ນຳມາພິມໃໝ່ ຈາກປຶ້ມຂນົບທັມນຽມລາວ ຮີດສິບສອງແລະຄອງສິບສີ່ ໂດຍ ຄຳບາງ ຈັນນີຍາວົງ ຊຸດຣາຊບັນດິດລາວ ພ.ສ 2517 ( 10 ມິຖຸນາ 1974)
ເປັນສ່ວນນຶ່ງຂອງປະເພນີລາວທີ່ໄດ້ປະຕິບັດກັນມາແຕ່ຊ້ານານ ແລະຢາກຈະເກັບສິ່ງດີໆນີ້ໄວ້ໃຫ້ນານເທົ່ານານ, ແຕ່ດ້ວຍວ່າໃນປັດຈຸບັນນີ້ເປັນຍຸກສມັຍໃໝ່ທີ່
ຈະເຣີນໄປດ້ວຍວັດຖຸ,ວິທຍາສາດແລະເທັກໂນໂລຈີ ຊຶ່ງຄົນຮຸ່ນຫລັງອາດຈະມີການປະຕິບັດຕ່າງໄປຈາກເດືມ.
ຮີດສິບສອງ
ຄຳວ່າ ຮີດ ມາຈາກພາສາບາລີ ຈາຣິຕຕະ ແປວ່າທັມນຽມແບບແຜນ ຂໍ້ປະພຶິດປະຕິບັດອັນຈົບງາມ ຫລື ປະເພນີສິ່ງທີ່ປະຕິບັດສືບຕໍ່ກັນມາ ຄຳວ່າ ສິບສອງ ໝາຍເຖິງເດືອນທັງສິບສອງເດືອນໃນປີນຶ່ງ ຄືນັບແຕ່ເດືອນຈຽງ (1) ເປັນຕົ້ນປີ ຈົນເຖິງເດືອນສິບສອງເປັນທ້າຍປີ, ເມື່ອຄຳທັງສອງ ມາຕໍ່ເຂົ້າກັນຈຶ່ງເປັນ ຮີດສິບສອງ ມີດັ່ງຕໍ່ໄປນີ້:
1.ເດືອນຈຽງບຸນເຂົ້າກັມ
ບຸນເຂົ້າກັມ ຄຳວ່າ ກັມ ໄດ້ແກ່ການກະທຳ ເປັນກັມດີກໍມີ ເປັນກັມຊົ່ວກໍມີ ເຊັ່ນວ່າ ບຸນເປັນກັມດີ ບາບເປັນກັມຊົ່ວ. ຄຳວ່າເຂົ້າ ໄດ້ແກ່ເຂົ້າໄປຢູ່ໃນຂອບເຂດຈຳກັດ ເພື່ອໃຫ້ທໍຣະມານຮ່າງກາຍ ແລະຈິດໃຈໃຫ້ຫາຍຈາກກັມທີ່ຕົນກະທຳ, ອີກຢ່າງນຶ່ງ ຍິງອອກລູກ ແລ້ວຢູ່ໄຟຮຽກວ່າຢູ່ກຳ ຄືເອົາຕົວຂາງໄຟ ໃຫ້ເລືອດລົມດີ ມີນ້ຳນົມພໍລ້ຽງລູກ, ພິກຂຸຕ້ອງອາບັດສັງຄາທິເສດ ກ່ອນຈະພົ້ນຈາກອາບັດທີ່ຕ້ອງນັ້ນ ການເຂົ້າກັມຂອງພຣະພິກຂຸສົງ ເຄີຍເຂົ້າໃນເດືອນຈຽງ ຈະເປັນວັນອອກໃໝ່ ຫລື ວັນແຮມກໍໄດ້ ແລ້ວແຕ່ນິຍົມ, ມື້ພຣະສົງສູດອັບພານຄືອອກກັມ ສ່ວນຫລາຍແມ່ນອອກໃໝ່ 15ຄ່ຳເດືອນຈຽງ ດ້ວຍເຫດນີ້ແລ ເຮົາຈຶ່ງພາກັນເອີ້ນວ່າບຸນເດືອນຈຽງ ຊຶ່ງໝາຍເຖິງບຸນຢູ່ກັມ ຫລື ເຂົ້າກັມນັ້ນເອງ.
ພິທີທຳ: ສະຖານທີ່ບ່ອນຈະຢູ່ກັມນັ້ນ ຕ້ອງເປັນບ່ອນສງັດ ມີຕູບຢູ່ລຳພັງຕູບລະອົງໆ ບໍ່ຍິນດີຮັບການຂາບໄຫວ້ເປັນຕົ້ນ ພິກຂຸຕ້ອງອາບັດສັງຄາທິເສດແລ້ວ ໃຫ້ບອກແກ່ພິກຂຸສົງ 4 ຕົນຮັບຮູ້ໄວ້ກ່ອນ ເມື່ອໂອກາດມາເຖິງ ຈຶ່ງຢູ່ກັມຫລືເຂົ້າກັມ ການບອກອາບັດແກ່ສົງໃຫ້ຮັບຮູ້ໄວ້ ຊື່ວ່າບໍ່ປົກປິດອາບັດໄວ້ ຖ້າປົກປິດໄວ້ຫລາຍວັນທໍ່ໃດກໍຢູ່ປະຣິວາດທໍ່ນັ້ນ ໃນຣະຫວ່າງຢູ່ປະຣິວາດນັ້ນ ຖ້າຕ້ອງອາບັດຕື່ມອີກ ກໍໃຫ້ທຳວັດໃໝ່ ຮຽກວ່າ ປະຕິກັດສະນາ ຄືຊັກເຂົ້າຫາອາບັດເກົ່າ ແລະຢູ່ມານັດຄົບ 6ຄືນແລ້ວ ຈຶ່ງອັບພານ ຄືອອກກັມ, ຄຳວ່າ ປະຣິວາດ,ມານັດ ແລະ ປະຕິກັດສະນາໂຮມກັນຮຽກວ່າ ວຸດຖານະວິທີ ຄື ວິທີເຂົ້າກັມ ຫລື ຢູ່ກັມຂອງພິກຂຸເພື່ອອອກຈາກອາບັດ ສັງຄາທິເສດ ສົງ 4 ຮູບໃຫ້ ປະຣິວາດ ມານັດ ປະຕິກັດສະນາ, ສົງ 20 ຮູບໃຫ້ອັບພານ.
ສ່ວນພໍ່ອອກແມ່ອອກທີ່ກ່ຽວຂ້ອງກັບພິທີນີ້ ເປັນຜູ້ອຸປະຖັມດ້ວຍຈະຕຸປັດຈັຍ ໄທຍະທານຕລອດເວລາ ເມື່ອອອກກັມແລ້ວມີການເຮັດບຸນໃຫ້ທານ ຟັງເທດຕລອດວັນ, ພິກຂຸອອກກັມແລ້ວ ເປັນຜູ້ໝົດມົນທິນ ບໍຣິສຸດ, ຜູ້ໃດໄດ້ບໍຣິຈາກທານ ຍ່ອມໄດ້ຜະລານິສົງຫລາຍ, ໃນສມັຍນີ້ ບຸນເຂົ້າກັມຂອງພຣະພິກຂຸສົງບໍ່ຄ່ອຍມີປານໃດ ແຕ່ບາງແຂວງຍັງມີຢູ່, ແຕ່ປາງບູຮານເພິ່ນຖືວ່າ ການເຂົ້າກັມນັ້ນ ເປັນສິ່ງສຳຄັນ, ໃນຮອບປີນຶ່ງມີການຢູ່ກັມເທື່ອນຶ່ງ ເພື່ອອອກຈາກອາບັດໃຫ້ມີຄວາມບໍຣິສຸດ.
ຄວາມໝາຍຂອງການທຳບຸນນີ້ ໂດຍຖືວ່າ ພຣະພິກຂຸທີ່ອອກກັມມາໃໝ່ເປັນຜູ້ບໍ່ມີມົນທິນ ເປັນຜູ້ມີຄວາມບໍຣິສຸດຜຸດຜ່ອງ ຜູ້ໃດໄດ້ທຳບຸນໃຫ້ທານແກ່ພຣະສົງເຫລົ່ານັ້ນ ຖືວ່າໄດ້ກຸສົົົນຫລາຍ ເໝືອນດັ່ງເມນທະກະເສດຖີແລະບໍຣິວານ ໄດ້ຖວາຍເຂົ້າແກ່ພຣະປັດເຈກພຸທເຈົ້າ ທີ່ອອກຈາກນິໂຣທະສະມາບັດໃໝ່ໆ ແລ້ວໄດ້ປະສົບມະນຸດສົມບັດ ເຫັນປັດຈຸບັນທັນຕາ ຄືເຂົ້າທີ່ຍົກຍໍຖວາຍໄປແລ້ວນັ້ນ ກັມມາເຕັມຄືນຄືເກົ່າ ສາງເຂົ້າເປືອກທີ່ເປົ່າຢູ່ ກໍກັບເຕັມດ້ວຍເຂົ້າເປືອກດັ່ງເດີມ.
ເພີ້ມເຕີມຈາກບຸນສຳຄັນໃນທາງພຣະພຸທສາສນາຂອງລາວ
ບຸນເຂົ້າກັມ
ບຸນເຂົ້າກັມເປັນເດືອນທີ່ພຣະສົງຄ໌ເຂົ້າກັມ(ປະຣິວາສກັມ)ທີ່ຖືປະຕິບັດກັນມາແຕ່ບູຮານນະການ ເພື່ອໃຫ້ພຣະສົງຜູ້ກະທຳຜິດ ໄດ້ສາລະພາບຕໍ່ໜ້າສົງຄ໌ ເປັນການຝຶກຈິຕສຳນຶກເຖິງຄວາມບົກພ່ອງຂອງຕົນແລະມຸ່ງປະພຶດຕົນໃຫ້ ຖືກຕ້ອງຕາມພຣະທັມ ວິນັຍຕໍ່ໄປ.
ພຣະທີ່ຕ້ອງອາບັດສັງຄາທິເສສ (ອາບັດ ໜັກຮອງຈາກປະຣະຊິກ)ຕ້ອງຢູ່ກັມ ຈຶ່ງຈະພົ້ນອາບັດ ອັນເປັນພິທີທີ່ທຳໃຫ້ຈິດໃຈບໍ່ ເສົ້າໝອງ ຫລື ອີກນັຍນຶ່ງກໍເພື່ອລະລຶກເຖິງການກະທຳອັນເປັນບາບທີ່ທຳມາຕລອດພັນສາ.
ພຣະພິກຂຸຕ້ອງອາບັດແລ້ວ ຈະເປັນອາບັດໜັກ ຫລື ເບົາ ເຊິ່ງຢູ່ໃນລັກສນະທີ່ວ່າ ສເຕກິຈສາ ຢຽວຢາໄດ້ ຄືທຳໃຫ້ພົ້ນໂທດໄດ້ ກໍຕ້ອງຢູ່ກັມ ເພື່ອໃຫ້ພົ້ນຈາກອາບັດ ທີ່ ລ່ວງເກີນນັ້ນ ເມື່ອບໍ່ສະແດງຫລື ບໍ່ທຳໃຫ້ພົ້ນໂທດ ບາບກັມນັ້ນກໍຈະຕິດຕາມໄປຫລາຍ ພົບຫລາຍຊາຕເໝືອນດັ່ງພຣະພິກຂຸອົງນຶ່ງ ທີ່ຕ້ອງອາບັດໃນ ສມັຍພຣະກັສສະປະພຸທທະເຈົ້າ ຊື່ງຈະກ່າວໃນໂອກາດຕໍ່ໄປ.
ບຸນນີ້ຈະນິຍົມທຳກັນໃນເດືອນຈຽງ ຈະເປັນຂ້າງຂື້ນ ຫລື ຂ້າງແຮມກໍໄດ້ ແຕ່ສ່ວນມາກແລ້ວ ຈະທຳໃນມື້ພຣະສົງຄ໌ ສູຕອັພພານ ຄື ອອກກັມ ກໍຄືມື້ ຂຶ້ນ15 ຄໍ່າ ເດືອນອ້າຍ ສະນັ້ນ ເຮົາຈຶ່ງເອີ້ນກັນ ອີກຢ່າງນຶ່ງວ່າ '' ບຸນເດືອນອ້າຍ'' ຊຶ່ງກໍໝາຍເຖິງບຸນຢູ່ກັມ ຫລື ເຂົ້າກັມນັ້ນເອງ.
ສະຖານທີ່ບ່ອນຈະຢູ່ກັມນັ້ນ ຕ້ອງເປັນບ່ອນສງັດ ມີຕູບຢູ່ລໍາພັງ ຕູບລະອົງ ບໍ່ຍິນດີຮັບການຂາບໄຫວ້. ພິກຂຸໃດທີ່ຕ້ອງອາບັດ ສັງຄາທິເສສແລ້ວ ໃຫ້ບອກແກ່ພິກຂຸ ສີ່ ຕົນ ຮັບຮູ້ໄວ້ກ່ອນ ເມື່ອໂອກາດມາເຖິງ ຈຶ່ງຢູ່ກັມຫລື ເຂົ້າກັມ. ຄໍາວ່າເຂົ້າກັມ ໄດ້ແກ່ການເຂົ້າໄປຢູ່ຂອບເຂດຈຳກັດ ເພື່ອໃຫ້ທໍຣະມານທັງກາຍແລະຈິດໃຈ ໃຫ້ຫາຍຈາກກັມທີ່ຕົນໄດ້ກະທຳນັ້ນ.
ການບອກອາບັດແກ່ສົງຄ໌ໃຫ້ຮັບຮູ້ໄວ້ ຊື່ວ່າບໍ່ປົກປິດອາບັດໄວ້ ຖ້າປົກປິດໄວ້ຫລາຍວັນເທົ່າໃດກໍຢູ່ປະຣິວາດຫລາຍເທົ່ານັ້ນ. ໃນຣະຫວ່າງຢູ່ປະຣິວາດນັ້ນ ຖ້າຕ້ອງອາບັດໃໝ່ ຮຽກວ່າ ປະຕິກັດສະນາ ຄືຊັກເຂົ້າຫາອາບັດເກົ່າ ແລະ ຢູ່ ມານັດຄົບ 6 ຄືນແລ້ວ ຈື່ງ ອັພພານ ຄືອອກກັມ. ຄຳວ່າ ປະຣິວາດ, ມານັດ ແລະ ປະຕິກັດສະນາໂຮມກັນຮຽກວ່າ ວຸດຖານະວິທີ ຄື ວິທີເຂົ້າກັມ ຫລື ຢູ່ກັມ ຂອງພິກຂຸເພື່ອອອກຈາກອາບັດສັງຄາທິເສສ. ສົງຄ໌ສີ່ຮູບໃຫ້ ປະຣິວາດ ມານັດ ປະຕິກັດສະນາ, ສົງຄ໌ 20 ຮູບ ໃຫ້ອັພພານ.
ໃນມື້ອອກກັມນີ້ ຊາວພຸທຜູ້ມີຈິຕສັທທາ ກໍຈະມາຮ່ວມເຮັດບຸນໃຫ້ທານ ຟັງເທສຕລອດວັນ ເພາະພິກຂຸອອກກັມແລ້ວ ເປັນຜູ້ ໝົດມົນທິນ ບໍຣິສຸດ ຜູ້ໃດໄດ້ບໍຣິຈາກທານ ຍ່ອມໄດ້ຜະລານິສົງຫລາຍ ໄດ້ກຸສົນຫລາຍ. ດັ່ງເຊັ່ນເຣື່ອງຂອງ ເມນທະກະເສດຖີ ແລະບໍຣິວາຣ ໄດ້ຖວາຍເຂົ້າແກ່ພຣະປັຈເຈກະພຸທທະເຈົ້າ ທີ່ອອກຈາກ ນິໂຣທສມາບັດໃໝ່ໆ ແລ້ວ ໄປປະສົບມະນຸດສົມບັດ ທັນຕາເຫັນ ຄື ເຂົ້າທີ່ຍົກຍໍໄປຖວາຍແລ້ວ ກັບມາເຕັມຄືນຄືເກົ່າຄື ສາງເຂົ້າເປືອກ 1250 ສາງທີ່ ເປົ່າຢູ່ ກໍກັບເຕັມໄປດ້ວຍ ເຂົ້າເປືອກດັ່ງເດີມ.
ໃນສມັຍນີ້,ບາງແຫ່ງກໍບໍ່ຄ່ອຍກະທຳກັນປານໃດ ແຕ່ບາງແຫ່ງກໍກະທຳທຸກໆປີບໍ່ໄດ້ຂາດ. ແຕ່ປາງບູຮານເພິ່ນຖືວ່າ ການເຂົ້າກັມ ເປັນສິ່ງສຳຄັນ ເພາະໃນຮອບປີນຶ່ງ ມີການຢູ່ກັມເທື່ອນຶ່ງ ເພື່ອອອກຈາກອາບັດໃຫ້ມີຄວາມບໍຣິສຸດ.
ຂໍນຳເຣື່ອງໃນຄັມພີພຣະທັມມະບົດກ່ຽວກັບການຕ້ອງອາບັດແລ້ວ ບໍ່ສະແດງມາເລົ່າສູ່ຟັງ ດັ່ງນີ້:
ໃນສມັຍພຣະກັສສະປະພຸທທະເຈົ້າ ມີພິກຂຸອົງນຶ່ງລ່ອງເຮືອໄປໃນແມ່ນໍ້າຄົງຄາ ຫລົງໄປດຶງໃບຕະໃຄ້ນໍ້າຂາດອອກໃບນຶ່ງ ພຣະພິກຂຸອົງນັ້ນຄຶດວ່າເປັນອາບັດພຽງເລັກນ້ອຍ ເລີຍບໍ່ໄດ້ສະແດງອາບັດ ແລ້ວກໍໄປບໍາເພັນພຽນຢູ່ໃນປ່າເປັນ ເວລາຊ້ານານ. ແຕ່ເຫດຄັ້ງນັ້ນກໍຍັງຄົງຄ້າງໃນໃຈຂອງພິກຂຸຮູບນັ້ນສເມີມາ ດ້ວຍວ່າປະຕິບັດທັມໃນປ່າ ເວລາທີ່ຢາກສະແດງ ອາບັດ ກໍບໍ່ມີ
ພິກຂຸ ຮູບໃດຮັບຟັງ ຕໍ່ກໍມາໄດ້ເກີດອາພາດ ແລະ ມໍຣະນະພາບລົງ ແຕ່ບາບກັມນັ້ນກໍຍັງຕິດຕົວໄປຍັງພົບໃໝ່ ໃຫ້ໄດ້ໄປ ບັງເກີດເປັນນາຄຊື່ ເອກະຣະປັດ.

2. ເດືອນຍີ່ບຸນຄູນລານເຂົ້າ
ເຖິງຣະດູເດືອນຍີ່ມາ ໃຫ້ນິມົນພຣະສັງຄະເຈົ້າ ມາຕັ້ງສູດໄຊຍະມຸງຄຸນ ເອົາບຸນຄູນລານເຂົ້າຫລືຂວັນເຂົ້າ, ກອງເຂົ້າ,ຄຳວ່າ ລານ ໄດ້ແກ່ບ່ອນເສັຽຫຍ້າແປນໆ ເຮັດເປັນບ່ອນສຳລັບຟາດເຂົ້າ ຫລືນວດເຂົ້າ, ຄຳວ່າ ຄູນ ໄດ້ແກ່ການເພີ້ມເຂົ້າ ຫລືຕື່ມເຂົ້າ ຫລື ເຮັດໃຫ້ຫລາຍຂຶ້ນຕາມສ່ວນ ກຳນົດການເຮັດ ໃນເດືອນສີ່ ຈະເປັນຂ້າງຂຶ້ນຫລື ຂ້າງແຮມກໍໄດ້ ເມື່ອຟາດເຂົ້າສຳເຣັດແລ້ວຈຶ່ງເຮັດ, ກ່ອນຈະຂົນເຂົ້າຂຶ້ນເລົ້າ ຫລືຍຸ້ງສາງ ໃຫ້ທໍາບຸນຄູນລານເຂົ້າ, ຫລືຂວັນເຂົ້າ, ກອງເຂົ້າເສັຽກ່ອນ ຈຶ່ງຂົນຂຶ້ນເລົ້າຂຶ້ນເຍັຽ ເພື່ອເປັນສິຣິມຸງຄຸນ ຄວາມມັ່ງມູນພູນສຸກສືບຕໍ່ໄປ.
ພິທີເຮັດ: ບອກເລົ່າປ່າວເຕືອນຍາດພີ່ນ້ອງ ໃຫ້ມາເຕົ້າມາໂຮມເຮັດບຸນຄູນລານເຂົ້າ ຫລືສູດຂວັນເຂົ້າ, ກອງເຂົ້າ,ຕັ້ງພາມຸງຄຸນຢູ່ທີ່ລານເຂົ້າ ນິມົນພຣະສັງຄະເຈົ້າ 5 ຕົນຢ່າງນ້ອຍ ມາສູດມຸງຄຸນຄາຖາເມື່ອສູດປຣິຕະມຸງຄຸນຄາຖາຈົບລົງແລ້ວ ຖວາຍອາຫານ ບິນທະບາດ ແລະມີເທດສລອງນຶ່ງກັນ ສຳເຣັດແລ້ວພຣະສົງສູດໄຊຍະມຸງຄຸນຄາຖາສາດນ້ຳມົນ, ນ້ຳມົນນີ້ ໃຫ້ເຈົ້າຂອງນາ ນຳໄປຮົດໃສ່ນາ ແລະ ງົວຄວາຍເພື່ອໃຫ້ຢູ່ເຢັນເປັນສຸກ ແລ້ວຈຶ່ງອຸທິດບຸນກຸສົນທີ່ຕົນໄດ້ກະທຳນັ້ນ ໄປໃຫ້ຍາດຜູ້ລ່ວງລັບໄປແລ້ວ ແລະ ເທວະດາທັງຫລາຍ ທີ່ຢູ່ຫົວໄຮ່ປາຍນາ ເມື່ອທ່ານທັງຫລາຍເຫລົ່ານັ້ນ ໄດ້ຮັບຜົນບຸນທ່ີເຮົາອຸທິດສົ່ງໃຫ້ ກໍຈະມາອວຍໄຊໃຫ້ພອນ ຟ້າຝົນຊົນລະທາກໍຈະຕົກຕາມຣະດູການ ເຂົ້າກ້າໃນນາກໍຈະງອກງາມ ບໍ່ມີງົວຄວາຍ ນົກໜູປູປາມາກັດກິນ ເຮົາກໍຈະໄດ້ຮັບຄວາມສຸກຄວາມຈະເຣີນ ບໍຣິບູນດ້ວຍຊັບສົມບັດທຸກຢ່າງ. ນີ້ເປັນພິທີທາງພຸທສາສນາ ເມື່ອແລ້ວພິທີທາງພຸທສາສນາແລ້ວ ຈະທຳພິທີພຣາມມະນະສາສນາອີກກໍໄດ້.
ພິທີພຣາມມະນະສາສນາ :
ມີພາຂວັນນຶ່ງພາ ເນັ່ງຝ້າຍມຸງຄຸນຮອບກອງເຂົ້າ ຂໍເຊີນໝໍພຣາມຫລືໝໍພອນມາສູດຂວັນເຂົ້າ ໃຫ້ລາບໃຫ້ພອນ ຜູກຂໍ່ຕໍ່ແຂນ ຜູກຂວັນງົວຂວັນຄວາຍ ເຫລົ່ານີ້ເປັນຕົ້ນ.
ເຫດແຫ່ງການກະທຳ:
ເພື່ອຄວາມເປັນສິຣິມຸງຄຸນແລະໃຫ້ໄດ້ເຂົ້າອຸດົມສົມບູນຍິ່ງໆຂຶ້ນໄປ ພວກຊາວນາທັງຫລາຍ ຈຶ່ງໄດ້ພ້ອມໃຈກັນພ່ຳເພັງບຸນກຸສົນ ຂນະເຂົ້າທີ່ຍັງຄ້າງລານຢູ່ ດັ່ງມີເຣື່ອງເລົ່າໄວ້ໃນທັມມະບົດວ່າ ມີບຸຣຸດສອງອ້າຍນ້ອງ ໄດ້ເຮັດນາທົ່ງດຽວກັນ ຄົນເຖິງຍາມເຂົ້າພໍເໝົ້າ ນ້ອງຊາຍຊວນອ້າຍ ເອົາເຂົ້າອ່ອນນັ້ນ ມາເຮັດເຂົ້າມະທຸປາຍາດຖວາຍພຣະສົງ ອັນມີພຣະພຸທເຈົ້າເປັນປະທານ, ອ້າຍບໍ່ເຫັນດີນຳ ທັງສອງຝ່າຍບໍ່ລົງຮອຍກັນ ຕົກລົງໄດ້ແບ່ງນາກັນເຮັດຄົນລະເຄິ່ງ ເມື່ອໄດ້ເຮັດນາເຄິ່ງນຶ່ງ ເປັນສ່ວນໂຕແລ້ວ ກໍໄດ້ຖວາຍທານຕາມຄວາມພໍໃຈ ໃນປີນຶ່ງໄດ້ເຮັດທານເຖິງ 9 ເທື່ອຄື: ເຮັດເຂົ້າມະທຸປາຍາດຖວາຍນຶ່ງ, ເວລາເຂົ້າພໍເໝົ້າເຮັດເຂົ້າເໝົ້າຖວາຍນຶ່ງ, ເວລາເກັບກ່ຽວນຶ່ງ, ເວລາຈັກຕອກມັດນຶ່ງ, ເວລາມັດເປັນຝ່ອນນຶ່ງ, ເວລາຂົນກອງໃສ່ລານແລ້ວນຶ່ງ, ເວລາຟາດແລ້ວນຶ່ງ, ເວລາຂົນຂຶ້ນເລົ້າແລ້ວສຳເຣັດນຶ່ງ, ແລ້ວຕັ້ງປະນິທານຄວາມປາຖນາໃນຂນະທີ່ໄດ້ຖວາຍທານໃນເທື່ອນັ້ນວ່າ ຂໍໃຫ້ໄດ້ສຳເຣັດເປັນພຣະອໍຣະຫັນອົງນຶ່ງໃນອະນາຄົດ ຄັນຕົກມາເຖິງສາສນາຂອງ ພຣະສະມະນະໂຄດົມພຸທເຈົ້າຂອງເຮົານີ້ ນ້ອງຊາຍໄດ້ເກີດເປັນລູກຂອງພຣາມມະຫາສານ ມີນາມວ່າ ອັນຍາໂກນທັນຍະ ແລ້ວອອກບວດໃນພຣະພຸທສາສນາແລະໄດ້ສຳເຣັດເປັນພຣະອໍຣະຫັນອົງນຶ່ງກ່ອນພຣະສາວົກທັງຫລາຍຄື ເປັນປະຖົມສາວົກ.
ສ່ວນຜູ້ອ້າຍບໍ່ສາມາດຖວາຍທານຄົບເຖິງ 9 ເທື່ອຄືໄດ້ຖວາຍແຕ່ເທື່ອດຽວທໍ່ນັ້ນ ແລະໄດ້ຕັ້ງປະນິທານຄຳປາຖນາໄວ້ວ່າ ດ້ວຍກຸສົນຜົນບຸນນີ້ ຂໍໃຫ້ສຳເຣັດເປັນພຣະອໍຣະຫັນໃນອະນາຄົດ ຄັນມາສາສນາຂອງພຣະພຸທເຈົ້າຊົງພຣະນາມວ່າ ສະມະນະໂຄດົມຂອງເຮົານີ້ ບຸຣຸດນັ້ນກໍໄດ້ມາເກີດເປັນ ສຸພັດທະປະຣິພາຊົກ ບໍ່ໄດ້ພົບພຣະພຸທເຈົ້າໃນຕອນຕົ້ນພຸທການແລະໃນຕອນກາງພຸທການ ມາໄດ້ພົບພຣະພຸທເຈົ້າ ໃນຕອນທີ່ພຣະອົງຈະສະເດັດດັບຂັນເຂົ້າສູ່ພຣະນິບພານ ຄື ຂນະທີ່ພຣະພຸທອົງສະເດັດເຂົ້າສູ່ທີ່ປະທັບດັບຂັນທະປະຣິນິບພານແລ້ວແລະໄດ້ທູນຖາມຄວາມສົງສັຍຂອງຕົນ ທາງດ້ານຫລັງຜ້າມ່ານກັ້ງ, ບ່ອນປະທັບປະຣິນິບພານ ພໍພຣະອົງເທດຈົບລົງກໍໄດ້ ສຳເຣັດເປັນພຣະອະຣິຍະບຸກຄົນຊັ້ນອະນາຄາມິ ຈຶ່ງນັບວ່າພຣະສຸພັດທະ ນີ້ໄດ້ເປັນພຣະອະຣິຍະສາວົກອົງສຸດທ້າຍ ທີ່ໄດ້ເຫັນພຣະພຸທເຈົ້າ ດ້ວຍເຫດນັ້ນ ຊາວນາທັງຫລາຍ ເມື່ອໄດ້ຊາບເຖິງອານິສົງຜົນບຸນແລ້ວ ຈຶ່ງໄດ້ພາກັນເຮັດບຸນໃຫ້ທານເຂົ້າໃນນາ ແລະ ຖືເປັນປະເພນີສືບມາຈົນເທົ້າທຸກວັນນີ້.
ເພີ້ມເຕີມຈາກບຸນສຳຄັນໃນທາງພຣະພຸທສາສນາຂອງລາວ
ບຸນຄູນລານເຂົ້າ
ຊາວລາວສມັຍກ່ອນຈົນເຖິງສມັຍປັດຈຸບັນ ກັບການເຮັດນາປູກເຂົ້ານັ້ນເປັນຂອງຄູ່ກັນມາຕັ້ງນານ ແສນນານ. ເມື່ອຍາມນາ ເສັດສິ້ນແລ້ວໃນເດືອນຍີ່ ກ່ອນຈະຂົນເຂົ້າຂຶ້ນເລົ້າຂຶ້ນເຍັຽ ທາງບ້ານນັ້ນໆ ກໍຈະປ່າວຮ້ອງ ພີ່ນ້ອງ ຍາຕມິດ ມາຮ່ວມພິທີບຸນ ຄູນລານເຂົ້າ ຫລື ຂວັນເຂົ້າ,ກອງເຂົ້າ ໂດຍຈະນິມົນ ພຣະສັງຄະເຈົ້າ 5 ຕົນຢ່າງນ້ອຍ ມາສູຕມຸງຄຸນຄາຖາ.
ຄຳວ່າ ''ລານ'' ໄດ້ແກ່ດິນພຽງໆ ເຮັດເປັນບ່ອນຟາດເຂົ້າ ຫລື ນວດເຂົ້າ, ຄຳວ່າ ''ຄູນ'' ໄດ້ແກ່ການເພິ່ມເຂົ້າ ຫລື ຕື່ມເຂົ້າ ຫລື ເຮັດໃຫ້ຫລາຍຂຶ້ນຕາມສ່ວນ.
ກຳນົດການເຮັດບຸນນີ້ ຈະທຳກັນໃນເດືອນຍີ່ ຈະເປັນຂ້າງຂຶ້ນຫລືຂ້າງແຮມກໍໄດ້ ເພື່ອຄວາມເປັນ ສິຣິມຸງຄຸນ ຄວາມມັ່ງມີສີສຸກ ສືບໄປ.
ພິທີເຮັດບຸນຄູນລານເຂົ້ານີ້ ເພິ່ນຈະຕັ້ງພາມຸງຄຸນຢູ່ທີ່ລານເຂົ້າ ນິມົນພຣະສັງຄະເຈົ້າມາສູດປະຣິຕຕະມຸງຄຸນຄາຖາ ຈົບແລ້ວ ຖວາຍອາຫານ ບິນທະບາດ ແລະ ມີເທສນາສລອງນຶ່ງກັນ ແລ້ວ ສູດໄຊຍະມຸງຄຸນຄາຖາເສກນໍ້າມົນ ໃຫ້ເຈົ້າຂອງນາ ເພື່ອເອົາໄປ ຮົດໃສ່ໃຮ່ນາ ແລະ ງົວຄວາຍເພື່ອໃຫ້ຢູ່ເຢັນເປັນສຸກ ແລ້ວຈຶ່ງ ອຸທິສສ່ວນກຸສົນທີ່ຕົນໄດ້ກະທຳນັ້ນ ໄປໃຫ້ຍາຕຜູ້ລ່ວງລັບໄປແລ້ວ ແລະ ເທວະດາ ອາຮັກ ທັງຫລາຍ ທີ່ຢູ່ຫົວໄຮ່ປາຍນາ ເມືອທ່ານທັງຫລາຍເຫລົ່ານັ້ນ ໄດ້ຮັບຜົລບຸນທີ່ ເຂົາເຈົ້າອຸທິສສົ່ງໃຫ້ ແລ້ວ ກໍຈະມາອວຍໄຊໃຫ້ພອນ ຟ້າຝົນຊົລທາກໍຈະຕົກຕາມຣະດູກາລ ເຂົ້າກ້າໃນນາກໍຈະແຂງແຮງ ງອກງາມ ອຸດົມສົມບູນ ຮວມທັງ ຄວາມສຸກ ຄວາມຈະເຣີນແລະບໍຣິບູນດ້ວຍຊັບສົມບັດທຸກຢ່າງ.
ຫລັງຈາກເສັດພິທີທາງສາສນາແລ້ວ ກໍຈະມີພາຂວັນຕັ້ງຂຶ້ນນຶ່ງພາໂດຍ ເນັ່ງຝ້າຍມຸງຄຸນໄປຮອບກອງເຂົ້າ ແລ້ວເຊີນ ໝໍພອນ ມາສູດຂວັນເຂົ້າ ໃຫ້ລາພໃຫ້ພອນ ຜູກຂໍ່ຕໍ່ແຂນກັນ ແລະ ຜູກຂວັນງົວຂວັນຄວາຍ ເຫລົ່ານີ້ເປັນຕົ້ນ.
ມູນເຫດແຫ່ງການທຳບຸນນີ້ ມີເຣື່ອງໃນຄັມພີພຣະທັມມະບົດວ່າ ໃນສມັຍ ພຣະວິປັສສີພຸທທະເຈົ້າ ມີ ບຸດຂອງກະດຸມພີ ຊາວເມືອງພັນທຸມະດີ ຊື່ວ່າ ມະຫາກາລ ຜູ້ເປັນອ້າຍ ແລະ ຈູລະກາລຜູ້ນ້ອງ. ທັ້ງສອງມີອຸປນິສັຍແຕກຕ່າງກັນ ກ່າວຄື ທ້າວມະຫາກາລ ເປັນຄົນທີ່ມີຄວາມເຫລື້ອມໃສໃນພຣະວິປັສສີພຸທທະເຈົ້າ ແຕ່ ທ້າວຈຸລະກາລ ບໍ່ເຫລື້ອມໃສ ດັ່ງນັ້ນ ທັງສອງຈຶ່ງມີຄວາມເຫັນຂັດແຍ້ງ ກັນຢູ່ຕລອດເວລາກ່ຽວກັບການເຮັດບຸນ.
ຄັນເຖິງພໍຍາມເຂົ້າພໍເປັນນໍ້ານົມ ອ້າຍຈຶ່ງຊວນນ້ອງເອົາເຂົ້າໄປເຮັດເຂົ້າມະທຸປະຍາດຖວາຍພຣະສົງຄ໌ອັນມີພຣະພຸທທະເຈົ້າ ເປັນປະທານ ສ່ວນນ້ອງຊາຍກໍບໍ່ເຫັນດີນຳ ຈຶ່ງເປັນເຫດໃຫ້ ສອງອ້າຍນ້ອງແບ່ງນາກັນເຮັດເປັນຂອງໃຜຂອງລາວ.
ເມື່ອທ້າວມະຫາກາລໄດ້ນາມາເຮັດເປັນສ່ວນຕົວແລ້ວ ກໍໄດ້ຖວາຍທານຕາມຄວາມພໍໃຈ ໂດຍຈະໃຫ້ທານ 9 ເທື່ອໃນປີນຶ່ງຄື: ເວລາເຂົ້າເປັນນໍ້ານົມ ເຮັດເຂົ້າມະທຸປະາຍາດ 1, ເວລາເຂົ້າພໍເໝົ້າ ເຮັດເຂົ້າເໝົ້າຖວາຍ 1, ເວລາເກັບກ່ຽວ 1, ເວລາຈັກຕອກ ມັດ 1, ເວລາມັດເປັນຝ່ອນ1, ເວລາຂົນມາກອງໃສ່ລານແລ້ວ 1, ເວລາຟາດເຂົ້າແລ້ວ 1, ເວລາ ຂົນເຂົ້າຂຶ້ນເລົ້າ 1, ເວລາຂົນ ເຂົ້າຂຶ້ນເລົ້າສຳເຣັດ 1, ແລ້ວຕັ້ງປະນິທານປາຖນາໃນຂນະທີ່ໄດ້ຖວາຍທານໃນເທື່ອນັ້ນວ່າ ຂໍໃຫ້ສຳເຣັດເປັນພຣະອໍຣະຫັນອົງ ນຶ່ງໃນອະນາຄົດ.
ສ່ວນທ້າວຈຸລະກາລຜູ້ນ້ອງບໍ່ສາມາດຖວາຍທານຄົບເຖິງເກົ້າເທື່ອ ແຕ່ກໍໄດ້ຖວາຍແຕ່ເທື່ອດຽວເທົ່ານັ້ນ ແລະ ໄດ້ຕັ້ງປະນິທານ ຄຳປາຖນາວ່າ ຂໍໃຫ້ໄດ້ເປັນພຣະອໍຣະຫັນອົງນຶ່ງໃນອະນາຄົດເໝືອນກັນ.
ພໍຕົກມາເຖິງສາສນາຂອງພຣະສະມະນະໂຄດົມພຸທທະເຈົ້າ ທ້າວມະຫາກາລ ໄດ້ເກີດເປັນບຸດພຣາມມະຫາສານໃນໝູ່ບ້ານພຣາມ ໂທນະວັຕຖຸ ຊຶ່ງຢູ່ບໍ່ໄກຈາກເມືອງກະບິລພັສເທົ່າໃດ ຊື່ວ່າ ອັນຍາໂກນທັນຍະ.
ຕໍ່ມາ ອັນຍາໂກນທັນຍະໄດ້ອອກບວດໃນພຣະພຸທສາສນາ ແລະ ໄດ້ສຳເຣັດເປັນພຣະອໍຣະຫັນອົງທຳອິດກ່ອນພຣະສາວົກ ທັ້ງຫລາຍຄື ເປັນປະຖົມສາວົກ.
ພຣະອັນຍາໂກນທັນຍະ ເປັນນຶ່ງໃນປັນຈະວັກຄີທັງຫ້າ ທີ່ຕິດຕາມປົນນິບັຕພຣະພຸທທະອົງຕັ້ງແຕ່ສະເດັດອອກບວດໃໝ່ໆ ແລະ ໄດ້ຟັງປະຖົມມະເທສນາ ຄື ທັມມະຈັກກັປປະວັຕຕະນະສູຕ ເປັນລຸ້ນທຳອິດ ໃນວັນຂຶ້ນ 15 ຄໍ່າ ເດືອນແປດ ແລະ ກໍໄດ້ ດວງຕາເຫັນທັມ ບັນລຸໂສດາບັນ ແລ້ວ ພຣະພຸທທະເຈົ້າກໍປະທານເອຫິພິກຂຸອຸປສັມປະທາໃຫ້.
ສ່ວນທ້າວຈຸລະກາລຜູ້ນ້ອງໄດ້ເກີດມາເປັນ ສຸພັທທະປະຣິພາຊົກ ບໍ່ໄດ້ພົບພຣະພຸທທະເຈົ້າໃນຕອນຕົ້ນແລະກາງພຸທການ ແຕ່ພໍຊາບ ຂ່າວວ່າ ພຣະອົງຈະປະຣິນິພພານຈຶ່ງປາຖນາຂໍເຂົ້າເຝົ້າເພື່ອຖາມຂໍ້ຂ້ອງໃຈ.
ພຣະພຸທທະອົງຊົງອະນຸຍາດໃຫ້ເຂົ້າເຝົ້າແລະຊົງສະແດງພຣະທັມມະເທສນາ ຄື ອະຣິຍະມັຄມີອົງແປດ, ສ່ວນສຸພັທທະປະຣິພາຊົກ ເມື່ອໄດ້ຟັງແລ້ວ ເກີດມີຄວາມເຫລື້ອມໃສ ຈຶ່ງ ທູນຂໍອຸປະສົມບົທ ແລະບັນລຸ ອໍຣະຫັນຕະຜົລໃນຣາຕຣີນັ້ນ ນັບວ່າເປັນ ພຸທທະສາວົກ ອົງສຸດທ້າຍ ທີ່ໄດ້ເປັນອໍຣະຫັນ ໃນວັນທີ່ພຣະພຸທທະເຈົ້າປະຣິນິພພານ.

3. ເດືອນສາມ ໄຂປະຕູເລົ້າເຂົ້າ, ບຸນເຂົ້າຈີ່ແລະບຸນມາຄະບູຊາ
ເຖິງຣະດູເດືອນສາມອອກໃໝ່ສາມຄ່ຳແລະເດືອນສາມເພັງມາ ໃຫ້ໄຂຕູເລົ້າເຂົ້າ, ທຳທານເອົາບຸນເຂົ້າຈີ່ແລະບຸນມາຄະບູຊາ,ເພື່ອລະນຶກເຖິງວັນສຳຄັນທາງພຣະສາສນາ ເພາະມື້ນັ້ນເປັນມື້ບູຊາດ້ວຍອາມິດແລະປະຕິບັດ.
ໄຂປະຕູເລົ້າເຂົ້າ
ຫລັງຈາກຂົນເຂົ້າຂຶ້ນເລົ້າຂຶ້ນເຍັຽແລ້ວ ກໍມີພິທີການໄຂປະຕູ ເລົ້າເຂົ້າອີກຕື່ມເທື່ອນຶ່ງ ການໄຂປະຕູເລົ້າເຂົ້ານີ້ ເປັນຣະດູເດືອນສາມ ອອກໃໝ່ສາມຄ່ຳ ຕາມຄະຕິໂບຮານກ່າວໄວ້ວ່າ ມື້ນັ້ນ ແມ່ນມື້ກົບບໍ່ມີປາກ, ນາກບໍ່ມີຮູຂີ້, ໝາກຂາມປ້ອມສຸກຫວານ, ໄກ່ເປີດເຂົ້າສານ, ແມ່ມານທ້ອງແວບ, ຄົກເປັນໝາກ, ສາກເປັນໃບ, ຫົວສີໃຄເປັນດອກ, ກະຮອກປົ່ງເປັນເຂົາ ແລະ ໝາກກາເລົາປົ່ງຫຸ້ມກົ້ນ ສິ່ງທັງຫລາຍເຫລົ່ານີ້ ໃຜຊອກໄດ້ເປັນຂອງຄ້ຳຄູນດີແລ. ຕາມຄະຕິດັ່ງກ່າວນີ້ມີຄວາມໝາຍວ່າ "ເຂົ້າເປືອກທີ່ມີຢູ່ໃນເລົ້າໃນເຍັຽເຮົານັ້ນ" ເພື່ອກິນບໍ່ໃຫ້ບົກຈົກບໍ່ໃຫ້ລົງ ເຂົ້າທີ່ຕັກອອກໄປແລ້ວໃຫ້ກັບມາເຕັມຄືນຄືເກົ່າ ສາງເຂົ້າເປືອກທີ່ເປົ່າຢູ່ກໍໃຫ້ກັບມາເຕັມດ້ວຍເຂົ້າເປືອກດ່ັງເດີມ ດັ່ງນີ້ເປັນຕົ້ນ.
ດັ່ງນັ້ນ ເມື່ອເຖິງຣະດູເດືອນສາມ ອອກໃໝ່ສາມຄ່ຳ ເພິ່ນຈຶ່ງມີພິທີໄຂປະຕູເລົ້າເຂົ້າ ເພື່ອເອົາຂວັນເຂົ້າ ທີ່ຢູ່ຕາມໄຮ່ຕາມນາໃຫ້ມາເຕົ້າມາໂຮມ ເຈົ້າຂອງເຂົ້າມີຄວາມຊົມຊື່ນຍິນດີຈຶ່ແຕ່ງເຄື່ອງສົມມາພາບາສີຮັບຕ້ອນ ໃນນັ້ນມີເຜືອກຫົວຊັນ ມັນຫົວຊ້ອງ ເຫລົ້າກ້ອງໄຂ່ໜ່ວຍ ກ້ວຍອ້ອຍສ້ອຍປີ ເຂົ້າຕົ້ມ ເຂົ້າໜົມ ອາຫານຫວານຄາວຄົບຖ້ວນ ແຕ່ງເປັນພາບໍຣະບວນຕັ້ງໄວ້ ຊ້ອງໜ້າເຖົ້າແກ່ບ່າວສາວ ມາຄ້ຳຄູນເອີ້ນຂວັນໃຫ້ມາເຕົ້າມາໂຮມ ປົກກຸ່ມຊຸ່ມເຢັນ ບໍ່ໃຫ້ຂາດເຂີນຈັກເທື່ອ.
ໃນພິທີໄຂປະຕູເລົ້າເຂົ້ານີ້ ເຮັດຄ້າຍຄືກັບພິທີຄູນເຂົ້າ ຫລື ຈະເອີ້ນວ່າ ພິທີຄູນເຂົ້າເດືອນສາມກໍໄດ້. ພິທີໄຂປະຕູເລົ້າເຂົ້າຫລືຄູນຂວັນເຂົ້າເດືອນສາມນີ້ ພຣະອາຈານມະຫາທອງຄູນ ຕຸຕຕະທັມໂມກ່າວປຽບທຽບຄະຕິທັມ ກັບໂບຮານວ່າ ເດືອນສາມອອກໃໝ່ສາມຄ່ຳ ມີເຫດການຕ່າງໆດັ່ງຕໍ່ລົງໄປນີ້ຄື: ກົບບໍ່ມີປາກ, ນາກບໍ່ມີຮູຂີ້, ໝາກຂາມປ້ອມສຸກຫວານ, ໄກ່ເປີດເຂົ້າສານ, ແມ່ມານທ້ອງແວບ, ຄົກເປັນໝາກ, ສາກເປັນໃບ, ຫົວສີໃຄເປັນດອກ, ກະຮອກປົ່ງເປັນເຂົາ ແລະ ໝາກກາເລົາປົ່ງຫຸ້ມກົ້ນ, ສິ່ງທັງຫລາຍເຫລົ່ານີ້ ໃຜຊອກໄດ້ເປັນຂອງຄ້ຳຄູນດີແລ.ຕາມຄະຕິທັມເຫລົ່ານີ້ ແມ່ນນັກປຣາຊຜູ້ສລາດແຕ່ງຂຶ້ນໃນສມັຍໃດ ບໍ່ຜາກົດຫລັກຖານແທ້ແນ່ນອນ ແຕ່ຕ້ອງແມ່ນໃນສມັຍທີ່ມີພຣະພຸທສາສນາ ແລະບ້ານເມືອງມີຄວາມຈະເຣີນຮຸ່ງເຮືອນ ຄະຕິທັມເຫລົ່ານີ້ ແມ່ນທ່ານມຸ້ງສອນ ພວກຊາວກະສິກອນ(ຜູ້ເຮັດໄຮ່ນາຮົ້ວສວນ) ໃຫ້ເອົາໃຈໃສ່ ເຄົາຣົບຕໍ່ເຂົ້າເປືອກວ່າ ເປັນຊັບອັນປະເສີດ ດັ່ງປາລີວ່າ " ນັດຖິ ວີຫິ ສມັງ ທະນັງ " ແປວ່າ ຊັບສິ່ງອື່ນສເມີດ້ວຍເຂົ້າເປືອກບໍ່ມີ ເພາະເຂົ້າເປັນເຄື່ອງລ້ຽງຊີວິດຂອງຄົນແລະສັດທັງຫລາຍໄດ້ຕລອດກາລນານ.
ດັ່ງນັ້ນ ເມື່ອເຖິງຣະດູເດືອນສາມ ອອກໃໝ່ສາມຄ່ຳ ຂອງທຸກໆປີ ໃຫ້ຊາວນາທຸກຄົນພ້ອມກັນຢຸດເຮັດວຽກການທຸກຢ່າງ ຕອນເຊົ້າຂອງເດືອນສາມ ອອກໃໝ່ສາມຄ່ຳນັ້ນໃຫ້ຊາວນາທີ່ເປັນພໍ່ເຮືອນແມ່ເຮືອນ ແຕ່ງເຄື່ອງຂັນສົມມາພາບາສີໄວ້ທີ່ເຮືອນ ແລະມີພາສິ້ນພາຜ້າ ອາຫານຫວານຄາວອອກໄປເຊີນເອົາຂວັນເຂົ້າຕາມເຂດແດນໄຮ່ນາຂອງແຕ່ລະຄົນ ທ່ີມີພຽງໃດກໍໄປເຊີນເອົາພຽງນັ້ນ ເມື່ອຊາວນາທີ່ເປັນພໍ່ເຮືອນແມ່ເຮືອນນຳພາເອົາຂວັນເຂົ້າມານັ້ນ ໃຫ້ທຸກຄົນທີ່ຄອຍຕ້ອນຮັບຢູ່ບ້ານນັ້ນ ຢູ່ດ້ວຍຄວາມຊົມຊື່ນຍິນດີ ເພື່ອເຄົາຣົບຕໍ່ຂວັນເຂົ້າທີ່ເຈົ້າຂອງນານຳມານັ້ນ ແລະໃຫ້ໄຂປະຕູເລົ້າເຍັຽເຂົ້າໄວ້ ຄອຍຕ້ອນຮັບຂວັນເຂົ້າ ເມື່ອເອົາຂວັນເຂົ້າຂຶ້ນເລົ້າແລ້ວກໍພາກັນສູ່ຂວັນເຂົ້າ ພ້ອມດ້ວຍເຄື່ອງໃຊ້ຕ່າງໆໃນຄອບຄົວມີ ຄາດ ໄຖ ຈົກ ສຽມ ຄົກ ສາກ ມີດ ພ້າ ຂວານ ສີ່ວ ຊີ ຕລອດເຖິງເຄື່ອງປູກທີ່ໃຊ້ເປັນອາຫານປະຈຳຄອບຄົວ ມີຫົວສີໃຄເປັນຕົ້ນ ກໍໃຫ້ສູ່ຂວັນເພາະວ່າຫົວສີໃຄນີ້ເປັນອາຫານໃຊ້ໄດ້ຕລອດການ ບໍ່ຂາດຈັກຣະດູ ທັງເປັນຢາຊນິດນຶ່ງອີກດ້ວຍ ໝາກໄມ້ປ່າ ກໍແມ່ນໝາກຂາມປ້ອມ ໝາກສົ້ມມໍ ທີ່ເປັນຢາ ຊຶ່ງພຣະພຸທເຈົ້າຊົງອານຸຍາດໃຫ້ພຣະສົງສັນເປັນຢາໄດ້ຕາມປາຖນາ ກໍໃຫ້ເອົາມາໃສ່ພາຂວັນດ້ວຍ, ດັ່ງນັ້ນ ນັກປຣາຊ ສມັຍໂບຮານ ຈຶ່ງໄດ້ແຕ່ງປິສນາເປັນຄຳເຊື່ອງສົ້ນໄວ້ໃຫ້ທວາຍ ເພື່ອການປະຕິບັດໃນວັນສຳຄັນຄື ເດືອນສາມອອກໃໝ່ສາມຄ່ຳ ໃຫ້ພວກຊາວກະສິກອນໃນສມັຍນັ້ນ ພ້ອມພາກັນປະຕິບັດຢ່າງ ຄັດເຄັ່ງເໝືອນວັນຂຶ້ນປີໃໝ່ຂອງຊາດປະຈຳທຸກໆປີ ເມື່ອໄດ້ເຊີນຂວັນເຂົ້າມາສູ່ເລົ້າສູ່ເຍັຽ ພາບາສີສູ່ຂວັນແລ້ວ ຈະຕັກເຂົ້າອອກໄປຊື້ໄປຂາຍກໍໄດ້ຕາມປາຖນາ, ຖ້າຫາກວ່າຍັງບໍ່ໄດ້ເຊີນຂວັນເຂົ້າມາຂຶ້ນເລົ້າຂຶ້ນເຍັຽນັ້ນ ຫ້າມບໍ່ໃຫ້ຕັກຊື້ຕັກຂາຍເປັນອັນຂາດ, ຖ້າຜູ້ໃດບໍ່ເຊື່ອຟັງ ຍັງຈະຕ້ອງໄດ້ຮັບຄວາມອຶດຢາກທຸກຍາກ ເພາະເຂົ້າຈະບໍ່ຢູ່ນຳ ເພື່ອໃຫ້ຄົນເຊື່ອຖືຈຶ່ງໄດ້ຜູກເປັນປິສນາບັນຫາໄວ້ ດັ່ງຈະອະທິບາຍຕາມອັດຕະໂນມະຕິດັ່ງຕໍ່ໄປນີ້ຄື:
1. ກົບບໍ່ມີປາກນັ້ນ ໃຫ້ທຸກໆຄົນໃນເຮືອນ ທັງຜູ້ໃຫຍ່ແລະເດັກນ້ອຍພາກັນຮັກສາວາຈາ ຄືຄຳເວົ້າຈາຕ່າງໆທັງສີ່ຢ່າງ ຄືບໍ່ໃຫ້ເວົ້າຄວາມຕົວະລ່າຍພາງນຶ່ງ ບໍ່ໃຫ້ເວົ້າຄວາມຫລາບຊ້າລາມົກນຶ່ງ ບໍ່ໃຫ້ເວົ້າສຽດຢຽດຫຍາມນຶ່ງ ບໍ່ໃຫ້ເວົ້າຄວາມໂລເລເຮຮາຫາສາຣະປໂຍດບໍ່ໄດ້ນຶ່ງ ດັ່ງນີ້ເປັນຕົ້ນ ໝາຍຄວາມວ່າໃຫ້ເຮັດເໝືອນ ກົບບໍ່ມີປາກ ປຽບໃສ່ໃຫ້ຮັກສາສີລຂໍ້ມຸສາ.
2. ນາກບໍ່ມີຮູຂີ້ ໃຫ້ທຸກໆຄົນຮັກສາສີລຂໍ້ ກາເມຄືບໍ່ໃຫ້ປະພຶດລ່ວງເກີນໃນການເສບກາມທັງຫລາຍ.
3. ໝາກຂາມປ້ອມສຸກຫວານ ໃຫ້ທຸກໆຄົນຮັກສາສີລຂໍ້ ສຸຣາຄືບໍ່ໃຫ້ດື່ມເຄື່ອງດອງຂອງມຶນເມົາ, ຜູ້ເຄີຍເມົາກໍໃຫ້ອົດໄວ້ຂົ່ມໃຈສົ້ມໃຫ້ເປັນຫວານ ເໝືອນໝາກຂາມປ້ອມສຸກຫວານດັ່ງນີ້ແລ.
4. ໄກ່ເປີດເຂົ້າສານ ໃຫ້ທຸກໆຄົນຮັກສາສີລຂໍ້ ປານາ ຄືບໍ່ໃຫ້ຂ້າສັດຕັດຊີວິດ ໃຫ້ມີເມດຕາຈິດຊຶ່ງກັນແລະກັນແລະມີຄວາມເປີດໜ່າຍໃນການທຳຮ້າຍຊີວິດສັດທັງຫລາຍ ເໝືອນກັບໄກ່ເປີດ ເຂົ້າສານດັ່ງນີ້ແລ
5. ແມ່ມານທ້ອງແວບໃຫ້ທຸກໆຄົນຮັກສາສີລຂໍ້ ອະທິນນາທານຄື ບໍ່ໃຫ້ໂລບລັກເອົາຂອງເພິ່ນມາເປັນຂອງໂຕ ໃຫ້ຂົ່ມຈິດໃຈທີ່ມີຄວາມໂລບນັ້ນ ໄວ້ເໝືອນແມ່ມານທ້ອງໃຫຍ່ ກໍເຮັດທ້ອງແວບລົງ ບໍ່ໃຫ້ມີຄວາມໂລບຫລາຍເກີນໄປ.
6. ຄົກເປັນໝາກ ໄດ້ແກ່ໃຫ້ທຸກຄົນຮູ້ຈັກແຈກແບ່ງປັນເຂົ້າຂອງຕົນ ທີ່ຫາໄດ້ມາແລ້ວນັ້ນ ໄປຊ່ອຍເຫລືອຜູ້ອື່ນ ເພື່ອໃຫ້ເປັນບຸນເປັນກຸສົນແກ່ຕົນຕໍ່ໄປພາຍໜ້າ ໝາຍຄວາມວ່າໃຫ້ຕັ້ງຕົນຢູ່ໃນປໂຍດເບື້ອງໜ້າ 4 ຢ່າງ.
7. ສາກເປັນໃບ ໄດ້ແກ່ໃຫ້ທຸກຄົນຮູ້ຈັກການເພື່ອແຜ່ເຈືອຈານອຸດໜູນເພື່ອນຝູງແລະສະມະນະຊີພຣາມຜູ້ຊົງສີລ.
8. ຫົວສີໃຄເປັນດອກ ໄດ້ແກ່ໃຫ້ທຸກຄົນຮູ້ຈັກສ້າງຕົນ ໃຫ້ເປັນຄົນກວ້າງຂວາງ ໝັ້ນຄົງທົນທານຕໍ່ກິຈການງານທຸກຢ່າງມີທັງທີ່ເປັນກຳລັງໃຫ້ຈິດໃຈຄື ສັດທາ ວິຣິຍະ ສະຕິ ສະມາທິ ແລະປັນຍາ ເໝືອນກໍສີໃຄທີ່ຄົນປູກລົງແລ້ວ ຍ່ອມແຕກລູກອອກແຜ່ຜາຍເປັນກໍໃຫຍ່ຢູ່ໄດ້ຕລອດຣະດູການແລະເປັນອາຫານທີ່ດີຂອງຄົນອີກດ້ວຍ.
9. ກະຮອກປົ່ງເປັນເຂົາ ໄດ້ແກ່ສັດທາຄືຄວາມເຊື່ອ ຄວາມເຫລື້ອມໃສໃນຄຸນພຣະຣັຕນະໄຕຣ ອັນເປັນທີ່ເພິ່ງຂອງສັຕວະໂລກ.
10. ໝາກກາເລົາປົ່ງຫຸ້ມກົ້ນ ໄດ້ແກ່ການປະລະຄວາມໂລບຄວາມໂກດຄວາມຫລົງ ອັນເປັນຮາກເຫງົ້າຂອງອະກຸສົນກັມ.
ໃນປັດຈຸບັນນີ້ ພວກຊາວກະສິກອນ ເຮັດໄຮ່ເຮັດນາບໍ່ໄດ້ເຮັດຕາມຄວາມເຫັນຂອງນັກປຣາຊໃນສມັຍກ່ອນ ຄືບໍ່ໄດ້ເອົາໃຈໃສ່ໃນມື້ ເດືອນສາມອອກໃໝ່ສາມຄ່ຳນັ້ນ ຄວາມເຂົ້າໃຈໃນປິສນາບັນຫາຂອງໂບຮານນັ້ນ, ກໍບໍ່ສາມາດຈະຕີຄວາມໝາຍໄດ້ຢ່າງຖືກຕ້ອງ ເພາະໃນປິສນາບັນຫານັ້ນເມື່ອໄປທຽບໃສ່ຫລັກສີລຫ້າແລ້ວ ກໍບໍ່ຮຽງໄປຕາມລຳດັບຂອງອົງສີລ ເນື່ອງຈາກວ່າໂບຮານ ເພິ່ນນິຍົມການປະຕິບັດທັມກ່ອນການຮັກສາສີລ ໂດຍຖືວ່າ ເມື່ອຄົນມີການປະຕິບັດດີແລ້ວ ພ້ອມທັງມີຄວາມເຂົ້າໃຈໃນທັມນັ້ນດ້ວຍ ຍ່ອມຮັກສາສີລໃຫ້ບໍຣິສຸດໄດ້ດັ່ງນີ້, ສະນັ້ນ ຮີດຄອງການປະຕິບັດຂອງຊາວນາ ຈຶ່ງໄດ້ຮັບການປະຕິບັດສືບຕໍ່ມາເທົ້າຮອດທຸກວັນນີ້.
ບຸນເຂົ້າຈີ່
ຄຳວ່າ ເຂົ້າຈີ່ ໄດ້ແກ່ເຂົ້າໜຽວເຮັດເປັນກ້ອນ ຈີ່ໃຫ້ສຸກດ້ວຍໄຟ ຮຽກວ່າ ເຂົ້າຈີ່ ກຳນົດການເຮັດໃນເດືອນສາມ ຈະເປັນຂ້າງຂຶ້ນຫລືຂ້າງແຮມກໍໄດ້ ແຕ່ເຄີຍເຮັດກັນມາກາງເດືອນສາມ ຈະຮຽກວ່າບຸນເດືອນສາມກໍໄດ້.
