ເຂມາເຂມະສະຣະນະທີປິຄາຖາ
ຫັນທະ ມະຍັງ ເຂມາເຂມະສະຣະນະທີປິກະຄາຖາໂຍ ພະນາມະ ເສ
ພະຫຸງ ເວ ສະຣະນັງ ຍັນຕິ ປັພພະຕານິ ວະນານິ ຈະ,
ອາຣາມະຣຸກຂະເຈຕະຍານິ ມະນຸສສາ ພະຍະຕັຊຊິຕາ,
ມະນຸດເປັນອັນມາກ ເມື່ອເກີດມີພັຍຄຸກຄາມແລ້ວ ກໍຖືເອົາພູ ເອົາປ່າໄມ້ ອາຮາມ ແລະ ຣຸກຂະເຈດີເປັນ ທີ່ເພິ່ງ
ເນຕັງ ໂຂ ສະຣະນັງ ເຂມັງ ເນຕັງ ສະຣະນະມຸຕຕະມັງ,
ເນຕັງ ສະຣະນະມາຄັມມະ ສັພພະທຸກຂາ ປະມຸຈຈະຕິ.
ນັ້ນບໍ່ແມ່ນທີ່ເພິ່ງອັນພົ້ນພັຍເລີຍ, ນັ້ນບໍ່ແມ່ນທີ່ເພິ່ງອັນສູງສຸດ ເຂົາອາໄສທີ່ເພິ່ງນັ້ນແລ້ວ ຍ່ອມບໍ່ພົ້ນຈາກທຸກທັ້ງປວງໄດ້
ໂຍ ຈະ ພຸທທັນຈະ ທັມມັນຈະ ສັງຄັນຈະ ສະຣະນັງ ຄະໂຕ
ຈັຕຕາຣິ ອະຣິຍະສັຈຈານິ ສັມມັປປັນຍາຍະ ປັສສະຕິ
ສ່ວນຜູ້ໃດຖືເອົາພຣະພຸທ ພຣະທັມ ພຣະສົງຄ໌ ເປັນທີ່ເພິ່ງແລ້ວ ເຫັນອະຣິຍະສັຈ ສີ່ຄື ຄວາມຈິງອັນປະເສີດ ດ້ວຍປັນຍາອັນຊອບ
ທຸກຂັງ ທຸກຂະສະມຸປປາທັງ ທຸກຂັສສະ ຈະ ອະຕິກກະມັງ
ອະຣິຍັນຈັຕຖັງຄິກັງ ມັຄຄັງ ທຸກຂູປະສະມະຄາມິນັງ
ຄືເຫັນຄວາມທຸກ ເຫດໃຫ້ເກີດທຸກ ຄວາມກ້າວຜ່ານຄວາມທຸກເສັຽໄດ້ ແລະຫົນທາງມີອົງຄ໌ແປດ ອັນປະເສີດ ເຄື່ອງເຖິງຄວາມລະງັບທຸກ.
ເອຕັງ ໂຂ ສະຣະນັງ ເຂມັງ ເອຕັງ ສະຣະນະມຸຕຕະມັງ,
ເອຕັງ ສະຣະນະມາຄັມມະ ສັພພະທຸກຂາ ປະມຸຈຈະຕິ.
ນັ້ນແຫລະເປັນທີ່ເພິ່ງອັນປອດພັຍ, ນັ້ນເປັນທີ່ເພິ່ງອັນສູງສຸດ ເຂົາອາສັຍທີ່ເພິ່ງນັ້ນແລ້ວ ຍ່ອມພົ້ນຈາກທຸກທັ້ງປວງໄດ້