້ນ ສີວິກາກົງແທ່ນ
ແກ້ວກໍ່ລ້ອມ ມະນີເຂັ້ມເປັ່ງແສງ ພູ້ນເຍີ
ພຣະບາດເຈົ້າ ສະເດັດຂີ່ພາຍສານ
ພໍເຫັນ ຮວນ ໆ ແສງ ດ່ວນພົນຍວງຍ້າຍ
ຟັງຍິນ ແຖຖະວິນກ້ອງ ກອງຍວງເຄົ້າຄື່ນ ພູ້ນເຍີ
ແຫນແຫ່ເຈົ້າ ຈອມໄທ້ພຣະຍອດເມືອງ
ຣະບຳກ່ອມກິ້ງ ເພັງສ້ອຍເສບພຣະອົງ
ນາງກະສັດເຊື້ອ ມາຍາຊ້ອຍຊື່ນ
ຟັງຍິນ ຕຸຣິຍາດຍ້າຍ ດັງເຄົ້າຄັ່ງບົນ ພູ້ນເຍີ
ຝູງໝູ່ ສາວບ່າວພ້ອມ ທ່ຽວທ່ອງທາງຖະນົນ
ມືເລົ່າ ຊ່ວງຊິງຈັບ ກ່ຽວສາວຈູງກ້ອຍ
ໃຈສະງວນຊູ້ ຊູມາລາຍໍຍື່ນ
ໃຫ້ພີ່ ຂໍຝາກນ້ອງ ເປັນແກ້ວມິ່ງຂວັນ ແດ່ທ້ອນ
ເມື່ອນັ້ນ ສາວຍິນຖ້ອຍ ແກ້ເງື່ອນຄຳຖະແລງ
ຢ້ານບໍ່ ສົມພຣະໄທທວງ ແຫ່ງອົງອວນອ້າຍ
ຖ້າພີ່ ກູນາເຍື້ອນ ມະໂນໃນຮັກຫໍ່
ຍາມເມື່ອ ກັບຕ່າວບ້ານ ສິເມືອຊ້ອນຮ່ວມສະເນ ພີ່ແລ້ວ
ເມື່ອນັ້ນ ບ່າວຍິນຖ້ອຍ ແກ້ເງື່ອນຄຳສະມອນ
ຂໍໃຫ້ ສາວຄໍຮຽມ ຢ່າມີໃຈລ້ຽວ
ເພາະເພື່ອ ກຸສົນອ້າຍ ບາຣະມີຍູ້ສົ່ງ
ຈິ່ງໄດ້ ເຫັນໝ່ອມນ້ອງ ເວລາຍ້າຍຍ່າງທາງ ພີ່ແລ້ວ
ຂໍໃຫ້ ທິພະກິ່ນແກ້ວ ເຍື້ອນໂຜດກູນາ ຮຽມທ້ອນ
ນ້ອງຢ່າ ໄລລາປະ ສິຫ່າງເຊີຍຊົມຊ້ອນ
ນຶກວ່າ ແນນນຳກ້ຽວ ກັນລົງນ້າວຈ່ອງ
ບໍ່ໄດ້ ເຫັນໝ່ອມນ້ອງ ພຣະໄທເອົ້າອັ່ງທວງ ແທ້ແລ້ວ
ເມື່ອນັ້ນ ສາວກ່າວຖ້ອຍ ແກ້ເງື່ອນພຣະໄມມິດ
ນ້ອງບໍ່ ຂີນພຣະໄທອວນ ສິລ່ອງເຮືອນຳນ້ຳ
ຢ້ານແຕ່ ທາງພຣະອວນອ້າຍ ແປງລົມລິ້ນອ່ອນ ບໍ່ເດ
ຊາດທີ່ປູມັນຫາກ ບຸບຸ່ນທ້າງ ປາສິຫ້າງລ່ອງຕາມ ພີ່ເນີ
ຄ້ອມວ່າ ສາວກ່າວແລ້ວ ຍ້າຍຍ່າງມັນຄາ
ຕາຊອນແລ ສອດສາວສະງວນຊູ້
ອັນວ່າ ພູບານເຈົ້າ ເດິນທາງຍວງໄພ່
ໄປສັ່ງນ້ອງ ຈອມໄທ້ພຣະຍອດນາງ
ແລ້ວຕ່າວຕັ້ງ ຄືນຫ້ອງແຫ່ງເດິມ ແທ້ແລ້ວ
ພຣະຈິ່ງ ຕ້ານສັ່ງນ້ອງ ນາງນາດສາວສະມອນ
ພີ່ສິ ຄືນນະຄອນຫລວງ ນັ່ງທົງຄອຍຖ້າ
ອັນວ່າ ໂຣຄາໄຂ້ ຈັງໄຮໂພຍພະຍາດ ກໍດີທ້ອນ
ຂໍໃຫ້ ປຣາສະຈາກເວັ້ນ ເຢັນເນື້ອສວ່າງສະບາຍ ພີ່ເນີ
ເມື່ອນັ້ນ ສຣີສະອາດແກ້ວ ນາງຣາຊເທວີ
ເອັງຊູລີນົບ ນັ່ງປຣະນົມຍໍນິ້ວ
ຂໍໃຫ້ ອົງກະສັດໄທ້ ຄືນນະຄອນຕູ້ມໄພ່
ນ້ອງບໍ່ ໄປຢູ່ເນິ່ນ ນານລ້ຳເຄິກຄາວ ພີ່ເຮີຍ
ເມື່ອນັ້ນ ພູເບດທ້າວ ກັບຕ່າວນະຄອນຫລວງ
ຝູງໝູ່ ໂຍທາຄັບ ຄັ່ງທາງກັບບ້ານ
ສ່ວນວ່າ ກັນລະຍານ້ອຍ ອວນພົນຍວງໄພ່
ບໍ່ອາດ ນັບອ່ານໄດ້ ຫລາຍລ້ານກ່ວາປະມານ ເຈົ້າເຮີຍ
ຟັງຍິນ ສຽງຄື່ນເຄົ້າ ຄັບແຜ່ນປະຖະພີ
ມີທັງ ດົນຕຣີທິບ ກ່ອມຣະງົມເທິງຟ້າ
ມັນຄາກວ້າງ ພົນຫລວງຍ້າຍຍ່າງ
ຟັງສຽງ ຊ້າງແລມ້າ ລະງົມຮ້ອງເປັ່ງສຽງ
ຝຸງສ່ຳເຊື້ອ ປັກສີຊາດຄະນານົກ
ເຂົາກໍ ຊໍແຊ່ຕາມ ເປັ່ງສຽງສຸດດ້າວ
ຟັງຍິນ ຄຸ່ມ ໆ ກ້ອງ ກອງຍວງຍົງໄພ່ ພຸ້ນເຍີ
ຂວ້າມດ່ານໄມ້ ໄພກວ້າງຍ່ານຄາວ
ມີໝູ່ ເມກກ່າຍກ້ອນ ຊ້ອນຊໍ່ຊອນສະລັບ
ບັງເກິດ ເປັນຝອຍຝົນ ພົ່ນລະອອງດວງໄມ້
ໄຫລລົງພື້ນ ທໍຣະນີຫອມຮື່ນ
ຮົດຮ່ວງເຮົ້າ ຖະນົນກວ້າງເຮື່ອເຮືອງ ແທ້ແລ້ວ
ທີ່ນັ້ນ ເປັນຍ່ານກວ້າງ ກາງເທິງມັນຄາ
ສອງນະຄອນພາຣາ ເກິ່ງກັນດອນກວ້າງ
ທີ່ນັ້ນ ສິລາກ້ຽງ ສະຖານພຽງພູມຮາບ
ຣັດສະມີເຮື່ອແຈ້ງ ແສງເຫລື້ອມສ່ອງເງົາ
ດາດາດພື້ນ ປະມານຊົ່ວແສງຕາ
ມີທັງ ສະພັງໃສ ສ່ອງງາມເງົາແກ້ວ
ມີທັງ ຈັງກອນພ້ອມ ນິລຸບົນບານແບ່ງ
ໃນບໍ່ແກ້ວ ສະກວ້າງແຄ່ສະພັງ
ທີ່ນັ້ນ ເດັຍຣະດາດໄມ້ ສາຂາຊາດຮັງງາມ
ສາຂາຂວິ້ນ ຮົ່ມເງົາງາມກວ້າງ
ຜະກາດວງໄມ້ ເກສອນຄັນທະຊາດ
ຍາມນັ້ນ ນາງນາດນ້ອຍ ພະເນຜ້າຍລ່ວງເຖິງ
ພັກຈອດຍັ້ງ ເຊົາຮົ່ມຮຽງສະຖານ
ກັນລະຍານາງ ຊື່ນພຣະໄທຊົມໄມ້
ໃນສະຖານກວ້າງ ພູມພຽງພື້ນຮາບ
ນາງກໍ ຄຶດໄຄ່ໄດ້ ດວງແກ້ວກິ່ນຫອມ
ເມື່ອນັ້ນ ຮັງຄູ່ຕົ້ນ ກ້ານກ່ອງລົງດິນ
ຖວາຍແພງສຣີ ເປັ່ງລະອອງບານແຍ້ມ
ດັ່ງມີ ວິນຍານຕັ້ງ ປະສົງຍວງຍານຫໍ່
ຝູງຮຸກຂະຊາດໄມ້ ໄຂອ້າກິ່ນລະອອງ
ທຸກດ່ານດ້າວ ເງື້ອມແງ່ໄພພະນອມ
ກໍຫາກ ໂມທະນາດອມ ເປັ່ງລະອອງຖວາຍນ້ອມ
ທັງ ກະດັງງາສ້ອຍ ຂະຍອມຍອຍງອຍປ່າ
ບາງພ່ອງ ໃບກີບອ້າ ລະອອງຟົ້ງກິ່ນຫອມ
ທັງຊາດເຊື້ອ ປະທຸມມາດບົວຫລວງ
ໃນສະພັງພຽງ ແຄ່ນະທີວັງກວ້າງ
ກັບທັງ ຈັງກອນສ້ອຍ ບຸສະບາເບີຍກິ່ນ
ຍາມເມື່ອ ລົມລ່ວງຕ້ອງ ຫອມກຸ້ມກ່ອມໄພ
ຝູງສ່ຳເຊື້ອ ປັກສາຊາດໄພພະນອມ
ກາເຫວົ່າວອນ ສົ່ງສຽງຊົມຊ້ອງ
ເຂົາທອງຮ້ອງ ໂມທະນາຊົມຊື່ນ
ກໍຣະວີກຮ້ອງ ງັນເຈົ້າເສບຣະງົມ
ທຸກສ່ຳເຊື້ອ ກະທາຂາບເຂົາຂຽວ
ພູມລະວາ ແກມກົກແກງ ຂາບຕົວຕຸ່ມນ້ຳ
ເຂົາກໍ ເອົາກັນຮ້ອງ ສຽງລະງົມກ້ອງເຖື່ອນ
ມີທັງ ແຊວກ່າງກີ້ ຍູງຫ່ານເຫບຫົງ
ເຂົາກໍ ຊົມຊື່ນດ້ວຍ ດອມນາດນາງເມືອງ
ກັບທັງ ໂພທິສັດທົງ ຢູ່ເນົາໃນທ້ອງ
ຍູງທອງຮ້ອງ ຍໍຫາງເຫິນແອ່ນ
ຂັບປີກເປື້ອງ ເພັງສ້ອຍສົ່ງສຽງ
ເມື່ອນັ້ນ ສຣີສະອາດເຈົ້າ ນ້ອຍນາດນາງເມືອງ
ຊົມດົງຮັງ ຄ່ວງພະລານພຽງລ້ານ
ເຖິງເມື່ອ ຍາມດີແລ້ວ ໂພທິຍານທົງປຣະສູດ
ນາງຢາກ ຈັບງ່າໄມ້ ຮັງດົ້ວງ່າງາມ
ເມື່ອນັ້ນ ຮັງດຸ່ມດົ້ວ ກ້ານກ່ອງປາຍຖວາຍ
ນາງທົງຈັບ ງ່າຮັງຍືນຢ້ຽມ
ນັກສະນົມຟ້າວ ປະດາປຸນແປງຮີບ
ປູລວາດພື້ນ ພົມກ້ຽງອ່ອນງາມ
ແລ້ວຈຶ່ງ ຜູກມ່ານກັ້ງ ດາດາດເພດານ
ອິນພຣົມ ທັງເທວາ ມືດລະງົມເທິງຟ້າ
ພຣົມກໍ ເອົາຍັງຊິ່ນ ໂກສີໃສສະອາດ
ປະດັບຖ່າຍໃຫ້ ນາງນ້ອຍນຸ່ງທົງ
ອິນທິຣາຊທ້າວ ພະລັງເປັ່ງແປວເຮືອງ
ອຸທຸມພອນພຽງ ມູ່ຍສີແສງຟ້າ
ມາກາງກັ້ງ ນາງງາມຫຸ້ມຫໍ່
ບໍ່ໃຫ້ ໃຜລ່ຳຢ້ຽມ ເຫັນແກ້ວໜໍ່ພຣະນາງ
ອັນວ່າ ເຈົ້າໜໍ່ຟ້າ ໂພທິຣາຊກຸມມານ
ບາທະຈອນເດິນ ອອກມາບໍ່ມີຊ້າ
ບາທາພື້ນ ທັງສອງຢືນຫຍຽບ
ເໝືອນດັ່ງລົງຈາກ ຜາສາດແກ້ວ ພຣະໄທເຈົ້າຊື່ນບານ
ຣັດສະມີເຮື່ອແຈ້ງ ທົງເປັ່ງເປັນແສງ
ຄືດັ່ງ ສຸຣິໂຍຍວງ ຍອດເຂົາຍາມເຊົ້າ
ເຈົ້າກໍ ບາທະຈອນກ້າວ ເຈັດທີຍ້າຍຍ່າງ
ໂລກະທາດໃຫຍ່ກວ້າງ ສະເທືອນພື້ນຫວັ່ນໄຫວ
ພຣົມກໍ ໂຈມແຈ່ມເຈົ້າ ອົງໜໍ່ໂພທິຍານ
ເອົາຜືນແພງ ຫໍ່ພັນພຽນຕູ້ມ
ຍໍຖວາຍນ້ອມ ມານດາທອດພຣະເນດ
ນາງກໍ ແລລ່ຳສິ້ງ ຫລິງແລ້ວຊື່ນພຣະໄທ
ເລິຍເລົ່າ ບັງເກິດເອົ້າ ເຄົ້າທົ່ວເວຫາ
ອຸທະກັງໄຫລ ເປັ່ງລົງເລິງເລື້ອຍ
ມາສົງເຈົ້າ ກຸມມານໂພທິຣາຊ
ກັບທັງ ພຣະແກ່ນເຫງົ້າ ມານດາເຈົ້າໜໍ່ພຸດໂທ ແທ້ແລ້ວ
ມີທັງ ທາດນ້ຳຮ້ອນ ອົບອຸ່ນເຢັນສະບາຍ
ທັງຫລາຍມວນ ເກິດມາມີໄດ້
ເພາະເພື່ອ ບາຣະມີເຈົ້າ ກຸມມາໂຣໂພທິຣາຊ
ອິນຈິ່ງ ປຣະສາດໃຫ້ ສົມແມ້ງແມ່ນມະໂນ ແທ້ແລ້ວ
ເມື່ອນັ້ນ ອິນທ່ອນທ້າວ ຮີບເຮັ່ງເຣວພະລັນ
ເອົາຜືນແພງ ຫໍ່ພັນຈອມເຈົ້າ
ມາວາງໄວ້ ກອງມະນີເທິງແທ່ນ
ສະເວດສັດກົ່ງກັ້ງ ເຫລືອງເຫລຶ້ອມເຮື່ອເຮືອງ
ທຸກທົ່ວດ້າວ ຂົງຂອບປະຖະພີ
ຟັງຍິນ ດົນຕຣີທິບ ກ່ອມລະງົມງັນກ້ອງ
ອັດສະຈັນແທ້ ມີຫລາຍເຫລືອຍິ່ງ ຈິງແລ້ວ
ຍິນສະນຸກທົ່ວດ້າວ ສະວັນນັ້ນດັ່ງດຽວ ເຈົ້າເຮີຍ
ແສງສ່ອງແຈ້ງ ເຮືອງເຮື່ອປະຖະພີ
ດອກມົນທາເທິງສະວັນ ຫວ່ານລົງພົມພື້ນ
ອັນວ່າ ສິຣິສຸດໂທທ້າວ ທົງນະຄອນຮູ້ເຫດ
ພຣະກໍ ຍວງໄພ່ນ້ອຍ ຂຽວດັ້ນດຸ່ງເຖິງ
ອັນວ່າ ກ້ຳຝ່າຍເບື້ອງ ປິຕຸເຣດນາງງາມ
ກໍເລົ່າ ທວນພົນສະເດັດ ລ່ວງເຖິງດົງກວ້າງ
ທັງປວງພ້ອມ ສອງນະຄອນເຄົ້າຄື່ນ
ພາກັນ ສົມໂພດເຈົ້າ ອົງເຫງົ້າໜໍ່ພຸດໂທ
ທຸກແຫລ່ງຫລ້າ ຝູງໝູ່ເທວະດາ
ກັບທັງ ສອງນະຄອນຄັບ ຄັ່ງຣະງົມສະເທືອນຟ້າ
ອັນວ່າ ມານດາແກ້ວ ບາບຸນໂພທິຣາຊ
ພໍເມື່ອ ເຈັດພ່ຳມື້ ກໍເມືອຟ້າສູ່ສະວັນ
ລົດຊົ່ວມ້ຽນ ຈຽນຈາກເມືອງຄົນ
ເມືອເມືອງແມນ ຢູ່ກະເສິມແສນຊັ້ນ
ອັນວ່າ ສຸນັນທານ້ອຍ ໃຈເມືອງພຣະແມ່ ນາງນັ້ນ
ໃຈສະວາດກັ້ນ ນຳເຈົ້າທ່າວທວງ
ກັບທັງ ພຣະມິ່ງຕົ້ນ ພະຍາໃຫຍ່ສຣີສຸດໂທ
ຕີທວງທົບ ທ່າວແດດອມເຈົ້າ
ທົງພຣະໄທກັ້ນ ທວງກະສັນແສນໂສກ
ຄືດັ່ງ ຄວັດພຣະເນດເນື້ອ ສອງເບື້ອງແບ່ງໜີ ນັ້ນແລ້ວ
ພຣະຈິ່ງ ຕົກແຕ່ງຕັ້ງ ສົບຄາບນາງເມືອງ
ແປງພຣະເມມຫລວງ ຈຸດເຜົາເສັດສ້ຽງ
ສຸນັນທາແກ້ວ ຄະນິງປອງຄຶດຮ່ຳ
ໃຜສິລ້ຽງອ່ອນນ້ອຍ ຫລານແກ້ວແຫ່ງກູ ນີ້ເດ
ນາງກໍ ມອບແກ່ນແກ້ວ ໂສມສະອາດບຸດຕຣີ
ຊື່ວ່າ ໂຄຕະມີນາງ ຮູບໂສມສະເມີແຕ້ມ
ໄປເປັນແກ້ວ ເທວີແທນທີ່
ໃຫ້ຮັກສາອ່ອນນ້ອຍ ຫລານຫລ້າຕໍ່ໄປ ແທ້ແລ້ວ
ເມື່ອນັ້ນ ພຣະບາດເຈົ້າ ພະຍາໃຫຍ່ສຣີສຸດໂທ
ພາເອົາ ໂຄຕະມີນາງ ຕ່າວຄືນນະຄອນບ້ານ
ກັບທັງ ໂພທິຍານເຈົ້າ ບາບຸນບຸດຕະຣາຊ
ຝູງໝູ່ ອິນພ່ຳພ້ອມ ກໍເມືອຟ້າສູ່ສະວັນ
ສຸນັນທາເຈົ້າ ມານດານາງນາດ
ກັບຕ່າວຫ້ອງ ນະຄອນກວ້າງແຫ່ງພຣະອົງ ແທ້ແລ້ວ
ຍຸດຕິກາບົດບັ້ນ ມາຍາມໍຣະນາດ
ຍົກແຍງຖ້ວນ ຖວາຍໄວ້ທີ່ຄວນ ກ່ອນແລ້ວ.
ຜູກທີ່ 3
3.1 ບັ້ນການເທວິນດາບົດເຂົ້າຢ້ຽມ
ບັດນີ້ ຈັກກ່າວເຖິງ
ການເທວິນເຈົ້າ ດາບົດຕົນປະເສິດ ກ່ອນແລ້ວ
ອະພິນຍາດຸ່ງດັ້ນ ສະວັນຟ້າທ່ອງທຽວ
ຮູ້ຂ່າວເຈົ້າ ໂພທິຣາຊກຸມມານ
ແຍງນະຄອນກະບິນ ດ່ວນເຖິງຖະແລງຕ້ານ
ເມື່ອນັ້ນ ສິຣິສຸດໂທເຈົ້າ ຣາຊາພູວະນາດ
ຕ້ານກ່າວຂໍ້ ຖະແລງແຈ້ງຊື່ນຊົມ
ແລ້ວບໍ່ຊ້າ ເອົາຣາຊກຸມມານ
ມາສູ່ ໂຍຄີດູ ລ່ຳແຍງພໍແຈ້ງ
ອັນວ່າ ບາທາຕີນ ກຸມມານບຸດຕະຣາຊ
ຕັ້ງຢູ່ ເໜືອເກດເກົ້າ ໂຍຄີເຈົ້າເລົ່າກົວ ແທ້ແລ້ວ
ແລ້ວເນັ່ງນິ້ວ ປະນົມຂາບກຸມມານ
ພຣະວໍຣະປິຕາເຫັນ ກໍເລົ່າຍໍມືນ້ອມ
ເປັນທີ່ ອັດສະຈັນແທ້ ສົມພານບຸດຕະຣາຊ
ພໍ່ກໍ ແປະແຜ່ນພື້ນ ຕີນເຈົ້າໃສ່ຫົວ
ແລ້ວບໍ່ຊ້າ ດາບົດທອດພອນຖວາຍ
ອັນວ່າ ກຸມມານບຸນ ມາກຫລາຍເຫລືອລົ້ນ
ສິໄດ້ ເປັນດວງແກ້ວ ສັບພັນຍູດວງຍອດ
ພຣະໄທຊື່ນຊ້ອຍ ທັງໄຫ້ເລົ່າຫົວ
ແລ້ວຈິ່ງ ບອກຂ່າວຕ້ານ ຂານຕໍ່ພະຍາເມືອງ
ການທີ່ ເຮົາເສັຍໃຈ ບໍ່ໄດ້ທັນພຣະອົງເຈົ້າ
ອາຍຸ ຊະຣາແລ້ວ ບໍ່ທັນນານສິລົດຊົ່ວ
ບໍ່ໄດ້ ເຫັນອ່ອນນ້ອຍ ສິເປັນແກ້ວແກ່ນພຸດໂທ
ການທີ່ ເຮົາຫົວນັ້ນ ໃນເມື່ອເຮົາເຫັນ
ພຣະອົງເຈົ້ານັ້ນ ອະພິນຍາຍານປະເສິດລ້ຳ
ປູຣິລັກຖືກຕ້ອງ ສິເປັນແກ້ວແກ່ນພຸດໂທ ແທ້ແລ້ວ
ເມື່ອນັ້ນ ພຣະບາດເຈົ້າ ຖະແລງຕໍ່ພຣາມມະນາ
ໃຫ້ທ່ານ ມາຄວນດູ ໂຊກບາບຸນທ້າວ
ຈັກສິ ມີບຸນກ້າ ບາຣະມີມຸງມາກ
ສິໄດ້ ເປັນພຣະພຸດທະເຈົ້າ ຈິງແທ້ດັ່ງຮາ ນັ້ນເດ
ເມື່ອນັ້ນ ໂຫນເນັ່ງນິ້ວ ທັງ 8 ພຣາມມະນາ
ທູນເທໂວ ກ່າວກອນຖະແລງຖ້ອຍ
ອັນວ່າ ກຸມມານນ້ອຍ ບາຣະມີກ້າແກ່
ລັກຂະນະເລິດລ້ຳ ເຫລືອລົ້ນກ່ວາປະມານ ພຣະເຮີຍ
ພໍແຕ່ ຫຽນຫ່າງຊີ້ ປະຫຽນກ່າວທູນຖວາຍ
ສາມສິບສອງຄົບ ລັກຂະນາດູໄດ້
ອັນວ່າ ບາທາຕີນ ກົງຈັກວຽນຮອບ
ຣັດສະມີເຮື່ອແຈ້ງ ທັງກ້ຽງອ່ອນນວນ
ນອກກວ່ານັ້ນ ພົ້ນທີ່ຄະນະນາ
ມັດສາ ປູປາຫອຍ ມາກມີຫລາຍລົ້ນ
ອະນຸພະຍັນຊະນາໄດ້ ພໍປະມານຮ້ອຍແປດ
ບຸນມາກລົ້ນ ກວມພື້ນແຜ່ນໄຕຣ ແທ້ແລ້ວ
ຄັນວ່າ ຢູ່ສືບສ້າງ ທົງແທ່ນນະຄອນຫລວງ
ຈັກໄດ້ ເປັນພະຍາຈັກ ນັ່ງທົງເປັນເຈົ້າ
ກວມກົງພື້ນ ແດນໄກ 4 ທະວີບ
ນຳເນັ່ງນ້ອມ ສິນສ້າງສ່ວຍໄຮ ເຈົ້າເຮີຍ
ຄັນວ່າ ບັນພະຊາເຂົ້າ ສະມະນາທົງເພດ
ສິໄດ້ ເປັນພຣະພຸດທະເຈົ້າ ອົງລ້ຳໂລກລື ແທ້ແລ້ວ
ເມື່ອນັ້ນ ພຣາມກ່າວຖ້ອຍ ທູນທອດເທໂວ
ຍັງມີພຣາມ ຊື່ວ່າໂກນທັນຍະ ຍື່ນປະນົມຍໍນິ້ວ
ເປັນພຣາມນ້ອຍ ທູນອົງພູວະນາດ
ຍໍຍື່ນນິ້ວ ຄຸລີຊີ້ກ່າວຍຳ
ບອກວ່າ ບຸດຕະຣາຊນີ້ ບຸນມາກເຫລືອຫລາຍ
ຈັກໄດ້ເປັນ ສັບພັນຍູ ແນ່ນອນຈິງແລ້ວ
ເມື່ອນັ້ນ ສົມມະຕິເທໂວເຈົ້າ ພະຍາຫລວງຊ້ອຍຊື່ນ
ປຣະທານແຈກໃຫ້ ລາງວັນເບັ້ຍແກ່ພຣາມ ແທ້ແລ້ວ
ເມື່ອນັ້ນ ພຣາມພ່ຳພ້ອມ ຊົມຊື່ນໂມທະນາ
ລາພູມີ ຕ່າວຄືນຫາຫ້ອງ
ເມືອເຖິງຍ້າວ ເຮືອນເນົານິດທະເນັ່ງ
ຫລັບຕື່ນຂຶ້ນ ຄະນິງຮູ້ຄູ່ຊູ່ຍາມ
ໂກນທັນຍະ ພຣາມຄຶດໄດ້ ບໍ່ມີເມື່ອວັນຍາມ
ຄະນິງຫວນເຫັນ ໄຕ່ຕອງດູແຈ້ງ
ຄວນກູ ເອົາຕົນເຂົ້າ ບັນພະຊາທົງເພດ
ໄປຄອຍ ວິເສດແກ້ວ ອົງລ້ຳໜໍ່ພຸດໂທ ຊອບແລ້ວ
ພຣາມຮ່ຳແລ້ວ ປະດັບແຕ່ງກາຍາ
ພາເອົາ ກຸມມານຫລານ ລູກພຣາມໄປພ້ອມ
ບັນພະຊາດ້ວຍ ຣືສີທົງເພດ
ຢູ່ໃນ ດົງດ່ານກວ້າງ ສັກກະໄມ້ປ່າໄພ ກ່ອນແລ້ວ
ເມື່ອນັ້ນ ພຣະບາດເຈົ້າ ຕົນຊື່ສຣີສຸດໂທ
ພຣະກໍ ທັນວົງສາ ໝູ່ຄະນາແນວທ້າວ
ທັງຫລາຍໄດ້ ພໍປະມານ 8 ໝື່ນ
ມາໃຫ້ ໃສ່ຊື່ທ້າວ ນາມນ້ອຍໜໍ່ແມນ
ນົບນອບນິ້ວ ຄະນາຍາດທັງຫລາຍ
ເອັງຊູລີກອນ ຂາບປະນົມຍໍນິ້ວ
ເຍືອງຍັງຖ້ອຍ ເຜີຍກະບວນເປັຍບອກ
ເລົ່າເຣື່ອງເຄົ້າ ຕາມຕົ້ນທີ່ມີ
ອັນວ່າ ກຸມມານນ້ອຍ ບາບຸນບຸຕະຣາຊ ເຮົານີ້
ຊື່ວ່າ ສຣີທາດທ້າວ ນາມນີ້ຄ່ອງຄື ທ່ານເຮີຍ
ພຣະບາດເຈົ້າ ຊົມຊື່ນໃຈສະງວນ
ແຕ່ງກຸມມານ ດັ່ງພຣະໄທໃນເນື້ອ
ພຣະກໍ ຫາສາຍເຊື້ອ ກຸມມາຣີນ້ອຍອ່ອນ
ມາໃຫ້ ເປັນພີ່ລ້ຽງ ບາທ້າວປິ່ນປົວ
ເນື້ອອ່ອນກ້ຽງ ສຳລີປຽບປຸນປານ
ພຣະ ປຣະທານນາງນົມ ແກ່ບາພໍຮ້ອຍ
ຕັ້ງຫາກ ສົມສະງຽມໜ້າ ນົງພາວເນື້ອອ່ອນ
ນົມບໍ່ ຍານຫຍ່ອນເຕົ້າ ທັງນ້ຳເລົ່າຫວານ
ນັບອ່ານໄດ້ ພວກແມ່ນາງນົມ
ທັງເລົ່າ ມີສຽງຫວານ ອ່ອນປານປຸນຝ້າຍ
ຫລາຍປະມານລົ້ນ ໂຮງຫລວງຄົບຄັ່ງ
ສັງຂະຍາອ່ານໄດ້ ຫົກຮ້ອຍເສດປາຍ ແທ້ແລ້ວ
ອັນວ່າ ຝູງພີ່ລ້ຽງ ເອື້ອຍມຸ່ງຄຳຫວານ
ຮັກສາກຸມມານ ບໍ່ໄລວາງເວັ້ນ
ອັນວ່າ ໂຄຕະມີແກ້ວ ເທວີນາງເອກ
ເປັນແມ່ນ້າ ຂອງທ້າວໜໍ່ແມນ ແທ້ແລ້ວ
ຮັກອ່ອນນ້ອຍ ໂພທິຣາຊກຸມມານ
ພຣະນາງແພງພຽງ ພຣະເນດເນົາໃນໜ້າ
ກໍບໍ່ ລະວາງເວັ້ນ ເຢັນຄ່ຳວັນຄືນ
ປຸນແປງ ປົວຮັກສາ ຫໍ່ສຣີບໍ່ມີເວັ້ນ
ທັງເລົ່າ ຄຶດອ່າວເອື້ອ ຄະນິງຮ່ຳຄືນຫລັງ
ພຣະໄທທວງຄຶດ ຮ່ຳຄະນິງເຖິງເອື້ອຍ
ອັນວ່າ ມາຍາເຈົ້າ ຕາຍໄປໜີຈາກ
ພາກອ່ອນນ້ອຍ ວາງໄວ້ແກ່ເຮົາ
ທັງເລົ່າ ຄຶດອ່າວເອື້ອ ເອື້ອຍພີ່ຕາຍໜີ
ຢ້ານກູ ເປັນຄືກັນ ສິຫ່າງພົງພັນເຊື້ອ
ຕາມກັມທ້ອນ ເຮົາເຄີຍລ້ຽງອ່ອນ
ບໍ່ຫ່ອນ ໜີຫລີກເວັ້ນ ເວນສ້າງແຕ່ຫລັງ ໄດ້ເດ
ນາງກໍ ລ້ຽງອ່ອນນ້ອຍ ໂພທິຣາຊກຸມມານ
ປຣະທານນາງນົມ ມ່າມໂພຊະນັງພ້ອມ
ກໍບໍ່ ມີການຮ້ອນ ອະນາທອນທຸກທະເວດ
ເພາະວ່າ ອິນຢູ່ຟ້າ ສະວັນຢ້ຽມຜໍ່ແນມ ເຈົ້າເຮີຍ
ອັນວ່າ ພຣະມິ່ງຕົ້ນ ນາງຣາຊເທວີ
ໂຄຕະມີທົງຄັນ ລູກເນົາໃນທ້ອງ
ບະບວນຖ້ວນ ສິບເດືອນທົດສະມາດ
ປຣະສູດອ່ອນນ້ອຍ ເປັນແກ້ວໜໍ່ຊາຍ
ຜິວເຜົ່າຜ້ຽງ ສະເມີພີ່ພຽງໂສມ
ແຕ່ວ່າ ບາຣະມີທັມ ບໍ່ພ່ຳພຽງພຣະອົງອ້າຍ
ນາງກໍ ຍິນດີດ້ວຍ ປຸດຕາອັນປຣະສູດ ມານັ້ນ
ປຣະທານສົ່ງໃຫ້ ສະນົມລ້ຽງປ່ຽນຕົນ
ໃສ່ຊື່ເຈົ້າ ນັນທະຣາຊກຸມມານ
ພຣະນາງພຽນແພງ ບໍ່ຫ່າງພໍຍາມນ້ອຍ
ຍາມນັ້ນ ສຣີສຸດໂທທ້າວ ພະຍາຫລວງທົງແທ່ນ
ນັກຂັດຕຣັກເຕົ້າ ຣະດູເຂົ້າລ່ວງເຖິງ
ພຣະກໍ ປຸນປ່າວທ້າວ ແສນສ່ຳໃນນະຄອນ
ເຮົາຈັກ ທຳນາຂວັນ ທົ່ງພຣະລານພຽງກວ້າງ
ເມື່ອນັ້ນ ມຸນຕຣີຕັ້ງ ສະນາມໄຊເຮືອງເຮື່ອ
ເຊິນເອົາ ບຸຕະຣາຊນ້ອຍ ໄປຫລິ້ນທົ່ງຫລວງ
ເຂົາກໍ ເອົາໜໍ່ແກ້ວ ສະຖິດແທ່ນເມັງຄຳ
ມຸງເພດານ ຂ່າຍມະນີແກມແກ້ວ
ອັນວ່າ ສິຣິສຸດໂທທ້າວ ຣາຊາພູວະນາດ
ໃຫ້ໝູ່ ອາມາດສ້າງ ປຣະດາດ້າມແຕ່ງໄຖ
ສຽງຄື່ນເຄົ້າ ຕຸຣິຍາດດົນຕຣີ ພຸ້ນເຍີ
ມະໂຫຣີ ທັງແກວົງ ທົ່ງພຣະລານດັງກ້ອງ
ອັນວ່າ ຣາຊາເຈົ້າ ນາຂວັນໄຖແຮກ
ຕາມ ກະບິນຮີດເຄົ້າ ປະຖົມຕັ້ງແຕ່ງມາ
ຝູງໝູ່ ຄົນຫລັ່ງລົ້ນ ເຕັມທົ່ງນາຫລວງ
ສ່ວນ ສະນົມນາງນົມ ປ່ອຍກຸມມານນ້ອຍ
ພຣະກໍ ກັມມັດຖານຕັ້ງ ພະແນງເຊິງຂັດຕະໝາດ
ມະໂນ ໃນຊື່ນຊ້ອຍ ພຣະໄທຕັ້ງຕໍ່ທັມ
ເລີຍເລົ່າໄດ້ ບັງເກິດອະພິນຍາ
ພໍເມື່ອ ສຸຣິໂຍລັບ ບ່າຍວັນເງົາຊ້າຍ
ອັນວ່າ ຊຸມພູຫວ້າ ເງົາຍັງຕັ້ງທ່ຽງ
ອັດສະຈັນເກິດຂຶ້ນ ເປັນດ້ວຍເດດຍານ
ອັນວ່າ ພຣະພໍ່ພ້ອມ ສະນົມພວກນາງນົມ
ເອັງຊູລີນົບ ຂາບຕີນບາທ້າວ
ອັນນີ້ ສົມພານທ້າວ ບາຣະມີມຸງໂລກ
ແລ້ວເລົ່າ ເລິກທົ່ງກວ້າງ ຄືນເຂົ້າສູ່ນະຄອນ ເຈົ້າເຮີຍ
ອັນວ່າ ສະນົມອາດເນື້ອ ນາງແມ່ມະເຫສີ
ໂຄຕະມີນາງ ພ່ຳພຽນຖະນອມລ້ຽງ
ສຣີສຸດໂທທ້າວ ຄະນິງທັມຄຶດຮ່ຳ
ພຣະກໍ ຄຶດຢາກສ້າງ ສະພັງກວ້າງສ່ອງໃສ
ໃຫ້ແກ່ນແກ້ວ ໂພທິຣາຊກຸມມານ
ຢ້ານໄປບັນພະຊາ ບວດເສັຍຫາຍໜ້າ
ພຣະບໍ່ ໂມທະນາດ້ວຍ ພຣົມມະຈັນທົງເພດ
ຢາກໃຫ້ ທົງສືບສ້າງ ເປັນເຈົ້ານັ່ງປອງ
ອຳນາດກ້າ ກຽດໂລກລືຊາ
ເປັນພະຍາຈັກ ໂລກລືຂາມຢ້ານ
ພຣະຈິ່ງ ບັນຊາໃຫ້ ແສນເມືອງເຕີນປ່າວ
ຝູງໝູ່ ຄົນຄ່ອມເປັ້ຍ ຄະຍືໄຂ້ພ່ອງໄອ
ທັງສ່ຳເຊື້ອ ຊະຣາພາບຫົວຂາວ
ຝູງຄົນ ເປັນປູມເອ້ ທູດມະເຮັງທັງໂມ້
ກັບທັງ ຄົນຂາຫ້ານ ຜິວໜັງຫົດຫູ່
ໃຫ້ໄປ ຢູ່ນອກຕ້າຍ ນະຄອນກວ້າງທີ່ໄກ ພູ້ນເນີ
ຢ່າໄດ້ ມາຢູ່ໃກ້ ບຸຕະຣາຊສິຫລຽວເຫັນ
ຢ້ານແຕ່ ກຸມມານຄຶດ ໜ່າຍສະອາງຜາງຮ້າຍ
ພຣະກໍ ປຸນຂຸນຕັ້ງ ລະວັງຍາມເປັນຍ່ານ
ມີທະຫານຢູ່ເຝົ້າ ທັງເຊົ້າຄ່ຳເຢັນ ທ່ານເຮີຍ
ເມື່ອນັ້ນ ເລີຍເລົ່າ ຮ້ອນຮອດໄທ້ ທິພະອາດອິນທຣາ
ບັນທຸສິລາຫິນ ແທ່ນທົງເລີຍກະດ້າງ
ພຣະຈິ່ງ ບັນຊາໃຫ້ ວິດສຸກັມລົງໂລກ
ໃຫ້ທ່ານ ໄປແຕ່ງຕັ້ງ ສະພັງກວ້າງແກ່ບາ
ເມື່ອນັ້ນ ເທວະບຸດບໍ່ຊ້າ ທະຍານລ່ວງເວຫາ
ແຍງນະຄອນກະບິນ ບ່ອນປະສົງໝາຍໄວ້
ໄປເຖິງພື້ນ ນະຄອນຄົນໃຕ້ຕ່ຳ
ເລີຍເລົ່າ ນິຣະມິດສ້າງ ສະພັງພຽງກວ້າງໃຫຍ່
ຢູ່ຈິ່ມໃຕ້ ປະຕູແກ້ວແຫ່ງວັງ
ເດັຽຣະດາດດ້ວຍ ປັນຈະມາດບົວຫລວງ
ມີທັງ ບຸສະບາບານ ແບ່ງຈີຈູມອ້າ
ປະທຸມມາດແກ້ວ ຈັງກອນຫອມອ່ອນ
ດາດາດ ເທິງແມ່ນ້ຳ ສະພັງກວ້າງເຮື່ອເຮືອງ ເຈົ້າເຮີຍ
ຫອມຮ່ວງເຮົ້າ ຄັນທະຊາດຈັງກອນ
ລະອອງເກສອນ ຮ່ວງໂຮຍຮຳພື້ນ
ອັນວ່າ ສະພັງກ້ຽງ ແສງໃສສະເມີແວ່ນ
ຫິນແກ່ນແກ້ວ ທົງເຫລື້ອມສ່ອງງາມ
ທ່າຮາບກ້ຽງ ປູແຜ່ນມະນີໃສ
ມີທັງ ບັນໄດເກາະ ກ່າຍມະນີໂຊດແກ້ວ
ວັນຄືນເຫລື້ອມ ເປັນພຣະກາຍເຮືອງເຮື່ອ
ຄືດັ່ງ ຍວງຍື່ນໄຕ້ ໂຄມແກ້ວເປັ່ງແສງ
ແລ້ວຈິ່ງ ນິມິດໄວ້ ເຮືອລ່ອງລອຍສະພັງ
ທັງພາຍຕິດ ຊູ່ລຳແຮໄວ້
ມີສີເຫລື້ອມ ມະນີໂຊດແກ້ວຫລາກ
ຄືດັ່ງ ວັນນະນາກກ້ຽວ ຫາງຝັ້ນໄຂວ່ຂີນ
ມີທັງ ພາຍໃສ່ໄວ້ ເປັນແຜ່ນເງິນຍວງ
ທັງປວງເໝືອນ ດັ່ງດາວະດຶງຟ້າ
ເໝືອນສະພັງແກ້ວ ສຸນັນທາເທວະໂລກ
ໃນແຫ່ງຫ້ອງ ສະວັນຟ້າຝ່າຍພຣະອິນ ພູ້ນແລ້ວ
ເປັນທີ່ ຍິນມ່ວນແມ້ງ ນະຄອນອາດຊາວຄົນ
ໄວ້ໃຫ້ ກຸມມານຊົມ ຊື່ນພຣະໄທຍາມຮ້ອນ
ອັນວ່າ ໂພທິຍານເຈົ້າ ບາບຸນຕົນປະເສິດ
ຫລຽວເຫັນ ສະໃຫຍ່ກວ້າງ ພຣະໄທເຈົ້າຊື່ນຊົມ ແທ້ແລ້ວ
ແລ້ວປ່າວຮ້ອງ ພວກໝູ່ບໍຣິວານ
ລົງສະພັງຫລວງ ລ່ອງລອຍວັງກວ້າງ
ມືບາຍແກ້ວ ປະທຸມມາຊົມຊື່ນ
ໃນແມ່ນ້ຳ ສະພັງກວ້າງສ່ອງໃສ
ເຈົ້າບໍ່ ໄດ້ອ່າວເອື້ອ ກ້ຳຜ່າຍບັນພະຊາ
ມີທໍ່ ເດັດບຸບຜາ ແຄ່ສະພັງວັງກວ້າງ
ທັງປວງພ້ອມ ບໍຣິວານແຫນແຫ່
ກັບທັງ ຝູງພີ່ລ້ຽງ ຣະບຳກິ້ງກ່ອມງັນ ແທ້ແລ້ວ
ເມື່ອນັ້ນ ແສນສ່ຳເຊື້ອ ປັກສາຊາດຄະນານົກ
ບໍ່ອາດ ຄະນະນານັບ ຕ່າງກັນພໍຮ້ອຍ
ເຂົາກໍ ຊໍແຊ່ຕ້ານ ສຽງຫວານຂັບກ່ອມ
ບາງພ່ອງ ຄາບດອກໄມ້ ຖວາຍເຈົ້າໜໍ່ພຸດໂທ
ຮຸ່ງຄ່ຳເຊົ້າ ຮ້ອງຮ່ຳສຽງຫວານ
ຄືດັ່ງ ດົນຕຣີທິບ ເສບສະວັນຍວງຍ້າຍ
ອັນວ່າ ກຸມມານນ້ອຍ ມະໂນໃສຊ້ອຍຊື່ນ
16 ຂວບເຂົ້າ ຣະດູລ້ຳຖ່າຍເຖິງ
ຜິວຜ່ອງກ້ຽງ ມະນີໂຊດໃສແສງ
ສຸຣະສຽງຫວານ ດັ່ງພຣົມພາຍຟ້າ
ຍາມເມື່ອ ວາຈາຕ້ານ ສຽງຫວານນົວອ່ອນ
ຄືດັ່ງ ກໍຣະວີກຮ້ອງ ຣະດູແລ້ງສົ່ງສຽງ ເຈົ້າເຮີຍ
ອັນວ່າ ຣາຊາເຈົ້າ ທົງທັມປິຕຸເຣດ
ພຣະໄທຫນ່ວງນ້າວ ຄະນິງທ້າວຮ່ຳເພິງ
ຄວນກູ ຍົກໜໍ່ແກ້ວ ອະພິເສກອົງກະສັດ
ໃຫ້ເປັນ ຣາຊາທົງນັ່ງ ນະຄອນແທນສ້າງ
ພຣະຈິ່ງ ປຶກສາທ້າວ ແສນພະຍາຫລາຍໝູ່
ຈັດຊ່າງໄມ້ ຫລາຍລ້ານຄັ່ງພຣະລານ
ໃຫ້ແຕ່ງຕັ້ງ ຫໍຣາຊມຸນທຽນ
ອຸດົມດີໂດຍ ດັ່ງວິມານເມືອງຟ້າ
ສາມຫລັງມ້ຽນ ກຳມະລຽນແກ້ວກໍ່
ສູງພຸ່ງພົ້ນ ພະໂຍມຟ້າຊົ່ວຄອຍ
ເຮືອງຮຸ່ງແກ້ວ ລ້ານລູກແສງໃສ
ພາຍບົນເກາະ ຂ່າຍກະດິງດັງກ້ອງ
ມີທັງຄຳ ປະດັບລື່ນ ມະນີນິນແກ້ວປະກອບ
ຍາມເມື່ອ ແດດວູ່ຕ້ອງ ແສງເຫລື້ອມແບ່ງສີ ເຈົ້າເຮີຍ
ມີພ່ຳພ້ອມ ທັງອ່າງອຸທະກັງ
ມີທັງ ບັນລັງຂ່າຍ ໜ່ວຍມະນີໂຊດແກ້ວ
ສາມຫລັງໄດ້ ຣະດູການຜັດປ່ຽນ
ໜາວແລຮ້ອນ ຝົນໃຫ້ຢູ່ສະບາຍ ແທ້ແລ້ວ
ເມື່ອນັ້ນ ຝູງຊ່າງໄມ້ ນ້ອມເນັ່ງປຣະນົມກອນ
ພູທອນພຣະ ຊື່ນພຣະໄທທວງແມ້ງ
ເຮົາຈັກ ເອົາບາທ້າວ ກຸມມານນ້ອຍໜໍ່
ຂຶ້ນຜ່ານຟ້າ ນະຄອນກວ້າງນັ່ງທົງ ຊອບແລ້ວ
