ທັມມະລາວ
  • ໜ້າຫລັກ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  • ໜ້າຫລັກ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  ທັມມະລາວ

ສັກກັຕຕະວາ ຄາຖາ

ພຣະຄາຖາບົດນີ້ ເປັນພຣະຄາຖາທີ່ພຣະສັມມາສັມພຸທທະເຈົ້າຊົງປະທານໃຫ້ອຸນນະຫິສວິໄຊເທພບຸຕ ໄດ້ຖ້ອງພຣະຄາຖາບົດນີ້ ຈຶ່ງໄດ້ມີອາຍຸຢູ່ໃນສວັນຕໍ່ໄປອີກ. 
ຜູ້ໃດສູຕເປັນປະຈຳ ຈະບໍ່ມີໂຣຄພັຍໄຂ້ເຈັບ ອາຍຸຈະຍືນ ແຄ້ວຄາດຈາກພັຍອັນຕະລາຍຕ່າງໆ


ສັກກັດຕະວາ ພຸທທະຣັຕຕະນັງ,
ໂອສະຖັງ ອຸຕຕະມັງ ວະຣັງ,
ຫິຕັງ ເທວະມະນຸສສານັງ, 
ພຸທທະເຕເຊນະ  ໂສຕຖິນາ ນັດສັນຕຸປັດທະວາ,
ສັພເພ ທຸກຂາ ວູປະສະເມນຕຸ ເມ ຯ
 ສັກກັດຕະວາ ທັມມະຣັຕຕະນັງ ໂອສະຖັງ ອຸຕຕະມັງ ວະຣັງ
 ປະຣິລາ ຫູປະສະມະນັງ
ທັມມະເຕເຊນະ ໂສຕຖິນາ ນັສສັນຕຸປັດທະວາ
ສັພເພ ພະຍາ ວູປະສະເມນຕຸ ເມ ຯ
ສັກກັດຕະວາ ສັງຄະຣັຕຕະນັງ
ໂອສະຖັງ ອຸຕຕະມັງ ວະຣັງ
ອາຫຸເນີຍຍັງ ປາຫຸເນີຍຍັງ
ສັງຄະເຕເຊນະ ໂສຕຖິນາ ນັສສັນຕຸປັດທະວາ
ສັພເພ ໂຣຄາ ວູປະສະເມນຕຸ ເມ ຯ

​

ສັກກັຕຕະວາ ຄາຖາ (ແປ)
 ຜູ້ໃດໝັ່ນສູດພຣະຄາຖາບົດນີ້ ຈະຍັບຍັ້ງໂຣຄພັຍ ໄຂ້ເຈັບ, ມີອາຍຸຍືນຍາວ, ປາສຈາກໂຣຄພັຍ  ແລະ ຈາກໂພຍພັຍຕ່າງໆ
​ສັກກັດຕະວາ ພຸທທະຣັຕຕະນັງ,
ເພາະການກະທຳຄວາມເຄົາຣົບ ຊຶ່ງພຣະພຸທທະຣັຕນະ;
 ໂອສະຖັງ ອຸຕຕະມັງ ວະຣັງ,
ອັນເປັນດັ່ງໂອສົດປະເສີດສຸດ;
ຫິຕັງ ເທວະມະນຸສສານັງ,  
ເກື້ອກູນແກ່ເທວະດາແລະມະນຸດທັ້ງຫລາຍ;
ພຸທທະເຕເຊນະ  ໂສຕຖິນາ ນັດສັນຕຸປັດທະວາ,
ສັພເພ ທຸກຂາ ວູປະສະເມນຕຸ ເມ ຯ
ຂໍອຸປັທວະທັ້ງຫລາຍຈົ່ງຫາຍໄປ ຂໍທຸກທັ້ງຫລາຍຂອງທ່ານຈົ່ງສງົບໄປໂດຍດີ, ດ້ວຍພຣະເດຊແຫ່ງພຣະພຸທເຈົ້າເທີ້ນ.
ສັກກັດຕະວາ ທັມມະຣັຕຕະນັງ,
ການກະທຳຄວາມເຄົາຣົບ ຊຶ່ງພຣະທັມມະຣັຕນະ;
ໂອສະຖັງ ອຸຕຕະມັງ ວະຣັງ,
ອັນເປັນດັ່ງໂອສົດປະເສີດສຸດ;
 ປະຣິລາ ຫູປະສະມະນັງ,
ດັບຄວາມຮ້ອນຮົນເພາະກິເລດເສັຽໄດ້;
 ທັມມະເຕເຊນະ ໂສຕຖິນາ ນັສສັນຕຸປັດທະວາ ສັພເພ ພະຍາ ວູປະສະເມນຕຸ ເຕ.
ຂໍອຸປັທວະທັ້ງຫລາຍຈົ່ງຫາຍໄປ ຂໍພັຍທັ້ງຫລາຍຂອງທ່ານຈົ່ງສງົບໄປໂດຍດີ, ດ້ວຍພຣະເດຊແຫ່ງພຣະທັມເທີ້ນ.  
ສັກກັດຕະວາ ສັງຄະຣັຕຕະນັງ,
ເພາະການກະທຳຄວາມເຄົາຣົບ ຊຶ່ງພຣະສັງຄະຣັຕນະ;
ໂອສະຖັງ ອຸຕຕະມັງ ວະຣັງ,
ອັນເປັນດັ່ງໂອສົດປະເສີດສຸດ
ອາຫຸເນີຍຍັງ ປາຫຸເນີຍຍັງ,
ເປັນຜູ້ຄວນແກ່ຂອງບູຊາ ເປັນຜູ້ຄວນແກ່ການຕ້ອນຮັບ;
ສັງຄະເຕເຊນະ ໂສຕຖິນາ ນັສສັນຕຸປັດທະວາ ສັພເພ ໂຣຄາ ວູປະສະເມນຕຸ ເຕ ຯ
ຂໍອຸປັທວະທັ້ງຫລາຍຈົ່ງຫາຍໄປ ຂໍໂຣຄທັ້ງຫລາຍຂອງທ່ານຈົ່ງສງົບໄປໂດຍດີ, ດ້ວຍເດຊແຫ່ງພຣະສົງຄ໌ເທີ້ນ
 

Picture