ພິທີເຮັດ: ສາຣະວັດ ບອກເລົ່າປ່າວເຕືອນຊາວບ້ານໃຫ້ໄປເຕົ້າໄປໂຮມເຮັດບຸນເຂົ້າຈີ່ຢູ່ທີ່ວັດ ຈັດແຈງຫາເຄື່ອງຂອງຕ່າງໆໄປພ້ອມເປັນຕົ້ນ ເຂົ້າທີ່ຈະຈີ່ ເຄື່ອງທາເຂົ້າຈີ່ ໃຫ້ຫອມແຊບ ມັນ, ຈັດຕຽມຫາໄມ້ສຽບເຂົ້າທີ່ຈະຈີ່, ແລະໄມ້ຟືນ ໂຮມກັນຢູ່ວັດ (ບາງທ້ອງຖິ່ນຫາໄວ້ທີ່ເຮືອນໃຜເຮືອນລາວ ເຮັດໃຜເຮັດລາວ ແລ້ວເອົາໄປໂຮມກັນຢູ່ວັດ). ຄັນຕື່ນເຊົ້າຂຶ້ນມາກໍພາກັນມາດັງໄຟ ຢູ່ທີ່ວັດແຕ່ເຊົ້າ ເຮັດເປັນກອງໃຫຍ່ ແລະກະວ່າຈີ່ເຂົ້າສຸກ ໃຫ້ພໍດີກັບພຣະສົງສັນຈັງຫັນ. ເມື່ອດັງໄຟຕິດເປັນຖ່ານແລ້ວ ປັ້ນເຂົ້າໜຽວໂຮຍເກືອກະໃຫ້ຄົບຈຳນວນ ພຣະເນນໃນວັດ ແລ້ວສຽບໃສ່ໄມ້ຂາງໄຟ ໃກ້ຈະສຸກ ເອົາໄຂ່ໄກ່ທາໃຫ້ທົ່ວ ແລ້ວຂາງໄຟອີກ ຈົນໄຂ່ເຫລືອງສຸກດີ ຈຶ່ງເອົາອອກ ແລ້ວຈັດເປັນພາຮ່ວມກັນກັບອາຫານທຸກຢ່າງທີ່ມີ ນິມົນພຣະພິກຂຸສາມະເນນພາຍໃນວັດມາໂຮມທີ່ຫໍແຈກ. ຫົວໜ້າພາໄຫວ້ພຣະຮັບສີລຈົບແລ້ວ ພຣະສົງສູດຖວາຍພອນທາຍົກ ໄຂຝາບາດ ເອົາເຂົ້າຈີ່ໃສ່ບາດ ເມື່ອສຳເຣັດແລ້ວ ຍໍໄປຖວາຍພຣະສົງພ້ອມພາເຂົ້າ ເມື່ອພຣະສັນສຳເຣັດແລ້ວອະນຸໂມທະນາ ຟັງເທດສລອງເຂົ້າຈີ່ ຈົບພິທີຕອນເຊົ້າ, ຕອນບ່າຍ ຟັງເທດໜັງສືລຳຕ່າງໆຈົນເຖິງເວລາຄ່ຳ.
ເຫດແຫ່ງການກະທຳ
ເດືອນສາມເປັນເດືອນເກັບກ່ຽວເຂົ້າ ແລະຂົນເຂົ້າຂຶ້ນເລົ້າຂຶ້ນສາງສຳເຣັດແລ້ວ ຊາວນາທັງຫລາຍໝົດວຽກງານ ຈຶ່ງມາພາກັນເຮັດບຸນເຂົ້າຈີ່ ຖວາຍແກ່ພຣະສົງ ໂດຍມີເຣື່ອງເລົ່າໄວ້ວ່າ ໃນກາລະປາງກ່ອນ ມີຍິງຄົນນຶ່ງຊື່ ນາງປຸນນະທາສີ ເປັນຍິງທຸກໄຮ້ເຂັນໃຈ, ຢູ່ມາວັນນຶ່ງ ນາງນັ້ນໄປເປັນທາສີຮັບໃຊ້ຂອງເສດຖີຄົນນຶ່ງ ຢູ່ໃນກຣຸງຣາຊຄຣຶ ວັນນຶ່ງ ເສດຖີແຕ່ງໃຫ້ນາງໄປຕຳເຂົ້າ ນາງກໍໄປຕຳຕລອດວັນ ຍັງຄ່ຳກໍບໍ່ແລ້ວ, ຈົນເຖິງເວລາ ຄ່ຳມືດນາງກໍໄຕ້ໄຟຕຳຕໍ່ໄປ ການຕຳເຂົ້າຂອງນາງໃນວັນນັ້ນ ໄດ້ຮັບຄວາມອິດເມື່ອຍເປັນອັນມາກ ພໍຕື່ນຮຸ່ງເຊົ້າມານາງກໍເອົາຮຳເຂົ້ານັ້ນ ເຮັດເປັນແປ້ງແລ້ວປັ້ນເປັນກ້ອນ ຈີ່ໄຟໃຫ້ສຸກແລ້ວ ເອົາໃສ່ໄວ້ໃນພົກຜ້າຂອງຕົນ ແລ້ວກໍຍ່າງໄປຕັກນ້ຳ ປາຖນາຈະບໍຣິໂພກເຂົ້າຈີ່ນັ້ນດ້ວຍຕົວເອງ, ຄັນຍ່າງໄປເຖິງກາງທາງແຫ່ງນຶ່ງ ນາງໄດ້ພົບພຣະພຸທເຈົ້າ ເລີຍເກີດຄວາມເຫລື້ອມໃສຂຶ້ນໃນທັນທີໂລດ ແລະ ນາງຄຶດວ່າເຮົາເປັນຄົນທຸກໄຮ້ເຂັນໃຈໃນຊາດນີ້ ກໍເພາະເຮົາບໍ່ໄດ້ທຳບຸນໃຫ້ທານໄວ້ ແຕ່ຊາດປາງກ່ອນພຸ້ນ ແລະຊາດນີ້ເຮົາກໍຍັງບໍ່ເຄີຍທຳບຸນໃຫ້ທານເລີຍ ເມື່ອນາງຄຶດດັ່ງນັ້ນແລ້ວ ນາງກໍນ້ອມເອົາເຂົ້າຈີ່ ທີ່ນາງເອົາຮຳເຂົ້າເຮັດນັ້ນເຂົ້າໄປຖວາຍແກ່ພຣະພຸທເຈົ້າ ພຣະອົງຊົງຮັບແລ້ວແລະນາງມາຄຶດອີກວ່າ ພຣະພຸທອົງຄົງບໍ່ ສເວີຍ ເພາະອາຫານບໍ່ລະອຽດສຸຂຸມ ເມື່ອພຣະພຸທເຈົ້າຊົງຊາບວາຣະຈິດຂອງນາງດັ່ງນັ້ນ ກໍໄດ້ຕຣັສອະນຸໂມທະນາຄາຖາໂຜດນາງຈົນສຳເຣັດໂສດາປະຕິຜົນ ເປັນອະຣິຍະບຸກຄົນ ໃນພຣະພຸທສາສນາ ເມື່ອນາງທຳກາລະກິຣິຍາແລ້ວ ກໍໄດ້ໄປເກີດໃນດາວະດຶງສວັນ ສເວີຍທິພະສົມບັດ ຢູ່ໃນວິມານວຽງຄຳ ອັນມີນາງຟ້າແວດລ້ອມເປັນບໍຣິວານ, ເມື່ອບຸກຄົນທັງຫລາຍໄດ້ຊາບຜົນສຳເຣັດຂອງນາງປຸນນະທາສີໄດ້ຖວາຍເຂົ້າຈີ່ ເປັນທານແກ່ພຣະພຸທເຈົ້າໃນກາລະຄັ້ງນັ້ນ ຈຶ່ງພາກັນເຮັດບຸນເຂົ້າຈີ່ຖວາຍພຣະພິກຂຸສົງສືບຕໍ່ມາເທົ້າເຖິງທຸກວັນນີ້.
ບຸນມາຄະບູຊາ
ນອກຈາກເຮັດບຸນເຂົ້າຈີ່ແລ້ວ ຍັງມີບຸນມາຄະບູຊາອີກບຸນນຶ່ງ ບຸນມາຄະບູຊານີ້ ເປັນບຸນສຳຄັນ ກ່ຽວກັບພຣະພຸທສາສນາ ໂດຍສະເພາະບຸນນີ້ໝາຍເຖິງວັນພຣະພຸທເຈົ້າຊົງປະກາດຕັ້ງຫລັກພຣະທັມວິນັຍແລະຊົງປະກາດກຳນົດ ວັນຈະປະຣິນິບພານ ຄືວັນຈະຕຸຣົງຄະສັນນິບາດ ແລະ ວັນປົງພຣະຊົນມາຍຸສັງຂານ.
ວັນຈະຕຸຣົງຄະສັນນິບາດ ໝາຍເຖິງວັນພຣະພຸທເຈົ້າຊົງປະກາດຕັ້ງຫລັກພຣະທັມວິນັຍ ຂອງພຣະພຸທສາສນາຂຶ້ນແລະວັນນັ້ນເຫດການອັນເປັນອັສຈັນງຶດງໍ້ ກໍມາຄົບປະສົບກັນເຖິງ 4 ປະການຄື:
1. ພຣະອະຣະຫັນສາວົກຂອງພຣະສັມມາສັມພຸທເຈົ້າ 1250 ຕົນມາປະຊຸມພ້ອມກັນທີ່ວັດ ເວລຸວັນມະຫາວິຫານໃກ້ເມືອງຣາຊຄຣຶ.
2. ທ່ານເຫລົ່ານັ້ນ ເປັນເອຫິພິກຂຸ ອຸປະສົມບົດຈາກສໍານັກ ພຣະສັມມາສັມພຸທເຈົ້າທັງນັ້ນ.
3. ທ່ານເຫລົ່ານັ້ນ ບໍ່ໄດ້ນັດໝາຍກັນແລະກັນ ບໍ່ມີໃຜເຊື້ອເຊີນກໍມາເອງ.
4. ວັນນັ້ນ ເປັນວັນປຸນນະມີດິຖີພຣະຈັນສເວີຍມາຄະຣຶກເຕັມດວງ ພຣະອົງສະແດງ ໂອວາທປະຕິໂມກ ໃນທີ່ປະຊຸມສົງ ຄືຊົງສະແດງຫົວຂໍ້ທັມຄຳສອນຂອງພຣະສາສນາໄວ້ໂດຍຫຍໍ້ ສາມປະການຄື:
ສັບພະປາປັດສະ ອະກະຣະນັງ : ການບໍ່ເຮັດຄວາມຊົ່ວທັງປວງ 1
ກຸສະລັດສູປະສັມປະທາ : ໃຫ້ເຮັດແຕ່ຄວາມດີ 1
ສະຈິດຕະປະຣິໂຍທະປະນັງ : ໃຫ້ເຮັດໃຈຜ່ອງໃສ 1
ເອຕັງ ພຸດທານະສາສະນັງ : ທັມມະສາມຂໍ້ນີ້ແມ່ນຄຳສອນຂອງພຣະພຸທເຈົ້າທັງຫລາຍ.
ທັມມະ ສາມປະການນີ້ແລ ເອີ້ນວ່າ ໂອວາທປະຕິໂມກຊຶ່ງພຣະພຸທເຈົ້າໄດ້ຊົງສະແດງໂດຍຫຍໍ້ ເປັນຫົວຂໍ້ຄຳສອນຂອງພຣະພຸທສາສນາໃນທີ່ປະຊຸມສົງ 1250 ຕົນ.
ວັນ ປົງພຣະຊົນມາຍຸສັງຂານ ໝາຍເຖິງວັນພຣະພຸທເຈົ້າຊົງປະກາດກຳນົດວັນຈະປະຣິນິບພານ ເດືອນສາມເພັງ ປີມະເສັງ, ນັບແຕ່ພຣະອົງຊົງປະຊວນມາໄດ້ ສາມເດືອນຈຶ່ງສະເດັດດັບຂັນປະຣິນິບພານ.
ພິທີເຮັດບຸນ:
ໜ້າທີ່ຂອງສົງ ພິກຂຸສົງທຸກວັດ ທຳຄວາມສະອາດສະມະນະບໍຣິຂານ ກຸດວິຫານ ເດີ່ນວັດ ຕລອດທັງພຣະພຸທຮູບ ພຣະສະຖູບເຈດີ ໄມ້ສີມະຫາໂພດ, ປູອາສະນະ, ນ້ຳໃຊ້ແລະນ້ຳສັນ ຕົກແຕ່ງເຄື່ອງສັກກາຣະບູຊາ ພຣະຣັຕນະໄຕຣ ດອກໄມ້ທູບທຽນ ໃຫ້ຫາໄວ້ກ່ອນເວລາ, ສ່ວນທາຍົກ ທາຍິກາ ທຸກບ້ານທຸກເຮືອນ ຕອນເຊົ້າທຳບຸນຕັກບາດ ຖວາຍສັງຄະທານແລະສະມາທານສີລ ຕອນກາງຄືນ ຫາດອກໄມ້ທູບທຽນມາໂຮມກັນຢູ່ທີ່ວັດ, ເມື່ອພຣະສົງປະຊຸມກັນຢືນປະນົມມື ປິ່ນໜ້າຕໍ່ພຣະພຸທຮູບໃນສີມາ ພໍ່ອອກແມ່ອອກຢືນເປັນແຖວ ຢູ່ຂ້າງຫລັງຂອງພຣະສົງ ໄຕ້ທູບທຽນຢືນປະນົມມືຖືເຄື່ອງສັກກາຣະບູຊາ ພຣະສົງຫົວໜ້າກ່າວຄຳບູຊາ ທັງໝົດຕາມຫລັງ ວ່າຄຳບູຊາສຳເຣັດແລ້ວຈັດແຖວແຫ່ທຽນວຽນປະທັກຂິນເບື້ອງຂວາຮອບພຣະສະຖູບເຈດີ ຫລື ສີມາສາມຮອບ, ຮອບທີ່ນຶ່ງລະນຶກເຖິງພຸທຄຸນ, ຮອບທີ່ສອງລະນຶກເຖິງທັມມະຄຸນ, ຮອບທີ່ສາມລະນຶກເຖິງສັງຄະຄຸນ ເມື່ອສຳເຣັດແລ້ວ ເອົາເຄື່ອງສັກກາຣະບູຊາ ໄວ້ໃນສີມຫລືໂຮງທັມ, ຕໍ່ນັ້ນກໍພາກັນໄຫວ້ພຣະສູດມົນ ເມື່ອພຣະສົງສູດສຳເຣັດແລ້ວ ທາຍົກທາຍິກາສູດຕໍ່ໄປ ເມື່ອສູດຈົບແລ້ວ ພຣະສົງເທສນາໂອວາທະປະຕິໂມກ ເມື່ອຈົບແລ້ວ ບາງຄົນກໍກັບບ້ານ ຜູ້ມີສັດທາແກ່ກ້າ ຟັງເຣື່ອງອື່ນຕໍ່ອີກ ຕລອດແຈ້ງກໍມີ.
ຄຳຖວາຍດອກໄມ້ທູບທຽນໃນວັນມາຄະບູຊາ
(ວ່າ ນະໂມ 3 ເທື່ອ)
ອັດຊາຍັງ ມາຄະປຸນນະມີ ສັມປັດຕາ ມາຄະນັກຂັດເຕນະ ປຸນນະຈັນໂທ ຍຸດໂຕ,
ຍັດຖະ ຕະຖາຄະໂຕ ອະຣະຫັງ ສັມມາສັມພຸດໂທ ຈາຕຸຣັງ ຄິເກ ສາວະກະສັນນິປາເຕ,
ໂອວາທະປາຕິໂມກຂັງ ອຸດທິສິ ຕະຖາ ຫິ ອັດທະເຕຣະສານິ ສັບເພສັງເຍວະ ຂີນາສະວານັງ,
ສັບເພ ເຕ ເອຫິພິກຂຸກາ ສັບເພປິ ເຕ ອະນາມັນຕິຕາວະ ພະຄະວະໂຕ ສັນຕິກັງ,
ອາຄະເຕ ເວລຸວະເນ ກະລັນທະກະນິວາເປ ມາຄະປຸນນະມິຍັງ ວັດທະມານະ ກັດສາຍາຍະ,
ຕັສມິງ ສັນນິປາເຕ ພະຄະວາ ວິສຸດທຸໂປສະຖັງ ອະກາສິ ອະຍັງ ອັມຫາກັງ ພະຄະວະໂຕ,
ເອໂກເຍວະ ສາວະກະສັນນິປາໂຕ ອະໂຫສິ ຈາຕຸຣັງຄິໂກ ອັດທະເຕຣະສານິ ພິກຂຸສະຕານິ,
ສັບເພສັງເຍວະ ຂີນາສະວານັງ ມະຍັນທານິ ອິມັງ ມາຄະປຸນນະມິ ນັກຂັດຕະສະມະຍັງ,
ຕັກກາລະສະທິສັງ ສັມປັດຕາ ຈິຣະປະຣິນິບພຸຕັມປິ ຕັງ ພະຄະວັນຕັງ ອະນຸດສະຣະມານາ,
ອິມັສມິງ ຕັດສະ ພະຄະວະໂຕ ສັກຂິພູເຕ ເຈຕິເຍ ອິເມຫິ ທີປະທູປະປຸບຜາທິສັກກາເຣຫິ ຕັງ,
ພະຄະວັນຕັງ ຕານິ ຈະ ອັດທະເຕຣະສານິ ພິກຂຸສະຕານິ ອະພິປູຊະຍາມະ ສາທຸ ໂນ ພັນເຕ,
ພະຄະວາ ສະສາວະກະສັງໂຄ ສຸຈິຣະປະຣິນິບພຸໂຕ ຄຸເນຫິ ທະຣະມາໂນ ອິເມ ສັກກາເຣ,
ທຸກຄະຕະ ປັນນາກາຣະພູເຕ ປະຕິກຄັນຫາຕຸ ອັມຫາກັງ ທີຄະຣັດຕັງ ຫິຕາຍະ ສຸຂາຍະ.
ຄຳແປມາຄະບູຊາ
ວັນນີ້ ເປັນວັນມາຄະປຸນນະມີ ພຣະຈັນເພັງເຕັມດວງ ປະກອບດ້ວຍ ມາຄະນັກຂັດຕະຣຶກ ພຣະຕະຖາຄົດອໍຣະຫັນຕະສັມມາສັມພຸທເຈົ້າ ຊົງສະແດງໂອວາທປາຕິໂມກ, ໃນທີ່ຊຸມນຸມສົງ ປະກອບດ້ວຍອົງສີ່ຄື:
ພິກຂຸ 1250 ຕົນລ້ວນແຕ່ເປັນພຣະຂີນາສົບທັງສິ້ນ
ພິກຂຸຂີນາສົບເຫລົ່ານັ້ນເປັນເອຫິພິກຂຸທັງສິ້ນ
ພິກຂຸຂີນາສົບເຫລົ່ານັ້ນທັງໝົດໃຜໆບໍ່ໄດ້ນິມົນ ກໍໄດ້ມາສູ່ສໍານັກຂອງພຣະຜູ້ມີພຣະພາກເຈົ້າ ໃນເວລຸວັນກະລັນທະກະນິວາປະສະຖານ ໃນຍາມແລງ.
ວັນນັ້ນ ມີພຣະຈັນເຕັມດວງປະກອບດ້ວຍມາຄະຣຶກ ພຣະຜູ້ມີພຣະພາກເຈົ້າ ໄດ້ຊົງທຳວິສຸດທິອຸໂປສົດ ສະແດງໂອວາທປາຕິໂມກ ໃນທີ່ປະຊຸມສົງນັ້ນ. ການປະຊຸມສົງ ປະກອບດ້ວຍອົງສີ່ລ້ວນແຕ່ເປັນພຣະຂີນາສົບທັງສິ້ນ1250 ຕົນ ຂອງພຣະຜູ້ມີພຣະພາກເຈົ້າ, ແຫ່ງເຮົາທັງຫລາຍນີ້ ໄດ້ມີຄັ້ງດຽວທໍ່ນັ້ນ ບັດນີ້ ເຮົາທັງຫລາຍວຽນມາເຖິງສມັຍມາຄະປຸນນະມີນັກຂັດຕະຣຶກນີ້ ອັນຄືກັນກັບກາລະຄັ້ງນັ້ນແລ້ວ ມາລະນຶກເຖິງຄຸນພຣະຜູ້ມີພຣະພາກເຈົ້າ ແມ່ນປະຣິນິບພານເຫີງນານແລ້ວ ຂໍບູຊາພຣະຜູ້ມີພຣະພາກເຈົ້ານັ້ນ ແລະ ພິກຂຸສົງ 1250 ຕົນເຫລົ່ານັ້ນດ້ວຍເຄື່ອງສັກກາຣະທັງຫລາຍ ມີປະທີບທູບທຽນ ດອກໄມ້ແລະຂອງຫອມເປັນຕົ້ນເຫລົ່ານີ້ ໃນພຣະເຈດີນີ້ ຊຶ່ງເປັນພຍານຂອງພຣະຜູ້ມີພຣະພາກເຈົ້າ ກັບພຣະພິກຂຸສົງ ແມ່ນປະຣິນິບພານນານແລ້ວກໍດີຍັງດຳຣົງຢູ່ດ້ວຍພຣະຄຸນ ຈົ່ງຊົງຮັບເຄື່ອງສັກກາຣະທັງຫລາຍ ອັນເປັນບັນນາການນີ້ ຂອງຂ້າພະເຈົ້າທັງຫລາຍ ເພື່ອປໂຍດ ເພື່ອຄວາມສຸກແກ່ຂ້າພະເຈົ້າທັງຫລາຍ ຕລອດກາລະນານເທີ້ນ.

ຄຳວ່າ ມາຄະ ເປັນຊື່ຂອງເດືອນສາມ ຊຶ່ງຫຍໍ້ມາຈາກຄຳວ່າ "ມາຄະປຸຣນະມີ" ດັັງນັ້ນ ວັນມາຄະບູຊາ ຈຶ່ງໝາຍຄວາມວ່າ ການບູຊາພຣະໃນວັນເພັງເດືອນມາຄະ ຫລື ເດືອນສາມ ຕາມປະຕິທິນຂອງອິນເດັຽ ຊຶ່ງກົງກັບ ວັນຂຶ້ນ 15 ຄໍ່າ ເດືອນສາມ (ຖ້າຢູ່ລາວຫລືໄທຍ ກໍຈະຕົກຢູ່ໃນເດືອນກຸມພາຫລືເດືອນມີນາ ).
ວັນມາຄະບູຊາເປັນວັນສຳຄັນວັນນຶ່ງຂອງພຸທທະສາສນາ ເນື່ອງຈາກມີເຫດການທີ່ສຳຄັນເກີດຂຶ້ນເມື່ອ 2500 ກວ່າປີມາແລ້ວ ຄື ພຣະສັມມາສັມພຸທທະເຈົ້າ ຊົງສະແດງ ໂອວາທປະຕິໂມກ ທ່າມກາງທີ່ປະຊຸມມະຫາສັງຄະສັນນິບາຕຄັ້ງໃຫຍ່ ເພື່ອໃຫ້ພຣະສົງຄ໌ ນຳໄປປະພຶດ ປະຕິບັດ ເພື່ອສືບຕໍ່ພຣະພຸທທະສາສນາໃຫ້ຈະເຣີນຮຸ່ງເຮືອງຕໍ່ໄປ. ໃນວັນນີ້ເອງໄດ້ມີເຫດການ ເກີດຂຶ້ນຢ່າງໜ້າ ອັສຈັນ ສີ່ປະການ ຫລືຈະຮຽກວັນນີ້ອີກຢ່າງນຶ່ງວ່າ ວັນຈາຕຸຣົງສັນນິບາຕ ຄືວັນທີ່ມີການປະຊຸມພ້ອມດ້ວຍອົງຄ໌ສີ່.
ຄຳວ່າ ຈາຕຸຣະ ແປວ່າ ສີ່, ອົງຄ໌ ແປວ່າ ສ່ວນ ແລະ ສັນນິບາຕ ແປວ່າ ປະຊຸມ.
ເຫດການພິເສດທີ່ເກີດຂຶ້ນໃນວັນນີ້ຄື :
1. ເປັນວັນທີ່ພຣະສົງຄ໌ສາວົກຂອງພຣະພຸທທະເຈົ້າ ຈຳນວນ ໑໒໕໐ ອົງມາປະຊຸຸມໂດຍພ້ອມພຽງກັນ ທີ່ ເວລຸວັນວິຫາຣ ໃນກຣຸງຣາຊຄຣຶ ແຄວ້ນມະຄົດ ໂດຍບໍ່ມີການນັດໝາຍກັນມາກ່ອນ.
2. ພຣະພິກຂຸສົງຄ໌ເຫລົ່ານີ້ລ້ວນແຕ່ເປັນ "ເອຫິພິກຂຸອຸປະສັມປາທາ" ຄື ເປັນຜູ້ທີ່ພຣະພຸທທະເຈົ້າຊົງເປັນຜູ້ບວດໃຫ້ເອງທັ້ງສິ້ນ.
3. ພຣະພິກຂຸສົງຄ໌ທຸກອົງຄ໌ ທີ່ມາຮ່ວມປະຊຸມໃນຄັ້ງນີ້ ລ້ວນແຕ່ເປັນຜູ້ໄດ້ບັນລຸພຣະອໍຣະຫັນແລ້ວທຸກໆອົງຄ໌ ຄືມີ ອະພິນຍາຫົກ.
4. ເປັນວັນທີ່ພຣະຈັນເຕັມດວງກຳລັງສເວີຍ "ມາຄະຣືກ" (ເປັນປາກົດການທາງທັມມະຊາດຂອງດວງຈັນທີ່ໂຄຈອນຜ່ານກຸ່ມດາວມາຄະໃນເດືອນສາມ ທາງຈັນທະຣະຄະຕິ ແລະໃນຣະຍະນີ້ ກໍຈະມີວັນນຶ່ງ ທີ່ພຣະຈັນເພັງ ໃນຂະນະທີ່ໂຄຈອນຜ່ານກຸ່ມດາວມາຄະ ຈຶ່ງນິຍົມຮຽກວ່າ ພຣະຈັນສເວີຍມາຄະຣືກ) .
ໝາຍເຫດ: ໃນປີທໍາອິດຂອງການຕັສຮູ້ຂອງພຣະພຸທທະອົງ ຄື ຫລັງຈາກຕັສຮູ້ມາແລ້ວ 9 ເດືອນ, ພຣະອໍຣະຫັນຕ່າງລະລຶກໄດ້ວ່າ ໃນເດືອນສາມເພັງນັ້ນ ເປັນວັນສຳຄັນຂອງສາສນາພຣາມ ອັນເປັນສາສນາເດີມ ກ່ອນທີ່ພຣະອໍຣະຫັນເຫລົ່ານັ້ນຈະປ່ຽນມານັບຖື ພຣະທັມມະວິນັຍຂອງພຣະພຸທທະເຈົ້າ. ໃນສາສນາພຣາມນັ້ນ ເມື່ອເຖິງມື້ເພັງ ເດືອນມາຄະ ຈະນັບຖືວ່າເປັນວັນສິວາຣາຕຣີ ໂດຍຈະທຳການບູຊາພຣະສິວະດ້ວຍ ການລອຍບາບຫລືລ້າງບາບດ້ວຍນໍ້າ. ແຕ່ມາບັດນີ້ ຕົນໄດ້ເລີກລັທທິເດີມແລ້ວ ຈຶ່ງພ້ອມໃຈ ກັນໄປເຂົ້າເຝົ້າພຣະພຸທທະເຈົ້າໂດຍບໍ່ໄດ້ນັດໝາຍ.
ໂອວາທປະຕິໂມກ
ເປັນຫລັກຄຳສອນສຳຄັນຂອງພຣະພຸທທະສາສນາ ຫລື ຄຳສອນອັນເປັນຫົວໃຈຂອງພຣະພຸທທະສາສນາ ໄດ້ແກ່ ພຣະພຸທທະພົດ 3 ຄາຖາ ທີ່ພຣະພຸທທະເຈົ້າໄດ້ກ່າວແກ່ ພຣະອໍຣະຫັນ ໑໒໕໐ ຮູປ ຜູ້ໄປປະຊຸຸມກັນ ໂດຍບໍ່ມີການນັດໝາຍ ທີ່ ພຣະເວລຸວະນາຣາມ ໃນມື້ເພັງເດືອນສາມ ທີ່ເຮົາຮຽກກັນວ່າ ວັນມາຄະບູຊາ.
ຄາຖາໂອວາທປະຕິໂມກ ມີດັ່ງນີ້:
ສັພພະປາປັສສະ ອະກະຣະນັງ ກຸສະລັສສູປະສັມປະທາ
ສະຈິຕຕະປະຣິໂຍທະປະນັງ ເອຕັງ ພຸທທານະສາສະນັງ
ຂັນຕີ ປະຣະມັງ ຕະໂປ ຕີຕິກຂາ
ນິພພານັງ ປະຣະມັງ ວະທັນຕິ ພຸທທາ
ນະ ຫິ ປັພພະຊິໂຕ ປະຣູປະຄາຕີ
ສະມະໂນ ໂຫຕິ ປະຣັງ ວິເຫຖະຍັນໂຕ
ອະນູປະວາໂທ ອະນູປະຄາໂຕ ປະຕິໂມກເຂ ຈະ ສັງວະໂຣ
ມັຕຕັນຍຸຕາ ຈະ ພັຕຕັສສມິງ ປັນຕັນຈະ ສະຍະນາສະນັງ
ອະທິຈິຕເຕ ຈະ ອາໂຍໂຄ ເອຕັງ ພຸທທານະສາສະນັງ.
ແປວ່າ: ການບໍ່ທຳຄວາມຊົ່ວທັງປວງ ໑, ການບໍາເພັນແຕ່ຄວາມດີ ໑, ການທໍາຈິດຂອງຕົນໃຫ້ຜ່ອງໃສ.໑ ນີ້ເປັນຄໍາສອນ ຂອງພຣະພຸທທະເຈົ້າທັ້ງຫລາຍ,
ຂັນຕິ ຄືຄວາມອົດກັ້ນ ເປັນຕະບະຢ່າງຍິ່ງ, ພຣະພຸທທະເຈົ້າທັ້ງຫລາຍກ່າວວ່າ ນິພພານ ເປັນບໍຣົມມະທັມ, ຜູ້ທຳຮ້າຍຄົນອື່ນ ບໍ່ໄດ້ຊື່ວ່າເປັນບັນພະຊິດ, ຜູ້ບຽດບຽນຄົນອື່ນ ບໍ່ໄດ້ຊື່ວ່າເປັນສະມະນະ.
ການບໍ່ທຳຮ້າຍ ໑ ການສຳລວມໃນປະຕິໂມກ ໑ ຄວາມເປັນຜູ້ຮູ້ຈັກປະມານໃນອາຫານ ໑ ທີ່ນັ່ງນອນອັນສງັດ ໑ ຄວາມພຽນໃນອະທິຈິຕ(ສະມາທິ) ໑, ທັມເຫລົ່ານີ້ ເປັນຄຳສັ່ງສອນຂອງພຣະພຸທທະເຈົ້າທັ້ງຫລາຍ
ການປະຕິບັດໃນວັນມາຄະບູຊານີ້ກໍຄື ການຕັກບາຕ, ໃຫ້ທານ,ຖວາຍເພລແລະ ຮັບຟັງພຣະທັມມະເທສນາໃນຕອນເຊົ້າເຖິງບ່າຍ ແລະ ຕອນກາງຄືນ ບາງວັດ ຊາວພຸທກໍຈະພາກັນໄປຮັກສາສີລ,ສູດມົນແລະນັ່ງສະມາທິ ແຕ່ສ່ວນມາກແລ້ວຕາມເຂດບ້ານທົ່ວໄປ ຈະນິຍົມເອົາດອກໄມ້ ທູບທຽນ ໄປທີ່ວັດ ເພື່ອຮ່ວມພິທີວຽນທຽນ ອ້ອມສີມ ໂດຍພຣະສົງຄ໌ຈະກ່າວຄຳຖວາຍ ດອກໄມ້ທູບທຽນ ແລ້ວໃຫ້ທຸກຄົນວ່າຕາມ ຈົບແລ້ວ ຍ່າງວຽນທາງຂວາ. ຕລອດເວລາທີ່ວຽນທຽນນັ້ນ ໃຫ້ລະລຶກເຖິງ ພຣະພຸທທະຄຸນ ພຣະທັມມະຄຸນ ພຣະສັງຄະຄຸນ ຈົນຄົບສາມຮອບແລ້ວ ນຳດອກໄມ້ທູບທຽນໄປປັກບູຊາຕາມສະຖານທີ້່ ທີ່ວັດນັ້ນໆ ຕຽມໄວ້ໃຫ້ ກໍເປັນອັນວ່າຈົບພິທີ.
ບຸນເຂົ້າຈີ່
ບຸນເຂົ້າຈີ່ເປັນນຶ່ງໃນບຸນຂອງເດືອນທີ່ສາມ ຂອງຮີດ 12 ຂອງລາວທີ່ໄດ້ປະຕິບັດມາແຕ່ບູຮານນະການ. ເດືອນສາມເປັນ ເດືອນເກັບກ່ຽວເຂົ້າແລະຂົນເຂົ້າຂຶ້ນເລົ້າຂຶ້ນສາງຮຽບຮ້ອຍແລ້ວ ຊາວນາທັງຫລາຍ ໝົດວຽກໄຮ່ການນາແລ້ວ ຈຶ່ງພາກັນເຮັດ ບຸນເຂົ້າຈີ່ ຖວາຍແກ່ພຣະສົງຄ໌.
ຄຳວ່າເຂົ້າຈີ່ ໄດ້ແກ່ເຂົ້າໜຽວ ປັ້ນເປັນກ້ອນ ຈີ່ໃຫ້ສຸກດ້ວຍໄຟ ຮຽກວ່າເຂົ້າຈີ່. ການເຮັດບຸນນີ້ ຈະນິຍົມເຮັດໃນ ເດືອນສາມ ຈະເປັນຂ້າງຂຶ້ນ ຫລືຂ້າງແຮມກໍໄດ້ ແຕ່ເຄີຍເຮັດກັນມາແມ່ນກາງເດືອນສາມ ຈຶ່ງຮຽກວ່າບຸນ ເດືອນສາມກໍໄດ້.
ມື້ທີ່ຈະເຮັດບຸນນີ້ ຄນະວັດ/ທາງວັດ ເພິ່ນຈະປະກາດໃຫ້ຊາວບ້ານໄປເຕົ້າໂຮມກັນທີ່ວັດເພື່ອ ຕຽມເຂົ້າທີ່ຈະຈີ່ ຕຽມໄມ້ ໄວ້ ສຽບເຂົ້າ ເຄື່ອງທາ ເຂົ້າຈີ່ ຈະເປັນໄຂ່ ຫລື ໃສ່ນໍ້າອ້ອຍຂ້າງໃນ ໃຫ້ຫອມຫວານມັນ ກໍແລ້ວແຕ່ສັທທາຂອງບຸກຄົນນັ້ນໆ. ການຕັ້ງໄຟຈີ່ເຂົ້າ ຕ້ອງໄດ້ເຮັດ ແຕ່ເຊົ້າ ພໍເຂົ້າຈີ່ສຸກ ກໍເອົາໄປຖວາຍພ້ອມຈັງຫັນເລີຍ ພ້ອມກັບ ອາຫານຫວານຄາວຢ່າງອື່ນໆ. ເມື່ອເຖິງຍາມຖວາຍ ເພິ່ນຈະ ນິມົນພຣະສົງຄ໌ສາມະເນນພາຍໃນວັດມາໂຮມກັນທີ່ຫໍແຈກ, ຫົວໜ້າພາໄຫວ້ພຣະຮັບສີລຈົບແລ້ວ ພຣະສົງສູດຖວາຍພອນ ແລ້ວຈຶ່ງນຳເຂົ້າຈີ່ນັ້ນໃສ່ບາຕ ແລ້ວຍໍໄປຖວາຍພຣະສົງຄ໌ພ້ອມພາເຂົ້າ. ເມື່ອສັນສຳເຣັດແລ້ວ ພຣະສົງຄ໌ໃຫ້ພອນ ອະນຸໂມທະນາ ແລະ ເທສນາຊາດົກ ເຣື່ອງນາງປຸນນະທາສີຖວາຍເຂົ້າຈີ່ແດ່ພຣະພຸທທະເຈົ້າດັ່ງຕໍ່ໄປນີ້ :
ມູນເຫດຂອງບຸນນີ້ ມີໃຈຄວາມວ່າ ພຣະພຸທທະເຈົ້າປະທັບຢູ່ ວັດເຊຕະວັນມະຫາວິຫານ ໃນເມືອງສາວັຕຖີ, ໃນເວລາໃກ້ຈະແຈ້ງ ພຣະອົງໄດ້ເລັງພຣະຍານ ກວດເບິ່ງໃນໝູ່ສັຕໂລກ ກໍປາກົດເຫັນນາງປຸນນະທາສີ ວ່າ ນາງຈະຕ້ອງຕາຍໃນວັນນີ້ແນ່ນອນ ແລະ ຖ້າພຣະອົງບໍ່ໄດ້ໄປອະນຸເຄາະ ນາງກໍຈະຕ້ອງໄປສູ່ທຸຄຄະຕິຢ່າງແນ່ແທ້. ພຣະພຸທທະອົງຊົງມີຄວາມເມຕຕາກະຣຸນາແກ່ສັຕໂລກທຸກໝູ່ເລົ່າ ໃຫ້ພົ້ນຈາກບາບອະກຸສົນ ໃຫ້ໄດ້ບັນລຸເຖິງຄວາມສຸກ ມີມັຄຜົນນິພພານຕາມບາຣະມີຂອງສັຕນັ້ນໆ ວ່າເຄີຍໄດ້ສະສົມບຸນນັ້ນໄວ້ໜ້ອຍຫລາຍປານໃດມາແລ້ວ. ສ່ວນນາງປຸນນະທາສີ ນີ້ກໍເຊັ່ນດຽວກັນວ່າ ຈະຕ້ອງໄປໂຜດນາງກ່ອນທີ່ຈະເສັຽຊີວິດ, ດັ່ງນັ້ນ ພຣະພຸທທະອົງພ້ອມພຣະອານົນທີ່ອຸ້ມບາຕ ຕາມຫລັງ ພຣະອົງ ອອກເດີນທາງມຸ່ງໜ້າໄປທີ່ບ່ອນນາງປຸນນະທາສີ ເຮັດວຽກຢູ່ ເພື່ອໄປບິນທະບາຕ ໂຜດນາງ.
ໃນເມືອງຣາຊຄຣຶນີ້ ມີຍິງຍາກໄຮ້ເຂັນໃຈຢູ່ນາງນຶ່ງ ຊຶ່ງໃນເວລາຕໍ່ມາ ນາງໄດ້ໄປເປັນທາສີຮັບໃຊ້ ເຮືອນເສດຖີຄົນນຶ່ງ ຊື່ວ່າ ນາງປຸນນະທາສີ. ວັນນຶ່ງ ເສດຖີຄົນນັ້ນ ໄດ້ໃຊ້ໃຫ້ນາງໄປຕຳເຂົ້າ ຊຶ່ງນາງກໍຕຳຈົນໝົດມື້ຈົນຮອດຄໍ່າກໍຍັງບໍ່ແລ້ວ. ມື້ຕໍ່ມາ ນາງໄດ້ລຸກແຕ່ເດິກ ໄຕ້ໄຟຕຳເຂົ້າຕໍ່ຈົນຟ້າແຈ້ງ ວຽກຈຶ່ງແລ້ວ, ນາງໄດ້ເອົາຮຳເຂົ້າໂດຍເຮັດເປັນແປ້ງ ປັ້ນແລ້ວ ໄດ້ນຳແປ້ງເຂົ້າ ນັ້ນໄປຈີ່ໃຫ້ສຸກ ແລ້ວເອົາໃສ່ໃນພົກຜ້າໄວ້ກິນເອງ ແລ້ວກໍຍ່າງໄປຕັກນໍ້າ. ພໍຍ່າງໄປຫາທ່ານໍ້າ ນາງໄດ້ເຫັນພຣະພຸທທະເຈົ້າ ແລະ ພຣະອານົນ ກໍເລີຍເກີດຄວາມສັທທາ ເຫລື້ອມໃສ ໂດຍມາຄຶດວ່າ ຕົວເຮົານີ້ຕົກທຸກໄດ້ຍາກລຳບາກແສນເຂັນ ທັງກາຍແລະໃຈ ຕ້ອງເປັນທາສີ ອາສັຍເສດຖີລ້ຽງຊີວິດຢູ່ເປັນມື້ເປັນວັນໄປເທົ່ານັ້ນ ກໍເພາະວ່າເຮົາບໍ່ໄດ້ເຮັດບຸນໃຫ້ທານ ຮັກສາສີລໄວ້ໃນຊາດ ປາງກ່ອນ ມາເຖິງຊາດນີ້ ເຮົາຈຶ່ງໄດ້ເດືອດຮ້ອນລຳບາກເຫລືອຫລາຍ ແຕ່ວ່າເຮົາໄດ້ພົບພຣະພຸທທະເຈົ້າແລ້ວ ແຕ່ບໍ່ໄດ້ມີຫຍັງ ມາຖວາຍ ນອກຈາກແປ້ງເຂົ້າຈີ່ນີ້ທີ່ເປັນຂອງຕ້ອຍຕໍ່າ ແລະບໍ່ຄຶດວ່າພຣະພຸທທະອົງຈະຮັບສັນໄດ້ ອີກໃຈນຶ່ງກໍຄຶດວ່າ ພຣະພຸທທະອົງຍ່ອມມີຄວາມເມຕຕາກະຣຸນາອັນຍິ່ງໃຫຍ່ ອາດຈະບໍ່ຖືວ່າເປັນຂອງສົກກະປົກຫລືຕໍ່າ . ເມື່ອນາງຄຶດໄດ້ດັ່ງນັ້ນ ແລ້ວ ຈຶ່ງຍ່າງ ເຂົ້າໄປຫາພຣະບໍຣົມມະສາສດາວ່າ ພັນເຕ ຂ້າແດ່ພຣະອົງຜູ້ຈະເຣີນ ຂໍພຣະອົງຊົງຮັບເຂົ້າຈີ່ປັ້ນນີ້ ຂອງຜູ້ຂ້າຜູ້ເປັນ ຄົນຍາກຈົນເຂັນໃຈນີ້ດ້ວຍເທີ້ນ. ພຣະພຸທທະອົງໄດ້ເປີດບາຕ ຮັບເອົາເຂົ້າຈີ່ຈາກນາງປຸນນະທາສີ, ນາງກໍຄຶດໃນໃຈວ່າ ພຣະພຸທ ທະອົງຈະເດີນທາງໄປບ້ານເສດຖີ ຍ່ອມຈະມີອາຫານອັນປານີດ ມີກິ່ນຫອມແລະໜ້າສັນທັ້ງນັ້ນ ແລະເຂົ້າຈີ່ທີ່ນາງຖວາຍ ໄປນີ້ ກໍຄົງຈະເອົາໄປຖິ້ມເປັນອາຫານຂອງນົກຂອງກາເປັນແນ່ແທ້.
ພຣະພຸທທະອົງໄດ້ຊາບເຖິງວາຣະຈິດຂອງນາງ ຈຶ່ງໄດ້ບອກໃຫ້ພຣະອານົນປູອາສະນະໃຕ້ຮົ່ມໄມ້ແຄມທາງນັ້ນ ແລ້ວນັ່ງສັນ ເຂົ້າຈີ່ກ້ອນນັ້ນໃຫ້ນາງປຸນນະທາສີເຫັນ. ຫລັງຈາກສັນເຂົ້າຈີ່ນັ້ນແລ້ວ,ພຣະອົງຊົງໂຜດນາງປຸນນະທາສີໂດຍ ສະແດງພຣະທັມມະ ເທສນາອະນຸໂມທະນາວ່າ ຂຶ້ນຊື່ວ່າໂພຄະສົມບັດຂອງບຸກຄົນຕະນີ່ ອັນມີຢູ່ໃນມະນຸສໂລກນີ້ ຈະມາກມາຍເປັນໝື່ນເປັນແສນ ຫລືຫລາຍກວ່ານັ້ນກໍຕາມ ຫາປະເສີດເທົ່າກັບເຂົ້າປັ້ນນຶ່ງອັນບຸກຄົນໃຫ້ທານດ້ວຍຄວາມສັທທາບໍ່ໄດ້ ເພາະວ່າໂພຄະຊັບທີ່ມີຢູ່ກັບ ຄົນຕະນີ່ນັ້ນບໍ່ເປັນປໂຍດອັນໃດເລີຍ ແມ້ນແຕ່ຕົນເອງຈະກິນກໍຍັງທັງຍາກ ແຖມຍັງຈະໝົດເປືອງໄປລ້າໆ ຄັ້ນຜູ້ຕະນີ່ຄົນນັ້ນ ຕາຍໄປ ສົມບັດເຫລົ່ານັ້ນກໍເປັນຂອງຄົນອື່ນ ແລະກໍບໍ່ໄດ້ຕິດຕາມຕົນໄປສູ່ປໍຣະພົບຂ້າງໜ້າ ປຽບທຽບ ກັບທານອັນມີປະມານ ນ້ອຍທີ່ບຸກຄົນນັ້ນໄດ້ຖວາຍແກ່ພຣະອະຣິຍະເຈົ້ານັ້ນເປັນບັນໄດສູ່ສວັນ ສູ່ສຸຄຕິ ແລະເປັນສະບຽງ ລ້ຽງຕົນໄປໃນຫົນທາງທຸລະ ກັນດານໃນຄາວທີ່ຕົນໄດ້ຕາຍໄປແລ້ວ. ເມື່ອພຣະພຸທທະເຈົ້າເທສນາຈົບລົງແລ້ວ ນາງປຸນນະທາສີ ໄດ້ຊ້ອງສາທຸການໃນ ທານສົມບັດ ທີ່ຕົນໄດ້ກະທຳນັ້ນ ແລະ ຂາບລາເພື່ອໄປຕັກນໍ້າຕໍ່.
ດ້ວຍຄວາມຍິນດີ ອີ່ມເອີບໃນບຸນທີ່ຕົນໄດ້ທຳນັ້ນ ເລີຍບໍ່ທັນໄດ້ ເບິ່ງທາງຍ່າງວ່າມີງູເຫົ່າຢູ່ທີ່ນັ້ນ ເລີຍຖືກງູເຫົ່າຕອດທີ່ຕີນ ພິດຮ້າຍໄດ້ແລ່ນໄປທີ່ຫົວໃຈ ເຮັດໃຫ້ນາງປຸນນະທາສີ ເສັຽຊີວິດໃນທີ່ນັ້ນ ຈາກນັ້ນນາງກໍໄດ້ໄປເກີດຢູ່ເມືອງສວັນສເວີຍທິພສົມບັດ ມີນາງຟ້າພັນນຶ່ງເປັນບໍລິວານ ກໍເພາະອະນິສົງທີ່ນາງໄດ້ ຖວາຍເຂົ້າຈີ່ ປັ້ນນັ້ນແກ່ພຣະພຸທທະເຈົ້ານັ້ນແລ.

4. ເດືອນສີ່ ບຸນພຣະເຫວດ
ເຖິງຣະດູເດືອນສີ່ມາ ໃຫ້ຫາດອກໄມ້ມາໄວ້ສັກກາຣະບູຊາ ແລ້ວທຳບຸນຟັງທັມມະເທສນາ ມີບຸນມະຫາເວດສັນຕະຣະຊາດົກເປັນຕົ້ນ, ບຸນພຣະເວດ ຫລື ບຸນມະຫາຊາດ ຄືບຸນຟັງເທສນາເວດສັນຕະຣະຊາດົກ ຊຶ່ງປະກອບໄປດ້ວຍຄາຖາພັນຈັດເປັນກັນໄດ້ 13 ກັນ ລາງທ້ອງຖິ່ນມີ 16 ກັນເປັນ ຊາດົກໃຫຍ່ແລະຍືດຍາວສໍານວນດີ ເທດງ່າຍ ຟັງເຂົ້າໃຈໄດ້ຄວາມຮູ້ຄວາມສລາດ ຟັງແລ້ວເກີດສັດທາເຫລື້ອມໃສ, ການທຳບຸນມະຫາຊາດນີ້ ຖືກັນເຮັດໃນລະຫວ່າງເດືອນສີ່ ຈະເປັນຂ້າງຂຶ້ນ ຫລືຂ້າງແຮມກໍໄດ້ ແລ້ວແຕ່ຄວາມສະດວກ.
ພິທີເຮັດບຸນ:
ເຕົ້າໂຮມຍາດໂຍມ ປະຊຸມປຶກສາຫາລືຈັດແບ່ງໜັງສືອອກເປັນຫລາຍກັນຈາກກັນໃຫຍ່ ເປັນກັນນ້ອຍ ໃສ່ພຣະເນນພາຍໃນວັດແລະວັດບ້ານອື່ນມາເທດ ປຸກຜາມ ຫລື ຕູບໄວ້ຕ້ອນຮັບພຣະເນນ ແລະ ຍາດໂຍມບ້ານອື່ນ, ປະດັບຕົກແຕ່ງຫໍແຈກ ຫລື ໂຮງທັມ ດ້ວຍດອກໄມ້ຂອງຫອມ ພວງມາໄລ ຊໍ່ທຸງຕ່າງໆ ຈັດຫາດອກໄມ້ ທຽນພັນ ທູບພັນ ໄວ້ບູຊາຄາຖາພັນ, ຕັ້ງໝໍ້ນໍ້າມົນໄວ້ 4 ດ້ານ ເທິງຫໍແຈກ ຫາດອກບົວຫລວງ ບົວນ້ອຍ ຈອກແໜແລະດອກກາງຂອງມາປະດັບຫໍທັມມາດ. (ການເນັ່ງຝ້າຍມຸງຄຸນໄວ້ອ້ອມຜາມ ຫລືຫໍແຈກນັ້ນ ເປັນພິທີທາງສາສນາພຣາມ)
ຄັນເຖິງມື້ໂຮມແລ້ວ ທັງພຣະເນນແລະຍາດໂຍມບ້ານອື່ນກໍມາໂຮມ ພໍເວລາບ່າຍສາມໂມງຕີກອງ ໂຮມໄປແຫ່ພຣະເວດ ເຈົ້າບ້ານແຕ່ງຄົນຜູ້ສລາດອາດຮູ້ ທິດຫລືຈານ ໄປນິມົນພຣະອຸປະຄຸດມາ ປຸກຫໍໄວ້ກ້ຳຫລັງຫໍແຈກ ເພື່ອໃຫ້ມາຊ່ອຍກັນຮັກສາມານຮ້າຍຕ່າງໆ, ໃຫ້ສົມມຸດຄົນທີ່ຄວນເຄົາຣົບນັບຖື ແຕ່ງຕົວເປັນພຣະເວດສັນຕະຣະ ແລະ ນາງມະທີ ໄປຢູ່ໃນປ່າແຫ່ງໃດແຫ່ງນຶ່ງ ແລ້ວຈັດຂະບວນແຫ່ໄປເຊື້ອເຊີນພຣະເວດເຂົ້າເມືອງ ໃນຂະບວນແຫ່ນີ້ ນິມົນພຣະສົງເທດສຽງດີ ຂຶ້ນສະແນນຫາມໄປດ້ວຍ ເມື່ອໄປເຖິງແລ້ວ ທຸກຄົນເອົາຂັນດອກໄມ້ມາໂຮມກັນ ອາຣາທນາສີລ ອາຣາທນາເທດ ນິມົນພຣະເທດສຽງດີ ເທດສັກກະຕິບັ້ນເຊີນ ເຊີນພຣະເວດເຂົ້າໄປສເວີຍເມືອງຈົບແລ້ວ ຫາມສະແນນພຣະອົງເທດໄປກ່ອນ ຂະບວນແຫ່ຕາມຫລັງ ເຖິງໂຮງທັມຫລືຫໍແຈກແລ້ວ ແຫ່ວຽນສາມຮອບແລ້ວນຳເອົາດອກໄມ້ທູບທຽນ ໄປວາງໄວ້ໃນທີ່ຈັດໄວ້ ແລ້ວ ອາຣາທນາພຣະສົງສູດມຸງຄຸນໄຊນ້ອຍ, ໄຊໃຫຍ່ຈົບແລ້ວ ເທດບັ້ນຕົ້ນ, ໂພທິສັດ, ອິຕິປິໂສ, ວັດຕະໂສ, ມາໄລໝື່ນ, ມາໄລແສນ ຕອນບ່າຍກາງຄືນຂ້ອນຈະແຈ້ງ ແຫ່ເຂົ້າພັນກ້ອນ ແລ້ວ ເທດມະຫາເວດຕລອດໝົດມື້ ຈົບພິທີໃນມື້ນັ້ນ.
ວິທີແຫ່ພຣະເວດເຂົ້າເມືອງ
ເມື່ອໄດ້ເວລາສອງໂມງແລງ ທາງວັດຈະຕີກອງໂຮມພຣະສົງສາມະເນນ ແລະ ອອກຕົນຍາດໂຍມ ຈະໄປໂຮມກັນທີ່ວັດ ຈັດເອົາຄ້ອງກອງແລະເຄື່ອງດົນຕຣີຕ່າງໆ ທັມມາດພ້ອມດ້ວຍພຣະພຸທຮູບແຫ່ໄປທີ່ຮາວປ່າແຫ່ງໃດແຫ່ງນຶ່ງ ເຊິ່ງເປັນປ່າທີ່ມີດອກໄມ້ດົກໜາ ເມື່ອໄປເຖິງແລ້ວ ຕ່າງຄົນຕ່າງເກັບເອົາດອກໄມ້ມາແລ້ວ ຫົວໜ້າພາໄຫວ້ພຣະຮັບສີລແລະຟັງເທດ ການເທດໃນພິທີນີ້ໃຫ້ ເທດເຊີນພຣະເວດສັນດອນເຂົ້າເມືອງ, ຈົບແລ້ວກໍແຫ່ແຫນຕີຄ້ອງຕີກອງແລະດົນຕຣີຕ່າງໆ ແຫ່ພຣະພຸທຮູບແລະພຣະສົງອອກກ່ອນ, ພຣະຍາບູຣົມສີສົນຊັຍ,ນາງຜຸດສະດີ,ພຣະເວດ,ນາງມະທີ,ກັນຫາ ຊາລີ ແລະຊາວເມືອງໄປຕາມຫລັງ, ເມື່ອມາຮອດຫໍແຈກແລ້ວ ກໍແຫ່ອ້ອມສາມທີ ແລ້ວເອົາດອກໄມ້ໄປບູຊາໄວ້ຂ້າງທັມມາດແລ້ວທຳພິທີບາສີສູ່ຂວັນໃຫ້ພຣະຍາບູຣົມສີສົນໄຊ, ນາງຜຸດສະດີ,ພຣະເວດ,ນາງມະທີ,ແລະກັນຫາ ຊາລີຕໍ່ໄປ.
ຄຳເຊີນພຣະເວດເຂົ້າເມືອງ
ສົນຊັຍໂຍຣາຊາ ສ່ວນດັ່ງພຣະບູຣົມສີສົນຊັຍຕົນແກ່ນເຫງົ້າ
ຈອມເຈື່ອງເຈົ້າຈ່ອງຈອມຈັກ ບຸນຊູຊັກເຊີຍຊົມຊອບ
ຫົກທ້າວກອບກັບກັນ ເປັນທີ່ອັສຈັນສຽງສນັ່ນເນືອງກ້ອງ
ສຽງຕື່ນຕ້ອງທົ່ວສາກົນ ຄົນເທພາໃຈສັ່ນ
ສະທ້ານປັ່ນທັງປວງ ທັງເຂົາຫລວງສີເນໂຣຣາດ
ໄຫວຫວັ່ນຫວາດຖວາຍສານ ທັງສັຕຕະບົວຣະພັນເຈັດຊັ້ນ
ທຸກຂອບຂັນບໍຣິວານ ທັງເຂົາຈັກກະວານໄກວກວັດແກ່ວງ
ທົ່ວທຸກແຫ່ງໄປມາ ວຸດທິກາລັງ ປະວັດເຕນໂຕເທໂວ
ຄືວ່າຫລານທັງສອງເລີດແລ້ວ ກັບທັງແມ່ອອກແກ້ວສາຍສມອຍ
ກັບທັງເວດສັນດອນຕົນຜ່ານເຫງົ້າ ຈອມເຈື່ອງເຈົ້າສົນຊັຍ
ປັນຍາໄວຄຶດມໍ່ໆ ກັບທັງນາງນ້ອຍໜໍ່ຜຸດສະດີ
ຕົນເປັນວໍຣະມະເຫສີແກ່ນເຫງົ້າ ພຣະກະສັດເຈົ້າທັງຫົກ
ຈຶ່ງມາຊຸມນຸມສລົບພໍ່າພ້ອມ ໂອຍອ່ອນນ້ອມອັນນຶ່ງອັນດຽວກັນ
ຍະທາ ໃນກາລະຍາມໃດ ຕະທາ ໃນກາລະຍາມນັ້ນ
ບັ້ນອິນທາທິຣາດ ຕົນອົງອາດໃນຕາວະຕິງສາ
ສົນຍະທາຣາປະວະສິຕວາ ກໍໃຫ້ຍັງຫ່າຝົນໂບກຂາຣະພັດ
ໃຫ້ກະຈັດຕົກລົງມາ ໃນໂຂງເຂດປະເທດທີ່ສາລາ
ຕະມັດຖັງປະກາເສນໂຕ ສັດຖາອາຫະພິກຂະເວ
ດູລາ ພິກຂຸທັງຫລາຍ ຍາມເມື່ອຫາຍໂສກເສົ້າໂສກາ
ສັບເພຣັດຖາ ຊາວເມືອງມວນກັນມາທຸກໝູ່
ສະພູ່ພ້ອມມວນມາ ທັງເສນາແລະມຸນຕຣີ
ທັງເສດຖີແລະທວຍຄ້າ ນາຍມ້າພ້ອມພວກໝູ່ທະນູຫານ
ຝູງອາຈານແລະນັກປຣາດ ອາມາດພ້ອມໝູ່ເນືອງນອງ
ນັບໄດ້ວ່າສິບສອງອັກໂຂເພນີ ເຂົາມີໃຈຍິນດີບໍ່ໂສກເສົ້າ
ໄຫ້ຮໍ່າເຮົ້າເຕັມດົງ ໃນພົງໄພຫິມວາດ
ເນື້ອນົກຂາດໃຈຕາຍ ພຣະຣຶກສາກາສາວັງ
ໃບໄມ້ຫລົ່ນ ດອກໄມ້ໝົ່ນໝອງດວງ
ໃນໄພຂວາງຣົດສາມາດ ຮ້ອງໄຫ້ຂາດສຍົບ
ສົບກັບຕີນຈ່ອງເຈົ້າ ເອົາບາດໄທ້ທູນຜົນ
ຍິນອາຣົມລຳບາກ ຄຶດຍາກດ້ວຍດອມທ້າວ
ບາບ່າວບໍ່ເມືອເມືອງ ປະນົມມືເນືອງທັງສິບນິ້ວ
ຕັ້ງໄວ້ເໜືອຫວ່າງຄີ້ວ ຂ້ານ້ອຍໄຫວ້ສາທຸການ
ຂ້ານ້ອຍຂໍວອນວານ ດອມສອງກຸມານແກ່ນໄທ້
ຮ້ອງຮໍ່າໄຫ້ລູບອົກວອນ ເຊີນພູທອນແຈ່ມເຈົ້າ
ກັບທັງນາງໜໍ່ເຫງົ້າມິ່ງມະທີ ຕົນເປັນວໍຣະມະເຫສີເລີດແລ້ວ
ຈົ່ງໃຫ້ເມືອຜ່ານແຜ້ວແກ່ສີພີ ດ້ວຍສີສວັດດີບໍ່ຫລ່າ
ໄຫວ້ພຣະເວດສັນຕະຣະເຈົ້າ ດ້ວຍບາດພຣະຄາຖາວ່າ
ຕວັນຈະສິໂນ ອິສໂຣຣາຊາ ຣັດຊັງກາເຣຖະໂນອຸໂພ ດັ່ງນີ້ເປັນເຄົ້າ
ນັບຕັ້ງແຕ່ພຣະບາດເຈົ້າ ເຈັຽຣະຈາກໜີເມືອງມາ
ອັດຖະເຄືອງໃຈໄພ່ ເຫດວ່າພຣະນີ້ເມືອບໍ່ໄດ້
ເປັນເຈົ້າແຜ່ນທະຣົງ ເຊີນພຣະນີ້ເມືອເປັນປິ່ນຄຳປັກເກດເກົ້າ
ເຊີນພຣະນີ້ເມືອເປັນເຈົ້າເຈື່ອງຈອມພົນ ຜາບສາກົນແຫລ່ງຫລ້າ
ແກ່ໄພ່ຟ້າໝູ່ແສນເມືອງ ຂໍໃຫ້ຍົດສັກເຮືອງຜ່ານແຜ້ວ
ເຊີນພຣະນີ້ເມືອສະຖິດ ຜາສາດແກ້ວຮຸ່ງເຮືອງຮົມເດີ້
ເຊີນພຣະນີ້ເມືອເປັນເຈົ້າ ແກ່ສີພີ
ອຸໂພສອງກະສັດຕີເຮີຍແກ່ນໄທ້ ບໍ່ສົມຄວນພຣະຊິປະພຣະຊິລະ
ນະຄອນນີ້ໄວ້ໃຫ້ມັນເສົ້າເປົ່າສູນ ເຊີນພຣະນີ້ເມືອປຸນປອງ
ຄອງເມືອງລ້ຽງໄພ່ຟ້າ ເຊີນທັງສະໃພ້ຫລ້ານາງແກ້ວມິ່ງມະທີ
ເຊີນພຣະນີ້ຄືນເມືອຫາ ຜຸດສະດີແມ່ແກ້ວ
ກັບທັງອົງແຜ່ນແຜ້ວ ພຣະຍາພໍ່ປິຕາ
ເຊີນພຣະນີ້ຄືນເມືອລ້ຽງ ທາຣະກາລູກນ້ອຍອ່ອນ
ເຊີນທ່ອນທ້າວເມືອຕຸ້ມໄພ່ພົນ ເຊີນພຣະນີ້ຄືນເມືອຫ້ອງວິຊັຍຍົນຜາສາດ
ເຊີນມະຫາຣາຊເຈົ້າ ດຽວນີ້ຢ່າສູ່ນານເດີ້
ບໍ່ສົມບໍ່ຄວນພຣະຊິປະ ພຣະຊິລະວິມານທອງໄວ້
ທັງເມືອງໃຫ້ສູນເປົ່າ ບໍ່ສົມບໍ່ຄວນພຣະຊິລະ
ເຜົ່າເຊື້ອທາງບ້ານໃຫ້ໝົ່ນໝອງ ເຊີນພຣະນີ້ເມືອປຸນປອງ
ຄອງເມືອງລ້ຽງໄພ່ຟ້າ ງາມຍິ່ງໜ້າກວ່າສາວສວັນ
ຕາມປະເພນີອາດຍາທັມດັ່ງເກົ່າ ເປັນທ້າວເຫລົ່າສອງທີກໍພໍ່ເທີ້ນ
ສັກຂັດຕິຍະບັບພັງນິດຖິຕັງ ກໍແລ້ວເທົ່ານີ້ກ່ອນແລ ຯ
ການນິມົນພຣະອຸປຄຸດ
ມີເຣື່ອງກ່າວໄວ້ວ່າ ພຣະອຸປຄຸດເປັນພຣະເຖຣະຜູ້ມີຣິດທີ ນີຣະມິດກຸດີຢູ່ໃນກາງນໍ້າສມຸດ, ຄັ້ງພຣະເຈົ້າອະໂສກມະຫາຣາດ, ທ້ອນໂຮມພຣະບໍຣົມທາດ ຂອງພຣະພຸທເຈົ້າ ຈາກທີ່ຕ່າງໆມາໂຮມບັນຈຸໄວ້ໃນສະຖູບທີ່ພຣະອົງສ້າງຂຶ້ນໃໝ່ ສຳເຣັດແລ້ວທຳການສລອງ ຈຶ່ງຊົງປະຣິວິຕົກ ເຖິງມານຜູ້ເປັນສັຕຣູ ກັບພຣະພຸທເຈົ້າ ຈຶ່ງຮັບສັ່ງໃຫ້ໄປນິມົນເອົາພຣະອຸປຄຸດມາຮ່ວມໃນພິທີນັ້ນ, ພຍາມານຮູ້ວ່າ ພຣະເຈົ້າອະໂສກຈະສລອງເຈດີ ຈຶ່ງບັນດານຣິດທີຕ່າງໆໃຫ້ເກີດຂຶ້ນ ພຣະເຖຣະເຈົ້າກໍບັນດານຕາມ ຄັ້ງສຸດທ້າຍ ພຣະເຖຣະນີຣະມິດທັງໝາເນົ່າແຂວນຄໍພຍາມານໄວ້ ພຍາມານແກ້ບໍ່ໄດ້ ໄປໃຫ້ຜູ້ມີຣິດມີ ພຣະອິນເປັນຕົ້ນແກ້ໃຫ້ ແລະກັກໂຕໄວ້ຢູ່ເທິງຍອດພູເຂົາ ເມື່ອສຳເຣັດພິທີສລອງແລ້ວ ຈຶ່ງປ່ອຍໄປ ພຣະເຈົ້າອະໂສກພົ້ນຈາກໄພ ດ້ວຍເຫດນັ້ນ ເມື່ອມີພິທີກ່ຽວກັບງານພຣະພຸທສາສນາ ເຊັ່ນບຸນພຣະເວດສັນຕະຣະຊາດົກເປັນຕົ້ນ ຈຶ່ງມີການນິມົນ ພຣະອຸປຄຸດມາຮ່ວມນຳ ເພື່ອຄວາມຊນະພຍາມານ ມີໂຊກມີໄຊ ເຄີຍໄດ້ຍິນຜູ້ເຖົ້າ ຜູ້ແກ່ເວົ້າວ່າ ຖ້າບໍ່ນິມົນພຣະອຸປຄຸດມາຮ່ວມນຳ ມັກເກີດອັນຕລາຍຕ່າງໆ ເປັນຕົ້ນວ່າເກີດລົມ ຫລືຟ້າຝົນ ເຫລົ່ານີ້ເປັນຕົ້ນ.(ການແຫ່ພຣະເວດ ມີຈໍາເພາະແຕ່ບາງທ້ອງຖິ່ນທໍ່ນັ້ນ).