3.2 ຫັດເດດທະນູສອນ
ພຣະຈິ່ງ ມີສານໃຊ້ ເຖິງໜໍ່ແກ້ວກະສັດ
ທັງວົງສາ ເຜົ່າພົງພັນທ້າວ
ໃຜຜູ້ ມີສາວເຊື້ອ ກຸມມາຣີລູກມິ່ງ
ໃຫ້ ປຣະດັບແຕ່ງເນື້ອ ນຳຂຶ້ນຂາບຖວາຍ
ເມື່ອນັ້ນ ທຸກສ່ຳເຊື້ອ ສາກະຍະຣາຊວົງສາ
ບໍ່ໄດ້ ໂມທະນາດອມ ພຣະຍອດເມືອງບຸນກວ້າງ
ເພາະວ່າ ກຸມມານນ້ອຍ ນົງເຍົາຍັງອ່ອນ
ສິນລະປະສາດບໍ່ຮູ້ ສິໃສ່ຂຶ້ນນັ່ງເມືອງ ໄດ້ບໍ່
ຍາມເມື່ອ ເກິດເຫດຮ້າຍ ສັດຕຣູໄຕ່ຕາມເຖິງ
ສັດຕຣູມານ ສິເປ່ເພເມືອງບ້ານ
ອັນທະການຮ້ອນ ອໍລະຫົນຂຳເຂືອກ
ຂໍໃຫ້ ພຣະບາດເຈົ້າ ຄະນິງຖ້ວນຮຳເພິງ ນັ້ນທ້ອນ
ເມື່ອນັ້ນ ພຣະບາດເຈົ້າ ພະຍາໃຫຍ່ສຣີສຸດໂທ
ຖະແລງຄຳໄຂ ຕໍ່ກຸມມານນ້ອຍ
ຂໍໃຫ້ ເຈົ້າອ່ອນນ້ອຍ ລອງເດດສອນສິນ
ພໍໃຫ້ ເສນາເຫັນ ໄພ່ພົນຍໍຍ້ອງ
ສິດທັດຖະທ້າວ ລືສິນສັກເດດ
ສິລະປະສາດເພດຮູ້ ຮຽນໄດ້ຄູ່ຊູ່ແນວ
ເມື່ອນັ້ນ ບຸຕະຣາຊນ້ອຍ ສະເດັດສູ່ສະນາມຫລວງ
ຝູງໝູ່ ຄົນທັງປວງ ຄັ່ງພຣະລານພໍລ້ານ
ອຶງຄະນຶງເຄົ້າ ປຸນປານແມງເມົ່າ
ເຂົາຢາກ ເຫັນແຈ່ມເຈົ້າ ລອງເດດສອນສິນ
ພໍໃຫ້ ເຂົາທັນເຫັນ ເຍືອງປະການດີຮ້າຍ
ເມື່ອນັ້ນ ພຣະບໍ່ຊ້າ ທັນພວກນາຍທະນູ
ຜູ້ທີ່ ມີວິຊາ 4 ຄົນເຊັງກ້າ
ມືຖືໜ້າ ມາພະລັນພ້ອມພ່ຳ
ໃຫ້ໄປຢືນຢູ່ ຄົນລະດ້ານ ສະນາມກວ້າງ 4 ມຸມ
ອັນວ່າ ບຸຕະຣາຊເຈົ້າ ຢືນຢູ່ກົງກາງ
ໃຫ້ເຂົາ ຍິງທະນູມາ ສູ່ທາງພຽງພ້ອມ
ກໍບໍ່ ມີມາໃກ້ ໂພທິຍານນ້ອຍອ່ອນ
4 ໝື່ນກ້ຽງ ປະມານສ້ຽງລູກສອນ
ພຣະສິ ຍິງຕອບຕ້ານ ກ້ຳຜ່າຍນາຍຂະມັງ
ເຂົາກໍ ເອັງຊູລີນົບ ອ່ອນຍອມຈອມເຈົ້າ
ພຣະກໍ ຍໍແຍງຊີ້ ທະນູສອນກ້າວແກວ່ງ
ສຽງສະນັ່ນຟ້າ ດິນກ້ອງຫວັ່ນໄຫວ
ສອນລ່ວງເທົ້າ ຂຶ້ນສູ່ເວຫາ
ບັງເກິດ ເປັນມາລາ ດອກດວງດາວແກ້ວ
ທັງເລົ່າ ເປັນຫໍກວ້າງ ວິໄຊຍົນຜາສາດ
ໃສສ່ອງເຫລື້ອມ ທະລັງຟ້າເຮື່ອເຮືອງ
ເຕັມດຸ່ງດັ້ນ ຮີບເຮັ່ງເຣວໄວ
ບັງເກິດ ເປັນແສງໃສ ຂ່າຍຄຳກາງກັ້ງ
ສອນສະແວງດັ້ນ ລົງມາພາຍລຸ່ມ
ພຣະ ສຸທາແຜ່ນພື້ນ ດັງສະທ້ານຫວັ່ນໄຫວ
ເລີຍລ່ວງຕ້ອງ ຕຳແຜ່ນກະດານເຫລັກ
ທັງລວງໜາ 4 ອົງຄຸລີນິ້ວ
ເລີຍເພມ້າງ ທະລາຍກາງແຕກຖ່ອງ
ສອນບໍ່ຍັ້ງ ຣິດທີກ້າວ່ອງໄວ
ເລີຍລ່ວງຕ້ອງ ຕຳແຜ່ນບານປະຕູ
ພໍພັນອັນ ມຸ່ນທະລາຍເພມ້າງ
ອັນວ່າ ກຸດທະລີກ້ວຍ ຢາຍຢັງເດັຍລະດາດ
ສອນສຽບຮ້ອຍ ປຣະດາດ້າມດັ່ງປາ
ສອນແວດອ້ອມ ຂົງຂອບສະນາມໄຊ
ແມ່ນຈັກ ຍິງທາງໄກ ກໍບໍ່ກົວເກງຢ້ານ
ແມ່ນຈັກ ໜີໄປລີ້ ທາງໄກຍາວໂຍດ
ພຣະກໍ ຍິງແມ່ນແທ້ ບໍ່ມີເວັ້ນຫລີກໜີ ໄດ້ແລ້ວ
ໜ້າງືດງໍ້ ວິຊາສາດສອນສິນ
ແຜງເຕໂຊ ຜາບມານທັງຄ້າຍ
ເມື່ອນັ້ນເຂົາກໍ ຕົກແຕ່ງເນື້ອ ນ້ອຍອ່ອນກຸມມາຣີ
ຖວາຍບາສີ ໜໍ່ໂພທິຍານເຈົ້າ
ສັງຂະຍາໄດ້ ພໍປະມານ 6 ໝື່ນ
ໜ້າຊື່ນຊ້ອຍ ດູລະຫ້ອຍດັ່ງແມນ
ແຂນກ່ອງກ້າວ ເນື້ອອ່ອນຜິວສະນິດ
ພຣະຖັນຕູມຕັ້ງ ດັ່ງປະທຸມມາດບົວຈູມ
ເກສາສີ ລູບມັນມວຍດົ້ວ
ເປັນແນວທ້າວ ຊາວພະຍາຍົດໃຫຍ່
ບໍ່ໃຊ່ ຄົນຕ່ຳຕ້ອຍ ສະກຸນນ້ອຍໄພ່ເມືອງ
3.3 ອະພິເສກຄອງເມືອງກັບນາງຍະໂສທະຣາພິມພາ
ເມື່ອນັ້ນ ພະຍາທິຣາຊເຈົ້າ ຕົນພຣະປິຕາ
ປຣະຊຸມວົງສາ ເຜົ່າພັນພຽງພ້ອມ
ອັນວ່າ ຍິງໃດແທ້ ຕະໂນມເພົາພຽງຮູບ
ພໍສິ ເປັນມິ່ງແກ້ວ ທຽມທ້າວນັ່ງເມືອງ ທ່ານເຮີຍ
ເມື່ອນັ້ນ ເຊື້ອສ່ຳທ້າວ ນ້ອມເນັ່ງທູນຖະແລງ
ຍິງຊາຍ ໃນນະຄອນຫລວງ ໄປ່ປຸນປານທ້າວ
ມີແຕ່ ພິມພາເຈົ້າ ກັນລະຍາເພັງຮູບ
ຕະໂນມເຜົ່າຜ້ຽງ ພຽງທ້າວພຣ່ຳສະເມີ ພຣະເຮີຍ
ຕັ້ງຫາກ ງາມຍິ່ງຍ້ອຍ ປານດັ່ງສາວສະວັນ
ບໍ່ອາດ ພັນນະນາຄຸນ ມາກມີຫລາຍລົ້ນ
ແຂນກົມສ້ວຍ ທະນູຄຳກວ່າເກິ່ງ
ສອງຝ່າຍແກ້ມ ແດງເຂັ້ມສ່ອງແສງ
ພຣະຖັນຕູມຕັ້ງ ປານຊ່ຽນຄົມແປງ
ແຍງວັນຄືນ ບໍ່ອິ່ມຕາຕົນໄດ້
ປຸຣິໂສເຊື້ອ ຊາຍເຫັນສະມ້ອຍເມື່ອຍ
ລືມຍ່າງຍ້າຍ ຕາສິ້ງເຫລືອດມອງ ແທ້ແລ້ວ
ກ້ຳຝ່າຍເບື້ອງ ສະກຸນພ່ຳພຽນສເມີ
ຄວນທີ່ ເອົານາງເປັນ ແມ່ເມືອງທຽມທ້າວ
ເມື່ອນັ້ນ ພຣະວໍຣະປິຕາໄທ້ ຣາຊາພູວະນາດ
ໃຫ້ຮີບ ຕົກແຕ່ງຫ້າງ ນະຄອນກວ້າງຊູ່ພາຍ
ທຸກຊໍ່ຊ້ອງ ເດັຍຣະດາດປະຄືຄຳ
ຕາມຖະນົນຫລວງ ລ່ວງລົງສະນາມກວ້າງ
ພຣະຈິ່ງ ເອົາຈອມເຈົ້າ ໂພທິຍານສະເວີຍຣາຊ
ກັບທັງ ນາງນາດນ້ອຍ ພິມພາແກ້ວໜໍ່ແມນ
ສອງແຈ່ມເຈົ້າ ສະເມີພາກພິມດຽວ
ຝູງໝູ່ ຊາວນະຄອນຊົມ ຍື່ນປະນົມຍໍນິ້ວ
ອຸທະກັງນ້ຳ ລິນຄຳໄຫລລັ່ງ
ພຣາມຖອກນ້ຳ ສອງແກ້ວໂສດສົງ
ອັນວ່າ ອິນຢູ່ຟ້າ ພ້ອມພ່ຳເທວະດາ
ລົງມາ ສົງສອງສຣີ ນັ່ງປອງເປັນເຈົ້າ
ຝູງໝູ່ ນັກສະນົມເຫງົ້າ ນາງງາມ 6 ໝື່ນ
ປຸນເຝົ້າໃກ້ ວົງລ້ອມແວດລະວັງ
ອັນວ່າ ປິຕຸເຣດເຈົ້າ ພຣະພໍ່ອົງກະສັດ
ຍໍຂັນຄຳ ໂສດສົງສອງເຈົ້າ
ອຸທະກັງນ້ຳ ເຈືອຈັນຄູ້ແກ່ນ
ຫອມຮ່ວງເຮົ້າ ສົງເຈົ້າໜໍ່ເມືອງ
ທຸກທົ່ວດ້າວ ປະສົງສົ່ງພອນໄຊ
ຊາວນະຄອນເຂົາ ສົ່ງພອນຖວາຍເຈົ້າ
ຟັງຍິນ ດົນຕຣີພື້ນ ເພັງຣະບຳແກມປີ່
ຊຸງຊໍຂຸ່ຍ ແຄນກ່ຽວກ່ອມແກ
ກອງກາດກ້ອງ ດັງຮ່ວນປະຖະພີ
ຄືດັ່ງ ດົນຕຣີຂັບ ເທບແມນເມືອງຟ້າ
ບະບວນແລ້ວ ພາຂວນຮຽງພ່າງ
ສຣີທາດທ້າວ ພິມພາແກ້ວນັ່ງຮຽງ
ສອງອ່ອນນ້ອຍ ສະເມີພາກພິມດຽວ
ປຸນດັ່ງ ອິນພຣົມຜາຍ ຫລໍ່ລຽງໃນເບົ້າ
ເມື່ອນັ້ນ ພຣາມມະນານ້ອມ ຖວາຍພອນເພັງກ່າວ
ຂໍໃຫ້ ສອງສືບສ້າງ ນະຄອນຕູ້ມໄພ່ເມືອງ
ອາຍຸ ຍືນຍິ່ງລ້ຳ ຮ້ອຍເຂດຊາວວັດສາ ແດ່ທ້ອນ
ຂໍໃຫ້ ສອງແຈ່ມເຈົ້າ ຣິດທີເດດລືກຽນ
ເດຊາຜາກົດ ທົ່ວແດນດິນຟ້າ
ບາຣະມີເຫລື້ອມ ກວມກົງສາມໂລກ
4 ທະວີບນ້ອມ ເປັນເຈົ້າແຫ່ງດຽວ
ໃຕ້ລຸ່ມຟ້າ ປະນົມຍື່ນທຽນຄຳ
ເອັງຊູລີນົບ ຂາບຕີນສອງເຈົ້າ
ທັງປວງພ້ອມ ສະວັນແມນຍົມໂລກ
ກັບທັງ ຄຸດນາກນ້ຳ ອີສູນພ້ອມຊູ່ພາຍ
ໃຫ້ເຂົາ ຂາບເດດເຈົ້າ ຊູລີນັ່ງປຣະນົມກອນ
ແປງທຽນຄຳ ຍື່ນຍໍຖວາຍເຈົ້າ
ພໍເມື່ອ ບະບວນແລ້ວ ວິວາຫະລາເລິກ
ຝູງໝູ່ ອິນທິຣາຊເຈົ້າ ສະວັນຟ້າລ່ວງເມືອ ແທ້ແລ້ວ
ອັນວ່າ ສອງແຈ່ມເຈົ້າ ສະເດັດສູ່ມຸນທຽນ
ພິມພາ ທັງບາບຸນ ໜໍ່ໂພທິຍານເຈົ້າ
ເນົາສະຖານຫ້ອງ ປາງຄຳຜາສາດ
ສະນຸກຍິ່ງລ້ຳ ພຣະອິນເຈົ້າເກິ່ງກັນ
ທຸກສ່ຳເຊື້ອ ຝູງໝູ່ກຸມມາຣີ
ບໍ່ໄດ້ ມີຊາຍປົນ ຢູ່ໃນປາງກວ້າງ
ທັງປວງພ້ອມ ສະນົມໃນນ້ອຍໜຸ່ມ
ທຽມທ່ອນທ້າວ ຣະວັງເຝົ້າແກວ່ງວີ
ບໍ່ອາດ ນັບອ່ານໄດ້ ຫລາຍສ່ຳກຸມມາຣີ
ບາງພ່ອງ ດົນຕຣີຂັບ ເສບຣະງົມງັນເຈົ້າ
ບາງພ່ອງ ມືຖືແກ້ວ ປະທຸມມາຍໍຍື່ນ
ປຣະນົມເນັ່ງນ້ອມ ຖວາຍທ້າວຊື່ນພຣະໄທ ເຈົ້າເຮີຍ
ລາງສ່ຳເຊື້ອ ປຣະດັບແຕ່ງກາຍາ
ມີທັງ ມາລາແຖວ ກ່ອມຕະເກິງເກົ້າ
ໂສມສະເລົາຜ້ຽງ ພຽງກັນພ້ອມພ່ຳ
ເຂົາກໍ ຍົວຣະຍາດຍ້າຍ ຟ້ອນແອ່ນຖວາຍແຂນ
ເໝືອນປະທຸມ ມາສະບັດ ເປ່ງໃສສະນ້ຳ
ສຽງໃສແກ້ວ ກິນນະຣີຮ້ອງຮ່ຳ
ຫລາຍສ່ຳເຊື້ອ ສະກຸນທ້າວໜໍ່ພະຍາ ແທ້ແລ້ວ
ລາງໝູ່ນັ້ນ ເພັງຜ່ອງທະລັງໂສມ
ລາງໝູ່ ພໍປານກາງ ຮ່າງຄີງກົມບ້ອງ
ອັນວ່າ ຊຸມສາວເຊື້ອ ເພັງໂສມສັນຮູບ
ທຽມທ່ອນທ້າວ ຊົມຊ້ອນກ່ອມສະເນ່ ເຈົ້າເຮີຍ
ພຣະບໍ່ ຄຶດອ່າວເອື້ອ ກ້ຳຜ່າຍບັນພະຊາ
ນີຣະພານປະ ບໍ່ໃຄ່ຄອງຄຸນແກ້ວ
ມົວແຕ່ ເຊີຍຊົມຊ້ອນ ກາມຄຸນກົ້ວກິ່ນ
ເຖິງຍາມ ແລງແລະເຊົ້າ ພຣະໄທຈົ້າຊື່ນບານ ແທ້ແລ້ວ
ນັບອ່ານໄດ້ ຣະດູຖ່າຍແຖມເຖິງ
ນັບແຕ່ ພູທອນທົງ ນັ່ງນະຄອນເປັນເຈົ້າ
ດູປະມານໄດ້ 13 ປີຂ້າມລ່ວງ ມາແລ້ວ
ຍັງບໍ່ ທັນອິ່ມໄດ້ ພຣະໄທເຈົ້າກ່ຽວກາມ ແທ້ແລ້ວ
ນັບແຕ່ ເຈົ້າຢູ່ສ້າງ ສະເວີຍຣາຊຮຽງຮົມ
ມີປຣະກຽນໄກ ທົ່ວທະລັງລືດ້າວ
ຊຸມພູພື້ນ ທໍຣະນີຂາມເດດ
4 ທະວີບນ້ອມ ປຣະນົມນິ້ວຊ່ວຍຄຳ
ຍູທ່າງ ເຈົ້າກ່ອມກິ້ງ ຣັດຕະນາດຮຽງຮົມ
ຝູງ ສະນົມນາງໃນ ປ່ຽນຍາມຄືນຮ້ອຍ
ການ ຣະດູເດືອນໄດ້ ຄິມະຫັນກ້າວລ່ວງ
ເຈົ້າ ສະເດັດຖ່າຍຫ້ອງ ປາງກວ້າງປ່ຽນຫລັງ
ບໍ່ໄດ້ ຫຍຸດຢູ່ຍັ້ງ ຜະລັດປ່ຽນຕາມຣະດູ
ພໍປະມານເຖິງ 4 ເດືອນດູໄດ້
ກໍຈິ່ງ ມີຖ່າຍເຂົ້າ ຫາພຣະອົງຍາມໜຶ່ງ
ຕັ້ງແຕ່ນັ້ນ ບໍ່ມີເອື້ອອ່າວການ ເຈົ້າເຮີຍ
ມີແຕ່ ຝູງໜຸ່ມນ້ອຍ ສະນົມໝູ່ກຸມມາຣີ
ປຸນປົວແຝງ ແວດວົງລະວັງໃກ້
ເຖິງເມື່ອ ເວລາລ້ຳ ບາຣະມີກ້າແກ່ ມານັ້ນ
ພຣະຢາກ ໄປທ່ຽວຫລິ້ນ ສວນກວ້າງເບິກພຣະໄທ ເຈົ້າເຮີຍ
ເມຶ່ອນັ້ນ ພຣະຈິ່ງ ມີອາດໃຊ້ ບົນບອກທັນຂຸນ
ທັງເສນາ ໝູ່ແນວນາມທ້າວ
ວັນນີ້ເຮົາຈັກ ປຸນໄປຫລິ້ນ ອຸທິຍານສວນດອກ
ໃຫ້ທ່ານ ຕົກແຕ່ງຫ້າງ ປຣະດາເນື້ອທຽວພະລັນ ວ່າເນີ
ຂຸນບໍ່ຊ້າ ເຣວຮີບປຸນເປືອງ
ນ້ອຍໜຶ່ງ ໂຍທາຄັບ ຄັ່ງພຣະລານພໍລ້ານ
ມີທັງ ກຸນຊະໂຣຊ້າງ ພັງພາຍພໍໝື່ນ
ສິນທຸຊາດເຊື້ອ ແນວມ້າວ່ອງໄວ
ສຽງຄື່ນເຄົ້າ ຄັບຄັ່ງສະນາມຫລວງ
ເສນາ ທັງມຸນຕຣີ ພ່ຳຂຸນແສນທ້າວ
ອັນວ່າ ພູທອນເອ້ ສັງວານຄຽນຄາດ
ສຸບເກິບແກ້ວ ພຣະອົງເຈົ້າໃສ່ທົງ
ນິ້ວແລບເລັ້ມ ສຸບສອດທຳມະຣົງ
ທົງມົງກຸດ ດັ່ງອິນພາຍຟ້າ
ມືທວຍແກ້ວ ທະນູສອນຄຽນຄາດ
ພຣະຂັນແນບເນື້ອ ແສງເຫລື້ອມສ່ອງໃສ
ພຣະບໍ່ຊ້າ ສະເດັດພາກມຸນທຽນ
ລົງສະນາມໄຊ ຊູ່ຂຸນແສນທ້າວ
ເລີຍສະເດັດຂຶ້ນ ຣົດຄຳທິພະອາດ
ສາຣະຖີຫ້າງໄວ້ ທຽມມ້າກາບມະນີ
ຄົນອັ່ງລົ້ນ ສອງຂ້າງແຄມຖະນົນ
ມັນຄາທຽວ ຈາກວັງວຽງກວ້າງ
ສຽງຣະງົມກ້ອງ ຕຸຣິຍາເຄງຄື້ນ
ແຫນແຫ່ເຈົ້າ ຈອມສ້ອຍເສບງັນ ເຈົ້າເຮີຍ
ອັນວ່າ ສິຣິສຸດໂທເຈົ້າ ຣາຊາປິຕຸເຣດ
ຄັນພຣະ ຮູ້ເຫດທ້າວ ໄປຫລິ້ນທ່ຽວສວນ
ພຣະຈິ່ງ ຕົກແຕ່ງຕັ້ງ ທະຫານພວກຄົນຍາມ
ໃຫ້ ລະວັງທາງທຽວ ຢ່າໃຫ້ຄົນກາຍໃກ້
ອັນວ່າ ຄົນເຈັບໄຂ້ ຊະຣາຜອມແຫ້ງຫ່ຽວ
ຝູງນີ້ພວກທ່ານ ໄປທ່ຽວກ່ອນ ລະວັງໄວ້ຫ່າງໄກ ແທ້ເນີ
ກົວວ່າ ບຸຕະຣາຊຢ້ຽມ ທອດພຣະເນດຫລຽວເຫັນ
ເລີຍສິ ໂທມະນັດຄຶດ ໜ່າຍສະອາງຜາງຮ້າຍ
ຝູງໝູ່ ພົນຫລວງຍ້າຍ ມັນຄາຄັບຄັ່ງ
ເລີຍເລົ່າ ເຖິງພາກພື້ນ ພູມຫ້ອງແຫ່ງສວນ ເຈົ້າເຮີຍ
ໂຍຕິກາບົດບັ້ນ ຊົມສວນດວງດອກ
ຍົກຍິນຖ້ອຍ ຖວາຍໄວ້ທີ່ຄວນ ກ່ອນແລ້ວໆ
3.1 ບັ້ນການເທວິນດາບົດເຂົ້າຢ້ຽມ
ບັດນີ້ ຈັກກ່າວເຖິງ
ການເທວິນເຈົ້າ ດາບົດຕົນປະເສິດ ກ່ອນແລ້ວ
ອະພິນຍາດຸ່ງດັ້ນ ສະວັນຟ້າທ່ອງທຽວ
ຮູ້ຂ່າວເຈົ້າ ໂພທິຣາຊກຸມມານ
ແຍງນະຄອນກະບິນ ດ່ວນເຖິງຖະແລງຕ້ານ
ເມື່ອນັ້ນ ສິຣິສຸດໂທເຈົ້າ ຣາຊາພູວະນາດ
ຕ້ານກ່າວຂໍ້ ຖະແລງແຈ້ງຊື່ນຊົມ
ແລ້ວບໍ່ຊ້າ ເອົາຣາຊກຸມມານ
ມາສູ່ ໂຍຄີດູ ລ່ຳແຍງພໍແຈ້ງ
ອັນວ່າ ບາທາຕີນ ກຸມມານບຸດຕະຣາຊ
ຕັ້ງຢູ່ ເໜືອເກດເກົ້າ ໂຍຄີເຈົ້າເລົ່າກົວ ແທ້ແລ້ວ
ແລ້ວເນັ່ງນິ້ວ ປະນົມຂາບກຸມມານ
ພຣະວໍຣະປິຕາເຫັນ ກໍເລົ່າຍໍມືນ້ອມ
ເປັນທີ່ ອັດສະຈັນແທ້ ສົມພານບຸດຕະຣາຊ
ພໍ່ກໍ ແປະແຜ່ນພື້ນ ຕີນເຈົ້າໃສ່ຫົວ
ແລ້ວບໍ່ຊ້າ ດາບົດທອດພອນຖວາຍ
ອັນວ່າ ກຸມມານບຸນ ມາກຫລາຍເຫລືອລົ້ນ
ສິໄດ້ ເປັນດວງແກ້ວ ສັບພັນຍູດວງຍອດ
ພຣະໄທຊື່ນຊ້ອຍ ທັງໄຫ້ເລົ່າຫົວ
ແລ້ວຈິ່ງ ບອກຂ່າວຕ້ານ ຂານຕໍ່ພະຍາເມືອງ
ການທີ່ ເຮົາເສັຍໃຈ ບໍ່ໄດ້ທັນພຣະອົງເຈົ້າ
ອາຍຸ ຊະຣາແລ້ວ ບໍ່ທັນນານສິລົດຊົ່ວ
ບໍ່ໄດ້ ເຫັນອ່ອນນ້ອຍ ສິເປັນແກ້ວແກ່ນພຸດໂທ
ການທີ່ ເຮົາຫົວນັ້ນ ໃນເມື່ອເຮົາເຫັນ
ພຣະອົງເຈົ້ານັ້ນ ອະພິນຍາຍານປະເສິດລ້ຳ
ປູຣິລັກຖືກຕ້ອງ ສິເປັນແກ້ວແກ່ນພຸດໂທ ແທ້ແລ້ວ
ເມື່ອນັ້ນ ພຣະບາດເຈົ້າ ຖະແລງຕໍ່ພຣາມມະນາ
ໃຫ້ທ່ານ ມາຄວນດູ ໂຊກບາບຸນທ້າວ
ຈັກສິ ມີບຸນກ້າ ບາຣະມີມຸງມາກ
ສິໄດ້ ເປັນພຣະພຸດທະເຈົ້າ ຈິງແທ້ດັ່ງຮາ ນັ້ນເດ
ເມື່ອນັ້ນ ໂຫນເນັ່ງນິ້ວ ທັງ 8 ພຣາມມະນາ
ທູນເທໂວ ກ່າວກອນຖະແລງຖ້ອຍ
ອັນວ່າ ກຸມມານນ້ອຍ ບາຣະມີກ້າແກ່
ລັກຂະນະເລິດລ້ຳ ເຫລືອລົ້ນກ່ວາປະມານ ພຣະເຮີຍ
ພໍແຕ່ ຫຽນຫ່າງຊີ້ ປະຫຽນກ່າວທູນຖວາຍ
ສາມສິບສອງຄົບ ລັກຂະນາດູໄດ້
ອັນວ່າ ບາທາຕີນ ກົງຈັກວຽນຮອບ
ຣັດສະມີເຮື່ອແຈ້ງ ທັງກ້ຽງອ່ອນນວນ
ນອກກວ່ານັ້ນ ພົ້ນທີ່ຄະນະນາ
ມັດສາ ປູປາຫອຍ ມາກມີຫລາຍລົ້ນ
ອະນຸພະຍັນຊະນາໄດ້ ພໍປະມານຮ້ອຍແປດ
ບຸນມາກລົ້ນ ກວມພື້ນແຜ່ນໄຕຣ ແທ້ແລ້ວ
ຄັນວ່າ ຢູ່ສືບສ້າງ ທົງແທ່ນນະຄອນຫລວງ
ຈັກໄດ້ ເປັນພະຍາຈັກ ນັ່ງທົງເປັນເຈົ້າ
ກວມກົງພື້ນ ແດນໄກ 4 ທະວີບ
ນຳເນັ່ງນ້ອມ ສິນສ້າງສ່ວຍໄຮ ເຈົ້າເຮີຍ
ຄັນວ່າ ບັນພະຊາເຂົ້າ ສະມະນາທົງເພດ
ສິໄດ້ ເປັນພຣະພຸດທະເຈົ້າ ອົງລ້ຳໂລກລື ແທ້ແລ້ວ
ເມື່ອນັ້ນ ພຣາມກ່າວຖ້ອຍ ທູນທອດເທໂວ
ຍັງມີພຣາມ ຊື່ວ່າໂກນທັນຍະ ຍື່ນປະນົມຍໍນິ້ວ
ເປັນພຣາມນ້ອຍ ທູນອົງພູວະນາດ
ຍໍຍື່ນນິ້ວ ຄຸລີຊີ້ກ່າວຍຳ
ບອກວ່າ ບຸດຕະຣາຊນີ້ ບຸນມາກເຫລືອຫລາຍ
ຈັກໄດ້ເປັນ ສັບພັນຍູ ແນ່ນອນຈິງແລ້ວ
ເມື່ອນັ້ນ ສົມມະຕິເທໂວເຈົ້າ ພະຍາຫລວງຊ້ອຍຊື່ນ
ປຣະທານແຈກໃຫ້ ລາງວັນເບັ້ຍແກ່ພຣາມ ແທ້ແລ້ວ
ເມື່ອນັ້ນ ພຣາມພ່ຳພ້ອມ ຊົມຊື່ນໂມທະນາ
ລາພູມີ ຕ່າວຄືນຫາຫ້ອງ
ເມືອເຖິງຍ້າວ ເຮືອນເນົານິດທະເນັ່ງ
ຫລັບຕື່ນຂຶ້ນ ຄະນິງຮູ້ຄູ່ຊູ່ຍາມ
ໂກນທັນຍະ ພຣາມຄຶດໄດ້ ບໍ່ມີເມື່ອວັນຍາມ
ຄະນິງຫວນເຫັນ ໄຕ່ຕອງດູແຈ້ງ
ຄວນກູ ເອົາຕົນເຂົ້າ ບັນພະຊາທົງເພດ
ໄປຄອຍ ວິເສດແກ້ວ ອົງລ້ຳໜໍ່ພຸດໂທ ຊອບແລ້ວ
ພຣາມຮ່ຳແລ້ວ ປະດັບແຕ່ງກາຍາ
ພາເອົາ ກຸມມານຫລານ ລູກພຣາມໄປພ້ອມ
ບັນພະຊາດ້ວຍ ຣືສີທົງເພດ
ຢູ່ໃນ ດົງດ່ານກວ້າງ ສັກກະໄມ້ປ່າໄພ ກ່ອນແລ້ວ
ເມື່ອນັ້ນ ພຣະບາດເຈົ້າ ຕົນຊື່ສຣີສຸດໂທ
ພຣະກໍ ທັນວົງສາ ໝູ່ຄະນາແນວທ້າວ
ທັງຫລາຍໄດ້ ພໍປະມານ 8 ໝື່ນ
ມາໃຫ້ ໃສ່ຊື່ທ້າວ ນາມນ້ອຍໜໍ່ແມນ
ນົບນອບນິ້ວ ຄະນາຍາດທັງຫລາຍ
ເອັງຊູລີກອນ ຂາບປະນົມຍໍນິ້ວ
ເຍືອງຍັງຖ້ອຍ ເຜີຍກະບວນເປັຍບອກ
ເລົ່າເຣື່ອງເຄົ້າ ຕາມຕົ້ນທີ່ມີ
ອັນວ່າ ກຸມມານນ້ອຍ ບາບຸນບຸຕະຣາຊ ເຮົານີ້
ຊື່ວ່າ ສຣີທາດທ້າວ ນາມນີ້ຄ່ອງຄື ທ່ານເຮີຍ
ພຣະບາດເຈົ້າ ຊົມຊື່ນໃຈສະງວນ
ແຕ່ງກຸມມານ ດັ່ງພຣະໄທໃນເນື້ອ
ພຣະກໍ ຫາສາຍເຊື້ອ ກຸມມາຣີນ້ອຍອ່ອນ
ມາໃຫ້ ເປັນພີ່ລ້ຽງ ບາທ້າວປິ່ນປົວ
ເນື້ອອ່ອນກ້ຽງ ສຳລີປຽບປຸນປານ
ພຣະ ປຣະທານນາງນົມ ແກ່ບາພໍຮ້ອຍ
ຕັ້ງຫາກ ສົມສະງຽມໜ້າ ນົງພາວເນື້ອອ່ອນ
ນົມບໍ່ ຍານຫຍ່ອນເຕົ້າ ທັງນ້ຳເລົ່າຫວານ
ນັບອ່ານໄດ້ ພວກແມ່ນາງນົມ
ທັງເລົ່າ ມີສຽງຫວານ ອ່ອນປານປຸນຝ້າຍ
ຫລາຍປະມານລົ້ນ ໂຮງຫລວງຄົບຄັ່ງ
ສັງຂະຍາອ່ານໄດ້ ຫົກຮ້ອຍເສດປາຍ ແທ້ແລ້ວ
ອັນວ່າ ຝູງພີ່ລ້ຽງ ເອື້ອຍມຸ່ງຄຳຫວານ
ຮັກສາກຸມມານ ບໍ່ໄລວາງເວັ້ນ
ອັນວ່າ ໂຄຕະມີແກ້ວ ເທວີນາງເອກ
ເປັນແມ່ນ້າ ຂອງທ້າວໜໍ່ແມນ ແທ້ແລ້ວ
ຮັກອ່ອນນ້ອຍ ໂພທິຣາຊກຸມມານ
ພຣະນາງແພງພຽງ ພຣະເນດເນົາໃນໜ້າ
ກໍບໍ່ ລະວາງເວັ້ນ ເຢັນຄ່ຳວັນຄືນ
ປຸນແປງ ປົວຮັກສາ ຫໍ່ສຣີບໍ່ມີເວັ້ນ
ທັງເລົ່າ ຄຶດອ່າວເອື້ອ ຄະນິງຮ່ຳຄືນຫລັງ
ພຣະໄທທວງຄຶດ ຮ່ຳຄະນິງເຖິງເອື້ອຍ
ອັນວ່າ ມາຍາເຈົ້າ ຕາຍໄປໜີຈາກ
ພາກອ່ອນນ້ອຍ ວາງໄວ້ແກ່ເຮົາ
ທັງເລົ່າ ຄຶດອ່າວເອື້ອ ເອື້ອຍພີ່ຕາຍໜີ
ຢ້ານກູ ເປັນຄືກັນ ສິຫ່າງພົງພັນເຊື້ອ
ຕາມກັມທ້ອນ ເຮົາເຄີຍລ້ຽງອ່ອນ
ບໍ່ຫ່ອນ ໜີຫລີກເວັ້ນ ເວນສ້າງແຕ່ຫລັງ ໄດ້ເດ
ນາງກໍ ລ້ຽງອ່ອນນ້ອຍ ໂພທິຣາຊກຸມມານ
ປຣະທານນາງນົມ ມ່າມໂພຊະນັງພ້ອມ
ກໍບໍ່ ມີການຮ້ອນ ອະນາທອນທຸກທະເວດ
ເພາະວ່າ ອິນຢູ່ຟ້າ ສະວັນຢ້ຽມຜໍ່ແນມ ເຈົ້າເຮີຍ
ອັນວ່າ ພຣະມິ່ງຕົ້ນ ນາງຣາຊເທວີ
ໂຄຕະມີທົງຄັນ ລູກເນົາໃນທ້ອງ
ບະບວນຖ້ວນ ສິບເດືອນທົດສະມາດ
ປຣະສູດອ່ອນນ້ອຍ ເປັນແກ້ວໜໍ່ຊາຍ
ຜິວເຜົ່າຜ້ຽງ ສະເມີພີ່ພຽງໂສມ
ແຕ່ວ່າ ບາຣະມີທັມ ບໍ່ພ່ຳພຽງພຣະອົງອ້າຍ
ນາງກໍ ຍິນດີດ້ວຍ ປຸດຕາອັນປຣະສູດ ມານັ້ນ
ປຣະທານສົ່ງໃຫ້ ສະນົມລ້ຽງປ່ຽນຕົນ
ໃສ່ຊື່ເຈົ້າ ນັນທະຣາຊກຸມມານ
ພຣະນາງພຽນແພງ ບໍ່ຫ່າງພໍຍາມນ້ອຍ
ຍາມນັ້ນ ສຣີສຸດໂທທ້າວ ພະຍາຫລວງທົງແທ່ນ
ນັກຂັດຕຣັກເຕົ້າ ຣະດູເຂົ້າລ່ວງເຖິງ
ພຣະກໍ ປຸນປ່າວທ້າວ ແສນສ່ຳໃນນະຄອນ
ເຮົາຈັກ ທຳນາຂວັນ ທົ່ງພຣະລານພຽງກວ້າງ
ເມື່ອນັ້ນ ມຸນຕຣີຕັ້ງ ສະນາມໄຊເຮືອງເຮື່ອ
ເຊິນເອົາ ບຸຕະຣາຊນ້ອຍ ໄປຫລິ້ນທົ່ງຫລວງ
ເຂົາກໍ ເອົາໜໍ່ແກ້ວ ສະຖິດແທ່ນເມັງຄຳ
ມຸງເພດານ ຂ່າຍມະນີແກມແກ້ວ
ອັນວ່າ ສິຣິສຸດໂທທ້າວ ຣາຊາພູວະນາດ
ໃຫ້ໝູ່ ອາມາດສ້າງ ປຣະດາດ້າມແຕ່ງໄຖ
ສຽງຄື່ນເຄົ້າ ຕຸຣິຍາດດົນຕຣີ ພຸ້ນເຍີ
ມະໂຫຣີ ທັງແກວົງ ທົ່ງພຣະລານດັງກ້ອງ
ອັນວ່າ ຣາຊາເຈົ້າ ນາຂວັນໄຖແຮກ
ຕາມ ກະບິນຮີດເຄົ້າ ປະຖົມຕັ້ງແຕ່ງມາ
ຝູງໝູ່ ຄົນຫລັ່ງລົ້ນ ເຕັມທົ່ງນາຫລວງ
ສ່ວນ ສະນົມນາງນົມ ປ່ອຍກຸມມານນ້ອຍ
ພຣະກໍ ກັມມັດຖານຕັ້ງ ພະແນງເຊິງຂັດຕະໝາດ
ມະໂນ ໃນຊື່ນຊ້ອຍ ພຣະໄທຕັ້ງຕໍ່ທັມ
ເລີຍເລົ່າໄດ້ ບັງເກິດອະພິນຍາ
ພໍເມື່ອ ສຸຣິໂຍລັບ ບ່າຍວັນເງົາຊ້າຍ
ອັນວ່າ ຊຸມພູຫວ້າ ເງົາຍັງຕັ້ງທ່ຽງ
ອັດສະຈັນເກິດຂຶ້ນ ເປັນດ້ວຍເດດຍານ
ອັນວ່າ ພຣະພໍ່ພ້ອມ ສະນົມພວກນາງນົມ
ເອັງຊູລີນົບ ຂາບຕີນບາທ້າວ
ອັນນີ້ ສົມພານທ້າວ ບາຣະມີມຸງໂລກ
ແລ້ວເລົ່າ ເລິກທົ່ງກວ້າງ ຄືນເຂົ້າສູ່ນະຄອນ ເຈົ້າເຮີຍ
ອັນວ່າ ສະນົມອາດເນື້ອ ນາງແມ່ມະເຫສີ
ໂຄຕະມີນາງ ພ່ຳພຽນຖະນອມລ້ຽງ
ສຣີສຸດໂທທ້າວ ຄະນິງທັມຄຶດຮ່ຳ
ພຣະກໍ ຄຶດຢາກສ້າງ ສະພັງກວ້າງສ່ອງໃສ
ໃຫ້ແກ່ນແກ້ວ ໂພທິຣາຊກຸມມານ
ຢ້ານໄປບັນພະຊາ ບວດເສັຍຫາຍໜ້າ
ພຣະບໍ່ ໂມທະນາດ້ວຍ ພຣົມມະຈັນທົງເພດ
ຢາກໃຫ້ ທົງສືບສ້າງ ເປັນເຈົ້ານັ່ງປອງ
ອຳນາດກ້າ ກຽດໂລກລືຊາ
ເປັນພະຍາຈັກ ໂລກລືຂາມຢ້ານ
ພຣະຈິ່ງ ບັນຊາໃຫ້ ແສນເມືອງເຕີນປ່າວ
ຝູງໝູ່ ຄົນຄ່ອມເປັ້ຍ ຄະຍືໄຂ້ພ່ອງໄອ
ທັງສ່ຳເຊື້ອ ຊະຣາພາບຫົວຂາວ
ຝູງຄົນ ເປັນປູມເອ້ ທູດມະເຮັງທັງໂມ້
ກັບທັງ ຄົນຂາຫ້ານ ຜິວໜັງຫົດຫູ່
ໃຫ້ໄປ ຢູ່ນອກຕ້າຍ ນະຄອນກວ້າງທີ່ໄກ ພູ້ນເນີ
ຢ່າໄດ້ ມາຢູ່ໃກ້ ບຸຕະຣາຊສິຫລຽວເຫັນ
ຢ້ານແຕ່ ກຸມມານຄຶດ ໜ່າຍສະອາງຜາງຮ້າຍ
ພຣະກໍ ປຸນຂຸນຕັ້ງ ລະວັງຍາມເປັນຍ່ານ
ມີທະຫານຢູ່ເຝົ້າ ທັງເຊົ້າຄ່ຳເຢັນ ທ່ານເຮີຍ
ເມື່ອນັ້ນ ເລີຍເລົ່າ ຮ້ອນຮອດໄທ້ ທິພະອາດອິນທຣາ
ບັນທຸສິລາຫິນ ແທ່ນທົງເລີຍກະດ້າງ
ພຣະຈິ່ງ ບັນຊາໃຫ້ ວິດສຸກັມລົງໂລກ
ໃຫ້ທ່ານ ໄປແຕ່ງຕັ້ງ ສະພັງກວ້າງແກ່ບາ
ເມື່ອນັ້ນ ເທວະບຸດບໍ່ຊ້າ ທະຍານລ່ວງເວຫາ
ແຍງນະຄອນກະບິນ ບ່ອນປະສົງໝາຍໄວ້
ໄປເຖິງພື້ນ ນະຄອນຄົນໃຕ້ຕ່ຳ
ເລີຍເລົ່າ ນິຣະມິດສ້າງ ສະພັງພຽງກວ້າງໃຫຍ່
ຢູ່ຈິ່ມໃຕ້ ປະຕູແກ້ວແຫ່ງວັງ
ເດັຽຣະດາດດ້ວຍ ປັນຈະມາດບົວຫລວງ
ມີທັງ ບຸສະບາບານ ແບ່ງຈີຈູມອ້າ
ປະທຸມມາດແກ້ວ ຈັງກອນຫອມອ່ອນ
ດາດາດ ເທິງແມ່ນ້ຳ ສະພັງກວ້າງເຮື່ອເຮືອງ ເຈົ້າເຮີຍ
ຫອມຮ່ວງເຮົ້າ ຄັນທະຊາດຈັງກອນ
ລະອອງເກສອນ ຮ່ວງໂຮຍຮຳພື້ນ
ອັນວ່າ ສະພັງກ້ຽງ ແສງໃສສະເມີແວ່ນ
ຫິນແກ່ນແກ້ວ ທົງເຫລື້ອມສ່ອງງາມ
ທ່າຮາບກ້ຽງ ປູແຜ່ນມະນີໃສ
ມີທັງ ບັນໄດເກາະ ກ່າຍມະນີໂຊດແກ້ວ
ວັນຄືນເຫລື້ອມ ເປັນພຣະກາຍເຮືອງເຮື່ອ
ຄືດັ່ງ ຍວງຍື່ນໄຕ້ ໂຄມແກ້ວເປັ່ງແສງ
ແລ້ວຈິ່ງ ນິມິດໄວ້ ເຮືອລ່ອງລອຍສະພັງ
ທັງພາຍຕິດ ຊູ່ລຳແຮໄວ້
ມີສີເຫລື້ອມ ມະນີໂຊດແກ້ວຫລາກ
ຄືດັ່ງ ວັນນະນາກກ້ຽວ ຫາງຝັ້ນໄຂວ່ຂີນ
ມີທັງ ພາຍໃສ່ໄວ້ ເປັນແຜ່ນເງິນຍວງ
ທັງປວງເໝືອນ ດັ່ງດາວະດຶງຟ້າ
ເໝືອນສະພັງແກ້ວ ສຸນັນທາເທວະໂລກ
ໃນແຫ່ງຫ້ອງ ສະວັນຟ້າຝ່າຍພຣະອິນ ພູ້ນແລ້ວ
ເປັນທີ່ ຍິນມ່ວນແມ້ງ ນະຄອນອາດຊາວຄົນ
ໄວ້ໃຫ້ ກຸມມານຊົມ ຊື່ນພຣະໄທຍາມຮ້ອນ
ອັນວ່າ ໂພທິຍານເຈົ້າ ບາບຸນຕົນປະເສິດ
ຫລຽວເຫັນ ສະໃຫຍ່ກວ້າງ ພຣະໄທເຈົ້າຊື່ນຊົມ ແທ້ແລ້ວ
ແລ້ວປ່າວຮ້ອງ ພວກໝູ່ບໍຣິວານ
ລົງສະພັງຫລວງ ລ່ອງລອຍວັງກວ້າງ
ມືບາຍແກ້ວ ປະທຸມມາຊົມຊື່ນ
ໃນແມ່ນ້ຳ ສະພັງກວ້າງສ່ອງໃສ
ເຈົ້າບໍ່ ໄດ້ອ່າວເອື້ອ ກ້ຳຜ່າຍບັນພະຊາ
ມີທໍ່ ເດັດບຸບຜາ ແຄ່ສະພັງວັງກວ້າງ
ທັງປວງພ້ອມ ບໍຣິວານແຫນແຫ່
ກັບທັງ ຝູງພີ່ລ້ຽງ ຣະບຳກິ້ງກ່ອມງັນ ແທ້ແລ້ວ
ເມື່ອນັ້ນ ແສນສ່ຳເຊື້ອ ປັກສາຊາດຄະນານົກ
ບໍ່ອາດ ຄະນະນານັບ ຕ່າງກັນພໍຮ້ອຍ
ເຂົາກໍ ຊໍແຊ່ຕ້ານ ສຽງຫວານຂັບກ່ອມ
ບາງພ່ອງ ຄາບດອກໄມ້ ຖວາຍເຈົ້າໜໍ່ພຸດໂທ
ຮຸ່ງຄ່ຳເຊົ້າ ຮ້ອງຮ່ຳສຽງຫວານ
ຄືດັ່ງ ດົນຕຣີທິບ ເສບສະວັນຍວງຍ້າຍ
ອັນວ່າ ກຸມມານນ້ອຍ ມະໂນໃສຊ້ອຍຊື່ນ
