ມຸງຄຸນສາມສິບແປດ
1. ອະເສວະນາ ຈະ ພາລານັງ ການບໍ່ຄົບຊົນພາລທັງຫລາຍດ້ວຍ
ປັນທິຕານັນຈະ ເສວະນາ ການຄົບບັນດິດທັງຫລາຍດ້ວຍ
ປູຊາ ຈະ ປູຊະນີຍານັງ ການບູຊາຊົນຄວນບູຊາທັງຫລາຍດ້ວຍ
ເອຕັມມັງຄະລະມຸຕຕະມັງ. ຂໍ້ນີ້ເປັນມຸງຄຸນອັນສູງສຸດ.
2. ປະຕິຣູປະເທສະວາໂສ ຈະ ການຢູ່ໃນປະເທດອັນສົມຄວນດ້ວຍ
ປຸພເພ ຈະ ກະຕະປຸນນະຕາ ຄວາມເປັນຜູ້ມີບຸນອັນທຳແລ້ວໃນກາລກ່ອນດ້ວຍ
ອັຕຕະສັມມາປະນິທິ ຈະ ການຕັ້ງຕົນໄວ້ຊອບດ້ວຍ
ເອຕັມມັງຄະລະມຸຕຕະມັງ. ຂໍ້ນີ້ເປັນມຸງຄຸນອັນສູງສຸດ.
3. ພາຫຸສັຈຈັນຈະ ສິປປັນຈະ ຄວາມໄດ້ສຶກສາແລ້ວມາກດ້ວຍສິລປະສາດດ້ວຍ
ວິນະໂຍ ຈະ ສຸສິກຂິໂຕ ວິນັຍອັນຊົນສຶກສາດີແລ້ວດ້ວຍ
ສຸພາສິຕາ ຈະ ຍາ ວາຈາ ວາຈາອັນຊົນກ່າວດີແລ້ວດ້ວຍ
ເອຕັມມັງຄະລະມຸຕຕະມັງ. ຂໍ້ນີ້ເປັນມຸງຄຸນອັນສູງສຸດ.
4. ມາຕາປິຕະອຸປັຕຖານັງ ຄວາມບຳຣຸງມານດາແລະບິດາດ້ວຍ
ປຸຕຕະທາຣັສສະ ສັງຄະໂຫ ຄວາມສົງຄ໌ເຄາະບຸຕແລະພັລຍາດ້ວຍ
ອະນາກຸລະ ຈະ ກັມມັນຕາ ການງານທັ້ງຫລາຍ ບໍ່ອາກູລດ້ວຍ
ເອຕັມມັງຄະລະມຸຕຕະມັງ. ຂໍ້ນີ້ເປັນມຸງຄຸນອັນສູງສຸດ.
5. ທານັນຈະ ທັມມະຈະຣິຍາ ຈະ ການໃຫ້ດ້ວຍຄວາມປະພຶດທັມດ້ວຍ
ຍາຕຕະການັນຈະ ສັງຄະໂຫ ການສົງຄ໌ເຄາະຍາຕທັ້ງຫລາຍດ້ວຍ
ອະນະວັຊຊານິ ກັມມານິ ກັມທັ້ງຫລາຍບໍ່ມີໂທດດ້ວຍ
ເອຕັມມັງຄະລະມຸຕຕະມັງ. ຂໍ້ນີ້ເປັນມຸງຄຸນອັນສູງສຸດ.
6. ອາຣະຕີ ວິຣະຕີ ປາປາ ຄວາມງົດເວັ້ນຈາກບາປດ້ວຍ
ມັຊຊະປານາ ຈະ ສັນຍະໂມ ຄວາມສຳຣວມຈາກການດື່ມນໍ້າເມົາດ້ວຍ
ອັປປະມາໂທ ຈະ ທັມເມສຸ ຄວາມບໍ່ປະໝາດໃນທັມທັງຫລາຍດ້ວຍ
ເອຕັມມັງຄະລະມຸຕຕະມັງ. ຂໍ້ນີ້ເປັນມຸງຄຸນອັນສູງສຸດ.