ຄຳນິມົນພຣະອຸປຄຸດ
ໂອກາສະ ໂອກາສະ ຝູງຂ້າທັງຫລາຍ
ພາຍໃນມີພຣະສົງເປັນເຄົ້າ ພາຍນອກມີອອກຕົນເປັນປະທານ
ພາກັນຈັດຫາເຄື່ອງສັກກາຣະບູຊາ ມາຂາບໄຫວ້ແກ່ຍອດໄທ້ອຸປຄຸຕເຖນ
ຕົນມີຣິດທີອົງອາດ ນີຣະມິດຜາສາດແກ້ວກຸດີ
ຢູ່ກາງນັດທີແມ່ນ້ຳໃຫຍ່ ມັກໃຄ່ດ້ວຍພຣົຫມຈາຣີ
ຢູ່ສຸກຂີບໍ່ໂສກເສົ້າ ບັດນີ້ຝູງຂ້າພະເຈົ້າທັງຫລາຍ
ພ້ອມພຽງກັນຈະຟັງຍັງທັມມະຫາເວດ ໃນຂ່ວງເຂດອາຮາມ
ຈຶ່ງມາຂໍນິມົນເຈົ້າກູ ຕົນທະຣົງຄຸນຄາມມາກ
ເປັນອາດແພ້ແກ່ຜີໃນຈັກກະວານ ຂໍຈົ່ງໄປຜາບມານທັງຫ້າ
ອັນຈະມາບຽດບຽນຝູງຂ້າທັງຫລາຍ ໃຫ້ຫາຍໂພຍພັຍອົນຕາຍທຸກສໍ່າ
ພ້ອມພໍ່າຖ້ວນທຸກປະການ ກໍຂ້າເທີ້ນ ຯ
ເມື່ອວ່າຄຳນິມົນຈົບແລ້ວ ກໍຕີຄ້ອງຮ້ອງປ່າວຖືບາດໄຕຣຈີວອນ ແຫ່ມາວຽນຫໍ ສາມຮອບແລ້ວເອົາສິ່ງຂອງວາງໄວ້ໃນຫໍນັ້ນ ເວລາຈັ່ງຫັນເພນຫາພາເຂົ້າໄປບູຊາທີ່ຫໍນັ້ນດ້ວຍ.
ໃກ້ເວລາຈະແຈ້ງ ພໍປະມານ ສີ່ໂມງເຊົ້າ ທາຍົກທາຍິກາມາໂຮມກັນຫລາຍພໍສົມຄວນແລ້ວ ກໍພາກັນແຫ່ເຂົ້າພັນກ້ອນ ຮອບໂຮງທັມ ຫລື ຫໍແຈກສາມຮອບ.
ຄຳແຫ່ເຂົ້າພັນກ້ອນວ່າ:
ນະໂມ ນະໄມ ຈອມໄຕປິດົກພຣະຍົກອອກມາໃນທັມມະຫາເວດ ວິເສດນານາ ຝູງຂ້າທັງຫລາຍ ໄດ້ຂົນຂວາຍຫາ ຍັງເຂົ້າພັນກ້ອນດວງອາດບູຊາ ຊາເຮົາາຊາ ດອກແກ້ວເຮົາຊາ ຮອດເຂດແລ້ວ ເຮົາພ້ອມກັນຊາ ສາທຸ ສາທຸ ສາທຸ.
ແລ້ວເອົາເຂົ້າຂຶ້ນບູຊາ ຕໍ່ຈາກນັ້ນໄປ ທຳວັດເຊົ້າສຳເຣັດແລ້ວ ສັກເຄເທວະດາ, ອາຣາທນາສີລ ພຣະສົງເຖຣະຂຶ້ນນັ່ງເທິງທັມມາດໃຫ້ສີລຈົບແລ້ວ ອາຣາທນາເທດ ບອກສັກຣາຊຫລວງ ແລ້ວເທດພຣະເວດກັນຕົ້ນ ຄື ທະສະພອນກັນຕົ້ນໄປຈົນຮອດນະຄອນກັນປາຍ.
ໃນຂນະທີ່ເທດແຕ່ລະກັນ ມັກມີການເຄນກັນເທດເປັນພິເສດແກ່ພຣະອົງເທດ, ກັນເທດທີ່ທາຍົກທາຍິກາຈະຖວາຍນັ້ນ ສ່ວນຫລາຍແມ່ນຈັບສລາກເອົາ ຖ້າຖືກກັນໃດ ກໍນຳໄປຖວາຍພຣະອົງທີ່ເທດກັນນັ້ນ, ນອກຈາກກັນນັ້ນ ຍັງມີກັນຫລອນອີກ ກັນຫລອນນີ້ໂຮມກັນຫລາຍຄົນເປັນໝູ່ເປັນຄນະພາກັນເຮັດແລ້ວແຫ່ເປັນຂະບວນໄປ ມີເຄື່ອງເສບຕ່າງໆເປັນຕົ້ນ ຄ້ອງ, ກອງ, ປີ່, ແຄນ ໃນຂະບວນແຫ່ນັ້ນ ມີຜູ້ເຖົ້າ ຜູ້ບ່າວແລະສາວແຫ່ໄປເປັນໝູ່ເປັນຊຸມ ຄັນເຂົ້າໄປເຖິງວັດແລ້ວ ແຫ່ຮອບຫໍແຈກ ຫລື ໂຮງທັມສາມຮອບ ຈຶ່ງເອົາຕັ້ງໄວ້ເພື່ອລໍຖວາຍພຣະອົງທີ່ກຳລັງເທດຢູ່ນັ້ນ ອົງໃດກຳລັງເທດ ກໍຖວາຍອົງນັ້ນ ບໍ່ຈຳເພາະເຈາະຈົງ.
ເຫດແຫ່ງການກະທຳ
ມີເຣື່ອງກ່າວໄວ້ໃນມາລັຍໝື່ນມາລັຍແສນວ່າ ພຣະມາລັຍໄດ້ຂຶ້ນໄປໄຫວ້ ພຣະທາດເກດແກ້ວຈຸລະມະນີໃນສວັນຊັ້ນດາວະດິງ ໄດ້ພົບພຣະສີອະຣິຍະເມຕໄຕ ເພິ່ນໄດ້ຕັດປາສັຍຖາມເຖິງຄວາມເປັນຢູ່ຂອງມະນຸດ ເມ່ືອໄດ້ຊາບວ່າ ຊາວມະນຸດໄດ້ພາກັນທຳບຸນໃຫ້ທານ ປາຖນາຢາກພົບພໍ້ພຣະອົງ ຈຶ່ງດຳຣັດສັ່ງມານຳທ່ານວ່າ ຖ້າຢາກພົບພໍ້ສາສນາຂອງພຣະອົງ ຈົ່ງຢ່າໄດ້ຂ້າພໍ່ຕີແມ່ ສະມະນະພຣາມມາຈານ ທຳຮ້າຍພຣະພຸທເຈົ້າ ແລະຍຸຍົງໃຫ້ພຣະສົງແຕກກັນ ໃຫ້ອຸສະຫະຟັງເທດ ເຣື່ອງມະຫາເວດສັນຕະຣະຊາດົກ ໃຫ້ແລ້ວໃນມື້ນຶ່ງວັນດຽວ ຟັງແລ້ວນຳເອົາເອົາໄປປະພຶດປະຕິບັດ ຈະໄດ້ປະສົບພົບພໍ້ສາສນາຂອງພຣະອົງແລ, ເມື່ອພຣະມາໄລກັບມາເຖິງເມືອງມະນຸດແລ້ວ ທ່ານກໍແຈ້ງເຣື່ອງນັ້ນ ໃຫ້ຊາວມະນຸດຊາບ ມວນມະນຸກທັງຫລາຍປາຖນາຢາກພົບພໍ້ສາສນາພຣະເຈົ້າເມດໄຕຣ ຈິ່ງພາກັນທໍາບຸນຟັງເທດ ມະຫາຊາດສັນຕະຣະຊາດົກ ສືບຕໍ່ໆກັນມາຈົນເຖິງທຸກວັນນີ້.
ຄຳອາຣາທນາເທດພຣະເວດສັນຕະຣະ
ສຸນັນຕຸ ໂພນໂຕ ເຍ ເທວາ ສັງຄາ ສັມມາຄະຕາ ເທວະດາເຈົ້າທັງຫລາຍ ອັນຢາຍຢັງຢູ່ທຸກໝູ່ໄມ້ໄພຣພະນອມ ທຸກເຫວຮ່ອມຮາວປ່າ ທຸກປະເທດທ່າຮາວເຂົາ ທຸກແຖວເຖົາເຖື່ອນຖໍ້າ ທຸກທ່ານໍ້າແລະວັງປາ ພັນຣະນາຝູງເຜດຜີອັນມີໃຈໂຫດຮ້າຍໂທສາ ຈົ່ງໃຫ້ ເຈົ້າທັງຫລາຍ ປະລະເສັຽ ຍັງຫົວໃຈອັນເປັນບາບ ໃຫ້ຄ່ອຍໂສພາບງ່ຽງໂສດຟັງທັມ ເດົາດາຈຳຈື່ໄວ້ເປັນປະທີບໄຕ້ສ່ອງຕາມທາງ ຝູງໝູ່ເທວະດາທັງຫລາຍອັນຮັກສາວັດວາ ແລະ ປະເທດທາງເຂດໃຕ້ຮ່ອມ ຫລີ່ຜີ ທາງເໜືອຮອດຜາໄດຜາດ່າງ ທາງຝັ່ງຊ້າຍ ກຸງສີອະຍຸທຍາ ທາງຝ່າຍຂວາມີແດນແກວເປັນເຂດ ທຸກປະເທດດ້າວອັນຢູ່ທ້ອງພຣະສຸທາ ກັບນາງທໍຣະນີຈຳຈື່ນໍ້າ ເປັນຜູ້ຄໍ້າ ຝູງປານາ ຝູງໝູ່ເທວະດາ ເຈົ້າທັງຫລາຍ ພາຍບົນມີພຣະຍາອິນ ພຣະຍາພຣົມ ຈົ່ງລົງມາໂມທະນາເຊິ່ງທັມອັນຝູງຂ້າທັງຫລາຍ (ພາຍໃນມີສົມເດັດ ມະຫາຣາຊຄຣູເປັນເຄົ້າ ພາຍນອກມີ ມະຫາຣາດຕົນເປັນອາດໃນເມືອງແກ້ວ............................(ຖ້າເຮັດຢູ່ບ່ອນໃດ ໃຫ້ໃສ່ຊື່ບ່ອນນັ້ນ ໃຫ້ປ່ຽນຊື່ບ່ອນເຮັດນັ້ນ) ກັບທັງພະຣິຍາເມັຽມິ່ງ ລູກແກ້ວກິ່ງ ຊາຍາ ກັບທັງຣາຊບິດາພໍ່ແມ່ ເຖົ້າແກ່ພ້ອມກັນມາ ທັງຣາຊາແລະອຸປະຣາດ ທັງນັກປາດ ແລະ ອາຈານ ເນຄະມາຊາວນິຄົມບ້ານນອກ ອັນຢູ່ຂົງຂອບເມືອງແກ້ວ........ ຊວນກັນມາພໍ່າພ້ອມ ແຕ່ງເຄື່ອງໄຫວ້ບູຊາ ສະຫັດສະຫລາຍ ມີມາກ ດອກອຸບົນ ຫລາກພໍພັນ ບົວແດງບານໄຂກາບ ດອກຜັກຕົບອາດຂຽວນິນ ດອກກາງຂອງ ຫລາຍບໍ່ໜ້ອຍ ພັນນຶ່ງຄ່ອຍຂົນຂວາຍ ຊໍ່ທຸງຢາຍສະພາດ ເຂົ້າພັນກ້ອນ ອາດບູຊາ.
ບັດນີ້ ຂ້າຈັກແຈກຄາຖາເວສສັນຕຣະຊາດົກເປັນຄາຖາພັນແບ່ງປັນ ເປັນກັນໄດ້ 13 ກັນພໍ່າພ້ອມ ພັນຣະນາໃນທະສະພອນກັນ ເປັນ ເຄົ້າມີ 19 ພຣະຄາຖາ ຂ້າຈັກແບ່ງບູຊາແລະສິ່ງ ແລະສິບເກົ້າ ບູຊາກັນເຄົ້າ ຊື່ ທະສະພອນ ຫິມະພານກັນຖ້ວນສອງ ມີ 134 ພຣະຄາຖາ ຖວາຍໄວ້ ທານະຂັນກັນຖ້ວນສາມມີ 209 ພຣະຄາຖາຍໍເຄື່ອງຮ້ອຍບູຊາ ວະນະປະເວສກັນຖ້ວນສີ່ ມີ 57 ພຣະຄາຖາ ເຄື່ອງບູຊາແບ່ງໄວ້ ຊູຊົກກັນຖ້ວນຫ້າ ມີ 79 ພຣະຄາຖາ ເຄື່ອງບູຊາບໍ່ຂາດບໍ່ຕົກ ຈຸລພົນກັນຖ້ວນຫົກ ມີ 35 ພຣະ ຄາຖາ ເຄື່ອງບູຊາຕົກແຕ່ງໄວ້ ມະຫາພົນກັນຖ້ວນເຈັດມີ 80 ພຣະຄາຖາ ເຄື່ອງບູຊາມີໄວ້ ກຸມມານກັນຖ້ວນ 8 ມີ 101ພຣະຄາຖາ ເຄື່ອງບູຊາຄົບຖ້ວນ ມັທທີກັນຖ້ວນ 9 ມີ 90 ພຣະຄາຖາ ເຄື່ອງບູຊາ ແບ່ງໄວ້ຊູ່ອັນ ສັກກະບັນກັນຖ້ວນສິບ ມີ 43 ພຣະຄາຖາເຄື່ອງບູຊາຕົກແຕ່ງໄວ້ ມະຫາຣາຊກັນຖ້ວນ 11 ມີ 69 ພຣະ ຄາຖາ ເຄື່ອງບູຊາສະພາດງາມດີ ສັກຕິ ກັນຖ້ວນ 12 ມີ 36 ພຣະຄາຖາເຄື່ອງບູຊາບໍ່ນ້ອຍ ນະຄອນກັນຖ້ວນ 13 ມີ 49 ພຣະ ຄາຖາ ເຄື່ອງບູຊາແຕ່ງຖ້ວນ ມີຄົບລ້ວນຍໍຖວາຍ ຄາຖາທັງຫລາຍໂຮມກັນ ສະຫັສສັງ ໄດ້ພໍພັນຄົບຖ້ວນແຕ່ງເຄື່ອງລ້ວນບູຊາ ແລ້ວຈຶ່ງ ເຊີນມາຍັງເທວະດາ ທຸກເທດ ໃຫ້ມາຟັງທັມມະເທສນາ.
ບັດນີ້ ຝູງຂ້າທັງຫລາຍຂໍຣາທະນາພຣະເປັນເຈົ້າຜູ້ວິເສດ ຂຶ້ນເທສນາ ມະຫາເວສສັນຕຣະຊາດົກ ອັນພຣະທັມມະສັງຄະ ຫະນາຈານ ເຈົ້າຍົກມາເທສນາ ຕາມພຸທທະດີກາ ດ້ວຍບາດພຣະຄາຖາອາຣາທນາວ່າ ອາທິກັລຍານັງ ມັດເຊກັລຍານັງ ປະຣິໂຍສານະກັລຍານັງ ສາຕຖັງສະພະພະຍັນຊະນັງ ເກວະລະປະຣິປຸນນັງ ປະຣິສຸທທັງ, ພຣົມມະຈາຣິຍັງ ປະກາເສຖະໂນ ໂອກາສະ ອາຣາທະນັງ ກະໂຣມະ.
ນໍ້າມົນຄາຖາພັນ ແລະ ຝ້າຍມຸງຄຸນທີ່ເນັ່ງຮອບທັມມາດ ເມື່ອເທດຈົບລົງແລ້ວແບ່ງກັນຖືກັນວ່າ ເປັນຂອງສັກສິດ ປ້ອງກັນສນຽດຈັງໄຮ ເອົາໄປຜູກແຂນລູກຫລານ ຢູ່ສຸກສະບາຍແລ.
ພຣະສົງສູດໄຊຍະຄາຖາສາດນ້ຳມົນແລ້ວ ແຕ່ງຂັນ 5 ຄາຣະວະພຣະຣັຕນະໄຕຣຢ່າງພິສດານສຳເຣັດແລ້ວ ເອົາຂັນດອກໄມ້ຖວາຍພຣະເຖຣະ ທ່ານອະນຸໂມທະນາແລ້ວຈົບພິທີ.
ຄຳຄາຣະວະເວລາເທດພຣະເວດຈົບ
ໂອກາສະ ໂອກາສະ ຝູງຂ້າທັງຫລາຍ ທັງຍິງຊາຍແລະນົງທ້າວ ຝູງບ່າວແລະຝູງສາວ ທັງລຸງອາວ ແລະ ພໍ່ແມ່ ເຖົ້າແກ່ແລະ ລຸງຕາ ທັງທ້າວພະຍາ ເສນາແລະອາມາດ ທັງນັກປາດ ແລະປຸໂຣຫິດ ທັງບັນດິດ ຊາວເມືອງ ມີສັທທາເຮື່ອງພໍ່າພ້ອມ ໃຈອ່ອນນ້ອມ ໃນພຣະທັມ ລາງຜ່ອງມີເງິນຄຳຕາມແຕ່ໄດ້ ລາງຜ່ອງມີດອກໄມ້ ແລະ ເຜິ້ງທຽນ ໃນສະຖຽນຊົມຊື່ນ ຍົນຍື່ນ ພ້ອມກັນມາ ມີຄິລາໝ້ຽງໝາກ ຫລາກພາກພ້ອມອາຫານ ມີເຄື່ອງຫວານເປັນເຄົ້າ ຄືວ່າເຂົ້າຕົ້ມແລະເຂົ້າໜົມ ເຂົ້າມະທຸປະຍາສ ເຂົ້າປາດ ແລະ ເຂົ້າມັນ ສັພພະສັນປີ້ງຈີ່ ໝົກມອກໝີ່ແກມແກງ ເປັນຂອງແພງອັນປານີດ ແຊບຊ້ອຍຈິດເພີງໃຈ ຕາມໃຈໃສຕົກແຕ່ງ ພ້ອມກັນ ແລ້ວ ຈຶ່ງນຳມາ ຖວາຍບູຊາເຄນແຈກແກ່ ພຣະແກ້ວເຈົ້າສັງສາມ ໃນອາຮາມຂ່ວງເຂດ ຖວາຍແກ່ເຈົ້າກູຕົນວິເສດ ກໍຫາກແລ້ວ ບໍຣະບວນ.
ບັດນີ້ ຝູງຂ້າທັງຫລາຍ ຈຶ່ງປະມວນມາຍັງເຄື່ອງບູຊາທັງສອງປະການຄື ອາມິສບູຊາພາຍໃນແລະພາຍນອກ ພາຍໃນຄື ຈິດໃຈ ຂັນທັງ 5 ຝູງຂ້າທັງຫລາຍ ພາຍນອກຄື ເຂົ້າຕອກ ດອກໄມ້ແລະທູບທຽນ ຈຶ່ງອະທິຖານໃຫ້ເປັນ 5 ໂກ ຖາດຄື :
. ປະຖົມໂກຖາດອັນຖ້ວນນຶ່ງນັ້ນ ຝູງຂ້າທັງຫລາຍ ຂໍຖວາຍສົມມາບູຊາແກ່ພຣະສັບພັນຍູເຈົ້າຕົນເປັນເຄົ້າ ໂຜດສັຕເນືອງນອງ.
. ໂກຖາກອັນຖ້ວນສອງ ນັ້ນ ຝູງຂ້າທັງຫລາຍ ຂໍຖວາຍສົມມາບູຊາແກ່ ພຣະວະນະໂລກຸຕະຣະທັມເຈົ້າເກົ້າດວງງາມ.
. ໂກຖາກອັນຖ້ວນສາມນັ້ນ ຝູງຂ້າທັງຫລາຍ ຂໍຖວາຍສົມມາບູຊາແກ່ ພຣະອະຣິຍະສົງຕົນທະຣົງ ສີລາອັນຖ້ວນຖີ່.
. ໂກຖາກອັນຖ້ວນສີ່ນັ້ນ ຝູງຂ້າທັງຫລາຍ ຂໍຖວາຍສົມມາບູຊາແກ່ ພຣະສະຖຸປ ຮູບພຣະພຸທທະເຈົ້າ ແລະ ເຈດີຍ໌ ທັງ ພຣະສີ ມະຫາໂພດ
ອັນຢູ່ໃນ ໝື່ນໂຍດ ຊົມພູ ດູຕະການງາມໃນມະນຸດແຫລ່ງຫລ້າ.
. ໂກຖາກອັນຖ້ວນຫ້າ ນັ້ນ ຝູງຂ້າທັງຫລາຍ ຂໍຖວາຍສົມມາບູຊາ ເທພະບຸດ ເທພະດາ ພຍາອິນ ພຍາພຣົມ ພຍາຍົມພະບາລ ທ້າວຈະຕຸໂລກະບາລທັງສີ່ ນາງນ້ອຍນາດ ເມຂ ລາ ນາງທໍຣະນີ ອີສູນເປັນເຄົ້າ ອັນເປັນເຈົ້າ ພຣະສຸທາ ຝູງຂ້າທັງ ຫລາຍ ບໍ່ອາດຈະນັບ ຈະພັນລະນາ ລຳດັບລຽນຕໍ່ກັນມາຍັງໂທດອັນເປັນເຄົ້າ ຕາບຕໍ່ເທົ້າ ບັດນີ້ກໍດີ ໂທດອັນເກີດຈາກ ວະຈິ ມະໂນ ທະວານວິຖີຈິດໃຈ ຫລອນວ່າໄດ້ຫລົງໄຫລພັ້ງພາດ ບໍ່ສລາດອາດວ່າແມ່ນຄອງທັມ ຄິດວ່າບໍ່ເປັນກັມ ແລະໂທດ ຫລອນວ່າໄດ້ ປາກໂພດແລະໄດ້ກ່າວວາຈາ ໄດ້ຄາຣະຫາຕິຕຽນ ພຣະພຸທທະຮູບເຈົ້າວ່າບໍ່ງາມ ອົງຮາມນັ້ນບໍ່ສູງສັກກະໜ່ອຍ ອົງນ້ອຍນັ້ນ ຍັງຕໍ່າພໍປະມານ ອົງກາງໜາບາງບໍ່ຊ້ອຍໂຊດ ອົງໃຫຍ່ນັ້ນ ໜາໂພດບໍ່ສເມີກັນ ຫລອນວ່າໄດ້ຕິຕຽນ ພຣະຈອມທັນວ່າມີສີ ອັນເສົ້າ ຂໍແກ່ພຣະເປັນເຈົ້າ ໂຜດກະຣຸນາ ຢ່າໃຫ້ເປັນໂທດສາໂທດຕ້ອງ ເປັນບາບຂ້ອງຢູ່ໃນ ວັຕຕະສົງສານ ກໍຂ້າເທີ້ນ.
ປະການນຶ່ງຝູງຂ້າທັງຫລາຍໄດ້ຕົກແຕ່ງທານ ມີເຄື່ອງຫວານແລະເຄື່ອງສົ້ມ ມີເຄື່ອງຕົ້ມ ແລະເຄື່ອງແກງ ຫລອນວ່າ ມີດຳແດງຕົກໃສ່ ເປັນຝຸ່ນໄງ່ປິວໄປ ເປັນຄອງສຸດວິສັຍບໍ່ຮູ້ເມື່ອ ຄຶດວ່າເຊື່ອໃຈແລ້ວ ຈຶ່ງນຳມາ ຖວາຍບູຊາແຈກ ແກ່ ພຣະແກ້ວເຈົ້າ ທັງສາມ ໃນອາຣາມຂ່ວງເຂດ ຖວາຍແກ່ເຈົ້າກູຕົນວິເສດ ກໍຫາກແລ້ວບໍຣະບວນ.
ບັດນີ້ຝູງຂ້າທັງຫລາຍ ທັງຕາຍາຍ ແລະ ເດັກນ້ອຍ ຍິນຣະຫ້ອຍແລ່ນນຳ ມາ ນຳລຸງຕາແລະພໍ່ແມ່ ເຂົາຢູ່ແຕ່ຫລິ້ນ ແລະ ຍິນດີ ບາງຜ່ອງຕີຫິງຄີ ແລະສັບຄ່າງບາງຜ່ອງຍ່າງໄປມາ ຕາມປະສາເດັກນ້ອຍ ບາງຜ່ອງໃຫ້ອິ່ນອ້ອຍຢາກກິນນົມ ບາງຜ່ອງ ຢຽບຕົມເຂົ້າໃນຂ່ວງເຂດ ບາງຜ່ອງປິດພວງເພດຜາລາ ບາງຜ່ອງປິດອຳພາມີ້ມ່ວງ ບາງຜ່ອງແລ່ນເຕັ້ນຂ່ວງຢອກໄຍກັນ ໂຣທັນຕາ ຮ້ອງໄຫ້ ໄດ້ໄມ້ຄ້ອນແລ້ວ ໄລ່ຕີກັນ ເປັນອັນນັນພົນທີ່ ບໍ່ສງັດດີ ເມື່ອຟັງທັມ ເປັນຄອງບໍ່ຢຳແລະປະໝາດ ຫລອນວ່າໄດ້ ນັ່ງຮ່ວມໜັງ ໄດ້ນັ່ງຕ່າວຫລັງແລະຕ່າວຂ້າງ ຫລອນວ່າໄດ້ປ່ອຍຊ້າງມ້າ ແລະງົວຄວາຍ ເຂົ້າມາໃນເຂດ ຂໍໃຫ້ເຈົ້າກູຕົນວິເສດ ຈົ່ງໃຫ້ ອະນຸຍາໂຕ ຢ່າໄດ້ເປັນໂທໂສໂທດຕ້ອງ ເປັນບາບຂ້ອງນຳໄປ ສຸດວິສັຍ ເມື່ອຈັກມໍຣະນາດ ຄັນວ່າຄາຄາດແລ້ວ ຂໍໃຫ້ໄດ້ເມືອ ເມືອງແກ້ວ ຊື່ວ່າ ນິຣະພານ ກໍຂ້າເທີ້ນ.
ປະການນຶ່ງຝູງຂ້າທັງຫລາຍທັງຍິງຊາຍແລະ ພໍ່ແມ່ທັງເຖົ້າແກ່ແລະ ລຸງຕາພ້ອມກັນມາໃນເຂດ ເຫດວ່າຢາກໄດ້ຄອງເມືອ ເມືອງຟ້າ ແລະນິຣະພານ ຫລອນວ່າຢູ່ເຫິງນານໜັກເມື່ອຍ ໄດ້ຢຽດເມື່ອຍແຂ່ງຂາ ໄດ້ທຽວໄປມາກ່າວເວົ້າ ຍາມເມື່ອພຣະສັງຄະເຈົ້າ ຍັງເທສນາທັມ ບໍ່ຈຳນຳເອົາຫູຕໍ່ ລາງຜ່ອງຄຶດຮອດບ້ານແລະເຮືອນ ໃຈບິດເບືອນຂວ່າໜີເມືອບ້ານແລ້ວບໍ່ຄືນມາ ເມືອນອນດອມພະຣິຍາແລະລູກເຕົ້າ ຫລອນວ່າໄດ້ກິນເຫລົ້າ ແລະສຸຣາມົວເມົາຕາຄຶດວ່າ ແມ່ນຂອງຊື່ນ ຕັກແລ້ວຢືນຢາຍກັນ ຍາມເມື່ອວັນມື້ເຊົ້າ ລາງເທື່ອອາຍກິນເທົ້າ ພຣະສົງຄ໌ເຈົ້າທະຣົງທັມ ຈົ່ງນຳເອົາມາຍັງໂທດ ຝູງຂ້າທັງຫລາຍ ມາຕັ້ງໄວ້ຊ້ອງໜ້າແລ້ວ ຈົ່ງກະທຳໃຫ້ເປັນອະໂຫສິກັມນຳເສັຽເຊິ່ງໂທດ ຢ່າໃຫ້ເປັນກັມອັນຈັກຫ້າມຄອງເມືອເມືອງຟ້າແລະນິຣະພານກໍຂ້າເທີ້ນ ຈັຕຕາໂຣທັມມາ ອັນວ່າທັມທັງ ສີ່ປະການຄື ອາຍຸ ວັນນະ ສຸຂະ ພລະ ຈົ່ງປະວັຕຕະນາການ ໃນຂັນທະສັນດານແຫ່ງຝູງຂ້າທັງຫລາຍທຸກຕົນ ທຸກຄົນ ກໍຂ້າເທີ້ນ ນິພພານະປັຈຈະໂຍ ໂຫຕຸ.
ເມື່ອຄາຣະວະສົມມາແລ້ວ ພຣະສົງອະນຸໂມທະນາ ໃຫ້ພອນແລ້ວອຸທິດສ່ວນບຸນ ສ່ວນກຸສົນເຖິງເປຕະຊົນຜູ້ລ່ວງລັບໄປແລ້ວມີບິດາມານດາເປັນຕົ້ນ, ເປັນອັນວ່າຈົບພິທີທໍ່ນີ້ແລ ຯ.

ບຸນພຣະເວສ
ຈາກ ປື້ມປະເພນີລາວ ໂດຍ ພຣະອາຈາຣຍ໌ ປາລ ອານັນໂທ ພິມໃນ ພຸທສົກ 2517
ເພື່ອຫາທືນສ້າງວັດມິຄະທາຍະວັນອະໄພຽຄີຣີມະຫາວິຫາຣ (ບ້ານໜອງພະຍາ ວຽງຈັນ)
ບຸນພຣະເວສ ຄືບຸນຟັງເທສນ໌ ລຳພຣະເວສຫລືຟັງເທສມະຫາຊາດ ຄືຊາຕໃຫຍ່ ໝາຍເຖິງຊາຕທີ່ໃກ້ເຂົ້າມາ ຈະໄດ້ເປັນ ພຣະ ພຸທທະເຈົ້າ ໃນລຳມະຫາຊາຕ ປະກອບດ້ວຍຄາຖາ ໑໐໐໐ ພຣະຄາຖາ ເປັນເຣື່ອງຍືດຍາວ ຟັງແລ້ວມວ່ນຊື່ນ ໃນທ້ອງເຣື່ອງ ມີຂໍ້ວັດ ປະຕິບັດຫລາຍຢ່າງ ທັງທີ່ເປັນສ່ວນເລິກ ແລະ ຕື້ນ ຟັງແລ້ວໃຫ້ເກີດສັດທາ ຄວາມເຫລື້ອມໃສ ບຸນພຣະເວສຫລື ບຸນ ມະຫາຊາຕ ນິຍົມກັນເຮັດໃຫ້ຍາມເດືອນສີ່ ຈະເປັນຂ້າງຂື້ນຫລືຂ້າງແຮມກໍໄດ້. ສະນັ້ນ, ບຸນນີ້ຈິ່ງເອີ້ນກັນອີກຢ່າງນຶ່ງວ່າບຸນເດືອນ ສີ່ ກໍຄືບຸນ ພຣະເວສນັ້ນເອງ ກາຣເອົາບຸນພຣະເວສນັ້ນ ຊາວພຸດລາວ ເຮົາໄດ້ທຳກັນມາເຫິງນານ ຈົນເປັນປະເພນີແລ້ວ ການຟັງ ນັ້ນ ຈະຮູ້ ເຣື່ອງຫລືບໍ່ຮູ້ເຣື່ອງຖືວ່າໄດ້ບຸນໂລດ ທັງພຣະຜູ້ເທສນ໌ ກໍຕາມມີຕາມໄດ້ ລາງເທື່ອບໍ່ໄດ້ຂໍ້ໄດ້ຄວາມ ທັງນີ້ເພາະ ບໍ່ໄດ້ຝຶກ ແອບໃຫ້ ຂື້ນໃຈ ບໍ່ໜຳບ້ານນອກລາງບ້ານ ເຖິງຍາມພຣະເທສນ໌ ຍັງເປົ່າປີ່ຕີກອງ ແຫ່ກັນຫລອນບຸກນັນ ຈົນຟັງເທສນ໌ ບໍ່ໄດ້ຍິນ ຟັງພຽງ ແຕ່ວ່າຟັງ ຈະເອົາຂໍ້ວັດປະຕິບັດບໍ່ໄດ້ເລີຍ ເຣື່ອງນີ້ ຖ້າຫາກມີການແກ້ໄຂດັດແປງແນ່ຈັກໜ່ອຍ ກໍຈະເປັນ ການດີ.
ມູລເຫຕຂອງການທຳບຸນພຣະເວສ
ໃນມາລັຍໝື່ນມາລັຍແສນ ໄດ້ກ່າວໄວ້ວ່າ ພຣະສົງສາວົກ ຂອງພຣະພຸດທະເຈົ້າ ຕົນນຶ່ງຊື່ວ່າ ພຣະມາລັຍເຖຣະ ເປັນຜູ້ເຫາະ ເຫີນ ເດີນອາກາດໄດ້ ຄັ້ງນຶ່ງໄດ້ເຫາະຂື້ນໄປ ເຖິງດາວະດຶງສ໌ເທວະໂລກ ເພື່ອໄຫວ້ນະມັສກາຣ ພຣະທາດເກສແກ້ວຈຸລມະນີ ໄດ້ພົບ ເທວະບຸດ ຕົນນຶ່ງ ຜູ້ເຊິ່ງຈະໄດ້ລົງມາຕັດສະຮູ້ ເປັນພຣະພຸດທະເຈົ້າ ພຣະນາມວ່າພຣະສີອະຣິຍະເມຕໄຕ ໃນອະນາຄົດພາຍໜ້າພຸ້ນ ເທວະບຸດຕົນນັ້ນ ໄດ້ໄຕ່ຖາມເຖິງມະນຸສໂລກວ່າ ຍັງມີກາຣທຳບຸນໃຫ້ທານ ຍັງມີການທຳບຸນໃຫ້ທານ ຮັກສາສີລພ່ຳເພັງບຸນກຸສົລ ເພື່ອປາຖນາຢາກຈມະພົບເຮົາແດ່ບໍ? ພຣະມາລັຍກໍເລີຍຕອບວ່າ ບັນດາມະນຸສທັງຫລາຍ ຍັງພາກັນປາຖນາ ຢາກຈະພົບເຫັນ ພຣະພຸດທະເມຕໄຕຢູ່ ຕ່າງພ່ຳເພັງກຸສົລຄວາມດີ ຕາມກຳລັງສັດທາ ຄວາມສາມາດຂອງໃຜລາວ ເທພບຸຕຕົນນັ້ນເລີຍສັ່ງມາກັບ ພຣະມາລັຍວ່າ ຖ້າຜູ້ໃດຢາກພົບເຫັນສາສນາຂອງພຣະເມຕໄຕແລ້ວ ຈົ່ງຍຶດໝັ້ນໃນຂໍ້ວັດປະຕິບັດເປັນຕົ້ນວ່າ ບໍ່ຂ້າພໍ່ຕີແມ່ ບໍ່ບຽດບຽນສົມນະຊີພຣາມນ໌ ແລະ ບໍ່ທຳຮ້າຍພຣະພຸດທະສາສນາ ບໍ່ຍຸຍົງໃຫ້ພຣະສົງແຕກສາມັກຄີກັນ ແລະ ຈົ່ງຟັງລຳມະຫາຊາດ (ບຸນພຣະເວສ) ໃຫ້ແລ້ວໃນມື້ນຶ່ງຍາມດຽວ ແລ້ວນຳເອົາຂໍ້ປະຕິບັດ ແລະ ຈະຣິຍະວັດ ອັນມີໃນລຳພຣະເວສນັ້ນ ໄປໃຊ້ໃຫ້ຖືກຕ້ອງ ເໝາະສົມກັບກາລະເທສະ ໃນການດຳເນີນຊີວິດປະຈຳວັນຂອງຕົນ ຖ້າວ່າປະຕິບັດໄດ້ດັ່ງນີ້ ຜູ້ນັ້ນຈະໄດ້ເຫັນໜ້າພຣະສີອະຣິຍະ ເມຕໄຕແນ່ແທ້ ພຣະມາລັຍເຖຣະ ເມື່ອຟັງຄຳສັ່ງດັ່ງນັ້ນແລ້ວ ກໍໄດ້ນຳເອົາຂ່າວສາຣນັ້ນ ມາບອກແກ່ຊາວມະນຸສໂລກ ສະນັ້ນ ພວກຊາວພຸທເຮົາທັງຫລາຍ ປາຖນາຈະໄດ້ເຫັນໜ້າ ພຣະສີອະຣິຍະເມຕໄຕ ຈິ່ງພາກັນເຮັດບຸນພຣະເວສ ຫລືຟັງລຳ ມະຫາຊາດ ສືບໆກັນມາຈົນເທົ່າທຸກວັນນີ້.
ວິທີເຮັດບຸນພຣະເວສ
ໃນລຳພຣະເວສແບ່ງອອກເປັນກັນໃຫຍ່ໆ ໄດ້ ໑໓ ກັນ ແລະ ເປັນທຳນຽມຂອງການເຮັດບຸນພຣະເວສ ຕ້ອງອາຣາທນາ ພຣະສົງ ແລະ ກ່າວເຕືອນພໍ່ອອກແມ່ອອກ ມາຮວ່ມກັນຫລາຍວັດ ຫລາຍບ້ານ ສະນັ້ນ ການເທສນ໌ ຈິ່ງແບ່ງອອກເປັນກັນນ້ອຍໆ ອົງລະໃບສອງໃບແລ້ວແຈກຢາຍກັນໄວ້ລວ່ງໜ້າ ກາຣຢາຍ່ໜັງສືນີ້ ເອີ້ນວ່າ ໃສ່ບຸນ ຫລືໃສ່ສລາກບຸນ ເພາະວ່າບຸນມະຫາຊາດ ເປັນບຸນໃຫຍ່ ແຕ່ງເຄື່ອງຫລາຍ ຈິ່ງຕ້ອງມີກາຣເດົາດາຫາເຄື່ອງໄວ້ລວ່ງໜ້າ ເປັນຕົ້ນວ່າເຄື່ອງຮ້ອຍເຄື່ອງພັນ ເພື່ອບູຊາ ຄາຖາພັນ ມີທຸງທີວ ທຸງແຜ່ນຜ້າ ທຸງຊໍ່ ທຸງໄຊ ຂັນໝາກເບັງ ທຽນບູຊາຄາຖາພັນ ນອກຈາກນັ້ນ ກໍຕົກແຕ່ງເສີມເອ້ ວັດຫລື ສາລາໃຫ້ສວຍງາມ ຕັ້ງໝໍ້ນ້ຳມົນຕ໌ ຂຶງຝ້າຍມຸງຄຸນ ແລະ ນອກຈາກນີ້ອີກກໍຍັງຕ້ອງປຸກຜາມປຸກປະຣັມເພື່ອຮັບຕ້ອນພຣະສົງຄ໌ ອອກຕົນຍາດໂຍມບ້ານຕ່າງໆທີ່ມາຮວ່ມເອົາບຸນ ກາຣລ້ຽງດູຄ້ຳຍໍ ກໍແບ່ງກັນເປັນໝວດໆ ສຸດແລ້ວແຕ່ໃຜຈະຖືກບ້ານໃດ ຮອດມື້ບຸນແທ້ໆກໍຕີກອງໂຮມລົງວັດ ຊ່ອຍກັນຈັດເຮັດສິ່ງທີ່ຍັງບໍ່ແລ້ວບໍ່ທັນ ຈັດໃຫ້ຜູ້ສລາດທຳພິທີໄປເຊີນພຣະອຸປະຄຸຕ ແລະ ທຳພິທີແຫ່ພຣະເວສເຂົ້າເມືອງ ນິມົນຕ໌ພຣະສົງຄ໌ຜູ້ເທສນ໌ສຽງດີ ເທສນ໌ສັກຂັຕຕິບັ້ນເຊີນ ແລ້ວແຫ່ແຫນມວ່ນຊື່ນກັນມາ ເຂົ້າວັດ ຕອນກາງຄືນມີສູດໄຊນ້ອຍໄຊໃຫຍ່ ເທສນ໌ບັ້ນຕົ້ນໂພທິສັຕວ໌ ອິຕິປິໂສ ວັຕຕະໂສ ມາລັຍໝື່ນມາລັຍແສນ ແລ້ວກໍມີ ການຄົບງັນມວ່ນຊື່ນກັນຕາມປະເພນີ.
ການນິມົນຕ໌ພຣະອຸປະຄຸຕ
ພຣະອຸປຄຸຕຄືພຣະສົງຄ໌ສາວົກຂອງພຣະພຸທທະເຈົ້າອີກອົງນຶ່ງ ທີ່ມີຣິທທາ ສັກດາເດຊ ສາມາດ ບັນດານຣິທຜາບພຣະຍາມາຣ ແລະ ອັນຕຣາຍ ຕ່າງໆໄດ້ ພຣະອຸປຄຸຕເຖຣະໄດ້ ນິມິຕກຸຕິຢູ່ ໃນກາງນ້ຳ ມະຫາສມຸທ ຄັ້ງນັ້ນ ພຣະເຈົ້າ ອະໂສກ ມະຫາຣາຊ ໄດ້ຮີບໂຮມເອົາ ພຣະ ບໍຣົມມະທາຕ ມາບັນຈຸໄວ້ ໃນ ພຣະສາຖູບ ຄັນສຳເລັດຮູບຮ້ອຍແລ້ວ ຈຶ່ງທຳການສລອງກັນຢ່າງໃຫຍ່ໂຕ ແຕ່ຢ້ານ ພຣະຍາມາຣ ເຊິ່ງເຄີຍເປັນສັຕຕູຂອງ ພຣະພຸທທະເຈົ້າ ຈະມາທຳການ ຮາວີ ກີດຂວາງ ບໍ່ໃຫ້ໄດ້ຮັບຄວາມສະດວກ ເພື່ອຄວາມປອດໄພ ໃນງານສລອງ ຄັ້ງໃຫຍ່ນີ້ ພຣະເຈົ້າອະໂສກ ຈິ່ງໄດ້ນິມົນຕ໌ພຣະອຸປຄຸຕມາຮວ່ມ ໃນພິທີນັ້ນນຳ ເພື່ອ ຄຸ້ມກັນ ບໍ່ໃຫ້ພຣະຍາ ມາຣມາລົບກວນ. ຄັ້ງນັ້ນ, ພຣະຍາມາຣກໍໄດ້ມາ ລົບກວນ ຮາວີ ກີດຂວາງ ດວ້ຍອາການຕ່າງໆ ພຣະອຸປຄຸຕ ກໍໄດ້ສະແດງຣິທ ຕອບໄປ ຈົນບັ້ນສຸດທ້າຍ ພຣະອຸປຄຸຕໄດ້ເນຣະມິຕ ໜັງໝາເໜົ່າ ແຂວນ ຄໍພຣະຍາມາຣ ພຣະຍາມາຣ ຖືກທໍຣະມານ ຢ່າງໜັກ ຈະແກ້ເອງກໍບໍ່ໄດ້ ໄປໃຫ້ພຣະຍາອິນ ພຣະຍາ ພຣົມແກ້ໃຫ້ກໍບໍ່ໄດ້ ຜູ້ຈະແກ້ໄດ້ແມ່ນ ພຣະອຸປຄຸຕ ຜູ້ດຽວ ພຣະຍາມາຣ ກໍ ຈິ່ງອ່ອນ ຍອມສາຣະພາບຜິດ ພຣະອຸປຄຸຕຈິ່ງໄດ້ແກ້ ໜັງໝາເນົ່າອອກໃຫ້ ແລ້ວເອົາຂັງໄວ້ ທີ່ຍອດພູເຂົາ ຈົນພິທີສລອງພຣະບໍຣົມ ມະທາຕ ຂອງພຣະເຈົ້າ ອະໂສກສ້ຽງສຸດລົງ ດ້ວຍຄວາມປອດພັຍ ຈິ່ງໄດ້ປ່ອຍ ໃຫ້ອອກໄປຕາມລຳພັງ ກາຣທຳບຸນມະຫາຊາຕ ຫລືບຸນ ພຣະເວສ ຖືວ່າເປັນ ງານໃຫຍ່ ເຮັດໄດ້ຍາກ ຢ້ານບໍ່ໄດ້ຮັບຄວາມປອດພັຍ ແລະ ເປັນສິຣິມຸງຄຸລ ຈິ່ງໄດ້ມີພິທີນິມົນຕ໌ ພຣະອຸປຄຸຕ ເພື່ອຄວາມສວັສດີມີຊັຍ ຖ້າບໍ່ມີການນິມົນຕ໌
ພຣະອຸປຄຸຕ ເຮົາຖືກັນວ່າບໍ່ຮຽບຮ້ອຍ ເກີດຜິດກັນ ຖຽງກັນ ເກີດພາຍຸລົມ ຝົນຢ່າງແຮງ ເຊິ່ງນັບວ່າ ເປັນ ອຸປສັກ ນັກເທສນ໌ ກໍເທສນ໌ສຽງບໍ່ອອກ ຄໍແຫ້ງຄໍແຫບ. ກາຣເຊີນ ພຣະອຸປຄຸຕ ມັກໄປເຊີນໃນ ນ້ຳສ້າງ ຫລື ຫວ້ຍໜອງທີ່ມີນ້ຳ ບໍ່ຂາດ ທັງນີ້ເພາະ ຖືວ່າພຣະອຸປະຄຸຕນັ້ນ ນີຣະມິຕກຸຕິ ຢູ່ໃນນ້ຳມະຫາສຸມຸທນັ້ນເອງ.
ບຸນພຣະເວສນັ້ນ ອາດເຮັດກັນຫລາຍມື້ຫລາຍຄືນກໍມີ ລາງວັດມີເຖິງ ໓ ມື້ ໓ ຄືນ ຄັນຮອດມື້ສຸດທ້າຍ ຕອນກາງຄືນແຕ່ເດິກ ທຳພິທີໄຫວ້ ພຣະສູຕມົນຕ໌ ຮັບສີລ ອາຣາທນາເທສນ໌ພຣະເວສ ພຣະສົງຄ໌ຂື້ນທັມມາສ ເທສນ໌ສັງກາສຫລວງ ສັງກາສຫລວງມີ ຂໍ້ຄວາມຍືດຍາວ ບໍ່ສາມາດເອົາມາພິມໄວ້ໃນທີ່ນີ້ໄດ້ ແຕ່ໃຈຄວາມກໍໄດ້ພັນລະນາເຖິງຄວາມເປັນມາ ແລະ ເປັນໄປຂອງພຣະ ສະມະນະໂຄດົມຂອງເຮົານີ້ເອງ ແລ້ວເລີ່ມເທສນ໌ລຳພຣະເວສໄປຈົນຈົບ ຂະນະທີ່ເທສນ໌ຢູ່ ລາງເທື່ອ ກໍມີກັນຫລອນແຫ່ເຂົ້າມາ ເອີ້ນອີກຢ່າງນຶ່ງວ່າ ກັນແຖມສົມພານ ອົງໃດທີ່ກຳລັງເທສນ໌ຢູ່ແມ່ນອົງນັ້ນໄດ້ ກາຣຖວາຍ ກັນເທສນ໌ນິຍົມຈັບສລາກ ຜູ້ໃດຖືກກັນໃດ ອົງໃດແມ່ນຖວາຍຕາມນັ້ນ.
ຄຳອາຣາທນາພຣະເວດ
ສຸນັນຕຸ ໂພນໂຕ ເຍ ເທວາ ສັງຄາ ດູຣາເທພະເຈັ້າທັງຫລາຍ ອັນຢາຍຢັງຢູ່ທຸກໝູ່ໄມ້ໄພຣພະນອມ ທຸກເຫວຮອມຮາວປ່າ ທຸກປະເທດທ່າຮາວເຂົາ ທຸກແຖວເຖົາເຖື່ອນຖໍ້າ ທຸກທ່ານໍ້າແລະວັງປາ ພັນຣະນາຝູງເຜດແລະປີ ອັນມີໃຈໂຫດຮ້າຍໂທສະ ຈົ່ງໃຫ້ ເຈົ້າທັງຫລາຍ ປະລະເສັຽ ຍັງຫົວໃຈອັນເປັນບາບ ໃຫ້ຄ່ອຍໂສພາບງ່ຽງໂສດຟັງທັມ ເດົາດາຈຳຈື່ໄວ້ເປັນປະທີປໄຕ້ສ່ອງຕາມ ທາງ ຝູງໝູ່ເທວະດາທັງຫລາຍອັນຮັກສາວັດວາ ແລະ ປະເທດທາງເຂດໃຕ້ຮອດ ຫລີ່ຜີ ທາງເໜືອຮອດຜາໄດຜາດ່າງ ທາງຝັ່ງຊ້າຍ ກຸງສີອະຍຸທຍາ ທາງຝ່າຍຂວາມີແດນແກວເປັນເຂດ ທຸກປະເທດດ້າວອັນຢູ່ທ້ອງພຣະສຸທາ ກັບນາງທໍຣະນີຈຳຈື່ນໍ້າ ເປັນຜູ້ຄໍ້າ ຝູງປານາ ຝູງໝູ່ເທພາດາ ເຈົ້າທັງຫລາຍ ພາຍບົນມີພຣະຍາອິນ ພຣະຍາພຣົມ ຈົ່ງລົງມາໂມທະນາເຊິ່ງທັມອັນຝູງຂ້າທັງຫລາຍ (ພາຍໃນມີສົມເດັດ ມະຫາຣາຊຄຣູເປັນເຄົ້າ ພາຍນອກມີ ມະຫາຣາຊຕົນເປັນອາດ ວຽງຈັນ ກັບທັງກັລຍາເມັຽມິ່ງ ລູກແກ້ວກິ່ງ ຊາຍາ ກັບທັງບິດາມາຣດາ ພໍ່ແມ່ ເຖົ້າແກ່ພ້ອມກັນມາ ທັງຣາຊາແລະອຸປຣາດ ທັງນັກປຣາຊຍ໌ ແລະ ອາຈາຣຍ໌ ເມຄະມາຊາວ ນິົຄົມບ້ານນອກ ອັນຢູ່ຂົງຂອບ ວຽງຈັນ) ຊວນກັນມາພ້ອມແພ່ງ ແຕ່ງເຄື່ອງໄຫວ້ບູຊາ ສະຫັສສາຫລາຍ ມີມາກ ດອກອຸບົນ ຫລາກພໍພັນ ບົວແດງບານໄຂກາບ ດອກຜັກຕົບອາດຂຽວນິລ ດອກກາງຂອງ ຫລາຍບໍ່ໜ້ອຍ ພັນນຶ່ງຄ່ອຍຂົນຂວາຍ ຊໍ່ທຸງປາຍ ສະພາດ ເຂົ້າພັນກ້ອນ ອາດບູຊາ.
ບັດນີ້ ຂ້າຈັກຈັດຄາຖາເວສສັນຕຣະຊາດົກເປັນຄາຖາພັນ ຜິຈັກແບ່ງປັນ ເປັນກັນໄດ້ 13 ກັນ ພັນຣະນາໃນທັສສະພອນກັນ ເປັນ ເຄົ້າມີ 19 ພຣະຄາຖາ ຂ້າຈັກແບ່ງບູຊາແລະສິ່ງ ແລສິບເກົ້າ ບູຊາກັນເຄົ້າ ຊື່ ທັສສະພອນ ຫິມະພານກັນຖ້ວນສອງ ມີ 134 ພຣະ ຄາຖາ ຖວາຍໄວ້ ທານະຂັນກັນຖ້ວນສາມ ມີຄາຖາຫລາຍ 209 ບໍເຄື່ອງຫ້ອຍບູຊາ ວະນະປະເວສກັນຖ້ວນສີ່ ມີ 57 ພຣະ ຄາຖາ ເຄື່ອງບູຊາແບ່ງໄວ້ ຊູຊົກກັນຖ້ວນຫ້າ ມີ 79 ພຣະຄາຖາ ເຄື່ອງບູຊາບໍ່ຂາດ ບໍ່ຕົກ ຈຸລລະພົນກັນຖ້ວນຫົກ ມີ 35 ພຣະ ຄາຖາ ເຄື່ອງບູຊາມີໄວ້ ກຸມມານກັນຖ້ວນ 8 ມີ 101ພຣະຄາຖາ ເຄື່ອງບູຊາຄົບລ້ວນ ມັທທີກັນຖ້ວນ 9 ມີ 90 ພຣະຄາຖາ ເຄື່ອງບູຊາ ແບ່ງໄວ້ສຸ່ອັນ ສັກກະບັຣພ໌ກັນຖ້ວນສິບ ມີ 43 ພຣະຄາຖາເຄື່ອງບູຊາຕົກແຕ່ງໄວ້ ມະຫາຣາຊກັນຖ້ວນ 11 ມີ 69 ພຣະ ຄາຖາ ເຄື່ອງບູຊາສະພາດງາມດີ ສັກຂັຕຕິຍ໌ ກັນ 12 ມີ 36 ພຣະຄາຖາເຄື່ອງບູຊາບໍ່ໜ້ອຍ ນະຄອນກັນຖ້ວນ 13 ມີ 49 ພຣະ ຄາຖາ ເຄື່ອງບູຊາແຕ່ງຖ້ວນ ມີຄົບລ້ວນຍໍຖວາຍ ຄາຖາທັງຫລາຍໂຮມກັນ ສະຫັສສັງ ໄດ້ພໍພັນຄົບຖ້ວນແຕ່ງເຄື່ອງລ້ວນບູຊາ ແລ້ວຈຶ່ງ ເຊີນມາຍັງເທວະດາ ທຸກເທດ ໃຫ້ມາຟັງທັມມະເທສນາ.
ບັດນີ້ ຝູງຂ້າທັງຫລາຍຂໍຣາທະນາພຣະເປັນເຈົ້າຜູ້ວິເສດ ຂຶ້ນເທສນາ ມະຫາເວສສັນຕຣະຊາດົກ ອັນພຣະທັມມະສັງຄະ ຫະນາຈາຣຍ໌ ເຈົ້າຍົກມາເທສນາ ຕາມພຸທທະດິກາ ດ້ວຍບາດພຣະຄາຖາອາຣາທນາວ່າ ອາທິກັລຍານັງ ມັຊເຊກັລຍານັງ ປະຣິໂຍສານກັລຍານັງ ສາຕຖັງສະພະພະຍັນຊະນັງ ເກວະລະປະຣິປຸນນັງ ປະຣິສຸທທັງ, ພຣົມມະຈາຣິຍັງ ປະກາເສຖະ ໂນ ໂອກາສະ ອາຣາທະນັງ ກະໂຣມະ.
ນໍ້ານົມ ແລະ ຝ້າຍມຸງຄຸລ ເມື່ອເລີກບຸນແລ້ວ ຖືກັນວ່າ ເປັນຂອງສັກສິດ ປ້ອງກັນສນຽດຈັງໄຮ ແລະ ຂັບໄລ່ເຄາະເຂັນ ໄດ້ສາລະພັດຢ່າງ ເມື່ອເສັດພິທີແລ້ວ ຕຽມຂັນ 5 ຄາຣະວະພຣະຣັຕນະໄຕຣ ຈົບແລ້ວ ນຳຂັນຖວາຍພຣະສົງ: ຊິດນໍ້າມົນຕ໌ ເປັນອັນເລີກແລ້ວບຸນປາງນັ້ນ.