16 ຂວບເຂົ້າ ຣະດູລ້ຳຖ່າຍເຖິງ
ຜິວຜ່ອງກ້ຽງ ມະນີໂຊດໃສແສງ
ສຸຣະສຽງຫວານ ດັ່ງພຣົມພາຍຟ້າ
ຍາມເມື່ອ ວາຈາຕ້ານ ສຽງຫວານນົວອ່ອນ
ຄືດັ່ງ ກໍຣະວີກຮ້ອງ ຣະດູແລ້ງສົ່ງສຽງ ເຈົ້າເຮີຍ
ອັນວ່າ ຣາຊາເຈົ້າ ທົງທັມປິຕຸເຣດ
ພຣະໄທຫນ່ວງນ້າວ ຄະນິງທ້າວຮ່ຳເພິງ
ຄວນກູ ຍົກໜໍ່ແກ້ວ ອະພິເສກອົງກະສັດ
ໃຫ້ເປັນ ຣາຊາທົງນັ່ງ ນະຄອນແທນສ້າງ
ພຣະຈິ່ງ ປຶກສາທ້າວ ແສນພະຍາຫລາຍໝູ່
ຈັດຊ່າງໄມ້ ຫລາຍລ້ານຄັ່ງພຣະລານ
ໃຫ້ແຕ່ງຕັ້ງ ຫໍຣາຊມຸນທຽນ
ອຸດົມດີໂດຍ ດັ່ງວິມານເມືອງຟ້າ
ສາມຫລັງມ້ຽນ ກຳມະລຽນແກ້ວກໍ່
ສູງພຸ່ງພົ້ນ ພະໂຍມຟ້າຊົ່ວຄອຍ
ເຮືອງຮຸ່ງແກ້ວ ລ້ານລູກແສງໃສ
ພາຍບົນເກາະ ຂ່າຍກະດິງດັງກ້ອງ
ມີທັງຄຳ ປະດັບລື່ນ ມະນີນິນແກ້ວປະກອບ
ຍາມເມື່ອ ແດດວູ່ຕ້ອງ ແສງເຫລື້ອມແບ່ງສີ ເຈົ້າເຮີຍ
ມີພ່ຳພ້ອມ ທັງອ່າງອຸທະກັງ
ມີທັງ ບັນລັງຂ່າຍ ໜ່ວຍມະນີໂຊດແກ້ວ
ສາມຫລັງໄດ້ ຣະດູການຜັດປ່ຽນ
ໜາວແລຮ້ອນ ຝົນໃຫ້ຢູ່ສະບາຍ ແທ້ແລ້ວ
ເມື່ອນັ້ນ ຝູງຊ່າງໄມ້ ນ້ອມເນັ່ງປຣະນົມກອນ
ພູທອນພຣະ ຊື່ນພຣະໄທທວງແມ້ງ
ເຮົາຈັກ ເອົາບາທ້າວ ກຸມມານນ້ອຍໜໍ່
ຂຶ້ນຜ່ານຟ້າ ນະຄອນກວ້າງນັ່ງທົງ ຊອບແລ້ວ
3.2 ຫັດເດດທະນູສອນ
ພຣະຈິ່ງ ມີສານໃຊ້ ເຖິງໜໍ່ແກ້ວກະສັດ
ທັງວົງສາ ເຜົ່າພົງພັນທ້າວ
ໃຜຜູ້ ມີສາວເຊື້ອ ກຸມມາຣີລູກມິ່ງ
ໃຫ້ ປຣະດັບແຕ່ງເນື້ອ ນຳຂຶ້ນຂາບຖວາຍ
ເມື່ອນັ້ນ ທຸກສ່ຳເຊື້ອ ສາກະຍະຣາຊວົງສາ
ບໍ່ໄດ້ ໂມທະນາດອມ ພຣະຍອດເມືອງບຸນກວ້າງ
ເພາະວ່າ ກຸມມານນ້ອຍ ນົງເຍົາຍັງອ່ອນ
ສິນລະປະສາດບໍ່ຮູ້ ສິໃສ່ຂຶ້ນນັ່ງເມືອງ ໄດ້ບໍ່
ຍາມເມື່ອ ເກິດເຫດຮ້າຍ ສັດຕຣູໄຕ່ຕາມເຖິງ
ສັດຕຣູມານ ສິເປ່ເພເມືອງບ້ານ
ອັນທະການຮ້ອນ ອໍລະຫົນຂຳເຂືອກ
ຂໍໃຫ້ ພຣະບາດເຈົ້າ ຄະນິງຖ້ວນຮຳເພິງ ນັ້ນທ້ອນ
ເມື່ອນັ້ນ ພຣະບາດເຈົ້າ ພະຍາໃຫຍ່ສຣີສຸດໂທ
ຖະແລງຄຳໄຂ ຕໍ່ກຸມມານນ້ອຍ
ຂໍໃຫ້ ເຈົ້າອ່ອນນ້ອຍ ລອງເດດສອນສິນ
ພໍໃຫ້ ເສນາເຫັນ ໄພ່ພົນຍໍຍ້ອງ
ສິດທັດຖະທ້າວ ລືສິນສັກເດດ
ສິລະປະສາດເພດຮູ້ ຮຽນໄດ້ຄູ່ຊູ່ແນວ
ເມື່ອນັ້ນ ບຸຕະຣາຊນ້ອຍ ສະເດັດສູ່ສະນາມຫລວງ
ຝູງໝູ່ ຄົນທັງປວງ ຄັ່ງພຣະລານພໍລ້ານ
ອຶງຄະນຶງເຄົ້າ ປຸນປານແມງເມົ່າ
ເຂົາຢາກ ເຫັນແຈ່ມເຈົ້າ ລອງເດດສອນສິນ
ພໍໃຫ້ ເຂົາທັນເຫັນ ເຍືອງປະການດີຮ້າຍ
ເມື່ອນັ້ນ ພຣະບໍ່ຊ້າ ທັນພວກນາຍທະນູ
ຜູ້ທີ່ ມີວິຊາ 4 ຄົນເຊັງກ້າ
ມືຖືໜ້າ ມາພະລັນພ້ອມພ່ຳ
ໃຫ້ໄປຢືນຢູ່ ຄົນລະດ້ານ ສະນາມກວ້າງ 4 ມຸມ
ອັນວ່າ ບຸຕະຣາຊເຈົ້າ ຢືນຢູ່ກົງກາງ
ໃຫ້ເຂົາ ຍິງທະນູມາ ສູ່ທາງພຽງພ້ອມ
ກໍບໍ່ ມີມາໃກ້ ໂພທິຍານນ້ອຍອ່ອນ
4 ໝື່ນກ້ຽງ ປະມານສ້ຽງລູກສອນ
ພຣະສິ ຍິງຕອບຕ້ານ ກ້ຳຜ່າຍນາຍຂະມັງ
ເຂົາກໍ ເອັງຊູລີນົບ ອ່ອນຍອມຈອມເຈົ້າ
ພຣະກໍ ຍໍແຍງຊີ້ ທະນູສອນກ້າວແກວ່ງ
ສຽງສະນັ່ນຟ້າ ດິນກ້ອງຫວັ່ນໄຫວ
ສອນລ່ວງເທົ້າ ຂຶ້ນສູ່ເວຫາ
ບັງເກິດ ເປັນມາລາ ດອກດວງດາວແກ້ວ
ທັງເລົ່າ ເປັນຫໍກວ້າງ ວິໄຊຍົນຜາສາດ
ໃສສ່ອງເຫລື້ອມ ທະລັງຟ້າເຮື່ອເຮືອງ
ເຕັມດຸ່ງດັ້ນ ຮີບເຮັ່ງເຣວໄວ
ບັງເກິດ ເປັນແສງໃສ ຂ່າຍຄຳກາງກັ້ງ
ສອນສະແວງດັ້ນ ລົງມາພາຍລຸ່ມ
ພຣະ ສຸທາແຜ່ນພື້ນ ດັງສະທ້ານຫວັ່ນໄຫວ
ເລີຍລ່ວງຕ້ອງ ຕຳແຜ່ນກະດານເຫລັກ
ທັງລວງໜາ 4 ອົງຄຸລີນິ້ວ
ເລີຍເພມ້າງ ທະລາຍກາງແຕກຖ່ອງ
ສອນບໍ່ຍັ້ງ ຣິດທີກ້າວ່ອງໄວ
ເລີຍລ່ວງຕ້ອງ ຕຳແຜ່ນບານປະຕູ
ພໍພັນອັນ ມຸ່ນທະລາຍເພມ້າງ
ອັນວ່າ ກຸດທະລີກ້ວຍ ຢາຍຢັງເດັຍລະດາດ
ສອນສຽບຮ້ອຍ ປຣະດາດ້າມດັ່ງປາ
ສອນແວດອ້ອມ ຂົງຂອບສະນາມໄຊ
ແມ່ນຈັກ ຍິງທາງໄກ ກໍບໍ່ກົວເກງຢ້ານ
ແມ່ນຈັກ ໜີໄປລີ້ ທາງໄກຍາວໂຍດ
ພຣະກໍ ຍິງແມ່ນແທ້ ບໍ່ມີເວັ້ນຫລີກໜີ ໄດ້ແລ້ວ
ໜ້າງືດງໍ້ ວິຊາສາດສອນສິນ
ແຜງເຕໂຊ ຜາບມານທັງຄ້າຍ
ເມື່ອນັ້ນເຂົາກໍ ຕົກແຕ່ງເນື້ອ ນ້ອຍອ່ອນກຸມມາຣີ
ຖວາຍບາສີ ໜໍ່ໂພທິຍານເຈົ້າ
ສັງຂະຍາໄດ້ ພໍປະມານ 6 ໝື່ນ
ໜ້າຊື່ນຊ້ອຍ ດູລະຫ້ອຍດັ່ງແມນ
ແຂນກ່ອງກ້າວ ເນື້ອອ່ອນຜິວສະນິດ
ພຣະຖັນຕູມຕັ້ງ ດັ່ງປະທຸມມາດບົວຈູມ
ເກສາສີ ລູບມັນມວຍດົ້ວ
ເປັນແນວທ້າວ ຊາວພະຍາຍົດໃຫຍ່
ບໍ່ໃຊ່ ຄົນຕ່ຳຕ້ອຍ ສະກຸນນ້ອຍໄພ່ເມືອງ
3.3 ອະພິເສກຄອງເມືອງກັບນາງຍະໂສທະຣາພິມພາ
ເມື່ອນັ້ນ ພະຍາທິຣາຊເຈົ້າ ຕົນພຣະປິຕາ
ປຣະຊຸມວົງສາ ເຜົ່າພັນພຽງພ້ອມ
ອັນວ່າ ຍິງໃດແທ້ ຕະໂນມເພົາພຽງຮູບ
ພໍສິ ເປັນມິ່ງແກ້ວ ທຽມທ້າວນັ່ງເມືອງ ທ່ານເຮີຍ
ເມື່ອນັ້ນ ເຊື້ອສ່ຳທ້າວ ນ້ອມເນັ່ງທູນຖະແລງ
ຍິງຊາຍ ໃນນະຄອນຫລວງ ໄປ່ປຸນປານທ້າວ
ມີແຕ່ ພິມພາເຈົ້າ ກັນລະຍາເພັງຮູບ
ຕະໂນມເຜົ່າຜ້ຽງ ພຽງທ້າວພຣ່ຳສະເມີ ພຣະເຮີຍ
ຕັ້ງຫາກ ງາມຍິ່ງຍ້ອຍ ປານດັ່ງສາວສະວັນ
ບໍ່ອາດ ພັນນະນາຄຸນ ມາກມີຫລາຍລົ້ນ
ແຂນກົມສ້ວຍ ທະນູຄຳກວ່າເກິ່ງ
ສອງຝ່າຍແກ້ມ ແດງເຂັ້ມສ່ອງແສງ
ພຣະຖັນຕູມຕັ້ງ ປານຊ່ຽນຄົມແປງ
ແຍງວັນຄືນ ບໍ່ອິ່ມຕາຕົນໄດ້
ປຸຣິໂສເຊື້ອ ຊາຍເຫັນສະມ້ອຍເມື່ອຍ
ລືມຍ່າງຍ້າຍ ຕາສິ້ງເຫລືອດມອງ ແທ້ແລ້ວ
ກ້ຳຝ່າຍເບື້ອງ ສະກຸນພ່ຳພຽນສເມີ
ຄວນທີ່ ເອົານາງເປັນ ແມ່ເມືອງທຽມທ້າວ
ເມື່ອນັ້ນ ພຣະວໍຣະປິຕາໄທ້ ຣາຊາພູວະນາດ
ໃຫ້ຮີບ ຕົກແຕ່ງຫ້າງ ນະຄອນກວ້າງຊູ່ພາຍ
ທຸກຊໍ່ຊ້ອງ ເດັຍຣະດາດປະຄືຄຳ
ຕາມຖະນົນຫລວງ ລ່ວງລົງສະນາມກວ້າງ
ພຣະຈິ່ງ ເອົາຈອມເຈົ້າ ໂພທິຍານສະເວີຍຣາຊ
ກັບທັງ ນາງນາດນ້ອຍ ພິມພາແກ້ວໜໍ່ແມນ
ສອງແຈ່ມເຈົ້າ ສະເມີພາກພິມດຽວ
ຝູງໝູ່ ຊາວນະຄອນຊົມ ຍື່ນປະນົມຍໍນິ້ວ
ອຸທະກັງນ້ຳ ລິນຄຳໄຫລລັ່ງ
ພຣາມຖອກນ້ຳ ສອງແກ້ວໂສດສົງ
ອັນວ່າ ອິນຢູ່ຟ້າ ພ້ອມພ່ຳເທວະດາ
ລົງມາ ສົງສອງສຣີ ນັ່ງປອງເປັນເຈົ້າ
ຝູງໝູ່ ນັກສະນົມເຫງົ້າ ນາງງາມ 6 ໝື່ນ
ປຸນເຝົ້າໃກ້ ວົງລ້ອມແວດລະວັງ
ອັນວ່າ ປິຕຸເຣດເຈົ້າ ພຣະພໍ່ອົງກະສັດ
ຍໍຂັນຄຳ ໂສດສົງສອງເຈົ້າ
ອຸທະກັງນ້ຳ ເຈືອຈັນຄູ້ແກ່ນ
ຫອມຮ່ວງເຮົ້າ ສົງເຈົ້າໜໍ່ເມືອງ
ທຸກທົ່ວດ້າວ ປະສົງສົ່ງພອນໄຊ
ຊາວນະຄອນເຂົາ ສົ່ງພອນຖວາຍເຈົ້າ
ຟັງຍິນ ດົນຕຣີພື້ນ ເພັງຣະບຳແກມປີ່
ຊຸງຊໍຂຸ່ຍ ແຄນກ່ຽວກ່ອມແກ
ກອງກາດກ້ອງ ດັງຮ່ວນປະຖະພີ
ຄືດັ່ງ ດົນຕຣີຂັບ ເທບແມນເມືອງຟ້າ
ບະບວນແລ້ວ ພາຂວນຮຽງພ່າງ
ສຣີທາດທ້າວ ພິມພາແກ້ວນັ່ງຮຽງ
ສອງອ່ອນນ້ອຍ ສະເມີພາກພິມດຽວ
ປຸນດັ່ງ ອິນພຣົມຜາຍ ຫລໍ່ລຽງໃນເບົ້າ
ເມື່ອນັ້ນ ພຣາມມະນານ້ອມ ຖວາຍພອນເພັງກ່າວ
ຂໍໃຫ້ ສອງສືບສ້າງ ນະຄອນຕູ້ມໄພ່ເມືອງ
ອາຍຸ ຍືນຍິ່ງລ້ຳ ຮ້ອຍເຂດຊາວວັດສາ ແດ່ທ້ອນ
ຂໍໃຫ້ ສອງແຈ່ມເຈົ້າ ຣິດທີເດດລືກຽນ
ເດຊາຜາກົດ ທົ່ວແດນດິນຟ້າ
ບາຣະມີເຫລື້ອມ ກວມກົງສາມໂລກ
4 ທະວີບນ້ອມ ເປັນເຈົ້າແຫ່ງດຽວ
ໃຕ້ລຸ່ມຟ້າ ປະນົມຍື່ນທຽນຄຳ
ເອັງຊູລີນົບ ຂາບຕີນສອງເຈົ້າ
ທັງປວງພ້ອມ ສະວັນແມນຍົມໂລກ
ກັບທັງ ຄຸດນາກນ້ຳ ອີສູນພ້ອມຊູ່ພາຍ
ໃຫ້ເຂົາ ຂາບເດດເຈົ້າ ຊູລີນັ່ງປຣະນົມກອນ
ແປງທຽນຄຳ ຍື່ນຍໍຖວາຍເຈົ້າ
ພໍເມື່ອ ບະບວນແລ້ວ ວິວາຫະລາເລິກ
ຝູງໝູ່ ອິນທິຣາຊເຈົ້າ ສະວັນຟ້າລ່ວງເມືອ ແທ້ແລ້ວ
ອັນວ່າ ສອງແຈ່ມເຈົ້າ ສະເດັດສູ່ມຸນທຽນ
ພິມພາ ທັງບາບຸນ ໜໍ່ໂພທິຍານເຈົ້າ
ເນົາສະຖານຫ້ອງ ປາງຄຳຜາສາດ
ສະນຸກຍິ່ງລ້ຳ ພຣະອິນເຈົ້າເກິ່ງກັນ
ທຸກສ່ຳເຊື້ອ ຝູງໝູ່ກຸມມາຣີ
ບໍ່ໄດ້ ມີຊາຍປົນ ຢູ່ໃນປາງກວ້າງ
ທັງປວງພ້ອມ ສະນົມໃນນ້ອຍໜຸ່ມ
ທຽມທ່ອນທ້າວ ຣະວັງເຝົ້າແກວ່ງວີ
ບໍ່ອາດ ນັບອ່ານໄດ້ ຫລາຍສ່ຳກຸມມາຣີ
ບາງພ່ອງ ດົນຕຣີຂັບ ເສບຣະງົມງັນເຈົ້າ
ບາງພ່ອງ ມືຖືແກ້ວ ປະທຸມມາຍໍຍື່ນ
ປຣະນົມເນັ່ງນ້ອມ ຖວາຍທ້າວຊື່ນພຣະໄທ ເຈົ້າເຮີຍ
ລາງສ່ຳເຊື້ອ ປຣະດັບແຕ່ງກາຍາ
ມີທັງ ມາລາແຖວ ກ່ອມຕະເກິງເກົ້າ
ໂສມສະເລົາຜ້ຽງ ພຽງກັນພ້ອມພ່ຳ
ເຂົາກໍ ຍົວຣະຍາດຍ້າຍ ຟ້ອນແອ່ນຖວາຍແຂນ
ເໝືອນປະທຸມ ມາສະບັດ ເປ່ງໃສສະນ້ຳ
ສຽງໃສແກ້ວ ກິນນະຣີຮ້ອງຮ່ຳ
ຫລາຍສ່ຳເຊື້ອ ສະກຸນທ້າວໜໍ່ພະຍາ ແທ້ແລ້ວ
ລາງໝູ່ນັ້ນ ເພັງຜ່ອງທະລັງໂສມ
ລາງໝູ່ ພໍປານກາງ ຮ່າງຄີງກົມບ້ອງ
ອັນວ່າ ຊຸມສາວເຊື້ອ ເພັງໂສມສັນຮູບ
ທຽມທ່ອນທ້າວ ຊົມຊ້ອນກ່ອມສະເນ່ ເຈົ້າເຮີຍ
ພຣະບໍ່ ຄຶດອ່າວເອື້ອ ກ້ຳຜ່າຍບັນພະຊາ
ນີຣະພານປະ ບໍ່ໃຄ່ຄອງຄຸນແກ້ວ
ມົວແຕ່ ເຊີຍຊົມຊ້ອນ ກາມຄຸນກົ້ວກິ່ນ
ເຖິງຍາມ ແລງແລະເຊົ້າ ພຣະໄທຈົ້າຊື່ນບານ ແທ້ແລ້ວ
ນັບອ່ານໄດ້ ຣະດູຖ່າຍແຖມເຖິງ
ນັບແຕ່ ພູທອນທົງ ນັ່ງນະຄອນເປັນເຈົ້າ
ດູປະມານໄດ້ 13 ປີຂ້າມລ່ວງ ມາແລ້ວ
ຍັງບໍ່ ທັນອິ່ມໄດ້ ພຣະໄທເຈົ້າກ່ຽວກາມ ແທ້ແລ້ວ
ນັບແຕ່ ເຈົ້າຢູ່ສ້າງ ສະເວີຍຣາຊຮຽງຮົມ
ມີປຣະກຽນໄກ ທົ່ວທະລັງລືດ້າວ
ຊຸມພູພື້ນ ທໍຣະນີຂາມເດດ
4 ທະວີບນ້ອມ ປຣະນົມນິ້ວຊ່ວຍຄຳ
ຍູທ່າງ ເຈົ້າກ່ອມກິ້ງ ຣັດຕະນາດຮຽງຮົມ
ຝູງ ສະນົມນາງໃນ ປ່ຽນຍາມຄືນຮ້ອຍ
ການ ຣະດູເດືອນໄດ້ ຄິມະຫັນກ້າວລ່ວງ
ເຈົ້າ ສະເດັດຖ່າຍຫ້ອງ ປາງກວ້າງປ່ຽນຫລັງ
ບໍ່ໄດ້ ຫຍຸດຢູ່ຍັ້ງ ຜະລັດປ່ຽນຕາມຣະດູ
ພໍປະມານເຖິງ 4 ເດືອນດູໄດ້
ກໍຈິ່ງ ມີຖ່າຍເຂົ້າ ຫາພຣະອົງຍາມໜຶ່ງ
ຕັ້ງແຕ່ນັ້ນ ບໍ່ມີເອື້ອອ່າວການ ເຈົ້າເຮີຍ
ມີແຕ່ ຝູງໜຸ່ມນ້ອຍ ສະນົມໝູ່ກຸມມາຣີ
ປຸນປົວແຝງ ແວດວົງລະວັງໃກ້
ເຖິງເມື່ອ ເວລາລ້ຳ ບາຣະມີກ້າແກ່ ມານັ້ນ
ພຣະຢາກ ໄປທ່ຽວຫລິ້ນ ສວນກວ້າງເບິກພຣະໄທ ເຈົ້າເຮີຍ
ເມຶ່ອນັ້ນ ພຣະຈິ່ງ ມີອາດໃຊ້ ບົນບອກທັນຂຸນ
ທັງເສນາ ໝູ່ແນວນາມທ້າວ
ວັນນີ້ເຮົາຈັກ ປຸນໄປຫລິ້ນ ອຸທິຍານສວນດອກ
ໃຫ້ທ່ານ ຕົກແຕ່ງຫ້າງ ປຣະດາເນື້ອທຽວພະລັນ ວ່າເນີ
ຂຸນບໍ່ຊ້າ ເຣວຮີບປຸນເປືອງ
ນ້ອຍໜຶ່ງ ໂຍທາຄັບ ຄັ່ງພຣະລານພໍລ້ານ
ມີທັງ ກຸນຊະໂຣຊ້າງ ພັງພາຍພໍໝື່ນ
ສິນທຸຊາດເຊື້ອ ແນວມ້າວ່ອງໄວ
ສຽງຄື່ນເຄົ້າ ຄັບຄັ່ງສະນາມຫລວງ
ເສນາ ທັງມຸນຕຣີ ພ່ຳຂຸນແສນທ້າວ
ອັນວ່າ ພູທອນເອ້ ສັງວານຄຽນຄາດ
ສຸບເກິບແກ້ວ ພຣະອົງເຈົ້າໃສ່ທົງ
ນິ້ວແລບເລັ້ມ ສຸບສອດທຳມະຣົງ
ທົງມົງກຸດ ດັ່ງອິນພາຍຟ້າ
ມືທວຍແກ້ວ ທະນູສອນຄຽນຄາດ
ພຣະຂັນແນບເນື້ອ ແສງເຫລື້ອມສ່ອງໃສ
ພຣະບໍ່ຊ້າ ສະເດັດພາກມຸນທຽນ
ລົງສະນາມໄຊ ຊູ່ຂຸນແສນທ້າວ
ເລີຍສະເດັດຂຶ້ນ ຣົດຄຳທິພະອາດ
ສາຣະຖີຫ້າງໄວ້ ທຽມມ້າກາບມະນີ
ຄົນອັ່ງລົ້ນ ສອງຂ້າງແຄມຖະນົນ
ມັນຄາທຽວ ຈາກວັງວຽງກວ້າງ
ສຽງຣະງົມກ້ອງ ຕຸຣິຍາເຄງຄື້ນ
ແຫນແຫ່ເຈົ້າ ຈອມສ້ອຍເສບງັນ ເຈົ້າເຮີຍ
ອັນວ່າ ສິຣິສຸດໂທເຈົ້າ ຣາຊາປິຕຸເຣດ
ຄັນພຣະ ຮູ້ເຫດທ້າວ ໄປຫລິ້ນທ່ຽວສວນ
ພຣະຈິ່ງ ຕົກແຕ່ງຕັ້ງ ທະຫານພວກຄົນຍາມ
ໃຫ້ ລະວັງທາງທຽວ ຢ່າໃຫ້ຄົນກາຍໃກ້
ອັນວ່າ ຄົນເຈັບໄຂ້ ຊະຣາຜອມແຫ້ງຫ່ຽວ
ຝູງນີ້ພວກທ່ານ ໄປທ່ຽວກ່ອນ ລະວັງໄວ້ຫ່າງໄກ ແທ້ເນີ
ກົວວ່າ ບຸຕະຣາຊຢ້ຽມ ທອດພຣະເນດຫລຽວເຫັນ
ເລີຍສິ ໂທມະນັດຄຶດ ໜ່າຍສະອາງຜາງຮ້າຍ
ຝູງໝູ່ ພົນຫລວງຍ້າຍ ມັນຄາຄັບຄັ່ງ
ເລີຍເລົ່າ ເຖິງພາກພື້ນ ພູມຫ້ອງແຫ່ງສວນ ເຈົ້າເຮີຍ
ໂຍຕິກາບົດບັ້ນ ຊົມສວນດວງດອກ
ຍົກຍິນຖ້ອຍ ຖວາຍໄວ້ທີ່ຄວນ ກ່ອນແລ້ວໆ
ຜູກທີ່ 4
4.1 ເຫັນເທວະທູດທັງ 4
ເມື່ອນັ້ນ ພຣະບາດເຈົ້າ ສະເດັດສູ່ເມັງຄຳ
ທາງເທິງ ມຸງເພດານ ຂ່າຍມະນີໂຊດແກ້ວ
ຝູງ ມະໂຫຣີຫລິ້ນ ໂຂນໜັງເຕັ້ນໄຕ່
ມວນໄພ່ຟ້າ ຣະງົມຫລິ້ນຄວງໂຂນ ເຈົ້າເຮີຍ
ຝູງສ່ຳເຊື້ອ ສະນົມໝູ່ກຸມມາຣີ
ພາກັນ ເກັບມາລາ ຂາບຖວາຍຈອມເຈົ້າ
ລາງສາວຮ້ອຍ ບຸດສະບາບານແບ່ງ
ກັບທັງ ຂິກສະເດືອພ້ອມ ຂະຍອມຝ້າຍຮື່ນຫອມ
ເກດກ້ານກ້າ ດວງດອກຫອມຫວນ
ລຳດວນທັງຈຳປີ ຂະວີ່ບານເຕັມຕົ້ນ
ຄູນດວງສ້ອຍ ຮອງຮັງຫອມອ່ອນ
ສັບພະດວງດອກໄມ້ ຖວາຍໃຫ້ເທບພະຄຸນ
ພຣະກໍ ທົງນັ່ງເນິ່ງ ທອດພຣະເນດຫລຽວເຫັນ
ສັບພະມາລາລຽນ ຣະດາດດາເຕັມພື້ນ
ອັນວ່າ ສະກຸນາເຄົ້າ ບິນຕອມຕາມງ່າ
ເຂົາກໍ ຄາບດອກໄມ້ ຖວາຍເຈົ້າໜໍ່ພຸດໂທ
ມີພ່ຳພ້ອມ ປະທຸມມາດບົວຫລວງ
ທັງຈັງກອນ ເປັ່ງລະອອງບານແຍ້ມ
ໃນສວນກວ້າງ ມີສະພັງພ້ອມພ່ຳ
ພຣະກໍ ແລລ່ຳຢ້ຽມ ບົວແກ້ວຊື່ນພຣະໄທ ແທ້ແລ້ວ
ມີທັງ ກີ້ກ່າງອ້ຽງ ເປົ້າປ່າກະທາຂັນ
ກາເຫວົ່າກົກແກງ ແຂກກະລຶງເຕັມນ້ຳ
ເຂົາກໍ ພາກັນຮ້ອງ ຖວາຍພອນພູວະນາດ
ຄືດັ່ງ ພິນພາດຄ້ອງ ຊໍໄຄ້ຂຸ່ຍແຄນ ນີ້ແລ້ວ
ເຂົາກໍ ຊົມຊື່ນດ້ວຍ ດອມໜໍ່ໂພທິຍານ
ຟັງຍິນ ສາລິກາຂານ ດັ່ງຄົນເຮົາຕ້ານ
ນົກກໍ ເອັງຊູລີນ້ອມ ຍໍຫາງເຫິນປີກ
ສຽງກ່າວຕ້ານ ດອມເຈົ້າໜໍ່ພຸດໂທ
ອັນວ່າ ປະທຸມຊາດເຊື້ອ ຈັງກອນມາດບົວບານ
ກໍຫາກ ມີລະອອງຫອມ ຊື່ນພຣະໄທທວງແມ້ງ
ມັນບໍ່ ຈີຣັງໝັ້ນ ທິວາວັນກໍແຫ້ງຫ່ຽວ ພຣະເຮີຍ
ບໍ່ເໝືອນ ດວງດອກແກ້ວ ພຣະທັມເຈົ້າໜໍ່ພຸດໂທ ແທ້ແລ້ວ
ເມື່ອນັ້ນ ພຣະບາດເຈົ້າ ຟັງມ່ວນຍິນສະງວນ
ແຕ່ບໍ່ ມີພຣະໄທຄຶດ ຮ່ຳຄະນິງຄອງແກ້ວ
ເພາະວ່າ ຈິດຫລົງຫລົ້ມ ກາມຄຸນຄຸມຄອບ
ພຣະໄທບໍ່ເຕື້ອງ ມະໂນເຈົ້າບໍ່ສ່ອງທັມ
ຍາມນັ້ນ ພຣະກໍ ຄຶດກ່ຽວກ້ຳ ສະນົມນາດໃນວັງ
ຄືດັ່ງ ຝູງມັດສາຊົມ ຊື່ນປະດາດອມນ້ຳ
ຂວບເມື່ອ ສຸຣິໂຍຄ້ອຍ ສູນແສງບົດມືດ
ພຣະຈິ່ງ ກັບຕ່າວຕັ້ງ ຄືນເຂົ້າສູ່ນະຄອນ
ຂຶ້ນຣົດແກ້ວ ບຸດສະມາດບັງສູນ
ສາຣະຖີນ້ອຍ ຂີ່ຂັບທາງໜ້າ
ຝູງໝູ່ ໂຍທາລົ້ນ ມັນຄາຄັບຄັ່ງ
ພຣະກໍທອດ ພຣະເນດຢ້ຽມ ທາງຂ້າງຂອກທາງ
ເມື່ອນັ້ນ ວິເສດທ້າວ ສຸດທາວາດມະຫາພຣົມ
ແປງເປັນ ຄົນຊະຣາ ໄຕ່ມັນຄາມາໃກ້
ມີທັງໜ້າ ໜັງຍານເນື້ອຢ່ອນ
ແຂ້ວວ່ອງໂວ້ ຫົວພ້ອມພ່ຳຂາວ
ຕາວອກວ້ຳ ດ້າມດັ່ງລິງກັງ
ເດິນສາມຂາ ຍ່າງເຊຊວນລົ້ມ
ເມື່ອນັ້ນ ພຣະບາດເຈົ້າ ທອດພຣະເນດຫລຽວເຫັນ
ພຣະໄທທວງຄຶດ ຕ່າງໃຈລັງລ້າວ
ພຣະຈິ່ງ ບັນຊາການຕ້ານ ສາຣະຖີຖາມເຫດ
ອັນວ່າ ຄົນຜູ້ນີ້ ເປັນດ້າມດັ່ງໃດ ນີ້ເດ
ເມື່ອນັ້ນ ສາຣະຖີບໍ່ຊ້າ ນ້ອມເນັ່ງປະນົມກອນ
ເທວະດາດົນໃຈ ເລົ່າໄຂຖະແລງຕ້ານ
ຄົນນັ້ນຊື່ວ່າ ເປັນຄົນເຖົ້າ ໜັງຍານແຫ້ງຫ່ຽວ
ນັບມື້ແຕ່ສິ ມໍຣະມິ່ງມ້ຽນ ຈົມມ້ວຍມອດຕາຍ ພຣະເຮີຍ
ຝູງໝູ່ ສັດສ່ຳເຊື້ອ ທ່ຽວທ່ອງໂລກາ
ມະນຸດ ໃນນະຄອນຄົນ ບໍ່ຫ່ອນໃຜໜີໄດ້
ຊະຣາໜັງ ຫ່ຽວແຫ້ງພຣະພ້ອມ
ທັງຂ້າ ພຣະບາດນີ້ ກໍໂດຍດ້າມດັ່ງດຽວ ນີ້ແລ້ວ
ເມື່ອນັ້ນ ພຣະກໍ ສັງເວດແທ້ ພຣະໄທທ່າວສະລົດໃຈ
ຍວງພົນຫລວງ ລ່ວງເຖິງປາງແກ້ວ
ເລີຍສະເດັດຂຶ້ນ ຕຽງຄຳເນົານັ່ງ
ຝູງ ສະນົມໜຸ່ມນ້ອຍ ຣະບຳກິ້ງກ່ອມງັນ ເຈົ້າເຮີຍ
ເມື່ອນັ້ນ ສຽງສະນັ່ນກ້ອງ ເຄົ້າທົ່ວນະຄອນຫລວງ
ວ່າພູທອນ ໄປຊົມສວນ ເລົ່າເຫັນຄົນເຖົ້າ
ອັນວ່າ ສິຣິສຸດໂທເຈົ້າ ຣາຊາປິຕຸເຣດ
ພຣະຈິ່ງ ປຸນແຕ່ງຕັ້ງ ທະຫານເຝົ້າຍ່ານທາງ
ທຸກດ່ານດ້າວ ຕາມຫວ່າງສາຍຖະນົນ
ຕັ້ງແຕ່ ອຸທິຍານເຖິງ ຮອດວັງຫລວງກ້ວາງ
ບໍ່ໃຫ້ ຝູງຄົນເຖົ້າ ຊະຣາການເດິນທ່ຽວ
ສອງ ຖະນົນຂອກຂ້າງ ທະຫານເຈົ້າຢູ່ຍາມ
ພຣະກໍຢ້ານ ອົງຣາຊະກຸມມານ
ເກິດລຳຄານ ພຣະໄທໝອງ ບໍ່ຢູ່ຄອງເມືອງບ້ານ
ເອົາຕົນເຂົ້າ ບັນພະຊາທົງເພດ
ປະໃຫ້ ນັກຄະເຣດກວ້າງ ເມືອງເສົ້າໝົ່ນໝອງ ແທ້ແລ້ວ
ເມື່ອນັ້ນ ສີສະອາດແກ້ວ ໂພທິຣາຊບາບຸນ
ພໍເມື່ອ ວັນສູນແສງ ສ່ອງພູພົງດ້າວ
ອັນວ່າ ພູທອນທ້າວ ທົງສອນຄາດເຄື່ອງ
ສະເດັດສູ່ຫ້ອງ ສວນກວ້າງລ່ວງທາງ
ເລີຍເລົ່າ ເຫັນຊາດເຊື້ອ ຄົນພະຍາດຜອມເຫລືອງ
ເປັນໂຣຄາ ໂຣກມະເລັງໜອງຍ້ອຍ
ທັງຜິວເນື້ອ ໜັງເອັນຜຸເປື່ອຍ
ເດິນເມື່ອຍລົ້ມ ຖະນົນກວ້າງປ່ວງເຊ
ເມື່ອນັ້ນ ສາຣະຖີເນັ່ງນ້ອມ ຖະແລງກ່າວທູນຖວາຍ
ພຣະບໍ່ ໄປຊົມສວນ ລວດຕ່າວຄືນວັງກວ້າງ
ເຖິງເມື່ອ ວັນລຸນໄດ້ ສະເດັດໄປມື້ໃໝ່
ວິດສຸກັມເທບໄທ້ ສະວັນຟ້າລ່ວງລົງ
ນິຣະມິດຜ້ຽງ ພຽງເພດຄົນຕາຍ
ມີ ປຸບໂພໂລຫິດ ຫລັ່ງໄຫລຖົມໜ້າ
ຝຸງກາແຮ້ງ ແມງວັນຕອມໂຫ່
ເຕັມຢູ່ ສອງຂອກຂ້າງ ຖະນົນກວ້າງແຄ່ທາງ
ໃຜບໍ່ ເຫັນສ່ອງໄດ້ ທະຫານພວກໂຍທາ
ເຫັນແຕ່ ຣາຊາອົງ ເອກຕົນດຽວເຈົ້າ
ເມື່ອນັ້ນ ສາຣະຖີນ້ອມ ທູນໄຂຖະແລງເຫດ
ວ່າສັດຢູ່ ໃຕ້ລຸ່ມຟ້າ ຕາຍກ້ຽງພ່ຳສະເມີ ເຈົ້າເຮີຍ
ໃຜບໍ່ ມີລ່ວງພົ້ນ ມໍຣະນາດໄພຫລວງ
ມີແຕ່ ນີຣະພານພູມ ແຫ່ງດຽວນະຄອນກວ້າງ
ເມື່ອນັ້ນ ຣາຊາເຈົ້າ ອົງທັມຄະນິງມາກ
ມີພຣະໄທ ສະວ່າງແຈ້ງ ເຫັນຮູ້ຮ່ອມທັມ
ພຣະອົງ ຄິດຖີ່ຖ້ວນ ພິຈານແຈບໃນມະໂນ
ອັນວ່າ ໂລກີກາມ ໂລກຄົນນະຄອນໃຕ້
ມັນຍ່ອມ ສູນຫາຍສ້ຽງ ພັງທະລາຍມຸດມອດ
ສັບພະສິ່ງເກິດຂຶ້ນ ກໍສູນມ້ວຍເມື່ອລຸນ ນັ້ນແລ້ວ
ເມື່ອນັ້ນ ພຣະກໍ ກັບຕ່າວຕັ້ງ ຄືນສູ່ວັງຫລວງ
ຝູງ ສະນົມນາງໃນ ກ່ອມຣະງົມຖວາຍຟ້ອນ
ພໍເມື່ອ ວັນລຸນໄດ້ ສຸຣິໂຍເຍືອງໂລກ
ພຣະກໍ ສະເດັດສູ່ຫ້ອງ ສວນກວ້າງລ່ວງໄປ
ຄັບຄັ່ງເຄົ້າ ພື້ນແຜ່ນປະຖະພີ
ດົນຕຣີຂັບ ກ່ອມຣະບຳດັງກ້ອງ
ຜໍ່ດູ ສອງຖະນົນຂ້າງ ທາງຫລວງໄຫລຫລັ່ງ ພູ້ນເຍີ
ອັນວ່າ ວິດສຸກັມຢູ່ຟ້າ ສະວັນພູ້ນລ່ວງລົງ
ພຣະກໍ ນິຣະມິດຜ້ຽງ ພຽງເພດບັນພະຊາ
ລີລາເດິນ ທ່ຽວຖະນົນຍາມເຊົ້າ
ເປັນອົງ ເຈົ້າພິກຂຸສົງ ທົງເຄື່ອງຫລຽວເບິ່ງ
ເຫລືອງຢາດຍ້ອຍ ເດິນຜ້າຍຜ່ານຖະນົນ
ມືຖືຈ້ອງ ຕາລະບັດພ້ອມບາດ
ຣັດສະມີຢາດຍ້ອຍ ເຫລືອງເຫລື້ອມເຮື່ອເຮືອງ ເຈົ້າເຮີຍ
ເມື່ອນັ້ນ ພຣະບໍ່ຊ້າ ຖາມຣາຊສາຣະຖີ
ໃຜຜູ້ ທົງສີເຫລືອງ ເຮື່ອເຮືອງງາມຍ້ອຍ
ສາຣະຖີນ້ອມ ຊູລີກອນກົ້ມຂາບ
ຜູ້ທີ່ ທົງເຄື່ອງຈ້ອງ ເຫລືອງເຫລື້ອມເຮື່ອເຮືອງ
ອັນນັ້ນ ທັມມະຊາດເຊື້ອ ສົມນາດທົງທັມ
ບັນພະຊາທົງ ບວດເປັນສົມສ້າງ
ທົງທັມໝັ້ນ ໂລກຸຕະດອນດວງປະເສິດ
ພົ້ນຈາກ ໂອຄະກວ້າງ ກະແສເຍິ້ນຍ່ານຍາວ
ບາບບໍ່ກ້ຽວ ເວນບໍ່ໄຕ່ຕາມເຖິງ
ຊື່ວ່າ ປາປັງສູນ ໝູ່ກັມທະລາຍມ້າງ
ເປັນຜູ້ ໜີໄພຮ້າຍ ອັນຕະລາຍທັງພະຍາດ
ກັບທັງ ຄວາມແກ່ເຖົ້າ ຊະຣານັ້ນກໍບໍ່ມີ ເຈົ້າເຮີຍ
ເມື່ອນັ້ນ ພຣະບາດເຈົ້າ ຕົນປະເສິດທົງສີນ
ພໍໄດ້ ຍິນວາຈາ ຊື່ນພຣະໄທທວງແມ້ງ
ພຣະກໍ ມີຈິດໝັ້ນ ຖືເປັນຢ່ຽງຢ່າງ
ແລະບໍ່ ໄດ້ກ່າວອ້າງ ຖະແລງຕ້ານຕໍ່ຜູ້ໃດ ແທ້ແລ້ວ
ເມື່ອນັ້ນ ພົນລ່ວງເຂົ້າ ຄຸງເຂດສະນາມຫລວງ
ທັງປວງພັກ ຈອດພັງພະລາຍຊ້າງ
ອົງກະສັດຂຶ້ນ ເມັງຄຳເທິງແທ່ນ
ເຂົາກໍ ຂັບເສບເຈົ້າ ພິນພ້ອມກ່ອມລະບຳ
ເມື່ອນັ້ນ ພຣະບາດເຈົ້າ ນາມໜໍ່ອົງພຸດໂທ
ໂມທະນາດອມ ຊື່ນພະໄທຊົມໄມ້
ລາງສາວໄດ້ ບຸດສະບາກ້ານກ່ອງ
ລາງພ່ອງ ໄດ້ດອກຊ້ອນ ຍໍຂຶ້ນຍື່ນຖວາຍ ແທ້ແລ້ວ
ອັນວ່າ ຝູງສ່ຳເຊື້ອ ປັກສາຊາດສະກຸນາ
ບໍ່ອາດ ສັງຂະຍານັບ ຕ່າງແນວນາມເຊື້ອ
ເຂົາກໍ ໂມທະນານ້ອມ ສຽງຫວານຂັບກ່ອມ
ບາງພ່ອງ ຍໍປີກຟ້ອນ ໄກວຫລິ້ນແກວ່ງຫາງ
ລາງໝູ່ນັ້ນ ບິນເວິ່ນເວຫາ
ຄາບເອົາ ດວງມາລາ ຂາບຖວາຍພຣະອົງເຈົ້າ
ລາງຕົວເວົ້າ ສະເມີຄົນເຮົາປາກ
ຝູງຂ້າ ທຸກຍາກແທ້ ເຊິນເຈົ້າຫລ່ຳແຍງ ພຣະເອີຍ
ຂ້າບໍ່ ໄດ້ເຄື່ອງຕ້ອນ ຂອງຝາກບັນນາການ
ມີແຕ່ ສຽງຂານຂັບ ກ່ອມງັນພຣະອົງເຈົ້າ
ຝູງຂ້າ ເປັນແນວເຊື້ອ ເດັຍຣະສານສັດປ່າ
ບາບຫາກ ຕົກແຕ່ງໃຫ້ ນຳໃຊ້ສົ່ງເວນ ເຈົ້າເຮີຍ
ຂໍໃຫ້ ຝູງຂ້າມົ້ມ ປັກສາຊາດແນວນົກ
ວົນວຽນ ໃນສົງສານ ຢ່າໃຫ້ມີມາພໍ້
ຂໍໃຫ້ ອົງກະສັດເຈົ້າ ພຸດໂທທັມຕົນປະເສີດ
ເກີດມາ ໃນຊາດນີ້ ເວນບໍ່ໃກ້ຫ່າງໄກ ແທ້ແລ້ວ
ເມື່ອນັ້ນ ພຣະບາດເຈົ້າ ຕົນປະເສິດໂພທິຍານ
ໄດ້ຍິນ ເດັຍຣະສານນົກ ກ່າວຈາຖະແລງຕ້ານ
ເປັນທີ່ ສົງສານແທ້ ກັມນຳໃຊ້ຊາດ
ຄອງຄາຣາວາດ ກູຫາກ ໝົດທໍ່ນີ້ ໄປໜ້າແມ່ນບໍ່ມີ ແທ້ແລ້ວ
ຄວນກູ ທົງເຄື່ອງຍ້ອງ ໃຫ້ສົມເຜົ່າພົງກະສັດ
ໄວ້ໃຫ້ ເປັນອັດສະຈັນ ແຫ່ງຄົນພາຍຊ້ອຍ
ເມື່ອນັ້ນ ບັນທຸສິລາເຈົ້າ ພຣະອິນທຣາໄຫວຫວັ່ນ
ພຣະກໍ ຫລິງລ່ຳຢ້ຽມ ລົງພື້ນມະນຸດຄົນ
ສອດສ່ອງແຈ້ງ ທິບພະເນດຫລຽວເຫັນ
ວັນນີ້ ໂພທິຍານຊົມ ຂ່ວງສະນາມສວນກວ້າງ
ພຣະກໍ ບັນຊາໃຫ້ ວິດສຸກັມລົງໂລກ
ເອົາ ພູສາແຜ່ນຜ້າ ສະວັນຟ້າລ່ວງລົງ ແທ້ແລ້ວ
ແຍງສູ່ດ້າວ ສະນາມອາດສວນຫລວງ
ບັງຕາ ພົນໂຍທາ ໝູ່ທະຫານທັງຄ້າຍ
ເມື່ອນັ້ນ ວິດສຸກັມທ້າວ ເຖິງອົງໂພທິຣາຊ
ຍໍຍື່ນນ້ອມ ຖວາຍຜ້າແຜ່ນສະໄບ
ພຣະບໍ່ຊ້າ ຜລັດປ່ຽນພູສາ
ທົງອາພອນ ຣັດສະມີໃສແຈ້ງ
ຄືດັ່ງ ສຸຣິໂຍຍ້າຍ ຈອມເຂົາໄກລາດ
ຣັດສະມີເຫື່ອແຈ້ງ ຄວງຟ້າດັ່ງດຽວ ນັ້ນແລ້ວ
4.2 ນາງພິມພາປຣະສູດລູກ.
