ທັມມະລາວ
  • ໜ້າຫລັກ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  • ໜ້າຫລັກ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  ທັມມະລາວ
ພຣະຄາຖາຊິນນະບັນຊອນ

ປຸຕຕະກາໂມລະເພປຸຕຕັງ    ທະນະກາໂມລະເພທະນັງ

ອັຕຖິກາເຍກາຍະຍາຍະ     ເທວານັງປິຍະຕັງສຸຕຕະວາ.

 
1. ຊະຍາສະນາຄະຕາ ພຸທທາ          ເຊຕະວາ ມາຣັງ ສະວາຫະນັງ
ຈະຕຸສັຈຈາສະພັງ ຣະສັງ              ເຍປິວິງສຸ ນະຣາສະພາ

ພຣະພຸທເຈົ້າແລະພຣະນະຣາສະພາທັງຫລາຍຜູ້ປະທັບນັ່ງແລ້ວເທິງຊັຍບັນລັງ ຊົງພິຊິຕ ພຣະຍາມາຣາທິຣາຊ ຜູ້ມີພ້ອມດ້ວຍເສນາຣາຊພາຫະນະແລ້ວ ສເວີຍ ອະມະຕະຣົສ ຄື ອະຣິຍະສັຈທັມທັ້ງສີ່ປະການເປັນຜູ້ນຳສັພສັຕວ໌ ໃຫ້ຂ້າມພົ້ນຈາກກິເລສແລະກອງທຸກຂ໌;

2. ຕັນຫັງກະຣາທະໂຍ ພຸທທາ          ອັຕຖະວີສະຕິ ນາຍະກາ
ສັພເພ ປະຕິຕຖິຕາ ມັຍຫັງ            ມັຕຖະເກ ເຕ ມຸນິສສະຣາ

ມີ 28 ພຣະອົງຄ໌ຄື ພຣະຜູ້ຊົງພຣະນາມວ່າ ຕັນຫັງກອນເປັນອາທິ ພຣະພຸທເຈົ້າຜູ້ຈອມມຸນີທັ້ງໝົດນັ້ນ;

3.​ ສີເສ ປະຕິຕຖິໂຕ ມັຍຫັງ ພຸທໂທ ທັມໂມ ທະວິໂລຈະເນ ສັງໂຄ ປະຕິຕຖິໂຕ ມັຍຫັງ ອຸເຣ ສັພພະຄຸນາກະໂຣ
ພຣະພຸທເຈົ້າປະດິສຖານເທິງຫົວຂອງຂ້າພະເຈົ້າແລ້ວ ຂໍອັນເຊີນພຣະທັມມາປະດິສຖານທີ່ດວງຕາທັ້ງສອງຂອງຂ້າພະເຈົ້າ ຂໍອັນເຊີນພຣະສົງຄ໌ ຊຶ່ງເປັນບໍ່ເກີດແຫ່ງຄວາມດີທຸກປະການ ມາປະດິສຖານທີ່ອຸຣະຂອງຂ້າພະເຈົ້າ;
           
4. ຫະທະເຍ ເມ ອະນຸຣຸທໂທ ສາຣີປຸຕໂຕ ຈະທັກຂິເນ ໂກນທັນໂຍ ປິຕຖິພາຄັສມິງ ໂມຄຄັລລາໂນ ຈະວາມະເກ
ຂໍເຊີນ ພຣະອະນຸຣຸທທະ ມາປະດິສຖານທີ່ດວງໃຈ ຂໍເຊີນ ພຣະສາຣີບຸຕ ມາປະດິສຖານທີ່ແຂນຂວາ ຂໍເຊີນ ພຣະໂກນທັນຍະມາປະດິສຖານ ນະເບື້ອງໜ້າ ຂໍເຊີນ ພຣະໂມຄຄັລລານະ ມາປະດິສຖານທີ່ແຂນຊ້າຍ;

5. ທັກຂິເນ ສະວະເນ ມັຍຫັງ ອາສຸງ ອານັນທະຣາຫຸໂລ ກັສສະໂປ ຈະ ມະຫານາໂມ ອຸພາສຸງ ວາມະໂສຕະເກ
ຂໍເຊີນ ພຣະອານົນທ໌ ແລະ ພຣະຣາຫຸລ ມາປະດິສຖານທີ່ຫູຂວາຂອງຂ້າພະເຈົ້າ ຂໍເຊີນ ພຣະກັສປະ ແລະ ພຣະມະຫານາມະທັງສອງມາປະດິສຖານທີ່ຫູຊ້າຍ;