ຄຳຄາຣະວະຫລວງ
ເປັນທຳນຽມການເຮັດບຸນພຣະເວສ ເມື່ອຈະເສັດພິທີ ກໍມີຄາຣະວະ ແຕ່ມີຂໍ້ ຄວາມຍືດຍາວຕາມປະເພນີເຂົາເອີ້ນຄຳຄາຣະວະ ແບບນັ້ນວ່າ " ຄາຣະວະຫລວງ " ເຊິ່ງມີໃຈຄວາມດັ່ງນີ້ :
ໂອກາສະ ໂອກາສະ ຝູງຂ້າທັງຫລາຍ ທັງຍິງຊາຍແລະນົງທ້າວ ຝູງບ່າວແລະຝູງສາວ ທັງລຸງອາວ ແລະ ພໍ່ແມ່ ແລະ ລຸງຕາ ທັງທ້າວພະຍາ ເສນາແລະອາມາດ ທັງນັກປຣາຊຍ໌ ແລະປຸໂຣຫິດ ທັງບັນດິດ ຊາວເມືອງ ມີສັທທາເຮື່ອງພໍ່າພ້ອມ ໃນອ່ອນນ້ອມ ໃນພຣະທັມ ລາງຜ່ອງມີເງິນຄຳຕາມແຕ່ໄດ້ ລາງຜ່ອງມີດອກໄມ້ ແລະ ເຜື້ງທຽນ ໃນສະຖຽນຊົມຊື່ນ ຍົນຍື່ນ ພ້ອມກັນມາ ມີຄິລານ໌ ໝ້ຽງໝາກ ຫລາກພາກພ້ອມອາຫານ ມີເຄື່ອງຫວານເປັນເຄົ້າ ຄືວ່າເຂົ້າຕົ້ມແລະເຂົ້າໜົມ ເຂົ້າມະທຸປະຍາສ ເຂົ້າປາດ ແລະ ເຂົ້າມັນ ສັພພະສັນປີ້ງຈີ່ ໝົກມອກໝີ່ແກມແກງ ເປັນຂອງແພງອັນປານີດ ແຊບຊ້ອຍຈິຕເພີງໃຈ ຕາມໃຈຕົກແຕ່ງ ພ້ອມກັນ ແລ້ວ ຈຶ່ງນຳມາ ຖວາຍບູຊາເຄນແຈກແກ່ ພຣະແກ້ວເຈົ້າສັງສາມ ໃນອາຮາມຂ່ວງເຂດ ຖວາຍແກ່ເຈົ້າກູຕົນວິເສດ ກໍຫາກແລ້ວ ບໍຣະບວນ
ບັດນີ້ ຝູງຂ້າທັງຫລາຍ ຈຶ່ງປະມວນມາຍັງເຄື່ອງບູຊາທັງສອງປະການຄື ອາມິສະບູຊາພາຍໃນແລະພາຍນອກ ພາຍໃນຄື ຈິດຂັນທັງ 5 ຝູງຂ້າທັງຫລາຍ ພາຍນອກຄື ເຂົ້າຕອກ ດອກໄມ້ແລະທູບທຽນ ຈຶ່ງອະທິຖານໃຫ້ເປັນ 5 ໂກດຖາດ.
. ປະຖົມໂກດຖາດອັນຖ້ວນນື່ງນັ້ນ ຝູງຂ້າທັງຫລາຍ ຂໍຖວາຍສົມມາບູຊາແກ່ພຣະສັພພັນຍູເຈົ້າຕົນເປັນເຄົ້າ ໂຜດສັຕເນືອງນອງ.
. ໂກດຖາດອັນຖ້ວນສອງ ນັ້ນ ຝູງຂ້າທັງຫລາຍ ຂໍຖວາຍສົມມາບູຊາແກ່ ພຣະນະວະໂລກຕຣະທັມເຈົ້າເກົ້າດວງງາມ.
. ໂກດຖາດອັນຖ້ວນສາມນັ້ນ ຝູງຂ້າທັງຫລາຍ ຂໍຖວາຍສົມມາບູຊາແກ່ ພຣະອະຣິຍະສົງຕົນຊົງ ສີລາອັນຖ້ວນຖີ່.
. ໂກດຖາດອັນຖ້ວນສີ່ນັ້ນ ຝູງຂ້າທັງຫລາຍ ຂໍຖວາຍສົມມາບູຊາແກ່ ພຣະສະຖຸປ ຮູບພຣະພຸທທະເຈົ້າ ແລະ ເຈດີຍ໌ກັ ພຣະສີ ມະຫາໂພດ ອັນຢູ່ໃນໝື່ນໂຍຊນ໌ ຊົມພູ ດູຕະການງາມໃນມະນຸສແຫລ່ງຫລ້າ.
. 67ໂກດຖາດອັນຖ້ວນຫ້າ ນັ້ນ ຝູງຂ້າທັງຫລາຍ ຂໍຖວາຍສົມມາບູຊາແກ່ ພຣະເທພະບຸດ ເທພະດາ ພຣະຍາອິນ ພຣະຍາພຣົມ ພຣະຍາຍົມພະບາລ ທ້າວຈະຕຸໂລກະບາລທັງສີ່ ນາງນ້ອຍ ເມຂ ລາ ນາງທໍຣະນີ ອິສູນເປັນເຄົ້າ ອັນເປັນເຈົ້າ ພຣະສຸທາ ຝູງຂ້າທັງ ຫລາຍ ບໍ່ອາດຈະຄນະນາ ລຳດັບລຽນຕໍ່ກັນມາຍັງໂທດອັນເປັນເຄົ້າ ຕາບຕໍ່ເທົ້າ ບັດນີ້ກໍດີ ໂທດອັນເກີດຈາກກາຍວະຈິ ມະໂນ ທວາຣວິຖີຈິດໃຈ ຫລອນວ່າໄດ້ຫລົງໄຫລພັ້ງພາດ ບໍ່ສລາດອາຈວ່າແມ່ນຄອງທັມ ຄິດວ່າບໍ່ເປັນກັມ ແລະໂທດ ຫລອນວ່າໄດ້ ປາກໂພດແລະໄດ້ກ່າວວາຈາ ໄດ້ຄາຣະຫາຕິຕຽນ ພຣະພຸທທະເຈົ້າວ່າບໍ່ງາມ ອົງຄ໌ຣາມນັ້ນບໍ່ສູງສັກກະໜ່ອຍ ອົງຄ໌ນ້ອຍໆນັ້ນ ຍັງຕໍ່າພໍປະມານ ອົງຄ໌ກາງໜາບາງບໍ່ຊ້ອຍໂຊດ ອົງຄ໌ໃຫຍ່ນັ້ນ ໜາໂພດບໍ່ສເມີກັນ ຫລອນວ່າໄດ້ຕິຕຽນ ພຣະຈອມທັນວ່າມີສີ ອັນເສົ້າ ຂໍແກ່ພຣະເປັນເຈົ້າ ໂຜດກູນາ ຢ່າໃຫ້ເປັນໂທດສາໂທດຕ້ອງ ເປັນບາບຂ້ອງຢູ່ໃນ ວັຕຕະສົງສານ ກໍຂ້າເທີ້ນ.
ປະການນຶ່ງຝູງຂ້າທັງຫລາຍໄດ້ຕົກແຕ່ງທານ ມີເຄື່ອງຫວານແລະເຄື່ອງສົ້ມ ມີເຄື່ອງຕົ້ມ ແລະເຄື່ອງແກງ ຫລອນວ່າ ມີດຳຕົກໃສ່ ເປັນຝຸ່ນໄງ່ປິວໄປ ເປັນຄອງສຸດວິສັຍບໍ່ຮູ້ເມື່ອ ຄຶດວ່າເຊື່ອໃຈແລ້ວ ຈຶ່ງນຳມາ ຖວາຍບູຊາແຈກ ແກ່ ພຣະແກ້ວເຈົ້າ ທັງສາມ ໃນອາຣາມຂ່ວງເຂດ ຖວາຍແກ່ເຈົ້າກູຕົນວິເສດ ກໍຫາກແລ້ວບໍຣະບວນ.
ບັດນີ້ຝູງຂ້າທັງຫລາຍ ທັງຕາຍາຍ ແລະ ເດັກນ້ອຍ ຍິນຣະຫ້ອຍແລ່ນນຳ ມານຳລຸງຕາແລະພໍ່ແມ່ ເຂົາຢູ່ແຕ່ຫລິ້ນ ແລະ ຍິນດີ ລາງຜ່ອງຕີຫິງຄີ ແລະສັບຂ່າງລາງຜ່ອງຍ່າງໄປມາ ຕາມປະສາເດັກນ້ອຍ ລາງຜ່ອງໃຫ້ອ້ອຍປາກກິນນົມ ລາງຜ່ອງ ຢຽບຕົມເຂົ້າໃນຂ່ວງເຂດ ລາງຜ່ອງປິດພວງເພຊຜລາ ລາງຜ່ອງປິດອັນພາມີ້ມ່ວງ ລາງຜ່ອງແລ່ນເຕັ້ນຄ່ວງຢອກໄລ່ກັນ ໂຣທັນຕາ ຮ້ອງໄຫ້ ໄດ້ຄ້ອນແລ້ວ ໄລ່ຕີກັນ ເປັນອັນນັນພົ້ນທີ່ ບໍ່ສງັດມີ ເມື່ອຟັງທັມ ເປັນຄອງບໍ່ຢຳແລະປະໝາດ ຫລອນວ່າໄດ້ ນັ່ງຮ່ວມໜັງ ໄດ້ນັ່ງຕ່າງຫລັງແລະຕ່າງຂ້າງ ຫລອນວ່າໄດ້ປ່ອຍຊ້າງມ້າ ແລະງົວຄວາຍ ເຂົ້າມາໃນເຂດ ຂໍໃຫ້ເຈົ້າກູຕົນວິເສດ ຈົ່ງໃຫ້ ອະນຸນຍາໂຕ ຢ່າໄດ້ເປັນໂທໂສໂທດຕ້ອງ ເປັນບາບຂ້ອງນຳໄປ ສຸດວິສັຍ ເມື່ອຈັກມໍຣະນາ ຄັນວ່າຄະຄາດແລ້ວ ຂໍໃຫ້ໄດ້ເມືອ ເມືອງແກ້ວ ຊື່ວ່າ ນິຣະພານ ກໍຂ້າເທີ້ນ.
ປະການນຶ່ງຝູງຂ້າທັງຫລາຍທັງຍິງຊາຍແລະ ພໍ່ແມ່ທັງເຖົ້າແກ່ແລະ ລຸງຕາພ້ອມກັນມາໃນເຂດເຫດວ່າ ຢາກໄດ້ຄອງເມືອ ເມືອງຟ້າ ແລະນິຣະພານ ຫລອນວ່າຢູ່ເຫີງນານໜັກເມື່ອຍ ໄດ້ຢຽດເໝື່ອຍແຂ່ງຂາ ໄດ້ທຽວໄປມາກ່າວເວົ້າຍາມ ເມື່ອພຣະສົງຄ໌ ເຈົ້າ ຍັງເທສນາທັມ ບໍ່ຈົດຈຳເອົາຫູຕໍ່ ລາງຜ່ອງຄຶດຮອດບ້ານແລະລູກເຕົ້າ ຫລອນວ່າໄດ້ກິນເຫລົ້າ ແລະສຸຣາມົວເມົາຕາຄຶດວ່າ ແມ່ນຂອງຊື່ນ ຕັກແລ້ວຢືນຢາຍກັນ ຍາມວັນມື້ເຊົ້າ ລາງເທື່ອອາຍກິນເຂົ້າ ພຣະສົງຄ໌ເຈົ້າທະຣົງທັມ ຈົ່ງນຳເອົາມາຍັງໂທດ ຝູງຂ້າທັງຫລາຍ ມາຕັ້ງໄວ້ຊ້ອງແລ້ວ ຈົ່ງກະທຳໃຫ້ເປັນອະໂຫສິກັມນຳເສັຽເຊິ່ງໂທດ ຢ່າງເປັນສັຄຄະນິວາຣະນະ ມັຄຄະນິວາຣະທັມ ກັມອັນຈັກຫ້າມຄອງເມືອເມືອງຟ້າແລະນິຣະພານກໍຂ້າເທີ້ນ ຈັຕຕາໂຣທັມມາ ອັນວ່າທັມທັງ ສີ່ປະການຄື ອາຍຸ ວັນນະ ສຸຂະ ພລະ ຈົ່ງປະວັຕຕະນາການ ໃນຂັນທະສັນດານແຫ່ງຝູງຂ້າທັງຫລາຍທຸກຕົນ ທຸກຄົນ ກໍຂ້າເທີ້ນ ນິພພານະປັຈຈະໂຍ ໂຫຕຸ.
ໜັງສືອ້າງອີງ:
ປຶ້ມຂນົບທັມນຽມລາວ ຮີດສິບສອງແລະຄອງສິບສີ່ ໂດຍ ຄຳບາງ ຈັນນີຍາວົງ ຊຸດຣາຊບັນດິດລາວ ພ.ສ 2517 ( 10 ມິຖຸນາ 1974)
ປື້ມປະເພນີລາວ ໂດຍ ພຣະອາຈາຣຍ໌ ປາລ ອານັນໂທ ພິມໃນ ພຸທສົກ 2517 ເພື່ອຫາທືນສ້າງວັດມິຄະທາຍະວັນອະໄພຽຄີຣີມະຫາວິຫາຣ (ບ້ານໜອງພະຍາ ວຽງຈັນ)

5. ເດືອນຫ້າ ບຸນກຸດສົງການ
ເຖິງຣະດູເດືອນຫ້າ ສັງຂານປີໃໝ່ມາ ໃຫ້ນິມົນພຣະສັງຄະເຈົ້າຕັ້ງສູດໄຊຍະມຸງຄຸນ ຮຸ່ງເຊົ້າອັນເປັນມື້ເນົາ ໃຫ້ພາກັນກະທຳພິທີຕຸດສົງການ ເອົາພຣະພຸທຮູບລົງສົງ, ເຮັດບຸນຕ້ອນຮັບປີໃໝ່ ເຮັດບຸນຫາຜູ້ມີບຸນຄຸນແກ່ເຮົາ ສົງນ້ຳຜູ້ເຖົ້າຜູ້ແກ່ແລະຜູ້ໃຫຍ່, ຕົບພຣະທາດຊາຍ, ປ່ອຍສັດ, ທຳລາບາສີ (ສູ່ຂວັນ) ທັງພຣະສົງ, ເຈົ້ານາຍຜູ້ໃຫຍ່ແລະຊາວບ້ານຕາມວັດແລະບ້ານເຮືອນຕ່າງໆ ແລະໃຫ້ພາກັນທຳບຸນໃຫ້ທານ ເຂົ້ານ້ຳໂພຊນະອາຫານ, ແກ່ພຣະສັງຄະເຈົ້າຜູ້ມີສີລ ແລ້ວຂໍສົມມາຄາຣະວະ ພຣະພຸທຮູບເຈົ້າ, ພຣະທັມມະເຈົ້າ, ພຣະສັງຄະເຈົ້າ ພໍ່ແມ່ ເຖົ້າແກ່ ແລະຜົວແຫ່ງຕົນດ້ວຍວ່າມື້ນັ້ນ ເປັນວັນຂຶ້ນປີໃໝ່ ພຣະອາທິດຍ້າຍເຂົ້າສູ່ຣາສີເມດ ຄືຍ້າຍຈາກປີເກົ່າ ກ້າວຂຶ້ນສູ່ປີໃໝ່, ອີກຄຳນຶ່ງວ່າ ສັງຂານລ່ວງ ຄືໝົດປີເກົ່າລ່ວງ ຫລືກ້າວເຂົ້າສູ່ປີໃໝ່ຊຶ່ງເຮົາເອີ້ນວ່າ ບຸນປີໃໝ່ ຫລື ວ່າບຸນຕຸດສົງການ ບຸນນີ້ມີກຳນົດເຮັດຕາມທາງສຸຣິຍະຕະຕິຂອງທຸກໆປີ ຕາມປົກຕິແລ້ວເຮັດໃນຣະຫວ່າງເດືອນຫ້າ ຂຶ້ນຫົກຄໍ່າໄປຫາເດືອນຫົກ ຂ້າງຂຶ້ນບໍ່ກາຍໃນຣະຫວ່າງນັ້ນ ຫລື ເດືອນເມສາ ວັນທີ່ 13 ຫາ 16.
ພິທີເຮັດ:
ເຖິງຣະດູເດືອນຫ້າສັງຂານປີໃໝ່ມາຮອດ ບອກເລົ່າປ່າວເຕືອນຊາວບ້ານ ໃຫ້ໄປເຕົ້າໂຮມຢູ່ທີ່ວັດ ເພື່ອເອົາພຣະພຸທຮູບລົງລ້າງສ່ວຍຫົດສົງ ແລະ ປະດິດສະຖານໄວ້ໃນຫໍສົງ, ເມື່ອພຣະສົງ ແລະຊາວບ້ານມາເຕົ້າໂຮມກັນແລ້ວ ເອົາຂັນດອກໄມ້ທຽບທຽນ, ນ້ຳອົບນ້ຳຫອມຕັ້ງໄວ້ເຊິ່ງໜ້າຂອງແຕ່ລະຄົນ ແລ້ວກ່າວຄຳບູຊາດອກໄມ້ໄຫວ້ພຣະ ປ່າວສັກເຄເທວະດາ, ອະທິດຖານຂໍຫົດສົງ ຂໍໃຫ້ຟ້ຝົນຊົລທາຕົກຕາມປົກຕິ ເພື່ອໃຫ້ບ້ານເມືອງຢູ່ຊຸ່ມກິນເຢັນເປັນສຸກທຸກຖົ່ວໜ້າ ແລ້ວລ້າງສ່ວຍຫົດສົງ ດ້ວຍນ້ຳອົບນ້ຳຫອມ, ນ້ຳສົງພຣະພຸທຮູບ ຖືກັນວ່າເປັນນ້ຳສັກສິດ ເອົາໄປຫົດບ້ານເຮືອນ, ລູກຫລານ, ງົວຄວາຍດີນັກແລ ຯ
ໃນມື້ຕໍ່ໄປ ເວລາບ່າຍປະມານ 3-4 ໂມງແລງ ພຣະສົງສາມະເນນ ຕີກອງໂຮມ ເຖົ້າແກ່ບ່າວສາວ ເອົານໍ້າອົບນ້ຳຫອມ ໄປຫົດສົງພຣະພຸທຮູບ ຊຶ່ງຢູ່ໃນຫໍສົງສຳເຣັດແລ້ວ, ເຖົ້າແກ່ບ່າວສາວໄປຕັກເອົານ້ຳຢູ່ຕາມທ່າມາ ນິມົນພຣະສົງສາມະເນນອາບສົງ ພຣະສົງອະນຸໂມທະນາໃຫ້ພອນ, ຕໍ່ຈາກນັ້ນມາປະມານ 5ໂມງແລງຕີຄ້ອງ ຕີກອງເຕົ້າໂຮມຊາວບ້ານ ຢູ່ທີ່ວັດພາກັນໄປເກັບດອກໄມ້ໃນປ່າມາບູຊາພຣະພຸທຮູບ ຮຽກກັນວ່າແຫ່ດອກໄມ້ ຫລືວ່ານຳດອກໄມ້, ຕອນກາງຄືນ ມີການສູດປະຣິຕະມຸງຄຸນຢູ່ທີ່ວັດ ແລະຄົບງັນດ້ວຍສຽງຄ້ອງສຽງກອງ ໝໍຂັບ ໝໍລຳ ປະມານພໍສົມຄວນແກ່ເວລາແລ້ວ ກໍເລີກລາກັນກັບບ້ານ.
ເມື່ອເອົາພຣະພຸທຮູບລົງຫົດສົງ ຄົບກຳນົດແລ້ວ ກ່ອນຈະເອົາພຣະພຸທຮູບຂຶ້ນປະດິສຖານໄວ້ບ່ອນເກົ່ານັ້ນ ມີການສົມມາຄາຣະວະ ຂໍໂທດພຣະພຸທຮູບເສັຽກ່ອນຈຶ່ງເອົາຂຶ້ນ ໃນວັນນັ້ນມີການບາສີ ພຣະພິກຂຸສົງພ້ອມ.
ຄຳຖວາຍພຣະພອນພຣະພຸທຮູບ
ສີສີສວັສດີ ປີເດືອນແຖມເຖິງເຂດ
ພຣະສຸຣິເຍດ ເຂົ້າສູ່ຣາສີ
ຜິຈັກປຸນ ເປັນປີປົກຕິມາດ (ອະທິກະມາດ)
ຂ້ານ້ອຍນາດທັງຫລາຍ ທັງຍິງຊາຍເຖົ້າແກ່
ພໍ່ແມ່ພ້ອມຂຸນກວນ ຊວນກັນມາຍໍມືທູນໃສ່ຫົວເກດເກົ້າ
ໄຫວ້ພຣະຣັຕນະແກ້ວເຈົ້າ ຕົນມີຣັສມີຣັງສີ
ເຖິງຣະດູປີມາຖ່າຍເຕົ້າ ອົງພຣະແກ້ວເຈົ້າ
ຈົ່ງສະເດັດລີລາລົງ ທະຣົງຕົນງາມຢູ່ພີພ່າຍໆ
ຝູງຂ້າມາຂາບໄຫວ້ແລະບູຊາ ພ້ອມກັນມາຜັດສີລູບໄລ້
ເພື່ອຢາກໄດ້ດັ່ງຄຳມັກຄຳປາຖນາ ຢູ່ທຽມປາທາກົ້ມຂາບໄຫວ້
ພຣະແກ້ວເຈົ້າຕົນລືຊາ ຄຳປາຖນາຝູງຂ້າທັງຫລາຍ
ຢ່າໄດ້ຄາດແຄ້ວ ຂໍໃຫ້ໄດ້ດັ່ງຄຳມັກຄຳປາຖນາ
ຝູງຂ້າທັງຫລາຍບໍ່ມີໃຈຕຶບໜາ ດ້ວຍໂທດກິ້ວໂກດໂກທາ
ພ້ອມກັນມາຖວາຍພຣະພອນ ແກ່ພຣະແກ້ວເຈົ້າ
ທັງຜູ້ເຖົ້າແລະປານກາງ ທັງສາວຮາມແລະເດັກນ້ອຍ
ໃຈຊື່ນຊ້ອຍເລື່ອມໃສດີ ຝູງຂ້າທັງຫລາຍໄດ້ຜັດສີສົງເກດ
ຕາມປະເທດເມືອງຄົນ ຝູງຂ້າທັງຫລາຍໄດ້ກະທຳພຽນ
ສ້າງກຸສົນມາຫລາຍຊາດ ຈຶ່ງໄດ້ອຸປັດຖາກພຣະແກ້ວເຈົ້າ
ອົງທະຣົງທັມໂຜດຜາຍ ເມຕຕາສັຕວະໂລກ
ໃຫ້ພົ້ນຈາກໂອຄະສົງສານ ໃຫ້ໄດ້ເຖິງນີຣະພານອັນລ້ຳຍິ່ງ
ຝູງຂ້າທັງຫລາຍ ພ້ອມກັນມາຕົກແຕ່ງແລ້ວ
ຈຶ່ງຖວາຍແກ່ພຣະແກ້ວເຈົ້າ ອົງເປັນເຫງົ້າແກ່ຄົນແລະເທວະດາທັງຫລາຍ
ອົງຣັສມີງາມບໍ່ເສົ້າ ຕາບຕໍ່ເທົ້າຫ້າພັນພຣະວັດສາກໍຂ້າເທີ້ນ ຯ
ຄຳຖວາຍພອນພຣະສົງ
ສີສີສິດທິພຣະພອນ ບໍວອນແວນວິເສດ
ອະຕິເຣກະເຕໂຊ ມະໂຫຣະລືກອະທຶກອັດທາ
ອະຕຸລະມະຫຸລະເຕໂຊ ຊັຍມັງຄະລະສວັສດີ
ໄມຕຣີຈົ່ງມີແກ່ນາກຄຸດ ມະນຸດກຸມພັນຄັນທະພຍັກຂາ
ເທວະດາສຸຣາສຸຣິນ ອິນພຣົຫມຍົມຣາຊາ
ສຸນັກຂັດຕາສຸມັງຄະລາ ອຸດຕະມະໂຊກ
ອຸດຕະມະໂຍກ ອຸດຕະມະດິຖີ
ອຸດຕະມະນິທີ ອຸດຕະມະສິພີຣາດ
ອິນທະພາດພ້ອມໄຕຣຍາງ ທັງນະວາງຄາດຄູ່
ພ້ອມກັນຢູ່ສອນລອນ ອາທິດຈອນຈັນທະຣືກ
ອັງຄານຖືກມະຫາຊັຍ ພຸດພະຫັດໄປເປັນໂຊກ
ສຸກເສົາໂຍກວັນດີ ວັນດິຖີອຸດຕະມະໂຊກ
ສິດທິໂຍກພ້ອມລັກຂະນາ ຝູງຂ້າທັງຫລາຍ
ທັງຍິງຊາຍນ້ອຍໃຫຍ່ ອຸບາສົກອຸບາສິກາທັງຫລາຍ
ພ້ອມກັນມາທຸກແຫ່ງ ມາແຕ່ງຂັນຂາບໄຫວ້ແລະບູຊາ
ດ້ວຍນ້ຳມຸດທາພິເສກ ກໍຫາກບໍຣະບວນ
ບັດນີ້ຝູງຂ້າທັງຫລາຍ ຫາກເພິ່ງປະສັງສິດກິຕນາແລ້ວ
ຈຶ່ງອະທິດຖານ ໃຫ້ເປັນພອນສີ່ໂກຖາກ
ປະຖະມະພຣະພອນ ໂກຖາດອັນຖ້ວນນຶ່ງນັ້ນ
ຂໍຖວາຍສົມມາບູຊາເຈົ້າກູ ຕົນທະຣົງສີລາທິຄຸນອັນວິເສດ
ໃນຂ່ວງເຂດອາຮາມ ແຖມສົມພານທຸກສິ່ງ
ໄວ້ເປັນມິ່ງມຸງຄຸນ ໃຫ້ບຸນມີແລະຍົດກວ້າງ
ຢູ່ສືບສ້າງສົມນະທັມເຈົ້າ ຕາບຕໍ່ເທົ້າຮ້ອຍຊາວພຣະວັດສາກໍຂ້າເທີ້ນ
ທຸຕິຍະພຣະພອນ ໂກຖາດອັນຖ້ວນສອງ
ສົມພານນອງເນືອງມາກ ບຸນລົ້ນຫລາກເຫລືອຫລາຍ
ຜັນຜາຍໄປແຜ່ກວ້າງ ເປັນທີ່ອ້າງແກ່ໂລກໂລກາ
ລືຊາໄປທຸກແຫ່ງ ຕົກແຕ່ງພ້ອມທານາ
ທັງພຍາແສນໝື່ນ ມາຂາບພື້ນປາທາ
ສັກກາຣະບູຊາ ເຈົ້າກູທຸກວັນຢ່າຂາດ ກໍຂ້າເທີ້ນ.
ຕະຕິຍະພຣະພອນ ອັນຖ້ວນສາມ
ດູງາມໃສເຮືອງຮຸ່ງ ປານດັ່ງແສງພຣະສຸຣິຍະພຸ່ງພົ້ນ
ເຂົາຍຸກຄັນທອນ ໃຫ້ໄດ້ແຖມນາມກອນ
ຂຶ້ນເປັນສົມເດັດ ອັກຄະຣາຊຄຣູ
ດູງາມດີສີໃສສະອາດ ໃຫ້ໄດ້ນັ່ງອາສນະແກ້ວແລເມັງຊອນ
ອາພອນຫລາຍແກ້ວກິ່ງ ທຸກສິ່ງພ້ອມເງິນຕາ
ອຸບາສິກາຫລາຍ ຕ່າງເມືອງມາໄຫວ້
ມີດອກໄມ້ແກ້ວ ແລະເງິນຄຳ
ນຳມາຖວາຍພໍ່າພ້ອມ ມານົບນ້ອມວັນທາ
ໂຣຄາສັງ ຢ່າມາພານຕ້ອງ
ໃຫ້ເຈົ້າກູໄດ້ສອນລູກນ້ອງ ພໍແສນຕົນ
ທົສພົນຕົນຜ່ານແຜ້ວ ຄືພຣະໄຕຣປິດົກແກ້ວທັງສາມ ກໍຂ້າເທີ້ນ
ຈະຕຸດຖະພຣະພອນ ອັນຖ້ວນສີ່
ໃຫ້ຮູ້ທີ່ແຈ້ງ ຕັດສ່ອງສໍຣະຍານ
ສົມພານເຮືອງທົ່ວໂລກ ໃຫ້ຂ້າມພົ້ນໂອຄະສົງສານ
ໃຫ້ໄດ້ດັ່ງພຣະມະຫາ ໂມກຄັນລາສາລີບຸດ
ບໍຣິສຸດອົງປະເສີດ ດ້ວຍຣິດທີ
ທໍຣະນີຊ່ອຍຄ້ຳ ອິນທາລ້ຳຕື່ມສັດທາ
ຈະຕຸລານາກຄຸດ ມະນຸດກຸມພັນ
ຄັນທັພຍັກທັງຫລາຍ ອັນຢາຍຢັງຢູ່
ຄຸ່ໝູ່ໄມ້ໄພພະນອມ ທັງຈອມເຂົາແລະຈິ່ມນ້ຳສມຸດ
ສຸດແດນແສນໂກດ ຂອບຈັກກະວານ
ໃຫ້ທະຍານມາດ້ວຍຣິດທາ ມີເຄື່ອງສັກກາຣະບູຊາພ່ຳພ້ອມ
ມານົບນ້ອມປະນົມກອນ ຖວາຍພອນໄປຢ່າຄາດແຄ້ວ
ໃຫ້ເລີດແລ້ວ ດ້ວຍນັຍຄາຖາວ່າ:
ຊັຍຕຸ ພະວັງ ຊັຍມັງຄະລັງ ດັ່ງນີ້
ຂໍໃຫ້ເຈົ້າກູມີຊັຍຊນະ ຜາບແພ້ພຍາມານຜູ້ໃຈບາບ
ມາຂາບພື້ນປາທາ ສັກກາຣະບູຊາເຈົ້າກູຢູ່ທຸກໆວັນຢ່າຂາດ ກໍຂ້າເທີ້ນ
ປະການນຶ່ງຂໍໃຫ້ເຈົ້າກູ ທະຣົງສີລາທິຄຸນຄາມມາກ
ອົດຍາກເຍື້ອນຄ່ອຍກະທຳພຽນ ໃຈສະຖຽນແຂງຂນາດ
ອົງອາດດ້ວຍປັນຍາ ທະຣົງວັດສາຫລາຍຂນາດ
ອົງອາດແຜ່ຜາຍທັມ ສຸດຕະນິກາຍທັງຫລາຍອັນວິເສດ
ຈົບເພດພ້ອມພຣະວິນັຍ ພຣະອະພິທັມໄຂແຈ້ງຈອດ
ຕລອດເທົ້າເຖິງປັດຖານ ທັງອາທິກັມໄຂເຮືອງຮາດ
ຂໍໃຫ້ເຈົ້າກູເປັນສົມນາດ ໝັ້ນຍືນຍົງ
ເທັຽຣະຄາຄົງ ເທົ້າຮ້ອຍຊາວວັດສາ
ຢ່າໄດ້ຖ່ອຍເຖົ້າ ຕາບຕໍ່ເທົ້າເຂົ້າສູ່ນີຣະພານ
ທຸກຕົນທຸກອົງ ແດ່ກໍຂ້າເທີ້ນ ຯ
ສົງນ້ຳຜູ້ໃຫຍ່
ຄືຜູ້ທີ່ຈະເຣີນກວ່າເຮົາ ໂດຍຄຸນງາມຄວາມດີ ມີຄວາມຮູ້ຫລາຍກວ່າຮູ້ ຮຽກວ່າຄຸນວຸດໂທ, ຜູ້ເກີດກ່ອນເຮົາຮຽກວ່າ ໄວຍະວຸດໂທ, ຜູ້ເກີດໃນຖານະທີ່ດີ ຮຽກວ່າ ຊາຕິວຸດໂທ, ຈະເປັນປູ່ ຫລືຍ່າ ຕາຍາຍ ພໍ່ເຖົ້າແມ່ເຖົ້າ ພີ່ປ້ານ້າອາ, ຄຣູບາອາຈານຮວມຮຽກວ່າຜູ້ໃຫຍ່, ເປັນຜູ້ທີ່ຄວນເຄົາຣົບສັກກາຣະແກ່ເຮົາ ພວກເຮົາເອົານ້ຳອົບນ້ຳຫອມໄປຫົດສົງເພິ່ນ, ເອົາຜ້າຜືນແພວາໄປສົມມາຄາຣະວະ ຂໍຂະມາໂທດນຳເພິ່ນ ຍິ່ງເປັນການດີ, ຕະກູນທີ່ມີຄວາມຮູ້ຫລັກນັກປຣາດ ເມື່ອເຖິງຣະດູສັງຂານປີໃໝ່ມາຮອດ, ເພິ່ນເອົາໃຈໃສ່ຕໍ່ຜູ້ເຖົ້າຜູ້ແກ່ ແລະຜູ້ໃຫຍ່ ຜູ້ມີບຸນຄຸນຕໍ່ເຮົາແລະຂໍບຸນຂໍຄຸນຕໍ່ເພິ່ນເຫລົ່ານັ້ນ, ພວກເພິ່ນເຫລົ່ານັ້ນກໍໃຫ້ສິນໃຫ້ພອນ ຜູ້ທີ່ໄດ້ຮັບກໍຖືວ່າເປັນການດີ ຈະເຣີນໄປດ້ວຍອາຍຸ ວັນນະ ສຸຂະ ພະລະ ປະກອບໄປດ້ວຍລາບຍົດ ສໍຣະເສີນ ສົມບູນພູນສຸກ ດ້ວຍຊັບສົມບັດທຸກປະການ.
ຕົບພຣະທາດຊາຍ
ການຕົບພຣະທາດຊາຍນີ້ເປັນປະເພນີຊາວລາວເຮົາອີກອັນນຶ່ງ ເມື່ອເຖິງເທສການປີໃໝ່ລາວ ນອກຈາກການພ່ຳເພັງກຸສົນ ຖວາຍທານຮັກສາສີລແລ້ວ ຍັງມີການທຳບຸນຕົບພຣະທາດຊາຍອີກດ່ັງມີເຣື່ອງກ່າວໄວ້ວ່າ ສມັຍນຶ່ງ ເປັນເດືອນສີ່ແຮມ ແປດຄ່ຳ ພຣະເຈົ້າປັດເສນທິໂກສົນ ສະເດັດອອກຈາກເມືອງສາວັດຖີ ມີພຣະບໍຣົມວົງສານຸວົງ ແລະຂ້າຣາຊບໍຣິພານຕາມສະເດັດໄປດ້ວຍ ພໍສະເດັດໄປຮອດຫາດຊາຍຮີມຝັ່ງແມ່ນ້ຳໃກ້ເມືອງ ພຣະອົງໄດ້ທອດພຣະເນດເຫັນເມັດຊາຍທີ່ຫາດນັ້ນ ເປັນສີຂາວຜຸດຜ່ອງ ບໍຣິສຸດຫາສິ່ງປຽບທຽບບໍ່ມີເລີຍ ພຣະອົງມີພຣະທັຍເຫລື້ອມໃສອັນແຮງກ້າ ຈຶ່ງຊົງພຣະອຸດສາຫະກວາດເອົາຊາຍມາໂຮມເຂົ້າກັນໃຫ້ເປັນກອງ ແລ້ວເຮັດເປັນຮູບພຣະທາດຊາຍ ຮຽກຕາມພາສາບາລີວ່າ "ວາລຸກະເຈດີ" ແລ້ວອຸທິດເປັນພຸທທະບູຊາ ທັມມະບູຊາ ສັງຄະບູຊາ.
ໃນກາລະຄັ້ງນັ້ນ ພຣະພຸທເຈົ້າ ປະທັບຢູ່ທີ່ບຸບພາຣາມມະຫາວິຫານທີ່ນາງວິສາຂາ ສລະຊັບສ້າງຖວາຍໝົດເງິນໄປ 27 ໂກດ ພຣະເຈົ້າປັດເສນທິໂກສົນ ເຂົ້າໄປເຝົ້າພຣະພຸທເຈົ້າເຖິງທີ່ປະທັບ ຖວາຍບັງຄົມແລ້ວນັ່ງສ່ວນຂ້າງນຶ່ງ ແລ້ວກາບທູນເຖິງອານິສົງແຫ່ງການກໍ່ພຣະທາດຊາຍ ວາມີອານິສົງທໍ່ໃດ ພຣະຜູ້ເປັນເຈົ້າ, ພຣະພຸທເຈົ້າຕັດຕອບວ່າ ຂໍຖວາຍພຣະພອນມະຫາບໍພິດ ບຸກຄົນຜູ້ມີສັດທາອັນແຮງກ້າ ອຸສາຫະກໍ່ທາດຊາຍ ກໍຈະໄດ້ຮັບອານິສົງດັ່ງຕໍ່ໄປນີ້ຄື:
1. ຖ້າບັງເກີດໃນມະນຸດ ຈັກເປັນຜູ້ອຸດົມສົມບູນທຸກຢ່າງ
2. ຖ້າຕາຍຈາກມະນຸດແລ້ວ ກໍຈັກໄດ້ໄປເກີດໃນສວັນເທວະໂລກ ສເວີຍທິພສົມບັດ ມີນາງຟ້າເປັນບໍຣິວານດັ່ງນີ້ແລ. ການກໍ່ພຣະທາດຊາຍນີ້ ຈຶ່ງເປັນເຣື່ອງຂອງຜູ້ມີສັດທາ ມີຄວາມຄິດອັນດີ ແລເຫັນອານິສົງຊຶ່ງຈະມີໃນພາຍພາກໜ້າ ແລະໄດ້ພາກັນເຮັດເປັນປະເພນີມາແລ້ວໃນຄັ້ງອະດີຕການນັ້ນແລ.
ການປ່ອຍສັດ
ເປັນປະເພນີຊາວລາວອີກອັນນຶ່ງ ເມື່ອເຖິງມື້ເທສການປີໃໝ່ລາວ ນອກຈາກຈະພ່ຳເພັງກຸສົນ ຖວາຍທານຮັກສາສີລແລ້ວ ຍັງມີການທຳບຸນປ່ອຍສັດອີກ ຈະເປັນສັດຊນິດໃດກໍຕາມເຊັ່ນ ປູ ປາ ຫລື ນົກກໍແລ້ວແຕ່ ຊຶ່ງມີຊີວິດຢູ່, ລາງຄົນກໍກຳນົດປ່ອຍຕາມອາຍຸຂອງຕົນອຸທິດສົ່ງໃຫ້ ເຊັ່ນປະສົງຈະປ່ອຍສັດ ເພື່ອອຸທິດແຜ່ສ່ວນບຸນກຸສົນໄປໃຫ້ພໍ່ແມ່ຄຣູບາອາຈານຫລືຜູ້ມີບຸນຄຸນອື່ນໆ ກໍປ່ອຍໃຫ້ຄົບຈຳນວນອາຍຸຂອງຜູ້ນັ້ນ, ການປ່ອຍສັດ ພວກເຮົາຖືກັນວ່າ ເປັນການໄຖ່ເອົາຊີວິດຂອງສັດນັ້ນໄວ້ ຄືຊ່ອຍສັດນັ້ນໃຫ້ມີຊີວິດຢູ່ຕໍ່ໄປອີກຫລາຍວັນ ເມື່ອເຮົາໄດ້ຊ່ອຍເຂົາແລ້ວ ໄດ້ເມດຕາເຂົາແລ້ວ ເຂົາຍ່ອມຈະຊ່ອຍເຫລືອເຮົາ ແລະ ເມດຕາສົງສານເຮົາຄືກັນ ເພາະພຣະພຸທເຈົ້າໄດ້ຕັດສອນໄວ້ວ່າ ທຳບຸນແນວໃດ ກໍໄດ້ຮັບຜົນແນວນັ້ນ ດ້ວຍເຫດນີ້ແລ ເມື່ອເຖິງຍາມບຸນປີໃໝ່ມາ ພວກເຮົາຈຶ່ງພາກັນປ່ອຍສັດ ເປັນການຈະເຣີນພຣົມວິຫານ ອັນຖືກຕ້ອງຕາມຫລັກທັມມະຂອງພຣະພຸທສາສນາແທ້ ການທຳບຸນປ່ອຍສັດ ເພື່ອເປັນການຕໍ່ອາຍຸ ແລະໃຫ້ຫາຍຈາກການເຈັບໄຂ້ໄດ້ປ່ວຍ.
ນິທານຕຸດສົງການ
ມີນິທານກ່າວໄວ້ວ່າ ຍັງມີເສດຖີຜູ້ນຶ່ງບໍ່ມີລູກ ມີເຮືອນຢູ່ໃກ້ກັນກັບເຮືອນຄົນຂີ້ເຫລົ້າ ຄົນຂີ້ເຫລົ້ານັ້ນມີລູກສອງຄົນ ມີຮູບຮ່າງຈົບງາມເປັນຕາຮັກ ມື້ນຶ່ງຄົນຂີ້ເຫລົ້ານັ້ນ ໄດ້ເຂົ້າໄປໃນເຮືອນເສດຖີແລ້ວໄດ້ກ່າວຄຳຫຍາບຊ້າກ້າແຂງຕ່າງໆນາໆໃຫ້ແກ່ເສດຖີ, ເສດຖີຈຶ່ງເວົ້າວ່າ ເຈົ້າດື່ມເຫລົ້າເມົາແລ້ວ ເປັນຫຍັງຈຶ່ງມາອາຣະວາດບ້ານໃກ້ເຮືອນຄຽງ ທີ່ສຸດແມ່ນເຮົາຜູ້ມີຊັບສົມບັດກວ່າ ເຈົ້າກໍຍັງມາໝິ່ນປະມາດ ຊາຍຄົນຂີ້ເຫລົ້າຄົນນັ້ນ ໄດ້ກ່າວຕອບອອກມາວ່າ ທ່ານມີຊັບສົມບັດກໍບໍ່ສຳຄັນ ເພາະທ່ານບໍ່ມີລູກ ຕາຍໄປແລ້ວຊັບສົມບັດນັ້ນ ຈະເອົາໄປນຳບໍ່ໄດ້ ແມ່ນຜູ້ຈະສືບມໍຣະດົກຂອງທ່ານນັ້ນກໍຍັງບໍ່ມີ. ສ່ວນຂ້າພະເຈົ້າໄດ້ມີລູກຈຶ່ງຊື່ວ່າ ເປັນຜູ້ປະເສີດກວ່າທ່ານ ເມື່ອເສດຖີໄດ້ຟັງດັ່ງນັ້ນ ຈຶ່ງຮູ້ສຶກອາຍແລະຕ່ຳຕ້ອຍນ້ອຍໃຈຈຶ່ງໄປໄຫວ້ພຣະອາທິດ ພຣະຈັນ ນານເຖິງສາມປີກໍບໍ່ມີລູກ ຢູ່ມາວັນນຶ່ງ ເຖິງວັນນັກຂັຕຣຶກສົງການປີໃໝ່ ພຣະອາທິດເຄື່ອຍຍ້າຍຈາກຣາສີມິນ ຂຶ້ນສູ່ຣາສີເມດ ເສດຖີພ້ອມດ້ວຍບໍຣິວານ ໄດ້ໄປສູ່ຕົ້ນໂພໄຊໃຫຍ່ ທີ່ແຄມຝັ່ງແມ່ນ້ຳອັນເປັນທີ່ຢູ່ຂອງນົກທັງຫລາຍ ແລ້ວເອົາເຂົ້າສານລ້າງນ້ຳເຖິງເຈັດເທື່ອ ຫຸງໃຫ້ສຸກແລ້ວ ຍໍໄປຖວາຍເຈົ້າຕົ້ນໂພໄຊ ແລ້ວເສບສລອງເຈົ້າຕົ້ນໂພໄຊ ດ້ວຍສຽງດີດສີຕີເປົ່າ ແລ້ວຕັ້ງຈິດອະທິດຖານ ຂໍໃຫ້ໄດ້ລູກ ຣຸກຂະເທວະດາທີ່ຢູ່ໃນຕົ້ນໂພໄຊນັ້ນ ມີຄວາມອິນດູກູນາ ເກີດຄວາມສົງສານ ຈຶ່ງເຫາະຂຶ້ນໄປເຝົ້າພຣະອິນ ພຣະອິນຈຶ່ງແຕ່ງໃຫ້ທັມມະປາລະລົງມາເກີດເປັນລູກເສດຖີ ເມື່ອອອກລູກມາເປັນຜູ້ຊາຍ ຈຶ່ງຕັ້ງຊື່ໃຫ້ວ່າ ທັມມະປາລະກຸມານ. ເສດຖີຜູ້ເປັນພໍ່ຮັກແພງຫລາຍ ຈຶ່ງໄດ້ປຸກຜາສາດສູງໄດ້ເຈັດຊັ້ນ ຢູ່ໃກ້ຕົ້ນໂພໄຊ ທີ່ແຄມຝັ່ງແມ່ນ້ຳນັ້ນ ເພາະຢູ່ໃກ້ກັບໝູ່ນົກທັງຫລາຍ ທີ່ມາອາສັຍຢູ່ທີ່ຕົ້ນໂພໄຊນັ້ນ ທັມມະປາລະກຸມານ ຈຶ່ງຮູ້ຈັກພາສານົກເວົ້າ ແລະ ເມື່ອອາຍຸໄດ້ເຈັດຂວບ ກໍຮຽນຈົບໄຕຣເພດ ແລ້ວໄດ້ເປັນອາຈານສອນມຸງຄຸນແກ່ຄົນທັງຫລາຍຕລອດມາ.
ໂລກໃນຍຸກນັ້ນ ກຳລັງນັບຖືທ້າວກະບິລພຣົມ ທີ່ມີຊື່ສຽງເປັນອາຈານສອນມຸງຄຸນ ເມື່ອໄດ້ຊາບວ່າ ທັມມະປາລະກຸມານ ເປັນນັກປຣາຊ ຈຶ່ງໄດ້ລົງມາຂໍຖາມບັນຫາກັບ ທັມມະປາລະກຸມານ ໃນການຖາມບັນຫານັ້ນ ໂດຍມີສັນຍາກັນໄວ້ວ່າ ຖ້າວ່າທັມມະປາລະກຸມານ ແກ້ບັນຫາບໍ່ໄດ້ ກະບິລພຣົມຈະຕັດຄໍ ຖ້າວ່າແກ້ໄດ້ ກະບິລພຣົມຈະຕັດຄໍ ຖ້າວ່າແກ້ໄດ້ ກະບິລພຣົມຈະຕັດຄໍເອົາຫົວໂຕເອງບູຊາທັມມະປາບະກຸມານ ບັນຫານັ້ນມີຢູ່ ສາມຂໍ້ຄື:
1.ຍາມເຊົ້າ ຣາສີຢູ່ໃສ ? 2. ຍາມກາງເວັນ ຣາສີຢູ່ໃສ ? 3. ຍາມຄໍ່າ ຣາສີຢູ່ໃສ ?
ກະບິລພຣົມ ຜັດໃຫ້ເຈັດມື້ ຈຶ່ງມາຕອບ ແຕ່ຫົກມື້ຜ່ານໄປແລ້ວ ທັມມະປາລະກຸມານ ຍັງຄຶດປັນຫານັ້ນບໍ່ອອກ ຈຶ່ງມາຄຶດໃນໃຈວ່າ ຖ້າຈະໃຫ້ກະບິລພຣົມຂ້າ ກໍເປັນການອັບອາຍຂາຍໜ້າ ແໜງສູ້ໜີໄປຕາຍເສັຽບ່ອນອື່ນຈະດີກວ່າ ຄຶດແລ້ວກໍອອກຈາກຜາສາດໄປນອນລີ້ຢູ່ທີ່ຮົ່ມກົກຕານສອງຕົ້ນ ຢູ່ເທິງກົກຕານນັ້ນ ມີນົກອິນຊີສອງໂຕຜົວເມັຽ ລົມກັນວ່າ ມື້ອື່ນນີ້ ເຮົາຈະໄດ້ກິນຫຍັງເປັນອາຫານ ນົກໂຕເມັຽຖາມ, ຜົວເລີຍຕອບວ່າ ມື້ອື່ນນີ້ພວກເຮົາຈະໄດ້ກິນຊີ້ນຄົນ ທາງເມັຽຖາມຕໍ່ໄປອີກວ່າ ຈະໄດ້ກິນຊີ້ນຜູ້ໃດ ຜົວກໍບອກວ່າ ຈະໄດ້ກິນຊີ້ນສົບທ້າວທັມມະປາລະກຸມານ ເພາະແກ້ບັນຫາຂອງກະບິລພຣົມບໍ່ໄດ້ ຈະຖືກກະບິລພຣົມຕັດຄໍມື້ອື່ນ ນາງເມັຽມີຄວາມສົງສັຍ ເລີຍຖາມຜົວວ່າ ບັນຫານັ້ນວ່າແນວໃດ? ຜົວກໍບອກວ່າ 1.ຍາມເຊົ້າ ຣາສີຢູ່ໃສ ? 2. ຍາມກາງເວັນ ຣາສີຢູ່ໃສ ? 3. ຍາມຄໍ່າ ຣາສີຢູ່ໃສ ? ນາງນົກຍັງຖາມຜົວຕໍ່ໄປອີກວ່າ ບັນຫາສາມຂໍ້ນັ້ນ ແກ້ວ່າແນວໃດ? ຜົວແກ້ໃຫ້ຟັງວ່າ ຍາມເຊົ້າຣາສີຢູ່ທີ່ໜ້າ ມະນຸດຈຶ່ງໄດ້ເອົານ້ຳລ້າງໜ້າຍາມເຊົ້າ, ຍາມກາງເວັນ ຣາສີຢູ່ທີ່ເອິກ ມະນຸດຈຶ່ງໄດ້ເອົານ້ຳ ຫລື ເຄື່ອງອົບຂອງຫອມລູບທີ່ໜ້າເອິກ, ຍາມຄ່ຳ ຣາສີຢູ່ທີ່ຕີນ ກ່ອນຈະນອນ ມະນຸດຈຶ່ງໄດ້ພາກັນເອົານ້ຳລ້າງຕີນເສັຽກ່ອນ. ທັມມະປາລະກຸມານ ໄດ້ຍິນນົກສອງໂຕຜົວເມັຽລົມກັນ ເຣື່ອງບັນຫານັ້ນ ກໍເລີຍຈື່ໄດ້ ຈຶ່ງລຸກຈາກບ່ອນນອນ ກັບຄືນເມືອຍັງຜາສາດ ຕື່ນມື້ເຊົ້າມາ ກະບິລພຣົມ ກໍລົງມາຖາມບັນຫາ ຕາມທີ່ໄດ້ຜັດກັນໄວ້ ທັມມະປາລະກຸມານແກ້ຕາມທີ່ໄດ້ຍິນນົກສອງໂຕຜົວເມັຽລົມກັນນັ້ນ ກະບິລພຣົມກໍຍອມຮັບວ່າຖືກຕ້ອງ ກ່ອນ ກະບິລພຣົມຈະຕັດຫົວຂອງຕົວເອງບູຊານັ້ນ ທ່ານໄດ້ຮຽກລູກສາວທັງເຈັດມາຊ້ອງໜ້າກັນແລ້ວວ່າ ພໍ່ຈະຕັດຄໍໂຕເອງ ເອົາສຽນບູຊາທັມມະປາລະກຸມານ ໃນມື້ອື່ນນີ້ ຫົວຂອງພໍ່ເປັນຂອງມີຣິດສັກສິດ ຖ້າເອົາໄວ້ເທິງແຜ່ນດິນ ກໍຈະເກີດໄຟໄໝ້ໂລກ, ຖ້າຈະຊັກຂຶ້ນເມືອເທິງອາກາດ ຝົນກໍຈະບໍ່ຕົກ, ຖ້າຈະຖິ້ມລົງໃນແມ່ນ້ຳມະຫາສມຸດ ນ້ຳໃນມະຫາສມຸດກໍຈະແຫ້ງບົກຂອດໄປໝົດ ຈຶ່ງສັ່ງໃຫ້ນາງທັງເຈັດເອົາພາໂຕກມາຮັບເອົາຫົວໄວ້ ແລ້ວຕັດຄໍສົ່ງໃຫ້ລູກສາວຜູ້ໃຫຍ່ ພວກລູກສາວຮັບເອົາສຽນຂອງພໍ່ແລ້ວນຳແຫ່ໄປອ້ອມເສົາສເມນ 60 ນາທີ ແລ້ວເອົາໄປປະດິສຖານໄວ້ ທີ່ພູເຂົາໄກຣາດ ຄັນຮອດເຖິງຂວບປີມາ ລູກສາວກໍຜັດປ່ຽນກັນນຳເອົາສຽນຂອງພໍ່ອອກມາແຫ່ອ້ອມເສົາສເມນ 60 ນາທີຄູ່ປີ ສຸດແລ້ວແຕ່ຈະຖືກວາຣະໃຜລາວ ໃນລູກສາວທັງເຈັດນັ້ນ ແລ້ວກໍເອົາໄປໄວ້ບ່ອນເກົ່ານັ້ນແລ.
ລູກສາວກະບິລພຣົມທັງເຈັດຄົນນັ້ນ ມີຊື່ດັ່ງຕໍ່ລົງໄປນີ້ຄື:
ຜູ້ທີ່ນຶ່ງ ຊື່ນາງທຸງສະເທວີ ນາງນີ້ທັດດອກພິລາ ປະດັບອາພອນດ້ວຍແກ້ວປັທມະຣາດ ສເວີຍໝາກເດື່ອເປັນອາຫານ ມືຂວາຖືຈັກ ມືຊ້າຍຖືສັງ ມີພຍາຄຸດເປັນພາຫະນະ.
ຜູ້ທີ່ສອງ ຊື່ນາງໂຄຣາຄະເທວີ ນາງນີ້ທັດດອກກາງຂອງ ປະດັບອາພອນດ້ວຍແກ້ວມຸກດາ ສເວີຍນ້ຳມັນງາເປັນອາຫານ ມືຂວາຖືພຣະຂັນ ມືຊ້າຍຖືໄມ້ເທົ້າ ມີເສືອເປັນພາຫະນະ.
ຜູ້ທີ່ສາມ ຊື່ນາງຣາກສະເທວີ ນາງນີ້ທັດດອກບົວຫລວງ ປະດັບອາພອນດ້ວຍແກ້ວໂມຣາ ສເວີຍເລືອດເປັນອາຫານ ມືຂວາຖືຕຣີສູນ(ຫລາວສາມງ່າມ) ມືຊ້າຍຖືທະນູ ມີໝູເປັນພາຫະນະ.
ຜູ້ທີ່ສີ່ ຊື່ນາງມຸນທາເທວີ ນາງນີ້ທັດດອກຈຳປາ ປະດັບອາພອນດ້ວຍແກ້ວພິທູນ ສເວີຍນົມເນີຍເປັນອາຫານ ມືຂວາຖືເຂັມ ມືຊ້າຍຖືໄມ້ເທົ້າ ມີລວາເປັນພາຫະນະ.
ຜູ້ທີ່ຫ້າ ຊື່ນາງກິຣິນີເທວີ ນາງນີ້ທັດດອກຈຳປາ ປະດັບອາພອນດ້ວຍແກ້ວມໍຣະກົດ ສເວີຍຖົ່ວແລະງາເປັນອາຫານ ມືຂວາຖືຂໍ ມືຊ້າຍຖືປືນ
ມີຊ້າງເປັນພາຫະນະ.
ຜູ້ທີ່ຫົກ ຊື່ນາງກິມິທາເທວີ ນາງນີ້ທັດດອກຈັງກອນ ປະດັບອາພອນດ້ວຍແກ້ວບຸສຣາຄຳ ສເວີຍກ້ວຍທະນີອອງເປັນອາຫານ ມືຂວາຖືພຣະຂັນ ມືຊ້າຍຖືພິນ ມີຄວາຍເປັນພາຫະນະ.
ຜູ້ທີ່ເຈັດ ຊື່ນາງມະໂຫທອນເທວີ ນາງນີ້ທັດດອກຜັກຕົບ ປະດັບອາພອນດ້ວຍແກ້ວນິນຣັຕ ສເວີຍເນື້ອຊາຍ(ເໝືອນຟານ)ເປັນອາຫານ ມືຂວາຖືຈັກ ມືຊ້າຍຖືຕຣີສູນ ມີນົກຍູງເປັນພາຫະນະ.
ການແຫ່ນີ້ ເພື່ອຂໍໃຫ້ຢູ່ເຢັນເປັນສຸກ ຂໍໃຫ້ຟ້າຝົນຊົລທາຕົກຕາມຣະດູການ ສະນັ້ນ ພວກເຮົາຈຶ່ງຖືເປັນປະເພນີ ເຮັດສືບຕໍ່ກັນມາຮອດທຸກມື້ນີ້.

ບຸນປີໃຫມ່ລາວ
ຂັດມາຈາກ http://www.ecom.org.la
ຕຸດສົງການ ຫມາຍເຖິງພະອາທິດໄດ້ເຄື່ອນຍ້າຍຈາກປີເກົ່າເຂົ້າສູ່ປີໃຫມ່, ຕຸດຫມາຍເຖິງຕັດ ຫລື ສິ້ນໃຫ້ຫມົດໄປ, ສົງການ ຫມາຍເຖິງການເຄື່ອນຍ້າຍ ໂດຍເພິ່ນຖືເອົາສຸລິຍະຄະຕິກົງກັບວັນທີ 13-14 ແລະ 15 ຄ່ຳ ເດືອນເມສາຂອງທຸກໆປີເປັນວັນຈັດງານບຸນປີໃຫມ່ລາວ, ຂໍຢ່າຊູເວົ້າ “ກຸດ” ເຊິ່ງມັນມີຄວາມວ່າ ກຸດຫ້ຽນໄປເລີຍ, ທັງແມ່ນພາສາເວົ້າຂອງຈີນ ແລະ ຫວຽດນາມ, ສ່ວນຄຳວ່າ “ຕຸດ” ນັ້ນແມ່ນພາສາເວົ້າເດີມຂອງລາວແທ້. ເພິ່ນເຄີຍເວົ້າມາແຕ່ດຶກດຳບັນ ເຊິ່ງມີຄວາມຫມາຍວ່າ: “ຢຸດຢູ່ກ່ອນ” ສ່ວນສົງການແມ່ນເຄື່ອນຍ້າຍໄປສິ້ນປີເກົ່າແລ້ວສົງການປີໃຫມ່ກ້າວ ເຂົ້າມາແທນຕາມສຸລິຍະຄະຕິ ດັ່ງວ່າ ສົງການ ເປັນມື້ທີຫວ່າງກາງປີເກົ່າກັບປີໃຫມ່ນັ້ນເປັນມື້ຕຸດຢູ່ນີ້ເອງ.
ເຫດຜົນ ແລະ ຄວາມເປັນມາຂອງບຸນປີໃຫມ່ລາວ (ບຸນຕຸດສົງການລາວ) ແມ່ນອີງໃສ່ນິທານພື້ນເມືອງ ແຕ່ກ່ອນຍັງມີຊາຍຄົນຫນຶ່ງຊື່ວ່າ: ທຳມະບານກຸມມານ (ຄຳປາລີ = ທຳມະປະລະ) ເປັນລູກຊາຍຂອງມະຫາເສດຖີຢູ່ເມືອງຫນຶ່ງ (ບໍ່ຊາບຊື່) ມີຜາສາດເຈັດຊັ້ນ, ຕັ້ງຢູ່ແຄມແມ່ນ້ຳ, ທຳມະບານການກຸມມານຮຽນຈົບໄຕເພັດ (ມະນຸດ, ສັດ, ສັງຄົມສາດ) ເປັນຄົນຮອບຮູ້ສະຫລາດເປັນນັກປາດອາຈານເກ່ງກ້າ ຊື່ສຽງລືນາມປາກົດໄປທົ່ວພົມມະໂລກ, ເທວະໂລກ, ມະນຸດສະໂລກຈົນສົ່ງຜົນສະທ້ອນຮອດກະບິນລະພົມຜູ້ເປັນເຈົ້າພົມມະ ໂລກ ເຊິ່ງມີຄວາມເກ່ງກ້າສາມາດມີຊື່ສຽງຮຽງນາມເຫມືອນກັນເມື່ອໄດ້ຍິນ ແນວນັ້ນ ກະບິນລະພົມ ບໍ່ຍອມເສຍປຽບໃຫ້ໃຜມາກ່ອນຈິ່ງເກີດມີຄວາມສົນໃຈຢາກລົງມາພົບ ແລະ ທົດສະຫມອງລອງປັນຍາກັບທຳມະບານກຸມມານນັ້ນເບິ່ງ,ມີມື້ ຫນຶ່ງກະບິນລະພົມ ກໍ່ໄດ້ມີໂອກາດ ບິນແອ່ນລົງມາສູ່ມະນຸດສາໂລກ ແລ້ວກໍ່ເຂົ້າພົບທຳມະບານກຸມມານຢູ່ທີ່ຜາສາດເຈັດຊັ້ນນັ້ນໂລດ. ກະບິນລະພົມກໍ່ໄດ້ທັກທາຍປາໄສກັບທຳມະບານກຸມມານແບບກົງໄປກົງ ມາອັນສຳຄັນແມ່ນມາທົດລອງຖາມຕອບບັນຫາກັນເຖາະ! ບັນຫາທີ່ກະບິນລະພົມຕັ້ງໃຫ້ທຳ ມະບານກຸມມານ ເປັນຜູ້ຕອບມີຢູ່ສາມຂໍ້ຄື: 1. ຕອນເຊົ້າ ລາສີ (ສີລິ) ຂອງຄົນຢູ່ໃສ?, 2. ຕອນທ່ຽງ ລາສີ (ສີລິ) ຂອງຄົນຢູ່ໃສ?, 3. ຕອນຄ່ຳລາສີ (ສີລິ) ຂອງຄົນຢູ່ ໃສ?. ຖ້າທຳມະບານກຸມມານຕອບໄດ້ໃຫ້ຕັດຄໍກະບິນລະພົມ ໂລດ, ແຕ່ຖ້າຕອບບໍ່ໄດ້ກາບິນລະ ພົມ ຈະລົງມາຕັດຄໍທຳມະບານກຸມມານເຫມືອນກັນ, ນັດກັນພາຍໃນເຈັດວັນ.