ບັດນີ້ ຈັກກ່າວກ້ຳ ນັກຄະເຣດເມືອງຫລວງ ກ່ອນແລ້ວ
ອັນວ່າ ພິມພານາງ ມິ່ງສົມທາງບ້ານ
ນັບແຕ່ ການຣະດູໄດ້ ປີເດືອນແຖມຖ່າຍ ມາແລ້ວ
ນາງກໍ ປະສູດລູກນ້ອຍ ເປັນແກ້ວໜໍ່ຊາຍ
ຜິວເຜົ່າຜ້ຽງ ສະເມີພາບອິນຂຽນ
ດູກະບວນຄື ດັ່ງຄຳໃນເບົ້າ
ອັນວ່າ ຣາຊາເຈົ້າ ສຣີສຸດໂທພູວະນາດ
ປະຊຸມຊາດເຊື້ອ ແນວທ້າວເຜົ່າພະຍາ
ພຣະຈິ່ງ ໃສ່ຊື່ນ້ອຍ ຣາຫຸນຣາຊະກຸມມານ
ປຣະທານນາງນົມ ໝູ່ສະນົມສາວໃຊ້
ພຣະຈິ່ງ ບັນຊາໃຫ້ ຂຸນຫລວງໂດຍດ່ວນ
ໄປເຖິງ ບຸຕະຣາຊເຈົ້າ ນຳແຈ້ງຂ່າວສານ
ເມື່ອນັ້ນ ຂຸນບໍ່ຊ້າ ຮີບເຮັ່ງເຖິງສວນ
ອຽງຊູລີນົບ ໜໍ່ໂພທິຍານເຈົ້າ
ອົງກະສັດເຈົ້າ ບາບຸນບຸຕະຮາຊ
ຕ້ານກ່າວຂໍ້ ມະໂນເບື້ອງແຫ່ງຕົນ
ວ່າ ຣາຫຸຣັງ ຊາຕັງ ພັນທະນັງ ຊາຕັງ
ອັນນີ້ ເປັນສາຍບ້ວງ ຄີວາພັນຜູກ ເຮົາແລ້ວ
ພຣະໂອຣົດເກິດຂຶ້ນ ເປັນບ້ວງເສັ້ນສາມ
ພຣະຮ່ຳແລ້ວ ລົງຂ່ວງສະນາມຫລວງ
ພໍເມື່ອ 7 ຣາຕຣີ ຕ່າວນະຄອນເມືອງແກ້ວ
ຕາມຖນົນກວ້າງ ພົນຫລວງແຫນແຫ່
ພຣະກໍ ທົງຣົດແກ້ວ ມະນີເຂັ້ມເຮື່ອເຮືອງ
ຕັ້ງຫາກ ງາມຍິ່ງຍ້ອຍ ຕົນປຣະເສິດໂພທິຍານ
ຕາມຖະນົນຫລວງ ຄັ່ງຣະງົມຄົນເຄົ້າ
ຄືດັ່ງ ອິນທຣາເຈົ້າ ເທິງສະວັນເທວະໂລກ
ກັບຈາກຫ້ອງ ສວນກວ້າງແຫ່ງພຣະອົງ ນັ້ນແລ້ວ
ພຣະກໍ ສະເດັດລຽບຕ້າຍ ນະຄອນໃຫຍ່ກະບິນ
ຄືດັ່ງ ຫົງຄຳລົງ ລ່ວງກະແສແສນທ້າງ
ອັນວ່າ ທາງເທິງເຫລື້ອມ ປະຄືຄຳໄກວແກວ່ງ
ທາງລຸ່ມມີໝູ່ ຄົນແອ່ນຟ້ອນ ທັງຍ້ອນແກວ່ງແຂນ ເຈົ້າເຮີຍ
ເມື່ອນັ້ນ ພຣະມິ່ງແກ້ວ ນ້ອຍໜຸ່ມກຸມມາຣີ
ຊື່ວ່າ ກີສາໂຄຕາມີນາງ ຮູບໂສມສະເມີແຕ້ມ
ເທວະດາດົນເຂົ້າ ມະໂນນາງຊົມຊື່ນ
ນາງຈິ່ງ ຍໍຍື່ນນິ້ວ ຖວາຍເຈົ້າກ່າວກອນ
ອັນວ່າ ພຣະບາດເຈົ້າ ຕົນປຣະເສິດທົງໂສມ
ຄືດັ່ງ ພຣົມເມືອງສະວັນ ລ່ວງລົງພາຍໃຕ້
ອັນວ່າ ຊາຍໃດໄດ້ ເປັນອົງປິຕຸເຣດ
ຄົງສິ ພົ້ນເຫດຮ້ອນ ສະບາຍເນື້ອສະວ່າງເຂັນ ແທ້ແລ້ວ
ຍິງໃດໄດ້ ເປັນຄູ່ແກ້ວ ທຽມພ່າງສະເນ່ຫາ
ຄົງສິ ຫາຍໂຣຄາ ພະຍາດເນົາໃນເນື້ອ
ເມື່ອນັ້ນ ອົງກະສິນລ້ານ ໂພທິຍານຊົມຊື່ນ
ພຣະຈິ່ງ ຍົກເຄື່ອງເອ້ ສັງວານສອດສາຍຄຳ
ທົງປຣະສົງໃຫ້ ເປັນເຄື່ອງບັນນາການ
ປຣະທານນາງງາມ ທີ່ກ່າວຊົມພຣະອົງເຈົ້າ
ອັນວ່າ ກຸມມາຣີນ້ອຍ ກີສາຊ້ອຍຊື່ນ
ເພາະວ່າ ໄດ້ເຄື່ອງແກ້ວ ພຣະອົງເຈົ້າທອດທານ ແທ້ແລ້ວ
ເມື່ອນັ້ນ ໂພທິຣາຊເຈົ້າ ຄະນິງຮ່ຳທາງທັມ
ອັນທີ່ຄຳ ນາງຈາແມ່ນຄອງ ຈິງແທ້
ໃຜຜູ້ ໄລລ້າງສ້ຽງ ຕັນຫາພະຍາບາດ
ອະວິດຊາຂາດແລ້ວ ກໍຫາຍຮ້ອນຢູ່ເຢັນ ແທ້ແລ້ວ
ພຣະ ສະເດັດລ່ວງເທົ້າ ຫໍຣາຊະມຸນທຽນ
ຝູງ ສະນົມໃນປາງ ກ່ອມຣະບຳພຣະອົງເຈົ້າ
ອັນວ່າ ກຸມາຣິການ້ອຍ ໄກວແຂນຟ້ອນແອ່ນ
ບາງພ່ອງເຊິນໃຫ້ ພຣະບາດເຈົ້າ ຊົມຊ້ອນກ່ອມສະເນ
ບາງພ່ອງນັ້ນ ປຣະຫຽນທອດແພນແຂນ
ສົມກຣະບວນຄື ດັ່ງກິນນະຣີຟ້ອນ
ບາງພ່ອງ ຊອມແຊມເກົ້າ ມາລາທັດເກດ
ຣົດກິ່ນຟົ້ງ ລະອອງເອົ້າຮື່ນຫອມ
ລາງພ່ອງ ເຂົ້າທຽບໃກ້ ທຽມແທບບາທາ
ຢາກໃຫ້ ກາຍາຊູນ ຖືກພຣະອົງບຸນກວ້າງ
ເຂົາກໍ ທຳກະບວນກ້ຽວ ມາຍາພັນສ່ອງ
ບາງພ່ອງ ຫົວແລະຍິ້ມ ຕາຊະມ້ອຍຄ່ອຍຈາ
ຢາກໃຫ້ ພຣະບາດເຈົ້າ ກະສັນຫໍ່ກາມຄຸນ
ບໍ່ໃຫ້ ໄລນະຄອນຫລວງ ໝົ່ນໝອງສູນເສົ້າ
ເມື່ອນັ້ນ ບາບຸນເຈົ້າ ໂພທິຍານບຸຕະຣາຊ
ພຣະບໍ່ ມີສະວາດດິ້ນ ພຣະໄທເຕື້ອງຕໍ່ໃຜ
ມີແຕ່ ຄຶດອ່າວເອື້ອ ທາງຜະນວດທົງສີນ
ພຣະບໍ່ ຍິນດີນຳ ໝູ່ສະນົມນາງນ້ອຍ
ພໍເມື່ອ ຣາຕຣີຂ້ອນ ກຸນຊະໂຣເງີຍເງີກ
ຝູງ ສະນົມໜຸ່ມນ້ອຍ ເລີຍຕ້ານຕໍ່ກັນ
ພຣະບໍ່ ໄດ້ອ່າວເອື້ອ ພຣະໄທຂອດສາຍສະເນ່ ເຮົາແລ້ວ
ເຮົາຄວນ ວາງເຊົາປະ ເຄື່ອງຣະບຳລຳຟ້ອນ
ເລີຍເລົ່າ ພາກັນເຂົ້າ ເນົານອນນິດທະເນັ່ງ
ພາກັນ ຫລັບລື່ນລົ້ນ ນິທຣານ້າວເນັ່ງນອນ
ນັບແຕ່ ຝູງສ່ຳເຊື້ອ ນ້ອຍໜຸ່ມກຸມມາຣີ
ລ້ວນແຕ່ ມີຈັນຍາ ວາດສະນາແນວທ້າວ
ເຖິງເມື່ອ ເວລານີ້ ເສັຍມາຣະຍາດ
ພາກັນ ນອນຄວ່ຳປິ້ນ ຫງາຍກົ້ນພ່ອງກົນ
ລາງພ່ອງ ປະໄປ່ເນື້ອ ຜ້າຜ່ອນແພສະໄບ
ລາງພ່ອງ ເຂລາໄຫລ ເຮັ່ຍຮວາຍຮຳພື້ນ
ລາງພ່ອງ ມືຊ້ອນກ້ຽວ ຄີວາຂີນໄຂວ່
ລາງພ່ອງ ປະໄປ່ກົ້ນ ກະດອງນ້ອຍບ່ອນສະງວນ ແທ້ແລ້ວ
ເມື່ອນັ້ນ ບຸຕະຣາຊເຈົ້າ ສະດຸ້ງຕຶ່ນບັນທົມ
ເຫັນ ສະນົມນາງນອນ ດັ່ງຂອນຂວາງໄວ້
ພຣະກໍ ຍວງໂຄມໄຕ້ ທົງພຣະໄທຫລິງລ່ຳ
ທອດ ພຣະເນດຢ້ຽມ ປາງກວ້າງໜ່າຍສະອາງ
ເຫັນ ສະນົມໜຸ່ມນ້ອຍ ນອນໄຂວ່ເຈັຍຣະເນັຍ
ບາງພ່ອງ ໄລລາເສັຍ ແຜ່ນສະໄບເປືອຍເນື້ອ
ບາງພ່ອງ ນອນກັດແຂ້ວ ກົນຄາງສຽງສະນັ່ນ
ເໝືອນຜີປ່າຊ້າ ສຸສານພື້ນພາກພູມ ພຸ້ນແລ້ວ
ພຣະກໍ ຄຶດຄັ່ງແຄ້ນ ພຣະໄທໜ່າຍຫົນຫວາຍ
ຊາດທີ່ ໂລກີກາມ ບໍ່ໃຊ່ຄອງຄຸນແກ້ວ
ຄວນກູ ເອົາຕົນເຂົ້າ ບັນພະຊາທົງຜະນວດ
ຕັດ ກິເລດໝູ່ນີ້ ເປັນແກ້ວໜໍ່ພຸດໂທ ແທ້ແລ້ວ
ຄ້ອມວ່າ ພຣະຮ່ຳແລ້ວ ຄາດເຄື່ອງຂອງກະສັດ
ພຣະຫັດ ຂວາທົງດາບ ພຣະຂັນແສງກ້າ
ພຣະກໍ ລີລາຍ້າຍ ລົງປາງສະເດັດດ່ວນ
ແຍງສູ່ ກັນຖະກະມ້າແກ້ວ ນາຍສັນຢ້ຽມລ່ຳແລ
ເຫັນແຈ່ມເຈົ້າ ພຣະບາດອົງກະສັດ
ຂັດພຣະຂັນແສງ ແຕ່ງກາຍລົງຫ້ອງ
ນາຍສັນຮູ້ ຄະນິງປອງຄຶດຮ່ຳ
ຮ້ອຍທີ່ ພຣະຍ່ຳເກົ້າ ສິໜີຫ້ອງພາກວັງ ແທ້ແລ້ວ
ເມື່ອນັ້ນ ພຣະບາດເຈົ້າ ກອຍກ່າວກອນຖະແລງ
ທ່ານຈົ່ງ ເອົາພາຊີ ມິ່ງມະນີຕົວກ້າ
ເອົາຍັງມ້າ ກັນຖະກະຄາດເຄື່ອງ
ເຮົາຈັກ ໜີຈາກຫ້ອງ ນະຄອນກວ້າງດ່ວນໄປ ທ່ານເຮີຍ
ເມື່ອນັ້ນ ນາຍສັນມີ ມະໂນຊື່ນຊ້ອຍ ນ້ອມເນັ່ງປະນົມກອນ
ພາເອົາ ອັດສະດອນພາຊີ ແຕ່ງດີຄອຍເຈົ້າ
4.3 ສະເດັດອອກບັນພະຊາ.
ເມື່ອນັ້ນ ພູບານຢ້ຽມ ປາງຄຳນາງນາດ
ເຂົ້າສູ່ ຜາສາດກວ້າງ ພິມພາແກ້ວມິ່ງສະມອນ
ເລີຍເລົ່າ ເຫັນອ່ອນນ້ອຍ ໂສມສະອາດພິມພາ
ຈັນຍາດີ ຄ່ຽມຄົມດູລະຫ້ອຍ
ນາງເອົາ ປຸດຕານ້ອຍ ກຸມມານນອນແນບ
ພຣະບໍ່ ຄຶດໄຄ່ດ້ວຍ ຊົມແກ້ວກິ່ງສະມອນ
ກົວແຕ່ ເກິດເດືອດຮ້ອນ ເຫິນຫ່າງບັນພະຊາ
ພຣະຈິ່ງ ໄຂວາຈາ ສັ່ງລານາງແກ້ວ
ພີ່ຈັກ ລາຈອມເຈົ້າ ທັງສອງສາຍສະວາດ
ໃຫ້ນາງ ລ້ຽງລູກນ້ອຍ ກຸມມານໃຫ້ໃຫຍ່ສູງ
ແລໃຫ້ ພຽນລ່ຳລ້ຽງ ຣາຫຸນຣາຊກຸມມານ
ໃຫ້ຢູ່ ນຳມານດາ ພໍ່ສິລາໄປໜ້າ
ບັນພະຊາສ້າງ ຖືຄອງທົງຜະນວດ
ຍາມນັ້ນ ພຣະກໍ ຄຶດກ່ຽວກ້ຳ ຄະນິງແລ້ວບໍ່ລືມ
ຄຶດເຖິງ ແກ້ວແກ່ນໄທ້ ນາງນາດພິມພາ
ທັງຣາຫຸນ ລູກຄີງພຣະອົງເຈົ້າ
ຈັກວ່າ ໄປໂຈມອຸ້ມ ຣາຫຸນໂອຣົດຣາຊ
ກົວວ່າ ນາງນາດນ້ອຍ ພິມພາແກ້ວຕື່ນມາ
ຮາມເຄີກຊ້າ ເສັຍປະໂຍດຈົງໝາຍ
ຄວນກູ ລາໄລໜີ ເພື່ອຜົນພາຍໜ້າ
ເມື່ອນັ້ນ ຍານແກ່ກ້າ ອະພິຍອດປັນຍາ
ບັງເກິດ ມາພາຍຫລັງ ແຫ່ງພຣະໄທຈອມເຈົ້າ
ກູບໍ່ ຄວນຫລົງດ້ວຍ ຕັນຫາບ້ວງບາດ ໝູ່ນີ້
ຊາດທີ່ ຂອງໝູ່ນີ້ ພາໃຫ້ໝົ່ນໝອງ
ພຣະຮ່ຳແລ້ວ ສະເດັດສູ່ພາຊີ
ນາຍສັນ ອວນທາງເດິນ ຈ່ອງຂະນັນຣະວັງໄວ້
ເລີຍເລົ່າ ໄປເຖິງເທົ້າ ປະຕູທວນທາງໃຫຍ່
ເທວະດາເປິດໃຫ້ ບໍ່ມີໄດ້ເປິດໄຂ
ພຣະກໍ ຂວ້າມຍ່ານກວ້າງ ປະຕູດ່ານວັງຫລວງ
ເຖິງປະຕູຫລວງ ເຂດນະຄອນວຽງກວ້າງ
ເທພາຊ່ອຍ ທວານປະຕູໄຂເປິດ
ອັດສະດອນມິ່ງມ້າ ມະນີຜ້າຍເຜັ່ນຜະຍອງ
ມົ້ມບ່ອນກົ້ວ ກາມກິເລດຕັນຫາ
ໜີບ່ອນ ຄາວໂລກີ ບໍ່ຂ້ອງກາມຄຸນ
ອັນວ່າ ເທວະດາ ທັງອິນພຣົມ ແຫ່ຣະງົມງັນກ້ອງ
ອັນວ່າ ບາທາພື້ນ ອາຊາໄນຍ້າຍຍ່າງ
ຫຍຽບແຕ່ ດວງດອກໄມ້ ເທວາເຈົ້າຫວ່ານລົງ ແທ້ແລ້ວ
ທຸກທີ່ພ້ອມ ສຸບັນນາກນາຄາ
ຈະຕຸຣົງຣາຊາ ແຫ່ຕາມພຣະອົງເຈົ້າ
ມີທັງ ແສງເຍືອງໃຕ້ ທຽນແພໃສສ່ອງ
ເດັຍຣະດາດຂ້ອນ ສູນຟ້າສ່ອງແສງ ພຸ້ນເຍີ
ມ້າບໍ່ຊ້າ ຮີບເຮັ່ງຜັນຜະຍອງ
ຄືດັ່ງ ວາໂຍພັດ ລ່ວງພະນອມແນວໄມ້
ພໍເຫັນ ສຸຣິໂຍພົ້ນ ບູຣະພາພູມໂລກ
ມ້າຖີບຟ້າວ ຄາວໜ້າເລັ່ງເລວ
ເລີຍເລົ່າ ຂວ້າມຍ່ານດ້າວ 3 ດ່ານນະຄອນຫລວງ
ຫລຽວເຫັນ ຮວນໆແສງ ສ່ອງພູພະນາໄມ້
ນັບແຕ່ ຄາວເດິນໄດ້ ທາງໄກ 30 ໂຍດ
ເລີຍເລົ່າ ເຖິງແຫ່ງຫ້ອງ ນະທີກວ້າງບ່ອນປະສົງ
ເປັນແມ່ນ້ຳ ເດັຍຣະດາດກອງຊາຍ
ຊື່ວ່າ ເນຣັນຊະຣາ ຜ່ອງໃສສະເມີແກ້ວ
ພໍເມື່ອ ໄປເຖິງແລ້ວ ອາຊາໄນພັກເມື່ອຍ
ຝູງໝູ່ ເທບທ່ອນທ້າວ ສະວັນຟ້າກໍເລີກລາ
ຍັງທໍ່ ສາມແຈ່ມເຈົ້າ ພຣະອົງພ່ຳນາຍສັນ
ກັນຖະກະ ອາຊາໄນ ຢູ່ຮິມນະທີນ້ຳ
ພຣະກໍ ຍວງຄຳຕ້ານ ນາຍສັນເຣວຮີບ
ຈົ່ງມາ ຮັບແຄ່ມມ້າ ທັງຜ້າເຄື່ອງທົງ
ເມື່ອນັ້ນ ນາຍສັນ ນົບເນັ່ງນ້ອມ ຮັບເຄື່ອງສັງວານ
ກັບທັງ ອານພາຊີ ທີ່ພຣະອົງວາງໄວ້
ພຣະກໍ ເອົາພຣະຂັນແກ້ວ ຂັນໄຊສຣີຕັດເກດ ພຣະອົງແລ້ວ
ອະທິດຖານສ່ຽງແລ້ວ ຈິ່ງໂຍນຂຶ້ນສູ່ບົນ ນັ້ນແລ້ວ
ເລີຍເລົ່າ ໄຫວຫວັ່ນພື້ນ ກັມປະນາດທໍຣະນີ
ອິນທຣາ ເອົາພານຄຳ ລ່ວງລົງບໍ່ມີຊ້າ
ຮັບເອົາ ເກສາເຈົ້າ ໂພທິຍານຕົນປະເສິດ
ກໍເປັນ ທາດເກັດແກ້ວ ຈຸລາເຫລື້ອມສ່ອງໃສ
ຕັ້ງຢູ່ໃກ້ ຜາສາດວິໄຊຍົນ
ອິນທຣາ ທັງເທວາ ເຝົ້າແຫນຮັກສາໄວ້
ໃນສະວັນຊັ້ນ ດາວະດຶງເທວະໂລກ
ຕັ້ງແຕ່ນັ້ນ ຜ່ອງເທົ້າຕະລອດມາ ເຈົ້າເຮີຍ
ເມື່ອນັ້ນ ຄະຕິກາພຣົມບໍ່ຊ້າ ທະຍານລ່ວງເວຫາ
ນຳອັດຖະບໍຣິຂານ ຂາບຖວາຍຈອມເຈົ້າ
ພຣະກໍ ເອົາຍັງຜ້າ ກາສາທົງນຸ່ງ
ບັນພະຊາເພດຜ້ຽງ ພຽງດ້າມດັ່ງປະສົງ ແທ້ແລ້ວ
ຣັດສະມີຮຸ່ງແຈ້ງ ງາມກວ່າພາຍຫລັງ
ພຣະກໍ ເອົາວັດຖາທົງ ຍື່ນພຣົມໄປມ້ຽນ
ພຣົມກໍ ເອົາເມືອຫ້ອງ ສະວັນແມນພຣົມໂລກ
ເມື່ອນັ້ນ ພຣະບາດເຈົ້າ ຮຽກທ່ານນາຍສັນ
ທ່ານຈົ່ງ ເອົາພາຊີ ຕ່າວນະຄອນຫາຫ້ອງ
ນຳຄຳຂຶ້ນ ເມືອຖວາຍປິຕຸເຣດ
ກັບທັງ ວິເສດແກ້ວ ພິມພານ້ອຍໜໍ່ເມືອງ ນັ້ນເນີ
ເມື່ອນັ້ນ ນົບເນັ່ງນ້ອມ ອາມາດນາຍສັນ
ຊົລທາໄຫລ ຫລັ່ງລົງລິນຍ້ອຍ
ຈິ່ງໄດ້ ຍໍເອົາພື້ນ ບາທາທູນເກດ
ເລີຍເລົ່າ ລາຈາກເຈົ້າ ເອົາມ້າຕ່າວຄືນ
ສ່ວນວ່າ ອັດສາວອນຣາຊແກ້ວ ມ້າມິ່ງພາຊີ ພຣະອົງນັ້ນ
ພໍແຕ່ ໜີໄກຕາ ໜໍ່ພຸດໂທອົງລ້ຳ
ເລີຍເລົ່າ ເທທວງມ້າງ ມະໂນໃນກັ້ນສະວາດ
ຂັນແຕກມ້າງ ມໍຣະນະມ້ຽນແຄ່ທາງ ແທ້ແລ້ວ
ກໍເພື່ອ ຄຶດຮອດເຈົ້າ ຕົນປະເສິດໂພທິຍານ
ມະໂນໃຈໃສ ຊຶ່ນພຣະໄທດອມເຈົ້າ
ເລີຍເລົ່າ ເອົາຕົນຂຶ້ນ ເມືອເທິງເທວະໂລກ
ເນົາຢູ່ຫ້ອງ ວິມານກວ້າງບ່ອນກະເສິມ ພູ້ນແລ້ວ
ເອິ້ນຊື່ເຈົ້າ ກັນຖະກະຣາຊເທວະບຸດ
ມີໝູ່ ນາຣີສາວ ກ່ອມຣະງົມງັນກ້ອງ
ສ່ວນວ່າ ນາຍສັນໄດ້ ອານຄຳທັງເຄື່ອງ
ນິວັດ ກັບສູ່ຫ້ອງ ກະບິນເບື້ອງຝ່າຍຫລັງ
ທັງເລົ່າ ຄຶດຮອດເຈົ້າ ຕົນປະເສິດອົງພຸດໂທ
ທັງເລົ່າ ໂສກາດອມ ມິ່ງອາຊາໄນມ້າ
ກູນີ້ ເອໂກແທ້ ຄົນດຽວກັບຕ່າວ ຄືນນໍ
ທັງເລົ່າ ຮ້ອງແລະໄຫ້ ຄະນິງເຣື່ອງຫໍ່ການ ເຈົ້າເຮີຍ
4.4 ນາງພະຍາຊົງໂສກ.
ບັດນີ້ ຈັກກ່າວເຖິງ
ນັກຄະເຣດກວ້າງ ເມືອງໃຫຍ່ກະບິນ ພູ້ນແລ້ວ
ພໍເມື່ອ ສຸຣິໂຍເຍື້ອງ ສ່ອງນະພາເພັງພື້ນ
ຄິມຫັນຮ້ອນ ວາໂຍຜະລຽງເບີກ
ມວນແມກໄມ້ ສະບັດເບື້ອງແກວ່ງໄກວ ເຈົ້າເຮີຍ
ຍາມນັ້ນ ພູບານເຈົ້າ ສຣີສຸດໂທປິຕຸເຣດ
ພ້ອມໄພ່ຟ້າ ປະຊາໄຫ້ຫງ່ອມເຫງົາ
ເຂົາກໍ ເອົາກັນເຂົ້າ ວັງຫລວງຄຸ້ມຄ່ວງ
ສຽງກ່າວທ້ວງ ທັງຄ້າຍຟັ່ງເຟືອນ
ມີແຕ່ ມຸນທຽນກວ້າງ ໂຮງຫລວງສູນເປົ່າ
ຈັກວ່າ ພຣະບາດເຈົ້າ ໄປໄດ້ດັ່ງໃດ ນັ້ນເດ
ກັບທັງ ມ້າມິ່ງເຫງົ້າ ພ້ອມພ່ຳນາຍສັນ
ຈັກວ່າ ພາກັນໄປ ແຫ່ງໃດເຢັນສະມິ້ງ
ອັນວ່າ ຍິງໃນຫ້ອງ ສະນົມນາງນ້ອຍໜຸ່ມ
ໃຜບໍ່ ຮູ້ເມື່ອເຈົ້າ ນອນເຜົ້າເປົ່າດາຍ ແທ້ແລ້ວ
ອັນວ່າ ວຽງກໍ່ຕ້າຍ ປະຕູແຜ່ນຝາຜະນັງ
ຈັກແມ່ນ ໃຜມາໄຂ ບໍ່ລັ່ນໄລທັ້ງຫລິ້ມ
ຝູງໝູ່ ຄົນຈາເວົ້າ ທັງເມືອງສຽງສະນັ່ນ
ຄືດັ່ງ ຈັກຈັ່ນຮ້ອງ ຣະດູແລ້ງແຂ່ງຝົນ
ອັນວ່າ ປິຕຸເຣດເຈົ້າ ທັງແມ່ມານດາ ພຣະອົງນັ້ນ
ເລີຍເລົ່າ ຕີທວງທົບ ທ່າວເທຍົມຍ້ອຍ
ທັງປວງພ້ອມ ສະນົມນາງຄຸ້ມຄ່ວງ
ເຂົາກໍ ເມົາປ່ວງບ້າ ມະໂນເສົ້າໝົ່ນໝອງ
ທຸກສ່ຳເຊື້ອ ສາກະຍະຣາຊວົງສາ
ກໍຫາກ ພາກັນທຸກ ອ່າວຄະນິງນຳເຈົ້າ
ໃຜຜູ້ ທຳໝອງເສົ້າ ພຣະໄທທວງພູວະນາດ
ພຣະຈິ່ງ ໜີຈາກບ້ານ ບໍ່ມີຕ້ານຕໍ່ໃຜ ແລນໍ
ຫລືວ່າ ພຣະຄັ່ງແຄ້ນ ປິຕຸເຣດມານດາ
ຈິ່ງໄດ້ ລານະຄອນຫລວງ ບໍ່ຢູ່ຄອງທົງສ້າງ
ຫລືວ່າ ທົງພຣະໄທຊັງ ພິມພານ້ອຍອ່ອນ
ທຳໃຫ້ ເຫັນຕອນຮ້າຍ ລະອາຍໜ້າໜ່າຍແໜງ ບໍ່ຮູ້
ຄັນວ່າ ໜີບວດສ້າງ ທົງເພດບັນພະຊາ ແທ້ນັ້ນ
ຄວນສິ ລາບິດາ ພໍ່ພຣະອົງເປັນເຈົ້າ
ກັບທັງ ດວງສະມອນແກ້ວ ພິມພານາງນາດ
ຫລືວ່າ ພຣະທ່ອນທ້າວ ໄປແທ້ດັ່ງໃດ ບໍ່ຮູ້
ເມື່ອນັ້ນ ຄວາມແຜ່ເທົ້າ ເຖິງຣາຊໂຮງຫລວງ
ຝູງສະນົມທັງປວງ ປ່ວງລະງົມປານບ້າ
ອັນວ່າ ພິມພາແກ້ວ ສາຍສະມອນຮູ້ຂ່າວ
ສະລົບທ່າວລົ້ມ ມະໂນກັ້ນເກື່ອນຕາຍ ແທ້ແລ້ວ
ອັນວ່າ ຝູງສ່ຳເຊື້ອ ສະນົມໜຸ່ມໃນປາງ
ເລີຍເລົ່າ ໂຈມນາງລຸກ ເປົ່າຫົວພົມນ້ຳ
ຄັນເມື່ອ ພໍຄາວໄດ້ ສັນຍາຍັ້ງທ່ຽງ ມາແລ້ວ
ນາງກໍທອດ ພຣະເນດຢ້ຽມ ຊອມສິ້ງລ່ຳແຍງ
ກໍຈິ່ງ ເຫັນເຜົ່າເຊື້ອ ສະນົມໝູ່ກຸມມາຣີ
ນາງກໍ ເຊຊວນທົບ ຍ່າວຍົມມະນາຍ້ອຍ
ອັດສຸຊົນນອງໜ້າ ໂສກີທົງໂສກ
ຄຶດອ່າວເອື້ອ ຄະນິງເບື້ອງບ່ອນຫລັງ
ເປັນຫຍັງ ພຣະບາດເຈົ້າ ສະເດັດຈາກຈອນໜີ
ພຣະບໍ່ ມີຄວາມຫຍັງ ສັ່ງລາຕົນນ້ອງ
ຫລືວ່າ ໝາງໝອງຮ້າຍ ພຣະໄທທວງຮ້ອນສະວາດ
ພິມພາ ຜິດພາດຂໍ້ ກະບິນເຈົ້າຂາດຄອງ ຊັ້ນບໍ່
ແມ້ນວ່າ ຜິດທໍ່ຟ້າ ກໍຄວນກ່າວເຕືອນສອນ
ບໍ່ຫ່ອນທຳ ຕາມຄວາມຜິດ ປ່ອຍວາງເປັນຮ້າງ
ອັນນີ້ຕັ້ງ ຫາກເອົາພຣະໄທແທ້
ບໍ່ມີສັ່ງ ຈັກຢ່າງແທ້ນາ
ພຣະອົງໜີຈາກ ຂ້າງປະພິມພາ
ເປັນແມ່ຮ້າງ ທັງໝ້າຍຢູ່ບໍ່ວາຍ ແທ້ແລ້ວ
ຫລືວ່າ ພຣະປູ່ເຈົ້າ ປິຕຸເຣດທົງທັມ ພຣະອົງນັ້ນ
ພຣະຫາກ ຊັງພິມພາ ໜ່າຍສະອາງຜາງຮ້າຍ
ຈິ່ງທຳ ອຸບາຍໃຫ້ ປຸດຕາຕົນລູກ ພຣະອົງນັ້ນ
ເອົາໄປ ຊຸກເຊື່ອງໄວ້ ໄພກວ້າງທີ່ໃດ ນັ້ນເດ
ຄ້ອມວ່າ ນາງຮ່ຳແລ້ວ ສະເດັດສູ່ມຸນທຽນ
ຊົນທາໄຫລ ຫລັ່ງລົງລິນຍ້ອຍ
ນາງກໍ ຍໍກອນນ້ອມ ໄອຍະໂກຕົນປູ່
ຕ້ານກ່າວຂໍ້ ຖະແລງແຈ້ງເຍືອງຄວາມ
ອັນວ່າ ພຣະບາດເຈົ້າ ຕົນມິ່ງສາມິໂກ ຂ້ານ້ອຍນັ້ນ
ໄລ ນະຄອນວາງປະ ບໍ່ສັ່ງລານາງໄວ້
ຫລືວ່າ ໄອຍະໂກເຈົ້າ ພະຍາຫລວງຕົນປູ່
ເພິ່ນຫາກ ທົງໜ່າຍໜ້າ ພິມພາແລ້ວສັ່ງໜີ ຊັ້ນບໍ່
ເມື່ອນັ້ນ ພຣະບາດໄທ້ ຕົນປະເສີດໄອຍະໂກ
ໄດ້ຟັງ ສຸຣະສຽງໄຂ ກ່າວຈາຈົງຖ້ອຍ
ພຣະກໍ ໂກຣະທາແຄ້ນ ຫະຣືໄທທົງໂສກ
ນ້ຳພຣະເນດຍ້ອຍ ຮຳໜ້າທຸ່ມແຖວ
ກັບທັ້ງ ໄອຍະກາເຈົ້າ ໂຄຕະມີແມ່ຍ່າ
ນາງກໍ ກັ້ນສະວາດໄຫ້ ຍົມຍ້ອຍຍ່າວໄຫລ
ວ່າດູຣາ ພິມພາແກ້ວ ສຸນິສາສະໃພ້ມິ່ງ ກູເອີຍ
ເຈົ້າຢ່າ ມີໃຈຂົມ ຮ່ຳຄະນິງແນວນັ້ນ
ພໍ່ກໍ ນອນໃນຫ້ອງ ປາງຄຳຜາສາດ ເຮົານີ້
ຈັກວ່າ ບຸຕະຣາຊທ້າວ ໄປແທ້ທີ່ໃດ ພໍ່ເດ
ນາງຢ່າ ຄຶດຄັ່ງແຄ້ນ ພຣະໄທໂສກເຫລືອຫລາຍ
ຄົງສິ ມີຄົນເດິນ ສົ່ງສານທາງບ້ານ
ສ່ວນວ່າ ນາງຄານຫລ້າ ພິມພາລາປູ່ ໄປແລ້ວ
ເອັງຊູລີນົບນ້ອມ ລາເຈົ້າຕ່າວຄືນ
ຝູງສ່ຳເຊື້ອ ສະນົມໝູ່ບໍຣິວານ
ນຳນາງຄານ ຮອດສະຖານປາງກວ້າງ
ນາງສະເດັດຂຶ້ນ ມຸນທຽນວິມານມາດ
ເດັຍຣະດາດແກ້ວ ມະນີເຂັ້ມສ່ອງແສງ
ນາງກໍ ແຍງສູ່ຊັ້ນ ສັດຕະມາດທີ່ 7
ທາງເທິງ ມຸງເພດານ ມຸກມະນີກາງກັ້ງ
ນາງກໍ ໂທມະນັງແຄ້ນ ສະລົບລົງເທິງແທ່ນ ອີກແລ້ວ
ທັງແຂນ ກອດລູກນ້ອຍ ຍົມຍ້ອຍຫລັ່ງໄຫລ
ທັງຈົ່ມເວົ້າ ທົງເວທະນາໜາກ
ຕັ້ງບໍ່ ມີຄວາມຜິດ ທໍ່ໃຍຍອງນ້ອຍ
ຖ້າຫາກ ຍິນດີດ້ວຍ ບັນພະຊາທົງເພດ
ອົດພໍ ຕ້ານສັ່ງນ້ອງ ສິຍໍນິ້ວຍື່ນນຳ
ອັນນີ້ ລັກລອບລີ້ ສະເມີໄພ່ທາສາ
ບໍ່ແມ່ນ ຣາຊາທົງ ນັ່ງນະຄອນເປັນເຈົ້າ
ເຮັດໃຫ້ ພິມພາເສົ້າ ມະໂນໃນເອົ້າອັ່ງ
ປະໃຫ້ ເປັນແມ່ຮ້າງ ທັງໝ້າຍຢູ່ບໍ່ວາຍ ແລນໍ
ເຂົາສິວ່າ ຍິງຖ່ອຍຮ້າຍ ຜົວປ່ອຍວາງເສັຍ
ເຮັດໃຫ້ ໃຈເມັຍໝອງ ບໍ່ອີ່ດູຕົນນອ້ງ
ເຂົາສິ ນິນທາທ້ວງ ທັງເມືອງຊິຊວ່າ
ຫາວ່າ ຍິງຖ່ອຍຮ້າຍ ຜົວຖິ້ມປ່ອຍວາງ
ນາງກໍ ໃຫ້ອິ່ນອ້ອຍ ຣາຫຸນຣາຊກຸມມານ
ພຣະ ປິຕາໂຕນໜີ ບໍ່ຄະນິງນຳເຈົ້າ
ປະປ່ອຍ ສອງຮາໄວ້ ທັງສອງແມ່ລູກ
ປະໃຫ້ ເປັນກ່ຳພ້າ ອາຍໜ້າໄພ່ເມືອງ ລູກເຮີຍ
ໂຍຕິກາບົດບັ້ນ ນາງພະຍາທົງໂສກ
ຖວາຍແກ່ ນັກປຣາດເຈົ້າ ພໍຮູ້ຮ່ຳຄະນິງ ນັ້ນທ້ອນ ໆ.