6. ເກສະໂຕ ປິຕຖິພາຄັສມິງ ສຸຣິໂຍ ວະ ປະພັງກະໂຣ ນິສິນໂນ ສິຣິສັມປັນໂນ ໂສພິໂຕ ມຸນິປຸງຄະໂວ
ຂໍເຊີນ ພຣະໂສພິຕະຈອມມຸນີ ຜູ້ຮຸ່ງເຮືອງດຸຈດວງອາທິຕ ຜູ້ສງ່າງາມ ມານັ່ງທີ່ທ້າຍທອຍ;
 
7. ກຸມາຣະກັສສະໂປ ເຖໂຣ ມະເຫສີ ຈິຕຕະວາທະໂກ
ໂສ ມັຍຫັງ ວະທະເນນິຈຈັງ        ປະຕິຕຖາສິ ຄຸນາກະໂຣ

ຂໍເຊີນ ພຣະກຸມາຣະກັສປະເຖຣະ ຜູ້ສະແຫວງບຸນ ຊົງຄຸນອັນວິເສດ ມີວາທະອັນມ່ວນແລະວິຈິດຢູ່ປາກ ເປັນປະຈຳ ມາປະດິສຖານຢູ່ເປັນນິຈ ທີ່ ປາກຂອງຂ້າພະເຈົ້າ;

8. ປຸນໂນ ອັງຄຸລິມາໂລຈະ    ອຸປາລີ ນັນທະສີວະລີ
ເຖຣາ ປັນຈະ ອິເມ ຊາຕາ         ນະລາເຕ ຕີລະກາ ມະມະ
ຂໍເຊີນ ພຣະປຸນນະ ພຣະອົງຄຸລິມາລ ພຣະອຸບາລີ ພຣະນັນທະແລະພຣະສີວະລີ ທັ້ງຫ້າພຣະອົງຄ໌ ມາປາກົດເປັນດຸຈ ຮອຍເຈີມ ທີ່ ໜ້າຜາກຂອງຂ້າພະເຈົ້າ;

9. ເສສາສີຕິ ມະຫາເຖຣາ         ວິຊິຕາ ຊິນະສາວະກາ
ເອເຕສີຕິ ມະຫາເຖຣາ            ຊິຕະວັນໂຕ ຊິໂນຣະສາ
ຊະລັນຕາ ສີລະເຕ ເຊນະ     ອັງຄະມັງເຄສຸ ສັນຖິຕາ

ສ່ວນພຣະອະສີຕິມະຫາເຖຣາທີ່ເຫລືອ ຜູ້ມີຊັຍແລະເປັນໂອຣົສ ເປັນພຣະສາວົກຂອງພຣະພຸທເຈົ້າຜູ້ຊົງຊັຍ ແຕ່ລະອົງຄ໌ ລ້ວນຮຸ່ງເຮືອງໄພໂຣຈ ດ້ວຍເດຊແຫ່ງສີລ ໃຫ້ດຳຣົງຢູ່ທົ່ວອະວັຍວະນ້ອຍໃຫຍ່;
 
10. ຣະຕະນັງ ປຸຣະໂຕ ອາສິ ທັກຂິເນ ເມຕຕະສຸຕຕະກັງ ທະຊັຄຄັງ ປັຈສະໂຕ ອາສິ ວາເມ ອັງຄຸລິມາລະກັງ
ພຣະຣັຕນະສູຕຣຢູ່ເບື້ອງໜ້າ ພຣະເມຕຕາສູຕຣຢູ່     ເບື້ອງຂວາ ພຣະອັງຄຸລິມາລປຣິຕຣຢູ່ເບື້ອງຊ້າຍ ພຣະທະຊັຄຄະສູຕຣຢູ່ເບື້ອງຫລັງ;

11. ຂັນທະໂມຣະປະຣິຕຕັນຈະ ອາຕານາຕິຍະສຸຕຕະກັງ ອາກາເສ ຊະ ທະນັງ ອາສິ ເສສາ ປາກາຣະສັນຖິຕາ  
ພຣະ  ຂັນທະປຣິຕຣ ພຣະໂມຣະປຣິຕຣແລະ ພຣະອາຕານາຕິຍະສູຕຣເປັນເຄື່ອງກາງກັ້ນດຸຈຫລັງຄາຢູູ່ເທິງຟ້າອາກາສ;
          