ຈາກນັ້ນ, ກາບິນລະພົມ ກໍ່ໄດ້ບິນແອ່ນສະເດັດຂຶ້ນເມືອສູ່ພົມມະໂລກ, ສ່ວນທຳມະບານກຸມມານກໍ່ຍັງຢູ່ຫໍຜາສາດເຈັດຊັ້ນນັ້ນ. ແຕ່ລະວັນກໍ່ມີແຕ່ຄິດຫາກບໍ່ເຂົ້າບໍ່ອອກຍ້ອນບໍ່ຮູ້, ນອກກໍ່ບໍ່ຫລັບກິນບໍ່ໄດ້, ເກີດເປັນມື້ເປັນວັນມາມີແຕ່ຄິດຕອບບັນຫາຂອງ ກະບິນລະພົມ ຈົນຮ່າງກາຍຈ່ອຍຈົນຜອມ. ຈົນຮອດມື້ທີຫົກຈິ່ງອອກຈາກຜາສາດເພື່ອຈະຂ້າໂຕເອງຕາຍ, ບໍ່ຍອມໃຫ້ ກະບິນລະພົມຕັດຄໍຕົນ, ໄປຕາມໄປກໍ່ເລີຍໄປຮອດທົ່ງນາທົ່ງຫນຶ່ງຢູ່ຫົວນາທົ່ງນັ້ນມີ ກົກຕານໃຫຍ່ 2 ກົກ, ທຳມະບານກຸມມານ ໄດ້ໄປລີ້ຊົ້ນຢູ່ກ້ອງກົກຕານຫວັງຈະໃຫ້ຕາຍຢູ່ທີ່ນັ້ນ. ພໍຮອດຫົວແລງຂອງມື້ນັ້ນໄດ້ມີແຮ້ງເຖົ້າຜົວເມຍຄູ່ຫນຶ່ງບິນມາ ເຊົາຢູ່ເທິງກົກຕານນັ້ນ, ເດິກມາແຮ້ງເຖົ້າຜົວເມຍຄູ່ນັ້ນລົມກັນວ່າ: “ມື້ອື່ນນີ້ເຮົາຈະກິນຫຍັງ? ຊາກງົວຊາກຄວາຍຕາຍກໍ່ຫມົດແລ້ວ“ ໂຕເມຍຖາມ, ໂຕຜົວຕອບວ່າ: “ບໍ່ຍາກດ໋ອກ ມື້ອື່ນນີ້ເຮົາຈະໄດ້ກິນຊີ້ນຄົນເພາະວ່າມື້ອື່ນເປັນມື້ຖ້ວນ ເຈັດວັນຂອງການນັດກັນລະຫວ່າງກະບິນລະພົມກັບທຳມະບານກຸມ ມານເພື່ອຕອບບັນຫາກັນ. ແຕ່ຖ້າທຳມະບານກຸມມານຕອບບັນຫາກະບິນລະພົມບໍ່ໄດ້ຈະຖືກຕັດ ຄໍແທ້ໆ.,” ໂຕເມຍຖາມຕໍ່ໄປວ່າ: “ບັນຫາທີ່ກະບິນລະພົມຖາມນັ້ນມີຫຍັງແດ່? “ໂຕຜົວເວົ້າວ່າ: “ຕອນເຊົ້າລາສີ (ສີລິ) ຂອງຄົນ ຢູ່ໃສ?, ຕອນທ່ຽງລາສີ (ສີລິ) ຂອງຄົນຢູ່ໃສ?, ຕອນຄ່ຳລາສີ (ສີລິ) ຂອງຄົນຢູ່ໃສ, ຂ້ອຍຄິດວ່າ ທຳມະບານກຸມມານຕອບບໍ່ໄດ້ດອກ ເພາະມັນຍາກໂພດ”. ໂຕເມຍຖາມຕໍ່ໄປອີກວ່າ: “ຄັນຈັ່ງຊັ້ນເຈົ້າຮູ້ຄຳຕອບສາມບັນຫານັ້ນບໍ ແມ່ນຫຍັງກັນແທ້?”. ໂຕຜົວ ຈິ່ງເວົ້າວ່າ: “ມັນຊິຍາກຫຍັງ!, ຕອນເຊົ້າລາສີ (ສີລິ) ຂອງຄົນກໍ່ຢູ່ທີ່ຫນ້າ ເພາະວ່າຕື່ນເຊົ້າມາຄົນຕ້ອງໄດ້ລ້າງຫນ້າຂອງຕົນເພື່ອຄວາມຊຸ່ມເຢັນ ແລະ ສວຍງາມ, ຕອນທ່ຽງລາສີ (ສີລິ) ຂອງຄົນຢູ່ທີ່ເອິກ ເພາະວ່າເມື່ອຮ້ອນມາຄົນຈະມັກເອົານ້ຳມາລູບເອິກ ເພື່ອ ຜ່ອນຄວາມຮ້ອນ ແລະ ການຫົນຫວຍກະວົນກະວາຍ, ຕອນຄ່ຳ ລາສີ (ສີລິ) ຂອງຄົນກໍ່ຢູ່ທີ່ຕີນເພາະວ່າກ່ອນຈະເຂົ້າບ່ອນນອນຄົນຈະລ້າງຕີນໃຫ້ ສະອາດເສຍກ່ອນ”. ພໍແຕ່ທຳມະບານກຸມມານໄດ້ຍິນ ແລະ ເຂົ້າໃຈດີແລ້ວກໍ່ຜຸດລຸກຂຶ້ນແລ້ວຮີບແລ່ນເມືອຫາຜາສາດເຈັດຊັ້ນ ຂອງຕົນ ເພື່ອລໍຖ້າກະບິນລະພົມຈະສະເດັດລົງມາພົບເພາະຮອດມື້ນັດຫມາຍ ຕອບບັນຫາ. ຮອດມື້ນັດຫມາຍ ກະບິນລະພົມ ກໍ່ສະເດັດລົງມາແທ້, ແລ້ວກໍ່ເຂົ້າໄປພົບ ທຳມະບານກຸມມານຢູ່ຫໍຜາສາດເຈັດຊັ້ນຕາມນັດຫມາຍແລ້ວ ທຳມະບານກຸມມານ ກໍ່ໄດ້ຕອບບັນຫາທັງສາມຂໍ້ຂອງ ກະບິນລະພົມນັ້ນຖືກຫມົດ ບໍ່ມີຜິດຈັກຫນ້ອຍເລີຍ. ກະບິນລະພົມ ຍອມ ຮັບຄວາມພ່າຍແພ້ຂອງຕົນແລ້ວຕົກລົງໃຫ້ ທຳມະບານກຸມມານ ຕັດຄໍຕົນຕາມສັນຍາ. ກ່ອນຈະຖືກຕັດຄໍກະບິນລະພົມໄດ້ເອີ້ນລູກສາວທັງເຈັດມາພົບແລ້ວໃຫ້ ເອົາຂັນຮອງຄໍພໍ່ເພື່ອບໍ່ໃຫ້ຫົວຕົກລົງໄປທົ່ວທີບຈະເປັນ ເຫດຮ້າຍຕໍ່ມະນຸດໂລກ ເພາະວ່າຖ້າ ຫົວພໍ່ຕົກລົງດິນ ດິນຈະຖືກແຫ້ງແລ້ງເກີດໄຟໄຫມ້ເຜົາ, ຖ້າຕົກໃສ່ມະຫາສະຫມຸດກໍ່ຈະບົກແຫ້ງກາຍເປັນພູຜາປ່າໄມ້, ຖ້າຕົກຢູ່ສະ ຫວັນຊັ້ນຟ້າກໍ່ຈະກາຍເປັນພະຍຸລົມແດງ, ຝົນຕົກ ແລະ ມີຫິມະກ້າມຕະຫລອດໄປ.
ຈາກນັ້ນລູກສາວທັງເຈັດກໍ່ໄດ້ເອົາພາຂັນມາຮອງຄໍພໍ່ຕົນ ແລ້ວໃຫ້ທຳມະບານກຸມມານຕັດຄໍລົງໃສ່ພາຂັນນັ້ນ ແລ້ວລູກສາວໄດ້ ເອົາໄປແຫ່ອ້ອມເສົາສະເຫມນສາມຮອບ ແລ້ວຈິ່ງເອົາໄປໄວ້ພູເຂົາໄກລາດຢູ່ແດນໄກ. ພໍເຖິງຂອບປີ (ເດືອນຫ້າລາວ) ມາຮອດແລ້ວລູກສາວທັງເຈັດກໍ່ຜັດປ່ຽນກັນໂຈມພາຂັນອອກມາລ້າງສ່ວຍໃຫ້ ຊຸ່ມເຢັນ ແລະ ສະອາດເປັນປະຈຳ. ແຕ່ນັ້ນມາບ່າວໄພ່ລາດສະດອນເຫັນວ່າຈົບງາມດີແທ້ຈິ່ງຈັດຕັ້ງກັນ ເອົານ້ຳອົບນ້ຳຫອມ ຫລື ນ້ຳສະອາດມາຫົດສົງກັນ (ເອີ້ນວ່າ: ບຸນຫົດນ້ຳ) ຈົນເທົ່າທຸກວັນນີ້. ສ່ວນວ່ານາງສັງຂານ ຫລື ການແຫ່ສັງຂານນັ້ນກໍ່ແມ່ນແຫ່ລູກສາວທັງເຈັດຂອງກະບິນລະພົມ ທີ່ຜັດປ່ຽນກັນອອກມາໃນແຕ່ລະປີນັ້ນດ້ວຍ.
ພິທີຈັດງານບຸນປີໃຫມ່ລາວ, ຂຶ້ນ 13 ຄ່ຳເດືອນ 5 ກົງກັບວັນທີ 13 ເມສາ ແມ່ນວັນສົ່ງທ້າຍປີເກົ່າ. ໃນວັນນີ້ ແຕ່ລະຄອບຄົວ, ທຸກໆສະຖານທີ່ພາຍໃນວັດ, ໂຮງຮຽນ, ສຳນັກງານຫ້ອງການຈະມີການຮ່ວມຈິດຮ່ວມໃຈກັນເຮັດອະນາໄມລວມ ຫມູ່ໃຫ້ສະຖານທີ່ຕ່າງໆສະອາດງາມຕາ ແລະ ຢູ່ຕາມບ້ານເຮືອນຈະມີການຫ້າງຫາກະກຽມດອກໄມ້ທູບທຽນນ້ຳອົບນ້ຳຫອມ ເພື່ອຫົດສົງພະພຸດທະຮູບ. ຢູ່ວັດຈະມີການເຮັດຮ້ານພະ ພໍເມື່ອຮອດສາມໂມງແລງພະສົງຈະຕີຄ້ອງຮ້ອງປ່າວໃຫ້ຊາວບ້ານມາໂຮມ ກັນຢູ່ວັດ ແລ້ວທຳພິທີໄຫວ້ພະຮັບສິນ, ຟັງເທດ, ຄາລະວະສົມມາສວດໄຊຢັນໂຕ, ຊິດນ້ຳພຸດທະມົນ, ນິມົນພະພຸດທະຮູບລົງຈາກແທ່ນບູຊາ ເພື່ອໃຫ້ຊາວບ້ານໄດ້ຫົດສົງ.
ຂຶ້ນ 14 ຄ່ຳ ເດືອນ 5 ກົງກັບວັນທີ 14 ເມສາ ແມ່ນວັນເນົາ ຊາວບ້ານທຸກໆຄົນທຸກໆຄອບຄົວຈະຢຸດງານບໍ່ກະທຳກິດຈະການໃດໆພັກຜ່ອນ ທ໋ຽວຫລິ້ນ ແລະ ໄປຢ້ຽມຢາມພີ່ນ້ອງຕະຫລອດມື້, ຕອນແລງເວລາ 4 ໂມງ ພະສົງຈະຕີຄ້ອງຮ້ອງປ່າວໃຫ້ຊາວບ້ານມາໂຮມກັນຢູ່ທີ່ວັດ ເພື່ອໄປເກັບດອກໄມ້ມາບູຊາພະ ແລະ ຕົກຕອນຄ່ຳມາພໍກິນເຂົ້າແລງແລ້ວ ພະສົງຈະຕີຄ້ອງຮ້ອງປ່າວໃຫ້ຊາວ ບ້ານມາໂຮມກັນຢູ່ທີ່ວັດ ເພື່ອແຫ່ດອກໄມ້ທູບທຽນ, ມີການທຳພິທີທາງສາສະຫນາຟັງເທດ ແລະ ການລະຫລີ້ນແບບພື້ນ ເມືອງຕ່າງໆຂອງບ່າວສາວໄວຄະນອງ, ໄດ້ເວລາສົມຄວນຈິ່ງເລີກລາເມືອ. ຂຶ້ນ 15 ຄ່ຳ ເດືອນ 5 ກົງກັບວັນທີ 15 ເມສາ ແມ່ນມື້ໃຫມ່ຂອງປີໃຫມ່ຕອນເຊົ້າຢູ່ວັດຈະມີການຕັກບາດຖວາຍ ບາສີສູ່ຂວັນແກ່ພະສົງສາມະເນນ ແລະ ອວຍພອນໃຫ້ເຊິ່ງກັນ ແລະ ກັນ. ນອກຈາກນີ້ ຢູ່ແຕ່ລະຄອບຄົວຍັງມີການສູດມົງຄຸນ, ຕັກບາດບາສີສູ່ຂວັນຢູ່ເຮືອນໃຜເຮືອນລາວ ເພື່ອສົ່ງທ້າຍປີເກົ່າ ຕ້ອນຮັບປີໃຫມ່. ພໍຮອດຕອນແລງ ແລະ ຕອນຄ່ຳກໍ່ຈະໄປເອົາດອກໄມ້ແຫ່ວຽນທຽນໃນແຕ່ລະມື້ຈົນຮອດເດືອນ 6 ເພັງຈິ່ງລາ ເລີກກັນກໍ່ມີ ນີ້ແມ່ນຄວາມນິຍົມປະພຶດຂອງບາງບ້ານ.
ກິດຈະກຳຕ່າງໆໃນງານບຸນປີໃຫມ່ລາວ.
1. ບາສີສູ່ຂວັນພະສົງສາມະເນນ, ສົງພະພຸດທະຮູບ, ສູດມົງຄຸນຕັກບາດເຮືອນ, ບາສີສູ່ຂວັນອວຍພອນເຊິ່ງກັນ ແລະ ກັນ. ສະເພາະມື້ສູ່ຂວັນພະສົງສາມະເນນສຳເລັດແລ້ວ ກໍ່ກັບຄືນເມືອສູ່ຂວັນຢູ່ເຮືອນໃຜເຮືອນລາວ ເມື່ອເຖິງຕອນບ່າຍ 1ໂມງ ຫາ 2 ໂມງ ຊາວບ້ານອອກຕົນຍາດໂຍມຈະພາກັນໄປຂົນເອົາຊາຍມາກອງໄວ້ ເພື່ອຕົບເປັນເຈດີຊາຍໄວ້ຮອດ 4ໂມງ ພວກອອກຕົນຍາດໂຍມກໍ່ໄປນຳເອົາດອກໄມ້. ຕອນຄ່ຳເວນກອງຊາຍ ແລະ ແຫ່ດອກກໄມ້ແລ້ວຈິ່ງກັບເຮືອນໃຜເຮືອນລາວ.
2. ສົງນ້ຳທ່ານຜູ້ໃຫຍ່, ຜູ້ຊົງຄຸນນະວຸດ, ພໍ່ແມ່ເຖົ້າແກ່ອາວຸໂສເຮັດບຸນກິນທານແດ່ພໍ່ແມ່ຍາດຕິພົງພັນທີ່ ລ່ວງລັບໄປແລ້ວ.
3. ຕົບເຈດີພະທາຍ ຫລື ກໍ່ເຈດີຊາຍຢູ່ຕາມວັດ ແລະ ສະຖານທີ່ຕ່າງໆ.
4. ປ່ອຍສັດ, ໂຜດສັດໃຫ້ພົ້ນອອກຈາກຄວາມທຸກ, ພົ້ນຈາກສະຖານທີ່ຄຸມຂັງ, ພົ້ນຈາກຄວາມຕາຍໃຫ້ມີຄວາມເປັນອິດສະຫລະ ໃນມື້ຕອນແລງຂອງມື້ 15ຄ່ຳ.
ບາງທ້ອງຖິ່ນການສົງນ້ຳພະພຸດທະຮູບຖືກແກ່ຍາວໄປແຕ່ຂຶ້ນ 13 ຄ່ຳ ເດືອນ 5 ຈົນເຖິງຂຶ້ນ 15 ຄ່ຳ ເດືອນ 6 ເພັງ ຈິ່ງສິ້ນສຸດລົງ. ການສົງນ້ຳພະນັ້ນ, ນອກຈາກຈະສົງຢູ່ຕາມຫົວວັດຕ່າງໆແລ້ວ ເພິ່ນຍັງນິຍົມຈັດຕັ້ງກັນທັງຝ່າຍພະສົງສາມະເນນ ແລະ ຝ່າຍບ້ານເມືອງໄປສົງນ້ຳພະຢູ່ຕາມສະຖານທີ່ຕ່າງໆເຊັ່ນ: ຖ້ຳ, ຫ້ວຍ, ພູ, ວັດຮ້າງ ແລະ ສະຖານທີ່ອື່ນໆທີ່ມີພະພຸດທະຮູບນັ້ນອີກ.
--------------------------------------------------------

ບຸນປີໃໝ່ລາວ
ຂຽນໂດຍ ຮສ. ມະນີຈັນ ໄຊຍະວົງ
ບຸນປີໃໝ່ລາວ ຫຼື ເອີ້ນວ່າ ສົງການ ເປັນບຸນປະເພນີອີກອັນໜຶ່ງຂອງລາວເຮົາ ແລະ ກໍເປັນບຸນສະເຫຼີມສະຫຼອງກັນທົ່ວ ປະເທດ ຕັ້ງແຕ່ເໜືອຕະຫຼອດໃຕ້ ປີລະຄັ້ງ ຄືໂດຍທົ່ວໄປເລີ່ມແຕ່ວັນທີ່ 13 ຫາ 15 ຂອງເດືອນເມສາ ເຊິ່ງເປັນເດືອນທີ່ຮ້ອນ ທີ່ສຸດໃນຮອບປີ. ນອກຈາກປະເທດລາວເຮົາແລ້ວ ບາງປະເທດອື່ນ ກໍສະຫຼອງສົງການເໝືອນກັນ ເຊັ່ນ ປະເທດໄທ, ກຳປູເຈຍ ແລະ ມ່ຽນມ້າ. ໃກ້ຈະຮອດບຸນປີໃໝ່ ຊາວລາວພາກັນກະກຽມ ຕ້ອນຮັບປີໃໝ່ ເຊັ່ນ ທຳຄວາມສະອາດ ຕາມເຮືອນຊານ ບ້ານຊ່ອງ, ກະກຽມຫາດອກໄມ້ທີ່ມີກິ່ນຫອມ ເຊັ່ນ ດອກເຂັມຂາວ, ດອກຂັດເຄົ້າ, ດອກຈຳປາ, ດອກຈຳປີ,ດອກດາວເຮືອງ, ດອກຄູນ ແລະ ອື່ນໆ ເຊິ່ງເພິ່ນເອົາມາປະສົມໃສ່ກັນ ເພື່ອປຸງແຕ່ງນ້ຳຫອມສົງພະ. ນອກຈາກນັ້ນ ເພິ່ນຍັງເອົາດອກ ແລະ ໃບຄູນ ມາເໜັບໄວ້ນຳປະຕູບ້ານປະຕູເຮືອນ ເພາະມີຄວາມເຊື່ອວ່າເປັນສີລິມົງຄຸນ. ນ້ຳຫອມສົງພະ ແມ່ນປະສົມຈາກນ້ຳ, ຂີ້ໝິ້ນ, ໝາກສົ້ມປ່ອຍເຜົາໄຟ ແລະ ກີບດອກໄມ້ຊະນິດຕ່າງໆ ດັ່ງທີ່ກ່າວມານັ້ນ.
ອີງຕາມປະເພນີ ທີ່ສືບເນື່ອງມາແຕ່ບູຮານນະການ ບຸນປີໃໝ່ລາວ ແກ່ ຍາວ 3 ວັນຄື: ວັນສັງຂານໄປ ຫຼື ວັນສັງຂານລ່ວງ ເຊິ່ງໝາຍເຖິງ ວັນສົ່ງທ້າຍປີເກົ່າ, ວັນເນົາ ເຊິ່ງໝາຍເຖິງວັນລະຫວ່າງກາງ ແລະ ວັນສັງຂານຂຶ້ນ ເຊິ່ງແມ່ນວັນເລີ້ມຕົ້ນຂອງ
ປີໃໝ່ນັ້ນເອງ. ກ່ຽວກັບວັນບຸນ ປີໃໝ່ລາວ ຫຼື ວັນສົງການນີ້ ມີນິທານເລື່ອງໜຶ່ງໄດ້ ກ່າວໄວ້ວ່າ:
ກາລະຄັ້ງໜຶ່ງນານມາແລ້ວ ມີລູກເສດຖີຄົນໜຶ່ງ ຊື່ ທຳມະປະລະກຸມມານຫຼື ເອີ້ນວ່າ ທຳມະບານ ເປັນຄົນມີຄວາມຮູ້, ສະຫຼາດຫຼັກແຫຼມ ແລະ ສາມາດເຂົ້າໃຈພາສານົກໄດ້. ລາວໄດ້ອອກທ່ຽວສອນທຳມະ ແລະ ຄວາມຮູ້ໃຫ້ ແກ່ປວງຊົນທັງຫຼາຍ
ເຊິ່ງເຮັດໃຫ້ຄົນທັງຫຼາຍ ສັດທາ ແລະ ເຄົາລົບນັບຖື ຈົນມີຊື່ສຽງເລືອງລືໄປທົ່ວພິພົບ ຈົນເຮັດໃຫ້ ພະຍາພົມ ກະບິນລະພົມ ຢາກທົດສອບຄວາມສະຫຼາດຂອງທຳມະປະລະກຸມມານ. ພະຍາກະບິນລະພົມ ຈຶ່ງໄດ້ສະເດັດລົງມາຫາທຳມະປະລະກຸມມານ ແລະ ຕັ້ງຄຳຖາມຂຶ້ນ 3 ຂ້ໍ ຄື:
1) ຕອນເຊົ້າ ສີລິຂອງຄົນຢູ່ໃສ ?
2) ຕອນທ່ຽງ ສີລິຂອງຄົນຢູ່ໃສ ? ແລະ
3). ຕອນກາງຄືນ ສີລິຂອງຄົນຢູ່ໃສ ?
ໂດຍວາງ ເງື່ອນໄຂໄວ້ວ່າ: ຖ້າຕອບບໍ່ໄດ້, ພະຍາພົມກະບິນລະພົມ ຈະຕັດຫົວທ້າວທຳມະປະລະກຸມມານ; ຖ້າຫາກ ວ່າຕອບໄດ້ ພະຍາ ພົມກະບິນລະພົມ ຈະຕັດຫົວຂອງຕົນເອງ ແລະ ໃຫ້ເວລາ ແກ່ທ້າວ ທຳມະປະລະກຸມານ ໄປຄົ້ນຄິດ 7 ວັນ. ພໍເຖິງວັນຖ້ວນ 3 ທ້າວທຳມະປະລະກຸມມານ ກໍຍັງ ຄິດຫາຄຳຕອບບໍ່ໄດ້ ຈຶ່ງຄິດວ່າຕົນຈະຕ້ອງຕາຍຍ້ອນ ຄົມດາບຂອງພະຍາ ກະບິນລະພົມ ເພ່ືອປະໂຫຍດອັນໃດ ຕົນຈະໜີໄປຕາຍເອົາດາບໜ້າ ຈະບໍ່ດີກວ່າບໍ.
ເວົ້າແລ້ວ ລາວກໍ່ອອກເດີນທາງ, ພໍຮອດຍາມຄ່ຳລາວໄດ້ໄປ ນອນຢູ່ກ້ອງຕົ້ນຕານ, ກໍ່ບັງເອີນ ໄດ້ຍິນນົກອິນຊີຜົວເມຍ ຄູ່ໜຶ່ງ ເຊິ່ງອາໄສຢູ່ເທິງຕົ້ນຕານ ລົມກັນ. ນົກຕົວເມຍຖາມຜົວວ່າ ມື້ອື່ນນີ້ ພວກເຮົາຈະເອົາອັນໃດມາເປັນອາຫານ, ນົກຕົວຜົວຈຶ່ງຕອບວ່າ ຈະໄດ້ກິນຊາກສົບ ຂອງ ທຳມະປະລະກຸມມານທ່ີພະຍາກະບິນລະພົມ ຈະຂ້າເພາະຕອບຄຳຖາມ ບໍ່ໄດ້. ເມື່ອນົກຕົວເມຍ ຖາມວ່າຄຳຖາມນັ້ນເປັນຄືແນວໃດ ນົກຕົວຜູ້ ກໍເລີຍເວົ້າສູ່ເມຍຟັງ ແລະ ບອກຄຳຕອບພ້ອມຄື: ຕອນເຊົ້າ ສີລິຂອງຄົນຢູ່ທີ່ໜ້າ ດັ່ງນັ້ນ ຄົນທັງຫຼາຍ ຈຶ່ງເອົານ້ຳ ສວ່າຍໜ້າ, ຍາມທ່ຽງສີລິຂອງຄົນຢູ່ເອິກ ຄົນທັງຫຼາຍ ຈຶ່ງເອົານ້ຳ ແລະ ຂອງຫອມ ລູບເອິກ, ຕອນຄ່ຳ ສີລິຂອງຄົນຢູ່ຕີນ ຄົນທັງຫຼາຍຈຶ່ງເອົານ້ຳລ້າງຕີນກ່ອນເຂົ້ານອນ. ເມື່ອ ທຳມະປະລະກຸມມານ ໄດ້ຍິນດ່ັງນັ້ນ ກໍຈື່ຈຳເອົາ ແລ້ວກໍ່ຕ່າວກັບຄືນມາ ຜາສາດຂອງຕົນ ແລະ ຕອບຄຳຖາມໄດ້ໃນວັນຕໍ່ມາ.
ດັ່ງນັ້ນ ພະຍາກະບິນລະພົມ ຈຶ່ງຕ້ອງໄດ້ຕັດຫົວຂອງຕົນເອງ ດັ່ງທີ່ ໄດ້ວາງເງື່ອນໄຂໄວ້. ກ່ອນຕັດຫົວຂອງຕົວເອງ ພະຍາກະບິນລະພົມ ໄດ້ເອີ້ນລູກສາວທັງ 7 ມາສັ່ງວ່າ ພໍ່ຈະຕັດຫົວບູຊາ ທຳມະປະລະກຸມມານ; ຖ້າຫົວຂອງພໍ່ຫາກຕົກລົງໃສ່ ແຜ່ນດິນ ໄຟກໍຈະໃໝ້ໂລກ; ຖ້າໂຍນຂຶ້ນໄປ ເທິງຟ້າ ກໍຈະເກີດໄພ ແຫ້ງແລ້ງ; ຖ້າຖິ້ມລົງໃນມະຫາສະມຸດ ນ້ຳກໍຈະແຫ້ງ. ດັ່ງນັ້ນ ໃຫ້ພວກລູກ ທັງ 7 ຄົນເອົາພາພານ ມາຮອງຮັບເອົາຫົວຂອງພໍ່ໄວ້ ແລ້ວເຊີນໄປຕັ້ງໄວ້ໃນຖ້ຳຄັນທະທຸລີ ທີ່ພູເຂົາໄກລາດ ແລະ ບູຊາດ້ວຍເຄື່ອງ ສັກກາລະທິບຕ່າງໆດ້ວຍເຖີ້ນ. ເມື່ອຄົບຮອບເວລາ ໃນແຕ່ລະປີ ດັ່ງ ວັນປີໃໝ່ ຫຼື ວັນສັງຂານ ລູກສາວທັງ 7 ກໍປ່ຽນຜ່ຽນ ກັນຕາມລຳດັບ ພາບໍລິວານ ແລະ ເທບພະຍະດາ ທັງຫຼາຍ ມາເຊີນເອົາຫົວຂອງ ພະຍາ ພົມກະບິນລະພົມ ອອກມາຫົດສົງ ແລະ ແຫ່ວຽນອ້ອມເຂົາພະສຸເມນ. ຫຼັງຈາກນັ້ນ ຂະບວນ ກໍນຳຫົວຂອງພະຍາກະບິນລະພົມ ໄປໄວ້ທີ່ເດີມ. ສະນັ້ນ ເພິ່ນຈຶ່ງເອີ້ນ ລູກສາວທັງ 7 ຂອງ ພະຍາກະບິນລະພົມ ວ່າ ນາງສັງຂານ ແຕ່ນັ້ນມາ. ນາງສັງຂານທັງ 7 ນີ້ສະເດັດ ມາໃນທ່າຕ່າງກັນ ເຊິ່ງເພິ່ນຖືວ່າເປັນສັນຍາລັກໃຫ້ແກ່ແຕ່ລະວັນເຊັ່ນວ່າ
ນາງສັງຂານຜູ້ທີ່ເປັນສັນຍາລັກໃຫ້ແກ່ ວັນເສົາ ແມ່ນ ນາງມະໂນທອນ ທັດດອກຜັກຕົບ, ລາວມັກຊີ້ນຊາຍ (ສັດປະເພດຟານ) ມີອາວຸດ ຄື ມືຂວາຖືກົງຈັກ ມືຊ້າຍຖື ຕຣີສູນ (ຫອກສາມງ່າມ) ພາຫະນະ ແມ່ນ ນົກຍຸງ;
ວັນອາທິດຊື່ວ່ານາງທຸງສະເທວີ ມັກກິນໝາກເດ່ືອເປັນອາຫານ ຖືອາວຸດຄື ມືຂວາຖື ກົງຈັກ ມືຊ້າຍຖື ສັງ(ຫອຍສັງ) ແລະ ພາຫະນະແມ່ນຄຸດ.
ສັນຍາລັກຂອງວັນຈັນ ແມ່ນ ນາງ ໂຄຣາຄະ ທັດ ດອກກາງຂອບ (ແມ່ນຊື່ຂອງດອກໄມ້ຊະນິດຫນື່ງ) ເຄື່ອງປະດັບ ເປັນແກ້ວ ແລະ ມຸກ, ອາຫານ ໄດ້ແກ່ນ້ຳນົມ ໃນມື ຖື ພະຂັນ (ດາບ) ມືຊ້າຍ ຖືໄມ້ເທົ້າ, ພາຫະນະ ແມ່ນ ເສືອ;
ວັນອັງຄານແມ່ນ ນາງ ຣາກສະ ທັດດອກບົວຫຼວງ ພ້ອມດ້ວຍເຄື່ອງປະດັບແກ້ວໂມຣາ, ອາຫານ ແມ່ນ ໂລຫິດ (ເລືອດ) ມືຂວາຖື ຕຼີສູນ ມືຊ້າຍຖືທະນູ ພາຫະນະ ແມ່ນ ໝູ.
ສັນຍາລັກຂອງວັນພຸດ ແມ່ນ ນາງ ມຸນທາ ທັດດອກຈຳປາ ພ້ອມດ້ວຍ ເຄື່ອງປະດັບແກ້ວພິທູນ,ອາຫານ ແມ່ນນົມເນີຍ ແລະ ມືຂວາຖືເຂັມ ມືຊ້າຍ ຖືໄມ້ເທົ້າ ພາຫະນະ ແມ່ນ ລໍ.
ສັນຍາລັກຂອງວັນພະຫັດ ແມ່ນ ນາງ ກິຣິນີ ທັດດອກມົນທາ (ແມ່ນຊື່ຂອງດອກໄມ້ ຊະນິດຫນື່ງ) ພ້ອມດ້ວຍເຄື່ອງປະດັບແກ້ວ ມໍລະກົດ , ອາຫານແມ່ນ ຖົ່ວ ງາ, ມືຂວາຖືຂໍ ມືຊ້າຍຖືປືນ ພາຫະນະ ແມ່ນ ຊ້າງ.
ສັນຍາລັກຂອງວັນສຸກ ແມ່ນ ນາງ ກິມິທາທັດດອກຈັງກອນ ພ້ອມ ດ້ວຍເຄື່ອງປະດັບແກ້ວບຸດສະຣາຄຳ, ອາຫານ ແມ່ນ ກ້ວຍນ້ຳ,ອາວຸດໃນມືຂວາ ແມ່ນພະຂັນ, ມືຊ້າຍ ຖືພິນ, ພາຫະນະ ແມ່ນ ຄວາຍ.
ອີງຕາມປະເພນີສືບຕໍ່ກັນມາ ເມື່ອເຖິງວັນສັງຂານແລ້ວ ຍາມເຊົ້າຄົນທັງປວງພາກັນອອກໄປເຮັດບຸນ ຕັກບາດຢູ່ວັດ, ໄຫ້ວພະພຸດທະຮູບ, ພະທາດເຈດີດ້ວຍດອກໄມ້ທູບທຽນ ແລະ ກໍນິມົນເອົາພະພຸດທະຮູບ ລົງມາຈາກຮ້ານພະ ເພື່ອມາປະດິດສະຖານໄວ້ທື່ໂຮງ ເພື່ອຫົດສົງ ເອີ້ນວ່າ “ເອົາພະລົງ”.
ເມື່ອເຖິງ ເວລາຄ່ຳຄືນ ໃນລະຫວ່າງວັນ ສັງຂານນີ້ ກໍພາກັນກໍ່ພະທາດ ເຈດີ ດ້ວຍດິນຊາຍ ເອີ້ນວ່າ “ຕົບພະທາຍ”, ທຳບຸນໃຫ້ທານ, ຟັງທຳມະເທດສະໜາ, ເຮັດບັງສະກຸນເພື່ອເຮັດ ທານຫາ ຜູ້ທີ່ລ່ວງລັບໄປຕາມສັດທາຂອງໃຜລາວ ດັ່ງນີ້ ເປັນຕົ້ນ.
ເມື່ອເຖິງວັນທີ່ສາມ ຄືວັນສັງຂານຂຶ້ນ ພະພິຂຸສົງ ກໍຈະນິມົນເອົາພະພຸດທະຮູບທຸກອົງຂຶ້ນຄືນໄວ້ແທ່ນເດີມ ເຊິ່ງເຮົາເອີ້ນວັນນີ້ວ່າ ວັນສັງຂານຂຶ້ນ ຫຼື ວັນຂຶ້ນປີໃໝ່ນັ້ນເອງ.
ຫຼັງຈາກ ທີ່ນິມົນພະຂຶ້ນແທ່ນຄືນ ແລ້ວ ພິທີການສະເຫຼີມສະຫຼອງ ປີໃໝ່ລາວກໍສິ້ນສຸດລົງ. ໃນໄລຍະຕົ້ນຂອງປີໃໝ່ນີ້ ແຕ່ລະຄອບຄົວກໍມັກຈັດບາສີສູ່ຂວັນກັນເພື່ອຮັບໂຊກໄຊໃໝ່.

6. ເດືອນຫົກ ບຸນວິສາຂະບູຊາ
ວັນວິສາຂະບູຊາ ທ່ານວິນຍູຊົນຜູ້ຮູ້ທາງພຣະພຸທສາສນາໄດ້ອອກຄວາມຄຶດຄວາມເຫັນ ເປັນອັນນຶ່ງອັນດຽວກັນ ພາກັນບັນຍັດວັນສຳຄັນທີ່ກ່ຽວກັບວັນປະສູດ(ເກີດ) ຕັສຮູ້(ການຮູ້ແຈ້ງເຫັນແຈ້ງໃນທັມທັງປວງ) ແລະສະເດັດປະຣິນິບພານ(ດັບຂັນ) ຂອງພຣະພຸທເຈົ້າ ໄວ້ເປັນວັນສໍາຄັນວັນນຶ່ງໃນປີນຶ່ງໆ ແລະໃຫ້ມີວິທີເຮັດບຸນວິສາຂະບູຊາປະຈໍາປີ
ວັນວິສາຂະບູຊານັ້ນ ແມ່ນວັນເພັງເດືອນຫົກ ເພິ່ນໄດ້ປາຣົບເຖິງມື້ພຣະພຸທເຈົ້າຊົງປະສູດ,ຕັສຮູ້ແລະສະເດັດປະຣິນິບພານ ໃນມື້ທັງສາມນີ້ ບັງເອີນໄດ້ມາຖືກມື້ດຽວກັນຄື ປະສູດມື້ເພັງເດືອນຫົກ, ຕັສຮູ້ມື້ເພັງເດືອນຫົກແລະ ສະເດັດປະຣິນິບພານກໍມື້ເພັງເດືອນຫົກ. ເມື່ອວັນທັງສາມວຽນມາຄົບຮອບແຕ່ລະປີ ເພິ່ນໄດ້ບັນຍັດໃຫ້ພຸທບໍຣິສັດທັງຫລາຍ ພາກັນຫ້າງຫາເຄື່ອງສັກກາຣະບູຊາ ລະນຶກເຖິງວັນສຳຄັນຂອງພຣະພຸທເຈົ້າ ດ່ັງໄດ້ກ່າວມາແລ້ວ.
ດັ່ງນັ້ນວັນວິສາຂະບູຊາຈຶ່ງເປັນວັນສຳຄັນທາງພຣະພຸທສາສນາວັນນຶ່ງ ໝົດທຸກຄົນທີ່ນັບຖື ພຣະພຸທສາສນາ ຈະລືມບໍ່ໄດ້ເປັນອັນຂາດ ເພາະວັນນັ້ນເປັນຄ້າຍກັບວັນພຣະພຸທເຈົ້າປະສູດ, ຕັສຮູ້ ແລະ ສະເດັດປະຣິນິບພານ.ຫລັງຈາກວັນສະເດັດປະຣິນິບພານ ຄືວັນອັດຖະມີ ດິຖີທີ່ແປດຄ່ຳ ນັບແຕ່ວັນວິສາຂະບູຊາໄດ້ແປດວັນ ຈຶ່ງແມ່ນວັນຖວາຍພຣະເພລິງພຣະພຸທສາຣີຣະ(ປົງສົບ)ຂອງພຣະພຸທເຈົ້າ.
ທຸກໆປີໃດເມື່ອເຖິງວັນປະສູດ, ຕັສຮູ້ ແລະ ສະເດັດປະຣິນິບພານຂອງພຣະພຸທເຈົ້າວຽນມາຄົບຮອບແລ້ວ ພຸທບໍຣິສັດທັງຫລາຍ ທັງບັນພະຊິດ ແລະຄະຣຶຫັດ ກໍເກີດມີຈິດໂສມະນັດສັດທາ ຄືມີຄວາມຍິນດີໃນການໃຫ້ທານ ຈຶ່ງໄດ້ພາກັນຫ້າງຫາເຄື່ອງສັກກາຣະບູຊາ ມີດອກໄມ້ ປະທີບ ທູບທຽນແລະເຄື່ອງຖວາຍທານຕ່າງໆມາໄວ້ ເພື່ອເຮັດບຸນໃນວັນວິສາຂະບູຊາ ລະນຶກເຖິງພຣະຄຸນ ແລະ ຕອບສນອງຄຸນງາມຄວາມດີຂອງພຣະອົງ.
ປະເທດລາວເຮົາເປັນປະເທດທີ່ນັບຖືພຣະພຸທສາສນາປະເທດນຶ່ງ ເຄີຍໄດ້ເຮັດບຸນວິສາຂະບູຊາມາແລ້ວ ຕັ້ງແຕ່ດັ້ງເດີມຈົນຮອດທຸກມື້ນີ້ ໃນງານບຸນວິສາຂະບູຊານີ້ ສ່ວນຣາຊການທົ່ວປະເທດ ອັນມີຣັຖບານເປັນຜູ້ນຳໄດ້ອອກຄຳສັ່ງໃຫ້ຂ້າຣາຊການທົ່ວໄປຢຸດພັດ 1 ວັນ ເພື່ອໃຫ້ໄດ້ພ່ຳເພັງບຸນກຸສົນ ຕາມປະເພນີນິຍົມ. ດັ່ງນັ້ນ ງານບຸນວິສາຂະບູຊາຈຶ່ງຈັດເປັນງານບຸນທີ່ສຳຄັນ ໃນທາງພຣະພຸທສາສນາ ທຸກຄົນຄວນເອົາໃຈໃສ່ ຖືເປັນສຳຄັນ. ໃນມື້ງານດັ່ງກ່າວນີ້ ເພິ່ນໄດ້ຈັດໃຫ້ມີການຮັບຟັງພຣະທັມມະເທສນາ ເພື່ອເປັນການສລອງສັດທາຂອງພຸທບໍຣິສັດ ແລະ ມີຄຳຖວາຍດອກໄມ້ທູບທຽນດັ່ງຕໍ່ໄປນີ້:
ຄຳຖວາຍດອກໄມ້ທູບທຽນໃນບຸນວິສາຂະບູຊາ
ກ່າວ ນະໂມສາມຈົບ
ຍະມັມຫະ ໂຂ ມະຍັງ ພະຄະວັນຕັງ ສະຣະນັງຄະຕາ, ໂຍ ໂນ ພະຄະວາ ສັດຖາ, ຍັສສະ ຈະ ມະຍັງ ພະຄະວະໂຕ ທັມມັງ ໂຣເຈມະ, ອະໂຫສິ ໂຂ ໂສ ພະຄະວາ, ມັດຊິເມສຸ ຊະນະປະເທສຸ ອະຣິຍະເກສຸ ມະນຸດເສສຸ ອຸປປັນໂນ, ຂັດຕິໂຍ ຊາຕິຍາ ໂຄຕະໂມ ໂຄດເຕນະ, ສັກກະຍະປຸດໂຕ ສັກກະຍະກຸລາ ປັບພະຊິໂຕ, ສະເທວະເກ ໂລເກ ສະມາຣະເກ ສະພຣັມມະເກ ສັດສະມະນະພຣາມມະນິຍາ ປະຊາຍະ, ສະເທວະມະນຸດສາຍະ ອະນຸດຕະຣັງ ສັມມາສັມໂພທິງ ອະພິສັມພຸທໂທ, ນິດສັງສະຍັງ ໂຂ ໂສ ພະຄະວາ, ອະຣະຫັງສັມມາສັມພຸທໂທ, ວິຊຊາຈະຣະນະສັມປັນໂນ ສຸຄະໂຕ ໂລກະວິທູ ອະນຸຕຕະໂຣ ປຸຣິສະທັມມະສະຣະຖີ ສັຕຖາເທວະມະນຸສສານັງ ພຸດໂທ ພະຄະວາ ,ສະວາກຂາໂຕ ໂຂ ປະນະ ເຕນະ ພະຄະວະຕາ ທັມໂມ, ສັນທິຕຖິໂກ ອະກາລິໂກ ເອຫິ ປັສສິໂກ ໂອປະນະຍິໂກ, ປັຈຈັຕຕັງ ເວທິຕັພໂພ ວິນຍູຫິ, ສຸປະຕິປັນໂນ ໂຂ ປະນັດສະ ພະຄະວະໂຕ ສາວະກະສັງໂຄ, ອຸຊຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ, ຍາຍະປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ, ສາມິຈິປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ, ຍະທິທັງຈັຕຕາຣິ ປຸຣິສາຍຸຄານິ ອັຕຖະປຸຣິສະ ປຸຄຄະລາ ເອສະ ພະຄະວະໂຕ ສາວະກະສັງໂຄ ອາຫຸໄນໂຍ ປາຫຸໄນໂຍ ທັກຂິໄນໂຍ ອັນຊະລີ ກະຣະນິໂຍ ອະນຸຕຕະຣັງ ປຸນຍັກເຂຕຕັງ ໂລກັສສະ, ອະຍັງ ໂຂ ປະນະຖູໂປ ປະຕິມາ ຕັງ ພະຄະວັນຕັງ ອຸດທິສສະ ກະຕາ ຍາວະເທວະ ທັດສະເນນະ ຕັງ ພະຄະວັນຕັງ ອະນຸດສະຣິຕະວາ ປະສາທະ ສັງເວຄະ ປະຕິລາພາຍະ,
ມະຍັງໂຂ ເອຕະຣະຫິ ອິມັງ ວິສາຂະປຸນນະມີ ກາລັງ ຕັສສະ ພະຄະວະໂຕ ຊາຕິສັມໂພທິນິພພານະກາລະ ສັມມະຕັງ ປັຕວາ ອິມັງ ຖານັງ ສັມປັຕຕາ, ອິເມ ທັນຕະທີປະທູປາທິ ສັກກາເຣ ຄະເຫຕວາ ອັດຕະໂນ ກາຍັງ ສັກກາຣູປະທານັງ ກະຣິຕວາ ຕັສສະ ພະຄະວະໂຕ
ຍະຖາພຸດເຈ ຄຸເນ ອະນຸດສະຣັນຕາ ອິມັງ ຖູປັງ (ປະຕິມາຄະຣັງ) ຕິກຂັດຕຸງ ປະທັກຂິນັງ ກະຣິດສາມະ ອິມັງ ຍະຖາ ຄະຫິເຕຫິ ປູຊັງ ກຸຣຸມານາ ສາທຸໂນພັນເຕ ສຸຈິຣະປະຣິນິພພູໂຕປິ ຍາຕັບເພຫິ ຄຸເນຫິ ອະຕີຕາຣັມມະນະຕາຍະ ປັນຍາຍະມາໂນ, ອິເມ ອັມເຫຫິ ຄະຫິເຕ ສັກກາເຣ ປະຕິກຄັນຫາຕຸ ອັມຫາກັງ ທີຄະຣະຕັງ ຫິຕາຍະ ສຸຂາຍະ.
ຄຳແປວິສາຂະບູຊາ
ເຮົາທັງຫລາຍ ເປັນຜູ້ເຖິງແລ້ວ ເຊິ່ງພຣະຜູ້ມີພຣະພາກເຈົ້າ ພຣະອົງໃດ ວ່າເປັນທີ່ຣະນຶກ ພຣະຜູ້ມີພຣະພາກເຈົ້າ ພຣະອົງໃດເປັນສາສດາຂອງເຮົາທັງຫລາຍ,ອັນນຶ່ງ ເຮົາທັງຫລາຍຊອບໃຈທັມຂອງພຣະຜູ້ມີພຣະພາກເຈົ້າ ພຣະອົງໃດ,ພຣະຜູ້ມີພຣະພາກເຈົ້າ ພຣະອົງນັ້ນ ໄດ້ເກີດຂຶ້ນແລ້ວໃນມະນຸດພວກອະຣິຍະກະ ໃນມັດຊິມະປະເທດຊົນບົດ ເປັນກະສັດໂດຍພຣະຊາດ ເປັນໂຄດົມໂດຍພຣະໂຄດ ເປັນສາກະຍະບຸດ ສະເດັດອອກຈາກ ສາກະຍະຕະກຸນ ຊົງບວດແລ້ວ, ໄດ້ຕັສຮູ້ພຣະສັມມາສັມໂພທິຍານ ອັນປະເສີດໃນໂລກ ເປັນໄປກັບດ້ວຍເທພຍະດາ ມານ ພຣົມໃນໝູ່ສັດເປັນໄປກັບດ້ວຍສະມະນະແລະພຣາມ ທັງເທພຍະດາແລະມະນຸດ ບໍ່ຕ້ອງສົງສັຍເລີຍ ພຣະຜູ້ມີພຣະພາກເຈົ້ານັ້ນ ເປັນພຣະອໍຣະຫັນ ຕັສຮູ້ຊອບເອງແລ້ວ ເຖິງພ້ອມແລ້ວດ້ວຍວິດຊາແລະຈະຣະນະ ສະເດັດໄປດີແລ້ວ ຮູ້ແຈ້ງເຊິ່ງໂລກ ເປັນສາຣະຖີຂອງບຸຣຸດທີ່ຄວນທໍຣະມານ ບໍ່ມີສາຣະຖີອື່ນຈະຍິ່ງຂຶ້ນໄປກວ່າ ເປັນສາສດາຂອງເທພດາ ແລະ ມະນຸດທັງຫລາຍ ເປັນຜູ້ຕື່ນແລ້ວ ເປັນຜູ້ແຈກທັມ ອັນນຶ່ງ ພຣະທັມອັນພຣະຜູ້ມີພຣະພາກເຈົ້າ ນັ້ນກ່າວດີແລ້ວເປັນທັມ ອັນບຸກຄົນຄວນເຫັນເອງ ບໍ່ກຳນົດກາລເວລາ ຄວນນ້ອມເຂົ້າມາໃນຕົນ ອັນວິນຍູຊົນທັງຫລາຍຄວນຮູ້ສະເພາະຕົນ.
ອັນນຶ່ງ ໝູ່ສາວົກຂອງພຣະຜູ້ມີພຣະພາກເຈົ້ານັ້ນ ເປັນຜູ້ປະຕິບັດດີແລ້ວ ເປັນຜູ້ປະຕິບັດຈົບແລ້ວ, ເປັນຜູ້ປະຕິບັດທັມ ເພື່ອເປັນເຄື່ອງອອກ ເປັນຜູ້ປະຕິບັດທັມເພື່ອຄວາມຊອບຍິ່ງ ຈັດເປັນຄູ່ບຸຣຸດທັງຫລາຍສີ່ ປຸຣິສະບຸກຄົນທັງຫລາຍທັງແປດນັ້ນແລ ຊື່ວ່າເປັນໝູ່ແຫ່ງສາວົກຂອງພຣະຜູ້ມີພຣະພາກເຈົ້າ ຄວນຮັບເອົາຂອງອັນບຸກຄົນເພິ່ງນຳມາບູຊາ ຄວນຮັບເຄື່ອງຕ້ອນຮັບ ຄວນຮັບທັກຂີນາທານ ຄວນອັນຊະລີກັມ ເປັນເຂດແຫ່ງບຸນຂອງໂລກ ບໍ່ມີເຂດອື່ນຈະຍິ່ງໄປກວ່າ, ພຣະສະຖູບ ພຣະປະຕິມານີ້ ອັນເຂົາສ້າງອຸທິດສະເພາະ ພຣະຜູ້ມີພຣະພາກເຈົ້າພຣະອົງນັ້ນ ເພື່ອລະນຶກເຖິງພຣະຜູ້ມີພຣະພາກເຈົ້າ, ດ້ວຍອັນເຫັນຢູ່ພຽງໃດນັ້ນແລ ແລ້ວໄດ້ຄວາມເຫລື້ອມໃສ ແລະ ສັງເວດ.
ບັດນີ້ເຮົາທັງຫລາຍມາເຖິງ (ກາລະສມັຍວິສາຂະບູຊານີ້ ຊຶ່ງສົມມຸດວ່າເປັນວັນປະສູດ ຕັສຮູ້ແລະປະຣິນິພພານຂອງພຣະຜູ້ມີພຣະພາກເຈົ້ານັ້ນ) ຈຶ່ງພ້ອມກັນມານະທີ່ນີ້ ຖືເຄື່ອງສັກກາຣະບູຊາທັງຫລາຍ ມີດອກໄມ້ທູບທຽນເຫລົ່ານີ້ເປັນຕົ້ນ ກະທຳກາຍແຫ່ງຕົນໃຫ້ເປັນເໝືອນດັ່ງພາຊະນະຮອງຮັບເຄື່ອງສັກກາຣະບູຊາ ແລ້ວລະນຶກເຖິງພຣະຄຸນພຣະຜູ້ມີພຣະພາກເຈົ້ານັ້ນ ອັນເປັນຈິງຢູ່ພຽງໃດ ຈັກກະທຳປະທັກຂິນ ພຣະສະຖູບ ພຣະປະຕິມານີ້ສາມຮອບ ກະທຳຢູ່ຊຶ່ງການບູຊາ ດ້ວຍເຄື່ອງສັກກາຣະທັງຫລາຍ ຕາມທີ່ຖືໄວ້ແລ້ວ ຂໍພຣະຜູ້ມີພຣະພາກເຈົ້າ ແມ່ນສະເດັດປະຣິນິພພານນານແລ້ວ ຍັງດຳຣົງຢູ່ເພາະອາຣົມອັນລ່ວງລັບແລ້ວ ດ້ວຍພຣະຄຸນທັງຫລາຍ ອັນບັນດິດຄວນຮູ້ໄດ້ ຈົ່ງຊົງຮັບເຄື່ອງສັກກາຣະບູຊາທັງຫລາຍ ອັນຂ້າພະເຈົ້າທັງຫລາຍຖືໄວ້ແລ້ວເຫລົ່ານີ້ ເພື່ອປໂຍດ ເພື່ອຄວາມສຸກ ແກ່ຂ້າພະເຈົ້າທັງຫລາຍ ສິ້ນກາລະນານເທີ້ນ.
ພິທີທຳ
ຈັດແຈງເຄື່ອງສັກກາຣະບູຊາ ມີດອກໄມ້ທູບທຽນ ຕອນເຊົ້າໄຫວ້ພຣະ ສະມາທານສີລ ຖວາຍທານ ຕອນແລງຕີກອງເຕົ້າໂຮມຊາວບ້ານຕໍ່ໜ້າສີມາ ຫລື ຫໍແຈກ ໄຕ້ທູບທຽນ ຢືນປະນົມມືຖືດອກໄມ້ ຫົວໜ້າພາກ່າວຄຳບູຊາຈົບແລ້ວ ແຫ່ວຽນທຽນວຽນຂວາສາມຮອບ ຮອບທີ່ນຶ່ງໄຫວ້ພຣະພຸທຄຸນ ຮອບທີ່ສອງໄຫວ້ທັມມະຄຸນ ຮອບທີ່ສາມໄຫວ້ສັງຄະຄຸນ ສຸດແລ້ວຂຶ້ນໄປໂຮງທັມຫລືຫໍແຈກ, ໄຫວ້ພຣະສູດມົນຕໍ່ໄປ ເມື່ອສຳເຣັດແລ້ວ ຟັງເທດຕໍ່ໄປ.
ບຸນບັ້ງໄຟ
ກ່ອນວັນເຮັດບຸນຈະມາເຖິງຕ້ອງພາກັນຈັດການປຸກຕູບ ປຸກຜາມ ແລະກຳນົດວັນເຮັດ ນິມົນພຣະສົງແລະເຊີນຊວນຍາດພີ່ນ້ອງ,ຊາວບ້ານໃກ້ຄຽງ ຫລື ໃສ່ສລາກຫົວບ້ານມາຮ່ວມໂຮມ ພ້ອມດ້ວຍຄ້ອງກອງແລະນັກຟ້ອນດ້ວຍ. ເມື່ອເຖິງວັນໂຮມບຸນແລ້ວ ເຈົ້າຂອງບ້ານຫລື ເຈົ້າສັດທາແບ່ງກັນຄ້ຳ 3-4 ເຮືອນຕໍ່ນຶ່ງບ້ານ. ເມື່ອຫົວບ້ານມາໂຮມກັນແລ້ວ, ເຈົ້າສັດທາໄປຕ້ອນຮັບ ນຳມາພັກເຊົາຕາມຕູບຜາມທີ່ປຸກໄວ້ນັ້ນ ໂດຍບໍ່ໃຫ້ລຳບາກຫຍັງເລີຍ ໃນມື້ໂຮມຫົວບ້ານນັ້ນເອງ ມີການແຫ່ກອງຫົດ ກອງບວດແລະບັ້ງໄຟອ້ອມຫໍແຈກສາມຮອບ ແລ້ວເອົາກອງຫົດກອງບວດ ຂຶ້ນໄວ້ເທິງຫໍແຈກ, ຕອນກາງຄືນປະມານ 7ໂມງແລງ ມີການສູດປະຣິຕມຸງຄຸນ ແລະ ຄົບງັນຕລອດຄືນ ຕອນຮຸ່ງເຊົ້າມື້ໃໝ່ມາ ມີການຖວາຍທານເຖຣາພິເສກແລະອຸປສົມບົດ ພວກນັກຫລິ້ນເຖົ້າແກ່ ບ່າວແລະສາວ ກໍພາກັນແຫ່ບັ້ງໄຟ ຟ້ອນໄປຕາມທີ່ຕ່າງໆ ເປັນໝູ່ເປັນພວກ ລາງຄົນກໍແຕ່ງໂຕເປັນນັ້ນເປັນນີ້ ຂາຍນັ້ນຂາຍນີ້ ລາງພວກກໍເຊີ້ງກັນໄປຕາມແຕ່ຄຶດອອກ ເມື່ອໄປເຖິງເຮືອນໃຜແລ້ວ ເຈົ້າເຮືອນຫາເຫລົ້າຫາເຂົ້າ ມາຕ້ອນຮັບໃນຖານສມານມິດ ສາມັກຄີແລະຖືກັນເປັນສະຖານພີ່ນ້ອງ ແລະ ປະເພນີສືບຕໍ່ກັນມາເທົ້າຮອດທຸກມື້ນີ້.
ບັ້ງໄຟ ຄຳວ່າບັ້ງໄຟ ໄດ້ແກ່ກະບັ້ງໄມ້ໄຜ່ ຫລືທ່ອນໄມ້ໄຜ່ຫລືທ່ອນເຫລັກສັ້ນແລະຍາວ ໃຫຍ່ແລະນ້ອຍ ແລ້ວແຕ່ຜູ້ຈະເຮັດມັກແນວໃດກໍເຮັດໄປຕາມຄວາມຕ້ອງການຂອງແຕ່ລະຄົນ ເວລາເຮັດເອົາໄມ້ໄຜ່ເປັນລຳຫລືເຫລັກເປັນທ່ອນ ມາຕັດໃຫ້ເປັນທ່ອນພໍດີກັບຄວາມຕ້ອງການ ຊື່ວ່າເລົາໄມ້ໄຜ່ຫລືເລົາເຫລັກ ແລ້ວເອົາຂີ້ເຈັຽຂົ້ວປົນກັບຖ່ານໄຟປະສົມກັນຕຳໃຫ້ແຫລກ ເອີ້ນວ່າໝື້ ເອົາໄປຫ່າຍໃສ່ກະບັ້ງໄມ້ໄຜ່ຫລືເຫລັກ ຕຳໃຫ້ແໜ້ນໆ ສົມມຸດກັນວ່າບັ້ງໄຟ ບັ້ງໄຟນີ້ມີຫລາຍຊນິດຕ່າງໆກັນຄື ບັ້ງໄຟໝື່ນ, ບັ້ງໄຟແສນ, ບັ້ງໄຟດອກໄມ້, ບັ້ງໄຟພຸ, ບັ້ງໄຟຕະໄລ, ບັ້ງໄຟຫາງ ເຫລົ່ານີ້ເປັນຕົ້ນ. ບັ້ງໄຟຫາງເພິ່ນເຮັດປະກອບດ້ວຍຫລາຍອັນຄື ເລົາ1, ຫາງ1, ລູກ1. ເພິ່ນມັດເລົາກັບຫາງຕິດກັນ ແລ້ວເອົາລູກມັນໂອບອ້ອມເລົາມັນໃຫ້ແໜ້ນໆ ແລ້ວເອົາເອ້ດ້ວຍລວດລາຍຕ່າງໆໃຫ້ຈົບງາມ ສົມມຸດກັນວ່າບັ້ງໄຟ ເອີ້ນໄປຕາມບັ້ງໃຫຍ່ແລະນ້ອຍ.
