ທັມມະລາວ
  • ໜ້າຫລັກ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  • ໜ້າຫລັກ
  • ຄຳໄຫວ້, ຄຳຖວາຍທານ
  • ບົດສູດມົນ
  • ສາສນາພິທີ
  • ຮີດຄອງປະເພນີ
  • ປຶ້ມ ແລະ ໜັງສື
  • ຮູບພາບ
  • ຜູ້ຈັດທຳ
  ທັມມະລາວ

ເມຕຕານິສັງສະສຸຕຕະປາໂຖ 

ຫັນທະ ມະຍັງ ເມຕຕານິສັງສະສຸຕຕັງ ພະນາມະ ເສ​​ ຯ
ເອວັມເມ ສຸຕັງ ຯ     ເອກັງ ສະມະຍັງ ພະຄະວາ   ສາວັຕຖິຍັງ
ວິຫາຣະຕິ   ເຊຕະວະເນ ອະນາຖະບິນດິກັສສະ ອາຣາເມ ຯ    ຕັຕ໌ຣະ ໂຂ
ພະຄະວາ ພິກຂູ ອາມັນເຕສິ ພິກຂະໂວຕິ ຯ   ພະທັນເຕຕິ ເຕ ພິກຂູ
ພະຄະວະໂຕ ປັຈຈັສໂສສຸງ ຯ     ພະຄະວາ ເອຕະທະໂວຈະ ຯ             
 
ເມຕຕາຍະ ພິກຂະເວ ເຈໂຕວິມຸຕຕິຍາ ອາເສວິຕາຍະ ພາວິຕາຍະ              
ພະຫຸລີກະຕາຍະ ຍານີກະຕາຍະ   ວັຕຖຸກະຕາຍະ ອະນຸຕຖິຕາຍະ  ປະຣິຈິຕາຍະ
ສຸສະມາຣັທທາຍະ  ເອກາທະສານິສັງສາ ປະຕິກັງຂາ ຯ   ກະຕະເມ ເອກາທະສະ ຯ                  
 
ສຸຂັງ ສຸປະຕິ  ສຸຂັງ ປະຕິພຸຊຊະຕິ ຯ   ນະ ປາປະກັງ ສຸປີນັງ ປັສສະຕິ ຯ      
ມະນຸສສະນັງ ປິໂຍ ໂຫຕິ ຯ     ອະມະນຸສສານັງ ປິໂຍ ໂຫຕິ ຯ   ເທວະຕາ ຣັກຂັນຕິ ຯ                     
ນາສສະ ອັຄຄິ ວາ ວິສັງ ວາ ສັຕຖັງ ວາ ກະມະຕິ ຯ    ຕຸວະຕັງ ຈິຕຕັງ ສະມາທິຍະຕິ ຯ      
ມຸຂະວັນໂນ ວິປປະສີທະຕິ ຯ         ອະສັມມຸລ໌ໂຫ ກາລັງ ກະໂຣຕິ ຯ     
ອຸຕຕະຣິງ ອັປປະຕິວິຊຊັນໂຕ  ພຣັມມະໂລກູປະໂຄ ໂຫຕິ ຯ                
 
ເມຕຕາຍະ ພິກຂະເວ ເຈໂຕວິມຸຕຕິຍາ   ອາເສວິຕາຍະ ພາວິຕາຍະ
ພະຫຸລີກະຕາຍະ    ຍານີກະຕາຍະ ວັຕຖຸກະຕາຍະ ອະນຸຕຖິຕາ ປະຣິຈິຕາຍະ
ສຸສະມາຣັທທາຍະ  ອິເມ ເອກາທະສານິສັງສາ ປະຕິກັງຂາຕິ ຯ    ອິທະມະໂວຈະ
ພະຄະວາ ຯ    ອັຕຕະມະນາ ເຕ ພິກຂູ ພະຄະວະໂຕ  ພາສິຕັງ ອະພິນັນທຸນຕິ ຯ ​

ເມຕຕານິສັງສະສຸຕຕະປາໂຖ (ແປ)
ຫັນທະ ມະຍັງ ເມຕຕານິສັງສະສຸຕຕັງ ພະນາມະ ເສ​​ ຯ
ເຮົາທັ້ງຫລາຍຈົ່ງສູດເມຕຕານິສັງສະສູຕຣ ກັນເຖີດ