12. ຊິນາ ນານາ ວະຣະສັງຍຸຕຕາ ສັຕຕັປປາກາຣະລັງກະຕາ ວາຕະປິຕຕາທິສັນຊາຕາ ພາຫິຣັຊ ນັຕຕຸປັທທະວາ
ອະນຶ່ງ ພຣະຊິນນະເຈົ້າທັງຫລາຍ ນອກຈາກທີ່ໄດ້ກ່າວມາແລ້ວນີ້ ຜູ້ປະກອບພ້ອມດ້ວຍກຳລັງນາໆ ຊນິດ ມີສີລາທິຄຸນອັນໝັ້ນຄົງ ສັຕຕະປຣາກາຣເປັນອາພອນມາຕັ້ງລ້ອມເປັນກຳແພງຄຸ້ມຄອງເຈັດຊັ້ນ;

13. ອະເສສາ ວິນະຍັງ ຍັນຕຸ           ອະນັນຕະຊິນະເຕຊະສາ
ວະສະ ໂຕ ເມ ສະກິຈເຈນະ            ສະທາ ສັມພຸທທະປັນຊະເຣ

ດ້ວຍເດຊານຸພາບແຫ່ງພຣະອະນັນຕະຊິນນະເຈົ້າ ບໍ່ວ່າຈະທຳກິຈກາຣໃດໆ ເມື່ອຂ້າພຣະພຸທເຈົ້າເຂົ້າອາສັຍຢູ່ໃນພຣະບັນຊອນ ແວດວົງກົງລ້ອມ ແຫ່ງພຣະສັມມາສັມພຸທເຈົ້າ ຂໍໂຣຄອຸປັທວະທຸກຂ໌ ທັ້ງພາຍນອກແລະພາຍໃນອັນເກີດແຕ່ໂຣຄຮ້າຍ ຄື ໂຣຄລົມແລະໂຣຄດີເປັນຕົ້ນ ເປັນສມຸຕຖານຈົ່ງກໍາຈັດໃຫ້ພິນາສໄປຢ່າໄດ້ເຫລືອ;

14. ຊິນະປັນຊະຣະມັຊຊັມຫິ            ວິຫະຣັນຕັງ ມະຮີຕະເລ
ສະທາ ປາເລນຕຸ ມັງ ສັພເພ           ເຕ ມະຫາປຸຣິສາສະພາ

ຂໍພຣະມະຫາບຸຣຸສ ຜູ້ຊົງຄຸນອັນລໍ້າເລີດທັ້ງປວງນັ້ນ ຈົ່ງອະພິບາລຂ້າພຣະພຸທເຈົ້າ  ຜູ້ຢູ່ໃນພາຄພື້ນ ທ່າມກາງພຣະຊິນນະບັນຊອນ    ຂ້າພຣະພຸທເຈົ້າໄດ້ຮັບການຄຸ້ມຄອງປົກປັກຮັກສາພາຍໃນເປັນອັນດີ ຊະນີ້ແລ;

15. ອິຈເຈວະມັນໂຕ ສຸຄຸຕໂຕ ສຸຣັກໂຂ ຊິນານຸພາເວນະ ຊິຕຸປັທທະໂວ ທັມມານຸພາເວນະ ຊິຕາຣິສັງໂຄ ສັງຄານຸພາເວນະ ຊິຕັນຕະຣາໂຍ ສັທທັມມານຸພາວະປາລິໂຕ ຈະຣາມິ ຊິນະປັນຊະເຣຕິ  
ຂ້າພຣະພຸທເຈົ້າໄດ້ຮັບການອະພິບານດ້ວຍຄຸນນານຸພາບແຫ່ງສັຈຈະທັມ ຈຶ່ງຊນະເສັຽໄດ້ຊຶ່ງອຸປັທວະ ອັນຕະລາຍໃດໆ ດ້ວຍອານຸພາບແຫ່ງພຣະຊິນນະເຈົ້າ ຊນະຂ້າເສິກສັຕຣູ ດ້ວຍອານຸພາບແຫ່ງພຣະທັມ ຊນະອັນຕະລາຍທັງປວງ  ດ້ວຍອານຸພາບແຫ່ງພຣະສົງຄ໌ ຂໍຂ້າພຣະພຸທເຈົ້າຈົ່ງໄດ້ປະຕິບັດ ແລະຮັກສາດຳເນີນໄປໂດຍສວັສດີ ເປັນນິຈນິຣັນດອນເທີ້ນ

( ຊິນະ ປັນຊະຣະ ຄາຖາ ນິຕຖິຕາ )


Picture






       
-< ກັບຄືນສູ່ໜ້າສູດມົນ