ໃນປັດຈຸບັນນີ້ ທາງຣາຊການໄດ້ມີການສົ່ງເສີມແລະປັບປຸງການເຮັດບັ້ງໄຟໃຫ້ມີຫລາຍຍິ່ງຂຶ້ນ ຄ້າຍຄືກັບກິລາປະເພດອື່ນໆຄື ເພິ່ນໄດ້ມີການແຂ່ງຂັນຊິງລາງວັນ ໃຫ້ແກ່ນາຍຊ່າງເຮັດບັ້ງໄຟແຕ່ລະປະເພດ ຄືປະເພດເສັງບັ້ງໄຟເອ້ງາມ ນຶ່ງ, ປະເພດເຊີ້ງບັ້ງໄຟແລະຟ້ອນງາມໃຫ້ມ່ວນຖືກກັບສະພາບການ ນຶ່ງ, ປະເພດເສັງບັ້ງໄຟຂຶ້ນ ນຶ່ງ, ການແຂ່ງຂັນແຕ່ລະປະເພດມີ ຄນະກັມມະການຕັດສິນໃຫ້ຄະແນນແລະແຈກລາງວັນໃຫ້ພ້ອມກຳນົດການເຮັດໃນມື້ເພັງເດືອນຫົກ ພ້ອມກັບວັນວິສາຂະບູຊາສະເພາະຢູ່ວຽງຈັນ ສ່ວນບ່ອນອື່ນກໍເຮັດໄປຕາມຈາຮີດປະເພນີທີ່ເຄີຍເຮັດມາ (ສະເພາະຢູ່ວຽງຈັນ ຊູ່ມື້ນີ້ເພິ່ນຍ້າຍໄປໃສ່ມື້ແຮມນຶ່ງຄ່ຳເດືອນຫົກ).
ງານບຸນ ບັ້ງໄຟນີ້ ມີຕົ້ນເຫດເປັນສອງປະການຄື:
1.ທາງໂລກກ່າວວ່າ ເຮັດສະເພາະເບີກມະເຫສັກຫລັກເມືອງ ສ່ຽງເສັງເບິ່ງນໍ້າຟ້າຝົນປະຈໍາຣະດູປີ ວ່າປີໃດຝົນຈະດີ ຫລືບໍ່ດີ ແລະປະຊາຣາສດອນຈະໄດ້ເຮັດໄຮ່ໄຖນາດີ ໄດ້ເຂົ້າໄດ້ນ້ຳຕາມຄວາມປະສົງບໍ່ ແລະ ເພື່ອຂໍໃຫ້ຟ້າຝົນຊົລທາຕົກຕາມຣະດູການ ໃຫ້ໄດ້ເຮັດໄຮ່ໄຖນາໃຫ້ໄພ່ຟ້າຂ້າແຜ່ນດິນ ຢູ່ເຢັນເປັນສຸກທຸກທົ່ວໜ້າ.
2.ທາງພຣະພຸທສາສນາກ່າວວ່າ ເປັນວັນສໍາຄັນຂອງພຣະພຸທສາສນາວັນນຶ່ງ ຄືວັນນັ້ນ ເປັນວັນປະສູດ, ຕັສຮູ້ ແລະ ປະຣິນິພພານຂອງພຣະພຸທເຈົ້າ. ໃນວັນທັງສາມນີ້ ໄດ້ມາຖືກມື້ດຽວກັນ ກັບມື້ເພັງເດືອນຫົກຂອງທຸກໆປີ ທຸກປີໃດ ເມື່ອເຖິງວັນດ່ັງກ່າວນີ້ ພຸທບໍຣິສັດທັງຫລາຍໄດ້ພາກັນຂົນຂວາຍ ຈັດຫາເຄື່ອງສັກກາຣະບູຊາເພື່ອນຳມາບູຊາຖວາຍຄວາມເຄົາຣົບຕໍ່ພຣະພຸທເຈົ້າ, ໂດຍພ້ອມພຽງຮຽງໜ້າກັນ ເໝືອນກັບວັນພຣະພຸທເຈົ້າປະສູດ, ວັນນັ້ນເປັນທີ່ຍິນດີຂອງພຣະບິດາມານດາ, ພຣະຍາຕິທັງຫລາຍ,ປະຊາຣາສດອນ,ເທພບຸດ,ເທພດາແລະອິນພຣົມ.

ບຸນວິສາຂະ ຫລື ບຸນເດືອນຫົກເພັງ
ຂຽນ ໂດຍ ດອກຄູນເມືອງ
ວິສາຂະບູຊາ ຫຍໍ້ມາຈາກ ວິສາຂະປຸຣະນະມີບູຊາ ແປວ່າ ການບູຊາໃນວັນເພັງເດືອນວິສາຂະ ອັນເປັນເດືອນທີ່ສອງ ຕາມປະຕິທິນ ອິນເດັຽ ຊຶ່ງກົງກັບວັນຂຶ້ນ 15 ຄໍ່າ ເດືອນຫົກ .
ວັນວິສາຂະບູຊາ ເປັນມື້ສຳຄັນສູງສຸດຂອງພຣະພຸທສາສນາ ມື້ເພັງສິບຫ້າຄໍ່າ ເດືອນຫົກເປັນມື້ທີ່ພຣະພຸທເຈົ້າ ປະສູດ-ຕັສຮູ້-ປະຣິນິພພານ ຊຶ່ງທັງສາມເຫດການເກີດຂຶ້ນຕົງກັນຢ່າງໜ້າອັສຈັນ.
ປະສູດ :
ພຣະພຸທເຈົ້າພຣະນາມເດີມວ່າ "ສິດທັດຖະ" ເປັນພຣະຣາຊໂອຣົດຂອງພຣະເຈົ້າສຸດໂທທະນະແລະພຣະນາງສິຣິມະຫາມາຍາ ແຫ່ງເມືອງກະບິລພັດ (ປັຈຈຸບັນຄືເມືອງຕິເລົາຣາໂກຕ ໃນເຂດປະເທດເນປາລ) ແຄວ້ນສັກກະ.
ເຈົ້າຊາຍສິດທັດຖະຖືກໍາເນີດໃນສະກຸນສາກກະຍະວົງ, ພຣະອົງປະສູດໃນວັນສຸກ ຂຶ້ນ 15 ຄໍ່າ ເດືອນຫົກ ປີຈໍ ກ່ອນພຸທທະສັກຣາຊ 80 ປີ ທີ່ສວນລຸມພິນີວັນ ແຄວ້ນສັກກະ ຊຶ່ງຕໍ່ເຂດ ກັບເມືອງເທວະທະຫະແຄວ້ນໂກລິຍະ (ປັຈຈຸບັນຄືເມືອງຣັມມິນເດ, ປະເທດເນປາລ).
ເມື່ອປະສູດ ພຣະຣາຊກຸມານຢູ່ໃນອິຣິຍະບົດຢືນແລະຫັນພຣະພັກໄປທາງທິດເໜືອ ສະເດັດກ້າວພຣະບາທໄປ 7 ກ້າວ ແຕ່ລະກ້າວມີດອກບົວຜຸດຂຶ້ນມາຮອງຮັບ ແລ້ວຊົງກ່າວວ່າ " ເຮົາເປັນຜູ້ເລີດໃນໂລກ ເຮົາເປັນຜູ້ຈະເຣີນທີ່ສຸດຂອງໂລກ ເຮົາເປັນຜູ້ປະເສີດທີ່ສຸດໃນໂລກ ຊາດນີ້ເປັນຊາດສຸດທ້າຍ ບັດນີ້ການເກີດໃໝ່ບໍ່ມີອີກ ".
ຕັສຮູ້ :
ຫລັງຈາກອອກບວດໄດ້ 6 ປີ ເຈົ້າຊາຍສິດທັດຖະກໍໄດ້ຕັສຮູ້ເປັນພຣະພຸທເຈົ້າທີ່ກ້ອງຕົ້ນສຣີມະຫາໂພ ແຄມແມ່ນໍ້າເນຣັນຊະຣາ ເມືອງອຸຣຸເວລາ ໃນຕອນຂ້ອນແຈ້ງຂອງວັນພຸດ ຂຶ້ນ 15 ຄໍ່າ ເດືອນຫົກ ປີຣະກາ ກ່ອນພຸທສັກກະຣາຊ 45 ປີ ປັດຈຸບັນສະຖານທີ່ຕຣັສຮູ້ຮຽກວ່າ ພຸທທະຄະຍາ ເປັນຄຸ້ມນຶ່ງຂອງເມືອງຄະຍາ ຣັຖພິຫານ ຂອງ ອິນເດັຽ.
ທັມມະສຳຄັນທີ່ສົມເດັດພຣະສັມມາສັມພຸທເຈົ້າໄດ້ຊົງຕັສຮູ້ໃນມື້ເພັງ ສິບຫ້າຄໍ່າເດືອນຫົກ ຄື ອະຣິຍະສັຈ ສີ່ ຫລືຈະຮຽກອີກຢ່າງນຶ່ງວ່າ ຫົວໃຈຂອງພຣະພຸທສາສນາ ເປັນຫລັກຄຳສອນນຶ່ງຂອງພຣະໂຄດົມພຸທເຈົ້າ ແປວ່າ ຄວາມຈິງອັນປະເສີດ ຄວາມຈິງຂອງພຣະອະຣິຍະບຸກຄົນ ຫລືຄວາມຈິງທີ່ເຮັດໃຫ້ຜູ້ເຂົ້າເຖິງກາຍເປັນອະຣິຍະ ມີຢູ່ສີ່ປະການຄື :
1.ທຸກຂ໌ ຄວາມທຸກ ສະພາວະທີ່ທົນໄດ້ຍາກ ສະພາບທີ່ບີບຄັ້ນ ໄດ້ແກ່ການເກີດ,ແກ່,ເຈັບ,ຕາຍ. ການປະສົບກັບສິ່ງທີ່ບໍ່ເປັນທີ່ຮັກ,ການພັດພາກ
ຈາກສິ່ງອັນເປັນທີ່ຮັກ,ການປາຖນາສິ່ງໃດແລ້ວບໍ່ສົມຫວັງໃນສິ່ງນັ້ນ. ສລຸບແລ້ວ ທຸກກໍຄືອຸປາທານຂັນ ຫລື ຂັນທັ້ງຫ້າ.
2.ສະມຸທັຍ ຄືສາເຫດທີ່ເຮັດໃຫ້ເກີດທຸກ ໄດ້ແກ່ຕັນຫາ ສາມປະການຄື:
1. ກາມຕັນຫາ : ຄວາມຢາກໄດ້ໃນກາມ ໝາຍເຖິງ ຮູບ ຣົສ ກິ່ນ ສຽງ ສັມຜັດທີ່ປາຖນາ,ທີ່ພໍໃຈ,ຄວາມດີ້ນຮົນຢາກໄດ້ ຢາກເຫັນໃນສິ່ງທີ່
ສວຍງາມ, ສຽງທີ່ມ່ວນຫູ, ຢາກດົມກິ່ນທີ່ຫອມຫວນ,ຢາກກິນຂອງແຊບ, ຢາກສຳຜັດສິ່ງທີ່ໜ້າຮັກໃຄ່ ໜ້າປາຖນາ ໜ້າພໍໃຈ.
2.ພະວະຕັນຫາ: ຄວາມທະເຍີທະຍານ ຢາກເປັນນັ້ນ ເປັນນີ້ເຊັ່ນ ນັກຮ້ອງ ນັກລໍາ ນັກການເມືອງ ຫລື ຢາກໄດ້ເລື່ອນຍົດ ເລື່ອນຕຳແໜ່ງ
ຢາກເລີດກ່ອນໝູ່.
3. ວິພະວະຕັນຫາ: ຄວາມຢາກໃນຄວາມບໍ່ມີ ຫລື ບໍ່ເປັນ ຄື ດີ້ນຮົນບໍ່ຢາກເປັນໃນສິ່ງທີ່ເຂົາໃຫ້ເປັນ ຫລື ຢາກຈະພົ້ນໄປຈາກໜ້າທີ່ ຕຳແໜ່ງ
ທີ່ເປັນຢູ່ ຫລື ຢາກໃຫ້ສິ່ງນັ້ນສິ່ງນີ້ໝົດໄປ.
3. ນິໂຣທ ຄວາມດັບໄປຊຶ່ງຕົ້ນເຫດທີ່ເຮັດໃຫ້ເກີດທຸກ ກ່າວຄື ດັບຕັນຫາທັ້ງສາມໄດ້ຢ່າງຮາບຄາບ.
4. ມັຄ (ມັຄ ມີອົງແປດ) ຄືແນວທາງປະຕິບັດທີ່ຈະນໍາໄປເຖິງຄວາມດັບທຸກ ປະກອບຢູ່ດ້ວຍແປດປະການຄື:
1.ສັມມາທິຕຖິ - ຄວາມເຫັນຊອບ.
2.ສັມມາສັງກັປປະ - ຄວາມດຳຣິຊອບ,
3.ສັມມາວາຈາ - ການເວົ້າຈາຊອບ,
4.ສັມມາກັມມັນຕະ - ການເຮັດວຽກຊອບ,
5.ສັມມາອາຊີວະ - ການລ້ຽງຊີບຊອບ,
6.ສັມມາວາຍາມະ - ຄວາມພາກພຽນຊອບ,
7.ສັມມາສະຕິ - ຄວາມຣະລຶກຊອບ,
8.ສັມມາສະມາທິ - ຄວາມຕັ້ງໃຈຊອບ
ຊຶ່ງຮວມຮຽກອີກຊື່ນຶ່ງວ່າ ມັຊຊິມາປະຕິປະທາ ຫລື ທາງສາຍກາງ.
ປະຣິນິພພານ :
ພຣະສັມມາສັມພຸທເຈົ້າໄດ້ໂຜດສັຕວ໌ ແລະ ສະແດງພຣະທັມມະເທສນາ ຕລອດເວລາ 45 ພັນສາ.
ໃນພັນສານັ້ນເອງຊຶ່ງເປັນພັນສາສຸດທ້າຍຂອງພຣະະຕະຖາຄົຕເຈົ້າຊຶ່ງປະຊວນໜັກດ້ວຍໂຣຄປັກຂັນທິກາພາທຄືມີພຣະບັງຄົນເປັນໂລຫິດ (ລົງແດງ, ຖ່າຍເປັນເລືອດ,ໂຣຄບິດ) ເກືອບຈະປະຣິນິພພານແລ້ວ ແຕ່ຊົງພິຈາຣະນາເຫັນວ່າ ຍັງບໍ່ແມ່ນເວລາອັນເໝາະສົມ ເພາະຍັງບໍ່ໄດ້ສັ່ງລາເຫລົ່າພິກຂຸຜູ້ເປັນອຸປັຕຖາກແລະພິກຂຸສົງອົງອື່ນໆ ຈຶ່ງຊົງໃຊ້ສະມາທິຂັບໄລ່ຄວາມເຈັບນັ້ນ ອິທິວາສະນະຂັນຕິ ຄື ອົດທົນຕໍ່ຄວາມທຸກຂະເວທນາ. ວັນຕໍ່ມາພຣະອົງກໍຊົງປົງພຣະຊົນມາຍຸສັງຂານວ່າ ຈະປະຣິນິພພານໃນອີກສາມເດືອນຂ້າງໜ້າ. ພຣະອົງເຄີຍໄດ້ບອກໃບ້ແກ່ພຣະອານົນມາແລ້ວເຖິງ 16 ຄັ້ງ 16 ແຫ່ງ, ແຫ່ງສຸດທ້າຍແມ່ນປາວາລເຈດີ .
ວັນຕໍ່ມາຈຶ່ງເດີນທາງອອກຈາກເມືອງເວສາລີ ຜ່ານຫລາຍໆເມືອງຈົນໄປຮອດເມືອງປາວາ ແລະປະທັບຢູ່ສວນໝາກມ່ວງຂອງນາຍຈຸນທະ
ກັມມາຣບຸຕ. ນາຍຈຸນທະ ຈຶ່ງມາເຝົ້າຟັງຄຳສອນ ແລ້ວທູນອາຣາທະນາພຣະສາສດາແລະພິກຂຸສາວົກໄປທີ່ບ້ານຂອງຕົນເພື່ອຮັບພັຕຕາຫານ.
ເຊົ້າຂຶ້ນ ເມື່ອປະທັບນັ່ງຮຽບຮ້ອຍແລ້ວ ຈຶ່ງຕຣັສຖາມ ສູກອນມັທທະວະ (ບາງແຫ່ງກໍວ່າແມ່ນໝູອ່ອນ,ບາງແຫ່ງກໍວ່າແມ່ນເຫັດມີພິດ) ວ່າໃຫ້ຖວາຍແກ່ພຣະອົງແຕ່ພຽງອົງດຽວ ທີ່ເຫລືອນັ້ນກໍໃຫ້ເອົາໄປຝັງເສັຽ, ສ່ວນອາຫານອື່ນໆນັ້ນ ໃຫ້ຖວາຍແດ່ພຣະສົງຄ໌ສາວົກ.
ພໍສເວີຍເສັດແລ້ວ ຊົງອະນຸໂມທະນາໃຫ້ນາຍຈຸນທະ ແລ້ວກໍຈາກເມືອງນັ້ນຕໍ່ໄປສູ່ນະຄອນກຸສິນາຣາ ທັ້ງໆທີ່ພຣະອົງຊົງອົດທົນຕໍ່ຄວາມເຈັບນັ້ນຢ່າງແຮງ ຈົນເກືອບຈະສິ້ນພຣະຊົນ ຫລັງຈາກສເວີຍອາຫານທີ່ນາຍຈຸນທະນຳມາຖວາຍ.
ພຣະສາສດາສະເດັດຕໍ່ໄປເຖິງປ່າສາລະ ໃນສາລະວະໂນທະຍານ ອັນເປັນທີ່ພັກຜ່ອນຂອງກະສັດມັລລົກແຫ່ງນະຄອນກຸສິນາຣາ. ຊົງຮັບສັ່ງໃຫ້ພຣະອານົນຕັ້ງຕຽງຫັນໄປທາງທິດເໜືອ ຣະຫວ່າງຕົ້ນສາລະທັ້ງຄູ່ ຊົງບັນທົມຢ່າງສີຫະໄສຍາສນ໌(ນອນຕະແຄງເບື້ອງຂວາ). ພຣະອານົນກໍທູນຖາມຫລາຍຢ່າງຈົນຮູ້ວ່າພຣະສາສດາທີ່ເປັນທີ່ເພິ່ງແຫ່ງຕົນຈະເຂົ້າສູ່ປະຣິນິພພານໃນບໍ່ຊ້າ, ກໍຮ້ອງໄຫ້ແລະລຳພຶງວ່າຕົວທ່ານເອງຍັງບໍ່ສິ້ນກິເລດ ຍັງມີອາສະວະຢູ່ ຕໍ່ໄປຈະມີໃຜເປັນຜູ້ແນະນຳນໍ.
ວັນນັ້ນພຣະອານົນຖືບາດແລະຈີວອນຂອງຕົນເຂົ້າສູ່ເມືອງກຸສິນາຣາແຕ່ພຽງຜູ້ດຽວເພື່ອໄປແຈ້ງຂ່າວແກ່ ມັລລົກກະສັດໃຫ້ຊາບວ່າ ພຣະສາສດາຈະນິພພານແລ້ວໃນຣາຕຣີນີ້, ຈຶ່ງຈັດໃຫ້ກະສັດແລະພຣະຍາຕິເຂົ້າເຝົ້າ ພຣະສາສດາເທື່ອລະສະກຸນໆໄປ, ພຽງແຕ່ຫົວຄໍ່າກໍເສັດຮຽບຮ້ອຍແລ້ວ.
ຄັ້ງນັ້ນ ມີປະຣິພາຊົກຄົນນຶ່ງຊື່ ສຸພັທທະ ຢູ່ເມືອງກຸສິນາຣາໄດ້ຍິນຈາກປະຣິພາຊົກຜູ້ເຖົ້າວ່າ ພຣະສັມມາສັມພຸທເຈົ້າຈະປະຣິນິພພານເສັຽແລ້ວຈຶ່ງຂໍເຂົ້າເຝົ້າເພື່ອທູນຖາມຂໍ້ສົງສັຍຂອງຕົນ ແຕ່ພຣະອານົນຂໍຮ້ອງແລະສຽງຫ້າມ ໄດ້ຍິນໄປເຖິງພຣະຜູ້ມີພຣະພາຄເຈົ້າ ຈຶ່ງຊົງອະນຸຍາດໃຫ້
ສຸພັທທະປະຣິພາຊົກເຂົ້າເຝົ້າພຣະອົງ. ພຣະຜູ້ມີພຣະພາຄເຈົ້າກໍຊົງສະແດງທັມເຣື່ອງ ອະຣິຍະມັຄມີອົງແປດ. ສຸພັທທະມີຄວາມເຫລື້ອມໃສ ຈຶ່ງຂໍ ອຸປສົມບົດ ແລະກໍໄດ້ສຳເຣັດເປັນພຣະອໍຣະຫັນໃນຄືນນັ້ນເອງ ນັບວ່າເປັນພຣະອໍຣະຫັນອົງສຸດທ້າຍໃນຣະຫວ່າງທີ່ພຣະສາສດາຍັງຊົງມີພຣະຊົນຊີບຢູ່.
ພິກຂຸທັ້ງຫລາຍ ບັດນີ້ເຮົາຂໍເຕືອນທ່ານທັ້ງຫລາຍວ່າ ສັງຂາຣທັ້ງຫລາຍມີຄວາມເສື່ອມໄປ ສິ້ນໄປເປັນທັມມະດາ ຂໍທ່ານທັ້ງຫລາຍຈົ່ງມີຊີວິດຢູ່ດ້ວຍຄວາມບໍ່ປະໝາດເຖີດ.
ນີ້ເປັນພຣະວາຈາສຸດທ້າຍຂອງພຣະຜູ້ມີພຣະພາຄເຈົ້າ.
ພຣະພຸທອົງສະເດັດເຂົ້າສູ່ປະຣິນິພພານໃນປັສສິມຍາມໃນຣາຕຣີນັ້ນ ຊຶ່ງກໍກົງກັບ ມື້15 ຄໍ່າເດືອນຫົກເພັງເໝືອນກັນ.
ວັນວິສາຂະບູຊາເປັນວັນສຳຄັນທາງ ພຣະພຸທທະສາສນາ ສຳຫລັບຊາວພຸທທຸກນິກາຍທົ່ວໂລກ.
ໃນປີ ຄ.ສ 1950 ວັນທີ່ 25 ພຶສພາ ໄດ້ມີການ ປະຊຸມຄນະສົງຄ໌ທົ່ວໂລກ ທີ່ເມືອງກັນດີ ປະເທດສຣີລັງກາ, ມາຈາກ 29 ປະເທດ ຈຳນວນ 129 ທ່ານເຂົ້າຮ່ວມ (ບວກກັບສະມາຊິກທີ່ຢູ່ໃນປະເທດສຣີລັງກາ)
ແລະໄດ້ມີການສເນີໃຫ້ມີ ພິທີພຸທບູຊາໃນເດືອນຫົກເພັງ ຂອງທຸກປີ.
ໃນເດືອນ ພຶສຈິກາ 1998 ກໍມີການປະຊຸມຄນະສົງຄ໌ທົ່ວໂລກຕື່ມອີກ ທີ່ປະເທດສຣີລັງກາອີກ ເຣື່ອງ ສເນີວັນວິສາຂະບູຊາໃຫ້ເປັນສຳຄັນສາກົນ ໂດຍສເນີໄປທີ່ສະຫະປາຊາຊາດ.
ຈາກຈຸດນັ້ນເປັນຕົ້ນມາ ຈົນເຖິງ ວັນທີ່ 13 ເດືອນທັນວາ ປີ 1999 ໃນທີ່ປະຊຸມໃຫຍ່ສະມັຊຊາສະຫະປະຊາຊາດ ສມັຍສາມັນ ຄັ້ງທີ່ 55 ພ.ສ 2542 ໂດຍໄດ້ຖືກຮັບຮອງໃຫ້ ວັນວິສາຂະບູຊາ (Vesak Day)
ເປັນ "ວັນສຳຄັນສາກົນ" ( International Day) ຕາມຂໍ້ມະຕິສະມັຊຊາໃຫຍ່ແຫ່ງສະຫະປະຊາຊາດ ທີ໋ 54/112 ລົງວັນທີ່ 13 ທັນວາ 2542. ໂດຍໄດ້ການຮັບຮອງຈາກ 16 ປະເທດຄື: ສຣີລັງກາ,
ບັງກລາເດສ, ພູຖານ, ຂເມນ, ລາວ, ມັລດີຟ, ມົງໂກເລັຽ, ພະມ້າ, ເນປາລ, ປາກີສຖານ, ຟີລິປປີນ, ເກົາຫລີໃຕ້, ສະເປນ, ອິນເດັຽ, ໄທຍ ແລະ ຢູຄະເຣນ.

7. ເດືອນເຈັດ ບຸນຊຳຮະ
ເດືອນເຈັດ ທຳພິທີເບີກຊຳຮະ
ເຖິງຣະດູເດືອນເຈັດມາ ໃຫ້ບູຊາເທວະດາອາຮັກລ້ຽງມະເຫສັກຫລັກເມືອງ ແລະ ໃຫ້ທຳພິທີເບີກຊຳຮະ ຂັບໄລ່ ແນວຂີ້ດຽດຈັງໄຮ ແນວບໍ່ດີບໍ່ງາມຊຶ່ງອາດຈະເກີດມີຂຶ້ນ.ຄຳວ່າ ຊຳຮະໄດ້ແກ່ການຂັບໄລ່ຜີສາງນາງຮ້າຍ ແນວຂີ້ດຽດຈັງໄຮ ສິ່ງບໍ່ດີບໍ່ງາມ ໃຫ້ໜີອອກໄປຈາກບ້ານນຶ່ງ, ໄດ້ແກ່ການຊຳຮະສະສາງສິ່ງທີ່ເປິະເປື້ອນເສົ້າໝອງສົກກະປົກ ເຊັ່ນຜ້ານຸ່ງຫົ່ມທີ່ສົກກະປົກຕ້ອງຊຳຮະດ້ວຍການຊັກຟອກລ້າງສ່ວຍໃຫ້ສະອາດ, ບ້ານເມືອງທີ່ເກີດຄວາມເດືອດຮ້ອນບໍ່ສງົບ ມີການຂ້າຟັນລັນແທງກັນ ຫລືຜູ້ຄົນ, ງົວຄວາຍລົ້ມຫາຍຕາຍເສັຽ ເພາະຜີເຂົ້າເຈົ້າສູນເຫລົ່ານີ້ເປັນຕົ້ນ ຖືວ່າບ້ານເມືອງເກີດຄວາມເດືອດຮ້ອນ ບໍ່ສງົບ ຊາຕາບ້ານເມືອງຂາດ ຈຶ່ງມີພິທີເຮັດບຸນເບີກຊຳຮະ ຫລື ບູຊາເທວະດາອາຮັກ ລ້ຽງມະເຫສັກຫລັກເມືອງໃນຣະຫວ່າງເດືອນເຈັດ ຈະເປັນຂ້າງຂຶ້ນຫລືຂ້າງແຮມກໍໄດ້.
ພິທີທຳ:
ເຕົ້າໂຮມຊາວບ້ານ ພາກັນປຸກຜາມຂຶ້ນຢູ່ທີ່ກາງບ້ານຊຶ່ງເຮົາກະວ່າໃຫ້ເຄ່ິງບ້ານ ແລ້ວຈັດຫາແຮ່ຊາຍມາໄວ້ ແລະເຄື່ອງກິຍາບູຊາມີຕົ້ນກ້ວຍ, ຕົ້ນອ້ອຍ, ກະໂທງໜ້າງົວ, ຊໍ່ທຸງ, ຫອກດາບ, ທຽນວຽນຫົວຄ່າຄີງ ຂອງແຕ່ລະເຮືອນມາໂຮມກັນໄວ້ຢູ່ທີ່ຜາມນັ້ນແລ້ວ ເນັ່ງຝ້າຍມຸງຄຸນອ້ອມບ້ານ ນິມົນພຣະສັງຄະເຈົ້າ ມາສູດປຣິຕມຸງຄຸນ ເທດຊຳຮະ, ຕອນເຊົ້າມີການຖວາຍທານ ບິນທະບາດ ຈົບແລ້ວ ພຣະສົງສູດຊຳຮະ ສູດເບີກ ຫວ່ານແຮ່ ຫວ່ານຊາຍ ສາດນ້ຳມົນ ລົງຄາຖາໃສ່ກີບໄມ້ ເອົາໄປຫ້ອຍໄວ້ປະຊູບ້ານ ຫລື ທ່ອນໄມ້ໄຜ່ໄປຝັງໄວ້ປະຕູເຂົ້າບ້ານທັງແປດທິດປ້ອງກັນສນຽດຈັງໄຮຕ່າງໆ.
ເຫດແຫ່ງການກະທຳ
ເພື່ອເປັນການຂັບໄລ່ສນຽດຈັງໄຮໃຫ້ໜີອອກໄປຈາກບ້ານຊ່ອງເຮືອນຊານ ໃຫ້ມີຄວາມສິຣິສວັດດີ ເຮົາຈຶ່ງມີການສູດເບີກຊຳຮະ ມີເຣື່ອງເລົ່າໄວ້ໃນທັມມະບົດວ່າ ໃນກາລະຄັ້ງນຶ່ງຊາວເມືອງໄພສາລີ ເກີດມີຄວາມອຶດຢາກ ເພາະເກີດແຫ້ງແລ້ງຝົນບໍ່ຕົກ ຊາວເມືອງລົ້ມຕາຍເປັນອັນມາກ ອັນເນື່ອງມາຈາກຄວາມຫອດຫີວ ແລະໄດ້ເກີດໂຣກອະຫິວາຣະບາດໄປທົ່ວເມືອງ ໃນເມືອງນັ້ນ ເກື່ອນກາດເຕັມໄດ້ດ້ວຍຊາກສົບ ເມື່ອຊາວເມືອງທັງຫລາຍ ໄດ້ປະສົບຄວາມພິນາດຢ່າງໃຫຍ່ຫລວງນັ້ນແລ້ວຈຶ່ງໄດ້ໄປອາຣາທນາອົງພຣະພຸທເຈົ້າ ສະເດັດມາຣະງັບເຫດຮ້າຍນັ້ນ ພຣະພຸທອົງພ້ອມດ້ວຍພຣະສົງ 500 ອົງ ອອກຈາກເມືອງຣາຊຄຣຶ ໄປສູ່ເມືອງໄພສາລີໂດຍທາງເຮືອ ໄດ້ເຈັດມື້ຈຶ່ງໄປຮອດ ພໍພຣະອົງສະເດັດໄປເຖິງ ກໍເກີດຝົນຫ່າໃຫຍ່ຕົກລົງ ຈົນນ້ຳຖ້ວມແລະພັດເອົາຊາກສົບຜີຕາຍໄຫລອອກຈາກເມືອງໄປ , ຄັນແລ້ວພຣະອົງໄດ້ໃຫ້ພຣະອານົນຮຽນເອົາພຸທມົນແລ້ວນຳໄປສູດພາຍໃນກຳແພງເມືອງ ພຣະອານົນໄດ້ທຳຕາມດຳຣັດ ຖືເອົາໝໍ້ນ້ຳມົນ ໄປເສກເປົ່າຊິດໄປທົ່ວພຣະນະຄອນ ຕັ້ງແຕ່ນັ້ນມາຊາວເມືອງໄພສາລີ ຈຶ່ງມີຄວາມຢູ່ເຢັນເປັນສຸກ ປາສຈາກໂຣກໄພໄຂ້ເຈັບທຸກປະການຕລອດມາ, ຕໍ່ແຕ່ນັ້ນມາຊາວເມືອງທັງຫລາຍ ໄດ້ເຫັນການສູດພຸທມົນເປັນຂອງສັກສິດ ຈຶ່ງພາກັນເຮັດສືບຕໍ່ມາເທົ້າຮອດມື້ນີ້.
ລ້ຽງປູ່ຕາ:
ຄຳວ່າ ປູ່ຕາ ໝາຍເອົາປຸຣະຊົນຈຳພວກທີ່ລ່ວງລັບໄປແລ້ວ ຄືຕາຍໄປແລ້ວແຕ່ດົນນານ ເຮົານັບຖືດວງວິນຍານຈຳພວກນັ້ນວ່າ (ຜີ) ເຊັ່ນວ່າ ຜີພໍ່ ຜີແມ່ ຫລືຜູ້ທີ່ເຄີຍເຄົາຣົບນັບຖືມາ, ເຄີຍເປັນເຈົ້າພຍາມະຫາກະສັດ,ເຄີຍເປັນໃຫຍ່ໃນບ້ານ ຫລືທ້ອງຖິ່ນນັ້ນໆ.ຖືວ່າເປັນຜີອາຮັກ ມະເຫສັກ ຮັກສາບ້ານເມືອງຫລືເປັນຫລັກບ້ານ ຫລັກເມືອງ ຖ້າຢູ່ໃນເມືອງກໍຮຽກວ່າ ຜີເມືອງ.
ເມື່ອເຖິງຣະດູເດືອນຫົກ ເດືອນເຈັດ ຟ້າຝົນຕົກລ່ວງແລ້ວ ຊາວບ້ານ ຊາວເມືອງພາກັນຫ້າງຫາເຄື່ອງກິຍາບູຊາ ມີເຂົ້ານ້ຳໂພຊະນະອາຫານຕ່າງໆ ຊຶ່ງມີຢູ່ຕາມແຕ່ລະທ້ອງຖິ່ນ ທີ່ເຄີຍນັບຖືກັນມາເພື່ອມາລ້ຽງບວງສວງ ຜີປູ່ຕາມະເຫສັກຫລັກເມືອງຂອງໃຜລາວ ການລ້ຽງນັ້ນຊາວບ້ານແຕ່ງຕັ້ງໃຫ້ຜູ້ນຶ່ງເປັນເຖົ້າຈ້ຳ ຫລື ໝໍຈ້ຳ ຫລື ນາງທຽມ ບໍ່ມີໃຜມີສິດເຮັດໄດ້ເລີຍ ໃນສມັຍກ່ອນຖືວ່າ ການລ້ຽງຜີພໍ່ ຜີແມ່ ມະເຫສັກຫລັກເມືອງເປັນຂອງສຳຄັນ ຄື ກ່ອນຈະອອກໄປຮົບເຮວກັບຂ້າເສິກຕ້ອງເບີກພະລີລ້ຽງຜີເມືອງສາກ່ອນ ແລະ ໄຫວ້ວອນໃຫ້ໄປປົກປັກຮັກສາ.
ເພີ້ມເຕີມຈາກບຸນສຳຄັນໃນທາງພຣະພຸທສາສນາຂອງລາວ
ບຸນຊຳຮະ
ບຸນຊຳຮະນິຍົມທຳກັນໃນເດືອນເຈັດ ຈະເປັນຂ້າງຂຶ້ນຫລືຂ້າງແຮມກໍໄດ້. ການຊໍາຮະຄືການສະສາງ ລ້າງສິ່ງອັປມຸງຄຸນ ກຳຈັດ ປັດເປົ່າ ຂັບໄລ່ ຄວາມສະນຽດຈັງໄຮ ຕລອດເຖິງພູດຜີ ປີສາດ ຫລືສິ່ງຊົ່ວຮ້າຍໃຫ້ອອກໄປຈາກບ້ານ ອອກໄປຈາກເມືອງ. ວ່າກັນວ່າ ຍາມໃດທີ່ມີຂ້າເສີກມາຮາວີ ມີຜູ້ຮ້າຍອ້າຍໂຈນມາລັກມາປົ້ນ, ເສນາອາມາດເຂັ່ນຂ້າກັນ ແຍ່ງກັນເປັນໃຫຍ່, ຊ້າງມ້າ ງົວຄວາຍລົ້ມຕາຍ,ຫລືວ່າ ມີຜີຮ້າຍມາກວນ ເຮັດໃຫ້ເຈັບໃຫ້ປ່ວຍ ແລະຖືວ່າຊາຕາບ້ານເມືອງເດືອດຮ້ອນ ຊາຕາບ້ານເມືອງຂາດ ຈຳຕ້ອງເຮັດບຸນຊໍາຮະນີ້ໃຫ້ຫາຍຈາກ ສັພພະພັຍທຸກປະການ ໂດຍມີການເຮັດບຸນ ຮັກສາສີລ ໃຫ້ທານເປັນຕົ້ນ.
ນອກຈາກທຳພິທີຊຳຮະແລ້ວ ຍັງຕ້ອງມີພິທີບູຊາສິ່ງສັກສິດຄູ່ບ້ານຄູ່ເມືອງ ເພື່ອໃຫ້ເກີດຄວາມເປັນສິຣິສວັສສະດີແກ່ຊາວບ້ານ ຊາວເມືອງແຫ່ງນັ້ນນຳອີກ ໂດຍ ການຈັດບຸນເບີກບ້ານ ໂດຍການຕັ້ງຜາມໃນບ້ານ ດ້ວຍການນຳຕົ້ນກ້ວຍ,ຕົ້ນອ້ອຍ, ກະໂທງໜ້າງົວ, ຊໍ່ທຸງ,ຫອກດາບ, ທຽນວຽນຫົວ ຄ່າຄີງ ຂອງຊາວບ້ານແຕ່ລະເຮືອນມາໂຮມກັນໄວ້ຢູ່ທີ່ຜາມແລ້ວ ແລ້ວກໍເນັ່ງ ຝ້າຍມຸງຄຸນອ້ອມບ້ານ ແລ້ວ ນິມົນ ພຣະສັງຄະເຈົ້າມາສູດປະຣິຕຕະມຸງຄຸນ ເທສຊຳຮະ ໃຫ້ເກີດຄວາມເປັນສິຣິມຸງຄຸນ.
ຕອນເຊົ້າມີການຖວາຍທານ ບິນທະບາດ ຈົບແລ້ວ ພຣະສົງສູດຊໍາຮະ ສູດເບີກ ຫວ່ານແຮ່ ຫວ່ານຊາຍ ສາດນໍ້ມົນ ລົງຄາຖາ ໃສ່ກີບໄມ້ ເອົາໄປຫ້ອຍໄວ້ປະຕູເຂົ້າບ້ານ ຫລື ທ່ອນໄມ້ໄຜ່ໄປຝັງໄວ້ອ້ອມບ້ານທັງແປດທິສ ເພື່ອປ້ອງກັນສນຽດຈັງໄຮຕ່າງໆ.
ມູນເຫດແລະຄວາມເປັນມາຂອງບຸນຊຳຮະມີເຣື່ອງເລົ່າໄວ້ໃນຄຳພີທັມມະບົດວ່າ
ຄັ້ງໜຶ່ງເມືອງໄພສາລີ ໄດ້ເກີດພາວະເຂົ້າຍາກ ໝາກແພງ ແລະຝົນແລ້ງ ຜູ້ຄົນ ຊ້າງ ມ້າ ງົວ ຄວາຍ ລົ້ມຕາຍເປັນອັນມາກ ແຖມຍັງເກີດ ອະຫິວາຕາກະໂຣຄ ລະບາດທົ່ວເມືອງ ເຮັດໃຫ້ທົ່ວທັງເມືອງ ມີຊາກສົພເປັນຈຳນວນຫຼວງຫຼາຍ ດັ່ງນັ້ນ ເຈົ້າເມືອງ ຜູ້ປົກຄອງໄດ້ໄປທູນອາຣາທະນານິມົນພຣະພຸທທະເຈົ້າ ເພື່ອມາປັດເປົ່າຫລື ຊຳຮະທຸກຂະພັຍໃນຄັ້ງນີ້.
ພຣະພຸທທະເຈົ້າໄດ້ສະເດັດຈາກເມືອງຣາຊະຄຣຶ ພ້ອມດ້ວຍພຣະສົງຄ໌ 500 ອົງຄ໌ ໂດຍມາທາງເຮືອ ໃຊ້ເວລາເດີນທາງເຖິງ ເຈັດ ວັນຈຶ່່ງເຖິງເມືອງໄພສາລີ. ພໍມາເຖິງເມືອງໄພສາລີ ກໍເກີດ ມີຝົນຫ່າໃຫຍ່ຕົກລົງຢ່າງໜັກ ຈົນນ້ຳຖ້ວມເມືອງສູງເຖິງຫົວເຂົ່າ ແລະ ນ້ຳກໍໄຫລພັດພາເອົາຊາກສົບຂອງຜູ້ຄົນ ແລະ ສັຕຕ່າງໆ ໄຫລລົງອອກສູ່ແມ່ນໍ້າໄປຈົນໝົດສິ້ນ.
ພຣະພຸທທະເຈົ້າຊົງສູຕນ້ຳ ພຣະພຸທທະມົນ ແລ້ວໃຫ້ພຣະອານົນໄປປະພຣົມທົ່ວເມືອງ ຈາກນັ້ນມາ ຊາວເມືອງກໍພາກັນຢູ່ເຢັນ ເປັນສຸກ ໂຣຄພັຍໄຂ້ເຈັບ ສິ່ງຊົ່ວຮ້າຍກໍສູນຫາຍໄປ.
ດ້ວຍອານຸພາບຂອງ ພຣະພຸທທະເຈົ້າແລະນໍ້າພຸທທະມົນນັ້ນເອງ ຄົນບູຮານຈຶ່ງຖືເປັນປະເພນີສືບມາຈົນຮອດເທົ້າທຸກວັນນີ້.
ບົດກອນກ່ຽວກັບບຸນຊຳຮະ
ຮີດໜຶ່ງນັ້ນ...
ພໍເມື່ອເດືອນເຈັດແລ້ວ ຈົ່ງພາກັນບູຊາຣາຊ
ຝູງໝູ່ເທພເຫລົ່ານັ້ນ ບູຊາແທ້ສູ່ພາຍ
ຕລອດໄປຮອດອ້າຍ ອາຮັກໃຫຍ່ມະເຫສັກ
ທັງຫຼັກເມືອງ ສູ່ຫົນບູຊາເຈົ້າ
ພາກັນເອົາໃຈຕັ້ງ ທຳຕາມຮີດເກົ່າ
ນິມົນສັງຄະເຈົ້າ ຊຳຮະແທ້ສູດມົນ
ໃຫ້ຝູງຄົນເມືອງນັ້ນ ທຳກັນຢ່າໄດ້ຫ່າງ
ສູດຊຳຮະເມືອງຢ່າຄ້າງ ຊິເສັຽເສົ້າຕ່ຳສູນ
ທຸກຊິໃຫ້ແລ່ນວຸ້ນໆ ມາໂຮມໃສ່ເຕັມເມືອງ
ມັນຊິເຄືອງຄ່າຂັດ ຕ່ຳລົງສູນເສົ້າ
ໃຫ້ເຈົ້າເຮັດຕາມນີ້ ແນວເຮົາຊິກ່າວ
ຈຶ່ງຊິສຸກຢູ່ສ້າງ ສວັນຟ້າເກິ່ງກັນ
ທຸກໝື່ນຮ້ອຍຊັ້ນ ບໍ່ມີວ່າມາພານ
ປານກັບເມືອງສວັນ ສຸກເກິ່ງກັນທຽມໄດ້.
8. ເດືອນແປດ ບຸນເຂົ້າພັນສາ
ເດືອນແປດ ບຸນເຂົ້າວັດສາ
ເມື່ອເຖິງຣະດູເດືອນແປດມາ ໃຫ້ນິມົນພຣະສັງຄະເຈົ້າ ເຂົ້າວັດສາແລະປ່າວເຕືອນຊາວບ້ານເອົາເຜີ້ງມາຕີທຽນເຫລັ້ມໃຫຍ່ ຖວາຍແກ່ ສັງຄະເຈົ້າໃນງານບຸນເຂົ້າວັດສາ ແລະ ຖວາຍເຂົ້ານ້ຳໂພຊນະອາຫານ ຟັງທັມມະເທສນາຕາມສັດທາ.
ບຸນເຂົ້າວັດສາ ໝາຍເຖິງການເຮັດບຸນໃນຍາມຝົນ ຫລື ຣະດູຝົນ ປີນຶ່ງມີເທື່ອນຶ່ງ ກຳນົດການເຮັດໃນກາງເດືອນແປດຂອງທຸກໆປີ ມີພຣະພຸທບັນຍັດໄວ້ວ່າ ທຸກປີໃດເມື່ອຍາມຝົນຕົກ ຫລືຣະດູຝົນມາເຖິງ ໃຫ້ພຣະພິກຂຸສົງເຂົ້າຢູ່ປະຈຳບ່ອນເປັນປົກກະຕິ ໂດຍບໍ່ທ່ຽວໄປແຮມມື້ແຮມຄືນ ໃນບ່ອນໃດບ່ອນນຶ່ງ ຕລອດເວລາສາມເດືອນ ເອີ້ນວ່າເຂົ້າວັດສາ ຕາມປົກກະຕິປີໃດເປັນປົກກະຕິມາດ ເຂົ້າວັດສາໃນແຮມຄ່ຳນຶ່ງ ເດືອນແປດປີໃດເປັນ ອະທິກະມາດຄືປີນັ້ນມີເດືອນແປດສອງເທື່ອ ເພິ່ນເຂົ້າວັດສາໃນວັນແຮມນຶ່ງຄ່ຳເດືອນແປດຫລັງ ເພາະພຣະພຸທບັນຍັດໄດ້ກຳນົດໄວ້ແນວນັ້ນ.
ເຫດແຫ່ງການທຳ
ມີເຣື່ອງກ່າວໄວ້ວ່າດັ່ງນີ້ ພຣະພິກຂຸສົງໃນສມັຍກ່ອນພາກັນທ່ຽວໄປສູ່ໝູ່ບ້ານ ໂດຍບໍ່ມີເວລາພັກຜ່ອນທັງ ສາມຣະດູຄື ຣະດູຮ້ອນນຶ່ງ, ຣະດູໜາວນຶ່ງ, ຣະດູຝົນນຶ່ງ, ໂດຍສະເພາະແມ່ນຍາມຣະດູຝົນ ພຣະພິກຂຸສົງ ແຕ່ຄາວນັ້ນພາກັນໄປທ່ຽວຢຽບຫຍ້າ, ຢຽບເຂົ້າກ້າຄັນນາຂອງປະຊາຊົນໃຫ້ເສັຽຫາຍ ແລະ ສັດໃຫຍ່ສັດນ້ອຍໃຫ້ຕາຍໄປ. ເມື່ອເປັນດັ່ງນັ້ນພຣະພຸທອົງ ຈຶ່ງຊົງດຳຣິລະນຶກເຖິງພຣະພຸທເຈົ້າອົງກ່ອນໆໄດ້ຊາບວ່າມີການຊົງອະນຸຍາດໃຫ້ເຂົ້າຈຳວັດສາ ພຣະອົງຈຶ່ງຊົງອະນຸຍາດ ໃຫ້ພຣະພິກຂຸສົງເຂົ້າຈຳວັດສາຕາມພຸທປະເພນີ ປີນຶ່ງມີສາມເດືອນ ໃນຍາມຣະດູຝົນ ໂດຍບໍ່ໃຫ້ໄປແຮມຄືນໃນບ່ອນອື່ນ ເວັ້ນເສັຽແຕ່ມີກິດຈຳເປັນ ເປັນຕົ້ນວ່າ ພຣະອຸປັດຊາຈານແລະບິດາມານດາເຈັບປ່ວຍ ໄປເພື່ອຮັກສາພຍາບານໄດ້ ແຕ່ໃຫ້ກັບຄືນມາໃຫ້ທັນພາຍໃນເຈັດວັນ ຖ້າວມາບໍ່ທັນຖືວ່າວັດສາຂາດໃນປີນັ້ນ.
ວັນເຂົ້າວັດສາ ເປັນວັນສຳຄັນໃນທາງພຣະພຸທສາສນາ ປີນຶ່ງມີເທື່ອນຶ່ງ ແລະ ມີກຳນົດສາມເດືອນຫລື ນຶ່ງໄຕຣມາດ.ເພື່ອໃຫ້ບັນພະຊິດແລະ
ຄະລຶຫັດອຸປາສົກ,ອຸປາສິກາແລະເຍົາວະຊົນ ຜູ້ມີຈິດສັດທາໄດ້ພ່ຳເພັງສິນທານ, ພາວະນາແລະຖວາຍທານໃຫ້ບໍຣິສຸດເຕັມໄຕຣມາດສາມເດືອນເພື່ອປໂຍດຕົນ,ປໂຍດຜູ້ອື່ນ,ແລະເພື່ອເພິ່ມພູນບຸນກຸສົນ ຈະຣິຍະສັມມາປະຕິບັດໃຫ້ເຕັມປ່ຽມ ມີການຖວາຍຜ້າອາບນ້ຳຝົນ ແລະ ຜ້າໄຕຣຈີວອນເປັນຕົ້ນ.
ຜ້າອາບນ້ຳຝົນ ຄືຜ້າທີ່ຖວາຍໃຫ້ພຣະພິກຂຸສົງ ນຸ່ງອາບນ້ຳຍາມຝົນ ເອີ້ນວ່າຜ້າອາບນ້ຳຝົນ, ພຣະພິກຂຸ ສແວງຫາໄດ້ ນັບແຕ່ວັນແຮມ 1 ຄ່ຳເດືອນ 7 ຈົນເຖິງກາງເດືອນ 8. ພວກອຸປາສົກ, ອຸປາສິກາແລະເຍົາວະຊົນ ຜູ້ມີຈິດສັດທາຈະຖວາຍກໍໄດ້ ໃນຣະຫວ່າງນັ້ນ ແຕ່ສ່ວນຫລາຍນິຍົມຖວາຍໃນມື້ເພັງເດືອນ 8ຂອງທຸກໆປີ.
ຜ້າອາບນ້ຳຝົນ ມີເຣື່ອງກ່າວໄວ້ວ່າດັ່ງນີ້ ໃນສມັຍກ່ອນພຣະພຸທເຈົ້າ ໄດ້ຊົງອະນຸຍາດໃຫ້ພຣະພິກຂຸສົງ ຖືຜ້າພຽງແຕ່ 3ຜືນທໍ່ນັ້ນ ຄືຜ້າສັງຄານຶ່ງ, ຜ້າຄຸມນຶ່ງ, ຜ້ານຸ່ງນຶ່ງ, ຄັນເຖິງຍາມຣະດູຝົນມາ ເວລາຈະອາບນໍ້າ ພຣະພິກສົງບາງຕົນ ບໍ່ມີຜ້າຈະນຸ່ງອາບນໍ້າ, ຈຶ່ງເປືອຍກາຍອາບນໍ້າ. ມື້ນຶ່ງກຳລັງຝົນຕົກຢູ່ ນາງວິສາຂາ ໄດ້ບອກໃຫ້ສາວໃຊ້ໄປວັດ ເພື່ອກິດບາງຢ່າງ ສາວໃຊ້ຂອງນາງໄດ້ເຫັນພຣະພິກຂຸສົງບາງຕົນ ເປືອຍກາຍອາບນ້ຳຝົນຢູ່ຈຶ່ງກັບຄືນ ເມືອບອກໃຫ້ນາງວິສາຂາໃຫ້ຊາບ ຄັນນາງໄດ້ຊາບເຫດການດັ່ງນັ້ນແລ້ວ ນາງຈຶ່ງມີຄວາມໂສມະນັດສັດທາ ຂໍກາບທູນຖວາຍຜ້າອາບນ້ຳຝົນແກ່ພຣະພິກຂຸສົງເຫລົ່ານັ້ນ ດ້ວຍເຫດທີ່ກ່າວມານີ້ ພຣະພຸທເຈົ້າ ຈຶ່ງໄດ້ຊົງພຣະອະນຸຍາດໃຫ້ມີເຂດກຳນົດໃນການສແວງຫາຜ້າອາບນ້ຳຝົນແລະຖືເປັນປະເພນີສືບມາຮອດທຸກມື້ນີ້.
ໃກ້ຈະຮອດມື້ເຂົ້າວັດສາພຣະພິກຂຸສົງສາມະເນນ ພາກັນຈັດເຮັດຄວາມສະອາດພາຍໃນບໍຣິເວນວັດແລະສ້ອມແປງສະຖານທີ່ ບ່ອນທີ່ເປ່ເພ ມີສິມເປັນຕົ້ນແລະຈັດຫ້າງຫາເຄື່ອງປູ ມີສາດ ອາສນະໄວ້ພ້ອມ.
ພໍເຖິງວັນຂຶ້ນ 15ຄ່ຳ ເດືອນ 8ຕອນເຊົ້າ ເວລາປະມານ 7 ໂມງພໍດີ ພວກອຸປາສົກ, ອຸປາສິກາແລະເຍົາວະຊົນທັງຫລາຍພາກັນໄປສູ່ວັດ ເພື່ອໄຫວ້ພຣະ ສະມາທານສີລຫ້າ,ສິລແປດ ຫລືສິນອຸໂປສົດ ຖວາຍທານບິນທະບາດແລະ ຟັງພຣະທັມມະເທສນາຕາມສັດທາພໍສົມຄວນ. ຕອນແລງຂອງມື້ດຽວກັນນັ້ນ ເວລາ 7 ໂມງແລງ ພຣະພິກຂຸສົງສາມະເນນຈັດຫາເຄື່ອງສັກກາຣະບູຊາ ມີດອກໄມ້ທູບທຽນໃສ່ຂັນໄປສົມມາຄາຣະວະພຣະພຸທຮູບ ນຳເອົາເຄື່ອງສັກກາຣະບູຊາຕັ້ງໄວ້ຂ້າງໜ້າພຣະພິກຂຸສົງສາມະເນນ ພ້ອມກັນນັ່ງຄູ້ເຂົ່າ ປະນົມມືນົບ ວ່າຄຳສົມມາຄາຣະວະພຣະພຸທຮູບຕໍ່ໄປ.
ພຣະພິກຂຸສົງເຂົ້າວັດສາໃນມື້ແຮມນຶ່ງຄ່ຳ ເດືອນແປດ ຫລັງຈາກໄຫວ້ພຣະສູດມົນຈົບລົງແລ້ວ ພຣະພິກຂຸສົງສາມະເນນກໍສົມມາຄາຣະວະ ພຣະເຖຣານຸເຖຣະຕາມລຳດັບວັດສາ ພຣະສົງອົງຈະຢູ່ຈຳວັດສາໃນອາວາດນັ້ນໆກໍພາກັນວ່າຄຳເຂົ້າວັດສາຕາມລຳດັບວັດສາໄປເທື່ອລະອົງ ອົງລະສາມເທື່ອ ຈົນຄົບໝົດທຸກອົງ.
ຄຳຖວາຍຜ້າຈຳນຳພັນສາ
ອິມານິ ມະຍັງ ພັນເຕ ວັດສາວາສິກະຈີວະຣານິ ສະປະຣິວາຣານິ ພິກຂຸສັງຄັສສະ ໂອໂນຊະຍາມະ ສາທຸ ໂນ ພັນເຕ ພິກຂຸສັງໂຄ ອິມານິ ວັດສາວາສິກະຈີວະຣານິ ສະປະຣິວາຣານິ ປະຕິກຄັນຫາຕຸ ອັມຫາກັງ ທີຄະຣັຕຕັງ ຫິຕາຍະ ສຸຂາຍະ
ຂ້າແຕ່ທ່ານຜູ້ຈະເຣີນ ພວກຂ້ານ້ອຍທັງຫລາຍ ຂໍນ້ອມຖວາຍ ຜ້າຈຳນຳພັນສາ ກັບທັງ ເຄື່ອງບໍຣິວາຣ ທັງຫລາຍເຫລົ່ານີ້ ແກ່ ພຣະພິກຂຸສົງຄ໌ ຂໍ ພຣະພິກຂຸສົງຄ໌ ຈົ່ງຮັບ ຜ້າຈຳນຳພັນສາ ກັບທັງ ເຄື່ອງບໍຣິວາຣທັງຫລາຍເຫລົ່ານີ້ ຂອງພວກຂ້ານ້ອຍ ທັງຫລາຍ ເພື່ອປໂຍດແລະຄວາມສຸກ ແກ່ພວກຂ້ານ້ອຍທັງຫລາຍ ສິ້ນກາລນານເທີ້ນ ຯ
ຄຳຖວາຍທຽນພັນສາ
ອິມານິ ມະຍັງ ພັນເຕ ວັສສິກະປະທີປານິ ສະປະຣິວາຣານິ ເຕມາສັງ ພຸທທັສສະ ປູຊະນັດຖາຍະ ອິມັສມິງ ອາວາເສ ນີຍາເທມະ ສາທຸ ໂນ ພັນເຕ
ອະຍັງ ເຕມາສັງ ວັສສິກະປະທີປານັງ ທານັສສະ ອະນິສັງໂສ ອັມຫາກັນເຈວະ ທີຄະຣັຕຕັງ ຫິຕາຍະ ສຸຂາຍະ ນິພພານາຈະ ຯ
ຂ້າແຕ່ທ່ານຜູ້ຈະເຣີນ ພວກຂ້ານ້ອຍທັງຫລາຍ ຂໍນ້ອມຖວາຍທຽນພັນສາ ພ້ອມດ້ວຍເຄື່ອງບໍຣິວາຣທັງຫລາຍເຫລົ່ານີ້ ໄວ້ໃນອາວາສແຫ່ງນີ້ ເພື່ອເປັນພຸທບູຊາຕລອດພັນສາ
ຂໍອະນິສົງແຫ່ງການຖວາຍທຽນພັນສາຕລອດພັນສານີ້ ຈົ່ງເປັນໄປເພື່ອປໂຍດ ເພື່ອຄວາມສຸກ ເພື່ອມັຄຜົນນິພພານແກ່ພວກຂ້ານ້ອຍທັງຫລາຍ ຕລອດກາລນານເທີ້ນ ຯ
ເພີ້ມເຕີມຈາກບຸນສຳຄັນໃນທາງພຣະພຸທສາສນາຂອງລາວ
ບຸນເຂົ້າພັນສາ
ວັນເຂົ້າພັນສາເປັນວັນສຳຄັນໃນທາງພຣະພຸທສາສນາວັນນຶ່ງ ທີ່ປີນຶ່ງມີເທື່ອນຶ່ງ ແລະ ມີກຳນົດສາມເດືອນ ຫລື ນຶ່ງໄຕຣມາດ ເພື່ອໃຫ້ບັນພະຊິດແລະຄະຣຶຫັດອຸປາສົກ,ອຸປາສິກາ,ເຍົາວະຊົນ ຜູ້ມີຈິດສັທທາໄດ້ພໍ່າເພັງສີລທານ,ພາວະນາແລະຖວາຍທານ ໃຫ້ບໍລິສຸດເຕັມໄຕຣມາດສາມເດືອນ ເພື່ອປໂຍດຕົນ,ປໂຍດຜູ້ອື່ນ ແລະເພື່ອເພິ່ມພູນບຸນກຸສົນ ຈະຣິຍະສັມມາປະຕິບັດໃຫ້ ເຕັມປ່ຽມ ມີການຖວາຍຜ້ານໍ້າຝົນແລະຜ້າໄຕຣຈີວອນເປັນຕົ້ນ.
ໃນຣະຍະຍາມເຂົ້າພັນສານີ້ພຣະສົງຄ໌ຈະອະທິຖານວ່າຈະປະຈຳຢູ່ທີ່ໃດທີ່ນຶ່ງຕລອດຣະດູຝົນທີ່ມີກຳນົດຣະຍະເວລາ ສາມເດືອນ ຕາມທີ່ພຣະທັມວິນັຍ ບັນຍັດໄວ້ ໂດຍບໍ່ໄປຄ້າງແຮມທີ່ອື່ນ ໂດຍນັບຕັ້ງແຕ່ ວັນແຮມ 1 ຄໍ່າ ເດືອນແປດຂອງທຸກປີເຖິງວັນຂຶ້ນ 15 ຄໍ່າເດືອນ11(ຖ້າປີນັ້ນມີເດືອນແປດສອງຫົນ ກໍຈະນັບເດືອນແປດຫລັງໄປ)
ໃນສມັຍຕົ້ນພຸທທະກາລ ພຣະພຸທທະເຈົ້າບໍ່ໄດ້ວາງລະບຽບ ເຣື່ອງການເຂົ້າພັນສາໄວ້ ແຕ່ການເຂົ້າພັນສານັ້ນເປັນສິ່ງທີ່ ພຣະພຸທອົງຄ໌ ແລະພຣະສົງຄ໌ສາວົກໄດ້ປະຕິບັດກັນມາໂດຍຕລອດ ໂດຍຈະພັກການຈາຣິກ ບໍ່ໄດ້ອອກໄປຂ້າງນອກ ເພາະຢູ່ໃນ ຊ່ວງຣະດູຝົນນັ້ນ ການສັນຈອນໄປມາກໍຫຍຸ້ງຍາກແລະລຳບາກ. ໃນຕົ້ນພຸທທະກາລນັ້ນ ມີພຣະສົງຈຳນວນນ້ອຍ ແລະສ່ວນ ໃຫຍ່ ຈະເປັນພຣະອະຣິຍະບຸກຄົນ ຈຶ່ງຮູ້ດີວ່າສິ່ງໃດຄວນຫລືບໍ່ຄວນທຳ.
