ທັມມະລາວ
  • ໜ້າຫລັກ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  • ໜ້າຫລັກ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  ທັມມະລາວ

ອັປປະມາທະທັມມະຄາຖາ


(​​​ ຫັນທະມະຍັງ ອັປປະມາທະທັມມະຄາຖາໂຍ ພານາມະ ເສ )


ອັປປະມາໂທ ອະມະຕັງ ປະທັງ ປະມາໂທ ມັຈຈຸໂນ ປະທັງ
ອັປປະມັຕຕາ ນະ ມິຍຍັນຕິ ເຍ ປະມັຕຕາ ຍະຖາ ມະຕາ,

ຄວາມບໍ່ປະໝາດເປັນທາງບໍ່ຕາຍ, ຄວາມປະໝາດເປັນທາງແຫ່ງຄວາມຕາຍ,
ຊົນທັ້ງຫລາຍຜູ້ບໍ່ປະໝາດ ແລ້ວຊື່ວ່າຍ່ອມບໍ່ຕາຍ, ຜູ້ຊຶ່ງປະໝາດແລ້ວກໍເໝືອນຄົນຕາຍແລ້ວ,

ເອຕັງ ວິເສສະໂຕ ຍັຕຕະວາ ອັປປະມາທັມຫິ ປັນທິຕາ,
ອັປປະມາເທ ປາໂມທັມຕິ  ອະຣິຍານັງ ໂຄຈະເຣ ຣະຕາ,

ບັນດິດທັ້ງຫລາຍ ຊາບຄວາມຂໍ້ນັ້ນໂດຍແຕກຕ່າງກັນແລ້ວ, ຕັ້ງຢູ່ໃນຄວາມບໍ່ປະໝາດ,
ຍິນດີແລ້ວໃນທັມ ອັນເປັນໂຄຈອນຂອງພຣະອະຣິຍະເຈົ້າທັ້ງຫລາຍ,

ເຕ ຊາຍິໂນ ສາຕຕິກາ ນິຈຈັງ ທັລຫະປະຣັກກະມາ,
ຜຸສັນຕິ ທີຣາ ນິພພານັງ ໂຍຄັກເຂມັງ ອະນຸຕຕະຣັງ,

ບັນດິດຜູ້ເປັນນັກປຣາຊຍ໌ເຫລົ່ານັ້ນ ເພ່ງພິຈາຣະນາທັມ, ມີຄວາມພຽນອັນຕິດຕໍ່ກັນມີຄວາມບາກບັ່ນໝັ່ນ
ເປັນນິຈ ຍ່ອມຖືກຕ້ອງພຣະນິພພານ, ອັນກະເສມຈາກໂຍຄະ ຫາທັມອື່ນຍິ່ງກວ່າມິໄດ້ ຯ


Picture



-<
ກັບຄືນໜ້າບົດສູດມົນ