7. ຄາຣະໂວ ຈະ ນິວາໂຕ ຈະ ຄວາມເຄົາຣົບດ້ວຍ ຄວາມບໍ່ຈອງຫອງດ້ວຍ
ສັນຕຸຕຖີ ຈະ ກະຕັນຍຸຕາ ຄວາມຍິນດີດ້ວຍຂອງອັນມີຢູ່ດ້ວຍ ຄວາມເປັນ
ຜູ້ຮູ້ອຸປກາຣະອັນທ່ານທຳແລ້ວແກ່ຕົນດ້ວຍ
ກາເລນະ ທັມມັສສະວະນັງ ການຟັງທັມໂດຍກາລແລ້ວດ້ວຍ
ເອຕັມມັງຄະລະມຸຕຕະມັງ. ຂໍ້ນີ້ເປັນມຸງຄຸນອັນສູງສຸດ.
8. ຂັນຕີ ຈະ ໂສວະຈັສສະຕາ ຄວາມອົດທົນດ້ວຍ ຄວາມເປັນຜູ້ວ່າງ່າຍດ້ວຍ
ສະມະນະນັນຈະ ທັສສະນັງ ການເຫັນສະມະນະທັ້ງຫລາຍດ້ວຍ
ກາເລນະ ທັມມະສາກັຈສາ ການສົນທະນາທັມໂດຍກາລດ້ວຍ
ເອຕັມມັງຄະລະມຸຕຕະມັງ. ຂໍ້ນີ້ເປັນມຸງຄຸນອັນສູງສຸດ.
9. ຕະໂປ ຈະ ພຣັມມະຈະຣິຍັນຈະ ຄວາມພາກພຽນເຜົາກິເລສດ້ວຍຄວາມປະພຶດຢ່າງພຣົມດ້ວຍ
ອະຣິຍະສັຈຈານະ ທັສສະນັງ ການເຫັນອະຣິຍະສັຈທັ້ງຫລາຍດ້ວຍ
ນິພພານະສັຈຊິກິຣິຍາ ຈະ ການທຳພຣະນິພພານໃຫ້ແຈ້ງດ້ວຍ
ເອຕັມມັງຄະລະມຸຕຕະມັງ. ຂໍ້ນີ້ເປັນມຸງຄຸນອັນສູງສຸດ.
10. ຜຸຕຖັສສະ ໂລກະທັມເມຫິ ຈິຕຂອງຜູ້ໃດອັນໂລກທັມທັ້ງຫລາຍຖືກຕ້ອງແລ້ວ
ຈິຕຕັງ ຍັສສະ ນະ ກັມປະຕິ ຍ່ອມບໍ່ຫວັ່ນໄຫວ
ອະໂສກັງ ວິຣະຊັງ ເຂມັງ ບໍ່ມີໂສກ ປາສຈາກທຸລີ(ກິລເລສ) ກະເສມ(ຈາກໂຍຄະ)
ເອຕັມມັງຄະລະມຸຕຕະມັງ. ຂໍ້ນີ້ເປັນມຸງຄຸນອັນສູງສຸດ.
ເອຕາທິສານິ ກັຕວານະ ເທພະຍະດາແລະມະນຸສທັ້ງຫລາຍ ກະທຳມຸງຄຸນທັ້ງຫລາຍເຊັ່ນນີ້ແລ້ວ
ສັພພັຕຖະມະປະຣາຊິຕາ ເປັນຜູ້ບໍ່ພ່າຍແພ້ໃນທີ່ທັ້ງປວງ
ສັພພັຕຖະ ໂສຕຖິງ ຄັຈສັນຕິ ຍ່ອມເຖິງຄວາມສວັສດີໃນທີ່ທັ້ງປວງ
ຕັນເຕສັງ ມັງຄະລະມຸຕຕະມັນຕິ. ຂໍ້ນັ້ນເປັນມຸງຄຸນອັນສູງສຸດຂອງເທວະດາແລະມະນຸສທັ້ງຫລາຍເຫລົ່ານັ້ນແລ.