ຕໍ່ມາມີພຣະສົງຫລາຍຂຶ້ນຈຶ່ງມີກຸ່ມພຣະສົງພາກັນອອກເດີນທາງເຜີຍແຜ່ພຣະພຸທທະສາສນາໃນທີ່ຕ່າງໆ ຫລື ໄປສແວງບຸນ ຕາມເຂດຊົນນະບົດທົ່ວໄປ ໂດຍສະເພາະຍາມຝົນນັ້ນ ຕ່າງກໍຈະຢຽບຫຍ້າ,ຕົ້ນກ້າ ຂອງປະຊາຊົນເສັຽຫາຍ ຫລື ແມ້ນແຕ່ ສັຕນ້ອຍ ສັຕໃຫຍ່ອາດຈະຖືກຢຽບຕາຍໄປ ຊຶ່ງເປັນເຫດໃຫ້ຊາວບ້ານເດືອດຮ້ອນແລະ ພາກັນໄປຟ້ອງພຣະພຸທທະເຈົ້າ. ເມື່ອພຣະພຸທທະອົງຊາບດັ່ງນັ້ນ ຈຶ່ງໄດ້ວາງລະບຽບໃຫ້ພິກຂຸ ຕ້ອງປະຈຳຢູ່ທີ່ໃດທີ່ນຶ່ງເປັນເວລາສາມເດືອນໂດຍ ຈະບໍ່ໄປຄ້າງແຮມ ທີ່ອື່ນ ເວັ້ນແຕ່ຈະຖືສັຕຕາຫະ ຕາມພຸທທະບັນຍັດ.
ການເຂົ້າພັນສາຂອງພຣະສົງຄ໌ຕາມພຣະວິນັຍປິດົກ
ຕາມພຣະວິນັຍ ພຣະສົງຄ໌ຮູປໃດບໍ່ເຂົ້າຈຳພັນສາຢູ່ແຫ່ງໃດແຫ່ງນຶ່ງນັ້ນ ຖືວ່າຕ້ອງອາບັດທຸກກົດ ແລະ ພຣະສົງຄ໌ ທີ່ອະທິຖານ ຮັບຄຳເຂົ້າພັນສາແລ້ວ ຈະໄປຄ້າງແຮມບ່ອນອື່ນບໍ່ໄດ້ ແຕ່ຖ້າຫາກເດີນທາງອອກໄປແລ້ວແລະບໍ່ສາມາດກັບມາໃນເວລາທີ່ກຳນົດ ຄື ກ່ອນຮຸ່ງສວ່າງ ກໍຈະຖືວ່າພຣະພິກຂຸຮູປນັ້ນ ''ຂາດພັນສາ'' ແລະຕ້ອງອາບັດທຸກກົດເພາະຮັບຄຳນັ້ນ ຮວມທັ້ງພຣະສົງຄ໌ຮູປນັ້ນ ຈະບໍ່ໄດ້ຮັບອານິສົງພັນສາ, ບໍ່ໄດ້ອານິສົງກະຖິນຕາມພຣະວິນັຍ ແລະ ຍັງຫ້າມບໍ່ໃຫ້ນັບພັນສາທີ່ຂາດນັ້ນອີກດ້ວຍ. ແຕ່ກໍມີຂໍ້ຍົກເວັ້ນໄວ້ເຊັ່ນກັນ ເຊັ່ນ ໃນກໍຣະນີ
1. ພຣະອຸປັດຊາຈານ ແລະ ບິດາມານດາເຈັບໄຂ້ໄດ້ປ່ວຍ ຈຳຕ້ອງໄປດູແລຮັກສາ,
2.ພຣະພິກຂຸຢາກຈະສິກ ໄປເພື່ອຣະງັບ,
3. ມີກິຈສົງຄ໌ເກີດຂຶ້ນເຊັ່ນ ສິມເປ່ເພ ໄປເພື່ອປະຕິສັງຂອນ,
4. ທາຍົກບຳເພັນກຸສົນ ນິິມົນໄປເພື່ອບຳຣຸງສັທທາ ແຕ່ຕ້ອງກັບມາພາຍໃນ 7 ວັນ ພັນສາຈຶ່ງຈະບໍ່ຂາດ ຫາກເກີນ 7 ວັນໄປ ກໍເປັນອັນວ່າພັນສາຂາດ (ຮັບຄຳອະທິຖານເຂົ້າພັນສາແຕ່ເຮັດບໍ່ໄດ້).
ໃນການອະທິຖານເຂົ້າພັນສາຢູ່ວັດໃດວັດນຶ່ງກໍດີ ຫາກມີເຫດຈຳເປັນ 5 ປະການດັ່ງຕໍ່ໄປນີ້ ພິກຂຸບໍ່ຕ້ອງອາບັດ ເຖິງແມ່ນວ່າ ຈະໄປຢູ່ທີ່ອື່ນກໍດີ ໄດ້ແກ່ :
1. ຖືກສັຕຮ້າຍລົບກວນ, ຖືກໂຈນປົ້ນ, ໄຟໄໝ້ວັດ ຫລື ນໍ້າຖ້ວມວັດ.
2. ຊາວບ້ານຖືກໂຈນປົ້ນ ອົພຍົບໄປບ່ອນອື່ນ ອະນຸຍາດໃຫ້ໄປກັບຊາວບ້ານ, ຫລືຊາວບ້ານແຕກເປັນສອງຝ່າຍ ໃຫ້ໄປກັບຝ່າຍ ທີ່ມີສັທທາເຫລື້ອມໃສ.
3. ຂາດແຄນອາຫານ ແລະ ຢາຮັກສາໂຣຄ
4. ມີຄົນເອົາເງິນມາລໍ້ ພຣະພຸທທະອົງຊົງອະນຸຍາດໃຫ້ໜີໄປໃຫ້ພົ້ນເສັຽ
5. ພິກຂຸສົງຄ໌ແຕກກັນຫລືມີຜູ້ພຍາຍາມເຮັດໃຫ້ພຣະພິກຂຸສົງຄ໌ໃນວັດແຕກກັນ ໃຫ້ໄປເພື່ອຫາທາງລະງັບເຫດນັ້ນໄດ້.
ວັນເຂົ້າພັນສາກຳໜົດເປັນ 2 ຣະຍະ ຄື ປຸຣິມພັນສາແລະປັຈສິມພັນສາ
1. ປຸຣິມພັນສາ ຄື ມື້ເຂົ້າພັນສາຕົ້ນ ກົງກັບວັນແຮມ 1 ຄໍ່າເດືອນ 8 ຂອງທຸກປີ ປະມານເດືອນກໍຣະກະດາ ແລະ ອອກພັນສາ ໃນວັນຂຶ້ນ 15 ຄໍ່າເດືອນ 11 ປະມານເດືອນຕຸລາ.
2. ປັຈສິມພັນສາ ຄື ມື້ເຂົ້າພັນສາຫລັງ ສຳລັບປີອະທິກະມາສ ຄື ມີເດືອນແປດສອງຫົນ ກົງກັບວັນແຮມ 1 ຄໍ່າເດືອນ 8 ຫລັງ ປະມານເດືອນກໍຣະກະດາ ແລະ ອອກພັນສາໃນວັນຂຶ້ນ 15 ຄໍ່າເດືອນ 11 ປະມານເດືອນຕຸລາ.
ວັນອາສາລະຫະບູຊາ
ວັນອາສາລະຫະບູຊາແລະອີກວັນນຶ່ງທີສຳຄັນກ່ອນວັນເຂົ້າພັນສານັ້ນແມ່ນວັນອາສາລະຫະບູຊາ. ຄຳວ່າ ອາສາລະຫະບູຊາ( Asalha Puja) ຫຍໍ່ມາຈາກ ອາສາລະຫະ ປູຣະນະມີບູຊາ ໝາຍເຖິງ ການບູຊາໃນມື້ເພັງເດືອນອາສາລະຫະ ອັນເປັນເດືອນທີ່ສີ່ຕາມ ປະຕິທິນຂອງປະເທດ ອິນເດັຽ ຊຶ່ງຕົງ ກັບມື້ ຂຶ້ນ 15 ຄໍ່າ ເດືອນແປດ ຕາມປະຕິທິນຈັນທະຣະຄະຕິ ຊຶ່ງຈະຕົກຢູ່ໃນເດືອນມິຖຸນາ ຫລື ເດືອນກໍຣະກະດາ ແຕ່ຖ້າປີໃດ ມີເດືອນແປດສອງຫົນ ກໍໃຫ້ເລື່ອນໄປເປັນວັນເພັງເດືອນ 8 ຫລັງແທນ.
ວັນອາສາລະຫະບູຊາ ເປັນວັນທີ່ສຳຄັນມື້ນຶ່ງໃນພຣະພຸທທະສາສນາ ທີ່ເກີດຂຶ້ນຫລັງຈາກທີ່ພຣະສັມມາສັມພຸທທະເຈົ້າຕຣັສຮູ້ ໃນມື້ເພັງ 15 ຄໍ່າເດືອນຫົກ ແລ້ວ ສອງເດືອນ ເພາະມີເຫດການສຳຄັນເກີດຂຶ້ນສາມປະການດັ່ງນີ້ ຄື:
1. ເປັນວັນທີ່ພຣະພຸທທະເຈົ້າປະກາດພຣະພຸທທະສາສນາເປັນຄັ້ງທຳອິດ ໂດຍການສະແດງປະຖົມມະເທສນາ ຄືສະແດງທັມ ເປັນຄັ້ງແຣກ ມີຊື່ວ່າ ທັມມະຈັກກັປປະວັຕຕະນະສູຕ ອັນເປັນອົງທັມແຫ່ງພຣະສັມມາສັມໂພທິຍານ ໂຜດປັນຈະວັກຄີທັ້ງຫ້າ ທີ່ປ່າ ອິສິປະຕະນະມັຄທາຍະວັນ ເມືອງພາຣານະສີ ແຄວ້ນມະຄົດ ຊື່ງມີໃຈຄວາມສຳຄັນ ກ່າວເຖິງອະຣິຍະສັຈສີ່ປະການ ໄດ້ແກ່ :
1.ທຸຂ ຄື ຄວາມລຳບາກ ຄວາມບໍ່ສະບາຍກາຍ ບໍ່ສະບາຍໃຈ,
2. ສະມຸທັຍ ຄື ເຫດທຳໃຫ້ເກີດທຸຂ,
3.ນິໂຣທ ຄື ຄວາມດັບທຸຂ, ແລະ
4. ມັຄ ຄື ຂໍ້ປະຕິບັດໃຫ້ເຖິງຄວາມດັບ ແຫ່ງທຸຂ .
2. ເປັນວັນທີ່ເກີດ ສັງຄະຣັຕນະ ຫລືເປັນວັນທີ່ເກີດ ພຣະອະຣິຍະສົງຄ໌ ສາວົກໃນພຣະພຸທທະສາສນາຂຶ້ນຄັ້ງແຣກໃນໂລກ ຄື ພຣະອັນຍາໂກນທັນຍະຊຶ່ງເມື່ອໄດ້ຮັບຟັງພຣະທັມມະເທສນາ ທັມມະຈັກກັປປະວັຕຕະນະສູຕແລ້ວ ໄດ້ບັນລຸທັມ ແລະໄດ້ຂໍບວດເປັນພິກຂຸ ຮູປທຳອິດ ໃນພຣະພຸທສາສນາ ຊຶ່ງພຣະພຸທທະອົງກໍ ຊົງອະນຸຍາດດ້ວຍວິທີ ເອຫິພິກຂຸສັມປະທາ.
3. ຈຶ່ງຖືວ່າວັນນີ້ເປັນວັນທຳອິດທີ່ບັງເກີດເປັນພຣະຣັຕນະຕຣັຍທີ່ສົມບຸນ ຄື ພຣະພຸທຣັຕນະ ພຣະທັມຣັຕນະ ພຣະສົງຄ໌ຣັຕນະ. ດ້ວຍເຫດນີ້ຈຶ່ງທຳໃຫ້ວັນນີ້ຮຽກວ່າ '' ວັນພຣະທັມ'' ຫລື ວັນພຣະທັມມະຈັກ ອັນໄດ້ແກ່ວັນທີ່ລໍ້ແຫ່ງພຣະທັມຂອງ ພຣະພຸທ ທະເຈົ້າ ໄດ້ໝູນໄປເປັນຄັ້ງແຣກ ແລະ '' ວັນພຣະສົງຄ໌'' ຄືວັນທີ່ມີພຣະສົງຄ໌ເກີດຂຶ້ນເປັນຄັ້ງແຣກອີກດ້ວຍ.
ຄຳຖວາຍດອກໄມ້ທູບທຽນໃນບຸນອາສາລະຫະບູຊາ
ກ່າວ ນະໂມສາມຈົບ
ຍະມັມຫະ ໂຂ ມະຍັງ ພະຄະວັນຕັງ ສະຣະນັງ ຄະຕາ ໂຍ ໂນ ພະຄະວາ ສັດຖາ ຍັສສະ ຈະ ມະຍັງ ພະຄະວະໂຕ ທັມມັງ ໂຣເຈມະ
ອະໂຫສິ ໂຂ ໂສ ພະຄະວາ ອະຣະຫັງ ສັມມາສັມພຸທໂທ ສັຕເຕສຸ ກາຣຸນຍັງ ປະຕິດຈະ ກະຣຸນາຍະໂກ ຫິເຕສີ
ອະນຸກັມປັງ ອຸປາທາຍະ ອາສາລະຫະປຸນນະມິຍັງ ພາຣານະສີຍັງ ອິສິປະຕະເນ ມິຄະທາເຍ ປັນຈະວັກຄີຍານັງ
ພິກຂູນັງ ອະນຸຕຕະຣັງ ທັມມະຈັກກັງ ປະຖະມັງ ປະວັຕເຕ ຕະວາ ຈັດຕາຣິ ອະຣິຍະສັຈຈານິ ປະກາເສສິ ຯ
ຕັສສະມິນຈະ ໂຂ ສະມະເຍ ປັນຈະວັຄຄີຍານັງ ພິກຂູນັງ ປະມຸໂຂ ອາຍັສສະມາ ອັນຍາໂກນທັນໂຍ ພະຄະວະໂຕ ທັມມັງ ສຸຕຕະວາ
ວິຣະຊັງ ວີຕະມະລັງ ທັມມະຈັກຂຸງ ປະຕິລະພິຕຕະວາ ຍັງກິນຈິ ສະມຸທະຍະທັມມັງ ສັພພັນຕັງ ນິໂຣທະທັມມັນຕິ ພະຄະວັນຕັງ
ອຸປະສັມປະທັງ ຍາຈິຕຕະວາ ພະຄະວະໂຕ ເຍວະ ສັນຕິກາ ເອຫິພິກຂຸ ອຸປະສັມປະທັງ
ປະຕິລະພິຕຕະວາ ພະຄະວະໂຕ ທັມມະວິນະເຍ ອະຣິຍະສາວະກະສັງໂຄ ໂລເກ ອຸປປັນໂນ ອະໂຫສິ ຯ
ຕັສສະມິນຈະ ໂຂ ສະມະເຍ ສັງຄະຣັຕຕະນັງ ໂລເກ ປະຖະມັງ ອຸປປັນໂນ ອະໂຫສິ
ພຸທທະຣັຕຕະນັງ ທັມມະຣັຕຕະນັງ ສັງຄະຣັຕຕະນັນຕິ ຕິຣະຕະນັງ ສັມປຸນນັງ ອະໂຫສິ ຯ
ມະຍັງໂຂ ເອຕະຣະຫິ ອິມັງ ອາສາລະຫະປຸນນະມີ ກາລັງ ຕັສສະ ພະຄະວະໂຕ ທັມມະກັປປະວັຕຕະນະກາລະສັມມະຕັງ
ອະຣິຍະສາວະກະສັງຄະ ອຸປປັຕຕິກາລະ ສັມມະຕັນຈະ ຣະຕະນັຕຕະຍະ ສັມປຸນນະກາລະສັມມະຕັນຈະ ປັຕວາ ອິມັງ ຖານັງ ສັມປັຕຕາ
ອິເມ ສັກກາເຣ ຄະເຫຕວາ ອັຕຕະໂນ ກາຍັງ ສັກກາຣຸປະທານັງ ກະຣິຕວາ ຕັສສະ ພະຄະວະໂຕ ຍະຖາພຸຈເຈ ຄຸເນ ອະນຸສສະຣັນຕາ
ອິມັງ ຖູປັງ (ອິມັງ ພຸທທະປະຕິມັງ) ຕິກຂັຕຕຸງ ປະທັກຂິນັງ ກະຣິສສາມະ ຍະຖາຄະຫິເຕຫິ ສັກກາເຣຫິ ປູຊັງ ກຸຣຸມານາ ຯ
ສາທຸ ໂນ ພັນເຕ ພະຄະວາ ສຸຈິຣະປະຣິນິພພູໂຕປິ ຍາຕັພເພຫິ ຄຸເນຫິ ອະຕີຕາຣັມມະນະຕາຍະ
ປັນຍາຍະມາໂນ ອິເມ ອັມເຫຫິ ຄະຫິເຕ ສັກກາເຣ ປະຕິກຄັນຫາຕຸ ອັມຫາກັງ ທີຄະຣະຕັງ ຫິຕາຍະ ສຸຂາຍະ ຯ
ຄຳແປ:
ເຮົາທັງຫລາຍ ເປັນຜູ້ເຖິງແລ້ວ ເຊິ່ງພຣະຜູ້ມີພຣະພາກເຈົ້າ ພຣະອົງໃດ ວ່າເປັນທີ່ເພິ່ງພຣະຜູ້ມີພຣະພາກເຈົ້າ ພຣະອົງໃດເປັນສາສດາຂອງເຮົາທັງຫລາຍ
ອັນນຶ່ງ ເຮົາທັງຫລາຍມັກໃນທັມຂອງພຣະຜູ້ມີພຣະພາກເຈົ້າພຣະອົງໃດ,ພຣະຜູ້ມີພຣະພາກເຈົ້າພຣະອົງນັ້ນ ເປັນພຣະອໍຣະຫັນ ຕັສຮູ້ຊອບເອງ ຊົງອາສັຍຄວາມກາຣຸນໃນສັດທັ້ງຫລາຍ
ຊົງພຣະກະຣຸນາສແວງຫາປໂຍດເກື້ອກູນ ຊົງອາສັຍຄວາມເອັນດູ ໄດ້ຍັງພຣະທັມມະຈັກອັນຍອດຍ້ຽມໃຫ້ເປັນໄປ ຊົງປະກາດອະຣິຍະສັດສີ່ ເປັນເທື່ອທຳອິດ ແກ່ພຣະພິກຂຸ ປັນຈະວັຄຄີ
ທີ່ປ່າ ອິສິປະຕະນະມະຣຶຄະທາຍະວັນ ໃກ້ເມືອງພາຣານະສີ ໃນວັນອາສາລະຫະປຸນນະມີ.
ໃນຕອນນັ້ນ ທ່ານອັນຍາໂກນທັນຍະ ຜູ້ເປັນຫົວໜ້າຂອງປັນຈະວັຄຄີທັງຫ້າ ໄດ້ຟັງທັມຂອງ ພຣະຜູ້ມີພຣະພາກເຈົ້າແລ້ວ ໄດ້ທັມມະຈັກຂຸອັນບໍຣິສຸດ ປາສຈາກມົນທິນວ່າ '' ສິ່ງໃດສິ່ງນຶ່ງ
ມີຄວາມເກີດຂຶ້ນເປັນທັມມະດາ ສິ່ງທັ້ງປວງນີ້ ມີຄວາມດັບເປັນທັມມະດາ'' ຈຶ່ງຂໍອຸປະສົມບົົດກັບພຣະຜູ້ມີພຣະພາກເຈົ້າ ໄດ້ຮັບອຸປສົມບົດດ້ວຍເອຫິພິກຂຸແລ້ວ
ຈາກສຳນັກຂອງພຣະຜູ້ມີພຣະພາກເຈົ້ານັ້ນແລ, ໄດ້ເປັນພຣະອະຣິຍະສົງສາວົກແລ້ວ ໃນທັມວິນັຍຂອງ ພຣະຜູ້ມີພຣະພາກເຈົ້າ ເກີດຂຶ້ນເປັນອົງທຳອິດໃນໂລກ.
ນອກນັ້ນ ໃນສມັຍນັ້ນ ພຣະສັງຄະຣັຕນະໄດ້ບັງເກີດຂຶ້ນເປັນຄັ້ງທຳອິດ ພຣະຣັຕນະໄຕຣ ຄື ພຣະພຸທຣັຕນະ ພຣະທັມມະຣັຕນະ ພຣະສັງຄະຣັຕນະ ໄດ້ສົມບູູນແລ້ວໃນໂລກ.
ບັດນີ້ ເຮົາທັງຫລາຍ ມາຮອດວັນອັນເປັນມຸງຄຸນພໍດີ ອາສາລະຫະປຸນນະມີ ວັນເພັງອາສາລະຫະມາດທີ່ຮູ້ພ້ອມກັນວ່າ ເປັນວັນທີ່ ພຣະຜູ້ມີພຣະພາກເຈົ້ານັ້ນ ຊົງປະກາດພຣະທັມມະຈັກ
ເປັນວັນທີ່ເກີດຂຶ້ນແຫ່ງ ພຣະອະຣິຍະສົງສາວົກ ແລະເປັນທີ່ພຣະຣັຕນະໄຕຣສົມບູນ ຄື ຄົບສາມຣັຕນະ ຈຶ່ງມາປະຊຸມພ້ອມກັນແລ້ວ ນະທີ່ນີ້ ຖືສັກກາຣະເຫລົ່ານີ້ ທຳກາຍຂອງຕົນໃຫ້ເປັນ
ດັ່ງພາຊະນະ ຮັບເຄື່ອງສັກກາຣະ ລະລຶກເຖິງພຣະຄຸນຕາມເປັນຈິງທັ້ງຫລາຍຂອງພຣະຜູ້ມີພຣະພາກເຈົ້ານັ້ນ ຈັກທຳປະທັກສິນສິ້ນວາຣະສາມຮອບ ຊຶ່ງພຣະສຖູບນີ້ ບູຊາຢູ່ດ້ວຍສັກກາຣະ
ອັນຖືໄວ້ແລ້ວຢ່າງນີ້.
ຂ້າແດ່ພຣະສົງຜູ້ຈະເຣີນ ຂໍພຣະຜູ້ມີພຣະພາກເຈົ້າ ແມ່ນວ່າສະເດັດປະຣິນິພພານມານານແລ້ວ ຍັງປາກົດຢູ່ດ້ວຍພຣະຄຸນສົມບັດ ອັນພວກຂ້ານ້ອຍທັ້ງຫລາຍ ຈະພຶງຮູ້ດ້ວຍຄວາມພິຈາຣະນາ
ຈົ່ງຊົງຮັບເຄື່ອງສັກກາຣະ ອັນພວກຂ້ານ້ອຍທັ້ງຫລາຍຖືໄວ້ແລ້ວນີ້ເຫລົ່ານີ້ ເພື່ອປໂຍດ ເພື່ອຄວາມສຸກ ແກ່ພວກຂ້ານ້ອຍທັ້ງຫລາຍ ສິ້ນກາລະນານເທີ້ນ.
ການປະຕິບັດໃນບຸນເຂົ້າພັນສາ
ໃກ້ຈະຮອດມື້ເຂົ້າພັນສາ (ອອກມາຈາກພາສາບາລີວ່າວັສສາ) ພຣະພິກຂຸສົງຄ໌ສາມະເນນ,ຊາວບ້ານກໍຈະພາກັນຈັດເຮັດ ຄວາມສະອາດພາຍໃນ ບໍຣິເວນວັດ ແລະ ສ້ອມແປງສະຖານທີ່
ບ່ອນທີ່ເປ່ເພ ມີສິມເປັນຕົ້ນ ແລະ ຈັດຫ້າງຫາເຄື່ອງປູ ມີສາດ ອາສນະໄວ້ພ້ອມ.
ເຖິງແມ່ນວ່າການເຂົ້າພັນສາຈະເປັນເຣື່ອງຂອງພິກຂຸ ແຕ່ພຸທສາສນິກະຊົນກໍຖືເປັນໂອກາດດີທີ່ຈະໄດ້ ເຮັດບຸນ ຮັກສາສີລ ແລະ ຊຳຮະຈິດໃຈໃຫ້ຜ່ອງໃສ ບາງຄົນກໍຕັ້ງໃຈງົດເວັ້ນເຫລົ້າ
ຫລື ອະບາຍຍະມຸກທັ້ງປວງ ເປັນຕົ້ນ .
ໃນມື້ເພັງເດືອນແປດທຸກປີ ຄື 15 ຄໍ່າ ເດືອນແປດ ຕອນເຊົ້າຊາວພຸທຈະນຳດອກໄມ້ທູປທຽນ ເຂົ້າປາອາຫານມາຕັກບາຕ ຖວາຍເພລທີ່ວັດ ມາໄຫວ້ພຣະ ສະມາທານສີລຫ້າ,ສີລແປດ ຫລື
ສີລອຸໂບສົດ.ຫລັງຈາກນັ້ນ ຈະນຳສະບົງ ຜ້າຈີວອນ ຜ້າອາບ ນໍ້າຝົນ ທຽນພັນສາແລະດອກໄມ້ທູປທຽນມາຖວາຍພຣະທີ່ວັດ ແລ້ວ ຮັບຟັງພຣະທັມມະເທສນາ.
ຕອນແລງມາຊາວພຸທກໍຈະນຳດອກໄມ້ທູປທຽນ ມາຮວມກັນທີ່ສາລາໂຮງທັມ ຮັບສີລແລ້ວວຽນທຽນຮອບພຣະອຸໂບສົດ ສາມຮອບ. ຫລັງຈາກວຽນທຽນແລ້ວ ພວກຜູ້ເຖົ້າຜູ້ແກ່ກໍເຂົ້າໄປ
ໂຮງທັມເພື່ອຮັບຟັງພຣະທັມມະເທສນາ.
ທາງຝ່າຍສົງກໍຈະມີການຈັດຫາເຄື່ອງສັກກາຣະບູຊາ ມີດອກໄມ້ ທູປທຽນໃສ່ຂັນໄປສົມມາຄາຣະວະພຣະພຸທຮູບ ນຳເຄື່ອງ ສັກກາຣະບູຊາຕັ້ງໄວ້ຂ້າງໜ້າພຣະພິກຂຸສາມະເນນ ພ້ອມກັນນັ່ງຄູ້ເຂົ່າ
ປະນົມມືນົບ ວ່າຄຳສົມມາຄາຣະວະພຣະພຸທຮູບຕໍ່ໄປ.
ໃນມື້ແຮມ 1 ຄໍ່າເດືອນແປດ, ຫລັງຈາກໄຫວ້ພຣະສູຕມົນແລ້ວ ພຣະພິກຂຸສົງຄ໌ສາມະເນນກໍສົມມາຄາຣະວະພຣະເຖຣານຸເຖຣະ ຕາມລຳດັບພັນສາ ພຣະສົງຄ໌ອົງຈະຢູ່ຈຳພັນສາ
ໃນອາວາດນັ້ນໆກໍພາກັນວ່າຄຳເຂົ້າພັນສາຕາມລຳດັບພັນສາໄປເທື່ອລະອົງ ອົງລະສາມເທື່ອ ຈົນຄົບໝົດທຸກອົງ.
ຮີດນຶ່ງນັ້ນ ພໍເຖິງເດືອນແປດໄດ້ ລ້ຳລ່ວງມາເຖິງ
ຝູງໝູ່ສັງໂຄຄຸນ ເຂົ້າວັດສາຈຳຈ້ອຍ
ເຮັດຕາມຮອຍຂອງເຈົ້າ ພຣະໂຄດົມທຳກ່ອນ
ບໍ່ທະລອນເລີກມ້າງ ທຳແທ້ສູ່ພາຍ
ແລ້ວຈົ່ງພາກັນຜ້າຍ ຫາຂອງໄປເທທອດ
ທຳທານໄປຢ່າໄດ້ຄ້ານ ເອົາໄວ້ໝູ່ບຸນ
ຊິເປັນຂອງໝູນເຈົ້າ ໄປເທິງອາກາດ
ສູ່ສວັນບໍ່ຮ້ອນ ດ້ວຍບຸນນີ້ສົ່ງໄປ
ເພິ່ນຈຶ່ງຕຣັສບອກໄວ້ ຮີດເກົ່າຄອງຫລັງ
ຟັງໃຫ້ດີມັນຄັກ ຢ່າໄລເດີເຈົ້າ
ຈົ່ງໃຫ້ພາກັນເຂົ້າ ທຳບຸນຕັກບາຕ
ຢ່າຂາດໄດ້ ໄປແທ້ຊູ່ຄົນ
ໂອກາດນີ້ ເພິ່ນໃຫ້ທ່ຽວຊອກຄົ້ນ
ຂຸດກົ່ນຂຸມບຸນ ເອົາທຸນໄປພາຍໜ້າເມື່ອຕາຍໄປແລ້ວ
ເປັນແນວນຳເຮົາຂຶ້ນ ບັນໄດທອງທຽວທ່ອງ
ຂຶ້ນສູ່ຫ້ອງ ຊັ້ນຟ້າສວັນພຸ້ນຢູ່ເຢັນ
ຝູງໝູ່ວິບາກເວັ້ນ ບໍ່ມີວ່າຊິມາພານ
ເນົາວິມານແສນສຸກ ທຸກຫາຍບໍ່ມາໃກ້.

9. ເດືອນເກົ້າ ບຸນຫໍ່ເຂົ້າປະດັບດິນ
ເຖິງຣະດູເດືອນເກົ້າດັບມາ ໃຫ້ເຮັດບຸນຫໍ່ເຂົ້າປະດັບດິນ. ບຸນຫໍ່ເຂົ້າປະດັບດິນໝາຍເຖິງການເຮັດບຸນອຸທິດສ່ວນບຸນສ່ວນກຸສົນສົ່ງໃຫ້ຍາຕທີ່ລ່ວງລັບໄປແລ້ວ ຊຶ່ງພວກເຮົາບໍ່ຮູ້ວ່າ ພວກຍາຕທີ່ລ່ວງລັບໄປແລ້ວນັ້ນ ດຽວນີ້ໄປພັກອາສັຍຢູ່ບ່ອນໃດ ກິນຢ່າງໃດ ຢູ່ແນວໃດ ໄດ້ເກີດດີເຖິງສຸກ ຫລື ຕົກທຸກໄດ້ຍາກພໍປານໃດ ພວກເຮົາກໍບໍ່ຊາບ, ພວກຍາຕທີ່ຢູ່ເບື້ອງຫລັງ ມີຄວາມຮ່ຳເພິງຄຶດຮອດຄຶດເຖິງ ຈຶ່ງໄດ້ພາກັນຫໍ່ເຂົ້າຕົ້ມ ເຂົ້າໜົມ ມີກ້ວຍອ້ອຍສ້ອຍປີ ເຄື່ອງສົ້ມຂອງຫວານ ຄຳໝາກກອກຢາ ປູປາອາຫານທຸກຢ່າງ ໂຮມກັນເຮັດບຸນອຸທິດສົ່ງໄປໃຫ້ ເພື່ອໃຫ້ໄດ້ໄປເກີດດີເຖິງສຸກ ຜູ້ທີ່ຕົກທຸກຂໍໃຫ້ພົ້ນຈາກທຸກ ຜູ້ທີ່ໄດ້ເຖິງສຸກແລ້ວ ຂໍໃຫ້ສຸກຍິ່ງໆຂຶ້ນໄປ ເຂົ້າຂອງເຫລົ່ານັ້ນ ສ່ວນນຶ່ງເອົາໄປຕັກບາດຖວາຍທານແດ່ພຣະສົງ, ສ່ວນນຶ່ງເອົາໄປຫ້ອຍແຂວນໄວ້ຕາມຕົ້ນໄມ້ ຫລື ວາງໄວ້ຕາມພຶ້ນດິນ ເອີ້ນວ່າ '' ເຮັດບຸນຫໍ່ເຂົ້າປະດັບດິນ " . ບຸນຫໍ່ເຂົ້າປະດັບດິນນີ້ ລາວເຮົານິຍົມນັບຖືເຮັດໃນວັນແຮມ 14 ຄ່ຳ ເດືອນ 9 ຂອງທຸກໆປີ ແລະ ໄດ້ນັບຖືເປັນປະເພນີສືບຕໍ່ມາເທົ້າຮອດທຸກມື້ນີ້.
ພິທີທຳ:
ດ້ວຍເຫດທີ່ກ່າວມາຂ້າງເທິງນີ້ ການເຮັດບຸນຫໍ່ເຂົ້າປະດັບດິນຈຶ່ງຖືວ່າ ເປັນການເຮັດບຸນອຸທິດໄປໃຫ້ຍາຕຜູ້ທີ່ເສັຽໄປແລ້ວນຶ່ງ, ເຮັດເພື່ອປໂຍດຕົນແລະຜູ້ອື່ນນຶ່ງ, ການທີ່ເອົາເຂົ້າຕົ້ມ ເຂົ້າໜົມແລະສິ່ງຂອງຕ່າງໆໄປຫ້ອຍແຂວນໄວ້ຕາມຕົ້ນໄມ້ ຫລື ວາງໄວ້ຕາມພື້ນດິນນັ້ນ ເຊື່ອວ່າເພື່ອໃຫ້ພວກຍາຕທີ່ຕາຍໄປແລ້ວນັ້ນ ໄດ້ພາກັນມາຮັບເອົາໄປດ້ວຍຄວາມສະດວກສະບາຍ ດັ່ງນັ້ນ ລາວເຮົາຈຶ່ງພາກັນນັບຖືເປັນປະເພນີສືບມາຮອດທຸກມື້ນີ້.ຄວາມຈິງເປັນດັ່ງນີ້ຄື ການເຮັດບຸນຫໍ່ເຂົ້າປະດັບດິນນີ້ເພິ່ນໄດ້ຫ້າງຫາເຄື່ອງທານຕ່າງໆເປັນຕົ້ນ ມີເຂົ້າຕົ້ມ ເຂົ້າໜົມ ອາຫານຫວານຄາວທຸກຢ່າງຕຽມໄວ້ລ່ວງໜ້າສອງສາມວັນ ກະວ່າໃຫ້ພໍກັບຄວາມຕ້ອງການ ຄືໃຫ້ແບ່ງອອກເປັນ 4 ສ່ວນ ເອົາໄປຕັກບາດຖວາຍທານສ່ວນນຶ່ງ, ແບ່ງໄວ້ກິນໃນຄອບຄົວສ່ວນນຶ່ງ, ແຈກຢາຍຍາຕພີ່ນ້ອງສ່ວນນຶ່ງ ແລະອຸທິດສົ່ງໄປໃຫ້ຍາຕທີ່ຕາຍໄປແລ້ວສ່ວນນຶ່ງ. ສ່ວນທີ່ເຈາະຈົງ ຄືສ່ວນທີ່ອຸທິດສົ່ງໄປໃຫ້ຍາດ ຜູ້ທີ່ລ່ວງລັບໄປແລ້ວນັ້ນ ໃຫ້ຈັດໄວ້ຕ່າງຫາກ ແລະນຳໄປອຸທິດຖວາຍທານສົ່ງໄປໃຫ້, ເອົາໄປວາງໄວ້ ຫລື ຫ້ອຍໄວ້ຕາມຕົ້ນໄມ້ແລະຕາມພື້ນດິນໃນທີ່ສົມຄວນ. (ພິທີໄຫວ້ພຣະຮັບສີລ ຖວາຍທານ ຟັງເທດ ກໍໃຫ້ເຮັດຕາມເຄີຍ).
ອັນນຶ່ງ ການທຳບຸນປະເພດນີ້ ຖືວ່າເປັນການລ້ຽງຮັບ ພວກຍາຕພີ່ນ້ອງທີ່ຍັງມີຊີວິດຢູ່ ແລະຜູ້ທີ່ລົ້ມຫາຍຕາຍໄປແລ້ວ.
ຕົ້ນເຫດແຫ່ງການກະທຳ
ມີເຣື່ອງກ່າວໄວ້ໃນທັມມະບົດວ່າດັ່ງນີ້ ຍາຕຂອງພຣະເຈົ້າພິມພິສານກິນຂອງສົງ ເມື່ອຕາຍໄປໄດ້ເກີດເປັນເຜດ ເວລາພຣະເຈົ້າພິມພິສານກິນຂອງສົງ ເມື່ອຕາຍໄປໄດ້ເກີດເປັນເຜດ ເວລາພຣະເຈົ້າພິມພິສານເຮັດບຸນຖວາຍທານແດ່ພຣະສົງ ມີພຣະພຸທເຈົ້າຊົງເປັນປະທານ ບໍ່ໄດ້ອຸທິດສ່ວນບຸນກຸສົນສົ່ງໄປໃຫ້ແກ່ຍາຕຜູ້ທີ່ຕາຍໄປນັ້ນ ຍາຕຜູ້ທີ່ຕາຍໄປເປັນເຜດຢູ່ນັ້ນ ບໍ່ໄດ້ຮັບຜົນບຸນຜົນທານຈັກເທື່ອ ຄອງຄອຍຖ້າວ່າຈະໄດ້ຮັບມື້ນັ້ນ ມື້ນີ້ກໍບໍ່ໄດ້ຮັບຈັກເທື່ອ ຈຶ່ງພາກັນມາຮ້ອງໄຫ້ ອັນມີສຽງດັງກ້ອງສະນັ່ນເປັນຕາຢ້ານກົວ ຢູ່ໃກ້ໆກັບພຣະຣາຊນິເວດໃນຄືນນັ້ນ ຄັນຕື່ນເຊົ້າມາມື້ໃໝ່ ພຣະເຈົ້າພິມພິສານໄດ້ສະເດັດໄປທູນຖາມພຣະພຸທເຈົ້າ, ພຣະພຸທເຈົ້າໄດ້ຊາບເຫດການວ່າ ຍາດຜູ້ທີ່ຕາຍໄປນັ້ນ ບໍ່ໄດ້ຮັບຜົນບຸນຜົນທານຈັກເທື່ອ, ພຣະອົງຈຶ່ງຖວາຍຈະຕຸປັດຈັຍໄທຍະທານ ອຸທິດສ່ວນບຸນກຸສົນ ຜົນທານສົ່ງໄປໃຫ້ຍາຕຜູ້ທີ່ຕາຍໄປເປັນເຜດຢູ່ນັ້ນ ກໍໄດ້ຮັບສ່ວນບຸນສ່ວນກຸສົນຜົນທານໃນວັນນັ້ນ.
ເພີ້ມເຕີມຈາກບຸນສຳຄັນໃນທາງພຣະພຸທສາສນາຂອງລາວ
ບຸນຫໍ່ເຂົ້າປະດັບດິນ
ເຖິງຣະດູເດືອນເກົ້າດັບຄື ແຮມ 14 ຄໍ່າເດືອນເກົ້າຂອງທຸກປີ ໃຫ້ເຮັດບຸນຫໍ່ເຂົ້າປະດັບດິນ ແລະໄດ້ນັບຖືເປັນປະເພນີຈົນຮອດ ທຸກມື້ນີ້.
ບຸນຫໍ່ເຂົ້າປະດັບດິນໝາຍເຖິງການເຮັດບຸນອຸທິດສ່ວນບຸນກຸສົນສົ່ງໄປໃຫ້ຍາດຜູ້ທີ່ລ່ວງລັບໄປແລ້ວ ໄປຢູ່ໃນພົບພູມອື່ນ ຊຶ່ງ ພວກຍາຕທີ່ຍັງມີຊີວິດຢູ່ນີ້ ມີຄວາມຮໍ່າເພີງແລະຄຶດຮອດຄຶດເຖິງວ່າ ຍາຕຂອງຕົນທີ່ລ່ວງລັບໄປນັ້ນ ໄປເກີດທີ່ດີເຖິງສຸກແລ້ວບໍ່ ຫລື ຕົກທຸກໄດ້ຍາກລຳບາກຫລາຍປານໃດ ດັ່ງນັ້ນ ພໍເຖິງບຸນຫໍ່ເຂົ້າປະດັບດິນວຽນມາເຖິງ ຈຶ່ງໄດ້ພາກັນຫໍ່ເຂົ້າຕົ້ມ ເຂົ້າໜົມ ມີກ້ວຍອ້ອຍສ້ອຍປີ ເຄື່ອງສົ້ມຂອງຫວານ ຄຳໝາກກອກຢາ ປູປາອາຫານທຸກຢ່າງ ຮວມກັນແລ້ວອຸທິດໄປໃຫ້ ຍາຕຂອງຕົນ ໃຫ້ໄດ້ໄປເກີດ ທີ່ດີເຖິງສຸກ ຜູ້ທີ່ຕົກທີ່ທຸກກໍຂໍໃຫ້ພົ້ນຈາກທຸກ ຜູ້ທີ່ໄດ້ສຸກແລ້ວ ກໍຂໍໃຫ້ສຸກຍິ່ງໆຂຶ້ນໄປ.
ເຂົ້າຂອງອາຫານຫວານຄາວເຫລົ່ານີ້ ຈະຕ້ອງໄດ້ຕຽມໄວ້ລ່ວງໜ້າກ່ອນວັນສອງວັນ ໂດຍຫໍ່ດ້ວຍໃບຕອງເປັນຫໍ່ໆ (ບາງເຂດກໍ ຮ້ອງວ່າເຂົ້າຫໍ່ໂປ້) ແລ້ວນຳໄປວາງໄວ້ຕາມຕ້າຍວັດ ສາລາໂຮງທັມ ຂ້າງວິຫານ ຫ້ອຍຕາມກົກໄມ້ ຫລືບໍ່ກໍວາງໄວ້ຕາມດິນ ເພິ່ນຈຶ່ງ ຮ້ອງວ່າເຂົ້າປະດັບດິນ.
ການຢາຍຫໍ່ເຂົ້ານີ້ຈະກະທຳກັນໃນຕອນເຊົ້າມືດ ເວລາ 3 ຫາ 4 ໂມງເຊົ້າຂອງມື້ວັນສິນດັບເດືອນເກົ້ານີ້ ເພາະພວກເຮົາມີ ຄວາມ ເຊື່ອ ສືບຕໍ່ກັນມາແຕ່ບູຮານນະການວ່າ ເປັນມື້ທີ່ປະຕູນາຮົກເປີດໃນຮອບປີ ຍົມພະບານຈະປ່ອຍໃຫ້ຜີນະຮົກອອກມາຢ້ຽມ ພີ່ນ້ອງໃນໂລກມະນຸດ . ສ່ວນມາກແລ້ວ ທຸກໆຄົນ ຈະຫໍ່ເຂົ້າຫລາຍກວ່າຈຳນວນຂອງຍາຕພີ່ນ້ອງທີ່ໄດ້ລ່ວງລັບໄປ ເພາະຈະຕ້ອງ ມີຈຳນວນນຶ່ງເຜື່ອຜີບໍ່ມີຍາຕ ຈະເປັນເຜດຫລື ພວກສັມພະເວສີ ກໍແລ້ວແຕ່ບຸນກັມນໍາແຕ່ງຂອງແຕ່ລະຕົນ. ການທຳບຸນເຂົ້າປະດັບດິນນີ້ ໃຫ້ເປັນຈາຄະເຈຕນາ ບໍ່ມີການຂີ້ຖີ່ ຫວງແຫນ ແມ້ນແຕ່ນົກກາ ໝູໝາ ທັງຫລາຍຈະອຸດົມສົມບູນ ໄດ້ກິນອີ່ມໜຳສຳລານກັນທັ້ງນັ້ນ ເພາະທຸກທີ່ຈະເຕັມໄປດ້ວຍເຂົ້າປະດັບດິນນັ້ນເອງ.
ພໍຮຸ່ງເຊົ້າ ທຸກຄອບຄົວກໍ ກະຕຽມຫຸງຫາເຂົ້າປາອາຫານໄປເຮັດບຸນທີ່ວັດ ຖວາຍຈະຕຸປັຈຈັຍ ເຄື່ອງໄທຍະທານຕ່າງໆ ຈາກນັ້ນພຣະສົງຄ໌ຈະສະແດງພຣະທັມມະເທສນາກ່ຽວກັບອານິສົງຂອງບຸນເຂົ້າປະດັບດິນແລະໃຫ້ພອນແກ່ຍາຕໂຍມ ແລະ ອຸທິສສ່ວນບຸນກຸສົນໄປໃຫ້ຍາຕິພີ່ນ້ອງ ທີ່ໄດ້ລ່ວງລັບໄປແລ້ວນັ້ນ.
ມູນເຫດແຫ່ງການເຮັດບຸນປະດັບດິນນີ້ເກີດຂຶ້ນຕາມຄວາມເຊື່ອ ຕາມນິທານທັມມະບົດ ໂດຍກ່າວເຖິງຍາຕຂອງ ພຣະເຈົ້າ ພິມພິສານ ທີ່ລັກເງິນວັດມາເປັນຂອງຕົນເອງ ລັກກິນຂອງທີ່ຈະຖວາຍແກ່ພຣະສົງຄ໌ ພໍຕາຍໄປແລ້ວໄດ້ໄປເກີດເປັນເຜດ ໃນນະຮົກ ຕລອດພຸທທັນດອນ ( " 5000ປີ " ຄືຊ່ວງເວລາທີ່ສາສນາຂອງພຣະພຸທທະເຈົ້າອົງນຶ່ງສູນສ້ຽງແລ້ວແລະພຣະ ພຸທທະເຈົ້າ ອົງໃໝ່ຍັງບໍ່ອຸບັຕ. ເໝືອນດັ່ງທູກວັນນີ້ ດັ່ງປີ 2563 ກໍກາຍເຄິ່ງພຸທທັນດອນມາແລ້ວ 63ປີ )
ເມື່ອພຣະເຈົ້າພິມພິສານຖວາຍທານແດ່ພຣະສະມະນະໂຄດົມພຸທທະເຈົ້າຄາວໃດ ກໍບໍ່ໄດ້ຢາດນໍ້າອຸທິສສ່ວນບຸນໄປໃຫ້ພວກຍາຕ ເຫລົ່ານັ້ນ ພໍຕົກກາງຄືນ ພວກເຜດທີ່ເປັນຍາຕຂອງພຣະອົງ ໄດ້ມາສົ່ງສຽງອັນໂຫຍຫວນໃກ້ໆພຣະຣາຊວັງ ທີ່ພຣະອົງປະທັບຢູ່ ໂດຍສະແດງກິຣິຍາແລະຮູບຮ່າງເປັນຕາຢ້ານກົວໃຫ້ພຣະເຈົ້າພິມພິສານໄດ້ເຫັນແລະໄດ້ຍິນ.
ພໍຮຸ່ງເຊົ້າພຣະອົງຈຶ່ງໄດ້ສະເດັດໄປຖາມພຣະພຸທທະເຈົ້າ ພຣະພຸທທະອົງຄ໌ຊົງເລົ່າເຖິງເຣື່ອງ ຄວາມເປັນມາຂອງຍາຕພຣະອົງທີ່ ລັກຂອງສົງຄ໌ ລັກໂລບຂອງວັດວາສາສນາ ແລະ ຕ້ອງທົນທຸກ ທໍລະມານເປັນເວລາອັນຍາວນານ ຕັ້ງແຕ່ຄັ້ງສາສນາຂອງ ພຣະ ກັສສະປະພຸທທະເຈົ້າ ຈົນມາ ເຖິງສາສນາຂອງ ພຣະໂຄດົມສັມມາສັມພຸທທະເຈົ້າ.
ຫລັງຈາກນັ້ນພຣະເຈົ້າພິມພິສານກໍຖວາຍທານອີກແລະອຸທິສສ່ວນບຸນກຸສົນໄປໃຫ້ ພວກຍາຕທີ່ຕາຍໄປແລ້ວໄດ້ຮັບສ່ວນບຸນ ເມື່ອໄດ້ຮັບກຸສົນແລ້ວ ຍາຕເຫລົ່ານັ້ນໄດ້ມາສະແດງຕົນໃຫ້ ພຣະເຈົ້າພິມພິສານ ເຫັນແລະຊາບວ່າ ທຸກທີ່ພວກເຂົາເຈົ້າໄດ້ຮັບນັ້ນ ໄດ້ເບົາບາງລົງຫລາຍແລ້ວ ເພາະການອຸທິສສ່ວນກຸສົນຂອງພຣະອົງນັ້ນເອງ.
ຂໍກ່າວເພິ່ມເຖິງອະນິສົງຂອງບຸນຫໍ່ເຂົ້າປະດັບດິນ
ສມັຍນຶ່ງມີທຸກຄະຕະເຂັນໃຈ ໄຮ້ຍາຕິພີ່ນ້ອງຄົນນຶ່ງ ອາສັຍພວກຊາວບ້ານລ້ຽງຊີບໄປແຕ່ລະມື້ ແຕ່ມີຈິດສັທທາເຫລື້ອມໃສໃນ ພຸທສາສນາເປັນຢ່າງຍິ່ງ ຄຶດຢາກຈະໃຫ້ທານສເມີ ແຕ່ກໍບໍ່ສາມາດທຳໄດ້ ເພາະບໍ່ມີສິ່ງໃດທີ່ຕົນພໍຈະໃຫ້ທານໄດ້.
ຢູ່ຕໍ່ມາວັນນຶ່ງ ຊາວບ້ານທຸກຄົນໄດ້ພາກັນໄປເຮັດບຸນ ເຂົ້າປະດັບດິນທີ່ວັດ ຕ່າງກໍນຳອາຫານໄປບິນທະບາຕ ໄປຖວາຍທານດ້ວຍ ໜ້າຕາທີ່ເບີກບານແລະແຈ່ມໃສ, ຊາຍຄົນນັ້ນກໍໄດ້ແຕ່ແນມເບິ່ງ ດ້ວຍຄວາມນ້ອຍໃຈແລະໂສກເສົ້າ ຈົນນໍ້າຕາໄຫລອອກມາ ໂດຍບໍ່ຮູ້ຕົວ ຂນະນັ້ນໄດ້ມີພຣະພິກຂຸຮູບນຶ່ງຍ່າງມາບິນທະບາຕແລະຢຸດໜ້າບ້ານຂອງທຸກຄະຕະພໍດີ ທຸກຄະຕະເລີຍເກີດສັທທາ ຢ່າງແຮງກ້າ ນຶກເຖິງກ້ອນເຂົ້າກ້ອນນຶ່ງທີ່ຕົນພໍຫາມາໄດ້ ຮີບນຳໄປຕັກບາຕແກ່ພິກຂຸອົງນັ້ນ ດ້ວຍຄວາມປິຕິຍິນດີ ຄວາມນ້ອຍໃຈເສັຽໃຈກໍຫາຍໄປສິ້ນ ແລ້ວ ອຸທິສສ່ວນກຸສົນທັ້ງຫລາຍໄປເຖິງບິດາມານດາແລະສັພສັຕທັ້ງຫລາຍເປັນຕົ້ນ.
ເວລານັ້ນຍົມພະບານໄດ້ປ່ອຍເປຕະຊົນຊຶ່ງເປັນຍາຕຂອງທຸກຄະຕະອອກມາສະແຫວງຫາ ອາຫານໃນໂລກມະນຸດ ພໍດີກັບການ ເຮັດບຸນຂອງທຸກຄະຕະທີ່ໄດ້ອຸທິສໄປໃຫ້ພວກຕົນ ຕ່າງກໍອະນຸໂມທະນາ ແລະ ອວຍໄຊໃຫ້ພອນໃຫ້ ທຸກຄະຕະ ມີແຕ່ຄວາມຈະເຣີນ ຮຸ່ງເຮືອງ ດ້ວຍຈະຕຸຣະພິທທະພອນຊັຍທັ້ງສີ່ປະການຄື ອາຍຸ ວັນນະ ສຸຂະ ພລະ ທຸກທິພາຣາຕຣີກາລ.
ທາງຝ່າຍພຣະຍາຍົມ ເມື່ອຮູ້ວ່າເປຕະຊົນເຫລົ່ານີ້ໄດ້ຮັບບຸນທີ່ ທຸກຄະຕະ ໄດ້ອຸທິສໄປຫາແລ້ວ ກໍປ່ອຍໃຫ້ພົ້ນຈາກກັມແລ້ວກໍ ໄປເກີດໃນເທວະສະຖານ ອັນເກີດມາຈາກບຸນບາຣະມີຂອງ ທຸກຄະຕະທີ່ສົ່ງໄປເຖິງ.
ນັບແຕ່ວັນນັ້ນເປັນຕົ້ນມາ ທຸກຄະຕະກໍທໍາມາຄ້າຂື້ນ ນັບມື້ກໍນັບຈະເຣີນຮຸ່ງເຮືອງ ມີເງິນຄຳກຳແກ້ວເປັນທະວີຄູນ ແລະ ກໍໄດ້ ເຮັດບຸນທຳທານ ຮັກສາສີລ ຈະເຣີນເມຕຕາພາວະນາ ເປັນເນື່ອງນິຈ ຈົນເທົ້າສິ້ນອາຍຸຂັຍ ກໍໄດ້ໄປເກີດໃນສວັນເປັນ ເທວະບຸຕ ມີນາງເທວະດາແວດລ້ອມເປັນຍົສບໍລິວານ ແລະຍາຕທີ່ມາບັງເກີດໃນເທວະໂລກກ່ອນໜ້ານີ້ ພໍໄດ້ຊາບຂ່າວ ຕ່າງກໍພາກັນນຳ ເຄື່ອງມາສັກກາຣະບູຊາເທພບຸຕອົງນັ້ນ.
ຄຳຖວາຍເຂົ້າປະດັບດິນ
ອິມານິ ມະຍັງ ພັນເຕ ພິກຂະມັຕຕິກະພັຕຕານິ ສະປະຣິວາຣານິ ພິກຂຸສັງຄັສສະ ໂອໂນຊະຍາມະ ສາທຸ ໂນ ພັນເຕ ພິກຂຸສັງໂຄ ອິມານິ ພິກຂະມັຕຕິກະ ພັຕຕານິ ສະປະຣິວາຣານິ ປະຕິກຄັນຫາຕຸ ອັມຫາກັນເຈວະ ມາຕາປິຕຸ ອາທິນັນຈະ ຍາຕະການັງ ກາລະກະຕານັງ ທີຄະຣັຕຕັງ ຫິຕາຍະ ສຸຂາຍະ
ຂ້າແຕ່ພຣະສົງຄ໌ຜູ້ຈະເຣີນ ພວກຂ້ານ້ອຍທັງຫລາຍ ຂໍນ້ອມຖວາຍ ເຂົ້າປະດັບດິນ ແລະ ພັຕຕາຫານ ກັບທັງ ເຄື່ອງບໍຣິວາຣ ທັງຫລາຍເຫລົ່ານີ້ ແກ່ພຣະພິກຂຸສົງຄ໌ ຂໍ ພຣະພິກຂຸສົງຄ໌ ຈົ່ງຮັບເຊິ່ງເຂົ້າປະດັບດິນແລະພັຕຕາຫານ ກັບທັງ ເຄື່ອງບໍຣິວາຣ ທັງຫລາຍເຫລົ່ານີ້ ຂອງ ພວກຂ້ານ້ອຍ ທັງຫລາຍເພື່ອປໂຍດແລະຄວາມສຸກ ຂອງພວກ ຂ້ານ້ອຍທັງຫລາຍ ແລະແກ່ ຍາຕຂອງ ພວກຂ້ານ້ອຍ ຜູ້ລ່ວງລັບດັບຂັນ ໄປສູ່ປໍຣະໂລກແລ້ວນັ້ນ ໝາຍມີບິດາມານດາ ປູ່ຍ່າຕາຍາຍ ຍາຕິກະວົງສາ ຄຣູອຸປັຊຊາຈາຣ ເປັນຕົ້ນ ຕລອດກາລນານເທີ້ນ ຯ

10. ເດືອນສິບ ບຸນຫໍ່ເຂົ້າສລາກ
ເຖິງຣະດູເດືອນສິບເພັງມາ ໃຫ້ທຳບຸນຫໍ່ເຂົ້າສລາກ.
ຄຳວ່າສລາກ ໄດ້ແກ່ເຄື່ອງໝາຍທີ່ໃຊ້ແທນສິ່ງຂອງຫລາຍຢ່າງແລ້ວແຕ່ຈະຈັດຂຶ້ນ ການເຮັດບຸນຫໍ່ເຂົ້າສລາກ ຫລື ເວົ້າອີກຢ່າງນຶ່ງວ່າບຸນສລາກກະພັດນີ້ ໄດ້ແກ່ພາເຂົ້າທີ່ຂຽນຊື່ເຈົ້າຂອງໃສ່ແລ້ວ ສົມມຸດກັນວ່າສລາກແລ້ວເອົາໂຮມໃສ່ບາດໝົດທຸກອັນ ໃຫ້ພຣະສົງອົງນຶ່ງສົມມຸດຕົນເປັນຜູ້ຢາຍ, ໂດຍບໍ່ຈຳກັດສລາກ ແລ້ວແຕ່ຈະຖືກອົງໃດ ກໍເອົາພາເຂົ້າທີ່ມີຊື່ຕາມສລາກນັ້ນ ຖວາຍອົງທີ່ຖືກນັ້ນໄປຕາມລຳດັບ, ບຸນຫໍ່ເຂົ້າສລາກນີ້ ເຮັດໃນມື້ຂຶ້ນ 15 ຄໍ່າ ເດືອນ 10 ຫລືມື້ເພັງເດືອນ 10 ຂອງທຸກໆປີ.
ພິທີທຳ
ບຸນຫໍ່ເຂົ້າສລາກ ແລະ ເຂົ້າປະດັບດິນນີ້ ເຮັດເພື່ອອຸທິດສ່ວນບຸນກຸສົນສົ່ງໄປໃຫ້ຍາຕຜູ້ທີ່ຕາຍໄປແລ້ວນຶ່ງ, ເຮັດເພື່ອຕົວເອງສ່ວນນຶ່ງ ເຮັດເພື່ອ ປໂຍດຕົນແລະຜູ້ອື່ນນຶ່ງ ສັງຮອມຄວາມແລ້ວ ເປັນປໂຍດແກ່ຕົວເອງແລະຜູ້ອື່ນນຶ່ງ. ວິທີເຮັດບຸນຫໍ່ເຂົ້າສລາກນີ້ ຄືກັນກັບບຸນຫໍ່ເຂົ້າປະດັບດິນ ຕ່າງແຕ່ວ່າ ບຸນຫໍ່ເຂົ້າສລາກມີການຢາຍ ຫລື ແຈກສລາກທີ່ຂຽນຊື່ຂອງເຈົ້າສັດທາໃສ່ພາເຂົ້າ ແລະ ຖວາຍໄປຕາມສລາກນັ້ນ.
ອັນນຶ່ງ ການທຳບຸນປະເພດນີ້ ຖືກັນວ່າເປັນການລ້ຽງສົ່ງພວກຍາຕພີ່ນ້ອງຜູ້ທີ່ຍັງມີຊີວິດຢູ່ ແລະຜູ້ທີ່ຕາຍໄປແລ້ວ.