ເອວັມເມ ສຸຕັງ ຯ                                   ອັນຂ້າພະເຈົ້າຄືພຣະອານົນເຖຣະ,ໄດ້ສະດັບມາແລ້ວຢ່າງນີ້,
ເອກັງ ສະມະຍັງ ພະຄະວາ,                         ສມັຍນຶ່ງພຣະຜູ້ມີພຣະພາຄເຈົ້າ,
ສາວັຕຖີຍັງ ວິຫາຣະຕິ,                             ສະເດັດປະທັບຢູ່ເຊຕະວັນມະຫາວິຫາຣ ອາຣາມຂອງ
ເຊຕະວະເນ ອະນາຖະບິນດິກັສສະ ອາຣາເມ ຯ     ທ່ານອະນາຖະບິນທິກະ ຄະຫະບໍດີແຫ່ງສາວັຕຖີ,
ຕັຕ໌ຣະ ໂຂ ພະຄະວາ ພິກຂູ ອາມັນເຕສິ ພິກຂະໂວຕິ ຯ     ໃນກາລນັ້ນແລ,ພຣະຜູ້ມີພຣະພາຄເຈົ້າ  
ພະທັນເຕຕິ ເຕ ພິກຂູ ພະຄະວະໂຕ ປັຈຈັສໂສສຸງ ຯ     ກ່າວຮຽກພຣະພິກຂຸທັ້ງຫລາຍວ່າ, ດູກ່ອນພິກຂຸທັ້ງຫລາຍ,  ພິກຂຸເຫລົ່ານັ້ນທູນຕອບວ່າ, ຂ້າແດ່ພຣະອົງຜູ້ຈະເຣີນ,
ພະຄະວາ ເອຕະໂວຈະ ຯ                          ພຣະຜູ້ມີພຣະພາຄເຈົ້າໄດ້ກ່າວຄຳນີ້ວ່າ...
ເມຕຕາຍະ ພິກຂະເວ ເຈໂຕວິມຸຕຕິຍາ     ດູກ່ອນພິກຂຸທັ້ງຫລາຍ,ເມຕຕາອັນເປັນໄປເພື່ອຄວາມຫລຸດພົ້ນແຫ່ງຈິຕນີ້,
ອາເສວິຕາຍະ ພາວິຕາຍະ                           ເມື່ອບຸຄຄົນເສພຈົນຄຸ້ນແລ້ວ, ຈະເຣີນຢູ່ສເມີແລ້ວ
ພະຫຸລີກະຕາຍະ ຍານີກະຕາຍະ                   ກະທຳໃຫ້ຫລາຍແລ້ວ,ທຳໃຫ້ເປັນດຸຈຍານຂອງໃຈແລ້ວ
ວັຕຖຸກະຕາຍະ ອະນຸຕຖິຕາຍະ                   ທຳໃຫ້ເປັນທີ່ຢູ່ຂອງໃຈ  ທຳໃຫ້ຕັ້ງໝັ້ນໂດຍລຳດັບແລ້ວ
ປະຣິຈິຕາຍະ ສຸສະມາຣັທທາຍະ,                 ສັ່ງສົມຢູ່ສເມີແລ້ວ ປາຖນາດີແລ້ວ
ເອກາທະສານິສັງສາ ປະຕິກັງຂາ ຯ               ຍ່ອມມີຫວັງໄດ້ຊື່ງອານິສົງສິບເອັດປະການ,
ກະຕະເມ ເອກາທະສະ ຯ                             ອານິສົງ 11 ປະການມີຫຍັງແດ່,
1. ສຸຂັງ ສຸປະຕິ                                                ຍ່ອມຫລັບເປັນສຸກ,
2. ສຸຂັງ ປະຕິພຸຊຊະຕິ ຯ                                   ເມື່ອຕື່ນຂຶ້ນກໍຍ່ອມເປັນສຸກ,
3. ນະ ປາປະກັງ ສຸປີນັງ ປັສສະຕິ ຯ                    ຫລັບຢູ່ກໍບໍ່ຝັນຮ້າຍ,
4. ມະນຸສສະນັງ ປິໂຍ ໂຫຕິ ຯ                              ເປັນທີ່ຮັກຂອງເຫລົ່າມະນຸດທັ້ງຫລາຍ,