4.1 ເຫັນເທວະທູດທັງ 4
ເມື່ອນັ້ນ ພຣະບາດເຈົ້າ ສະເດັດສູ່ເມັງຄຳ
ທາງເທິງ ມຸງເພດານ ຂ່າຍມະນີໂຊດແກ້ວ
ຝູງ ມະໂຫຣີຫລິ້ນ ໂຂນໜັງເຕັ້ນໄຕ່
ມວນໄພ່ຟ້າ ຣະງົມຫລິ້ນຄວງໂຂນ ເຈົ້າເຮີຍ
ຝູງສ່ຳເຊື້ອ ສະນົມໝູ່ກຸມມາຣີ
ພາກັນ ເກັບມາລາ ຂາບຖວາຍຈອມເຈົ້າ
ລາງສາວຮ້ອຍ ບຸດສະບາບານແບ່ງ
ກັບທັງ ຂິກສະເດືອພ້ອມ ຂະຍອມຝ້າຍຮື່ນຫອມ
ເກດກ້ານກ້າ ດວງດອກຫອມຫວນ
ລຳດວນທັງຈຳປີ ຂະວີ່ບານເຕັມຕົ້ນ
ຄູນດວງສ້ອຍ ຮອງຮັງຫອມອ່ອນ
ສັບພະດວງດອກໄມ້ ຖວາຍໃຫ້ເທບພະຄຸນ
ພຣະກໍ ທົງນັ່ງເນິ່ງ ທອດພຣະເນດຫລຽວເຫັນ
ສັບພະມາລາລຽນ ຣະດາດດາເຕັມພື້ນ
ອັນວ່າ ສະກຸນາເຄົ້າ ບິນຕອມຕາມງ່າ
ເຂົາກໍ ຄາບດອກໄມ້ ຖວາຍເຈົ້າໜໍ່ພຸດໂທ
ມີພ່ຳພ້ອມ ປະທຸມມາດບົວຫລວງ
ທັງຈັງກອນ ເປັ່ງລະອອງບານແຍ້ມ
ໃນສວນກວ້າງ ມີສະພັງພ້ອມພ່ຳ
ພຣະກໍ ແລລ່ຳຢ້ຽມ ບົວແກ້ວຊື່ນພຣະໄທ ແທ້ແລ້ວ
ມີທັງ ກີ້ກ່າງອ້ຽງ ເປົ້າປ່າກະທາຂັນ
ກາເຫວົ່າກົກແກງ ແຂກກະລຶງເຕັມນ້ຳ
ເຂົາກໍ ພາກັນຮ້ອງ ຖວາຍພອນພູວະນາດ
ຄືດັ່ງ ພິນພາດຄ້ອງ ຊໍໄຄ້ຂຸ່ຍແຄນ ນີ້ແລ້ວ
ເຂົາກໍ ຊົມຊື່ນດ້ວຍ ດອມໜໍ່ໂພທິຍານ
ຟັງຍິນ ສາລິກາຂານ ດັ່ງຄົນເຮົາຕ້ານ
ນົກກໍ ເອັງຊູລີນ້ອມ ຍໍຫາງເຫິນປີກ
ສຽງກ່າວຕ້ານ ດອມເຈົ້າໜໍ່ພຸດໂທ
ອັນວ່າ ປະທຸມຊາດເຊື້ອ ຈັງກອນມາດບົວບານ
ກໍຫາກ ມີລະອອງຫອມ ຊື່ນພຣະໄທທວງແມ້ງ
ມັນບໍ່ ຈີຣັງໝັ້ນ ທິວາວັນກໍແຫ້ງຫ່ຽວ ພຣະເຮີຍ
ບໍ່ເໝືອນ ດວງດອກແກ້ວ ພຣະທັມເຈົ້າໜໍ່ພຸດໂທ ແທ້ແລ້ວ
ເມື່ອນັ້ນ ພຣະບາດເຈົ້າ ຟັງມ່ວນຍິນສະງວນ
ແຕ່ບໍ່ ມີພຣະໄທຄຶດ ຮ່ຳຄະນິງຄອງແກ້ວ
ເພາະວ່າ ຈິດຫລົງຫລົ້ມ ກາມຄຸນຄຸມຄອບ
ພຣະໄທບໍ່ເຕື້ອງ ມະໂນເຈົ້າບໍ່ສ່ອງທັມ
ຍາມນັ້ນ ພຣະກໍ ຄຶດກ່ຽວກ້ຳ ສະນົມນາດໃນວັງ
ຄືດັ່ງ ຝູງມັດສາຊົມ ຊື່ນປະດາດອມນ້ຳ
ຂວບເມື່ອ ສຸຣິໂຍຄ້ອຍ ສູນແສງບົດມືດ
ພຣະຈິ່ງ ກັບຕ່າວຕັ້ງ ຄືນເຂົ້າສູ່ນະຄອນ
ຂຶ້ນຣົດແກ້ວ ບຸດສະມາດບັງສູນ
ສາຣະຖີນ້ອຍ ຂີ່ຂັບທາງໜ້າ
ຝູງໝູ່ ໂຍທາລົ້ນ ມັນຄາຄັບຄັ່ງ
ພຣະກໍທອດ ພຣະເນດຢ້ຽມ ທາງຂ້າງຂອກທາງ
ເມື່ອນັ້ນ ວິເສດທ້າວ ສຸດທາວາດມະຫາພຣົມ
ແປງເປັນ ຄົນຊະຣາ ໄຕ່ມັນຄາມາໃກ້
ມີທັງໜ້າ ໜັງຍານເນື້ອຢ່ອນ
ແຂ້ວວ່ອງໂວ້ ຫົວພ້ອມພ່ຳຂາວ
ຕາວອກວ້ຳ ດ້າມດັ່ງລິງກັງ
ເດິນສາມຂາ ຍ່າງເຊຊວນລົ້ມ
ເມື່ອນັ້ນ ພຣະບາດເຈົ້າ ທອດພຣະເນດຫລຽວເຫັນ
ພຣະໄທທວງຄຶດ ຕ່າງໃຈລັງລ້າວ
ພຣະຈິ່ງ ບັນຊາການຕ້ານ ສາຣະຖີຖາມເຫດ
ອັນວ່າ ຄົນຜູ້ນີ້ ເປັນດ້າມດັ່ງໃດ ນີ້ເດ
ເມື່ອນັ້ນ ສາຣະຖີບໍ່ຊ້າ ນ້ອມເນັ່ງປະນົມກອນ
ເທວະດາດົນໃຈ ເລົ່າໄຂຖະແລງຕ້ານ
ຄົນນັ້ນຊື່ວ່າ ເປັນຄົນເຖົ້າ ໜັງຍານແຫ້ງຫ່ຽວ
ນັບມື້ແຕ່ສິ ມໍຣະມິ່ງມ້ຽນ ຈົມມ້ວຍມອດຕາຍ ພຣະເຮີຍ
ຝູງໝູ່ ສັດສ່ຳເຊື້ອ ທ່ຽວທ່ອງໂລກາ
ມະນຸດ ໃນນະຄອນຄົນ ບໍ່ຫ່ອນໃຜໜີໄດ້
ຊະຣາໜັງ ຫ່ຽວແຫ້ງພຣະພ້ອມ
ທັງຂ້າ ພຣະບາດນີ້ ກໍໂດຍດ້າມດັ່ງດຽວ ນີ້ແລ້ວ
ເມື່ອນັ້ນ ພຣະກໍ ສັງເວດແທ້ ພຣະໄທທ່າວສະລົດໃຈ
ຍວງພົນຫລວງ ລ່ວງເຖິງປາງແກ້ວ
ເລີຍສະເດັດຂຶ້ນ ຕຽງຄຳເນົານັ່ງ
ຝູງ ສະນົມໜຸ່ມນ້ອຍ ຣະບຳກິ້ງກ່ອມງັນ ເຈົ້າເຮີຍ
ເມື່ອນັ້ນ ສຽງສະນັ່ນກ້ອງ ເຄົ້າທົ່ວນະຄອນຫລວງ
ວ່າພູທອນ ໄປຊົມສວນ ເລົ່າເຫັນຄົນເຖົ້າ
ອັນວ່າ ສິຣິສຸດໂທເຈົ້າ ຣາຊາປິຕຸເຣດ
ພຣະຈິ່ງ ປຸນແຕ່ງຕັ້ງ ທະຫານເຝົ້າຍ່ານທາງ
ທຸກດ່ານດ້າວ ຕາມຫວ່າງສາຍຖະນົນ
ຕັ້ງແຕ່ ອຸທິຍານເຖິງ ຮອດວັງຫລວງກ້ວາງ
ບໍ່ໃຫ້ ຝູງຄົນເຖົ້າ ຊະຣາການເດິນທ່ຽວ
ສອງ ຖະນົນຂອກຂ້າງ ທະຫານເຈົ້າຢູ່ຍາມ
ພຣະກໍຢ້ານ ອົງຣາຊະກຸມມານ
ເກິດລຳຄານ ພຣະໄທໝອງ ບໍ່ຢູ່ຄອງເມືອງບ້ານ
ເອົາຕົນເຂົ້າ ບັນພະຊາທົງເພດ
ປະໃຫ້ ນັກຄະເຣດກວ້າງ ເມືອງເສົ້າໝົ່ນໝອງ ແທ້ແລ້ວ
ເມື່ອນັ້ນ ສີສະອາດແກ້ວ ໂພທິຣາຊບາບຸນ
ພໍເມື່ອ ວັນສູນແສງ ສ່ອງພູພົງດ້າວ
ອັນວ່າ ພູທອນທ້າວ ທົງສອນຄາດເຄື່ອງ
ສະເດັດສູ່ຫ້ອງ ສວນກວ້າງລ່ວງທາງ
ເລີຍເລົ່າ ເຫັນຊາດເຊື້ອ ຄົນພະຍາດຜອມເຫລືອງ
ເປັນໂຣຄາ ໂຣກມະເລັງໜອງຍ້ອຍ
ທັງຜິວເນື້ອ ໜັງເອັນຜຸເປື່ອຍ
ເດິນເມື່ອຍລົ້ມ ຖະນົນກວ້າງປ່ວງເຊ
ເມື່ອນັ້ນ ສາຣະຖີເນັ່ງນ້ອມ ຖະແລງກ່າວທູນຖວາຍ
ພຣະບໍ່ ໄປຊົມສວນ ລວດຕ່າວຄືນວັງກວ້າງ
ເຖິງເມື່ອ ວັນລຸນໄດ້ ສະເດັດໄປມື້ໃໝ່
ວິດສຸກັມເທບໄທ້ ສະວັນຟ້າລ່ວງລົງ
ນິຣະມິດຜ້ຽງ ພຽງເພດຄົນຕາຍ
ມີ ປຸບໂພໂລຫິດ ຫລັ່ງໄຫລຖົມໜ້າ
ຝຸງກາແຮ້ງ ແມງວັນຕອມໂຫ່
ເຕັມຢູ່ ສອງຂອກຂ້າງ ຖະນົນກວ້າງແຄ່ທາງ
ໃຜບໍ່ ເຫັນສ່ອງໄດ້ ທະຫານພວກໂຍທາ
ເຫັນແຕ່ ຣາຊາອົງ ເອກຕົນດຽວເຈົ້າ
ເມື່ອນັ້ນ ສາຣະຖີນ້ອມ ທູນໄຂຖະແລງເຫດ
ວ່າສັດຢູ່ ໃຕ້ລຸ່ມຟ້າ ຕາຍກ້ຽງພ່ຳສະເມີ ເຈົ້າເຮີຍ
ໃຜບໍ່ ມີລ່ວງພົ້ນ ມໍຣະນາດໄພຫລວງ
ມີແຕ່ ນີຣະພານພູມ ແຫ່ງດຽວນະຄອນກວ້າງ
ເມື່ອນັ້ນ ຣາຊາເຈົ້າ ອົງທັມຄະນິງມາກ
ມີພຣະໄທ ສະວ່າງແຈ້ງ ເຫັນຮູ້ຮ່ອມທັມ
ພຣະອົງ ຄິດຖີ່ຖ້ວນ ພິຈານແຈບໃນມະໂນ
ອັນວ່າ ໂລກີກາມ ໂລກຄົນນະຄອນໃຕ້
ມັນຍ່ອມ ສູນຫາຍສ້ຽງ ພັງທະລາຍມຸດມອດ
ສັບພະສິ່ງເກິດຂຶ້ນ ກໍສູນມ້ວຍເມື່ອລຸນ ນັ້ນແລ້ວ
ເມື່ອນັ້ນ ພຣະກໍ ກັບຕ່າວຕັ້ງ ຄືນສູ່ວັງຫລວງ
ຝູງ ສະນົມນາງໃນ ກ່ອມຣະງົມຖວາຍຟ້ອນ
ພໍເມື່ອ ວັນລຸນໄດ້ ສຸຣິໂຍເຍືອງໂລກ
ພຣະກໍ ສະເດັດສູ່ຫ້ອງ ສວນກວ້າງລ່ວງໄປ
ຄັບຄັ່ງເຄົ້າ ພື້ນແຜ່ນປະຖະພີ
ດົນຕຣີຂັບ ກ່ອມຣະບຳດັງກ້ອງ
ຜໍ່ດູ ສອງຖະນົນຂ້າງ ທາງຫລວງໄຫລຫລັ່ງ ພູ້ນເຍີ
ອັນວ່າ ວິດສຸກັມຢູ່ຟ້າ ສະວັນພູ້ນລ່ວງລົງ
ພຣະກໍ ນິຣະມິດຜ້ຽງ ພຽງເພດບັນພະຊາ
ລີລາເດິນ ທ່ຽວຖະນົນຍາມເຊົ້າ
ເປັນອົງ ເຈົ້າພິກຂຸສົງ ທົງເຄື່ອງຫລຽວເບິ່ງ
ເຫລືອງຢາດຍ້ອຍ ເດິນຜ້າຍຜ່ານຖະນົນ
ມືຖືຈ້ອງ ຕາລະບັດພ້ອມບາດ
ຣັດສະມີຢາດຍ້ອຍ ເຫລືອງເຫລື້ອມເຮື່ອເຮືອງ ເຈົ້າເຮີຍ
ເມື່ອນັ້ນ ພຣະບໍ່ຊ້າ ຖາມຣາຊສາຣະຖີ
ໃຜຜູ້ ທົງສີເຫລືອງ ເຮື່ອເຮືອງງາມຍ້ອຍ
ສາຣະຖີນ້ອມ ຊູລີກອນກົ້ມຂາບ
ຜູ້ທີ່ ທົງເຄື່ອງຈ້ອງ ເຫລືອງເຫລື້ອມເຮື່ອເຮືອງ
ອັນນັ້ນ ທັມມະຊາດເຊື້ອ ສົມນາດທົງທັມ
ບັນພະຊາທົງ ບວດເປັນສົມສ້າງ
ທົງທັມໝັ້ນ ໂລກຸຕະດອນດວງປະເສິດ
ພົ້ນຈາກ ໂອຄະກວ້າງ ກະແສເຍິ້ນຍ່ານຍາວ
ບາບບໍ່ກ້ຽວ ເວນບໍ່ໄຕ່ຕາມເຖິງ
ຊື່ວ່າ ປາປັງສູນ ໝູ່ກັມທະລາຍມ້າງ
ເປັນຜູ້ ໜີໄພຮ້າຍ ອັນຕະລາຍທັງພະຍາດ
ກັບທັງ ຄວາມແກ່ເຖົ້າ ຊະຣານັ້ນກໍບໍ່ມີ ເຈົ້າເຮີຍ
ເມື່ອນັ້ນ ພຣະບາດເຈົ້າ ຕົນປະເສິດທົງສີນ
ພໍໄດ້ ຍິນວາຈາ ຊື່ນພຣະໄທທວງແມ້ງ
ພຣະກໍ ມີຈິດໝັ້ນ ຖືເປັນຢ່ຽງຢ່າງ
ແລະບໍ່ ໄດ້ກ່າວອ້າງ ຖະແລງຕ້ານຕໍ່ຜູ້ໃດ ແທ້ແລ້ວ
ເມື່ອນັ້ນ ພົນລ່ວງເຂົ້າ ຄຸງເຂດສະນາມຫລວງ
ທັງປວງພັກ ຈອດພັງພະລາຍຊ້າງ
ອົງກະສັດຂຶ້ນ ເມັງຄຳເທິງແທ່ນ
ເຂົາກໍ ຂັບເສບເຈົ້າ ພິນພ້ອມກ່ອມລະບຳ
ເມື່ອນັ້ນ ພຣະບາດເຈົ້າ ນາມໜໍ່ອົງພຸດໂທ
ໂມທະນາດອມ ຊື່ນພະໄທຊົມໄມ້
ລາງສາວໄດ້ ບຸດສະບາກ້ານກ່ອງ
ລາງພ່ອງ ໄດ້ດອກຊ້ອນ ຍໍຂຶ້ນຍື່ນຖວາຍ ແທ້ແລ້ວ
ອັນວ່າ ຝູງສ່ຳເຊື້ອ ປັກສາຊາດສະກຸນາ
ບໍ່ອາດ ສັງຂະຍານັບ ຕ່າງແນວນາມເຊື້ອ
ເຂົາກໍ ໂມທະນານ້ອມ ສຽງຫວານຂັບກ່ອມ
ບາງພ່ອງ ຍໍປີກຟ້ອນ ໄກວຫລິ້ນແກວ່ງຫາງ
ລາງໝູ່ນັ້ນ ບິນເວິ່ນເວຫາ
ຄາບເອົາ ດວງມາລາ ຂາບຖວາຍພຣະອົງເຈົ້າ
ລາງຕົວເວົ້າ ສະເມີຄົນເຮົາປາກ
ຝູງຂ້າ ທຸກຍາກແທ້ ເຊິນເຈົ້າຫລ່ຳແຍງ ພຣະເອີຍ
ຂ້າບໍ່ ໄດ້ເຄື່ອງຕ້ອນ ຂອງຝາກບັນນາການ
ມີແຕ່ ສຽງຂານຂັບ ກ່ອມງັນພຣະອົງເຈົ້າ
ຝູງຂ້າ ເປັນແນວເຊື້ອ ເດັຍຣະສານສັດປ່າ
ບາບຫາກ ຕົກແຕ່ງໃຫ້ ນຳໃຊ້ສົ່ງເວນ ເຈົ້າເຮີຍ
ຂໍໃຫ້ ຝູງຂ້າມົ້ມ ປັກສາຊາດແນວນົກ
ວົນວຽນ ໃນສົງສານ ຢ່າໃຫ້ມີມາພໍ້
ຂໍໃຫ້ ອົງກະສັດເຈົ້າ ພຸດໂທທັມຕົນປະເສີດ
ເກີດມາ ໃນຊາດນີ້ ເວນບໍ່ໃກ້ຫ່າງໄກ ແທ້ແລ້ວ
ເມື່ອນັ້ນ ພຣະບາດເຈົ້າ ຕົນປະເສິດໂພທິຍານ
ໄດ້ຍິນ ເດັຍຣະສານນົກ ກ່າວຈາຖະແລງຕ້ານ
ເປັນທີ່ ສົງສານແທ້ ກັມນຳໃຊ້ຊາດ
ຄອງຄາຣາວາດ ກູຫາກ ໝົດທໍ່ນີ້ ໄປໜ້າແມ່ນບໍ່ມີ ແທ້ແລ້ວ
ຄວນກູ ທົງເຄື່ອງຍ້ອງ ໃຫ້ສົມເຜົ່າພົງກະສັດ
ໄວ້ໃຫ້ ເປັນອັດສະຈັນ ແຫ່ງຄົນພາຍຊ້ອຍ
ເມື່ອນັ້ນ ບັນທຸສິລາເຈົ້າ ພຣະອິນທຣາໄຫວຫວັ່ນ
ພຣະກໍ ຫລິງລ່ຳຢ້ຽມ ລົງພື້ນມະນຸດຄົນ
ສອດສ່ອງແຈ້ງ ທິບພະເນດຫລຽວເຫັນ
ວັນນີ້ ໂພທິຍານຊົມ ຂ່ວງສະນາມສວນກວ້າງ
ພຣະກໍ ບັນຊາໃຫ້ ວິດສຸກັມລົງໂລກ
ເອົາ ພູສາແຜ່ນຜ້າ ສະວັນຟ້າລ່ວງລົງ ແທ້ແລ້ວ
ແຍງສູ່ດ້າວ ສະນາມອາດສວນຫລວງ
ບັງຕາ ພົນໂຍທາ ໝູ່ທະຫານທັງຄ້າຍ
ເມື່ອນັ້ນ ວິດສຸກັມທ້າວ ເຖິງອົງໂພທິຣາຊ
ຍໍຍື່ນນ້ອມ ຖວາຍຜ້າແຜ່ນສະໄບ
ພຣະບໍ່ຊ້າ ຜລັດປ່ຽນພູສາ
ທົງອາພອນ ຣັດສະມີໃສແຈ້ງ
ຄືດັ່ງ ສຸຣິໂຍຍ້າຍ ຈອມເຂົາໄກລາດ
ຣັດສະມີເຫື່ອແຈ້ງ ຄວງຟ້າດັ່ງດຽວ ນັ້ນແລ້ວ
4.2 ນາງພິມພາປຣະສູດລູກ.
ບັດນີ້ ຈັກກ່າວກ້ຳ ນັກຄະເຣດເມືອງຫລວງ ກ່ອນແລ້ວ
ອັນວ່າ ພິມພານາງ ມິ່ງສົມທາງບ້ານ
ນັບແຕ່ ການຣະດູໄດ້ ປີເດືອນແຖມຖ່າຍ ມາແລ້ວ
ນາງກໍ ປະສູດລູກນ້ອຍ ເປັນແກ້ວໜໍ່ຊາຍ
ຜິວເຜົ່າຜ້ຽງ ສະເມີພາບອິນຂຽນ
ດູກະບວນຄື ດັ່ງຄຳໃນເບົ້າ
ອັນວ່າ ຣາຊາເຈົ້າ ສຣີສຸດໂທພູວະນາດ
ປະຊຸມຊາດເຊື້ອ ແນວທ້າວເຜົ່າພະຍາ
ພຣະຈິ່ງ ໃສ່ຊື່ນ້ອຍ ຣາຫຸນຣາຊະກຸມມານ
ປຣະທານນາງນົມ ໝູ່ສະນົມສາວໃຊ້
ພຣະຈິ່ງ ບັນຊາໃຫ້ ຂຸນຫລວງໂດຍດ່ວນ
ໄປເຖິງ ບຸຕະຣາຊເຈົ້າ ນຳແຈ້ງຂ່າວສານ
ເມື່ອນັ້ນ ຂຸນບໍ່ຊ້າ ຮີບເຮັ່ງເຖິງສວນ
ອຽງຊູລີນົບ ໜໍ່ໂພທິຍານເຈົ້າ
ອົງກະສັດເຈົ້າ ບາບຸນບຸຕະຮາຊ
ຕ້ານກ່າວຂໍ້ ມະໂນເບື້ອງແຫ່ງຕົນ
ວ່າ ຣາຫຸຣັງ ຊາຕັງ ພັນທະນັງ ຊາຕັງ
ອັນນີ້ ເປັນສາຍບ້ວງ ຄີວາພັນຜູກ ເຮົາແລ້ວ
ພຣະໂອຣົດເກິດຂຶ້ນ ເປັນບ້ວງເສັ້ນສາມ
ພຣະຮ່ຳແລ້ວ ລົງຂ່ວງສະນາມຫລວງ
ພໍເມື່ອ 7 ຣາຕຣີ ຕ່າວນະຄອນເມືອງແກ້ວ
ຕາມຖນົນກວ້າງ ພົນຫລວງແຫນແຫ່
ພຣະກໍ ທົງຣົດແກ້ວ ມະນີເຂັ້ມເຮື່ອເຮືອງ
ຕັ້ງຫາກ ງາມຍິ່ງຍ້ອຍ ຕົນປຣະເສິດໂພທິຍານ
ຕາມຖະນົນຫລວງ ຄັ່ງຣະງົມຄົນເຄົ້າ
ຄືດັ່ງ ອິນທຣາເຈົ້າ ເທິງສະວັນເທວະໂລກ
ກັບຈາກຫ້ອງ ສວນກວ້າງແຫ່ງພຣະອົງ ນັ້ນແລ້ວ
ພຣະກໍ ສະເດັດລຽບຕ້າຍ ນະຄອນໃຫຍ່ກະບິນ
ຄືດັ່ງ ຫົງຄຳລົງ ລ່ວງກະແສແສນທ້າງ
ອັນວ່າ ທາງເທິງເຫລື້ອມ ປະຄືຄຳໄກວແກວ່ງ
ທາງລຸ່ມມີໝູ່ ຄົນແອ່ນຟ້ອນ ທັງຍ້ອນແກວ່ງແຂນ ເຈົ້າເຮີຍ
ເມື່ອນັ້ນ ພຣະມິ່ງແກ້ວ ນ້ອຍໜຸ່ມກຸມມາຣີ
ຊື່ວ່າ ກີສາໂຄຕາມີນາງ ຮູບໂສມສະເມີແຕ້ມ
ເທວະດາດົນເຂົ້າ ມະໂນນາງຊົມຊື່ນ
ນາງຈິ່ງ ຍໍຍື່ນນິ້ວ ຖວາຍເຈົ້າກ່າວກອນ
ອັນວ່າ ພຣະບາດເຈົ້າ ຕົນປຣະເສິດທົງໂສມ
ຄືດັ່ງ ພຣົມເມືອງສະວັນ ລ່ວງລົງພາຍໃຕ້
ອັນວ່າ ຊາຍໃດໄດ້ ເປັນອົງປິຕຸເຣດ
ຄົງສິ ພົ້ນເຫດຮ້ອນ ສະບາຍເນື້ອສະວ່າງເຂັນ ແທ້ແລ້ວ
ຍິງໃດໄດ້ ເປັນຄູ່ແກ້ວ ທຽມພ່າງສະເນ່ຫາ
ຄົງສິ ຫາຍໂຣຄາ ພະຍາດເນົາໃນເນື້ອ
ເມື່ອນັ້ນ ອົງກະສິນລ້ານ ໂພທິຍານຊົມຊື່ນ
ພຣະຈິ່ງ ຍົກເຄື່ອງເອ້ ສັງວານສອດສາຍຄຳ
ທົງປຣະສົງໃຫ້ ເປັນເຄື່ອງບັນນາການ
ປຣະທານນາງງາມ ທີ່ກ່າວຊົມພຣະອົງເຈົ້າ
ອັນວ່າ ກຸມມາຣີນ້ອຍ ກີສາຊ້ອຍຊື່ນ
ເພາະວ່າ ໄດ້ເຄື່ອງແກ້ວ ພຣະອົງເຈົ້າທອດທານ ແທ້ແລ້ວ
ເມື່ອນັ້ນ ໂພທິຣາຊເຈົ້າ ຄະນິງຮ່ຳທາງທັມ
ອັນທີ່ຄຳ ນາງຈາແມ່ນຄອງ ຈິງແທ້
ໃຜຜູ້ ໄລລ້າງສ້ຽງ ຕັນຫາພະຍາບາດ
ອະວິດຊາຂາດແລ້ວ ກໍຫາຍຮ້ອນຢູ່ເຢັນ ແທ້ແລ້ວ
ພຣະ ສະເດັດລ່ວງເທົ້າ ຫໍຣາຊະມຸນທຽນ
ຝູງ ສະນົມໃນປາງ ກ່ອມຣະບຳພຣະອົງເຈົ້າ
ອັນວ່າ ກຸມາຣິການ້ອຍ ໄກວແຂນຟ້ອນແອ່ນ
ບາງພ່ອງເຊິນໃຫ້ ພຣະບາດເຈົ້າ ຊົມຊ້ອນກ່ອມສະເນ
ບາງພ່ອງນັ້ນ ປຣະຫຽນທອດແພນແຂນ
ສົມກຣະບວນຄື ດັ່ງກິນນະຣີຟ້ອນ
ບາງພ່ອງ ຊອມແຊມເກົ້າ ມາລາທັດເກດ
ຣົດກິ່ນຟົ້ງ ລະອອງເອົ້າຮື່ນຫອມ
ລາງພ່ອງ ເຂົ້າທຽບໃກ້ ທຽມແທບບາທາ
ຢາກໃຫ້ ກາຍາຊູນ ຖືກພຣະອົງບຸນກວ້າງ
ເຂົາກໍ ທຳກະບວນກ້ຽວ ມາຍາພັນສ່ອງ
ບາງພ່ອງ ຫົວແລະຍິ້ມ ຕາຊະມ້ອຍຄ່ອຍຈາ
ຢາກໃຫ້ ພຣະບາດເຈົ້າ ກະສັນຫໍ່ກາມຄຸນ
ບໍ່ໃຫ້ ໄລນະຄອນຫລວງ ໝົ່ນໝອງສູນເສົ້າ
ເມື່ອນັ້ນ ບາບຸນເຈົ້າ ໂພທິຍານບຸຕະຣາຊ
ພຣະບໍ່ ມີສະວາດດິ້ນ ພຣະໄທເຕື້ອງຕໍ່ໃຜ
ມີແຕ່ ຄຶດອ່າວເອື້ອ ທາງຜະນວດທົງສີນ
ພຣະບໍ່ ຍິນດີນຳ ໝູ່ສະນົມນາງນ້ອຍ
ພໍເມື່ອ ຣາຕຣີຂ້ອນ ກຸນຊະໂຣເງີຍເງີກ
ຝູງ ສະນົມໜຸ່ມນ້ອຍ ເລີຍຕ້ານຕໍ່ກັນ
ພຣະບໍ່ ໄດ້ອ່າວເອື້ອ ພຣະໄທຂອດສາຍສະເນ່ ເຮົາແລ້ວ
ເຮົາຄວນ ວາງເຊົາປະ ເຄື່ອງຣະບຳລຳຟ້ອນ
ເລີຍເລົ່າ ພາກັນເຂົ້າ ເນົານອນນິດທະເນັ່ງ
ພາກັນ ຫລັບລື່ນລົ້ນ ນິທຣານ້າວເນັ່ງນອນ
ນັບແຕ່ ຝູງສ່ຳເຊື້ອ ນ້ອຍໜຸ່ມກຸມມາຣີ
ລ້ວນແຕ່ ມີຈັນຍາ ວາດສະນາແນວທ້າວ
ເຖິງເມື່ອ ເວລານີ້ ເສັຍມາຣະຍາດ
ພາກັນ ນອນຄວ່ຳປິ້ນ ຫງາຍກົ້ນພ່ອງກົນ
ລາງພ່ອງ ປະໄປ່ເນື້ອ ຜ້າຜ່ອນແພສະໄບ
ລາງພ່ອງ ເຂລາໄຫລ ເຮັ່ຍຮວາຍຮຳພື້ນ
ລາງພ່ອງ ມືຊ້ອນກ້ຽວ ຄີວາຂີນໄຂວ່
ລາງພ່ອງ ປະໄປ່ກົ້ນ ກະດອງນ້ອຍບ່ອນສະງວນ ແທ້ແລ້ວ
ເມື່ອນັ້ນ ບຸຕະຣາຊເຈົ້າ ສະດຸ້ງຕຶ່ນບັນທົມ
ເຫັນ ສະນົມນາງນອນ ດັ່ງຂອນຂວາງໄວ້
ພຣະກໍ ຍວງໂຄມໄຕ້ ທົງພຣະໄທຫລິງລ່ຳ
ທອດ ພຣະເນດຢ້ຽມ ປາງກວ້າງໜ່າຍສະອາງ
ເຫັນ ສະນົມໜຸ່ມນ້ອຍ ນອນໄຂວ່ເຈັຍຣະເນັຍ
ບາງພ່ອງ ໄລລາເສັຍ ແຜ່ນສະໄບເປືອຍເນື້ອ
ບາງພ່ອງ ນອນກັດແຂ້ວ ກົນຄາງສຽງສະນັ່ນ
ເໝືອນຜີປ່າຊ້າ ສຸສານພື້ນພາກພູມ ພຸ້ນແລ້ວ
ພຣະກໍ ຄຶດຄັ່ງແຄ້ນ ພຣະໄທໜ່າຍຫົນຫວາຍ
ຊາດທີ່ ໂລກີກາມ ບໍ່ໃຊ່ຄອງຄຸນແກ້ວ
ຄວນກູ ເອົາຕົນເຂົ້າ ບັນພະຊາທົງຜະນວດ
ຕັດ ກິເລດໝູ່ນີ້ ເປັນແກ້ວໜໍ່ພຸດໂທ ແທ້ແລ້ວ
ຄ້ອມວ່າ ພຣະຮ່ຳແລ້ວ ຄາດເຄື່ອງຂອງກະສັດ
ພຣະຫັດ ຂວາທົງດາບ ພຣະຂັນແສງກ້າ
ພຣະກໍ ລີລາຍ້າຍ ລົງປາງສະເດັດດ່ວນ
ແຍງສູ່ ກັນຖະກະມ້າແກ້ວ ນາຍສັນຢ້ຽມລ່ຳແລ
ເຫັນແຈ່ມເຈົ້າ ພຣະບາດອົງກະສັດ
ຂັດພຣະຂັນແສງ ແຕ່ງກາຍລົງຫ້ອງ
ນາຍສັນຮູ້ ຄະນິງປອງຄຶດຮ່ຳ
ຮ້ອຍທີ່ ພຣະຍ່ຳເກົ້າ ສິໜີຫ້ອງພາກວັງ ແທ້ແລ້ວ
ເມື່ອນັ້ນ ພຣະບາດເຈົ້າ ກອຍກ່າວກອນຖະແລງ
ທ່ານຈົ່ງ ເອົາພາຊີ ມິ່ງມະນີຕົວກ້າ
ເອົາຍັງມ້າ ກັນຖະກະຄາດເຄື່ອງ
ເຮົາຈັກ ໜີຈາກຫ້ອງ ນະຄອນກວ້າງດ່ວນໄປ ທ່ານເຮີຍ
ເມື່ອນັ້ນ ນາຍສັນມີ ມະໂນຊື່ນຊ້ອຍ ນ້ອມເນັ່ງປະນົມກອນ
ພາເອົາ ອັດສະດອນພາຊີ ແຕ່ງດີຄອຍເຈົ້າ
4.3 ສະເດັດອອກບັນພະຊາ.
ເມື່ອນັ້ນ ພູບານຢ້ຽມ ປາງຄຳນາງນາດ
ເຂົ້າສູ່ ຜາສາດກວ້າງ ພິມພາແກ້ວມິ່ງສະມອນ
ເລີຍເລົ່າ ເຫັນອ່ອນນ້ອຍ ໂສມສະອາດພິມພາ
ຈັນຍາດີ ຄ່ຽມຄົມດູລະຫ້ອຍ
ນາງເອົາ ປຸດຕານ້ອຍ ກຸມມານນອນແນບ
ພຣະບໍ່ ຄຶດໄຄ່ດ້ວຍ ຊົມແກ້ວກິ່ງສະມອນ
ກົວແຕ່ ເກິດເດືອດຮ້ອນ ເຫິນຫ່າງບັນພະຊາ
ພຣະຈິ່ງ ໄຂວາຈາ ສັ່ງລານາງແກ້ວ
ພີ່ຈັກ ລາຈອມເຈົ້າ ທັງສອງສາຍສະວາດ
ໃຫ້ນາງ ລ້ຽງລູກນ້ອຍ ກຸມມານໃຫ້ໃຫຍ່ສູງ
ແລໃຫ້ ພຽນລ່ຳລ້ຽງ ຣາຫຸນຣາຊກຸມມານ
ໃຫ້ຢູ່ ນຳມານດາ ພໍ່ສິລາໄປໜ້າ
ບັນພະຊາສ້າງ ຖືຄອງທົງຜະນວດ
ຍາມນັ້ນ ພຣະກໍ ຄຶດກ່ຽວກ້ຳ ຄະນິງແລ້ວບໍ່ລືມ
ຄຶດເຖິງ ແກ້ວແກ່ນໄທ້ ນາງນາດພິມພາ
ທັງຣາຫຸນ ລູກຄີງພຣະອົງເຈົ້າ
ຈັກວ່າ ໄປໂຈມອຸ້ມ ຣາຫຸນໂອຣົດຣາຊ
ກົວວ່າ ນາງນາດນ້ອຍ ພິມພາແກ້ວຕື່ນມາ
ຮາມເຄີກຊ້າ ເສັຍປະໂຍດຈົງໝາຍ
ຄວນກູ ລາໄລໜີ ເພື່ອຜົນພາຍໜ້າ
ເມື່ອນັ້ນ ຍານແກ່ກ້າ ອະພິຍອດປັນຍາ
ບັງເກິດ ມາພາຍຫລັງ ແຫ່ງພຣະໄທຈອມເຈົ້າ
ກູບໍ່ ຄວນຫລົງດ້ວຍ ຕັນຫາບ້ວງບາດ ໝູ່ນີ້
ຊາດທີ່ ຂອງໝູ່ນີ້ ພາໃຫ້ໝົ່ນໝອງ
ພຣະຮ່ຳແລ້ວ ສະເດັດສູ່ພາຊີ
ນາຍສັນ ອວນທາງເດິນ ຈ່ອງຂະນັນຣະວັງໄວ້
ເລີຍເລົ່າ ໄປເຖິງເທົ້າ ປະຕູທວນທາງໃຫຍ່
ເທວະດາເປິດໃຫ້ ບໍ່ມີໄດ້ເປິດໄຂ
ພຣະກໍ ຂວ້າມຍ່ານກວ້າງ ປະຕູດ່ານວັງຫລວງ
ເຖິງປະຕູຫລວງ ເຂດນະຄອນວຽງກວ້າງ
ເທພາຊ່ອຍ ທວານປະຕູໄຂເປິດ
ອັດສະດອນມິ່ງມ້າ ມະນີຜ້າຍເຜັ່ນຜະຍອງ
ມົ້ມບ່ອນກົ້ວ ກາມກິເລດຕັນຫາ
ໜີບ່ອນ ຄາວໂລກີ ບໍ່ຂ້ອງກາມຄຸນ
ອັນວ່າ ເທວະດາ ທັງອິນພຣົມ ແຫ່ຣະງົມງັນກ້ອງ
ອັນວ່າ ບາທາພື້ນ ອາຊາໄນຍ້າຍຍ່າງ
ຫຍຽບແຕ່ ດວງດອກໄມ້ ເທວາເຈົ້າຫວ່ານລົງ ແທ້ແລ້ວ
ທຸກທີ່ພ້ອມ ສຸບັນນາກນາຄາ
ຈະຕຸຣົງຣາຊາ ແຫ່ຕາມພຣະອົງເຈົ້າ
ມີທັງ ແສງເຍືອງໃຕ້ ທຽນແພໃສສ່ອງ
ເດັຍຣະດາດຂ້ອນ ສູນຟ້າສ່ອງແສງ ພຸ້ນເຍີ
ມ້າບໍ່ຊ້າ ຮີບເຮັ່ງຜັນຜະຍອງ
ຄືດັ່ງ ວາໂຍພັດ ລ່ວງພະນອມແນວໄມ້
ພໍເຫັນ ສຸຣິໂຍພົ້ນ ບູຣະພາພູມໂລກ
ມ້າຖີບຟ້າວ ຄາວໜ້າເລັ່ງເລວ
ເລີຍເລົ່າ ຂວ້າມຍ່ານດ້າວ 3 ດ່ານນະຄອນຫລວງ
ຫລຽວເຫັນ ຮວນໆແສງ ສ່ອງພູພະນາໄມ້
ນັບແຕ່ ຄາວເດິນໄດ້ ທາງໄກ 30 ໂຍດ
ເລີຍເລົ່າ ເຖິງແຫ່ງຫ້ອງ ນະທີກວ້າງບ່ອນປະສົງ
ເປັນແມ່ນ້ຳ ເດັຍຣະດາດກອງຊາຍ
ຊື່ວ່າ ເນຣັນຊະຣາ ຜ່ອງໃສສະເມີແກ້ວ
ພໍເມື່ອ ໄປເຖິງແລ້ວ ອາຊາໄນພັກເມື່ອຍ
ຝູງໝູ່ ເທບທ່ອນທ້າວ ສະວັນຟ້າກໍເລີກລາ
ຍັງທໍ່ ສາມແຈ່ມເຈົ້າ ພຣະອົງພ່ຳນາຍສັນ
ກັນຖະກະ ອາຊາໄນ ຢູ່ຮິມນະທີນ້ຳ
ພຣະກໍ ຍວງຄຳຕ້ານ ນາຍສັນເຣວຮີບ
ຈົ່ງມາ ຮັບແຄ່ມມ້າ ທັງຜ້າເຄື່ອງທົງ
ເມື່ອນັ້ນ ນາຍສັນ ນົບເນັ່ງນ້ອມ ຮັບເຄື່ອງສັງວານ
ກັບທັງ ອານພາຊີ ທີ່ພຣະອົງວາງໄວ້
ພຣະກໍ ເອົາພຣະຂັນແກ້ວ ຂັນໄຊສຣີຕັດເກດ ພຣະອົງແລ້ວ
ອະທິດຖານສ່ຽງແລ້ວ ຈິ່ງໂຍນຂຶ້ນສູ່ບົນ ນັ້ນແລ້ວ
ເລີຍເລົ່າ ໄຫວຫວັ່ນພື້ນ ກັມປະນາດທໍຣະນີ
ອິນທຣາ ເອົາພານຄຳ ລ່ວງລົງບໍ່ມີຊ້າ
ຮັບເອົາ ເກສາເຈົ້າ ໂພທິຍານຕົນປະເສິດ
ກໍເປັນ ທາດເກັດແກ້ວ ຈຸລາເຫລື້ອມສ່ອງໃສ
ຕັ້ງຢູ່ໃກ້ ຜາສາດວິໄຊຍົນ
ອິນທຣາ ທັງເທວາ ເຝົ້າແຫນຮັກສາໄວ້
ໃນສະວັນຊັ້ນ ດາວະດຶງເທວະໂລກ
ຕັ້ງແຕ່ນັ້ນ ຜ່ອງເທົ້າຕະລອດມາ ເຈົ້າເຮີຍ
ເມື່ອນັ້ນ ຄະຕິກາພຣົມບໍ່ຊ້າ ທະຍານລ່ວງເວຫາ
ນຳອັດຖະບໍຣິຂານ ຂາບຖວາຍຈອມເຈົ້າ
ພຣະກໍ ເອົາຍັງຜ້າ ກາສາທົງນຸ່ງ
ບັນພະຊາເພດຜ້ຽງ ພຽງດ້າມດັ່ງປະສົງ ແທ້ແລ້ວ
ຣັດສະມີຮຸ່ງແຈ້ງ ງາມກວ່າພາຍຫລັງ
ພຣະກໍ ເອົາວັດຖາທົງ ຍື່ນພຣົມໄປມ້ຽນ
ພຣົມກໍ ເອົາເມືອຫ້ອງ ສະວັນແມນພຣົມໂລກ
ເມື່ອນັ້ນ ພຣະບາດເຈົ້າ ຮຽກທ່ານນາຍສັນ
ທ່ານຈົ່ງ ເອົາພາຊີ ຕ່າວນະຄອນຫາຫ້ອງ
ນຳຄຳຂຶ້ນ ເມືອຖວາຍປິຕຸເຣດ
ກັບທັງ ວິເສດແກ້ວ ພິມພານ້ອຍໜໍ່ເມືອງ ນັ້ນເນີ
ເມື່ອນັ້ນ ນົບເນັ່ງນ້ອມ ອາມາດນາຍສັນ
ຊົລທາໄຫລ ຫລັ່ງລົງລິນຍ້ອຍ
ຈິ່ງໄດ້ ຍໍເອົາພື້ນ ບາທາທູນເກດ
ເລີຍເລົ່າ ລາຈາກເຈົ້າ ເອົາມ້າຕ່າວຄືນ
ສ່ວນວ່າ ອັດສາວອນຣາຊແກ້ວ ມ້າມິ່ງພາຊີ ພຣະອົງນັ້ນ
ພໍແຕ່ ໜີໄກຕາ ໜໍ່ພຸດໂທອົງລ້ຳ
ເລີຍເລົ່າ ເທທວງມ້າງ ມະໂນໃນກັ້ນສະວາດ
ຂັນແຕກມ້າງ ມໍຣະນະມ້ຽນແຄ່ທາງ ແທ້ແລ້ວ
ກໍເພື່ອ ຄຶດຮອດເຈົ້າ ຕົນປະເສິດໂພທິຍານ
ມະໂນໃຈໃສ ຊຶ່ນພຣະໄທດອມເຈົ້າ
ເລີຍເລົ່າ ເອົາຕົນຂຶ້ນ ເມືອເທິງເທວະໂລກ
ເນົາຢູ່ຫ້ອງ ວິມານກວ້າງບ່ອນກະເສິມ ພູ້ນແລ້ວ
ເອິ້ນຊື່ເຈົ້າ ກັນຖະກະຣາຊເທວະບຸດ
ມີໝູ່ ນາຣີສາວ ກ່ອມຣະງົມງັນກ້ອງ
ສ່ວນວ່າ ນາຍສັນໄດ້ ອານຄຳທັງເຄື່ອງ
ນິວັດ ກັບສູ່ຫ້ອງ ກະບິນເບື້ອງຝ່າຍຫລັງ
ທັງເລົ່າ ຄຶດຮອດເຈົ້າ ຕົນປະເສິດອົງພຸດໂທ
ທັງເລົ່າ ໂສກາດອມ ມິ່ງອາຊາໄນມ້າ
ກູນີ້ ເອໂກແທ້ ຄົນດຽວກັບຕ່າວ ຄືນນໍ
ທັງເລົ່າ ຮ້ອງແລະໄຫ້ ຄະນິງເຣື່ອງຫໍ່ການ ເຈົ້າເຮີຍ
4.4 ນາງພະຍາຊົງໂສກ.
