ທັມມະລາວ
  • ໜ້າຫລັກ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  • ໜ້າຫລັກ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  ທັມມະລາວ

ອັຕຖະສິກຂາປະທະປາຖະ


1.  ປານາຕິປາຕາ ເວຣະມະນີ,    ເຈຕະນາເປັນເຄື່ອງເວັ້ນຈາກການຂ້າ

2.  ອະທິນນາທານາ ເວຣະມະນີ, ເຈຕະນາເປັນເຄື່ອງເວັ້ນຈາກການຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ແລ້ວ

3.  ອະພຣັມມະຈະຣິຍາ ເວຣະມະນີ, ເຈຕະນາເປັນເຄື່ອງເວັ້ນຈາກການກະທຳອັນບໍ່ແມ່ນພຣົມມະຈັນ

4.  ມຸສາວາທາ ເວຣະມະນີ,     ເຈຕະນາເປັນເຄື່ອງເວັ້ນຈາກການເວົ້າບໍ່ຈິງ

5.  ສຸຣາເມຣະຍະ ມັຊຊະປະມາທັຕຖານາ ເວຣະມະນີ, ເຈຕະນາເປັນເຄື່ອງເວັ້ນຈາກການເສພຂອງເມົາມີສຸຣາແລະເມຣັຍ ເປັນຕົ້ນ, ອັນເປັນທີ່ຕັ້ງ ແຫ່ງຄວາມປະໝາດ

6.  ວິກາລະໂພຊະນາ ເວຣະມະນີ,     ເຈຕະນາເປັນເຄື່ອງເວັ້ນຈາກການບໍຣິໂພກອາຫານໃນເວລາວິກາລ

7.  ນັຈຈະຄີຕະວາທິຕະວິສູກະທັສສະນະ, ມາລາ ຄັນທະວິເລປະນະ ທາຣະນະ ມັນທະນະ ວິພູສະນັຕ
ຖານາ ເວຣະມະນີ,  
  
ເຈຕະນາເປັນເຄື່ອງເວັ້ນຈາກການຟ້ອນລຳ, ການຮ້ອງເພັງ ການດົນຕຣີ,  ການເບິ່ງ ການຫລິ້ນ ຊນິດທີ່ ເປັນຂ້າເສິກຕໍ່ກຸສົນ,ການໃສ່ເຄື່ອງປະດັບການຕົກແຕ່ງຕົນ,ດ້ວຍພວງມາລາ ດ້ວຍ ກິ່ນຫອມຜັດຫລືທາ

8.  ອຸຈຈາສະຍະນະມະຫາສະຍະນາ ເວຣະມະນີ,
ເຈຕະນາເປັນເຄື່ອງເວັ້ນຈາກການນັ່ງນອນເທິງບ່ອນນອນສູງ ເທິງບ່ອນນອນໃຫຍ່,



Picture



-<
ກັບຄືນໜ້າບົດສູດມົນ