5. ອະມະນຸສສານັງ ປິໂຍ ໂຫຕິ ຯ                           ເປັນທີ່ຮັກຂອງເຫລົ່າອະມະນຸດທັ້ງຫລາຍ
6. ເທວະຕາ ຣັກຂັນຕິ ຯ                                    ເທວະດາຍ່ອມຄຸ້ມຄອງຮັກສາ,
7. ນາສສະ ອັຄຄິ ວາ ວິສັງ ວາ ສັຕຖັງ ວາ ກະມະຕິ ຯ    ໄຟກໍດີ ຍາພິດກໍດີ ອາວຸທຕ່າງໆກໍດີ, ຍ່ອມທຳອັນຕະລາຍບໍ່ໄດ້ເລີຍ,
8. ຕຸວະຕັງ ຈິຕຕັງ ສະມາທິຍະຕິ ຯ                    ຈິດຍ່ອມຕັັ້ງໝັັ້ນໄດ້ໄວ,
9. ມຸຂະວັນໂນ ວິປປະສີທະຕິ ຯ                           ຜີວໜ້າຍ່ອມຜ່ອງໃສ,
10. ອະສັມມຸລ໌ໂຫ ກາລັງ ກະໂຣຕິ ຯ                    ເປັນຜູ້ບໍ່ໄຫລຫລົງ ມີສະຕິເມື່ອຈະຕາຍ,
11. ອຸຕຕະຣິງ ອັປປະຕິວິຊຊັນໂຕ                       ເມື່ອຍັງບໍ່ບັນລຸຄຸນວິເສດ ອັນຍິ່ງໆຂຶ້ນໄປ​(ພຣະນິພພານ),
ພຣັມມະໂລກູປະໂຄ ໂຫຕິ ຯ                              ຍ່ອມເປັນຜູ້ເຂົ້າເຖິງພຣົມມະໂລກແລ,
ເມຕຕາຍະ ພິກຂະເວ ເຈໂຕວິມຸຕຕິຍາ               ດູກ່ອນພິກຂຸທັ້ງຫລາຍ,ເມຕຕາອັນເປັນໄປເພື່ອຄວາມຫລຸດພົ້ນແຫ່ງຈິຕນີ້,
ອາເສວິຕາຍະ ພາວິຕາຍະ ພະຫຸລີກະຕາຍະ,         ກະທຳໃຫ້ຫລາຍແລ້ວ, ຈະເຣີນຢູ່ສເມີແລ້ວ
ຍານີກະຕາຍະ ວັຕຖຸກະຕາຍະ ອະນຸຕຖິຕາຍະ      ກະທຳໃຫ້ຫລາຍແລ້ວ,ທຳໃຫ້ເປັນດຸຈຍານຂອງໃຈແລ້ວ
ປະຣິຈິຕາຍະ ສຸສະມາຣັທທາຍະ,                          ທຳໃຫ້ເປັນທີ່ຢູ່ຂອງໃຈ,ທຳໃຫ້ຕັ້ງໝັ້ນໂດຍລຳດັບແລ້ວ,
ອິເມ ເອກາທະສານິສັງສາ ປະຕິກັງຂາຕິ ຯ            ສັ່ງສົມຢູ່ສເມີແລ້ວ ປາຖນາດີແລ້ວ
ອິທະມະໂວຈະ ພະຄະວາ ຯ                                   ຍ່ອມໄດ້ອານິສົງສິບເອັດປະການຢ່າງນີ້ແລ,
ອັຕຕະມະນາ ເຕ ພິກຂູ ພະຄະວະໂຕ                   ພຣະຜູ້ມີພຣະພາຄເຈົ້າ,ໄດ້ກ່າວທັມປະຣິຍາຍອັນນີ້ແລ້ວ
ພາສິຕັງ ອະພິນັນທຸນຕິ ຯ                                 ພຣະພິກຂຸທັ້ງຫລາຍເຫລົ່ານັ້ນ,ກໍມີໃຈຍິນດີ ພໍໃຈໃນພາສິດຂອງ ຜູ້ມີພຣະພາຄເຈົ້າ ພຣະອົງນັ້ນ ດ້ວຍປະການຊະນີ້ແລ.




Picture



-< ກັບຄືນສູ່ໜ້າສູດມົນ