ທັມມະລາວ
  • ທັມມະ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  • ທັມມະ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  ທັມມະລາວ

ອະຣິຍະທະນະຄາຖາ

ຫັນທະ ມະຍັງ ອະຣິຍະທະນະຄາຖາໂຍ ພະນາມະ ເສ
ເຊີນເຖີດ ເຮົາທັ້ງຫລາຍ ຈົ່ງກ່າວຄາຖາສັລເສີນພຣະອະຣິຍະເຈົ້າເຖີດ  

ຍັສສະ ສັທທາ ຕະຖາຄະເຕ   ອະຈະລາ ສຸປະຕິຕຖິຕາ,
ສັດທາໃນພຣະຕະຖາຄົດຂອງຜູ້ໃດ ຕັ້ງໝັ້ນຢ່າງດີບໍ່ຫວັ່ນໄຫວ

ສີລັນຈະ ຍັສສະ ກັລລະຍານັງ ອະຣິຍະກັນຕັງ ປະສັງສິຕັງ,

ແລະສີລຂອງຜູ້ໃດງົດງາມ ເປັນທີ່ສັລເສີນ ທີ່ພໍໃຈຂອງພຣະອະຣິຍະເຈົ້າ

ສັງເຄ ປະສາໂທ ຍັສສັຕຖິ ອຸຊຸພູຕັນຈະ ທັສສະນັງ,
ຄວາມເຫລື້ອມໃສຂອງຜູ້ໃດມີໃນພຣະສົງຄ໌ແລະຄວາມເຫັນຂອງຜູ້ໃດຖືກຕ້ອງ

ອະທະລິທໂທຕິ ຕັງ ອາຫຸ    ອະໂມຄັນຕັສສະ ຊີວິຕັງ,

ບັນດິດກ່າວຮຽກເຂົາຜູ້ນັ້ນວ່າ ຄົນບໍ່ທຸກ,ຊີວິດຂອງເຂົາສົມບູນ

ຕັສສະມາ ສັທທັນຈະ ສີລັນຈະ  ປະສາທັງ ທັມມະທັສສະນັງ,

ອະນຸຍຸນເຊຖະ ເມທາວີ    ສະຣັງ ພຸທທານະສາສະນັງ,
ເພາະສະນັ້ນ ເມື່ອລະລຶກໄດ້ເຖິງຄຳສັ່ງສອນຂອງພຣະພຸທທະເຈົ້າຢູ່,
ຜູ້ມີປັນຍາຄວນສ້າງສັດທາສີລ,ຄວາມເຫລື້ອມໃສ,ແລະຄວາມເຫັນທັມໃຫ້ເລື້ອຍໆ


Picture


-<
ກັບຄືນໜ້າບົດສູດມົນ