ບັດນີ້ ຈັກກ່າວເຖິງ
ນັກຄະເຣດກວ້າງ ເມືອງໃຫຍ່ກະບິນ ພູ້ນແລ້ວ
ພໍເມື່ອ ສຸຣິໂຍເຍື້ອງ ສ່ອງນະພາເພັງພື້ນ
ຄິມຫັນຮ້ອນ ວາໂຍຜະລຽງເບີກ
ມວນແມກໄມ້ ສະບັດເບື້ອງແກວ່ງໄກວ ເຈົ້າເຮີຍ
ຍາມນັ້ນ ພູບານເຈົ້າ ສຣີສຸດໂທປິຕຸເຣດ
ພ້ອມໄພ່ຟ້າ ປະຊາໄຫ້ຫງ່ອມເຫງົາ
ເຂົາກໍ ເອົາກັນເຂົ້າ ວັງຫລວງຄຸ້ມຄ່ວງ
ສຽງກ່າວທ້ວງ ທັງຄ້າຍຟັ່ງເຟືອນ
ມີແຕ່ ມຸນທຽນກວ້າງ ໂຮງຫລວງສູນເປົ່າ
ຈັກວ່າ ພຣະບາດເຈົ້າ ໄປໄດ້ດັ່ງໃດ ນັ້ນເດ
ກັບທັງ ມ້າມິ່ງເຫງົ້າ ພ້ອມພ່ຳນາຍສັນ
ຈັກວ່າ ພາກັນໄປ ແຫ່ງໃດເຢັນສະມິ້ງ
ອັນວ່າ ຍິງໃນຫ້ອງ ສະນົມນາງນ້ອຍໜຸ່ມ
ໃຜບໍ່ ຮູ້ເມື່ອເຈົ້າ ນອນເຜົ້າເປົ່າດາຍ ແທ້ແລ້ວ
ອັນວ່າ ວຽງກໍ່ຕ້າຍ ປະຕູແຜ່ນຝາຜະນັງ
ຈັກແມ່ນ ໃຜມາໄຂ ບໍ່ລັ່ນໄລທັ້ງຫລິ້ມ
ຝູງໝູ່ ຄົນຈາເວົ້າ ທັງເມືອງສຽງສະນັ່ນ
ຄືດັ່ງ ຈັກຈັ່ນຮ້ອງ ຣະດູແລ້ງແຂ່ງຝົນ
ອັນວ່າ ປິຕຸເຣດເຈົ້າ ທັງແມ່ມານດາ ພຣະອົງນັ້ນ
ເລີຍເລົ່າ ຕີທວງທົບ ທ່າວເທຍົມຍ້ອຍ
ທັງປວງພ້ອມ ສະນົມນາງຄຸ້ມຄ່ວງ
ເຂົາກໍ ເມົາປ່ວງບ້າ ມະໂນເສົ້າໝົ່ນໝອງ
ທຸກສ່ຳເຊື້ອ ສາກະຍະຣາຊວົງສາ
ກໍຫາກ ພາກັນທຸກ ອ່າວຄະນິງນຳເຈົ້າ
ໃຜຜູ້ ທຳໝອງເສົ້າ ພຣະໄທທວງພູວະນາດ
ພຣະຈິ່ງ ໜີຈາກບ້ານ ບໍ່ມີຕ້ານຕໍ່ໃຜ ແລນໍ
ຫລືວ່າ ພຣະຄັ່ງແຄ້ນ ປິຕຸເຣດມານດາ
ຈິ່ງໄດ້ ລານະຄອນຫລວງ ບໍ່ຢູ່ຄອງທົງສ້າງ
ຫລືວ່າ ທົງພຣະໄທຊັງ ພິມພານ້ອຍອ່ອນ
ທຳໃຫ້ ເຫັນຕອນຮ້າຍ ລະອາຍໜ້າໜ່າຍແໜງ ບໍ່ຮູ້
ຄັນວ່າ ໜີບວດສ້າງ ທົງເພດບັນພະຊາ ແທ້ນັ້ນ
ຄວນສິ ລາບິດາ ພໍ່ພຣະອົງເປັນເຈົ້າ
ກັບທັງ ດວງສະມອນແກ້ວ ພິມພານາງນາດ
ຫລືວ່າ ພຣະທ່ອນທ້າວ ໄປແທ້ດັ່ງໃດ ບໍ່ຮູ້
ເມື່ອນັ້ນ ຄວາມແຜ່ເທົ້າ ເຖິງຣາຊໂຮງຫລວງ
ຝູງສະນົມທັງປວງ ປ່ວງລະງົມປານບ້າ
ອັນວ່າ ພິມພາແກ້ວ ສາຍສະມອນຮູ້ຂ່າວ
ສະລົບທ່າວລົ້ມ ມະໂນກັ້ນເກື່ອນຕາຍ ແທ້ແລ້ວ
ອັນວ່າ ຝູງສ່ຳເຊື້ອ ສະນົມໜຸ່ມໃນປາງ
ເລີຍເລົ່າ ໂຈມນາງລຸກ ເປົ່າຫົວພົມນ້ຳ
ຄັນເມື່ອ ພໍຄາວໄດ້ ສັນຍາຍັ້ງທ່ຽງ ມາແລ້ວ
ນາງກໍທອດ ພຣະເນດຢ້ຽມ ຊອມສິ້ງລ່ຳແຍງ
ກໍຈິ່ງ ເຫັນເຜົ່າເຊື້ອ ສະນົມໝູ່ກຸມມາຣີ
ນາງກໍ ເຊຊວນທົບ ຍ່າວຍົມມະນາຍ້ອຍ
ອັດສຸຊົນນອງໜ້າ ໂສກີທົງໂສກ
ຄຶດອ່າວເອື້ອ ຄະນິງເບື້ອງບ່ອນຫລັງ
ເປັນຫຍັງ ພຣະບາດເຈົ້າ ສະເດັດຈາກຈອນໜີ
ພຣະບໍ່ ມີຄວາມຫຍັງ ສັ່ງລາຕົນນ້ອງ
ຫລືວ່າ ໝາງໝອງຮ້າຍ ພຣະໄທທວງຮ້ອນສະວາດ
ພິມພາ ຜິດພາດຂໍ້ ກະບິນເຈົ້າຂາດຄອງ ຊັ້ນບໍ່
ແມ້ນວ່າ ຜິດທໍ່ຟ້າ ກໍຄວນກ່າວເຕືອນສອນ
ບໍ່ຫ່ອນທຳ ຕາມຄວາມຜິດ ປ່ອຍວາງເປັນຮ້າງ
ອັນນີ້ຕັ້ງ ຫາກເອົາພຣະໄທແທ້
ບໍ່ມີສັ່ງ ຈັກຢ່າງແທ້ນາ
ພຣະອົງໜີຈາກ ຂ້າງປະພິມພາ
ເປັນແມ່ຮ້າງ ທັງໝ້າຍຢູ່ບໍ່ວາຍ ແທ້ແລ້ວ
ຫລືວ່າ ພຣະປູ່ເຈົ້າ ປິຕຸເຣດທົງທັມ ພຣະອົງນັ້ນ
ພຣະຫາກ ຊັງພິມພາ ໜ່າຍສະອາງຜາງຮ້າຍ
ຈິ່ງທຳ ອຸບາຍໃຫ້ ປຸດຕາຕົນລູກ ພຣະອົງນັ້ນ
ເອົາໄປ ຊຸກເຊື່ອງໄວ້ ໄພກວ້າງທີ່ໃດ ນັ້ນເດ
ຄ້ອມວ່າ ນາງຮ່ຳແລ້ວ ສະເດັດສູ່ມຸນທຽນ
ຊົນທາໄຫລ ຫລັ່ງລົງລິນຍ້ອຍ
ນາງກໍ ຍໍກອນນ້ອມ ໄອຍະໂກຕົນປູ່
ຕ້ານກ່າວຂໍ້ ຖະແລງແຈ້ງເຍືອງຄວາມ
ອັນວ່າ ພຣະບາດເຈົ້າ ຕົນມິ່ງສາມິໂກ ຂ້ານ້ອຍນັ້ນ
ໄລ ນະຄອນວາງປະ ບໍ່ສັ່ງລານາງໄວ້
ຫລືວ່າ ໄອຍະໂກເຈົ້າ ພະຍາຫລວງຕົນປູ່
ເພິ່ນຫາກ ທົງໜ່າຍໜ້າ ພິມພາແລ້ວສັ່ງໜີ ຊັ້ນບໍ່
ເມື່ອນັ້ນ ພຣະບາດໄທ້ ຕົນປະເສີດໄອຍະໂກ
ໄດ້ຟັງ ສຸຣະສຽງໄຂ ກ່າວຈາຈົງຖ້ອຍ
ພຣະກໍ ໂກຣະທາແຄ້ນ ຫະຣືໄທທົງໂສກ
ນ້ຳພຣະເນດຍ້ອຍ ຮຳໜ້າທຸ່ມແຖວ
ກັບທັ້ງ ໄອຍະກາເຈົ້າ ໂຄຕະມີແມ່ຍ່າ
ນາງກໍ ກັ້ນສະວາດໄຫ້ ຍົມຍ້ອຍຍ່າວໄຫລ
ວ່າດູຣາ ພິມພາແກ້ວ ສຸນິສາສະໃພ້ມິ່ງ ກູເອີຍ
ເຈົ້າຢ່າ ມີໃຈຂົມ ຮ່ຳຄະນິງແນວນັ້ນ
ພໍ່ກໍ ນອນໃນຫ້ອງ ປາງຄຳຜາສາດ ເຮົານີ້
ຈັກວ່າ ບຸຕະຣາຊທ້າວ ໄປແທ້ທີ່ໃດ ພໍ່ເດ
ນາງຢ່າ ຄຶດຄັ່ງແຄ້ນ ພຣະໄທໂສກເຫລືອຫລາຍ
ຄົງສິ ມີຄົນເດິນ ສົ່ງສານທາງບ້ານ
ສ່ວນວ່າ ນາງຄານຫລ້າ ພິມພາລາປູ່ ໄປແລ້ວ
ເອັງຊູລີນົບນ້ອມ ລາເຈົ້າຕ່າວຄືນ
ຝູງສ່ຳເຊື້ອ ສະນົມໝູ່ບໍຣິວານ
ນຳນາງຄານ ຮອດສະຖານປາງກວ້າງ
ນາງສະເດັດຂຶ້ນ ມຸນທຽນວິມານມາດ
ເດັຍຣະດາດແກ້ວ ມະນີເຂັ້ມສ່ອງແສງ
ນາງກໍ ແຍງສູ່ຊັ້ນ ສັດຕະມາດທີ່ 7
ທາງເທິງ ມຸງເພດານ ມຸກມະນີກາງກັ້ງ
ນາງກໍ ໂທມະນັງແຄ້ນ ສະລົບລົງເທິງແທ່ນ ອີກແລ້ວ
ທັງແຂນ ກອດລູກນ້ອຍ ຍົມຍ້ອຍຫລັ່ງໄຫລ
ທັງຈົ່ມເວົ້າ ທົງເວທະນາໜາກ
ຕັ້ງບໍ່ ມີຄວາມຜິດ ທໍ່ໃຍຍອງນ້ອຍ
ຖ້າຫາກ ຍິນດີດ້ວຍ ບັນພະຊາທົງເພດ
ອົດພໍ ຕ້ານສັ່ງນ້ອງ ສິຍໍນິ້ວຍື່ນນຳ
ອັນນີ້ ລັກລອບລີ້ ສະເມີໄພ່ທາສາ
ບໍ່ແມ່ນ ຣາຊາທົງ ນັ່ງນະຄອນເປັນເຈົ້າ
ເຮັດໃຫ້ ພິມພາເສົ້າ ມະໂນໃນເອົ້າອັ່ງ
ປະໃຫ້ ເປັນແມ່ຮ້າງ ທັງໝ້າຍຢູ່ບໍ່ວາຍ ແລນໍ
ເຂົາສິວ່າ ຍິງຖ່ອຍຮ້າຍ ຜົວປ່ອຍວາງເສັຍ
ເຮັດໃຫ້ ໃຈເມັຍໝອງ ບໍ່ອີ່ດູຕົນນອ້ງ
ເຂົາສິ ນິນທາທ້ວງ ທັງເມືອງຊິຊວ່າ
ຫາວ່າ ຍິງຖ່ອຍຮ້າຍ ຜົວຖິ້ມປ່ອຍວາງ
ນາງກໍ ໃຫ້ອິ່ນອ້ອຍ ຣາຫຸນຣາຊກຸມມານ
ພຣະ ປິຕາໂຕນໜີ ບໍ່ຄະນິງນຳເຈົ້າ
ປະປ່ອຍ ສອງຮາໄວ້ ທັງສອງແມ່ລູກ
ປະໃຫ້ ເປັນກ່ຳພ້າ ອາຍໜ້າໄພ່ເມືອງ ລູກເຮີຍ
ໂຍຕິກາບົດບັ້ນ ນາງພະຍາທົງໂສກ
ຖວາຍແກ່ ນັກປຣາດເຈົ້າ ພໍຮູ້ຮ່ຳຄະນິງ ນັ້ນທ້ອນ ໆ.
ຜູກທີ່ 5
5.1 ນາຍສັນກັບຄືນສູ່ເມືອງ.
ບັດນີ້ ຈັກກ່າວກ້ຳ ອາມາດນາຍສັນ ກ່ອນແລ້ວ
ນັບແຕ່ ໄລພູທອນ ດ່ວນໄປໄວຟ້າວ
ມັນຄາໄດ້ ທາງໄກ 30 ໂຍດ
ເທວະດາຫຍໍ້ໃຫ້ ປະມານໄດ້ເຄິ່ງວັນ ແທ້ແລ້ວ
ນາຍສັນ ກັບຟັ່ງຟ້າວ ຮີບເຮັ່ງເຣວໄວ
ທັງເລົ່າ ຊົນທາໄຫລ ຫລັ່ງລົງຮຳໜ້າ
ເລີຍເຖິງເທົ້າ ນະຄອນຫລວງເມືອງໃຫຍ່
ນາຍສັນ ຮີບຍ່າງຍ້າຍ ເດິນຜ້າຍໄຕ່ຖະນົນ
ເມື່ອນັ້ນ ຄົນຫລັ່ງກຸ້ມ ມົວມືດໂກລາຫົນ
ຊໍແຊ່ສຽງ ທົ່ວນະຄອນສະເທືອນເຄົ້າ
ອັນວ່າ ພູທອນທ້າວ ທົງທັມເດິນປະເທດ ໃດນັ້ນ
ພຣະສະເດັດແຫ່ງຫ້ອງ ນະຄອນດ້າວທີ່ໃດ ນັ້ນເດ
ອັນວ່າ ອາມາດທ້າວ ຕົນຊື່ນາຍສັນ
ບໍ່ອາດ ເຈຣະຈາໄຂ ຕໍ່ຊາວເມືອງໄດ້
ມີແຕ່ ຊົນທາລົ້ນ ອັດສຸຊົນນອງເນດ
ໃນເນດໜ້າ ສີເຈົ້າບໍ່ເບິກບານ ແທ້ແລ້ວ
ທຸກທີ່ພ້ອມ ຄັບຄັ່ງຊາວນະຄອນ
ນຶກວ່າ ພູທອນຕາຍ ລ່ວງເມືອເມືອງຟ້າ
ເຂົາກໍ ພາກັນໄຫ້ ທັງເມືອງດັງສະນັ່ນ
ຄືດັ່ງ ຈັກຈັ່ນຮ້ອງ ຣະດູແລ້ງກໍດັ່ງກັນ ເຈົ້າເຮີຍ
ເມື່ອນັ້ນ ນາຍສັນຂຶ້ນ ເມືອທູນພູວະນາດ
ປິຕຸເຣດ ບຸນກວ້າງພໍ່ພຣະອົງ
ນາຍສັນ ຍົກຍື່ນນິ້ວ ຖວາຍເຄື່ອງສັງວານ
ກັບທັງ ອານພາຊີ ແກ່ພຣະອົງບຸນກວ້າງ
ສິຣິສຸດໂທທ້າວ ຖາມຫາຕົ້ນເຫດ
ອັນວ່າ ພຣະລູກເຈົ້າ ໄປແທ້ແຫ່ງໃດ ນັ້ນເດ
ນາຍສັນແຄ້ນ ຊົນທາແຖວຖັ່ງ
ນັ່ງເຝົ້າເຈົ້າ ບໍ່ມີເວົ້າກ່າວໄຂ ໄດ້ແລ້ວ
ພຣະບາດເຈົ້າ ເຫັນທ່ານນາຍສັນ ດັ່ງນັ້ນ
ພຣະກໍ ຊົນທາໄຫລ ພຣະເນດນອງຍົມຍ້ອຍ
ອັນວ່າ ພິມພາເຈົ້າ ສາຍສະມອນຮູ້ຂ່າວ
ສະເດັດລ່ວງເຂົ້າ ປາງກວ້າງປູ່ພະຍາ
ຄາວນັ້ນ ຝູງສ່ຳເຊື້ອ ປຣະຍູນຍາດວົງສາ
ພາກັນ ຖາມນາຍສັນ ດັ່ງໃດເດເຈົ້າ
ສ່ວນວ່າ ພິມພາແກ້ວ ສະລົບຕາຍກິ້ງເກື່ອນ
ສອງພຣະເນດຍ້ອຍ ທັງໃຫ້ພ່ອງຖາມ
ເມື່ອນັ້ນ ສັນເນັ່ງນ້ອມ ກອຍກ່າວທູນຖວາຍ
ຍໍຄຳໄຂ ຊູ່ປະການເຍືອງຖ້ອຍ
ເກັບມາເວົ້າ ທູນຖວາຍຖະແລງເຫດ
ບໍ່ໃຫ້ ເຫລືອເສດຄ້າງ ພຣະນາງຮູ້ຊູ່ປະການ ແທ້ແລ້ວ
ເມື່ອນັ້ນ ນາງນາດນ້ອຍ ໂສມສະອາດພິມພາ
ກໍຈິ່ງ ໂມທະນາດອມ ມິ່ງສະມອນຜົວແກ້ວ
ອັນວ່າ ປິຕາໄທ້ ພຣະໄທທວງຊ້ອຍຊື່ນ
ຂໍໃຫ້ ລຸທີ່ແມ້ງ ເປັນແກ້ວໜໍ່ພຸດໂທ ແດ່ແມ
ພຣະຈິ່ງ ໂລມແຈ່ມເຈົ້າ ໂສມສະອາດພິມພາ
ເຈົ້າຈົ່ງ ພຽນກຸມມານ ໃຫ້ໃຫຍ່ສູງສອນໜ້າ
ຄົງບໍ່ ມີນານຊ້າ ສິກັບມາຢ້ຽມພໍ່ ເຮົາແລ້ວ
ຄົງໄດ້ ເປັນພຣະພຸດທະເຈົ້າ ສະເມີດ້າມດັ່ງທວາຍ ລູກເຮີຍ
ນາງເນັ່ງນ້ອມ ຖວາຍບາດໄອຍະໂກ
ພາເອົາ ກຸມມານຄືນ ສູ່ສະຖານປາງແກ້ວ
ຜາຍຕົນຂຶ້ນ ມຸນທຽນຜາສາດ
ນາງຄັ່ງແຄ້ນ ມະໂນເສົ້າອັ່ງທວງ
ກູນີ້ ທຸກບໍ່ມົ້ວ ຜົວພາກພອຍໜີ
ຄືດັ່ງ ຍິງສາມານ ຊົ່ວຊາມນາມຊ້າ
ພຣະຫາກ ໄປທົງສ້າງ ສີນທັມຖືເພດ ຈິງນັ້ນ
ອົດພໍ ຕ້ານສັ່ງນ້ອງ ຄຳນ້ອຍບໍ່ວ່າສັງ ດອກນາ
ອັນນີ້ພຣະຫາກ ລັກດຸ່ງດັ້ນ ຍາມເມື່ອນອນຫລັບ
ຄືດັ່ງ ເປັນຍິງໂຖງ ໜ່າຍສະອາງຜາງຮ້າຍ
ຍຸດຕິກາບັ້ນ ພິມພາທົງໂສກ
ຕັ້ງແຕ່ນີ້ ໄປໜ້າກ່າວພຣະອົງ ກ່ອນແລ້ວ
5.2 ພົບພຣະເຈົ້າພິມພິສານ.
ອັນວ່າ ພຣະບາດເຈົ້າ ດວງຍອດອົງພຸດໂທ
ນັບແຕ່ ນາຍສັນກັບ ຕ່າວນະຄອນຄືນຫ້ອງ
ຝູງໝູ່ ທັງປວງພ້ອມ ສະວັນພຣົມລາເລິກ
ປະພຣະບາດໄວ້ ແຄມນ້ຳແມ່ນະທີ ແທ້ແລ້ວ
ພຣະຮ່ຳຮູ້ ຄະນິງປ່ອງທາງທັມ
ປວງສັດ ໃນສົງສານ ບໍ່ທ່ຽງຍືນຍາວໝັ້ນ
ລາງເທື່ອນັ້ນ ບໍຣິວານມູນມາກ
ລາງເທື່ອນັ້ນ ທຸກຍາກໄຮ້ນອນແລ້ງຢູ່ ຜູ້ດຽວ
ຄ້ອມວ່າ ພຣະຮ່ຳແລ້ວ ຫລິງລ່ຳສາຂາ ນັ້ນແລ້ວ
ມີໝູ່ ອັມພະວັນ ໝູ່ຂະນຸນໜັງແປ້ນ
ຢາຍຢັງຕົ້ນ ຜົນດົກດີມາກ
ໃບດຸ່ມດົ້ວ ລົມຕ້ອງລ່ວງເຊີຍ
ສູງພຸ່ງພົ້ນ ພະໂຍມເມກມົວຕາ
ອັມພອນພານ ສະເຍືອກໂຍງຍາງໄມ້
ຜົນຫລາຍລົ້ນ ສຸກຊ້ອນແຊມງ່າ
ມີໝູ່ ເຈັຽບ່າງບິ້ງ ບິນແຊ່ວສວາບກິນ
ມີຮົ່ມກວ້າງ ສະຖານພາກພູມພຽງ
ຍາມເມື່ອ ວາໂຍພັດ ລ່ວງລົມເຢັນເນື້ອ
ອົງພຸດໂທຍັ້ງ 3 ວັນທັດທ່ຽງ
ພຣະອົງ ເນົາຢູ່ຄ້າງ ພະນັງໄມ້ປ່າໄພ
ພຣະກໍ ຊົມຊື່ນດ້ວຍ ດອມເພດບັນພະຊາ
ເລີຍເລົ່າ ໄລລາປະ ບໍ່ສະເວີຍຍັງເຂົ້າ
ໂພຊະນາເວັ້ນ ຜະລາຜົນວາງປ່ອຍ
ພີຊະໂພດໝາກໄມ້ ພຣະອົງເຈົ້າກໍບໍ່ສັນ
ພໍເມື່ອ ແສງສູນພົ້ນ ສຸຣິໂຍມື້ໃໝ່
ພຣະອົງ ຍົວຣະຍາດຍ້າຍ ພະເນຜ້າຍລ່ວງລົງ
ຣັດສະມີສ່ອງແຈ້ງ ໄຫລຫລັ່ງເປັນແສງ
ຝູງໝູ່ ສະກຸນານົກ ຕື່ນແຊວຊົມທ້ວງ
ທັງກວາງເນື້ອ ເມີຍໝີເໝືອຍມັ່ງ
ເຂົາກໍ ກົ້ມຂາບໄຫວ້ ມະໂນຊ້ອຍຊື່ນບານ
ພຣະກໍ ຂວ້າມດ່ານໄມ້ ທຽວທ່ອງມັນຄາ
ມີໝູ່ ສາຂາຂຽວ ກ່ອມໃບໄກວຄ້ອມ
ທັງ ຂະຍອມຍາງໄມ້ ບົງຊາງຊຸມໄລ່
30 ໂຍດໄດ້ ທາງດັ້ນລ່ວງຄາວ
ພຣະກໍ ຮອດດ່ານດ້າວ ກຣຸງຣາຊຄຣືຫາ
ເລີຍເລົ່າ ລີລາເດິນ ທ່ຽວຖະນົນຍາມເຊົ້າ
ຕາມຄອງເຈົ້າ ອົງພຸດໂທພາຍບາດ
ເຈົ້າກໍ ເດິນດຸ່ງດັ້ນ ຕາມຈ້າຍຂອກທາງ
ຣັດສະມີເຮືອງແຈ້ງ ຄືດັ່ງດາວພຣະກາຍ
ຊາວນະຄອນເຫັນ ຕື່ນແຊວຊົມທ້ວງ
ລາງຄົນ ຍໍມືນ້ອມ ຊູລີກອນນົບນອບ
ລາງພ່ອງ ຕົກແຕ່ງເຂົ້າ ຂອງໄດ້ຍື່ນຖວາຍ
ພຣະເລົ່າໄດ້ ບິນທິບາດພໍສັນ
ແລ້ວເລົ່າ ທວນຄືນກັບ ຕ່າວນະຄອນທາງເຄົ້າ
ພຣະອົງ ໄປເຊົາຍັ້ງ ສາຂາໂຄນໃຕ້ຮົ່ມ
ທີ່ຢູ່ ທາງນອກຕ້າຍ ນະຄອນກວ້າງຂອກທາງ ເຈົ້າເຮີຍ
ພຣະກໍ ພິຈານແຈ້ງ ປະຕິກູນປັດຈະເວກ
ອັນວ່າ ບິນທິບາດນີ້ ພໍລ້ຽງຊີບຊີວັງ ແທ້ແລ້ວ
ພຣະຮ່ຳແລ້ວ ສະເວີຍໂພດອາຫານ
ຕາມປະເພນີ ແຫ່ງອົງພຸດໂທເຈົ້າ
ອັນວ່າ ເສນາຟ້າວ ຕາມນຳຫລິງລ່ຳ
ເຫັນພຣະ ຫຍຸດຢູ່ຍັ້ງ ເລີຍຕັ້ງຕ່າວຄືນ
ເມືອຂາບເຈົ້າ ພຣະບາດອົງກະສັດ
ພິມພິສານທົງ ຜ່ານນະຄອນເປັນເຈົ້າ
ພຣະຈິ່ງ ພາເອົາໄດ້ ເສນານ້ອຍໃຫຍ່ ມາແລ້ວ
ສະເດັດລ່ວງລ້ຳ ນຳເຈົ້າໜໍ່ພຸດໂທ
ໃນເມື່ອ ເຖິງແຈ່ມເຈົ້າ ອົງປະເສິດນາໂຖ
ຣາຊາ ຍໍມືນົບ ກ່າວກອນກອຍຕ້ານ
ທ່ານນີ້ ເປັນແນວທ້າວ ນະຄອນໃດເດິນເທດ
ປິຕຸເຣດ ທັງເຜົ່າເຊື້ອ ສະກຸນເຄົ້າຊື່ໃດ ນັ້ນເດ
ເມື່ອນັ້ນ ພຣະກ່າວຖ້ອຍ ຕ້ານຕອບຖວາຍພອນ
ອາຕະມາ ເນົານະຄອນກະບິນ ນັ່ງປອງເປັນເຈົ້າ
ນາມກອນເຄົ້າ ກຸມມານສຣີທາດ
ສັກຍະ ເປັນຊາດເຊື້ອ ສະກຸນເຄົ້າເຜົ່າພັນ
ອັນວ່າ ປິຕຸເຣດນັ້ນ ຊັ້ນຊື່ສຣີສຸດໂທ ນັ້ນແລ້ວ
ເຮົາຫາກ ໄລລານະຄອນ ພ່ຳນານຫລາຍມື້
ເມື່ອນັ້ນ ຣາຊາເຈົ້າ ພິມພິສານຊ້ອຍຊື່ນ
ພຣະຫາກ ເປັນກິ່ງກ້ຳ ສະຫາຍແກ້ວແຫ່ງເຮົາ ແທ້ແລ້ວ
ເຊິນພຣະ ຂຶ້ນຜ່ານດ້າວ ກຣຸງຣາຊຄຣືຫາ ນັ້ນທ້ອນ
ຂ້າຈັກ ປັນນະຄອນຫລວງ ແບ່ງເປັນສອງເຈົ້າ
ຂໍພຣະ ອົງທົງສ້າງ ເມືອງຫລວງສະເວີຍຣາຊ
ອາມາດ ທັງໄພ່ຟ້າ ມະໂນຊ້ອຍຊື່ນບານ ພຣະເຮີຍ
ເມື່ອນັ້ນ ອົງພຸດໂທເຈົ້າ ທົງຫົວແຍ້ມພຣະໂອດ
ເຮົາບໍ່ ສັນໂດດດ້ວຍ ເປັນເຈົ້ານັ່ງປອງ ທ່ານເຮີຍ
ເຮົາຈິ່ງ ລະມິ່ງແກ້ວ ສະນົມນາດທັງປວງ
ສະແວງໂພທິຍານ ບໍ່ກ່ຽວການເມືອງບ້ານ
ເມື່ອນັ້ນ ຣາຊາເຈົ້າ ພິມພິສານຕ້ານກ່າວ
ພຣະຫາກ ເດິນດຸ່ງດັ້ນ ສະແວງແກ້ວແກ່ນທັມ
ເມື່ອໃດ ລຸທີ່ແມ້ງ ສົມດັ່ງມະໂນໝາຍ
ຂ້າຜູ້ ທົງນະຄອນຫລວງ ນັ່ງປອງເປັນເຈົ້າ
ສິໄດ້ ຄອງຄອຍຖ້າ ພຣະອົງມາເທດໂຜດ
ເມື່ອໃດ ສົມປະໂຍດແລ້ວ ຢ່າລືມກ້ຳຜ່າຍເຮົາ ທ່ານເຮີຍ
ຄ້ອມວ່າ ສອງກ່າວແລ້ວ ພະຍາຕ່າວຄືນວັງ
ຍັງແຕ່ ອົງນາໂຖ ໜໍ່ໂພທິຍານເຈົ້າ
ພຣະກໍ ເດິນສະເດັດຜ້າຍ ອົງດຽວເດິນປ່ຽວ
ຈິ່ງໄດ້ ໄປພົບພໍ້ ຣັດສີເຈົ້າຮ່ຳຮຽນ
ຢູ່ໃນ ສຳນັກເຈົ້າ ອາລານດາບົດແລະອຸທະກະດາບົດ
ຮ່ຳຮຽນ ບໍ່ມີຍັ້ງ ຈົນວ່າໝົດຄວາມຮູ້ ຣັດສີ
ສິດທິເດດ ປຣະສາດໃຫ້ ຄວາມຮູ້ຄູ່ຊູ່ແນວ
ແຕ່ບໍ່ ເຫັນຮ່ອມຮູ້ ບັນລຸທີ່ທາງທັມ
ຈິ່ງໄດ້ ອຳລາໜີ ດ່ວນປຸນໄປໜ້າ
ເອົາຕົນເຂົ້າ ຄີຣີແຖວເຖື່ອນ
ມີໝູ່ໄມ້ ລຳດົ້ວໃຫຍ່ສູງ
ໃບຊໍ່ຊ້ອງ ລົມເບິກເບີຍປາຍ
ຊະນີນົງຄານ ວ່ອນສຽງສຸດດ້າວ
ມີທັງ ຈັນໄດຕົ້ນ ຈັນແດງເດັຍຣະດາດ
ທົງໝາກລົ້ນ ຫອມເຮົ້າຮ່ອມຜາ
ທີ່ນັ້ນ ເປັນດ່ານດ້າວ ແດນປ່າໄພໜາ
ອຸຣຸເວລາ ເສນານິຄົມເປັນ ຄ່ວງພະລານພຽງກວ້າງ
ມີທັງ ຈັນຈວງຄູ້ ມະນີກາກ້ານເກດ
ປະດັບດອກດົ້ວ ລະອອງອ້າເປັ່ງໄຂ
ເຮື່ອເຮືອງດ້ວຍ ຄັນທະຊາດມາລາ
ກັນນິກາແຊມ ເປັ່ງສີແສງແຈ້ງ
ເຖິງເມື່ອ ຍາມແລງຄ້ອຍ ສຸຣິໂຍອຽງອວ່າຍ
ນົກຄໍເຄົ້າ ຂັນຄ້ອຍແຄ່ຄອນ
ຮົດຮົ່ມເຮື້ອ ຮາວປ່າບັງບົດ
ຟັງຍິນ ສຽງການົກ ສົ່ງລາງຊົມບົ້ງ
ອົງພຸດໂທເຈົ້າ ໂຄຈອນດັ້ນຮອດ
ເຫັນ ສະຖານໃຫຍ່ກວ້າງ ທັງກ້ຽງຮາບພຽງ
ກັບທັງ ມີບໍ່ນ້ຳ ໃສສະອາດເຢັນດີ
ມີທັງ ວາຣີໄຫລ ຫລັ່ງລົງລິນຍ້ອຍ
ໃກ້ ນິຄົມຄາມບ້ານ ພໍງາມເດິນງ່າຍ
ພື້ນຮາບກ້ຽງ ຫິນເຫລື້ອມສ່ອງໃສ
ເປັນຕາ ບຳເພັນສ້າງ ໂພທິຍານສົມໂພດ
ພຣະຈອດຍັ້ງ ເຊົາຫັ້ນພ່ຳພຽນ
ຕື່ນຮຸ່ງເຊົ້າ ສຸຣິໂຍເຮືອງແສງ
ພຣະກໍ ຄຸມຈິວອນ ບາດພາຍເດິນຜາຍ
ຕາມແຖວບ້ານ ຄາເມຕິດຕໍ່ ໄປແລ້ວ
ບິນທິບາດໄດ້ ພຣະອົງເຈົ້າຕ່າວຄືນ
ເຖິງແຫ່ງຫ້ອງ ພູມພາກໄພຂວາງ
ປັດຈະເວກຂະນະທັມ ຄ່ອຍພິຈານແຈ້ງ
ສັນເສັດແລ້ວ ພະແນງເຊິງຂັດຕະໝາດ
ສະມາທິໝັ້ນ ພຣະໄທຕັ້ງຕໍ່ທັມ ເຈົ້າເຮີຍ
5.3 ປັນຈະວັດຄີຂໍບວດ.
ບັດນີ້ ຈັກກ່າວກ້ຳ ພວກທ່ານພຣາມມະນາ
ປັນຈະວັດຄີຄື ພວກພຣາມທັງ 5
ເອົາຕົນເຂົ້າ ບັນພະຊາທົງເພດ
ເດິນດຸ່ງດັ້ນ ເຖິງເຈົ້າໜໍ່ພຸດໂທ
ນົບເນັ່ງນ້ອມ ຍໍມອບຕົນຖວາຍ
ຝູງຂ້າ ຂໍເປັນສິດ ເຝົ້າພຽນຕົນເຈົ້າ
ເມື່ອນັ້ນ ອົງພຸດໂທແຍ້ມ ຈາຣະຈາເຜີຍພຣະໂອດ
ສູທ່ານທ້າວ ປະສົງແທ້ເຍື່ອງດີ
ເຮົາບໍ່ ຂືນຂັດແທ້ ຕາມໃຈຕົວທ່ານ
ເຮົາພໍ ອະນຸຍາດໃຫ້ ຕາມແທ້ແຕ່ໃຈ ນັ້ນທ້ອນ
ທັງຫ້າ ນົບນອບນິ້ວ ຊູລີເກດຍິນດີ
ປັນຈະວັດຄີເນົາ ຢູ່ນຳພຣະອົງເຈົ້າ
ເມື່ອນັ້ນ ອົງພຸດໂທຕັ້ງ ຄວາມພຽນຄັດເຄັ່ງ
ໂພຊະນາມັກນ້ອຍ ປະມານເຄົ້າແມ່ມື ນີ້ແລ້ວ
ພຣະບໍ່ ໄດ້ຢ່ອນຢ້ານ ມໍຣະນາດຄວາມຕາຍ
ມີແຕ່ປຸຖຸຊົນ ບໍ່ອາດທຳນຳໄດ້
ທາງພຣະໄທໝັ້ນ ພາວະນາຫຸ້ມຫໍ່
ພຣະບໍ່ ໄດ້ກ່ຽວກ້ຳ ທາງບ້ານຝ່າຍຫລັງ
ພຣະເລົ່າ ລືມຊາດເຊື້ອ ຄະນາຍາດທັງຫລາຍ
ກັບທັງ ພິມພານາງ ມິ່ງສະມອນທາງບ້ານ
ລືມທັງ ຣາຫຸນນ້ອຍ ປຸດຕາພຽງພຣະເນດ
ສະມະຖະກັມມັດຖານແວດເຝົ້າ ພຣະອົງເຈົ້າປ່ຽນຍາມ
ວິປັດສະນາລ້ອມ ເປັນພົນແຫນແຫ່
ສະມາທິ ເປັນອ້າຍລ້ຽງ ພຽນຕຸ້ມຕອມຮັກສາ
ພຣະນັ່ງນ້ອມ ຂັດຕະໝາດພາວະນາ
ກໍບໍ່ ເຫັນທາງທັມ ຍອດຍານດວງລ້ຳ
ເຈົ້າກໍ ທຳວິທີກັ້ນ ລົມເສັຍບໍ່ໃຫ້ລ່ວງ
ປິດຊ່ອງຊັ້ນ ທວານໄວ້ບໍ່ໃດ້ໄຂ
ລົມລ່ວງເທົ້າ ເອົ້າອັ່ງຫົວສະມອງ
ທົນທຸກ ທໍຣະມານຈິດ ປ່ວງເຊຊວນລົ້ມ
ຝູງໝູ່ ເທວະດາດ້າວ ພະນົມໄພແຖວເຖື່ອນ
ນຶກວ່າ ມໍຣະມິ່ງມ້ຽນ ເມືອຕ້ານຂ່າວສານ
ກັບເພດຜ້ຽງ ພຽງດັ່ງສາລິກາ
ທະຍານເວຫາ ສູ່ນະຄອນເຍືອງຖ້ອຍ
ນົກກໍ ງອຍຈັບໄມ້ ສຸຣະສຽງເອິ້ນກ່າວ
ວ່າດູຣາ ສະມະນັດເທບທ້າວ ສຣີສຸດໂທພູວະນາດ
ອັນວ່າ ລູກພຣະບາດເຈົ້າ ຕາຍຄ້າງປ່າໄພ ເຈົ້າເຮີຍ
ພຣະບາດເຈົ້າ ຕ້ານຕອບສາລິກາ
ນົກຢ່າ ມາພາງຕົວະ ລ່າຍລົມປາຍລິ້ນ
ອັນວ່າ ກຸມມານເຈົ້າ ບາບຸນສຣີທາດ ພຣະອົງນັ້ນ
ຫາກບໍ່ໄດ້ ເປັນພຣະພຸດທະເຈົ້າ ບໍ່ຕາຍແທ້ງ່າຍດາຍ ທ່ານເຮີຍ
ສາລິກາຟັ່ງຟ້າວ ກັບຕ່າວໄພຫລວງ
ອັນວ່າ ບາບຸນຍວງ ໜໍ່ໂພທິຍານເຈົ້າ
ສະລົບໄປໄດ້ ພໍປະມານຄາວໜຶ່ງ
ລົມລ່ວງໄດ້ ພຣະອົງເຈົ້າຕ່າວຄືນ
ເມື່ອນັ້ນ ພະຍາມານຝັ່ງຟ້າວ ເລີຍລ່ວງລົງມາ
ເຈຣະຈາຂານ ກ່າວສອນສຽງແຈ້ງ
ທ່ານຢ່າ ມາມົວບ້າ ທຳພຽນຜອມຈ່ອຍ
ໃຫ້ທ່ານ ປະປ່ອຍຖິ້ມ ທາງນີ້ບໍ່ດີ
ມັນຫາກ ທຸກຍາກລ້ຳ ຕົວກ່ຳຜິວໝອງ
ໃຫ້ທ່ານ ຄືນຄອງເມືອງ ນັ່ງນະຄອນເປັນເຈົ້າ
ໃຫ້ທ່ານ ສະເວີຍຍັງເຂົ້າ ໂພຊະນັງສະນົມແຕ່ງ
ຢ່າໄດ້ ມາຢູ່ຄ້າງ ນອນແລ້ງປ່າໄພ ເຈົ້າເຮີຍ
ເມື່ອນັ້ນ ພຣະບາດຕ້ານ ຂານຕອບພະຍາມານ
ທ່ານຢ່າ ມາຈາຂານ ບໍ່ໃຊ່ຄອງຄຸນແກ້ວ
ອັນວ່າ ໂທໂສນີ້ ໂລພາໂລບລ່າຍ
ເປັນຝ່າຍເບື້ອງ ທາງໝໍ້ແຜ່ນແດງ ທ່ານເຮີຍ
ມານຟັ່ງຟ້າວ ກັບຕ່າວຄືນໜີ ແທ້ແລ້ວ
ຄິດຄະນິງໃນໃຈ ບໍ່ລືມການຮ້າຍ
ຍາມໃດໄດ້ ກູມານສິກັບຕ່າວ
ຜະຈົນເລວຮົບ ສູ່ໄຊໄດ້ດັ່ງໝາຍ ອີກເນີ
5.4 ພະຍາອິນເອົາພິນສາມສາຍມາດີດ.
ບັດນີ້ ຈັກກ່າວເຖິງ
ອິນທິຣາຊໄທ້ ເນົາຢູ່ເມືອງສະວັນ
ສໍຣະຍານເຫັນ ສ່ອງລົງພາຍໃຕ້
ມືຖືໄດ້ ພິນສາມສາຍສຽງມ່ວນ
ທຳໃຫ້ ພຣະບາດເຈົ້າ ຊອມສິ້ງລ່ຳແລ
ອິນຕ່ອຍຕ້ອງ ພິນພາດຕຸຣິຍາງ
ປຸນປຽບ ການບຳເພັນ ພ່ຳພາວະນານ້ອມ
ສາຍໜຶ່ງ ຄັດເຄັ່ງຂ້ອນ ພິນຂາດສາຍທະລາຍ
ທັງບໍ່ ຟັງນວນຫູ ຫ້າວເຫິນສຽງແຫ້ງ
ສາຍສອງນັ້ນ ຍານເສັຍຮາມປະໂຍດ
ຍາມຕ່ອຍຕ້ອງ ພິນເຈົ້າກໍບໍ່ດັງ ເຈົ້າເຮີຍ
ອິນຈິ່ງ ກັບຕ່າວຕັ້ງ ຄຶງເຄັ່ງສາຍກາງ
ເຮັດໃຫ້ ພຽງພໍດີ ດີດພິນສຽງຫ້າວ
ສຸຣະສຽງຈ້າວ ນວນຫູທິພະໂສດ
ທັງບໍ່ ຍານບໍ່ເຄັ່ງ ດັງແມ້ງມ່ວນຫູ
ພຣະບາດເຈົ້າ ຈິ່ງທົງຮ່ຳຫວນເຫັນ
ມັດຊິມາປະຕິບັດ ຈິ່ງປ່ອງທາງທັມໄດ້
ຄວນກູ ທຳພຽນສ້າງ ແຕ່ພໍດີດູປະເສິດ
ມັດຊິມາບອກແຈ້ງ ຫົວຂໍ້ແຫ່ງທັມ ນັ້ນແລ້ວ
ພຣະຈິ່ງ ກັບຕ່າວຕັ້ງ ສະເວີຍໂພດໂພຊະນາ
ມີພຣະກາຍຜິວ ຜ່ອງໃສເຫລືອງເຫລື້ອມ
ພວກທີ່ ບົວຣະບັດເຈົ້າ ຣັດສີສັງເກດ ພຣະອົງແລ້ວ
ເຫັນວ່າ ສັນເຂົ້ານ້ຳ ບໍ່ມີຮູ້ຮ່ອມທັມ ໄດ້ແລ້ວ
ສຣີທາດທ້າວ ມັກມາກພາໂລ
ເລີຍເລົ່າ ໄລຄວາມພຽນ ບໍ່ບຳເພັນໄດ້
ຄວນເຮົາ ໜີໄກເວັ້ນ ວາງເສັຍປະປ່ອຍ
ປະໃຫ້ ສຣີທາດເຈົ້າ ເນົາຫ້ອງຢູ່ຜູ້ດຽວ ນັ້ນທ້ອນ
ເມື່ອນັ້ນ ພຣະບາດເຈົ້າ ນາມໜໍ່ອົງພຸດໂທ
ເຈົ້າກໍ ທຳຄວາມພຽນ ບໍ່ໄລລາເວັ້ນ
ສະມາທິໝັ້ນ ທົງທັມພຽນພ່ຳ
ທຸກກໍຣະກິຣິຍາມາກລົ້ນ ພຣະອົງເຈົ້າພ່ຳພຽນ
ຫລາຍຂວບໄດ້ ຣະດູຖ່າຍແຖມເຖິງ
ຈິ່ງຄ່ອຍ ມີມະໂນໃສ ສ່ອງທາງທັມໄດ້
ເປັນສາຍຊັ້ນ ມັດຊິມາເສັ້ນຊື່
ກາມສຸຂັນລິການຸໂຍກລະເວັ້ນ ສາຍນັ້ນບໍ່ແມ່ນທາງ
ອັດຕະກິລົມຖານຸໂຍກເວັ້ນ ຮາມປະໂຍດບໍ່ມີຜົນ
ຄວນກູ ພຽນທາງຈິດ ຈິ່ງສ່ອງທາງທັມໄດ້
ດົນນານໄດ້ 6 ປີແຖມຖ່າຍ ມາແລ້ວ
ພຣະເລົ່າ ບິນທິບາດໄດ້ ພໍລ້ຽງຊີບຊີວັງ ແທ້ແລ້ວ
ຍຸດຕິກາບັ້ນ ບັນພະຊາທົງເພດ
ຍົກຍື່ນຂໍ້ ຖວາຍໄວ້ທີ່ຄວນ ກ່ອນແລ້ວ
5.5 ນາງສຸຊາດາຖວາຍເຂົ້າມະທຸປາຍາດ.