ມູນເຫດຂອງການເຮັດບຸນຫໍ່ເຂົ້າສລາກນີ້
ມີເຣື່ອງກ່າວໄວ້ໃນທັມມະບົດວ່າ ມີລູກຊາຍກະດຸມພີຄົນນຶ່ງ ພໍ່ຕາຍແລ້ວແຕ່ເວລາຍັງນ້ອຍຍັງແຕ່ແມ່ ເມື່ອຈະເຣີນວັຍຂຶ້ນ ຄືໃຫຍ່ພໍສົມຄວນ ແມ່ໄດ້ຫາຍິງສາວທີ່ມີອາຍຸແລະຕະກຸນພໍປານກັນມາໃຫ້ເປັນພະຣິຍາ ຢູ່ນຳກັນເຫິງພໍສົມຄວນ ຍິງຄົນນັ້ນບໍ່ມີລູກ ເປັນຍິງແມ່ໝັນ, ແມ່ຈຶ່ງໄດ້ຫາຍິງຜູ້ອື່ນມາໃຫ້ເປັນພະຣິຍາອີກ ເປັນຜູ້ທີ່ສອງ ຍິງຜູ້ນີ້ມີລູກ, ເມັຽຫລວງເລີຍຄຶດຕ່ຳຕ້ອຍນ້ອຍໃຈ ເພາະຕົນບໍ່ມີລູກ ຈຶ່ງຄຶດອິດສາເມັຽນ້ອຍ ເພາະຢ້ານລູກເມັຽນ້ອຍໄດ້ຮັບມໍຣະດົກແຕ່ຜູ້ດຽວ ຈຶ່ງອອກກົນອຸບາຍໝາຍຈະຂ້າເມັຽນ້ອຍໃຫ້ຕາຍ ຈຶ່ງເວົ້າກັບເມັຽນ້ອຍວ່າ ຖ້າເຈົ້າຕັ້ງຄັນຈົ່ງບອກຂ້ອຍເດີ ເມັຽນ້ອຍກໍຮັບຄຳ, ຄັນຕັ້ງຄັນເທື່ອທຳອິດ ກໍບອກໃຫ້ເມັຽຫລວງຊາບ ເມັຽຫລວງຫາອຸບາຍເອົາຢາໃຫ້ກິນ ລູກກໍລຸອອກ ເທື່ອທີ່ສອງກໍຄືກັນ ຄັນມີລູກເທື່ອທີ່ສາມ ເມັຽນ້ອຍເລີຍບໍ່ບອກ ພໍຮູ້ສຶກວ່າຕົນເອງມີລູກ ກໍໜີໄປອາສັຍນຳຍາຕພີ່ນ້ອງ ຈົນຖືພາໃຫຍ່ໄດ້ຫລາຍເດືອນ ເມັຽຫລວງຈຶ່ງນຳໄປເຫັນແລະຫາກົນອຸບາຍເອົາຢາໃຫ້ກິນອີກ ແຕ່ເທື່ອນີ້ ເປັນເພາະລູກໃນທ້ອງນາງໃຫຍ່ໄດ້ຫລາຍເດືອນແລ້ວ ຈຶ່ງບໍ່ລຸອອກ ພາໃຫ້ລູກໃນທ້ອງຂອງນາງຕາຍ ກ່ອນເມັຽນ້ອຍຈະຕາຍໄດ້ຜູກເວນໃສ່ເມັຽຫລວງໄວ້ວ່າ ຂໍໃຫ້ຂ້າພະເຈົ້າໄດ້ເກີດເປັນນາງຍັກຂິນີນຳໄປກິນມັນແລະລູກຂອງມັນໃຫ້ໄດ້ ເວົ້າແລ້ວກໍຕາຍໄປ ແລະໄດ້ໄປເກີດເປັນແມວ, ເມັຽຫລວງຖືກຜົວຂ້າຕາຍ ແລະໄດ້ໄປເກີດເປັນແມ່ໄກ່ຢູ່ໃນເຮືອນຫລັງດຽວກັນ, ໄຂ່ໄກ່ເທື່ອທຳອິດ ແມວກໍກິນໝົດ, ເທື່ອທີ່ສອງກໍຄືກັນ, ເທື່ອທີ່ສາມກິນທັງໄຂ່ໄກ່ແລະແມ່ໄກ່, ກ່ອນແມ່ໄກຈະຕາຍ ກໍຜູກເວຍກັນໄວ້ຄືກັນ ແມ່ໄກ່ໄດ້ເກີດເປັນນາງເສືອເຫລືອງ, ແມວໄດ້ເກີດເປັນນາງເນື້ອ, ນາງເນື້ອອອກລູກມາເທື່ອໃດ ນາງເສືອເຫລືອງກໍເອົາໄປກິນໝົດທັງສອງເທື່ອ, ເທື່ອທີ່ສາມກິນທັງແມ່ແລະລູກ ກ່ອນນາງເນື້ອຈະຕາກໍໄດ້ຜູກເວນໄວ້ຄືເກົ່າ, ນາງເນື້ອຕາຍໄປເກີດເປັນນາງຍັກຂິນີ, ເສືອເຫລືອງໄດ້ເກີດເປັນນາງກຸລທິດາ ໃນນະຄອນສາວັດຖີ ຄັນຈະເຣີນວັຍໃຫຍ່ຂຶ້ນເປັນສາວ ໄດ້ແຕ່ງດອງກັບຊາຍຄົນນຶ່ງ ຢູ່ມາບໍ່ເຫິງນານກໍອອກລູກ ນາງຍັກຂິນີໄດ້ຊາບຂ່າວ
ກໍແປງໂຕເປັນຍິງສະຫາຍໄປຢ້ຽມຢາມຖາມຂ່າວ, ພໍໄດ້ໂອກາດອັນເໝາະສົມ ກໍຈັບເອົາເດັກນ້ອຍນັ້ນກິນເສັຽແລ້ວກໍໜີໄປ, ເທື່ອທີ່ສອງກໍຄືກັນ, ເທື່ອທີ່ສາມນາງໄດ້ເອົາລູກໜີໄປສູ່ຕະກູນແຫ່ງຜົວ ຄືໄປຢູ່ບ້ານຜົວ ຄັນໄປເຖິງສະໂບກຂະຣະນີແຫ່ງນຶ່ງ ນາງຢາກອາບນໍ້າຈຶ່ງເອົາລູກໃຫ້ຜົວອຸ້ມປ່ຽນ ຄັນນາງອາບນໍ້າແລ້ວ ກໍເອົາລູກນຳຜົວມາເພື່ອກິນນົມ ໃຫ້ຜົວລົງອາບນໍ້າ ຂນະທີ່ຜົວນາງກໍາລັງອາບນ້ຳຢູ່ນັ້ນ ນາງຫລຽວເຫັນນາງຍັກຂິນີ ນຳມາເຊິ່ງໜ້າ, ນາງຈຶ່ງເອີ້ນຜົວແຫ່ງຕົນ ໃຫ້ຂຶ້ນຈາກສະອາບນ້ຳແລ້ວຈຶ່ງພາກັນຟ້າວແລ່ນໜີໄປຍັງວິຫານເຊຕະວັນ.
ເວລານັ້ນ ສົມເດັດພຣະຜູ້ມີພຣະພາກເຈົ້າ ກຳລັງສະແດງທັມຢູ່ໃນທ່າມກາງພຸທບໍຣິສັດທັງຫລາຍ ນາງກຸລທິດາກັບຜົວແຫ່ງຕົນໄດ້ນຳລູກນ້ອຍເຂົ້າໄປມອບກາຍຖວາຍຕົນ ຂໍຊີວິດອິນຊີຕໍ່ພຣະພຸທເຈົ້າ, ສ່ວນນາງຍັກຂິນີກໍຢືນຢູ່ຂ້າງນອກ ເພາະພຣະສຸມະນະເທວະດາກັ້ນກາງໄວ້ບໍ່ໃຫ້ເຂົ້າໄປ. ພຣະພຸທເຈົ້າ ຈຶ່ງຕັດສັ່ງໃຫ້ພຣະອານົນ ຮຽກນາງຍັກຂິນີເຂົ້າມາແລ້ວສັ່ງສອນ ບໍ່ໃຫ້ພຍາບາດອາຄາດຈ່ອງກັມທຳເວນແກ່ກັນແລະກັນຕໍ່ໄປ ຖ້າຜູກກັມຈອງເວນກັນ ກໍຈະເປັນເວນແກ່ກັນແລະກັນຕລອດຫລາຍກັປ ຄືກັນກັບແມວເປັນເວນກັບໜູ ງູເປັນເວນກັບຈອນຟອນ ກາເປັນເວນກັບນົກເຄົ້າ ໝີເປັນເວນກັບໄມ້ຄໍ້ດັ່ງນີ້ເປັນຕົ້ນ ແລ້ວພຣະອົງຈຶ່ງຕັດສັ່ງ ໃຫ້ນາງກຸລທິດາ ເອົານາງຍັກຂິນີໄປລ້ຽງໄວ້, ນາງເອົາໄປລ້ຽງໄວ້ໃຫ້ຢູ່ທູບຄົກເຂົ້າ, ອຸແອ່ງນ້ຳ, ຄີໄຟ, ສາຍຄາເຮືອນ, ກອງຂີ້ຝອຍ, ປະຕູເຂົ້າບ້ານ ບ່ອນໃດກໍວ່າບໍ່ສະບາຍ ບໍ່ຢາກຢູ່ ນາງຈຶ່ງເອົາໄປໄວ້ຢູ່ກາງທົ່ງ ຕາມຄັນໄຮ່ຄັນນາ ຊຶ່ງເອີ້ນວ່າຕາແຮກ ລ້ຽງຮັກສາດ້ວຍເຂົ້າປາອາຫານ ຄຳໝາກກອກຢາ ເຄື່ອງສົ້ມຂອງຫວານ ເວົ້າອີກຢ່າງນຶ່ງ ວ່າພາຫວານ ນັບແຕ່ນັ້ນມາ ຈຶ່ງເອີ້ນວ່າ *ຜີຕາແຮກ* .
ສັງຮອມຄວາມວ່າ ເມັຽຫລວງໄດ້ເກີດເປັນນາງກຸລທິດາ ຢູ່ໃນນະຄອນສາວັດຖີ, ເມັຽນ້ອຍໄດ້ເກີດເປັນຍັກຂິນີ ເອົາໄປລ້ຽງຮັກສາໄວ້ຕາມຄັນໄຮ່ຄັນນາ ເອີ້ນວ່າ *ຜີຕາແຮກ*.
ນາງຍັກຂິນີ ເປັນຜູ້ຮູ້ວ່າ ປີໃດຟ້າຝົນຊົລທາຈະດີ ຫລື ບໍ່ດີ ນ້ຳຈະນ້ອຍຫລືຫລາຍ ກໍບອກໃຫ້ຮູ້ໄດ້ແລະບອກໃຫ້ຄອບຄົວນາງກຸລທິດາ ໄດ້ເຮັດໄຮ່ເຮັດນາ ໄດ້ຮັບຜົນຕາມຄວາມຄາດໝາຍໄວ້ ແລະມີເຂົ້າຂອງເງິນທອງຫລວງຫລາຍ ຈົນຊາວບ້ານສົງສັຍ ໄດ້ສືບຖາມຫາເຫດຜົນໄດ້ຊາບຄວາມຈິງແລ້ວ ກໍພາກັນນັບຖືນາງຍັກຂິນີ ແລະ ໄດ້ພາກັນເອົາເຂົ້າປາ ອາຫານ ຄຳໝາກກອກຢາ ໄປລ້ຽງໃຫ້ອຸດົມສົມບູນ ຈົນນາງໄດ້ເອົາເຂົ້າເຫລົ່ານັ້ນ ຖວາຍເປັນສລາກກະພັດ ວັນລະແປດເທື່ອຕລອດມາ ຫລືເວົ້າອີກຢ່າງນຶ່ງວ່າ ເຂົ້າສລາກ ດັ່ງນັ້ນລາວເຮົາຈຶ່ງນັບຖືເປັນປະເພນີສືບມາຮອດທຸກມື້ນີ້ ແລະ ມີການລ້ຽງນາງຍັກຂິນີ ເພິ່ນປ່ຽນຊື່ວ່າ *ລ້ຽງຕາແຮກ*.
ການລ້ຽງຕາແຮກ ລາວເຮົານັບຖືກັນວ່າ ກ່ອນຈະລົງມືດຳນາຕ້ອງມີການລ້ຽງຕາແຮກເສັຽກ່ອນ ເພື່ອໃຫ້ຟ້າຝົນອຳນວຍໃຫ້ ການລົງດຳນັ້ນ ຈະເປັນເດືອນຫົກ ຫລື ເດືອນໃດກໍຕາມ ຈະເປັນຂ້າງຂຶ້ນຫລືຂ້າງແຮມກໍຕາມ ຖືກັນວ່າມື້ນັ້ນ ເປັນມື້ປັກຕົ້ນເຂົ້າແຮກນາ ວິທີເຮັດ ເຈົ້າຂອງມາຈັດຫາພາຫວານມີອາຫານຫວານຄາວ ຄຳໝາກກອກຢາ ໄປລ້ຽງຕາແຮກ ແລ້ວປັກເຂົ້າໃສ່ຕາແຮກ 4-5 ຕົ້ນ, ຂໍໃຫ້ຕາແຮກຮັກສານໍ້າຝົນຊົລທາ ຂໍໃຫ້ງົວຄວາຍຢູ່ເຢັນເປັນສຸກ ຢ່າໃຫ້ກະປູ ແລະແມງໄມ້ຕ່າງໆມາຣົບກວນ ຫລື ກັດກິນຕົ້ນເຂົ້າ ດັ່ງນີ້ເປັນຕົ້ນ ແລ້ວພາກັນລົງມືດຳນາຕໍ່ໄປຈົນແລ້ວ.
ເພີ້ມເຕີມຈາກບຸນສຳຄັນໃນທາງພຣະພຸທສາສນາຂອງລາວ
ມູນເຫດຂອງບຸນເຂົ້າສລາກ
ມີເຣື່ອງກ່າວໄວ້ໃນທັມມະບົທວ່າ ມີຕະກູນຮັ່ງມີຕະກູນນຶ່ງ ມີລູກຊາຍດຽວ ພໍ່ຕາຍແຕ່ນ້ອຍ ຍັງເຫລືອແຕ່ແມ່, ນາງຈຶ່ງໄດ້ຊອກ ຜູ້ຍິງນາງນຶ່ງຊຶ່ງມີຖານະເໝາະສົມກັບຕະກຸນມາເປັນພັລຍາ ເວລາຜ່ານໄປຫລາຍປີກໍຍັງບໍ່ມີລູກມາສືບສະກຸນເພາະນາງເປັນໝັນ. ຍ້ອນວ່າຢ້ານບໍ່ມີີຫລານມາສືບສະກຸນ ແມ່ຍ່າຈຶ່ງໄດ້ຊອກຫາ ເມັຽນ້ອຍຄົນທີ່ສອງມາຕື່ມອີກ. ຢູ່ມາບໍ່ນານ ເມັຽນ້ອຍກໍເລີຍ ຕັ້ງທ້ອງ ເມື່ອເປັນດັ່ງນັ້ນ ເມັຽຫລວງກໍມີຈິດໃຈອິດສາ ເພາະຢ້ານລູກເມັຽນ້ອຍຈະມາແຍ່ງມູນມໍລະດົກໄປ ຈຶ່ງໄດ້ບອກເມັຽນ້ອຍວ່າ ເວລາຖືພາຍາມໃດກໍໃຫ້ບອກນາງດ້ວຍ. ເວລາຜ່ານໄປ ທຸກຄັ້ງທີ່ເມັຽນ້ອຍຕັ້ງທ້ອງ ເມັຽໃຫຍ່ກໍຫາວິທີກຳຈັດລູກໃນທ້ອງໃຫ້ຕາຍ ໄປທຸກຄັ້ງ. ເມື່ອເປັນດັ່ງນັ້ນ ເມັຽນ້ອຍກໍເລີຍຫາທາງຫລີກໜີ ໄປອາສັຍນຳພີ່ນ້ອງ ຈົນຖືພາທ້ອງແກ່ພໍສົມຄວນ . ຝ່າຍເມັຽ ຫລວງ ພໍໄດ້ຂ່າວຈຶ່ງ ຄຶດຂ້າລູກນັ້ນອີກ ໂດຍເອົາຢາພິດໃສ່ຂອງກິນໃຫ້ກິນ ຍ້ອນວ່າເມັຽນ້ອຍຖືພາໄດ້ຫລາຍເດືອນແລ້ວ ຈຶ່ງມີ ອາການເຈັບປວດແລະກະວົນກະວາຍເປັນທີ່ສຸດ ກ່ອນຈະຕາຍ ນາງໄດ້ຄຶດອາຄາດແຄ້ນເມັຽຫລວງນັ້ນໄວ້ວ່າ ຈະຂໍຈອງກັມ ຈອງເວນໃນຊາດຕໍ່ໄປ.
ຊາດຕໍ່ມາ ທັງສອງກໍໄດ້ມາຢູ່ເຮືອນດຽວກັນອີກ ໂດຍເມັຽນ້ອຍໄດ້ເກີດມາເປັນແມວ ແລະເມັຽຫລວງກໍເກີດມາເປັນໄກ່. ແມວຕົວນັ້ນກໍຫາກິນໄຂ່ ທັງສອງຄັ້ງ ເທື່ອທີ່ສາມ ແມວກໍກິນທັງແມ່ໄກ່ແລະໄຂ່. ແມ່ໄກ່(ເມັຽຫລວງ) ຄຶດຄຽດແຄ້ນແລະ ຂໍຈອງເວນແມວ (ເມັຽນ້ອຍ) ໃນຊາດຕໍ່ໄປ.
ຊາດຕໍ່ມາເມັຽຫລວງໄດ້ມາເກີດເປັນເສືອເຫລືອງ ແລະເມັຽນ້ອຍກໍໄດ້ເກີດເປັນກວາງ. ເສືອເຫລືອງຕົວນັ້ນກໍກິນລູກກວາງທັງ ສອງຄັ້ງ ຄັນຕໍ່ມາເສືອເຫລືອງຕົວນັ້ນ ກໍກິນທັງແມ່ກວາງແລະລູກກວາງ. ກ່ອນຕາຍແມ່ກວາງກໍໄດ້ຜູກເວນກັບ ເສືອເຫລືອງ ຕົວນັ້ນອີກ.
ຊາດຕໍ່ມາເສືອເຫລືອງກໍໄດ້ເກີດເປັນ ນາງກຸລະທິດາ ຢູ່ໃນເມືອງສາວັດຖີ ແລະແມ່ກວາງ ກໍເກີດເປັນຍັກຂິນີ. ຄັນຕໍ່ມາ ນາງກຸລະທິດາ ໄດ້ແຕ່ງງານກັບຊາຍຄົນນຶ່ງ ແລະມີລູກດ້ວຍກັນ. ນາງຍັກຂິນີພໍຮູ້ຂ່າວກໍແປງຕົວເປັນມະນຸດຜູ້ຍິງທີ່ຮູ້ຈັກ ມັກຄຸ້ນ ກັນດີ ພໍມີໂອກາດ ນາງຍັກຂິນີກໍຫັກຄໍລູກຂອງນາງກຸລະທິດາກິນເສັຽ. ເມື່ອໄດ້ລູກຄົນທີ່ສອງ ນາງຍັກຂິນີກໍເອົາລູກນາງໄປ ກິນອີກ. ເມື່ອຖືພາຄົນ ທີ່ສາມ ນາງກຸລະທິດາແລະຜົວໄດ້ໄປອາສັຍນຳພໍ່ແມ່ຕົນ ຈົນໄດ້ຄອດລູກຄົນທີ່ສາມແລະເຫັນວ່າ ປອດພັຍແລ້ວ ຈຶ່ງຄຶດຈະກັບມາທີ່ບ້ານຕົນ ພໍດີນາງຍັກຂິນີຮູ້ຂ່າວ ຈຶ່ງໄລ່ສອງຜົວເມັຽທັງອຸ້ມລູກ ຈົນໄປເຖິງພຣະເຊຕະວັນ ມະຫາວິຫາຣ ຊຶ່ງຂນະນັ້ນ ພຣະສັມມາສັມພຸທທະເຈົ້າ ກຳລັງສະແດງພຣະທັມມະເທສນາຢູ່, ທັງສອງຜົວເມັຽໄດ້ຖວາຍຂໍໃຫ້ຊ່ອຍ ຊີວິດໄວ້. ພໍໄປເຖິງວັດ ນາງຍັກຂິນີເຂົ້າວັດບໍ່ໄດ້ ເພາະມີເທວະດາຂວາງກັ້ນໄວ້ ຈຶ່ງໄດ້ຖ້າຢູ່ທາງນອກ ດັ່ງນັ້ນພຣະພຸທທະອົງຈຶ່ງ ໄດ້ຮຽກໃຫ້ພຣະອານົນໄປນຳນາງຍັກຂິນີເຂົ້າມາ ເພື່ອມາຟັງພຣະທັມມະເທສນາ ເຣື່ອງໂທດແຫ່ງການຜູກພຍາບາດ ຈອງເວນກັນ ໂດຍມີເນື້ອນັຍວ່າ ເວນຍ່ອມລະງັບດ້ວຍການບໍ່ຈອງເວນຄືເປັນເວນກັນຢູ່ບໍ່ແລ້ວ ກັບໄປກັບມາກັນຢູ່ຢ່າງນີ້ໄປເລື້ອຍໆ. ຕໍ່ມາທັງສອງຝ່າຍໄດ້ຕັດກັມເວນຕໍ່ກັນ ແລະ ນາງກຸລະທິດາ ໄດ້ນຳເອົານາງຍັກຂິນີໄປລ້ຽງໃນເຮືອນຂອງຕົນ ແຕ່ວ່າ ນາງຍັກຂະນີ ຢູ່ໃນເຮືອນກໍບໍ່ສະບາຍ ຈຶ່ງຂໍອອກໄປຢູ່ໃນກາງແຈ້ງ ເຊັ່ນຫົວໄຮ່ປາຍນາ ຕໍ່ມາຄົນທັງຫລາຍຮຽກວ່າ ຜີຕາແຮກ ຈົນເທົ້າທຸກວັນນີ້. ສ່ວນນາງກຸລະທິດີ ກໍໄດ້ບົວລະບັດ ນາງຍັກຂິນີເປັນຢ່າງດີ. ນາງຍັກຂິນີເປັນຜູ້ຢັ່ງຮູ້ວ່າປີໃດ ຟ້າຝົນຈະດີຫລືບໍ່ດີ ແລະ ແນະນຳໃຫ້ນາງກຸລະທິດາ ແລະຊາວເມືອງເຮັດນາຖືກຕ້ອງຕາມຟ້າຝົນ ຈົນມັ່ງມີເປັນດີ ສາມາດເອົາເຂົ້າຂອງໄປທຳບຸນ ຖວາຍທານເປັນສລາກກະພັຕແດ່ພຣະສົງມື້ລະແປດທີ່.
ຊາວລາວເມື່ອໄດ້ຮູ້ເຫດແຫ່ງຄວາມເປັນມາຂອງການຖວາຍສລາກກະພັຕດັ່ງກ່າວນີ້ແລ້ວ ຈຶ່ງໄດ້ພາກັນເຮັດບຸນເຂົ້າສາກ ເປັນປະເພນີສືບຕໍ່ກັນມາ ແລະເມື່ອເຖິງມື້ເຮັດບຸນເຂົ້າສາກ ຊາວບ້ານຈະນຳເຂົ້າສາກໄປຖວາຍພຣະສົງ ແລະວາງຫໍ່ເຂົ້າພາຍໃນ ບໍລິເວນວັດເພື່ອອຸທິສບຸນໃຫ້ແກ່ຍາຕພີ່ນ້ອງຜູ້ທີ່ໄດ້ລ່ວງລັບໄປແລ້ວ. ນອກນັ້ນຊາວນາກໍຈະເອົາອາຫານໄປລ້ຽງ ນາງຍັກຂິນີ ໃນບໍລິເວນນາຂອງຕົນແລະຕໍ່ມາໄດ້ປ່ຽນຊື່ວ່າ ຜີຕາແຮກ.
ຄວາມເປັນມາຂອງສລາກກະພັດຕາທານ
ໃນສມັຍນຶ່ງພຣະພຸທທະເຈົ້າໄດ້ສະເດັດໄປກຸງພາຣານະສີ ໃນຄາວນັ້ນມີບຸຣຸດເຂັນໃຈແລະເມັຽມີອາຊີບຕັດຟືນຂາຍເປັນອາຊີບ ທັງສອງຜົວເມັຽເປັນຄົນມີສັດທາເຫລື້ອມໃສຕໍ່ພຣະພຸທທະສາສນາຢ່າງແຮງກ້າ. ວັນນຶ່ງຜົວໄດ້ປຶກສາກັບເມັຽວ່າ " ພວກເຮົາ ຍາກຈົນ ໃນປັຈຈຸບັນນີ້ ເພາະເຮົາບໍ່ເຄີຍເຮັດບຸນໃຫ້ທານ ຮັກສາສີລຈັກເທື່ອເລີຍ ດັ່ງນັ້ນພວກເຮົາຄວນທຳບຸນໃຫ້ທານກັນເຖາະ ອັນຈະເປັນທີ່ເພີ່ງຂອງພວກເຮົາໃນພາຍຂ້າງໜ້າ " ໃນເມື່ອເມັຽໄດ້ຍິນດັ່ງນີ້ແລ້ວ ກໍຍິນດີນຳສາມີຕົນເປັນຍິ່ງນັກ. ຈາກນັ້ນພວກເຂົາສອງຄົນກໍໄດ້ເຂົ້າປ່າເກັບຜັກ ຫາຟືນໄປຂາຍໄດ້ເງິນໄດ້ຄຳແລ້ວ ຈຶ່ງນຳໄປຊື້ໝໍ້ເຂົ້ານຶ່ງໝໍ້, ໝໍ້ແກງນຶ່ງໝໍ້, ອ້ອຍສີ່ລຳ ແລະ ກ້ວຍສີ່ໜ່ວຍ ແລ້ວນຳມາຈັດແຈງຮຽບຮ້ອຍ ກໍນຳເຂົ້າປາອາຫານເຫລົ່ານັ້ນໄປວັດ ເພື່ອຖວາຍເປັນ ສລາກກະພັຕພ້ອມດ້ວຍຊາວບ້ານຄົນອື່ນໆ. ຜົວເມັຽຄູ່ນີ້ໄດ້ຈັບສລາກຖືກພະພິກຂຸອົງນຶ່ງ ທັງສອງມີໃຈຍິນດີ ແລ້ວຈຶ່ງນ້ອມ ພັຕຕາຫານຂອງຕົນເຂົ້າໄປຖວາຍ ແລ້ວໄດ້ລັ່ງນ້ຳສິໂນທົກໃຫ້ຕົກລົງເໜືອແຜ່ນປັຕຕະພີ ແລ້ວຄວາມປາຖນາວ່າ
" ດ້ວຍຜົນທານເຫລົ່ານີ້ ຂໍໃຫ້ພວກຜູ້ຂ້າເກີດໃນພົບຊາດໃດໆກໍຕາມ ຂື້ນຊື່ວ່າຄວາມຍາກຈົນເຂັນໃຈ ໄຮ້ຊັບເໝືອນດັ່ງໃນຊາດນີ້ ຂໍຢ່າໃຫ້ມີແກ່ພວກຜູ້ຂ້າເລີຍ ຂໍໃຫ້ພວກຜູ້ຂ້າທັງສອງເປັນຜູ້ມັ່ງຄັ່ງສົມບູນພຽບພ້ອມດ້ວຍຊັບສົມບັດແລະ ມີຣິທເດຊຫລາຍ ໃນປໍຣະພົບພາຍໜ້າດ້ວຍເຖີດ " ດັ່ງນີ້ .
ຢູ່ຕໍ່ມາຜົວເມັຽຄູ່ນັ້ນຢູ່ພໍສົມຄວນກໍໄດ້ໝົດອາຍຸໄຂ ໄດ້ຕາຍຈາກໂລກນີ້ໄປຕາມສະພາບຂອງສັງຂານ ດ້ວຍອານິສົງແຫ່ງ ສລາກກະພັຕທານ ຈຶ່ງໄດ້ໄປເກີດເປັນເທພບຸດ ເທພທິດາໃນສວັນຊັ້ນດາວະດຶງ ສເວີຍສົມບັດທິພຢູ່ໃນວິມານທອງ ອັນຜຸດຜ່ອງ ສວຍສົດງົດງາມຕະການຕາ ແລະພຽບພ້ອມໄປດ້ວຍນາງເທພອັປສອນ ຫ້ອມລ້ອມເປັນບໍລິວານ ເຊິ່ງມີນາມຮຽກວ່າ
" ສລາກກະພັຕເທບພະບຸດ ເທພທິດາ " .
ກາລເວລາຜ່ານໄປ ໃນເມື່ອເທພະບຸດ ເທພທິດາ ທັ້ງສອງໄດ້ໝົດບຸນຈາກສວັນ ແລ້ວກໍໄດ້ລົງມາເກີດເປັນກະສັດ ໃນເມືອງ ພາຣານະສີ ມີພຣະນາມວ່າ ພະເຈົ້າສັທທາດິສ ສເວີຍສົມບັດຢູ່ 8.4000 ປີ ຕໍ່ມາກະສັດອົງນີ້ເກີດເບື່ອໜ່າຍທາງໂລກ ຈຶ່ງໄດ້ ສະເດັດອອກບັນພະຊາ (ບວດ) ຕໍ່ມາໄດ້ມໍຣະພາບລົງ ກໍໄດ້ໄປຈຸຕິເກີດຢູ່ຊັ້ນພົມມະໂລກ ແລະຕໍ່ມາກໍໄດ້ອຸບັຕເປັນພຣະຕະຖາຄົຕ ຂອງ ເຮົານັ້ນເອງ ນີ້ຄືອະນິສົງແຫ່ງການຖວາຍສລາກກະພັດ ນັບວ່າຍິ່ງໃຫຍ່ໄພສານ ສາມາດອຳນວຍຄວາມສຸກສວັດ ແກ່ຜູ້ບຳເພັນທັ້ງຊາດທີ່ເປັນມະນຸດແລະຢູ່ສວັນ ໃນທີ່ສຸດກໍເຖິງຄວາມເປັນພຣະພຸທທະເຈົ້າໄດ້.

11. ເດືອນສິບເອັດ ບຸນອອກພັນສາ
ເຖິງຣະດູເດືອນສິບເອັດເພັງມາ ໃຫ້ນິມົນພຣະສັງຄະເຈົ້າອອກວັດສາປະວໍຣະນາ ຖວາຍສັງຄະທານ ຖວາຍຜ້າຈຳນຳວັດສາແກ່ພຣະສົງ,ໄຫລເຮືອໄຟ, ຊ່ວງເຮືອ ແລະ ປ່າວເຕືອນກັນເຮັດບຸນກະຖິນຕັ້ງແຕ່ເດືອນສິບເອັດແຮມ 1 ຄໍ່າ ໄປຮອດເດືອນສິບສອງເພັງ.
ບຸນອອກວັດສາ ຄຳວ່າ *ວັດສາ* ໄດ້ແກ່ຣະດູຝົນຫລືຍາມຝົນ ຣະດູຝົນໃນປີນຶ່ງມີ 4 ເດືອນ ຄືນັບແຕ່ມື້ແຮມ 1 ຄໍ່າ ເດືອນ 8 ໄປຮອດມື້ເພັງເດືອນສິບສອງ ຮວມເປັນ ສີ່ເດືອນພໍດີ ແລະ ມີພຣະພຸທານຸຍາດ ຊົງບັນຍັດໃຫ້ພຣະພິກຂຸສົງເຂົ້າຈຳວັດສາໃນຣະດູຝົນ ປີນຶ່ງມີພຽງ 3 ເດືອນທໍ່ນັ້ນ ພຣະພິກຂຸສົງເຊິ່ງເຂົ້າຈຳວັດສາ ຢູ່ໃນຣະດູຝົນນັ້ນ ໄປພັກແຮມຄືນໃນບ່ອນອື່ນບໍ່ໄດ້ ເວັ້ນແຕ່ມີເຫດຈຳເປັນ ເຊັ່ນພຣະອຸປັດຊາຈານ,ບິດາມານດາປ່ວຍ ຈຶ່ງໄປໄດ້ພຽງເຈັດວັນທໍ່ນັ້ນ. ເພື່ອຮັກສາພຍາບານແລະດູແລ ຕາມກະຣະນິຍະກິດອັນຈຳເປັນ ແລະຍັງເຫລືອອີກເດືອນນຶ່ງເດືອນ ໃນທ້າຍຣະດູຝົນເພື່ອພຣະພິກຂຸສົງໄດ້ມີໂອກາດ ສແວງຫາຜ້າໄຕຣຈີວອນມານຸ່ງຫົ່ມ ຜັດປ່ຽນໄດ້ຕາມຄວາມປະສົງ.
ການອອກວັດສານີ້ ໝາຍເຖິງການອອກຈາກຂອບເຂດອັນຈຳກັດຄືອອກຂໍ້ກຳນົດທີ່ມີກະຕິກາສັນຍາໄວ້ ຫລື ອອກຈາກຄວາມຈັ້ງໃຈ ເຊິ່ງໝົດກຳນົດແລ້ວ ຫລືເວົ້າອີກຢ່າງນຶ່ງວ່າ ພົ້ນຈາກເຂດກຳນົດແລ້ວ ພຣະພິກຂຸສົງໄປພັກແຮມຄືນໄດ້ຕາມຄວາມປາຖນາ ການອອກວັດສານີ້ ມີພຣະພຸທານຸຍາດຊົງກຳນົດໄວ້ໃນມື້ເພັງເດືອນ 11 ຫລື (ເດືອນ 11 ເພັງ)ຂອງທຸກໆປີ ເພື່ອໃຫ້ພຣະພິກຂຸສົງໄດ້ມີໂອກາດແລະເວລາໄປທໍາກິດພຣະພຸທສາສນາຕາມສະຖານທີ່ຕ່າງໆ ເຊັ່ນໄປອົບຮົມສິນທັມເທສນາສັ່ງສອນ ອຸປາສົກ, ອຸປາສິກາ,ພຸທບໍຣິສັດທັງຫລາຍ ຕາມໝູ່ບ້ານຕ່າງໆແລະບວດກຸລຍຸດລູກຫລານ ໃຫ້ສືບອາຍຸພຣະພຸທສາສນານຶ່ງ, ໄປຢ້ຽມຢາມຍາດຕິພີ່ນ້ອງພໍ່ແມ່ແລະອຸປັດຊາຈານນຶ່ງ. ດັ່ງນັ້ນ ໃນມື້ອອກວັດສາ ບັນພະຊິດແລະຄະຣຶຫັດພ້ອມທັງບໍຣິສັດທັງຫລາຍ ຈຶ່ງພາກັນນັບຖືເປັນມື້ສຳຄັນ, ເພາະມື້ນັ້ນເປັນມື້ສຸດທ້າຍແຫ່ງການເຂົ້າຈຳວັດສາຂອງພຣະພິກຂຸສົງ ຊາວລາວເຮົາຈຶ່ງພາກັນນັບຖືເປັນປະເພນີປະຈຳມາຮອດທຸກມື້ນີ້ ໂດຍປະລະບໍ່ໄດ້.
ພິທີທຳ:
ມື້ອອກວັດສາ ແມ່ນມື້ເພັງເດືອນ 11 ຫລືມື້ຂຶ້ນ 15 ຄໍ່າ ເດືອນ 11 ກ່ອນງານບຸນອອກວັດສາຈະມາເຖິງ ພຸທບໍຣິສັດທັງຫລາຍພາກັນຈັດຫ້າງຫາເຄື່ອງທານຕ່າງໆໄວ້ລ່ວງໜ້າ 2-3 ມື້ ກະວ່າໃຫ້ພໍກັບຄວາມຕ້ອງການ, ເຄື່ອງຂອງເຫລົ່ານີ້ມີ ດອກໄມ້,ປະທີບທູບທຽນຜ້າຈຳນຳວັດສາ, ເຂົ້າຕົ້ມ, ເຂົ້າໜົມແລະເຄື່ອງທານຕ່າງໆ ເພື່ອໄວ້ຕັກບາດ ຖວາຍທານແດ່ພຣະພິກສົງສາມະເນນ ຫລັງຈາກຕັກບາດຖວາຍທານແລ້ວ ພຣະພິກສົງກໍເທສນາທັມຕາມປະເພນີ ເພື່ອສລອງສັດທາຂອງພຸທບໍຣິສັດທີ່ມາໃນພິທີນີ້ນຳ ໃນງານບຸນອອກວັດສານີ້ ລາງຄົນມີຈິດໂສມະນັດສັດທາ ມີໃຈເປັນກຸສົນ ຍິນດີໃນການໃຫ້ທານ ເຮັດກອງບຸນ ມີກອງອັດຖະ, ກອງບວດ, ກອງຫົດແລະບັງສະກຸນເປັນຕົ້ນ ເພື່ອເປັນການອຸທິດສ່ວນບຸນກຸສົນສົ່ງໄປໃຫ້ຍາດມິດມີບິດາ ມານດາ ແລະ ຄຣູອຸປັດຊາຈານຜູ້ລ່ວງລັບໄປແລ້ວເປັນຕົ້ນ.
ຕອນແລງ ເວລາປະມານ 7 ໂມງມີການວຽນທຽນອ້ອມພຸທສີມາຫລື ອາຮາມຢູ່ຕາມວັດຕ່າງໆ, ເພື່ອເປັນການບູຊາພຣະຣັຕນະໄຕຣ ແລະເພື່ອເປັນບຸນເປັນກຸສົນແກ່ຜູ້ທີ່ກະທຳ, ບຸນກຸສົນເຫລົ່ານັ້ນແລະຈະຕິດຕາມໄປຈົນບໍ່ມີວັນຈະລືມໄດ້.
ບຸນອອກວັດສານີ້ ຢູ່ຕາມບ້ານນອກ ເພິ່ນໄດ້ໂຮມກັນໄປເຮັດຢູ່ບ່ອນດຽວກັນ ເຂດຕາແສງນຶ່ງມີບ່ອນນຶ່ງ ແລ້ວແຕ່ຈະເຫັນສົມຄວນເພາະຢູ່ຕາມບ້ານ ນອກພຣະສົງສາມະເນນບໍ່ມີຫລາຍ ສະນັ້ນ ເພິ່ນຈຶ່ງໄດ້ໄປໂຮມເຮັດຢູ່ບ່ອນດຽວ.
ເຣື່ອງເຮືອໄຟ
ໃນໂອກາດ ໃນບຸນອອກວັດສາ ປະຊາຊົນຊາວລາວມັກພາກັນເຮັດເຮືອໄຟ ຫລືໂຄມໄຟ. ການເຮັດເຮືອໄຟນັ້ນ ມີຢູ່ສອງຢ່າງຄື: 1.ເຮືອໄຟນ້ຳສຳລັບໄຫລໄປຕາມລຳແມ່ນ້ຳ. 2. ເຮືອໄຟໂຄກຫລືບົກ ສຳລັບຕັ້ງໄວ້ເທິງໂຄກຫລືເທິງບົກ ບ່ອນບໍ່ມີລຳແມ່ນ້ຳ.
1.ການເຮັດເຮືອໄຟນໍ້ານັ້ນ ເພິ່ນເອົາໄມ້ໄຜ່ບ້ານ ຫລືໄມ້ທີ່ເຫັນວ່າມັນຟູນໍ້າມາເຮັດ ແລະເອົາຕົ້ນກ້ວຍມາຮອງຕາມຫວ່າງຂັ້ນຂອງມັນ ເພື່ອບໍ່ໃຫ້ມັນຈົມເວລາເອົາເຄື່ອງຂອງໃສ່, ທາງກວ້າງ, ທາງຍາວ, ແລະລວງສູງນັ້ນ ໃຫ້ແທກເອົາຕາມສ່ວນຂອງໄມ້ທີ່ຈະເຮັດ ຄືໃຫ້ແທກຕາມໃຈມັກຂອງຜູ້ເຮັດ ມັກແນວໃດກໍເຮັດແນວນັ້ນ. ພິທີເຮັດເອົາໄມ້ໄຜ່ບ້ານແລະຕົ້ນກ້ວຍມາໂຮມໄວ້ບ່ອນດຽວກັນ ກະວ່າພໍກັບຄວາມຕ້ອງການ ແລ້ວເອົາໄມ້ໄຜ່ບ້ານລຽນລຳ ກະຣະຍະຫ່າງກັນນຶ່ງແມດຈັກສາມລຳ ແລ້ວເອົາໄມ້ຊນິດນຶ່ງເຮັດຂັ້ນຄືກັນກັບຂັ້ນບັນໄດ ມັດຕິດໃສ່ກັນໃຫ້ແໜ້ນ ເອົາຕົ້ນກ້ວຍເຂົ້າຮອງຕາມຫວ່າງຂັ້ນນັ້ນ ຫລື ຕາມຂັ້ນ ເຮັດໃຫ້ຄືກັນກັບເຮືອທັມມະດາ ຕ່າງແຕ່ວ່າເຮືອໄຟ ເພິ່ນເຮັດໃຫ້ມີຮາວຢູ່ຂ້າງເທິງ ມີຂັ້ນຢູ່ທາງລຸ່ມທ້າຍ ແລະຫົວຂອງມັນສູງພໍສົມຄວນ ແລະເອົາກາບກ້ວຍຮອງໃສ່ຕາມຮາວນັ້ນ ເພື່ອຈະໄດ້ເອົາທຽນ,ກະບອງນໍ້າມັນຍາງ ຂີ້ຊີຫລືຂີ້ຄວາງໄປຢາຍໃສ່ຕາມຮາວນັ້ນໃຫ້ສເມີກັນ ສົມມຸດກັນເປັນເຮືອໄຟ ລາງບ່ອນເພິ່ນເອົາເຮືອຈັກ ຫລືກຳປັ່ນມາເຮັດສົມມຸດເປັນເຮືອໄຟ ປະດັບດ້ວຍດອກໄຟຟ້າ ອັນນີ້ເປັນຕາເບິ່ງຫລາຍອີຫລີ, ເມື່ອຮອດເວລາໄຫລເຮືອໄຟແລ້ວ ພຣະສົງສາມະເນນກໍພາກັນຕີຄ້ອງຕີກອງປ່າວເຕືອນອອກຕົນຍາຕໂຍມຊາວບ້ານໃຫ້ເອົາເຄື່ອງຂອງທີ່ຈະທານນັ້ນ ໄປໃສ່ຕາມແຕ່ສັດທາຂອງໃຜລາວ ແລະໃນເວລາດຽວກັນນັ້ນ ກໍພາກັນໄຕ້ໄຟໃສ່ ແລະປ່ອຍໃຫ້ໄຫລໄປຕາມລຳແມ່ນ້ຳ ໃນຂນະທີ່ເຮືອໄຟກຳລັງໄຫລຢູ່ນັ້ນ ສຽງຄ້ອງສຽງກອງແລະສຽງໄຊໂຍໂຫ່ຮ້ອງຂອງບັນດາພຸທບໍຣິສັດທັງຫລາຍ ທີ່ໄປຮ່ວມໃນການໄຫລເຮືອໄຟນັ້ນ ກໍດັງຂຶ້ນຢ່າງສນັ່ນຫວັ່ນໄຫວ. ຄວາມມ່ວນຊື່ນໃນວັນນັ້ນ ກໍເປັນໜ້າອອນຊອນຫົວອົກຫົວໃຈອີຫລີ.
ໃນປັດຈຸບັນນີ້ ທາງຣັຖບານໄດ້ຈັດໃຫ້ມີຄນະກັມມະການ ກຳກັບນຳງານບຸນນີ້ ແລະຈັດໃຫ້ມີການແຂ່ງຂັນຊິງຣາງວັນໃນການໄຫລເຮືອໄຟຂອງຜູ້ໃດປະດັບ ຫລື ເອ້ງາມໃນເວລາໄຕ້ໄຟໃສ່ ແລະ ໄຫລໄປຕາມລຳແມ່ນ້ຳຂອງ ຄນະກັມມະການຕັດສິນຊີ້ຂາດໃຫ້ຄະແນນແລະຣາງວັນໄປພ້ອມ (ສຳລັບນະຄອນວຽງຈັນ ທ່ານຈະເຫັນໄດ້ຢູ່ທີ່ທ່າວັດຈັນ ໃນຍາມອອກວັດສາຂອງທຸກປີ) ທາງຣາຊການເພິ່ນໄດ້ຈັດໃຫ້ມີການໄຫລເຮືອໄຟ ແລະແຂ່ງຂັນໃຫ້ຣາງວັນແກ່ຜູ້ທີ່ໄດ້ຄະແນນທີ່ 1,2,3 ເປັນລຳດັບໄປ. ການໄຫລເຮືອໄຟນີ້ເຮັດເພື່ອເປັນການບູຊາຄຸນພຣະຣັຕນະໄຕຣ.
2.ການເຮັດເຮືອໄຟໂຄກຫລືບົກນັ້ນ ຄ້າຍຄືກັນກັບເຮືອໄຟນໍ້າ, ຕ່າງແຕ່ວ່າເຮືອໄຟໂຄກຫລືບົກນັ້ນ ເວລາໄຕ້ໄຟໃສ່ບໍ່ໄດ້ຍ້າຍ ຫລືໄຫລໄປຄືເຮືອໄຟນໍ້າ ມັນຕັ້ງຢູ່ບ່ອນເກົ່າ ພຽງແຕ່ສົມມຸດກັນຊື່ໆ.
ວິທີທຳ: ເອົາໄມ້ໄຜ່ບ້ານ ຫລືໄມ້ຊາງໄພມາມັດຕິດກັນໃຫ້ເປັນຮູບຄືກັນກັບເຮືອໄຟນ້ຳ ແລະບໍ່ໃຫ້ຍ້າຍຫລືເຄື່ອນທີ່ໄດ້ແລະບໍ່ໃຫ້ເໜັງຕີງໄດ້, ມັກບ່ອນໃດກໍເຮັດຢູ່ບ່ອນນັ້ນ ສ່ວນເຄື່ອງຂອງທີ່ຈະເອົາມາໄຕ້ນັ້ນ ກໍມີຄືກັນກັບເຮືອໄຟນໍ້າ ແຕ່ສ່ວນຫລາຍເພິ່ນເອົາທຽນໄຂມາຕິດໃສ່ແທນສິ່ງອື່ນໆ ໃນມື້ນັ້ນຢູ່ຕາມວັດຕ່າງໆ ແລະ ຢູ່ຕາມເຮືອນພຸທບໍຣິສັດທັງຫລາຍ ກໍພາກັນປະດັບດ້ວຍແສງໄຟ ອັນໄຕ້ດ້ວຍທຽນໄຂ ຊ່ຶງມີແສງເຮື່ອເຮືອງສວ່າງສໄວຢູ່ຕາມທຸກແຫ່ງທຸກຫົນແລະທຸກທິດທຸກທາງ ເປັນຕາອອນຊອນ ແລະເບີກບານຫົວອົກຫົວໃຈຫລາຍອີຫລີ ອັນນັ້ນແຫລະ ແມ່ນການສະແດງເຖິງຊາວພຸດ ຜູ້ມີຄວາມຮັກຫອມປະເພນີລາວໄວ້ຢ່າງເຕັມອົກເຕັມໃຈຂອງທຸກໆຄົນ, ການໄຫລເຮືອໄຟນີ້ ລາງທ້ອງຖິ່ນເຮັດໃນມື້ຫໍ່ເຂົ້າປະດັບດິນ ແລະ ຫໍ່ເຂົ້າສລາກກໍມີ.
ເມື່ອຂ້າພະເຈົ້າໄດ້ກ່າວມາພຽງນີ້ແລ້ວ ກໍຫວັງວ່າພຸທບໍຣິສັດແລະນັກສຶກສາທັງຫລາຍ ຄົງພໍເຂົ້າໃຈໄດ້ແລ້ວ ເພື່ອຄວາມກະຈ່າງແຈ້ງເຂົ້າໃຈດີ ຂ້າພະເຈົ້າຂໍຍົກເອົາປວັດການຫລືມູນເຫດແຫ່ງຄວາມເປັນມາຂອງການເຮັດເຮືອໄຟ ມາເລົ່າສູ່ທ່ານຟັງດັ່ງຕໍ່ໄປນີ້.
ເຫດແຫ່ງການທຳ : ອະດິເຕກາເຣ ໃນອະດີດຕະການທີ່ຜ່ານພົ້ນມາ ຍັງມີພຍາກາເຜືອກໂພທິສັດຜົວເມັຽຄູ່ນຶ່ງ ຢູ່ດອມກັນໄດ້ແປງຮວງຮັງຢູ່ເທິງຕົ້ນໄມ້ເດື່ອ ອັນຢູ່ໃກ້ແຄມແມ່ນໍ້ານະທີຫັ້ນແລ ພຍາກາເຜືອກຜົວເມັຽຄູ່ນັ້ນມີໄຂ່ຢູ່ຫ້າໜ່ວຍດ້ວຍກັນ ຢູ່ຕໍ່ມາວັນນຶ່ງ ໄດ້ມີລົມພາຍຸໃຫຍ່ເກີດຂຶ້ນ ພໍດີພັດເອົາຕົ້ນໄມ້ນັ້ນຫັກລົງໄປໃນແມ່ນໍ້າ ໄຂ່ພຍາກາເຜືອກທັງຫ້າໜ່ວຍກໍຕົກລົງສູ່ແມ່ນໍ້ານະທີຫັ້ນແລ ແລ້ວກໍໄຫລໄປຕາມກະແສນໍ້າ ຕາມຍະຖາກັມຂອງມັນ ໄຂ່ພຍາກາເຜືອກທັງຫ້າໜ່ວຍນັ້ນ, ໜ່ວຍທີ່ນຶ່ງໄຫລໄປຕົກທ່ານໍ້າຂອງພຍາກຸກຸສັນໂທ(ໄກ່) ນຳໄປລ້ຽງໄວ້, ໜ່ວຍທີ່ສອງໄຫລໄປຕົກທ່ານໍ້າຂອງພຍາໂກນາຄະມະໂນ(ນາກ) ນຳເອົາໄປລ້ຽງໄວ້, ໜ່ວຍທີ່ສາມໄຫລໄປຕົກທ່ານໍ້າ ຂອງພຍາກັດສະໂປ(ເຕົ່າ) ນຳເອົາໄປລ້ຽງໄວ້, ໜ່ວຍທີ່ສີ່ໄຫລໄປຕົກທ່ານໍ້າຂອງພຍາໂຄຕະໂມ(ງົວ)ນຳເອົາໄປລ້ຽງໄວ້, ໜ່ວຍທີ່ຫ້າໄຫລໄປຕົກທ່ານໍ້າຂອງພຍາຣາຊສີ (ຕາມຕໍາຣາເດີມບອກວ່າໄຫລໄປຕົກທ່ານໍ້າຂອງພຍາອະຣິຍະເມດໄຕໂຍ) ນໍາອົາໄປລ້ຽງໄວ້ ໄຂ່ທັງຫ້າໜ່ວຍນັ້ນ ໄດ້ເບາະເກີດມາເປັນມະນຸດ ພໍໃຫຍ່ຂຶ້ນມາກໍມີຈິດສັດທາຢາກອອກໄປບວດພ່ຳເພັງພົດເປັນຣຶສີ ທັມມະດາໂພທິສັດ ເຖິງແມ່ນວ່າຈະສເວີຍຊາດເປັນຫຍັງ ກໍຍັງມີຈິດໃຈນ້ອມໄປໃນສີລທັມສເມີ ເມື່ອອອກໄປບວດແລ້ວ ທຸກຄົນກໍມີໃຈຢາກເຫັນໜ້າບິດາມານດາ ຜູ້ບັງເກີດເກົ້າແຫ່ງຕົນ,ແຕ່ລະຕົນກໍໄດ້ສແວງຫາພໍ່ ພໍໃຜພໍລາວ ໂດຍບໍ່ຮູ້ວ່າມີຍາຕສາຍໂລຫິດຮ່ວມອຸທອນດຽວກັນຈັກຄົນແທ້.
ໃນມື້ນຶ່ງ ບັງເອີນໄດ້ມາພົບພໍ້ກັນທັງຫ້າພຣະອົງແລະສົນທະນາປາສັຍ ຖາມຂ່າວຄາວຄວາມທຸກສຸກຫາບ້ານເກີດເມືອງນອນ ແລະບິດາມານດາຊຶ່ງໃຫ້ກຳເນີດຊຶ່ງກັນແລະກັນ ໃນຂນະນັ້ນ ຜາກົດວ່າຄວາມຕັ້ງໃຈຂອງແຕ່ລະຕົນ ມັນເຂົ້າຊ່ອງອັນດຽວກັນໝົດ ໝາຍຄວາມວ່າ ບິດາມານດາອັນດຽວກັນ. ໃນທັນໃດນັ້ນ ກໍເລີຍຮ້ອນຮອດໄທ້ຕົນພໍ່ບິດາມານດາ ທີ່ເນົາຢູ່ເທິງດາວະດິງຟ້າ ສອງກໍຢູ່ບໍ່ໄດ້ ສະເດັດດ່ວນລົງມາ ເຖິງບຸດຕາຍອດໂພທິຍານເຈົ້າ ແລ້ວກໍກ່າວຂຶ້ນວ່າ ບິດາຂອງພວກເຈົ້າກໍຄືພຍາກາເຜືອກນີ້ແລ້ວ ເມື່ອລູກທັງຫ້າພຣະອົງໄດ້ຮູ້ວ່າແມ່ນບິດາມານດາຂອງຕົນແລ້ວ ກໍຊົງສະແດງຄວາມເຄົາຣົບຄາຣະວະຕໍ່ອົງບິດາມານດາຜູ້ບັງເກີດເກົ້າ ພຍາກາເຜືອກກໍເລົ່າເຫດການເບື້ອງຫລັງສູ່ລູກຟັງ ແລ້ວກໍກັບຂຶ້ນເມືອຢູ່ຊັ້ນດາວະດຶງ.
ກ່ອນຈະກັບຂຶ້ນເມືອຢູ່ຊັ້ນດາວະດຶງນັ້ນ ລູກຊາຍທັງຫ້າພຣະອົງ ໄດ້ຮ້ອງຂໍໃຫ້ພຍາກາເຜືອກຢຽບສີລາໃຫ້ເປັນຮອຍຕີນໄວ້ ເພື່ອຈະໄດ້ໄຫວ້ນົບເຄົາຣົບບູຊາໃນເວລາຄຶດເຖິງ ຕອນນີ້ ພຍາກາເຜືອກໄດ້ສັ່ັງລູກທັງຫ້າໄວ້ວ່າ ເມື່ອເຖິງຣະດູເດືອນ 11 ເພັງຂອງທຸກໆປີໃດ ໃຫ້ພວກລູກຝັ້ນຝ້າຍເຮັດເປັນຮູບຕີນກາເອົາວາງໃສ່ຖ້ວຍຫລືຊາມແບນ ແລ້ວເອົານໍ້າມັນຖອກລົງໃສ່ ແລະ ໃຫ້ພວກລູກເອົາໄມ້ມາເຮັດເປັນຮູບເຮືອ ເອົາຝ້າຍທີ່ເຮັດເປັນຮູບຕີນການັ້ນ ຈຸ່ມລົງໃສ່ນໍ້າມັນຢາຍໃສ່ຕາມເຮືອໃຫ້ເປັນວ່າງສເມີກັນ ແລ້ວໄຕ້ບູຊາ ແລະ ໄຫລໄປຕາມລຳແມ່ນໍ້າເນີລູກເຮີຍ ພໍເວົ້າສຸດຄວາມແລ້ວ ກໍຫາຍຕົວໄປ. ສ່ວນລູກທັງຫ້າພຣະອົງ ກໍແມ່ນພຣະເຈົ້າຫ້າພຣະອົງນັ້ນແລ ແຕ່ລະອົງໄດ້ເອົານາມຂອງແມ່ລ້ຽງໃສ່ ພວກເຮົາເອີ້ນວ່າ ພຣະເຈົ້າຫ້າພຣະອົງຄື: ກຸກຸສັນໂທ(ໄກ່) ,ໂກນາຄະມະໂນ(ນາກ), ກັດສະໂປ(ເຕົ່າ),ໂຄຕະໂມ(ງົວ), ອະຣິຍະເມດໄຕໂຍ(ຣາຊສີ) ສືບມາທຸກມື້ນີ້.
ດ້ວຍເຫດຜົນທີ່ກ່າວມານີ້ ລາວເຮົາຈຶ່ງໄດ້ເຮັດເຮືອໄຟຖືເປັນປະເພນີ ໃນເວລາບຸນອອກວັດສາ ເພາະຖືຕາມພຣະເຈົ້າຫ້າພຣະອົງ ທີ່ເພິ່ນໄດ້ເອົາຝ້າຍຝັ້ນເຮັດເປັນຮູບຕີນກາ ໄຕ້ບູຊາຣະນຶກເຖິງຄຸນບິດາມານດາແລະບູຊາພຣະຣັຕນະໄຕຣ ເຊິ່ງເພິ່ນໄຫລໄປຕາມລຳແມ່ນໍ້າຫັ້ນແລ.
ດັ່ງນັ້ນລາວເຮົາຈຶ່ງໄດ້ພາກັນໃສ່ຊື່ເອີ້ນວ່າເຮືອໄຟ ແລະຖືເອົາເປັນແບບຢ່າງອັນນັ້ນສືບມາຮອດທຸກມື້ນີ້ແລ.
ບຸນຊ່ວງເຮືອ
ການຊ່ວງເຮືອ ລາວເຮົາຖືເປັນປະເພນີມາແຕ່ສມັຍກ່ອນແລະເປັນກິລາປະເພດນຶ່ງ ຊຶ່ງໃຫ້ຄວາມມ່ວນຊື່ນ ເບີກບານຫົວອົກຫົວໃຈແກ່ຜູ້ທີ່ໄດ້ໄປເບິ່ງໄປຊົມ ຄຳວ່າເຮືອ ໄດ້ແກ່ໄມ້ເປັນລຳ ຫລື ເປັນຕົ້ນ ຊຶ່ງເພິ່ນເອົາມາຖາກ ເຮັດສົມມຸດເປັນເຮືອ ສັ້ນແລະຍາວ ໃຫຍ່ແລະນ້ອຍ ກະປະມານໃຫ້ຂີ່ໄດ້ ຊາວຄົນ ໄປຫາຫ້າສິບຄົນ ຫລືຫລາຍກວ່ານັ້ນກໍໄດ້ ແລ້ວແຕ່ຄວາມເຫັນຊອບຂອງຊາວບ້ານນັ້ນໆ. ໄມ້ທີ່ເອົາມາເຮັດນັ້ນ ສ່ວນຫລາຍເພິ່ນເອົາໄມ້ແຄນ ຊຶ່ງເປັນໄມ້ທີ່ທົນທານຕໍ່ແດດແລະຝົນ.
ການຊ່ວງເຮືອ ແຂ່ງຂັນຊິງຮາງວັນຊຶ່ງຣັຖບານໄດ້ຈັດໃຫ້ມີຂຶ້ນໃນມື້ເພັງເດືອນ 11 ຫລືມື້ແຮມ 1 ຄໍ່າເດືອນ 11 ຂອງທຸກໆປີ (ສໍາລັບນະຄອນວຽງຈັນ ໃນມື້ບຸນອອກວັດສາຂອງທຸກໆປີ) ໃນງານບຸນດັ່ງກ່າວນີ້ ທາງຣັຖບານ ໄດ້ຈັດໃຫ້ມີຄນະກັມມະການກໍາກັບເບິ່ງແຍງ ເພື່ອສົ່ງເສີມຈາຮີດປະເພນີຂອງລາວເຮົາ ໃຫ້ຈະເຣີນຖາວອນໃນດ້ານການຊ່ວງເຮືອ ຊຶ່ງເປັນກິລາອັນມ່ວນຊື່ນປະເພດນຶ່ງ, ໃນມື້ບຸນນັ້ນ ມີປະຊາຊົນພົລເມືອງ ແລະຊາວຕ່າງປະເທດ ໄດ້ພາກັນຫລັ່ງໄຫລໄປເບິ່ງການຊ່ວງເຮືອ ມີຈຳນວນຫລວງຫລາຍພາຍມາກ. ໃນງານບຸນດັ່ງກ່າວນີ້ ທາງຄນະກັມມະການໄດ້ຈັດໃຫ້ມີການແຂ່ງຂັນເຮືອເປັນສອງປະເພດຄື: ປະເພດເຮືອສັ້ນນຶ່ງ ປະເພດເຮືອຍາວນຶ່ງແລະໃຫ້ມີຮາງວັນການແຂ່ງຂັນເຮືອຊ່ວງໄວ້ ສອງປະເພດຄື: ປະເພດເອ້ເຮືອຊ່ວງງາມນຶ່ງ, ປະເພດຊ່ວງໄວນຶ່ງ. ແຕ່ລະປະເພດມີຄນະກັມມະການຕັດສິນໃຫ້ຄະແນນ ແລະຮາງວັນໄປພ້ອມ ຕາມລຳດັບທີ່ນຶ່ງ, ທີ່ສອງແລະທີ່ສາມເປັນຂັ້ນໆໄປ.
ການສົ່ງເສີມການຊ່ວງເຮືອຂອງລາວເຮົາມີແຕ່ເໜືອເຖິງໃຕ້ ຕາມແຂວງທີ່ມີລຳນໍ້າພໍສົມຄວນ. ຢູ່ຕາມແຂວງແຕ່ລະແຂວງທີ່ມີລຳນໍ້າ ເພິ່ນມັກຊ່ວງເຮືອໃນມື້ບຸນອອກວັດສາ ບາງທ້ອງຖິ່ນເຂົາເຈົ້າມັກຊ່ວງກັນໃນມື້ຫໍ່ເຂົ້າປະດັບດິນ, ບຸນຫໍ່ເຂົ້າສລາກ ແລະບຸນອອກວັດສາ. ສັງຮອມຄວາມແລ້ວ ໃນເວລາກາງວັດສານັ້ນ ຊາວໄຮ່ຊາວນາ ພໍ່ຄ້າຊາວຂາຍ ມີເວລາເປົ່າຫວ່າງ ຫລັງຈາກເຮັດໄຮ່ເຮັດນາແລ້ວ ຈຶ່ງພາກັນຊັກຊວນອວນຕ້ານເອົາເວລາເປົ່າຫວ່າງນັ້ນ ມາຊຸມນຸມມ່ວນຊື່ນຣຶ່ນເລິງດ້ວຍການຊ່ວງເຮືອ ອັນນີ້ແມ່ນການສະແດງເຖິງຄວາມສາມັກຄີພ້ອມພຽງຮຽງໜ້າຂອງພຸທບໍຣິສັດທັງຫລາຍ ແລະ ເປັນຈາຮີດປະເພນີອັ