ທັມມະລາວ
  • ທັມມະ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  • ທັມມະ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  ທັມມະລາວ

ສະມາທິສູຕຣ


ຫັນທະມະຍັງ ສະມາທິສູຕຕະປາຖັງ ພະນາມະ ເສ


ສະມາທິງ ພິກຂະເວ ພາເວຖະ, ອັປປະມານັງ ນິປະກາ ປະຕິສສະຕາ,

ດູກ່ອນພິກຂຸທັ້ງຫລາຍ, ພວກເຈົ້າທັງຫລາຍຈົ່ງມີປັນຍາຮັກສາຕົນ ມີສະຕິ ຈະເລີນສະມາທິ ຫາປະມານມິໄດ້ເຖີດ, 

ສະມາທິງ ພິກຂະເວ ພາວະຍະຕັງ ອັປປະມານັງ ນິປະການັງ ປະຕິສສະຕານັງ, ປັນຈະຍານນິ ປັຈຈັຕຕັນເຍວະ ອຸປປັຊຊັນຕິ, 

ເມື່ອພວກເຈົ້າມີປັນຍາຮັກສາຕົນ ມີສະຕິ ຈະເລີນສະມາທິ ອັນຫາປະມານມິໄດ້, ຍານ 5 ຢ່າງຍ່ອມເກີດຂຶ້ນສະເພາະຕົນ,

ກະຕະມານິ ປັນຈະ,
ຍານ 5 ຢ່າງເປັນແນວໃດ?

ອະຍັງ ສະມາທິ ປັຈຈຸປັນນະ ສຸໂຂ ເຈວະ ອາຍະຕິງ ຈະ ສຸຂະວິປາໂກຕິ, ປັຈຈັຕຕັນເຍວະ   ຍານັງ ອຸປປັຊຊະຕິ, 
ຍານ ຍ່ອມເກີດຂຶ້ນສະເພາະຕົນວ່າ, ສະມາທິນີ້ມີສຸກໃນປັຈຈຸບັນ ແລະມີສຸກເປັນວິບາກຕໍ່ໄປ,

ອະຍັງ ສະມາທິ ອະຣິໂຍ ນິຣາມິໂສຕິ, ປັຈຈັຕຕັນເຍວະ ຍານັງ ອຸປປັຊຊະຕິ, 

ຍ່ອມຮູ້ສະເພາະຕົນວ່າ, ສະມາທິນີ້ເປັນອະຣິຍະ ບໍ່ແອບອ້າງ ລໍ້ໃຈ

ອະຍັງ ສະມາທິ ອະກາປຸຣິສະ ເສວິໂຕຕິ, ປັຈຈັຕຕັນເຍວະ ຍານັງ ອຸປປັຊຊະຕິ, 
ຍ່ອມຮູ້ສະເພາະຕົນວ່າ, ສະມາທິນີ້ອັນຄົນຊົ່ວໆ ຍ່ອມເສພບໍ່ໄດ້ເລີຍ,

ອະຍັງ ສະມາທິ ສັນໂຕ ປະນີໂຕ ປະຕິປັສສັທທິລັທໂທ, ເອໂກ ທິພາວາທິຄະໂຕ ນະ ຈະ   ສະສັງຂາຣະ ນິຄຄັຍຫະ ວາຣິຕັປປັຕໂຕຕິ, ປັຈຈັຕຕັນເຍວະ ຍານັງ ອຸປປັຊຊະຕິ,
ຍ່ອມຮູ້ສະເພາະຕົນວ່າ, ສະມາທິນີ້ເປັນຂອງລະອຽດປານີດ, ໄດ້ດ້ວຍຄວາມສງົບລະງັບ, ບັນລຸໄດ້ດ້ວຍຄວາມເປັນທັມເອກຜຸດຂຶ້ນ, ແລະບໍ່ແມ່ນບັນລຸໄດ້ດ້ວຍການຂົ່ມທັມທີ່ເປັນຂ້າເສິກ, ຫ້າມກິເລດດ້ວຍຈິດອັນເປັນສັງຂານ,

ໂສ ໂຂ ປະມາຫັງ ອິມັງ ສະມາທິງ, ສະໂຕວະ ສະມາປັຊຊາມິ ສະໂຕ ວຸຕຖະຫາມີຕິ, ປັຈຈັຕຕັນເຍວະ ຍານັງ ອຸປປັຊຊະຕິ, 

ຍ່ອມຮູ້ສະເພາະຕົນວ່າ, ເຮົາມີສະຕິເຂົ້າສະມາທິນີ້ໄດ້ ມີສະຕິອອກຈາກສະມາທິນີ້ໄດ້

ສະມາທິງ ພິກຂະເວ ພາເວຖະ, ອັປປະມານັງ ນິປະກາ ປະຕິສສະຕາ,

ດູກ່ອນພິກຂຸທັ້ງຫລາຍ, ພວກເຈົ້າທັງຫລາຍຈົ່ງມີປັນຍາຮັກສາຕົນ ມີສະຕິ ຈະເລີນສະມາທິ ຫາປະມານມິໄດ້ເຖີດ, 

ສະມາທິງ ພິກຂະເວ ພາວະຍະຕັງ ອັປປະມານັງ ນິປະການັງ ປະຕິສສະຕານັງ

ເມື່ອພວກເຈົ້າມີປັນຍາຮັກສາຕົນ ມີສະຕິ ຈະເລີນສະມາທິ ອັນຫາປະມານມິໄດ້ຢູ່, 

ອິມານິ ປັນຈະ ຍານານິ ປັຈຈັຕຕັນເຍວະ ອຸປປັຊຊັນຕີ ຕິ.
ຍານຄືຄວາມຮູ້ແຈ້ງທັ້ງ ຫ້າປະການນີ້ແລ ຍ່ອມເກີດຂຶ້ນແກ່ພວກເຈົ້າ ດັ່ງນີ້.

Picture



-<
ກັບຄືນໜ້າບົດສູດມົນ