ບັດນີ້ ຈັກກ່າວກ້ຳ ນ້ອຍອ່ອນສຸຊາດາ ກ່ອນແລ້ວ
ນາງຫາກ ເປັນທິດາ ລູກນາຍກວານບ້ານ
ພົງພັນເຊື້ອ ກະຕຸມພີຍົດໃຫຍ່
ບໍຣິວານຊ່ວງໃຊ້ ຫລາຍຮ້ອຍແຫ່ແຫນ
ທັງມິ່ງແກ້ວ ຣັດຕະນາດເງິນຄຳ
ສົມບັດມູນ ມັ່ງມີມວນພ້ອມ
ນາງນັ້ນ ເນົາໃນບ້ານ ເສນານິຄົມແຄມປ່າ
ບ່ອນທີ່ ພຣະບາດເຈົ້າ ທົງສ້າງພ່ຳພຽນ
ບ້ານໃຫຍ່ກວ້າງ ເຮືອນໄຂວ່ເຈັຍຣະເນັຍ
ຄືດັ່ງ ພາຣາເມືອງ ຄັ່ງຄົນແລງເຊົ້າ
ສ່ວນວ່າ ນາງຄານແກ້ວ ສຸຊາດານ້ອຍນາດ
ປຣາຖະນາລູກແກ້ວ ຊາຍກ້າເກິດດອມ
ອຸດຕະໂມໄດ້ ຊາຍເຊັງຜູ້ປຣະເສິດ
ນາງໄດ້ ສົມມາດແມ້ງ ມະໂນເຈົ້າດັ່ງໝາຍ
ຍາມນັ້ນ ນາງຄານຮູ້ ຄະນິງຄຸນເທວະຮາຊ
ຄວນກູທຳ ມະທຸປາຍາດເຂົ້າ ຖວາຍເຈົ້າຕອບຄຸນ ກ່ອນແລ້ວ
ເມື່ອນັ້ນ ນາງຍື່ນຖ້ອຍ ເຕີນທ່ານໂຄບານ
ໃຫ້ເອົາ ງົວໄປກິນ ຍອດສະເອນດົງກວ້າງ
ເພື່ອໃຫ້ ຂີຣານ້ຳ ນົມຫວານເອມໂອດ
ພໍເມື່ອ ວັນຄ່ຳຄ້ອຍ ງົວຕັ້ງຕ່າວມາ
ນົມຕຸ່ມຕັ້ງ ໄຫລຫລັ່ງເປັນສາຍ
ນາງຄານ ຍໍພານຄຳ ໂຕ່ງເອົາຍັງນ້ຳ
ສຣີສະງວນນ້ອຍ ມະໂນໃສຊ້ອຍຊື່ນ
ຈິ່ງໄດ້ ກວນໃສ່ໝໍ້ ຍໍຕັ້ງຫວ່າງເຕົາ
ພໍເມື່ອ ການເສັດແລ້ວ ໂພຊະນາມ້ຽນແຈບ
ມະທຸປາຍາດເຂົ້າ ນາງມ້ຽນມັດດີ
ກິ່ນຟຸ້ງຟົ້ນ ຫອມທົ່ວຄາເມ
ຊາວຊົນແຖວ ກ່າວຊົມຍໍຍ້ອງ
ຍາມນັ້ນ ນັກຂັດຕຣັກລ້ຳ ພຣະຈັນຜ່ອງເພັງແສງ
ເດືອນຫົກເພັງ ເປັ່ງແສງໃສແຈ້ງ
ຣັດສະມີຜ່ອງ ຜາຍລົງໂລກລຸ່ມ
ເຮືອງເຮື່ອຖ້ວນ ພະນາພື້ນປ່າພະນອມ
ບັດນີ້ ຈັກກ່າວເຖິງ
ໂພທິຍານເຈົ້າ ເນົານອນໃນກາງປ່າ ກ່ອນແລ້ວ
ພຣະກໍ ໄສຍາດເຍື້ອນ ເດິກຂ້ອນເລົ່າຝັນ
ຝັນວ່າ ພູມພາກພື້ນ ດິນໃຫຍ່ພຣະສຸທາ
ບັງເກິດ ເປັນຕຽງທອງ ເສື່ອຄຳແກມແກ້ວ
ອົງພຸດໂທເຈົ້າ ເນົານອນກ້ຽງອ່ອນ
ຝັນວ່າ ຫິມະພານໃຫຍ່ກວ້າງ ເປັນແກ້ວໜ່ວຍໝອນ
ເຮືອງຮຸ່ງແຈ້ງ ໃສສ່ອງເປັນແສງ
ມີສັນຖານຜ້ຽງ ດັ່ງສຳລີຝ້າຍ
ຝັນວ່າ ພຣະຫັດຖາເຈົ້າ ທັງສອງຍາວຍິ່ງ
ແຂນໜຶ່ງ ໄປຝ່າຍເບື້ອງ ປັດສິມກ້ຳນາກຫລວງ
ກ່າຍແມ່ນ້ຳ ຫລາຍຍ່ານສັງຂະຍາ
ແຂນໜຶ່ງ ໄປບົວຣະພາ ແມ່ກະແສແສນທ້າງ
ຝັນວ່າ ບາທາເທົ້າ ທັງສອງຍາວຫຍຽດ
ຈຸກາບຟ້າ ຫົນເບື້ອງຝ່າຍທັກຂິນ
ຝັນວ່າ ສຽນພຣະບາດເຈົ້າ ລອຍບິນເມືອເໜືອ
ທາງອຸດອນ ຝ່າຍກຸຍຊະໂຣຊ້າງ
(2)ຝັນວ່າ ຕີນຫຍຽບຫຍ້າ ໃບຍວງແຜດອ່ອນ
ບັງເກິດຂຶ້ນ ມານີ້ຍອດງາມ
ນັບອ່ານໄດ້ ພໍໂຍດຍາວໄກ
(3)ຝັນວ່າ ບາທາເທົ້າ ຕີນພຣະອົງພູວະນາດ
ຣັດສະມີເຮື່ອເຫລື້ອມ ທຽມແກ້ວສ່ອງແສງ
ກິມິຊາດເຊື້ອ ເຫລືອລົ້ນໝູ່ໜອນ
ຕາມໄຕ່ພື້ນ ຊານຸມາດມົນທົນ
(4)ຝັນວ່າ ສະກຸນານົກ ຕ່າງພັນພົງເຊື້ອ
ເຫລືອຫລາຍລົ້ນ ຂາວເຫລືອງດຳດ່າງ
ມາແຕ່ ທາງ 4 ຂ້າງ ຫົນໃຕ້ແລະເໜືອ
ທັງສ່ຳພ້ອມ ຊູລີກາບບັງຄົມ
(5)ຝັນວ່າ ພຣະອົງເດິນຈົມກົມ ໄຕ່ເຂົາຫລວງກວ້າງ
ປະຕິກູນດ້ວຍ ອາຈົມເໝັນເນົ່າ
ພື້ນພຣະບາດເຈົ້າ ບໍ່ມີເປຶ້ອນກິ່ນເໝັນ ແທ້ແລ້ວ
ພໍເມື່ອ ແສງສະວ່າງດ້າວ ພຣະອົງຕື່ນບັນທົມ
ພຣະໄທທົງຄຶດ ຮ່ຳຄະນິງຕອງແຈ້ງ
ຫາກກູ ເນົານະຄອນຫ້ອງ ປາງຄຳຜາສາດ
ຝັນ ປະຫລາດຢ່າງນີ້ ຈະທັນເຖົ້າທ່ານໂຫນ ແທ້ແລ້ວ
ທັງກິ່ງແກ້ວ ປິຕຸເຣດມານດາ
ກູຫາກ ໄກພາຣາ ເຜົ່າພົງພັນເຊື້ອ
ເນົາຢູ່ ໃນໄພກວ້າງ ເອົາກວາງເປັນໝູ່
ເຮົາຢູ່ ໃນປ່າກວ້າງ ໄກຂ້າງທ່ານໂຫນ ແທ້ແລ້ວ
ຄ້ອມວ່າ ພຣະຮ່ຳແລ້ວ ເລັງສ່ອງສໍຣະຍານ
ອັນວ່າ ອາການຝັນ ແຫ່ງກູດີລ້ຳ
ຄຳພຣະໄທຕັ້ງ ກູໝາຍສົມປະໂຍດ ຈິງແລ້ວ
ສັບພັນຍູບໍ່ມົ້ມ ເປັນເຈົ້າໜໍ່ພຸດໂທ ແທ້ແລ້ວ
ສັດຢູ່ ໃຕ້ລຸ່ມຟ້າ ພ້ອມພ່ຳທັງມວນ
ເອັງຊູລີນົບ ຂາບກູທັງຄ້າຍ
ສິໄດ້ ເທສະນາຊີ້ ພຣະທັມໂມສອນສັ່ງ
ອະພິທັມຍອດແກ້ວ ກູສິໄດ້ສັ່ງສອນ ແທ້ແລ້ວ
ຄ້ອມວ່າ ພຣະຮ່ຳແລ້ວ ສຸຣິເຍດເຮືອງແສງ
ພຣະກໍ ແຍງໂພໄຮ ຮົ່ມງາມເງົາກວ້າງ
ຣັດສະມີເຫລື້ອມ ຢາຍຢັງໄຫລຫລັ່ງ
ປະທັກຂິນແວດລ້ອມ ວຽນອ້ອມຮົ່ມໄຮ
ເຮືອງເຮື່ອແຈ້ງ ເຢັນສ່ອງໃສແສງ
ໃບໂພເຫລືອງ ດັ່ງດຳເຮືອງເຂັ້ມ
ຍຸດຕິກາບັ້ນ ອົງພຸດໂທໄວ້ກ່ອນ
ຕັ້ງແຕ່ນີ້ ໄປໜ້າສິກ່າວນາງ ກ່ອນແລ້ວ
ເມື່ອນັ້ນ ສຣີສະອາດແກ້ວ ນ້ອຍນາດສຸຊາດາ
ພໍເມື່ອ ວັນສູຣະແສງ ແຕ່ງຕົນດາເນື້ອ
ນາງກໍ ປຸນສາວໃຊ້ ໄປເປຶອງເຣວຮີບ
ເຈົ້າຈົ່ງ ໄປກວາດໃຕ້ ໄຮກວ້າງຮົ່ມງາມ
ເມື່ອນັ້ນ ສາວຊ່ວງໃຊ້ ຮີບເຮັ່ງເຣວເປືອງ
ປຸນນະທາສີນາງ ວ່ອງໄວຄົນໃຊ້
ເຖິງທີ່ ສາຂາໄມ້ ໂພໄຮຫລິງລ່ຳ
ຕົກຂະມ່າຢ້ານ ເຫັນເຈົ້າໜໍ່ພຸດໂທ
ຣັດສະມີເຮື່ອແຈ້ງ ຄັບຄ່ວງໂພໄຮ
ປຸນນະທາສີນາງ ຕ່າວຄືນມິຊ້າ
ເມືອເຖິງແກ້ວ ສຸຊາດານ້ອຍນາດ
ນາງກ່າວຕ້ານ ທັງຢ້ານສັ່ນສາຍ
ຂໍໃຫ້ ພຣະແມ່ເຈົ້າ ຮີບເຮັ່ງເຣວເປືອງ
ເທວະດາເຊົາ ຮົ່ມໂພຄອຍຖ້າ
ເມື່ອນັ້ນ ນາງຄານນ້ອຍ ສຸຊາດາຊ້ອຍຊື່ນ
ປະດັບແຕ່ງເນື້ອ ສະໄບບິງບ່ຽງແພ
ຝູງໝູ່ ສາວຊ່ວງໃຊ້ ໄຫລຫລັ່ງຕາມຫລັງ
ນາງກໍ ຍໍໄຕຄຳ ລ່ວງທາງທັງຟ້າວ
ເຖິງຈອມເຈົ້າ ອົງພຸດໂທໃຕ້ຮົ່ມ
ນາງລ່ຳຢ້ຽມ ມະໂນຊ້ອຍຊື່ນຊົມ
ນາງກໍ ນຶກວ່າທ້າວ ເທວະຣາຊແນວໄພ
ມາຄອຍ ກິນພະລີກັມ ເຄື່ອງນາງນົງນ້ອຍ
ນາງກໍ ເອົາຍັງເຂົ້າ ໂພຊະນັງຍໍຍື່ນ
ມະທຸປາຍາດເຂົ້າ ຍໍຂຶ້ນຍົກຖວາຍ
ເມື່ອນັ້ນ ພຣະບາດເຈົ້າ ອົງຍອດນາໂຖ ພຣະອົງນັ້ນ
ຍາມນັ້ນ ປັດໂຕຫາຍ ບາດສູນເສັຍສ້ຽງ
ນາງຄານນ້ອຍ ເຫັນພຣະອົງມືເປົ່າ
ເລີຍຖະແລງກ່າວເວົ້າ ດອມເຈົ້າໜໍ່ພຸດໂທ
ຂໍໃຫ້ ພຣະບາດເຍື້ອນ ຮັບໂພດໂພຊະນັງ
ກັບທັງ ພາພານຄຳ ຂ້າຖວາຍຈອມເຈົ້າ
ແມ່ນວ່າ ຣາຄາລົ້ນ ແສນຄຳຄວນຄ່າ ກໍດີທ້ອນ
ຂ້າຂໍ ຖວາຍແຈ່ມເຈົ້າ ໄປໃຊ້ເຄື່ອງກິນ
ເພາະວ່າ ລຸທີ່ແມ້ງ ສົມດັ່ງມະໂນໝາຍ
ຄືດັ່ງ ປະນິທານຄຳ ປຣາຖະນາຂອງຂ້າ
ເມື່ອນັ້ນ ອົງພຸດໂທໄດ້ ໄຕຄຳນາງນາດ
ກັບທັງ ມະທຸປາຍາດເຂົ້າ ນາງນ້ອຍນອບຖວາຍ
ເມື່ອນັ້ນ ນາງກໍ ນົບເນັ່ງນ້ອມ ລາຈາກອົງພຸດໂທ
ທັງທາສີ ຕ່າວຄືນຫາຫ້ອງ
ເມື່ອເຖິງບ້ານ ເຮືອນຫໍສະງົບຢູ່
ເພາະວ່າ ທານທອດເຂົ້າ ພະລີເບື້ອງບ່ອນບຸນ ເຈົ້າເຮີຍ
ອັນວ່າ ພຣະບາດເຈົ້າ ຕົນປະເສິດນາໂຖ
ພຣະກໍພິຈາຣະນາ ຮ່ຳຄະນິງຄອງແກ້ວ
ພຣະກໍ ປຸນເປັນປັ້ນ ໂພຊະນັງປັນສ່ວນ
ສີ່ສິບເກົ້າກ້ອນ ພໍດ້າມຄ່ອງງາມ
ພຣະເລົ່າເຍື້ອນ ສະເວີຍໂພດພໍສັນ
ບະບວນໝົດ ຊູ່ຄຳເສັດສ້ຽງ
ພຣະໄທທວງເຈົ້າ ມະໂນໃສຊ້ອຍຊື່ນ
ກູສິໄດ້ ເປັນພຣະພຸດທະເຈົ້າ ວັນນີ້ບໍ່ສົງ ແທ້ແລ້ວ
5.6 ສ່ຽງບາຣະມີ.
ຄ້ອມວ່າ ພຣະຮ່ຳແລ້ວ ກໍເສງສ່ຽງບາຣະມີ
ພຣະກໍ ແຍງສາຍຊົນ ແມ່ນະທີວັງກວ້າງ
ຕາມຄອງເຈົ້າ ອົງພຸດໂທແຕ່ເກົ່າ
ພຣະກໍ ແຍງແມ່ນ້ຳ ຕາມເຈົ້າແຕ່ຫລັງ
ພຣະອົງ ເລີຍເລົ່າຕັ້ງ ພຣະໄທສ່ຽງລອງດູ
ກູຫາກ ປາຣະມີເຖິງ ທ່ຽງໃນວັນນີ້
ສິໄດ້ ເປັນອົງເຈົ້າ ສັບພັນຍູສອນສັ່ງ
ຂໍໃຫ້ ຖາດລ່ອງນ້ຳ ໄຫລຂຶ້ນຝ່າຍເໜືອ
ຢ່າໄດ້ ໄຫລລ່ອງນ້ຳ ຕາມແມ່ກະແສສິນ
ພຣະກໍ ວາງໄຕຄຳ ສູ່ນະທີວັງກວ້າງ
ຖາດກໍ ເລີຍໄຫລຂຶ້ນ ທວນກະແສລອຍລ່ອງ
ພຣະກໍທອດ ພຣະເນດຢ້ຽມ ຕາສິ້ງລ່ຳແລ
ຖາດລ່ອງນ້ຳ ແລ້ວເລົ່າເລີຍຈົມ
ລົງໄປ ເຖິງນາຄາ ນາກຫລວງພາຍໃຕ້
ໄປວາງຊ້ອນ ໄຕຄຳຖາດເກົ່າ
ຂອງພຣະພຸດທະເຈົ້າ ອົງເຄົ້າແຕ່ຫລັງ ນັ້ນແລ້ວ
ອັນວ່າ ການນາກທ້າວ ສະດຸ້ງຕື່ນບັນທົມ
ໄດ້ຍິນ ສຽງໄຕຄຳ ເລົ່າມືນຕາຢ້ຽມ
ອັນວ່າ ວັນວານນີ້ ອົງພຸດໂທລົງເກິດ
ນອນບໍ່ ທັນອິ່ມໄດ້ ວັນນີ້ພະລັນກໍມີສອງ ແທ້ນໍ
ພະຍາ ນາກກ່າວແລ້ວ ພຣະໄທຊື່ນຊົມບານ
ເລີຍເລົ່າ ບັນທົມຫລັບ ບໍ່ອິ່ມຕາຕົນໄດ້
ອັນວ່າ ອົງພຸດໂທຢ້ຽມ ໄຕຄຳຊ້ອຍຊື່ນ
ສັບພັນຍູບໍ່ມົ້ມ ວັນນີ້ແມ່ນຍາມ ແທ້ແລ້ວ
ພຣະຮ່ຳແລ້ວ ສະເດັດສູ່ດົງຮັງ
ເອົາຕົນເຖິງ ເຖື່ອນພະນອມໄພກວ້າງ
ມີໝູ່ ສາຂາໄມ້ ຮຽງງາມຮັງຮົ່ມ
ໃບຊໍ່ຊ້ອງ ລະອອງແຍ້ມເປັ່ງໄຂ
ລຽນກ່າຍຕົ້ນ ປຸນດັ່ງຄົນແປງ
ຍາມເມື່ອ ວາໂຍພັດ ຮ່ວງໂຮຍຮຳພື້ນ
ຫອມສະເທືອນຟົ້ງ ດົງຮັງໂພປ່າ
ບາງພ່ອງ ຈີຈໍ່ແຍ້ມ ບານບ້າງແບ່ງສີ
ທຸກສ່ຳເຊື້ອ ຝູງໝູ່ພຸມມະຣີ
ເຊີຍຊົມສະງວນ ກິ່ນລະອອງດວງໄມ້
ມີທັງ ມະທຸກາເຜິ້ງ ແຕນຕອງແກມຕໍ່
ບິນລ່ວງຕ້ອງ ຊົມໄມ້ກິ່ນຫອມ ແທ້ແລ້ວ
ສຽງຮື່ນກ້ອງ ລະງົມເມກພາຍບົນ
ຄືດັ່ງ ດົນຕຣີທິບ ກ່ອມພຣະອິນເທິງຟ້າ
ອັນວ່າ ສາຂາໄມ້ ຮັງງາມຄ້ອມອ່ອນ
ເອັງຊູລີເນັ່ງນ້ອມ ພຣະອົງເຈົ້າຊູ່ລຳ ແທ້ແລ້ວ
ເໝືອນດັ່ງ ມີປາກຕ້ານ ເຊິນໜໍ່ອົງພຸດໂທ
ໃຫ້ພຣະ ຊົມພໍໃຈ ກິ່ນລະອອງດວງໄມ້
ອັນວ່າ ປັກສາເຊື້ອ ສະກຸນາກີ້ກ່າງ
ເຂົາກໍ ຮ້ອງສົ່ງເຈົ້າ ລະງົມເອົ້າປ່າຮັງ
ພຣະບາດເຈົ້າ ຄະນິງຮ່ຳຫວນເຫັນ
ອັນວ່າ ໂພໄຊມີ ຮົ່ມງາມເງົາກວ້າງ
ເປັນທີ່ ບັງລົມຕ້ອງ ອົງພຸດໂທຫລິງລ່ຳ
ຕັ້ງຢູ່ ຂົງເຂດດ້າວ ກາງພື້ນແຜ່ນດິນ
ພຣະບາດເຈົ້າ ສະເດັດຈາກດົງຮັງ
ໄປສູ່ ໂພໄຊສະຖານ ຮົ່ມງາມເງົາກວ້າງ
ພໍເມື່ອ ເວລາລ້ຳ ອັດສະດົງຄ້ອຍຄ່ຳ
ເທບແຫລ່ງຫລ້າ ສະວັນຟ້າລ່ວງລົງ
ອິນທິຣາຊເຈົ້າ ເຕີນປ່າວເທວາ
ສະຕະສະຫັດສະພ້ອມ ຈັກກະວານໂລກອື່ນ
ພຣະພຣົມ 4 ໜ້າ ມາພ້ອມພ່ຳມວນ
ຈະຕຸໂລກທ້າວ ທັງ 4 ຣາຊາ
ເອົາກັນມາ ຈາກສວງສະວັນຟ້າ
ທັງປວງຫ້ອງ ຈັກກະວານຂົງເຂດ
ເທບທ່ອນທ້າວ ທັງຄ້າຍລ່ວງມາ
ນຶກຢາກ ເຫັນແຈ່ມເຈົ້າ ເປັນໜໍ່ອົງພຸດໂທ
ມີມື ຖືມາລາ ທູບທຽນຂອງໄຕ້
ບາງພ່ອງ ຖືທຸງຝ້າຍ ທຸງໄຊໄກວແກວ່ງ
ຣັດສະມີ ຢາດ ໆ ຍ້ອຍ ເຕັມພື້ນແຜ່ນໄຕ
ຝູງໝູ່ ເທບທ່ອນທ້າວ ພຣະໄທຊື່ນຊົມບານ
ບໍ່ອາດ ຄະນະນານັບ ດັ່ງຊາຍກາງແກ້ງ
ບາງພ່ອງ ແປງຕົນເອ້ ເປັນຊາຍນ້ອຍໜຸ່ມ
ປະດັບເຄື່ອງຍ້ອງ ງາມລະຫ້ອຍເກິ່ງກັນ
ມີມື ຖືດອກໄມ້ ທຸງຊໍ່ເປັນແຖວ
ສະເວຕະສັດ ທັງຈຳມອນ ຢູ່ຢາຍຢັງລ້ອມ
ອິນກໍ ເນຣະມິດໃຫ້ ຖະນົນທາງກວ້າງໃຫຍ່
ໄປຈອດ ເຖິງຮົ່ມໄມ້ ໂພໄຊກວ້າງຄ່ວງພຽງ
ບາງພ່ອງ ຕົກແຕ່ງຕັ້ງ ປະດັບຍອດໂພໄຊ
ຢາຍເປັນແຖວ ໝູ່ມາລາແກ້ວ
ໂພຄຳເຫລື້ອມ ແສງໃສຍ້ອຍຢາດ
ຄືດັ່ງ ກາລະພຣຶກໄມ້ ເທິງຟ້າຝ່າຍສະວັນ ນັ້ນແລ້ວ
ທຸກເຜົ່າເຊື້ອ ສຸບັນນາກນາຄາ
ເມຂະລາ ທັງອີສູນ ຊູ່ພາຍລົງເຕົ້າ
ຈັກກະວານຫ້ອງ ທັງປວງໄຫວຫວັ່ນ
ດອກ ມົນທາຢູ່ຟ້າ ສະວັນພູ້ນຫວ່ານລົງ
ອາກາດກວ້າງ ມົວມືດບັງບົດ
ບັງເກິດ ເປັນຝອຍຝົນ ກາບລະອອງດວງໄມ້
ໄຫລລົງພື້ນ ພຣະສຸທາເຮືອງເຮື່ອ
ເມຄະລາແກວ່ງແກ້ວ ແສງເຫລື້ອມສ່ອງໃສ
ເມື່ອນັ້ນ ພຣະບາດເຈົ້າ ສະເດັດສູ່ໂພໄຊ
ຟັງສຽງ ດົນຕຣີທິບ ເສບຣະງົມງັນກ້ອງ
ຝູງໝູ່ ເທວະດາດ້າວ ຕາມພຣະອົງແຫນແຫ່
ບາງພ່ອງ ຢືນຢູ່ຂ້າງ ຖະນົນກວ້າງຂອກທາງ
ຍາມນັ້ນ ໂສຕະຖິຍະພຣາມດຸ່ງດັ້ນ ເດິນທ່ອງແຖວສະຖານ ທີ່ນັ້ນ
ໄປພົບ ຕິນນັງງາມ ຫຍ້າຄາພຽງພ້ອມ
ພຣາມກໍ ບາຍເອົາຫຍ້າ ຄາງາມທັງ 8
ມັດເປັນ ກຳ 8 ຖ້ວນ ຈິ່ງເດິນດັ້ນດຸ່ງທາງ
ພົບພຣະບາດເຈົ້າ ດວງຍອດໂພທິຍານ
ໃນກາງທາງ ລະຫວ່າງຈອນເດິນດັ້ນ
ຈິ່ງເກິດ ສັດທາເຫລື້ອມ ມະໂນໃສຊ້ອຍຊື່ນ
ຈິ່ງໄດ້ ຍົກຍື່ນຫຍ້າ ຖວາຍນ້ອມ 8 ກຳ
ພຣະຮັບແລ້ວ ກໍເດິນດຸ່ງມັນຄາ
ເຖິງຣຸກໂຂໂຄນ ຮົ່ມໂພໄຊກວ້າງ
ປະທັກຂິນວຽນລ້ອມ ຄ່ວງໂພຣຸກຂະຊາດ
3 ຮອບຖ້ວນ ຕາມຍ້ຽງຢ່າງເດິມ
ແລ້ວຈິ່ງວາງຍັງ 8 ກຳຫຍ້າ ຄາວາງພື້ນແຜ່ນ
ທາງທິດດ້ານ ບົວຣະພາກ້ຳສ່ຽງເສ່ງ
ຖ້າບໍ່ ລຸທີ່ແມ້ງ ເປັນເອກອົງພຸດໂທ
ມັງສັງ ທັງໂລຫິດ ສິເສື່ອມຫາຍກໍຕາມແລ້ວ
ເຮົາບໍ່ ລີລາຍ້າຍ ບັນລັງພຣະທີ່ນັ່ງ
ພຣະກໍ ສະມາທິໝັ້ນ ມະໂນເຈົ້າບໍ່ຫວັ່ນໄຫວ
ເມື່ອນັ້ນ ເທວະດາພ້ອມ ອິນພຣົມຍົມມະຣາຊ
ຍົກຍື່ນນິ້ວ ປຣະນົມໄວ້ຫວ່າງສຽນ
ບາງພ່ອງ ຈູດທູບໄຕ້ ເຮືອງຮຸ່ງເປັນສາຍ
ສັນລະເສິນຄຸນ ແຫ່ງອົງພຸດໂທເຈົ້າ
ຍຸດຕິກາບັ້ນ ອົງພຸດໂທທົງແທ່ນ
ຖວາຍແກ່ ນັກປຣາດເຈົ້າ ພໍຮູ້ຮ່ຳຄະນິງ ແດ່ທ້ອນ ໆ
5.1 ນາຍສັນກັບຄືນສູ່ເມືອງ.
ບັດນີ້ ຈັກກ່າວກ້ຳ ອາມາດນາຍສັນ ກ່ອນແລ້ວ
ນັບແຕ່ ໄລພູທອນ ດ່ວນໄປໄວຟ້າວ
ມັນຄາໄດ້ ທາງໄກ 30 ໂຍດ
ເທວະດາຫຍໍ້ໃຫ້ ປະມານໄດ້ເຄິ່ງວັນ ແທ້ແລ້ວ
ນາຍສັນ ກັບຟັ່ງຟ້າວ ຮີບເຮັ່ງເຣວໄວ
ທັງເລົ່າ ຊົນທາໄຫລ ຫລັ່ງລົງຮຳໜ້າ
ເລີຍເຖິງເທົ້າ ນະຄອນຫລວງເມືອງໃຫຍ່
ນາຍສັນ ຮີບຍ່າງຍ້າຍ ເດິນຜ້າຍໄຕ່ຖະນົນ
ເມື່ອນັ້ນ ຄົນຫລັ່ງກຸ້ມ ມົວມືດໂກລາຫົນ
ຊໍແຊ່ສຽງ ທົ່ວນະຄອນສະເທືອນເຄົ້າ
ອັນວ່າ ພູທອນທ້າວ ທົງທັມເດິນປະເທດ ໃດນັ້ນ
ພຣະສະເດັດແຫ່ງຫ້ອງ ນະຄອນດ້າວທີ່ໃດ ນັ້ນເດ
ອັນວ່າ ອາມາດທ້າວ ຕົນຊື່ນາຍສັນ
ບໍ່ອາດ ເຈຣະຈາໄຂ ຕໍ່ຊາວເມືອງໄດ້
ມີແຕ່ ຊົນທາລົ້ນ ອັດສຸຊົນນອງເນດ
ໃນເນດໜ້າ ສີເຈົ້າບໍ່ເບິກບານ ແທ້ແລ້ວ
ທຸກທີ່ພ້ອມ ຄັບຄັ່ງຊາວນະຄອນ
ນຶກວ່າ ພູທອນຕາຍ ລ່ວງເມືອເມືອງຟ້າ
ເຂົາກໍ ພາກັນໄຫ້ ທັງເມືອງດັງສະນັ່ນ
ຄືດັ່ງ ຈັກຈັ່ນຮ້ອງ ຣະດູແລ້ງກໍດັ່ງກັນ ເຈົ້າເຮີຍ
ເມື່ອນັ້ນ ນາຍສັນຂຶ້ນ ເມືອທູນພູວະນາດ
ປິຕຸເຣດ ບຸນກວ້າງພໍ່ພຣະອົງ
ນາຍສັນ ຍົກຍື່ນນິ້ວ ຖວາຍເຄື່ອງສັງວານ
ກັບທັງ ອານພາຊີ ແກ່ພຣະອົງບຸນກວ້າງ
ສິຣິສຸດໂທທ້າວ ຖາມຫາຕົ້ນເຫດ
ອັນວ່າ ພຣະລູກເຈົ້າ ໄປແທ້ແຫ່ງໃດ ນັ້ນເດ
ນາຍສັນແຄ້ນ ຊົນທາແຖວຖັ່ງ
ນັ່ງເຝົ້າເຈົ້າ ບໍ່ມີເວົ້າກ່າວໄຂ ໄດ້ແລ້ວ
ພຣະບາດເຈົ້າ ເຫັນທ່ານນາຍສັນ ດັ່ງນັ້ນ
ພຣະກໍ ຊົນທາໄຫລ ພຣະເນດນອງຍົມຍ້ອຍ
ອັນວ່າ ພິມພາເຈົ້າ ສາຍສະມອນຮູ້ຂ່າວ
ສະເດັດລ່ວງເຂົ້າ ປາງກວ້າງປູ່ພະຍາ
ຄາວນັ້ນ ຝູງສ່ຳເຊື້ອ ປຣະຍູນຍາດວົງສາ
ພາກັນ ຖາມນາຍສັນ ດັ່ງໃດເດເຈົ້າ
ສ່ວນວ່າ ພິມພາແກ້ວ ສະລົບຕາຍກິ້ງເກື່ອນ
ສອງພຣະເນດຍ້ອຍ ທັງໃຫ້ພ່ອງຖາມ
ເມື່ອນັ້ນ ສັນເນັ່ງນ້ອມ ກອຍກ່າວທູນຖວາຍ
ຍໍຄຳໄຂ ຊູ່ປະການເຍືອງຖ້ອຍ
ເກັບມາເວົ້າ ທູນຖວາຍຖະແລງເຫດ
ບໍ່ໃຫ້ ເຫລືອເສດຄ້າງ ພຣະນາງຮູ້ຊູ່ປະການ ແທ້ແລ້ວ
ເມື່ອນັ້ນ ນາງນາດນ້ອຍ ໂສມສະອາດພິມພາ
ກໍຈິ່ງ ໂມທະນາດອມ ມິ່ງສະມອນຜົວແກ້ວ
ອັນວ່າ ປິຕາໄທ້ ພຣະໄທທວງຊ້ອຍຊື່ນ
ຂໍໃຫ້ ລຸທີ່ແມ້ງ ເປັນແກ້ວໜໍ່ພຸດໂທ ແດ່ແມ
ພຣະຈິ່ງ ໂລມແຈ່ມເຈົ້າ ໂສມສະອາດພິມພາ
ເຈົ້າຈົ່ງ ພຽນກຸມມານ ໃຫ້ໃຫຍ່ສູງສອນໜ້າ
ຄົງບໍ່ ມີນານຊ້າ ສິກັບມາຢ້ຽມພໍ່ ເຮົາແລ້ວ
ຄົງໄດ້ ເປັນພຣະພຸດທະເຈົ້າ ສະເມີດ້າມດັ່ງທວາຍ ລູກເຮີຍ
ນາງເນັ່ງນ້ອມ ຖວາຍບາດໄອຍະໂກ
ພາເອົາ ກຸມມານຄືນ ສູ່ສະຖານປາງແກ້ວ
ຜາຍຕົນຂຶ້ນ ມຸນທຽນຜາສາດ
ນາງຄັ່ງແຄ້ນ ມະໂນເສົ້າອັ່ງທວງ
ກູນີ້ ທຸກບໍ່ມົ້ວ ຜົວພາກພອຍໜີ
ຄືດັ່ງ ຍິງສາມານ ຊົ່ວຊາມນາມຊ້າ
ພຣະຫາກ ໄປທົງສ້າງ ສີນທັມຖືເພດ ຈິງນັ້ນ
ອົດພໍ ຕ້ານສັ່ງນ້ອງ ຄຳນ້ອຍບໍ່ວ່າສັງ ດອກນາ
ອັນນີ້ພຣະຫາກ ລັກດຸ່ງດັ້ນ ຍາມເມື່ອນອນຫລັບ
ຄືດັ່ງ ເປັນຍິງໂຖງ ໜ່າຍສະອາງຜາງຮ້າຍ
ຍຸດຕິກາບັ້ນ ພິມພາທົງໂສກ
ຕັ້ງແຕ່ນີ້ ໄປໜ້າກ່າວພຣະອົງ ກ່ອນແລ້ວ
5.2 ພົບພຣະເຈົ້າພິມພິສານ.
ອັນວ່າ ພຣະບາດເຈົ້າ ດວງຍອດອົງພຸດໂທ
ນັບແຕ່ ນາຍສັນກັບ ຕ່າວນະຄອນຄືນຫ້ອງ
ຝູງໝູ່ ທັງປວງພ້ອມ ສະວັນພຣົມລາເລິກ
ປະພຣະບາດໄວ້ ແຄມນ້ຳແມ່ນະທີ ແທ້ແລ້ວ
ພຣະຮ່ຳຮູ້ ຄະນິງປ່ອງທາງທັມ
ປວງສັດ ໃນສົງສານ ບໍ່ທ່ຽງຍືນຍາວໝັ້ນ
ລາງເທື່ອນັ້ນ ບໍຣິວານມູນມາກ
ລາງເທື່ອນັ້ນ ທຸກຍາກໄຮ້ນອນແລ້ງຢູ່ ຜູ້ດຽວ
ຄ້ອມວ່າ ພຣະຮ່ຳແລ້ວ ຫລິງລ່ຳສາຂາ ນັ້ນແລ້ວ
ມີໝູ່ ອັມພະວັນ ໝູ່ຂະນຸນໜັງແປ້ນ
ຢາຍຢັງຕົ້ນ ຜົນດົກດີມາກ
ໃບດຸ່ມດົ້ວ ລົມຕ້ອງລ່ວງເຊີຍ
ສູງພຸ່ງພົ້ນ ພະໂຍມເມກມົວຕາ
ອັມພອນພານ ສະເຍືອກໂຍງຍາງໄມ້
ຜົນຫລາຍລົ້ນ ສຸກຊ້ອນແຊມງ່າ
ມີໝູ່ ເຈັຽບ່າງບິ້ງ ບິນແຊ່ວສວາບກິນ
ມີຮົ່ມກວ້າງ ສະຖານພາກພູມພຽງ
ຍາມເມື່ອ ວາໂຍພັດ ລ່ວງລົມເຢັນເນື້ອ
ອົງພຸດໂທຍັ້ງ 3 ວັນທັດທ່ຽງ
ພຣະອົງ ເນົາຢູ່ຄ້າງ ພະນັງໄມ້ປ່າໄພ
ພຣະກໍ ຊົມຊື່ນດ້ວຍ ດອມເພດບັນພະຊາ
ເລີຍເລົ່າ ໄລລາປະ ບໍ່ສະເວີຍຍັງເຂົ້າ
ໂພຊະນາເວັ້ນ ຜະລາຜົນວາງປ່ອຍ
ພີຊະໂພດໝາກໄມ້ ພຣະອົງເຈົ້າກໍບໍ່ສັນ
ພໍເມື່ອ ແສງສູນພົ້ນ ສຸຣິໂຍມື້ໃໝ່
ພຣະອົງ ຍົວຣະຍາດຍ້າຍ ພະເນຜ້າຍລ່ວງລົງ
ຣັດສະມີສ່ອງແຈ້ງ ໄຫລຫລັ່ງເປັນແສງ
ຝູງໝູ່ ສະກຸນານົກ ຕື່ນແຊວຊົມທ້ວງ
ທັງກວາງເນື້ອ ເມີຍໝີເໝືອຍມັ່ງ
ເຂົາກໍ ກົ້ມຂາບໄຫວ້ ມະໂນຊ້ອຍຊື່ນບານ
ພຣະກໍ ຂວ້າມດ່ານໄມ້ ທຽວທ່ອງມັນຄາ
ມີໝູ່ ສາຂາຂຽວ ກ່ອມໃບໄກວຄ້ອມ
ທັງ ຂະຍອມຍາງໄມ້ ບົງຊາງຊຸມໄລ່
30 ໂຍດໄດ້ ທາງດັ້ນລ່ວງຄາວ
ພຣະກໍ ຮອດດ່ານດ້າວ ກຣຸງຣາຊຄຣືຫາ
ເລີຍເລົ່າ ລີລາເດິນ ທ່ຽວຖະນົນຍາມເຊົ້າ
ຕາມຄອງເຈົ້າ ອົງພຸດໂທພາຍບາດ
ເຈົ້າກໍ ເດິນດຸ່ງດັ້ນ ຕາມຈ້າຍຂອກທາງ
ຣັດສະມີເຮືອງແຈ້ງ ຄືດັ່ງດາວພຣະກາຍ
ຊາວນະຄອນເຫັນ ຕື່ນແຊວຊົມທ້ວງ
ລາງຄົນ ຍໍມືນ້ອມ ຊູລີກອນນົບນອບ
ລາງພ່ອງ ຕົກແຕ່ງເຂົ້າ ຂອງໄດ້ຍື່ນຖວາຍ
ພຣະເລົ່າໄດ້ ບິນທິບາດພໍສັນ
ແລ້ວເລົ່າ ທວນຄືນກັບ ຕ່າວນະຄອນທາງເຄົ້າ
ພຣະອົງ ໄປເຊົາຍັ້ງ ສາຂາໂຄນໃຕ້ຮົ່ມ
ທີ່ຢູ່ ທາງນອກຕ້າຍ ນະຄອນກວ້າງຂອກທາງ ເຈົ້າເຮີຍ
ພຣະກໍ ພິຈານແຈ້ງ ປະຕິກູນປັດຈະເວກ
ອັນວ່າ ບິນທິບາດນີ້ ພໍລ້ຽງຊີບຊີວັງ ແທ້ແລ້ວ
ພຣະຮ່ຳແລ້ວ ສະເວີຍໂພດອາຫານ
ຕາມປະເພນີ ແຫ່ງອົງພຸດໂທເຈົ້າ
ອັນວ່າ ເສນາຟ້າວ ຕາມນຳຫລິງລ່ຳ
ເຫັນພຣະ ຫຍຸດຢູ່ຍັ້ງ ເລີຍຕັ້ງຕ່າວຄືນ
ເມືອຂາບເຈົ້າ ພຣະບາດອົງກະສັດ
ພິມພິສານທົງ ຜ່ານນະຄອນເປັນເຈົ້າ
ພຣະຈິ່ງ ພາເອົາໄດ້ ເສນານ້ອຍໃຫຍ່ ມາແລ້ວ
ສະເດັດລ່ວງລ້ຳ ນຳເຈົ້າໜໍ່ພຸດໂທ
ໃນເມື່ອ ເຖິງແຈ່ມເຈົ້າ ອົງປະເສິດນາໂຖ
ຣາຊາ ຍໍມືນົບ ກ່າວກອນກອຍຕ້ານ
ທ່ານນີ້ ເປັນແນວທ້າວ ນະຄອນໃດເດິນເທດ
ປິຕຸເຣດ ທັງເຜົ່າເຊື້ອ ສະກຸນເຄົ້າຊື່ໃດ ນັ້ນເດ
ເມື່ອນັ້ນ ພຣະກ່າວຖ້ອຍ ຕ້ານຕອບຖວາຍພອນ
ອາຕະມາ ເນົານະຄອນກະບິນ ນັ່ງປອງເປັນເຈົ້າ
ນາມກອນເຄົ້າ ກຸມມານສຣີທາດ
ສັກຍະ ເປັນຊາດເຊື້ອ ສະກຸນເຄົ້າເຜົ່າພັນ
ອັນວ່າ ປິຕຸເຣດນັ້ນ ຊັ້ນຊື່ສຣີສຸດໂທ ນັ້ນແລ້ວ
ເຮົາຫາກ ໄລລານະຄອນ ພ່ຳນານຫລາຍມື້
ເມື່ອນັ້ນ ຣາຊາເຈົ້າ ພິມພິສານຊ້ອຍຊື່ນ
ພຣະຫາກ ເປັນກິ່ງກ້ຳ ສະຫາຍແກ້ວແຫ່ງເຮົາ ແທ້ແລ້ວ
ເຊິນພຣະ ຂຶ້ນຜ່ານດ້າວ ກຣຸງຣາຊຄຣືຫາ ນັ້ນທ້ອນ
ຂ້າຈັກ ປັນນະຄອນຫລວງ ແບ່ງເປັນສອງເຈົ້າ
ຂໍພຣະ ອົງທົງສ້າງ ເມືອງຫລວງສະເວີຍຣາຊ
ອາມາດ ທັງໄພ່ຟ້າ ມະໂນຊ້ອຍຊື່ນບານ ພຣະເຮີຍ
ເມື່ອນັ້ນ ອົງພຸດໂທເຈົ້າ ທົງຫົວແຍ້ມພຣະໂອດ
ເຮົາບໍ່ ສັນໂດດດ້ວຍ ເປັນເຈົ້ານັ່ງປອງ ທ່ານເຮີຍ
ເຮົາຈິ່ງ ລະມິ່ງແກ້ວ ສະນົມນາດທັງປວງ
ສະແວງໂພທິຍານ ບໍ່ກ່ຽວການເມືອງບ້ານ
ເມື່ອນັ້ນ ຣາຊາເຈົ້າ ພິມພິສານຕ້ານກ່າວ
ພຣະຫາກ ເດິນດຸ່ງດັ້ນ ສະແວງແກ້ວແກ່ນທັມ
ເມື່ອໃດ ລຸທີ່ແມ້ງ ສົມດັ່ງມະໂນໝາຍ
ຂ້າຜູ້ ທົງນະຄອນຫລວງ ນັ່ງປອງເປັນເຈົ້າ
ສິໄດ້ ຄອງຄອຍຖ້າ ພຣະອົງມາເທດໂຜດ
ເມື່ອໃດ ສົມປະໂຍດແລ້ວ ຢ່າລືມກ້ຳຜ່າຍເຮົາ ທ່ານເຮີຍ
ຄ້ອມວ່າ ສອງກ່າວແລ້ວ ພະຍາຕ່າວຄືນວັງ
ຍັງແຕ່ ອົງນາໂຖ ໜໍ່ໂພທິຍານເຈົ້າ
ພຣະກໍ ເດິນສະເດັດຜ້າຍ ອົງດຽວເດິນປ່ຽວ
ຈິ່ງໄດ້ ໄປພົບພໍ້ ຣັດສີເຈົ້າຮ່ຳຮຽນ
ຢູ່ໃນ ສຳນັກເຈົ້າ ອາລານດາບົດແລະອຸທະກະດາບົດ
ຮ່ຳຮຽນ ບໍ່ມີຍັ້ງ ຈົນວ່າໝົດຄວາມຮູ້ ຣັດສີ
ສິດທິເດດ ປຣະສາດໃຫ້ ຄວາມຮູ້ຄູ່ຊູ່ແນວ
ແຕ່ບໍ່ ເຫັນຮ່ອມຮູ້ ບັນລຸທີ່ທາງທັມ
ຈິ່ງໄດ້ ອຳລາໜີ ດ່ວນປຸນໄປໜ້າ
ເອົາຕົນເຂົ້າ ຄີຣີແຖວເຖື່ອນ
ມີໝູ່ໄມ້ ລຳດົ້ວໃຫຍ່ສູງ
ໃບຊໍ່ຊ້ອງ ລົມເບິກເບີຍປາຍ
ຊະນີນົງຄານ ວ່ອນສຽງສຸດດ້າວ
ມີທັງ ຈັນໄດຕົ້ນ ຈັນແດງເດັຍຣະດາດ
ທົງໝາກລົ້ນ ຫອມເຮົ້າຮ່ອມຜາ
ທີ່ນັ້ນ ເປັນດ່ານດ້າວ ແດນປ່າໄພໜາ
ອຸຣຸເວລາ ເສນານິຄົມເປັນ ຄ່ວງພະລານພຽງກວ້າງ
ມີທັງ ຈັນຈວງຄູ້ ມະນີກາກ້ານເກດ
ປະດັບດອກດົ້ວ ລະອອງອ້າເປັ່ງໄຂ
ເຮື່ອເຮືອງດ້ວຍ ຄັນທະຊາດມາລາ
ກັນນິກາແຊມ ເປັ່ງສີແສງແຈ້ງ
ເຖິງເມື່ອ ຍາມແລງຄ້ອຍ ສຸຣິໂຍອຽງອວ່າຍ
ນົກຄໍເຄົ້າ ຂັນຄ້ອຍແຄ່ຄອນ
ຮົດຮົ່ມເຮື້ອ ຮາວປ່າບັງບົດ
ຟັງຍິນ ສຽງການົກ ສົ່ງລາງຊົມບົ້ງ
ອົງພຸດໂທເຈົ້າ ໂຄຈອນດັ້ນຮອດ
ເຫັນ ສະຖານໃຫຍ່ກວ້າງ ທັງກ້ຽງຮາບພຽງ
ກັບທັງ ມີບໍ່ນ້ຳ ໃສສະອາດເຢັນດີ
ມີທັງ ວາຣີໄຫລ ຫລັ່ງລົງລິນຍ້ອຍ
ໃກ້ ນິຄົມຄາມບ້ານ ພໍງາມເດິນງ່າຍ
ພື້ນຮາບກ້ຽງ ຫິນເຫລື້ອມສ່ອງໃສ
ເປັນຕາ ບຳເພັນສ້າງ ໂພທິຍານສົມໂພດ
ພຣະຈອດຍັ້ງ ເຊົາຫັ້ນພ່ຳພຽນ
ຕື່ນຮຸ່ງເຊົ້າ ສຸຣິໂຍເຮືອງແສງ
ພຣະກໍ ຄຸມຈິວອນ ບາດພາຍເດິນຜາຍ
ຕາມແຖວບ້ານ ຄາເມຕິດຕໍ່ ໄປແລ້ວ
ບິນທິບາດໄດ້ ພຣະອົງເຈົ້າຕ່າວຄືນ
ເຖິງແຫ່ງຫ້ອງ ພູມພາກໄພຂວາງ
ປັດຈະເວກຂະນະທັມ ຄ່ອຍພິຈານແຈ້ງ
ສັນເສັດແລ້ວ ພະແນງເຊິງຂັດຕະໝາດ
ສະມາທິໝັ້ນ ພຣະໄທຕັ້ງຕໍ່ທັມ ເຈົ້າເຮີຍ
5.3 ປັນຈະວັດຄີຂໍບວດ.
