ພຣະອຸນນະຫິສສະວິຊະຍະຄາຖາ
ພຣະຄາຖາບົດນີ້ຢູໃນສມັຍພຸທກາລທີ່ພຣະພຸທເຈົ້າໄດ້ຊົງເມຕຕາໃຫ້ເທວະດາອົງນຶ່ງທີ່ກໍາລັງໝົດອາຍຸຂັຍ (ແມ້ນແຕ່ພຣະອິນກໍ ຍັງຊ່ອຍເຫລືອບໍ່ໄດ້) ແຕ່ຍັງໂຊກດີທີ່ພົບພຣະພຸທເຈົ້າແລະຊົງ ແນະໃຫ້ພາວະນາຄາຖາບົດນີ້ ຈະໄດ້ມີອາຍຸຍືນຍາວໃນສວັນຕໍ່ໄປ. ພຣະຄາຖາບົດນີ້ມີພຸທທານຸພາບຫລາຍ ໃນເຣື່ອງການມີອາຍຸຍືນຍາວແລະມີສຸຸຂພາບແຂງແຮງ ບໍ່ເຈັບໄຂ້ໄດ້ປ່ວຍງ່າຍໆ
ອັຕຖິ ອຸນຫິສສະ ວິຊະໂຍ ທັມໂມ ໂລເກ ອະນຸຕຕະໂຣ
ອັນວ່າທັມມະ ທີ່ຈະຫ້າມກັນມໍຣະນະພັຍທັ້ງຫລາຍຊື່ວ່າອຸນນະຫິສສະວິຊັຍນີ້ປະເສີດໜັກໜາ
ສັພພະສັຕຕະຫິຕັຕຖາຍະ ຕັງ ຕວັງ ຄັນຫາຫິ ເທວະເຕ
ມີຢູ່ເພື່ອປໂຍດເກື້ອກູນແກ່ສັພສັຕ ດູກ່ອນ ທ່ານສຸປະຕິຕຖິຕະເທພບຸຕແລະເທວະດາທັ້ງຫລາຍທີ່ມາປະຊຸມກັນໃນທີ່ແຫ່ງນີ້
ປະຣິວັຊເຊ ຣະຊະທັນເທ ອະມະນຸສເສຫິ ປາວະເກ
ທ່ານຈົ່ງຮໍ່າຮຽນ ຈື່ຈຳ ຖ້ອງຈຳ ແລະ ກະທຳຕາມພຣະທັມທີ່ຊື່ວ່າ ອຸນນະຫິສສະວິຊັຍ
ພະຍັກເຄ ນາເຄ ວິເສ ພູເຕ ອະກາລະມະຣະເນນະ ວາ
ກັນໄວ້ ຊຶ່ງອະກາລະມໍຣະນະ ທັ້ງອາດຫລຸດພົ້ນຈາກໂທດຂອງບ້ານເມືອງ,ມະນຸດ,ອະມະນຸດ ບໍ່ອາດປອງຮ້າຍໄດ້
ຟືນໄຟ ກໍບໍ່ອາດເຜົາຜານໄດ້ ຊ້າງ ເສືອ ສັຕທັ້ງຫລາຍອື່ນໆ ທີ່ມີພິດ ບໍ່ວ່າງູນ້ອຍ ງູໃຫຍ່ ຂີ້ເຂັບ ແມງງອດ ແມງທີ່ມີພິດທັງຫລາຍ ກໍບໍ່ອາດທຳອັນຕະລາຍ
ສັພພັສມາ ມະຣະນາ ມຸຕໂຕ ຖະເປຕຕະວາ ກະລະມາຣິຕັງ
ຈະບໍ່ຕາຍເມື່ອບໍ່ເຖິງເວລາ ຍ່ອມພົ້ນຈາກມໍຣະນະກັມທັ້ງປວງ ຍົກເວັ້ນ ເຖິງກາລມໍຣະນະ
ຕັສເສວະ ອານຸພາເວນະ ໂຫຕຸ ເທໂວ ສຸຂີ ສະທາ
ຄືເຖິງເວລາ ຮ່າງກາຍຊຸດໂຊມແກ່ເຖົ້າໄປ ຕາມໄຕຣລັກ(ອະນິຈຈັງ ທຸກຂັງ ອະນັຕຕາ) ດ້ວຍອະນຸພາບແຫ່ງພຣະອຸນນະຫິສສະວິຊັຍນີ້ ຂໍໃຫ້ ສຸປະຕິຕຖິຕະເທພບຸຕ
ແລະທວຍເທພທັ້ງຫລາຍ ຈົ່ງມີສຸກທຸກເມື່ອ
ສຸທທະ ສີລັງ ສະມາທາຍະ ທັມມັງ ສຸຈະຣິຕັງ ຈະເຣ
ຈົ່ງສະມາທານສີລໃຫ້ບໍຣິສຸດແລ້ວປະພຶດທັມໃຫ້ສຸຈຣິດ ຄື ກາຍະກັມ3 ວະຈີກັມ4 ມະໂນກັມ3 ໃຫ້ສຸຈຣິດບໍ່ຜິດທັມ
ຕັສເສວະ ອານຸພາເວນະ ໂຫຕຸ ເທໂວ ສຸຂີ ສະທາ
ດ້ວຍຜົນບຸນສະມາທານສີລ ປະພຶດທັມ ຂໍຄວາມສຸກຈົ່ງມີແກ່ທ່ານທັ້ງຫລາຍໃນທຸກເວລາທຸກເມື່ອ
ລິກຂິຕັງ ຈິນຕິຕັງ ປູຊັງ ທາຣະນັງ ວາຈະນັງ ຄະຣຸງ
ອະນຶ່ງ ພຣະອຸນນະຫິສສະວິຊັຍ ຜູ້ໃດຂຽນໄວ້ກໍດີ ຈົ່ມໃນໃຈກໍດີ ທຳສັກກາຣະບູຊາກໍດີ ຖ້ອງຈົ່ມຈົດຈຳໄວ້ກໍດີ ຫລືໄດ້ສູດພາວະນາເຊົ້າ ຄໍ່າກໍດີ ຫລືໄດ້ສະດັບຮັບຟັງພຣະທັມມະເທສນາກໍດີ
ປະເຣສັງ ເທສະນັງສຸຕວາ ຕັສສະ ອາຍຸ ປະວັທຖະຕີຕິ
ລ້ວນສາມາດຄຸ້ມຄອງປ້ອງກັນອະກາລະມໍຣະນະ ບໍ່ຕ້ອງຕາຍໃນວັຍເດັກນ້ອຍ ວັຍໜຸ່ມວັຍສາວ ແລະມີອາຍຸຍືນຍາວເຖິງເວລາແກ່ເຖົ້າ ມີສະຕິບໍ່ຫລົງຕາຍແລ.