ທັມມະລາວ
  • ໜ້າຫລັກ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  • ໜ້າຫລັກ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  ທັມມະລາວ

ປັນພະຊິຕະອະພິນຫະປັຈຈະເວກຂະນະປາຖະ

( ບົດສຳຫລັບພຣະພິກຂຸ - ສາມະເນນທຸກຮູປໃຊ້ເຕືອນຕົນເອງ )

( ຫັນທະ ມະຍັງ ປັນພະຊິຕະອະພິນຫະ ປັຈຈະເວກຂະນະປາຖັງ ພານາມະ ເສ )

ທະສະ ອິເມ ພິກຂະເວ ທັມມາ,  
ດູກ່ອນພິກຂຸທັງຫລາຍ, ທັມທັ້ງຫລາຍ 10 ປະການເຫລົ່ານີ້ ມີຢູ່        

ປັນພະຊິເຕນະ ອະພິນຫັງ ປັຈຈະເວກຂິຕັພພາ
ເປັນທັມທີ່ບັນພະຊິຕຄວນພິຈາຣະນາໂດຍແຈ່ມຊັດຢູ່ເນື່ອງນິຈ,

ກະຕະເມ ທະສະ,  
ທັມທັ້ງຫລາຍ 10 ປະການນັ້ນ ເປັນຢ່າງໃດເລົ່າ ?
 
1. ບັນພະຊິຕຄວນພິຈາຣະນາເນື່ອງໆວ່າ, ບັດນີ້ເຮົາມີເພສຕ່າງຈາກຄະຣຶຫັດແລ້ວ, ອາການກິຣິຍາໃດໆຂອງສະມະນະ,ເຮົາຈະຕ້ອງທຳອາການກິຣິຍານັ້ນໆ

2. ບັນພະຊິຕຄວນພິຈາຣະນາເນື່ອງໆວ່າ, ຄວາມລ້ຽງຊີວິດຂອງເຮົາເນື່ອງດ້ວຍຜູ້ອື່ນ ເຮົາຄວນທຳຕົວໃຫ້ເຂົາລ້ຽງງ່າຍ,

3. ບັນພະຊິຕຄວນພິຈາຣະນາເນື່ອງໆວ່າ, ອາການ ກາຍວາຈາຢ່າງອື່ນທີ່ເຮົາ ຈະຕ້ອງເຮັດໃຫ້ດີຂຶ້ນໄປກວ່ານີ້ຍັງມີຢູ່ອີກ,ບໍ່ແມ່ນພຽງເທົ່ານີ້,

4. ບັນພະຊິຕຄວນພິຈາຣະນາເນື່ອງໆວ່າ, ຕົວຂອງເຮົາເອງ ຕິຕຽນເຮົາເອງໂດຍສີລໄດ້ຫລືບໍ່,

5. ບັນພະຊິຕຄວນພິຈາຣະນາເນື່ອງໆວ່າ, ຜູ້ຮູ້ໄຄ່ຄວນແລ້ວຕິຕຽນເຮົາໂດຍສີລໄດ້ຫລືບໍ່,

6. ບັນພະຊິຕຄວນພິຈາຣະນາເນື່ອງໆວ່າ, ເຮົາຈະຕ້ອງພັດພາກຈາກຂອງຮັກ ຂອງມັກທັ້ງນັ້ນ,

7. ບັນພະຊິຕຄວນພິຈາຣະນາເນື່ອງໆວ່າ, ເຮົາມີກັມເປັນຂອງຕົວ, ເຮົາທໍາດີຈັກໄດ້ດີ ທຳຊົ່ວຈັກໄດ້ຊົ່ວ,

8. ບັນພະຊິຕຄວນພິຈາຣະນາເນື່ອງໆວ່າ, ວັນຄືນລ່ວງໄປ ລ່ວງໄປ ບັດນີ້ເຮົາເຮັດຫຍັງຢູ່​,

9. ບັນພະຊິຕຄວນພິຈາຣະນາເນື່ອງໆວ່າ, ເຮົາຍິນດີໃນທີ່ງຽບຫລືບໍ່​,

10. ບັນພະຊິຕຄວນພິຈາຣະນາເນື່ອງໆວ່າ, ຄຸນວິເສດຂອງເຮົາມີຢູ່ຫລືບໍ່, ທີ່ຈະທຳໃຫ້ເຮົາເປັນຜູ້ບໍ່ເກີ້ເຂີນ, ໃນເວລາເພື່ອນບັນພະຊິຕ ຖາມໃນກາລພາຍຫລັງ.

Picture


-<
ກັບຄືນໜ້າບົດສູດມົນ