ບັດນີ້ ຈັກກ່າວກ້ຳ ພວກທ່ານພຣາມມະນາ
ປັນຈະວັດຄີຄື ພວກພຣາມທັງ 5
ເອົາຕົນເຂົ້າ ບັນພະຊາທົງເພດ
ເດິນດຸ່ງດັ້ນ ເຖິງເຈົ້າໜໍ່ພຸດໂທ
ນົບເນັ່ງນ້ອມ ຍໍມອບຕົນຖວາຍ
ຝູງຂ້າ ຂໍເປັນສິດ ເຝົ້າພຽນຕົນເຈົ້າ
ເມື່ອນັ້ນ ອົງພຸດໂທແຍ້ມ ຈາຣະຈາເຜີຍພຣະໂອດ
ສູທ່ານທ້າວ ປະສົງແທ້ເຍື່ອງດີ
ເຮົາບໍ່ ຂືນຂັດແທ້ ຕາມໃຈຕົວທ່ານ
ເຮົາພໍ ອະນຸຍາດໃຫ້ ຕາມແທ້ແຕ່ໃຈ ນັ້ນທ້ອນ
ທັງຫ້າ ນົບນອບນິ້ວ ຊູລີເກດຍິນດີ
ປັນຈະວັດຄີເນົາ ຢູ່ນຳພຣະອົງເຈົ້າ
ເມື່ອນັ້ນ ອົງພຸດໂທຕັ້ງ ຄວາມພຽນຄັດເຄັ່ງ
ໂພຊະນາມັກນ້ອຍ ປະມານເຄົ້າແມ່ມື ນີ້ແລ້ວ
ພຣະບໍ່ ໄດ້ຢ່ອນຢ້ານ ມໍຣະນາດຄວາມຕາຍ
ມີແຕ່ປຸຖຸຊົນ ບໍ່ອາດທຳນຳໄດ້
ທາງພຣະໄທໝັ້ນ ພາວະນາຫຸ້ມຫໍ່
ພຣະບໍ່ ໄດ້ກ່ຽວກ້ຳ ທາງບ້ານຝ່າຍຫລັງ
ພຣະເລົ່າ ລືມຊາດເຊື້ອ ຄະນາຍາດທັງຫລາຍ
ກັບທັງ ພິມພານາງ ມິ່ງສະມອນທາງບ້ານ
ລືມທັງ ຣາຫຸນນ້ອຍ ປຸດຕາພຽງພຣະເນດ
ສະມະຖະກັມມັດຖານແວດເຝົ້າ ພຣະອົງເຈົ້າປ່ຽນຍາມ
ວິປັດສະນາລ້ອມ ເປັນພົນແຫນແຫ່
ສະມາທິ ເປັນອ້າຍລ້ຽງ ພຽນຕຸ້ມຕອມຮັກສາ
ພຣະນັ່ງນ້ອມ ຂັດຕະໝາດພາວະນາ
ກໍບໍ່ ເຫັນທາງທັມ ຍອດຍານດວງລ້ຳ
ເຈົ້າກໍ ທຳວິທີກັ້ນ ລົມເສັຍບໍ່ໃຫ້ລ່ວງ
ປິດຊ່ອງຊັ້ນ ທວານໄວ້ບໍ່ໃດ້ໄຂ
ລົມລ່ວງເທົ້າ ເອົ້າອັ່ງຫົວສະມອງ
ທົນທຸກ ທໍຣະມານຈິດ ປ່ວງເຊຊວນລົ້ມ
ຝູງໝູ່ ເທວະດາດ້າວ ພະນົມໄພແຖວເຖື່ອນ
ນຶກວ່າ ມໍຣະມິ່ງມ້ຽນ ເມືອຕ້ານຂ່າວສານ
ກັບເພດຜ້ຽງ ພຽງດັ່ງສາລິກາ
ທະຍານເວຫາ ສູ່ນະຄອນເຍືອງຖ້ອຍ
ນົກກໍ ງອຍຈັບໄມ້ ສຸຣະສຽງເອິ້ນກ່າວ
ວ່າດູຣາ ສະມະນັດເທບທ້າວ ສຣີສຸດໂທພູວະນາດ
ອັນວ່າ ລູກພຣະບາດເຈົ້າ ຕາຍຄ້າງປ່າໄພ ເຈົ້າເຮີຍ
ພຣະບາດເຈົ້າ ຕ້ານຕອບສາລິກາ
ນົກຢ່າ ມາພາງຕົວະ ລ່າຍລົມປາຍລິ້ນ
ອັນວ່າ ກຸມມານເຈົ້າ ບາບຸນສຣີທາດ ພຣະອົງນັ້ນ
ຫາກບໍ່ໄດ້ ເປັນພຣະພຸດທະເຈົ້າ ບໍ່ຕາຍແທ້ງ່າຍດາຍ ທ່ານເຮີຍ
ສາລິກາຟັ່ງຟ້າວ ກັບຕ່າວໄພຫລວງ
ອັນວ່າ ບາບຸນຍວງ ໜໍ່ໂພທິຍານເຈົ້າ
ສະລົບໄປໄດ້ ພໍປະມານຄາວໜຶ່ງ
ລົມລ່ວງໄດ້ ພຣະອົງເຈົ້າຕ່າວຄືນ
ເມື່ອນັ້ນ ພະຍາມານຝັ່ງຟ້າວ ເລີຍລ່ວງລົງມາ
ເຈຣະຈາຂານ ກ່າວສອນສຽງແຈ້ງ
ທ່ານຢ່າ ມາມົວບ້າ ທຳພຽນຜອມຈ່ອຍ
ໃຫ້ທ່ານ ປະປ່ອຍຖິ້ມ ທາງນີ້ບໍ່ດີ
ມັນຫາກ ທຸກຍາກລ້ຳ ຕົວກ່ຳຜິວໝອງ
ໃຫ້ທ່ານ ຄືນຄອງເມືອງ ນັ່ງນະຄອນເປັນເຈົ້າ
ໃຫ້ທ່ານ ສະເວີຍຍັງເຂົ້າ ໂພຊະນັງສະນົມແຕ່ງ
ຢ່າໄດ້ ມາຢູ່ຄ້າງ ນອນແລ້ງປ່າໄພ ເຈົ້າເຮີຍ
ເມື່ອນັ້ນ ພຣະບາດຕ້ານ ຂານຕອບພະຍາມານ
ທ່ານຢ່າ ມາຈາຂານ ບໍ່ໃຊ່ຄອງຄຸນແກ້ວ
ອັນວ່າ ໂທໂສນີ້ ໂລພາໂລບລ່າຍ
ເປັນຝ່າຍເບື້ອງ ທາງໝໍ້ແຜ່ນແດງ ທ່ານເຮີຍ
ມານຟັ່ງຟ້າວ ກັບຕ່າວຄືນໜີ ແທ້ແລ້ວ
ຄິດຄະນິງໃນໃຈ ບໍ່ລືມການຮ້າຍ
ຍາມໃດໄດ້ ກູມານສິກັບຕ່າວ
ຜະຈົນເລວຮົບ ສູ່ໄຊໄດ້ດັ່ງໝາຍ ອີກເນີ
5.4 ພະຍາອິນເອົາພິນສາມສາຍມາດີດ.
ບັດນີ້ ຈັກກ່າວເຖິງ
ອິນທິຣາຊໄທ້ ເນົາຢູ່ເມືອງສະວັນ
ສໍຣະຍານເຫັນ ສ່ອງລົງພາຍໃຕ້
ມືຖືໄດ້ ພິນສາມສາຍສຽງມ່ວນ
ທຳໃຫ້ ພຣະບາດເຈົ້າ ຊອມສິ້ງລ່ຳແລ
ອິນຕ່ອຍຕ້ອງ ພິນພາດຕຸຣິຍາງ
ປຸນປຽບ ການບຳເພັນ ພ່ຳພາວະນານ້ອມ
ສາຍໜຶ່ງ ຄັດເຄັ່ງຂ້ອນ ພິນຂາດສາຍທະລາຍ
ທັງບໍ່ ຟັງນວນຫູ ຫ້າວເຫິນສຽງແຫ້ງ
ສາຍສອງນັ້ນ ຍານເສັຍຮາມປະໂຍດ
ຍາມຕ່ອຍຕ້ອງ ພິນເຈົ້າກໍບໍ່ດັງ ເຈົ້າເຮີຍ
ອິນຈິ່ງ ກັບຕ່າວຕັ້ງ ຄຶງເຄັ່ງສາຍກາງ
ເຮັດໃຫ້ ພຽງພໍດີ ດີດພິນສຽງຫ້າວ
ສຸຣະສຽງຈ້າວ ນວນຫູທິພະໂສດ
ທັງບໍ່ ຍານບໍ່ເຄັ່ງ ດັງແມ້ງມ່ວນຫູ
ພຣະບາດເຈົ້າ ຈິ່ງທົງຮ່ຳຫວນເຫັນ
ມັດຊິມາປະຕິບັດ ຈິ່ງປ່ອງທາງທັມໄດ້
ຄວນກູ ທຳພຽນສ້າງ ແຕ່ພໍດີດູປະເສິດ
ມັດຊິມາບອກແຈ້ງ ຫົວຂໍ້ແຫ່ງທັມ ນັ້ນແລ້ວ
ພຣະຈິ່ງ ກັບຕ່າວຕັ້ງ ສະເວີຍໂພດໂພຊະນາ
ມີພຣະກາຍຜິວ ຜ່ອງໃສເຫລືອງເຫລື້ອມ
ພວກທີ່ ບົວຣະບັດເຈົ້າ ຣັດສີສັງເກດ ພຣະອົງແລ້ວ
ເຫັນວ່າ ສັນເຂົ້ານ້ຳ ບໍ່ມີຮູ້ຮ່ອມທັມ ໄດ້ແລ້ວ
ສຣີທາດທ້າວ ມັກມາກພາໂລ
ເລີຍເລົ່າ ໄລຄວາມພຽນ ບໍ່ບຳເພັນໄດ້
ຄວນເຮົາ ໜີໄກເວັ້ນ ວາງເສັຍປະປ່ອຍ
ປະໃຫ້ ສຣີທາດເຈົ້າ ເນົາຫ້ອງຢູ່ຜູ້ດຽວ ນັ້ນທ້ອນ
ເມື່ອນັ້ນ ພຣະບາດເຈົ້າ ນາມໜໍ່ອົງພຸດໂທ
ເຈົ້າກໍ ທຳຄວາມພຽນ ບໍ່ໄລລາເວັ້ນ
ສະມາທິໝັ້ນ ທົງທັມພຽນພ່ຳ
ທຸກກໍຣະກິຣິຍາມາກລົ້ນ ພຣະອົງເຈົ້າພ່ຳພຽນ
ຫລາຍຂວບໄດ້ ຣະດູຖ່າຍແຖມເຖິງ
ຈິ່ງຄ່ອຍ ມີມະໂນໃສ ສ່ອງທາງທັມໄດ້
ເປັນສາຍຊັ້ນ ມັດຊິມາເສັ້ນຊື່
ກາມສຸຂັນລິການຸໂຍກລະເວັ້ນ ສາຍນັ້ນບໍ່ແມ່ນທາງ
ອັດຕະກິລົມຖານຸໂຍກເວັ້ນ ຮາມປະໂຍດບໍ່ມີຜົນ
ຄວນກູ ພຽນທາງຈິດ ຈິ່ງສ່ອງທາງທັມໄດ້
ດົນນານໄດ້ 6 ປີແຖມຖ່າຍ ມາແລ້ວ
ພຣະເລົ່າ ບິນທິບາດໄດ້ ພໍລ້ຽງຊີບຊີວັງ ແທ້ແລ້ວ
ຍຸດຕິກາບັ້ນ ບັນພະຊາທົງເພດ
ຍົກຍື່ນຂໍ້ ຖວາຍໄວ້ທີ່ຄວນ ກ່ອນແລ້ວ
5.5 ນາງສຸຊາດາຖວາຍເຂົ້າມະທຸປາຍາດ.
ບັດນີ້ ຈັກກ່າວກ້ຳ ນ້ອຍອ່ອນສຸຊາດາ ກ່ອນແລ້ວ
ນາງຫາກ ເປັນທິດາ ລູກນາຍກວານບ້ານ
ພົງພັນເຊື້ອ ກະຕຸມພີຍົດໃຫຍ່
ບໍຣິວານຊ່ວງໃຊ້ ຫລາຍຮ້ອຍແຫ່ແຫນ
ທັງມິ່ງແກ້ວ ຣັດຕະນາດເງິນຄຳ
ສົມບັດມູນ ມັ່ງມີມວນພ້ອມ
ນາງນັ້ນ ເນົາໃນບ້ານ ເສນານິຄົມແຄມປ່າ
ບ່ອນທີ່ ພຣະບາດເຈົ້າ ທົງສ້າງພ່ຳພຽນ
ບ້ານໃຫຍ່ກວ້າງ ເຮືອນໄຂວ່ເຈັຍຣະເນັຍ
ຄືດັ່ງ ພາຣາເມືອງ ຄັ່ງຄົນແລງເຊົ້າ
ສ່ວນວ່າ ນາງຄານແກ້ວ ສຸຊາດານ້ອຍນາດ
ປຣາຖະນາລູກແກ້ວ ຊາຍກ້າເກິດດອມ
ອຸດຕະໂມໄດ້ ຊາຍເຊັງຜູ້ປຣະເສິດ
ນາງໄດ້ ສົມມາດແມ້ງ ມະໂນເຈົ້າດັ່ງໝາຍ
ຍາມນັ້ນ ນາງຄານຮູ້ ຄະນິງຄຸນເທວະຮາຊ
ຄວນກູທຳ ມະທຸປາຍາດເຂົ້າ ຖວາຍເຈົ້າຕອບຄຸນ ກ່ອນແລ້ວ
ເມື່ອນັ້ນ ນາງຍື່ນຖ້ອຍ ເຕີນທ່ານໂຄບານ
ໃຫ້ເອົາ ງົວໄປກິນ ຍອດສະເອນດົງກວ້າງ
ເພື່ອໃຫ້ ຂີຣານ້ຳ ນົມຫວານເອມໂອດ
ພໍເມື່ອ ວັນຄ່ຳຄ້ອຍ ງົວຕັ້ງຕ່າວມາ
ນົມຕຸ່ມຕັ້ງ ໄຫລຫລັ່ງເປັນສາຍ
ນາງຄານ ຍໍພານຄຳ ໂຕ່ງເອົາຍັງນ້ຳ
ສຣີສະງວນນ້ອຍ ມະໂນໃສຊ້ອຍຊື່ນ
ຈິ່ງໄດ້ ກວນໃສ່ໝໍ້ ຍໍຕັ້ງຫວ່າງເຕົາ
ພໍເມື່ອ ການເສັດແລ້ວ ໂພຊະນາມ້ຽນແຈບ
ມະທຸປາຍາດເຂົ້າ ນາງມ້ຽນມັດດີ
ກິ່ນຟຸ້ງຟົ້ນ ຫອມທົ່ວຄາເມ
ຊາວຊົນແຖວ ກ່າວຊົມຍໍຍ້ອງ
ຍາມນັ້ນ ນັກຂັດຕຣັກລ້ຳ ພຣະຈັນຜ່ອງເພັງແສງ
ເດືອນຫົກເພັງ ເປັ່ງແສງໃສແຈ້ງ
ຣັດສະມີຜ່ອງ ຜາຍລົງໂລກລຸ່ມ
ເຮືອງເຮື່ອຖ້ວນ ພະນາພື້ນປ່າພະນອມ
ບັດນີ້ ຈັກກ່າວເຖິງ
ໂພທິຍານເຈົ້າ ເນົານອນໃນກາງປ່າ ກ່ອນແລ້ວ
ພຣະກໍ ໄສຍາດເຍື້ອນ ເດິກຂ້ອນເລົ່າຝັນ
ຝັນວ່າ ພູມພາກພື້ນ ດິນໃຫຍ່ພຣະສຸທາ
ບັງເກິດ ເປັນຕຽງທອງ ເສື່ອຄຳແກມແກ້ວ
ອົງພຸດໂທເຈົ້າ ເນົານອນກ້ຽງອ່ອນ
ຝັນວ່າ ຫິມະພານໃຫຍ່ກວ້າງ ເປັນແກ້ວໜ່ວຍໝອນ
ເຮືອງຮຸ່ງແຈ້ງ ໃສສ່ອງເປັນແສງ
ມີສັນຖານຜ້ຽງ ດັ່ງສຳລີຝ້າຍ
ຝັນວ່າ ພຣະຫັດຖາເຈົ້າ ທັງສອງຍາວຍິ່ງ
ແຂນໜຶ່ງ ໄປຝ່າຍເບື້ອງ ປັດສິມກ້ຳນາກຫລວງ
ກ່າຍແມ່ນ້ຳ ຫລາຍຍ່ານສັງຂະຍາ
ແຂນໜຶ່ງ ໄປບົວຣະພາ ແມ່ກະແສແສນທ້າງ
ຝັນວ່າ ບາທາເທົ້າ ທັງສອງຍາວຫຍຽດ
ຈຸກາບຟ້າ ຫົນເບື້ອງຝ່າຍທັກຂິນ
ຝັນວ່າ ສຽນພຣະບາດເຈົ້າ ລອຍບິນເມືອເໜືອ
ທາງອຸດອນ ຝ່າຍກຸຍຊະໂຣຊ້າງ
(2)ຝັນວ່າ ຕີນຫຍຽບຫຍ້າ ໃບຍວງແຜດອ່ອນ
ບັງເກິດຂຶ້ນ ມານີ້ຍອດງາມ
ນັບອ່ານໄດ້ ພໍໂຍດຍາວໄກ
(3)ຝັນວ່າ ບາທາເທົ້າ ຕີນພຣະອົງພູວະນາດ
ຣັດສະມີເຮື່ອເຫລື້ອມ ທຽມແກ້ວສ່ອງແສງ
ກິມິຊາດເຊື້ອ ເຫລືອລົ້ນໝູ່ໜອນ
ຕາມໄຕ່ພື້ນ ຊານຸມາດມົນທົນ
(4)ຝັນວ່າ ສະກຸນານົກ ຕ່າງພັນພົງເຊື້ອ
ເຫລືອຫລາຍລົ້ນ ຂາວເຫລືອງດຳດ່າງ
ມາແຕ່ ທາງ 4 ຂ້າງ ຫົນໃຕ້ແລະເໜືອ
ທັງສ່ຳພ້ອມ ຊູລີກາບບັງຄົມ
(5)ຝັນວ່າ ພຣະອົງເດິນຈົມກົມ ໄຕ່ເຂົາຫລວງກວ້າງ
ປະຕິກູນດ້ວຍ ອາຈົມເໝັນເນົ່າ
ພື້ນພຣະບາດເຈົ້າ ບໍ່ມີເປຶ້ອນກິ່ນເໝັນ ແທ້ແລ້ວ
ພໍເມື່ອ ແສງສະວ່າງດ້າວ ພຣະອົງຕື່ນບັນທົມ
ພຣະໄທທົງຄຶດ ຮ່ຳຄະນິງຕອງແຈ້ງ
ຫາກກູ ເນົານະຄອນຫ້ອງ ປາງຄຳຜາສາດ
ຝັນ ປະຫລາດຢ່າງນີ້ ຈະທັນເຖົ້າທ່ານໂຫນ ແທ້ແລ້ວ
ທັງກິ່ງແກ້ວ ປິຕຸເຣດມານດາ
ກູຫາກ ໄກພາຣາ ເຜົ່າພົງພັນເຊື້ອ
ເນົາຢູ່ ໃນໄພກວ້າງ ເອົາກວາງເປັນໝູ່
ເຮົາຢູ່ ໃນປ່າກວ້າງ ໄກຂ້າງທ່ານໂຫນ ແທ້ແລ້ວ
ຄ້ອມວ່າ ພຣະຮ່ຳແລ້ວ ເລັງສ່ອງສໍຣະຍານ
ອັນວ່າ ອາການຝັນ ແຫ່ງກູດີລ້ຳ
ຄຳພຣະໄທຕັ້ງ ກູໝາຍສົມປະໂຍດ ຈິງແລ້ວ
ສັບພັນຍູບໍ່ມົ້ມ ເປັນເຈົ້າໜໍ່ພຸດໂທ ແທ້ແລ້ວ
ສັດຢູ່ ໃຕ້ລຸ່ມຟ້າ ພ້ອມພ່ຳທັງມວນ
ເອັງຊູລີນົບ ຂາບກູທັງຄ້າຍ
ສິໄດ້ ເທສະນາຊີ້ ພຣະທັມໂມສອນສັ່ງ
ອະພິທັມຍອດແກ້ວ ກູສິໄດ້ສັ່ງສອນ ແທ້ແລ້ວ
ຄ້ອມວ່າ ພຣະຮ່ຳແລ້ວ ສຸຣິເຍດເຮືອງແສງ
ພຣະກໍ ແຍງໂພໄຮ ຮົ່ມງາມເງົາກວ້າງ
ຣັດສະມີເຫລື້ອມ ຢາຍຢັງໄຫລຫລັ່ງ
ປະທັກຂິນແວດລ້ອມ ວຽນອ້ອມຮົ່ມໄຮ
ເຮືອງເຮື່ອແຈ້ງ ເຢັນສ່ອງໃສແສງ
ໃບໂພເຫລືອງ ດັ່ງດຳເຮືອງເຂັ້ມ
ຍຸດຕິກາບັ້ນ ອົງພຸດໂທໄວ້ກ່ອນ
ຕັ້ງແຕ່ນີ້ ໄປໜ້າສິກ່າວນາງ ກ່ອນແລ້ວ
ເມື່ອນັ້ນ ສຣີສະອາດແກ້ວ ນ້ອຍນາດສຸຊາດາ
ພໍເມື່ອ ວັນສູຣະແສງ ແຕ່ງຕົນດາເນື້ອ
ນາງກໍ ປຸນສາວໃຊ້ ໄປເປຶອງເຣວຮີບ
ເຈົ້າຈົ່ງ ໄປກວາດໃຕ້ ໄຮກວ້າງຮົ່ມງາມ
ເມື່ອນັ້ນ ສາວຊ່ວງໃຊ້ ຮີບເຮັ່ງເຣວເປືອງ
ປຸນນະທາສີນາງ ວ່ອງໄວຄົນໃຊ້
ເຖິງທີ່ ສາຂາໄມ້ ໂພໄຮຫລິງລ່ຳ
ຕົກຂະມ່າຢ້ານ ເຫັນເຈົ້າໜໍ່ພຸດໂທ
ຣັດສະມີເຮື່ອແຈ້ງ ຄັບຄ່ວງໂພໄຮ
ປຸນນະທາສີນາງ ຕ່າວຄືນມິຊ້າ
ເມືອເຖິງແກ້ວ ສຸຊາດານ້ອຍນາດ
ນາງກ່າວຕ້ານ ທັງຢ້ານສັ່ນສາຍ
ຂໍໃຫ້ ພຣະແມ່ເຈົ້າ ຮີບເຮັ່ງເຣວເປືອງ
ເທວະດາເຊົາ ຮົ່ມໂພຄອຍຖ້າ
ເມື່ອນັ້ນ ນາງຄານນ້ອຍ ສຸຊາດາຊ້ອຍຊື່ນ
ປະດັບແຕ່ງເນື້ອ ສະໄບບິງບ່ຽງແພ
ຝູງໝູ່ ສາວຊ່ວງໃຊ້ ໄຫລຫລັ່ງຕາມຫລັງ
ນາງກໍ ຍໍໄຕຄຳ ລ່ວງທາງທັງຟ້າວ
ເຖິງຈອມເຈົ້າ ອົງພຸດໂທໃຕ້ຮົ່ມ
ນາງລ່ຳຢ້ຽມ ມະໂນຊ້ອຍຊື່ນຊົມ
ນາງກໍ ນຶກວ່າທ້າວ ເທວະຣາຊແນວໄພ
ມາຄອຍ ກິນພະລີກັມ ເຄື່ອງນາງນົງນ້ອຍ
ນາງກໍ ເອົາຍັງເຂົ້າ ໂພຊະນັງຍໍຍື່ນ
ມະທຸປາຍາດເຂົ້າ ຍໍຂຶ້ນຍົກຖວາຍ
ເມື່ອນັ້ນ ພຣະບາດເຈົ້າ ອົງຍອດນາໂຖ ພຣະອົງນັ້ນ
ຍາມນັ້ນ ປັດໂຕຫາຍ ບາດສູນເສັຍສ້ຽງ
ນາງຄານນ້ອຍ ເຫັນພຣະອົງມືເປົ່າ
ເລີຍຖະແລງກ່າວເວົ້າ ດອມເຈົ້າໜໍ່ພຸດໂທ
ຂໍໃຫ້ ພຣະບາດເຍື້ອນ ຮັບໂພດໂພຊະນັງ
ກັບທັງ ພາພານຄຳ ຂ້າຖວາຍຈອມເຈົ້າ
ແມ່ນວ່າ ຣາຄາລົ້ນ ແສນຄຳຄວນຄ່າ ກໍດີທ້ອນ
ຂ້າຂໍ ຖວາຍແຈ່ມເຈົ້າ ໄປໃຊ້ເຄື່ອງກິນ
ເພາະວ່າ ລຸທີ່ແມ້ງ ສົມດັ່ງມະໂນໝາຍ
ຄືດັ່ງ ປະນິທານຄຳ ປຣາຖະນາຂອງຂ້າ
ເມື່ອນັ້ນ ອົງພຸດໂທໄດ້ ໄຕຄຳນາງນາດ
ກັບທັງ ມະທຸປາຍາດເຂົ້າ ນາງນ້ອຍນອບຖວາຍ
ເມື່ອນັ້ນ ນາງກໍ ນົບເນັ່ງນ້ອມ ລາຈາກອົງພຸດໂທ
ທັງທາສີ ຕ່າວຄືນຫາຫ້ອງ
ເມື່ອເຖິງບ້ານ ເຮືອນຫໍສະງົບຢູ່
ເພາະວ່າ ທານທອດເຂົ້າ ພະລີເບື້ອງບ່ອນບຸນ ເຈົ້າເຮີຍ
ອັນວ່າ ພຣະບາດເຈົ້າ ຕົນປະເສິດນາໂຖ
ພຣະກໍພິຈາຣະນາ ຮ່ຳຄະນິງຄອງແກ້ວ
ພຣະກໍ ປຸນເປັນປັ້ນ ໂພຊະນັງປັນສ່ວນ
ສີ່ສິບເກົ້າກ້ອນ ພໍດ້າມຄ່ອງງາມ
ພຣະເລົ່າເຍື້ອນ ສະເວີຍໂພດພໍສັນ
ບະບວນໝົດ ຊູ່ຄຳເສັດສ້ຽງ
ພຣະໄທທວງເຈົ້າ ມະໂນໃສຊ້ອຍຊື່ນ
ກູສິໄດ້ ເປັນພຣະພຸດທະເຈົ້າ ວັນນີ້ບໍ່ສົງ ແທ້ແລ້ວ
5.6 ສ່ຽງບາຣະມີ.
ຄ້ອມວ່າ ພຣະຮ່ຳແລ້ວ ກໍເສງສ່ຽງບາຣະມີ
ພຣະກໍ ແຍງສາຍຊົນ ແມ່ນະທີວັງກວ້າງ
ຕາມຄອງເຈົ້າ ອົງພຸດໂທແຕ່ເກົ່າ
ພຣະກໍ ແຍງແມ່ນ້ຳ ຕາມເຈົ້າແຕ່ຫລັງ
ພຣະອົງ ເລີຍເລົ່າຕັ້ງ ພຣະໄທສ່ຽງລອງດູ
ກູຫາກ ປາຣະມີເຖິງ ທ່ຽງໃນວັນນີ້
ສິໄດ້ ເປັນອົງເຈົ້າ ສັບພັນຍູສອນສັ່ງ
ຂໍໃຫ້ ຖາດລ່ອງນ້ຳ ໄຫລຂຶ້ນຝ່າຍເໜືອ
ຢ່າໄດ້ ໄຫລລ່ອງນ້ຳ ຕາມແມ່ກະແສສິນ
ພຣະກໍ ວາງໄຕຄຳ ສູ່ນະທີວັງກວ້າງ
ຖາດກໍ ເລີຍໄຫລຂຶ້ນ ທວນກະແສລອຍລ່ອງ
ພຣະກໍທອດ ພຣະເນດຢ້ຽມ ຕາສິ້ງລ່ຳແລ
ຖາດລ່ອງນ້ຳ ແລ້ວເລົ່າເລີຍຈົມ
ລົງໄປ ເຖິງນາຄາ ນາກຫລວງພາຍໃຕ້
ໄປວາງຊ້ອນ ໄຕຄຳຖາດເກົ່າ
ຂອງພຣະພຸດທະເຈົ້າ ອົງເຄົ້າແຕ່ຫລັງ ນັ້ນແລ້ວ
ອັນວ່າ ການນາກທ້າວ ສະດຸ້ງຕື່ນບັນທົມ
ໄດ້ຍິນ ສຽງໄຕຄຳ ເລົ່າມືນຕາຢ້ຽມ
ອັນວ່າ ວັນວານນີ້ ອົງພຸດໂທລົງເກິດ
ນອນບໍ່ ທັນອິ່ມໄດ້ ວັນນີ້ພະລັນກໍມີສອງ ແທ້ນໍ
ພະຍາ ນາກກ່າວແລ້ວ ພຣະໄທຊື່ນຊົມບານ
ເລີຍເລົ່າ ບັນທົມຫລັບ ບໍ່ອິ່ມຕາຕົນໄດ້
ອັນວ່າ ອົງພຸດໂທຢ້ຽມ ໄຕຄຳຊ້ອຍຊື່ນ
ສັບພັນຍູບໍ່ມົ້ມ ວັນນີ້ແມ່ນຍາມ ແທ້ແລ້ວ
ພຣະຮ່ຳແລ້ວ ສະເດັດສູ່ດົງຮັງ
ເອົາຕົນເຖິງ ເຖື່ອນພະນອມໄພກວ້າງ
ມີໝູ່ ສາຂາໄມ້ ຮຽງງາມຮັງຮົ່ມ
ໃບຊໍ່ຊ້ອງ ລະອອງແຍ້ມເປັ່ງໄຂ
ລຽນກ່າຍຕົ້ນ ປຸນດັ່ງຄົນແປງ
ຍາມເມື່ອ ວາໂຍພັດ ຮ່ວງໂຮຍຮຳພື້ນ
ຫອມສະເທືອນຟົ້ງ ດົງຮັງໂພປ່າ
ບາງພ່ອງ ຈີຈໍ່ແຍ້ມ ບານບ້າງແບ່ງສີ
ທຸກສ່ຳເຊື້ອ ຝູງໝູ່ພຸມມະຣີ
ເຊີຍຊົມສະງວນ ກິ່ນລະອອງດວງໄມ້
ມີທັງ ມະທຸກາເຜິ້ງ ແຕນຕອງແກມຕໍ່
ບິນລ່ວງຕ້ອງ ຊົມໄມ້ກິ່ນຫອມ ແທ້ແລ້ວ
ສຽງຮື່ນກ້ອງ ລະງົມເມກພາຍບົນ
ຄືດັ່ງ ດົນຕຣີທິບ ກ່ອມພຣະອິນເທິງຟ້າ
ອັນວ່າ ສາຂາໄມ້ ຮັງງາມຄ້ອມອ່ອນ
ເອັງຊູລີເນັ່ງນ້ອມ ພຣະອົງເຈົ້າຊູ່ລຳ ແທ້ແລ້ວ
ເໝືອນດັ່ງ ມີປາກຕ້ານ ເຊິນໜໍ່ອົງພຸດໂທ
ໃຫ້ພຣະ ຊົມພໍໃຈ ກິ່ນລະອອງດວງໄມ້
ອັນວ່າ ປັກສາເຊື້ອ ສະກຸນາກີ້ກ່າງ
ເຂົາກໍ ຮ້ອງສົ່ງເຈົ້າ ລະງົມເອົ້າປ່າຮັງ
ພຣະບາດເຈົ້າ ຄະນິງຮ່ຳຫວນເຫັນ
ອັນວ່າ ໂພໄຊມີ ຮົ່ມງາມເງົາກວ້າງ
ເປັນທີ່ ບັງລົມຕ້ອງ ອົງພຸດໂທຫລິງລ່ຳ
ຕັ້ງຢູ່ ຂົງເຂດດ້າວ ກາງພື້ນແຜ່ນດິນ
ພຣະບາດເຈົ້າ ສະເດັດຈາກດົງຮັງ
ໄປສູ່ ໂພໄຊສະຖານ ຮົ່ມງາມເງົາກວ້າງ
ພໍເມື່ອ ເວລາລ້ຳ ອັດສະດົງຄ້ອຍຄ່ຳ
ເທບແຫລ່ງຫລ້າ ສະວັນຟ້າລ່ວງລົງ
ອິນທິຣາຊເຈົ້າ ເຕີນປ່າວເທວາ
ສະຕະສະຫັດສະພ້ອມ ຈັກກະວານໂລກອື່ນ
ພຣະພຣົມ 4 ໜ້າ ມາພ້ອມພ່ຳມວນ
ຈະຕຸໂລກທ້າວ ທັງ 4 ຣາຊາ
ເອົາກັນມາ ຈາກສວງສະວັນຟ້າ
ທັງປວງຫ້ອງ ຈັກກະວານຂົງເຂດ
ເທບທ່ອນທ້າວ ທັງຄ້າຍລ່ວງມາ
ນຶກຢາກ ເຫັນແຈ່ມເຈົ້າ ເປັນໜໍ່ອົງພຸດໂທ
ມີມື ຖືມາລາ ທູບທຽນຂອງໄຕ້
ບາງພ່ອງ ຖືທຸງຝ້າຍ ທຸງໄຊໄກວແກວ່ງ
ຣັດສະມີ ຢາດ ໆ ຍ້ອຍ ເຕັມພື້ນແຜ່ນໄຕ
ຝູງໝູ່ ເທບທ່ອນທ້າວ ພຣະໄທຊື່ນຊົມບານ
ບໍ່ອາດ ຄະນະນານັບ ດັ່ງຊາຍກາງແກ້ງ
ບາງພ່ອງ ແປງຕົນເອ້ ເປັນຊາຍນ້ອຍໜຸ່ມ
ປະດັບເຄື່ອງຍ້ອງ ງາມລະຫ້ອຍເກິ່ງກັນ
ມີມື ຖືດອກໄມ້ ທຸງຊໍ່ເປັນແຖວ
ສະເວຕະສັດ ທັງຈຳມອນ ຢູ່ຢາຍຢັງລ້ອມ
ອິນກໍ ເນຣະມິດໃຫ້ ຖະນົນທາງກວ້າງໃຫຍ່
ໄປຈອດ ເຖິງຮົ່ມໄມ້ ໂພໄຊກວ້າງຄ່ວງພຽງ
ບາງພ່ອງ ຕົກແຕ່ງຕັ້ງ ປະດັບຍອດໂພໄຊ
ຢາຍເປັນແຖວ ໝູ່ມາລາແກ້ວ
ໂພຄຳເຫລື້ອມ ແສງໃສຍ້ອຍຢາດ
ຄືດັ່ງ ກາລະພຣຶກໄມ້ ເທິງຟ້າຝ່າຍສະວັນ ນັ້ນແລ້ວ
ທຸກເຜົ່າເຊື້ອ ສຸບັນນາກນາຄາ
ເມຂະລາ ທັງອີສູນ ຊູ່ພາຍລົງເຕົ້າ
ຈັກກະວານຫ້ອງ ທັງປວງໄຫວຫວັ່ນ
ດອກ ມົນທາຢູ່ຟ້າ ສະວັນພູ້ນຫວ່ານລົງ
ອາກາດກວ້າງ ມົວມືດບັງບົດ
ບັງເກິດ ເປັນຝອຍຝົນ ກາບລະອອງດວງໄມ້
ໄຫລລົງພື້ນ ພຣະສຸທາເຮືອງເຮື່ອ
ເມຄະລາແກວ່ງແກ້ວ ແສງເຫລື້ອມສ່ອງໃສ
ເມື່ອນັ້ນ ພຣະບາດເຈົ້າ ສະເດັດສູ່ໂພໄຊ
ຟັງສຽງ ດົນຕຣີທິບ ເສບຣະງົມງັນກ້ອງ
ຝູງໝູ່ ເທວະດາດ້າວ ຕາມພຣະອົງແຫນແຫ່
ບາງພ່ອງ ຢືນຢູ່ຂ້າງ ຖະນົນກວ້າງຂອກທາງ
ຍາມນັ້ນ ໂສຕະຖິຍະພຣາມດຸ່ງດັ້ນ ເດິນທ່ອງແຖວສະຖານ ທີ່ນັ້ນ
ໄປພົບ ຕິນນັງງາມ ຫຍ້າຄາພຽງພ້ອມ
ພຣາມກໍ ບາຍເອົາຫຍ້າ ຄາງາມທັງ 8
ມັດເປັນ ກຳ 8 ຖ້ວນ ຈິ່ງເດິນດັ້ນດຸ່ງທາງ
ພົບພຣະບາດເຈົ້າ ດວງຍອດໂພທິຍານ
ໃນກາງທາງ ລະຫວ່າງຈອນເດິນດັ້ນ
ຈິ່ງເກິດ ສັດທາເຫລື້ອມ ມະໂນໃສຊ້ອຍຊື່ນ
ຈິ່ງໄດ້ ຍົກຍື່ນຫຍ້າ ຖວາຍນ້ອມ 8 ກຳ
ພຣະຮັບແລ້ວ ກໍເດິນດຸ່ງມັນຄາ
ເຖິງຣຸກໂຂໂຄນ ຮົ່ມໂພໄຊກວ້າງ
ປະທັກຂິນວຽນລ້ອມ ຄ່ວງໂພຣຸກຂະຊາດ
3 ຮອບຖ້ວນ ຕາມຍ້ຽງຢ່າງເດິມ
ແລ້ວຈິ່ງວາງຍັງ 8 ກຳຫຍ້າ ຄາວາງພື້ນແຜ່ນ
ທາງທິດດ້ານ ບົວຣະພາກ້ຳສ່ຽງເສ່ງ
ຖ້າບໍ່ ລຸທີ່ແມ້ງ ເປັນເອກອົງພຸດໂທ
ມັງສັງ ທັງໂລຫິດ ສິເສື່ອມຫາຍກໍຕາມແລ້ວ
ເຮົາບໍ່ ລີລາຍ້າຍ ບັນລັງພຣະທີ່ນັ່ງ
ພຣະກໍ ສະມາທິໝັ້ນ ມະໂນເຈົ້າບໍ່ຫວັ່ນໄຫວ
ເມື່ອນັ້ນ ເທວະດາພ້ອມ ອິນພຣົມຍົມມະຣາຊ
ຍົກຍື່ນນິ້ວ ປຣະນົມໄວ້ຫວ່າງສຽນ
ບາງພ່ອງ ຈູດທູບໄຕ້ ເຮືອງຮຸ່ງເປັນສາຍ
ສັນລະເສິນຄຸນ ແຫ່ງອົງພຸດໂທເຈົ້າ
ຍຸດຕິກາບັ້ນ ອົງພຸດໂທທົງແທ່ນ
ຖວາຍແກ່ ນັກປຣາດເຈົ້າ ພໍຮູ້ຮ່ຳຄະນິງ ແດ່ທ້ອນ ໆ
ຜູກທີ່ 6
6.1 ລູກສາວພະຍາມານ 3 ນາງມາສະແດງມາຍາ.
ບັດນີ້ ຈັກກ່າວກ້ຳ ຫິນໂຫດພະຍາມານ ກ່ອນແລ້ວ
ນັບແຕ່ ທຽວສົງສານ ກໍ່ເວນວຽນໃຊ້
ອັນວ່າ ເພນີພື້ນ ພຣະສຸທາໄຫວຫວັ່ນ
ຟ້າແຜດກ້ອງ ຄະນອງບ້າເປັ່ງສຽງ
ທຸກທົ່ວດ້າວ ສຽງສະນັ່ນນັນເນືອງ
ມານກໍ ແນມຕາທິບ ສ່ອງລົງທາງພື້ນ
ເຫັນແຕ່ ບາບຸນທ້າວ ກຸມມານສຣີທາດ
6.1 ລູກສາວພະຍາມານ 3 ນາງມາສະແດງມາຍາ.
ບັດນີ້ ຈັກກ່າວກ້ຳ ຫິນໂຫດພະຍາມານ ກ່ອນແລ້ວ
ນັບແຕ່ ທຽວສົງສານ ກໍ່ເວນວຽນໃຊ້
ອັນວ່າ ເພນີພື້ນ ພຣະສຸທາໄຫວຫວັ່ນ
ຟ້າແຜດກ້ອງ ຄະນອງບ້າເປັ່ງສຽງ
ທຸກທົ່ວດ້າວ ສຽງສະນັ່ນນັນເນືອງ
ມານກໍ ແນມຕາທິບ ສ່ອງລົງທາງພື້ນ
ເຫັນແຕ່ ບາບຸນທ້າວ ກຸມມານສຣີທາດ